ເກີດແຜ່ນດິນໄຫວ ຂະໜາດ 2.7 ຣິກເຕີ ທີ່ແຂວງຫລວງນໍ້າທາ

ກົມອຸຕຸນິຍົມ ແລະ ອຸທົກກະສາດລາຍງານວ່າ: ວັນທີ 14 ພຶດສະພາ 2023 ເວລາ 19:01 ໂມງ ໄດ້ພົບສັນຍານ ແຜ່ນດິນໄຫວ 1 ຄັ້ງໃນບໍລິເວນ ແຂວງຫລວງນໍ້າທາ ຈຸດສູນກາງເສັ້ນ ຂະໜານທີ່ 20.484 ອົງສາເໜືອ ແລະ ເສັ້ນແວງທີ່ 101.409 ອົງສາຕາເວັນອອກ ຄວາມແຮງສັ່ນສະເທືອນວັດແທກໄດ້ 2.7 ຣີກເຕີ ເຊິ່ງມີຄວາມເລິກ ຈາກເທິງໜ້າດິນປະມານ 5 ກິໂລແມັດ ຈຸດສູນກາງເກີດແຜ່ນດິນໄຫວ ຢູ່ທີ່ບໍລິເວນ ບ້ານນໍ້າກອຍ ເມືອງຫລວງນໍ້າທາ ແຂວງຫລວງນໍ້າທາ ເຊີ່ງຈຸດ ເກິດແຜ່ນດິນໄຫວແມ່ນຫ່າງຈາກເທດສະບານ ເມືອງຫລວງນໍ້າທາ ປະມານ 12 ກິໂລແມັດ. ໝາຍເຫດ: ເຫດການແຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.

ທ້າວ ສຸກພະໄຊ ສິດທິສານ ນັກກິລາຮຸ່ນນ້ຳຫນັກ 60ກກ ຄວ້າຫລຽນເງິນ​ ໃນການແຂ່ງຂັນຢູໂດ

ທ້າວ ສຸກພະໄຊ ສິດທິສານ ນັກກິລາຮຸ່ນນ້ຳຫນັກ 60ກກ ຄວ້າຫລຽນເງິນ​ ໃນການແຂ່ງຂັນຢູໂດ ໃນງານມະຫະກຳກິລາຊີເກມ ຄັ້ງທີ 32 ທີ່ປະເທດກຳປູເຈຍ 2023​ ວັນທີ​ 14​ ພຶດສະພາ​ 2023. ສະຫລຸບຫລຽນ ການແຂ່ງຂັນ ທັງ 2 ວັນ ທັບນັກກິລາຢູໂດທີມຊາດລາວ ຄວ້າມາໄດ້ 2 ຫລຽນເງິນ ແລະ 1 ຫລຽນທອງ ຈາກການແຂ່ງຂັນ 5 ລາຍການ.​ສ່ວນໂປຣແກຣມການແຂ່ງຂັນໃນວັນທີ 15 ພຶດສະພາ 2023 ເຊິ່ງເປັນມື້ທີ 3 ຂອງການແຂ່ງຂັນ ນັກກິລາຢູໂດທິມຊາດລາວ ຈະລົງທຳການແຂ່ງຂັນ 4 ຮຸ່ນ ຄື: -44ກກ ຍິງ, -48ກກ ຍິງ, -52ກກ ຍິງ ແລະ -90ກກ ຊາຍ cr: ກົມກິລາລະດັບສູງ

