ຂ່າວ-Tou-Vientianepost - 2023-05-15T154345.456
ເຮັດຄວາມຜິດບໍ່ຍອມຈອດ ຂັບລົດກາຍຈຸດກວດເຈົ້າໜ້າທີ່ ພົບຢາໄອສ໌ 150 ຫໍ່ ສ່ວນຄົນຂັບລົດເອົາຕົວຫຼົບໜີ
ຮຽບຮຽງໂດຍ:Staff
ເຜີຍແຜ່: 15 ເດືອນພຶດສະພາ, 2023

ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ເຈົ້າໜ້າທີ່ພະແນກຕຳຫຼວດ ປກສ ເມືອງຫ້ວຍຊາຍ ໄດ້ລົງຕັ້ງຈຸດກວດກາຊົ່ວຄາວເພື່ອແນໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ພາຍໃນຕົວເມືອງຫ້ວຍຊາຍ ຮອດເວລາ 03:45 ໂມງເຊົ້າ ຂອງວັນທີ 11 ພຶດສະພາ 2023 ໄດ້ມີລົດຮຸນໄດ 1 ຄັນ, ສີປອນເງິນ , ບໍ່ໄດ້ຕິດປ້າຍທະບຽນ ແລ່ນມາດ້ວຍຄວາມໄວມາຈາກທາງຫ້ວຍຊາຍ ມຸ່ງໜ້າລົງໄປທາງບ້ານ

ດ່ານ, ເຈົ້າໜ້າທີ່ພວກເຮົາຈຶ່ງໄດ້ສະແດງຕົວເພື່ອກວດກາຕາມປົກກະຕິ ໂດຍ ສົ່ງສັນຍານລົດໃຫ້ຈອດພ້ອມທັງເປົ່າໝາກຫວີດ, ແຕ່ລົດຄັນດັ່ງກ່າວບໍ່ຍອມຈອດ ແລ້ວແລ່ນກາຍຈຸດກວດກາດ້ວຍຄວາມໄວ.

ດ້ວຍເຫດນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ຂີ່ລົດໄລ່ນຳລົດຄັນດັ່ງກ່າວ, ຈາກຈຸດກວດກາມາຮອດຈຸດລະເບີດຫີນ ກ້ອງ ບ້ານ ດອນ ປະມານ 02 ກິໂລແມັດ ຈິ່ງພົບເຫັນລົດຄັນດັ່ງກ່າວຫຼຸດໂຄ້ງ ຕົກຮ່ອງຂ້າງທາງເບື້ອງຊ້າຍມື ໃນສະພາບທີ່ມອດຈັກລົດ ແລະ ໄຂປະຕູເບື້ອງຄົນຂັບປະໄວ້ແຕ່ບໍ່ເຫັນຜູ້ຂັບຂີ່; ເຈົ້າໜ້າທີ່ຈິ່ງໄດ້ເຂົ້າກວດເບິ່ງ ເຫັນວ່າມີເປົາລາຍຢູ່ທາງຫຼັງກະບະລົດ ຈຳນວນ 02 ເປົາ ແລະ ຢູ່ຫ້ອງຄົນ

ຂັບ ຈຳນວນ 06 ເປົາ ແລະ ບາໂຫຼ້ ຈຳນວນ 02 ໜ່ວຍ ລວມທັງໝົດ 08 ເປົາ, 02 ບາໂຫຼ້ ສົງໃສແມ່ນຢາເສບຕິດ.

ໃນຄະນະດຽວກັນນັ້ນໄດ້ມີ ທະຫານຄໍ 123 ລາດຕະເວນມາພໍດີ ຈຶ່ງໄດ້ພ້ອມກັນຄວບຄຸມພື້ນທີ່ ແລ້ວເຂົ້າກວດຄົ້ນຕົວຈິງ ເຫັນວ່າແມ່ນຢາເສບຕິດ ປະເພດ ຢາໄອສ໌ ລວມຈຳນວນ 150 ຫໍ່ ສ່ວນຄົນຂັບລົດແມ່ນ ໄດ້ເອົາຕົວຫຼົບໜີ, ປັດຈຸບັນເຈົ້າໜ້າທີ່ກຳລັງສືບສວນ-ສອບສວນຂະຫຍາຍຜົນຫາເຈົ້າຂອງຢາ ແລະ ຜູ້ກ່ຽວຂ້ອງມາດຳເນີນ ຄະດີ.

ທີ່ມາ: KhuamsaNgopDaily

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
2
ເມົາແລ້ວຂັບ ເກີດເຫດລົດໃຫຍ່ຕຳຮ້ານຂາຍເຄື່ອງ ແລະ ລົດຈັກຈອດຢູ່ແຄມທາງ ເສັ້ນທາງດອນກອຍ
2
ປກສ ແຂວງຈຳປາສັກ ມ້າງຄະດີຄ້າຂາຍຢາເສບຕິດ ແລະ ມົ້ວສຸມເສບຢາເສບຕິດ
2
ຈັບຕົວຊາຍທີ່ຄາດຕະກໍາຍິງສາວ ແລ້ວເອົາສົບໄປເຊື່ອງໄວ້ສວນມັນຕົ້ນ
2
ບໍລິຄຳໄຊເປີດໂຮງງານປຸງແຕ່ງຜະລິດຕະພັນກະສິກຳ ທອງມີໄຊ
2
ແມ່ຄ້າສອງຄົນຖືກສານຕັດສິນປະຫານຊີວິດ ໃນຄະດີຂົນສົ່ງຢາເສບຕິດ
2
ເຂົ້າຫວຽດນາມ ຄອງແຊັມເຂົ້າດີທີ່ສຸດໃນໂລກ
ek
ດວງລາຍວັນປະຈໍາວັນສຸກ ທີ 08 ທັນວາ 2023
ດວງ-Tou-Vientianepost (40)
ສາຍການບິນຫວຽດເຈັດ ເປີດຖ້ຽວບິນກົງ ວຽງຈັນ-ໂຮ່ຈີມິນ​
ek
ດວງລາຍວັນປະຈໍາວັນພຸດ ທີ 06 ທັນວາ 2023
Aod-Vientianepost (1)
8 ສາເຫດ ທີ່ໄວໜຸ່ມເກີດຄວາມດັນເລືອດສູງ
ຢ່າລື່ມກົດຕິດຕາມ