ເກີດເຫດໄປລ່າສັດແຕ່ຍິງຖືກກັນເສຍຊີວິດ ຢູ່ເຂດບ້ານກໍເພັນ ເຂດກຸ່ມຊຽງແຂງ ເມືອງສິງ

ປກສ ເມືອງສິງ ແຂວງ ຫຼວງນ້ຳທາ ໃຫ້ຮູ້ວ່າ: ໃນຄັ້ງວັນທີ 3 ມີນາ 2023 ມີເຫດການຍິງຖືກກັນເສຍຊິວິດ ຢູ່ຟາມງົວ ຢູ່ເຂດບ້ານກໍເພັນ ເຂດກຸ່ມຊຽງແຂງ ເມືອງສິງ ພາຍຫຼັງທີ່ເຈົ້າໜ້າທີ່ໄດ້ຮັບແຈ້ງກໍລົງກວດກາສະຖານທີ່ເກີດເຫດຕົວຈິງ ຈຶ່ງພົບຜູ້ເສຍຊີວິດ 1 ຄົນ ຊື່ທ້າວ ປໍຍໍ ອາຍຸ 45 ປີ ອາຊີບ ກຳມະກອນ ພົບເຫັນມີຮ່ອງຮ່ອຍລູກໂດດ ຖືກຍິງທີ່ກະໂຫຼກຫົວທາງຫຼັງ ຈຳນວນ 3 ລູກເຂົ້າ ບ່ອນດຽວກັນ ມີຄວາມຍາວ 2,5 ຊັງຕິແມັດ ກ້ວາງ 1,2 ຊັງຕີແມັດ ມີຮ່ອງຮອຍຈຸດລູກປືນສອດອອກໜ້າຜາກ 1 ຈຸດໃຫຍ່ ມີຄວາມຍາວ 3 ຊັງຕີແມັດ ກ້ວາງ 2 ຊັງຕີແມັດ ພ້ອມທັງກັກຕົວຜູ່ກໍ່ເຫດໄດ້ 1 ຄົນ ຊື່ທ້າວ ອາກອງ ອາຍຸ 19 ປີ ອາຊີບ […]

ດວງລາຍວັນປະຈໍາວັນຈັນ ທີ 15 ພຶດສະພາ 2023 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ ການ​ງານວຽກ​ຫຼາຍກວ່າປົກກະຕິຈະສົ່ງ​ຜົນ​ຕໍ່​ສຸຂະພາບ​ຕ້ອງລະວັງ ການ​ເງິນຈະ​ໄດ້​ພົບ​ຜູ້​ອຸປະຖໍາເລື່ອງການເງິນ ຄວາມ​ຮັກເກີດ​ຄວາມ​ສຳພັນ​ທີ່​ຫ່າງ​ເຫີນຕ່າງຝ່າຍຕ່າງບໍ່ມີເວລາໃຫ້ກັນ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນ​ສີຟ້າ ເລກ​ນຳ​ໂຊກ​4 ຄົນເກີດວັນຈັນ ການ​ງານຕ້ອງຮອບຄອບໃນການເຮັດທຸລະກິດ ເພາະຈະເຮັດໃຫ້ທ່ານມີບັນຫາຕາມມາ ການ​ເງິ​ິນຈະ​ໄດ້​ເງິນ​ກ້ອນ​ໃຫຍ່ເຂົ້າມາໃນການໃຊ້ຈ່າຍ ​ຄວາມ​ຮັກເກີດ​ຄວາມ​ຮູ້ສຶກ​ຫຶງ​ຫວງ ເພາະທ່ານຍັງບໍ່ໄວໃຈຄົນຮັກ ເຄື່ອງມຸງຄຸນ​ຄໍາຝຣັ່ງ ສີມຸງຄຸນສີເຫຼືອງ ເລກ​ນຳ​ໂຊກ​6 ຄົນເກີດວັນອັງຄານ ການ​ງານເຮັດ​ທຸນ​ກິດຈະການ​ຄ້າ​ໄດ້​ຜົນ​ກຳ​ໄລ​ດີ ການ​ເງິນມື້​ນີ້​ຈະ​ໄດ້​ເງິນ​ກ້ອນ​ໃຫຍ່ ຄວາມ​ຮັກໄດ້​ພົບ​ຮັກ​ກັບ​ຄົນທີ່​ມີ​ອຳນາດ​ທາງ​ປັນຍາ ເຄື່ອງມຸງຄຸນ​ໄຂ່ມຸກ ສີມຸງຄຸນສີດໍາ ເລກ​ນຳ​ໂຊກ​7 ຄົນເກີດວັນພຸດ ການ​ງານເກີດ​ການ​ປັບ​ປ່ຽນ​ກົນ​ລະຍຸດທາງ​ທຸລະກິດຕ້ອງລະວັງເລື່ອງຂອງເອກະສານການ​ເງິນໃຊ້​ເງິນ​ເປັນ​ຈຳນວນ​ຫລາຍໃນການ​ຊື້ສິ່ງ​ຂອງ​ທີ່​ຖືກ​ໃຈ ຄວາມ​ຮັກໄດ້​ພົບ​ຮັກ​ກັບ​ຄົນ​ໃນ​ເຄື່ອງ​ແບບຈະເຮັດໃຫ້ທ່ານ ສົມຫວັງ ເຄື່ອງມຸງຄຸນ  ເງິນ ສີມຸງຄຸນສີແດງ ເລກ​ນຳ​ໂຊກ​1 ຄົນເກີດວັນພະຫັດ ການ​ງານ​ເດີນທາງ​ໄກ​ຕິດ​ຕໍ່​ທຸລະກິດຈະ​ເກີດ​ຄວາມ​ສຳ​ເລັດ ການ​ເງິນ​ມື້​ນີ້​ຈະ​ໄດ້​ເງິນ​ກ້ອນ​ໃຫຍ່ເຂົ້າມາໃນການໃຊ້ຈ່າຍ ຄວາມ​ຮັກໄດ້ຮັບ​ຮູ້​ຂ່າວ​ສານ​ຂອງ​ຄົນ​ຮັກ​ເກົ່າ ແຕ່ກໍບໍ່ແມ່ນປະເດັນທີ່ຈະເຮັດໃຫ້ທ່ານກັບໄປຄິດ ເຄື່ອງມຸງຄຸນ​ແຫວນຄໍາ ສີມຸງຄຸນສີ​ນໍ້າຕານ ເລກ​ນຳ​ໂຊກ​4 ຄົນເກີດວັນສຸກ ການ​ງານໄດ້​ພົບ​ເພື່ອນຮ່ວມງານທີ່ດີ ຊ່ວຍທ່ານໄດ້ຫຼາຍໃນການເຮັດວຽກ ການ​ເງິນພົບ​ເລື່ອງ​ເສຍ​ເງິນ ເພາະການເຊື່ອຄົນງ່າຍ ແລະ ໄວ້ໃຈຄົນງ່າຍເກີນໄປ ຄວາມ​ຮັກໝູູ່ເພື່ອນ​ຈະ​ແນະ​ນຳ​ໃຫ້​ຮູ້​ຈັກ​ຄົນ​ຜິວ​ຂາວ ເຄື່ອງມຸງຄຸນ​​ເພັດສີແດງ ສີມຸງຄຸນສີເທົາ ເລກ​ນຳ​ໂຊກ​2 ຄົນເກີດວັນເສົາ ການ​ງານມີ​ຊື່​ສຽງ​ ແລະ ​ປະ​ສົບ​ຄວາມ​ສຳ​ເລັດ​ໃນ​ການສ້າງ​ທຸລະກິດ​ໃໝ່ ການ​ເງິນມື້​ນີ້​ໂຊ​ກດີ​ຈະ​ໄດ້​ເງິນ […]

ເປີດສັນຈອນ ປົກກະຕິແລ້ວ ຂົວນໍ້າຄານເກົ່າ ນະຄອນ ຫຼວງພະບາງ ພາຍຫຼັງສຳເລັດການສ້ອມແປງ

ເປີດການສັນຈອນຜ່ານຂົວນໍ້າຄານເກົ່າ ນະຄອນ ຫຼວງພະບາງ ພາຍຫຼັງສຳເລັດການສ້ອມແປງ ເປັນສອງໄລຍະ.ນັບແຕ່ກາງເດືອນກຸມພາ 2023 ເປັນຕົ້ນມາ ອົງການປົກຄອງນະຄອນ ຫຼວງພະບາງ ໄດ້ດຳເນີນການສ້ອມແປງຂົວນໍ້າຄານເກົ່າ ຫຼື ຂົວເບເລ ທີ່ເຊື່ອມຕໍ່ລະຫວ່າງ ບ້ານໝື່ນນາ ຫາບ້ານເມືອງງາ ໂດຍມອບໃຫ້ບໍລິສັດພັນທະມິດກໍ່ສ້າງຂົວທາງຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ເຊີ່ງ ເບື້ອງຕົ້ນໄດ້ສ້ອມແປງທາງຍ່າງທັງ 2 ເບື້ອງກ່ອນ, ພາຍຫຼັງສຳເລັດ ໄດ້ເລີ້ມປິດການສັນຈອນຜ່ານຂົວ ແລະດຳເນີນການສ້ອມແປງພາຍໃນຂົວ ນັບແຕ່ວັນທີ່ 20 ເມສາເປັນຕົ້ນມາ ເຊີ່ງໜ້າວຽກໃນການສ້ອມແປງ ລວມມີ 4 ໜ້າວຽກຫຼັກຄື: ວຽກຮື້ຖອນ ໄມ້ເກົ່າອອກໝົດສ້ອມແປງ ປ່ຽນຖ່າຍໄມ້ຄືນທັງໝົດ, ຄັດ-ອະນາໄມສີເກົ່າ ແລະທາສີໃໝ່, ຕິດຕັ້ງ ດອກໄຟ ຈຳ ນວນ 6 ຈຸດເພື່ອເພີ້ມຄວາມສະຫວ່າງ, ໂດຍວາງແຜນການສ້ອມແປງໃຫ້ສຳເລັດພາຍໃນ 4 ເດືອນ ແຕ່ການປະຕິບັດຕົວຈີງ ແມ່ນສຳເລັດກ່ອນແຜນການ. ທ່ານ ຈັນສະຫວັດ ບຸນຍົງ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງນະຄອນໄດ້ໃຫ້ສຳພາດວ່າ: ການ ສ້ອມແປງການສ້ອມ […]

ທ່ານ ຮຸນແຊນ ນາຍົກລັດຖະມົນຕີ ກຳປູເຈຍ ພ້ອມມອບເງິນ 170 ລ້ານກວ່າກີບ (10.000 ໂດລາສະຫະລັດ) ໃຫ້ນັກກິລາແລ່ນ-ລານ

ຫຼັງຈາກທີ່ ນາງ ບູ ຊຳນັງ ນັກກິລາແລ່ນ-ລານທີມຊາດກຳປູເຈຍ ແລ່ນຝ່າສາຍຝົນໃນການແຂ່ງຂັນແລ່ນ 5.000 ແມັດຍິງ ໃນງານມະຫະກຳກິລາຊີເກມ ຄັ້ງທີ 32 ທີ່ສະໜາມກິລາແຫ່ງຊາດມໍລະດົກເຕໂຊ ເມື່ອບໍ່ດົນມານີ້ ຊຶ່ງນັກກິລາຄົນນີ້ແລ່ນແບບບໍ່ຍອມຈຳນົນເຖິງວ່າຄູ່ແຂ່ງຄົນອື່ນໆຈະເຂົ້າເສັ້ນໄຊໄປແລ້ວປະມານ 6 ນາທີກໍຕາມ ແຕ່ລາວຍັງແລ່ນຕໍ່ຈົນຈົບການແຂ່ງຂັນ ດ້ວຍເວລາ 22 ນາທີ 54,200 ວິນາທີ ຈົນໄດ້ຮັບສຽງຍ້ອງຍໍຊົມເຊີຍຢ່າງຫຼວງຫຼາຍຈາກແຟນກິລາ. ຫຼ້າສຸດ ພະນະທ່ານ ສົມເດັດ ຮຸນແຊນ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກກຳປູເຈຍ ໄດ້ໂພດຜ່ານເຟດບຸກສ່ວນຕົວ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ນາງ ບູ ຊຳນັງ ວ່າມີນ້ຳໃຈນັກກິລາຢ່າງແທ້ຈິງ ໂດຍພ້ອມຈະມອບເງິນ ຈຳນວນ 170 ລ້ານກວ່າກີບ (10.000 ໂດລາສະຫະລັດ) ໃຫ້ກັບນັກກິລາແລ່ນ-ລານສາວຄົນນີ້ ເຖິງວ່າທ່ານກຳລັງຕິດພາລະກິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ທີ່ປະເທດອິນໂດເນເຊຍ ກໍຕາມ. ພະນະທ່ານ ສົມເດັດ ຮຸນແຊນ ກ່າວວ່າ: “ເຖິງວ່າຂ້າພະເຈົ້າຈະຢູ່ທີ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ທີ່ປະເທດອິນໂດເນເຊຍ ແຕ່ຂ້ອຍກໍຍັງຕິດຕາມຊົມການແຂ່ງຂັນກິລາໃນງານມະຫະກຳກິລາຊີເກມ […]

ເຈົ້າໜ້າທີ່ເມືອງສີໂຄດ ລົງກວດກາແກ້ໄຂບັນດາປ້າຍທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ

ເຈົ້າໜ້າທີ່ເມືອງສີໂຄດ ລົງກວດກາແກ້ໄຂບັນດາປ້າຍທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍເນື່ອງຈາກວ່າພົບເຫັນຫຼາຍປ້າຍໃນນະຄອນຫຼວງວຽງຈັນທີ່ມີແຕ່ພາສາຕ່າງປະເທດ ໂດຍບໍ່ມີພາສາລາວໃນປ້າຍ ແລະ ພົບເຫັນຄວາມບໍ່ເປັນລະບຽບນຽບຮ້ອຍໃນຕົວເມືອງ ຄະນະຮັບຜິດຊອບຈຶ່ງລົງຕິດຕາມ ຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ສິ່ງກີດຂວາງ ແລະ ຄວາມບໍ່ຈົບງາມ ໃນຂອບເຂດທົ່ວເມືອງສີໂຄດ ຕະບອງ ນະຄອນຫຼວງວຽງຈັນ ວັນທີ 11 ພຶດສະພາ 2023 ຫ້ອງການຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ເມືອງສີໂຄດຕະບອງ ໄດ້ລົງກວດກາ ແກ້ໄຂບັນດາປ້າຍທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍໃນເຂດບ້ານໜອງສະໂນຄຳ ແລະ ບ້ານອຸບມຸງ ນຳໂດຍທ່ານ ວິໄຊ ໄຊທານີ ຫົວໜ້າຫ້ອງການ ຖວທ ເມືອງສີໂຄດຕະບອງ ມີບັນຂະແໜງການກ່ຽວຂ້ອງເຂົ້າຮ່ວມ. ຜ່ານການລົງກວດກາໄດ້ພົບເຫັນປ້າຍຈຳນວນໜຶ່ງບໍ່ຖືກຕ້ອງຕາມລະບຽບກົດໝາຍ ໂດຍສະເພາະປ້າຍບໍ່ມີພາສາລາວ ຕໍ່ກັບເຫດການດັ່ງກໍໄດ້ຕັກເຕືອນ ແລະ ເຮັດບົດທຶກກັບເຈົ້າຂອງປ້າຍ ຖ້າບໍ່ປະຕິບັດຕາມບົດບັນທຶກຈະຖືກປັບໃໝ່ຕາມລະບຽບການທີ່ກຳນົດໄວ້ຄື ຄັ້ງທີ່ 1 ໃຫ້ເວລາໃນການປັບປຸງ ແກ້ໄຂປ້າຍທີ່ບໍ່ຖືກຕາມລະບຽບການພາຍໃນ 7 ວັນໃຫ້ສຳເລັດ ຄັ້ງທີ 2 ເຮັດບົດບັນທຶກພ້ອມ ທັງປັບໃໝສອງເທົ່າຂອງຄ່າທຳນຽມປ້າຍ ຕາມຂະໜາດຂອງປ້າຍ ຄັ້ງທີ 3 ຖ້າບໍ່ມີການປັບປຸງ ແກ້ໄຂຄະນະກຳມະການຈະໃຊ້ມາດຕະການເລີກຮື້ປ້າຍ ສ່ວນຄ່າໃຊ້ຈ່າຍໃນການເລີກຮື້ແມ່ນເຈົ້າຂອງປ້າຍເປັນຜູ້ຮັບຜິດຂອບທັງໝົດ. […]

ດວງລາຍວັນປະຈໍາວັນເສົາ ທີ 13 ພຶດສະພາ 2023 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ:ການ​ງານປັບ​ປ່ຽນ​ການ​ດຳ​ເນີນ​ທຸລະກິດ ປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນຈະ​ໄດ້​ເງິນ​ຈາກ​ຄວາມ​ສາມາດ​ຂອງ​ຕົນເອງເຂົ້າມາ ຄວາມ​ຮັກການເດີນທາງ​ໄກ​ມີ​ໂອ​ກາດ​ໄດ້​ພົບ​ຮັກກັບຄົນທີ່ທ່ານມັກ ເຄື່ອງມຸງຄຸນ​ໄຂ່ມຸກ ສີມຸງຄຸນ​ສີດໍາ ເລກ​ນຳ​ໂຊກ​6 ຄົນເກີດວັນຈັນ:ການ​ງານ​  ເຮັດ​ອາ​ຊີບ​ດ້ານ​ເປັນ​ນັກ​ຂຽນ​ໜັງສື​ຈະ​ເຮັດໃຫ້​ເກີດ​ຊື່​ສຽງ ການ​ເງິນຈະ​ໄດ້​ເງີນ​ແບບ​ບໍ່​ຄາດ​ຝັນ ຈະມີຜູ້ໃຫຍ່ຊ່ວຍອຸປະຖໍາ ຄວາມ​ຮັກມີ​ໂອ​ກາດ​ພົບ​ຄົົນທີ່​ມີສະເໜ່ ຜິວ​ສອງ​ສີ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນສີ​ນໍ້າຕານ ເລກ​ນຳ​ໂຊກ​3 ຄົນເກີດວັນອັງຄານ:ການ​ງານປະ​ສົບ​ຄວາມ​ສຳ​ເລັດ​ໃນ​ການ​ຕໍ່​ລອງ​ເຈລະ​ຈາ ​ແລະ ​ໄດ້​ພົບ​ຮຸ້ນ​ສ່ວນ​ທີ່​ດີ ການ​ເງິນຈະ​ໄດ້​ເງິນ​ເຂົ້າ​ມາ​ແບບບໍ່ທັນຕັ້ງໂຕເຂົ້າມາຊ່ວຍໃນເລື່ອງການເງິນທີ່ທ່ານມີບັນຫາຢູ່ ຄວາມ​ຮັກຈະ​ພົບ​ຄົົນທີ່​ໃຈ​ດີ​ມີ​ສະເໜ່ ແຕ່ໃຫ້ລະວັງເລື່ອງອາລົມໃຈຮ້ອນຂອງທ່ານ ເຄື່ອງມຸງຄຸນ​  ຫິນນໍາໂຊກສີບົວ ສີມຸງຄຸນສີ​ເຫຼືອງ ເລກ​ນຳ​ໂຊກ​  2 ຄົນເກີດວັນພຸດ:ການ​ງານພົບ​ຄວາມ​ກ້າວ​ໜ້າ​ຈະເລີນ​ຮຸ່ງ​ເຮືອງ ການ​ເງິນມີ​ໂຊກ​ຈະ​ໄດ້​ເງິນ​ເຂົ້າ​ມາ​ຫຼາຍ​ຂຶ້ນ ຄວາມ​ຮັກ​​​ຈະ​ພົບ​ຮັກ​ກັບ​ຄົົນທີ່​ສະຫຼຽວ​ສະຫຼາດ​ຊ່າງ​ເວົ້າ ເຄື່ອງມຸງຄຸນ​​ເງິນ ສີມຸງຄຸນສີດໍາ ເລກ​ນຳ​ໂຊກ​5 ຄົນເກີດວັນພະຫັດ:ການ​ງານ​ຜູ້ໃຫຍ່​ຈະ​ອຸປະຖຳ​ຊ່ວຍ​ເຫຼືອ​​ໃຫ້​ກ້າວ​ໜ້າໃນດ້ານການງານ ການ​ເງິນມີ​ໂຊ​ກຈະໄດ້ເງິນເຂົ້າມາແບບບໍ່ທັນຕັ້ງໂຕ ຄວາມ​ຮັກ​ ​ ພົບ​ຄົນ​ມີ​ສະເໜ່ ໃຈ​ຮ້ອນ ບໍ່​ຄື​ໃຜ ເຂົ້າມາມັກມາຮັກ ເຄື່ອງມຸງຄຸນ​ຄໍາຝຣັ່ງ ສີມຸງຄຸນສີ​ສົ້ມ ເລກ​ນຳ​ໂຊກ​8 ຄົນເກີດວັນສຸກ:ການ​ງານ​ວຽກງານ​ຫຼາຍ​ຂຶ້ນ​ແຕ່​ຈະ​ໄດ້​ຜົນ​ຕອບ​ແທນ​ທີ່​ຄຸ້ມ​ຄ່າ ການ​ເງິນ​ມີ​ໂຊກ​ເຂົ້າ​ມາ​ແຕ່​ກໍ​ຕ້ອງ​ຈ່າຍ​ອອກ​ໄປ​ທັນ​ທີ ຄວາມ​ຮັກຈະ​ພົບ​ຄວາມ​ສຳພັນ​ທີ່​ຫ່າງ​ເຫີນ​ ແລະ ​ບໍ່​ຊັດເຈນ ເຄື່ອງມຸງຄຸນ​​ແຫວນຄໍາ ສີມຸງຄຸນສີຟ້າ ເລກ​ນຳ​ໂຊກ​  8 ຄົນເກີດວັນເສົາ:ການ​ງານ​ມີ​ໂອ​ກາດ​ພົບ​ການ​ປ່ຽນ​ແປງ​ນຳ​ພາ​ໄປ​ສູ່​ຄວາມ​ສຳ​ເລັດ ການ​ເງິນຕ້ອງ​ເສຍ​ເງິນ​ເບິ່ງ​ແຍງ​ສ້ອມແປງ​ເຄື່ອງໃຊ້ທີ່​ເສຍຫາຍ ຄວາມ​ຮັກ​ອາດ​ຕົກ​ຢູ່ໃນ​ສະຖານະການ​ຮັກ​ຊ້ອນ […]

ເດັກ 6 ປີ ລັກຂັບລົດພານ້ອງອອກໄປຊື້ຂອງຫຼິ້ນ ສຸດທ້າຍຂັບລົດຕຳເສົາໄຟຟ້າ

ໃນຊ້ວງຄ່ຳຂອງວັນອັງຄານ ທີ 10 ພຶດສະພາ 2023 ທີ່ຜ່ານມາ, ເວັບໄຊ້Sinchewເຜີຍວ່າ: ເກີດອຸບັດຕິເຫດທີ່ໜ້າຕົກໃຈຂຶ້ນພາຍໃນພຶ້ນທີ່ລັງກາວີ, ປະເທດມາເລເຊຍ ພາຍຫຼັງເຈົ້າໜ້າທີ່ກວດພົບລົດໃຫຍ່ ໜ້າສົງໃສ ຄັນໜຶ່ງ ເຊິ່ງຄາດວ່າເມົາແລ້ວຂັບ ກຳລັງຂັບຢູ່ຫົນທາງກ່ອນທີ່ຈະເສຍຫຼັກຕຳເຂົ້າກັບເສົາໄຟຂ້າງທາງ ຈົນເຮັດໃຫ້ລົດຢຸດໃນທີ່ສຸດ. ຈາກການກວດສອບຂອງເຈົ້າໜ້າທີ່ພົບວ່າ: ຜູ້ຂັບລົດໃຫຍ່ຄັນດັ່ງກ່າວບໍ່ແມ່ນຄົນເມົາ ແຕ່ເປັນເດັກນ້ອຍຜູ້ຊາຍທີ່ມີອາຍຸພຽງ 6 ປີ ແລະ ຜູ້ໂດຍສານຂອງລາວ ຄືນ້ອງຊາຍອາຍຸ 3 ປີ ຕາມການລາຍງານລະບຸວ່າ: ພວກເຂົາທັງສອງຂັບລົດມາໄກກວ່າ 2,5 ກິໂລແມັດ ກ່ອນທີ່ຈະປະສົບອຸບັດຕິເຫດ ໂດຍຄົນເປັນອ້າຍໄດ້ຮັບບາດເຈັບບໍລິເວນໃບໜ້າ ສ່ວນຜູ້ເປັນນ້ອງບໍ່ໄດ້ຮັບອັນຕະລາຍ ແລະ ເຈົ້າໜ້າທີ່ນຳຕົວທັງສອງໄປໂຮງມໍ່ລັງເກີດເຫດທັນທີ. ຈາກການສອບສວນເບື້ອງຕົ້ນພົບວ່າ: ເດັກນ້ອຍທັງສອງ ອາໃສຢູ່ກັບຄອບຄົວທີ່ບ້ານ ເຊິ່ງຫ່າງຈາກຈຸດເກີດເຫດປະມານ 2,5 ກິໂລແມັດ ໂດຍທັງຄູ່ນອນຫ້ອງດຽວກັນກັບຜູ້ເປັນແມ່ ສ່ວນພໍ່ແຍກໄປນອນອີກຫ້ອງ, ຊ່ວງກ່ອນເກີດເຫດຜູ້ເປັນແມ່ລຸກໄປເຂົ້າຫ້ອງນ້ຳ ກ່ອນກັບມາທີ່ຫ້ອງແລ້ວພົບວ່າ ລູກຊາຍທັງສອງຫາຍຕົວໄປພ້ອມກັບລົດຢູູ່ບ້ານ. ຢ່າງໃດກໍຕາມເຫດການທີ່ເກີດຂຶ້ນ ເປັນຄະດີອຸບັດຕິເຫດຈາກການຂັບຂີ່ໂດຍປະມາດ ເຮັດໃຫ້ຕົນເອງແລະ ຄົນອື່ນຕົກຢູ່ໃນອັນຕະລາຍ ເຈົ້າໜ້າທີ່ຈຶ່ງຕ້ອງມີການດຳເນີນການທາງກົດໝາຍ ລວມທັງພໍ່ແມ່ຜູ້ປົກຄອງ.

ດວງລາຍວັນປະຈໍາວັນສຸກ ທີ 12 ພຶດສະພາ 2023 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ:ການ​ງານເດີນທາງ​ໄກ​ເພື່ອ​ໄປ​ເຈລະຈາ​ທຸລະກິດ​ຈະປະ​ສົບ​ຄວາມ​ສຳ​ເລັດການ​ເງິນມີ​ໂຊກ​ຈະ​ໄດ້​ໂຊກ​ຈາກ​ຊັບສິນທີ່ຜູ້ໃຫຍ່ມອບໃຫ້ ຄວາມ​ຮັກມີ​ໂອ​ກາດ​ພົບ​ຮັກ​ຈາກ​ການເດີນທາງ​ຕິດ​ຕໍ່​ງານໃນໄວໆນີ້ ເຄື່ອງມຸງຄຸນ ແຫວນ​ຄໍາ ສີມຸງຄຸນ​ສິບົວ ເລກ​ນຳ​ໂຊກ​4 ຄົນເກີດວັນຈັນ:ການ​ງານມີ​ການ​ເຈລະ​ຈາ​ແບບ​ສ່ວນ​ຕົວ​ກັບ​ຜູ້ໃຫຍ່​ເກີດ​ຂໍ້​ຕົກລົງ​ທີ່​ດີ ການ​ເງິນພົບ​ຜູ້​ໃຫຍ່ອຸປະຖຳ​ທາງ​ດ້ານ​ການ​ເງິນໃຫ້ແກ່ທ່ານ ຄວາມ​ຮັກ​ຄວາມ​ໃຈ​ຮ້ອນ​ຈະ​ເຮັດໃຫ້​ເກີດ​ຄວາມ​ສຳພັນ​ແຕກ​ແຍກ ເລີກ​ລາ ຢ່າຮ້າງ ກັບຄົນຮັກ ເຄື່ອງມຸງຄຸນ​ເງິນ ສີມຸງຄຸນສີບົວ ເລກ​ນຳ​ໂຊກ​7 ຄົນເກີດວັນອັງຄານ:ການ​ງານ​ ພົບ​ຄວາມ​ຈະເລີນ​ຮຸ່ງ​ເຮືອງ​ກ້າວ​ໜ້າ​ດີ​ຫຼາຍໃນດ້ານການງານ ການ​ເງິນ​ຄິດ​ເງິນ​ກໍ​ໄດ້​ເງິນເປັນມື້ຮັບຊັບຂອງທ່ານເລີຍ ຄວາມ​ຮັກພົບ​ຄົນ​ຜິວ​ສອງ​ສີ​ຈາກ​ການເດີນທາງ​ຕິດ​ຕໍ່​ເຮັດ​ທຸລະ​ກຳ​ທາງ​ການ​ເງິນ ເຄື່ອງມຸງຄຸນ​  ​ຄໍາຝຣັ່ງ ສີມຸງຄຸນສີ​ແດງ ເລກ​ນຳ​ໂຊກ​8 ຄົນເກີດວັນພຸດ:ການ​ງານ​ເຮັດວຽກ​ຮ່ວມ​ກັນ​ເປັນ​ທີມ​ງານ​ເກີດ​ຄວາມ​ເຄັ່ງຄຽດ ການ​ເງິນ​ ມີ​ໂຊກ​ເຂົ້າ​ມາ​ເຮັດໃຫ້​ຮູ້ສຶກ​ດີ​ໃຈແຕ່ໃຫ້ລະວັງລາຍຈ່າຍ ຄວາມ​ຮັກພົບ​​ຄົນ​ຜິວ​ຂາວ​ທີ່​ບໍ່​ໜ້າ​ໄວ້​ໃຈເຂົ້າມາໃຫ້ຮູ້ຈັກ ແລະ ຮູ້ສຶກດີ ເຄື່ອງມຸງຄຸນ​​ຫິນນໍາໂຊກສີແດງ ສີມຸງຄຸນສີຟ້າ ເລກ​ນຳ​ໂຊກ​3 ຄົນເກີດວັນພະຫັດ:ການ​ງານການ​ລົງ​ນາມ​ເອກະສານ​ສັນຍາ​ທຸລະກິດ​ເກີດ​ຄວາມ​ຊ້າຕ້ອງລະວັງເລື່ອງການເຊັນສັນຍາ ການ​ເງິນ​​​ຫາ​ເງິນ​ເຂົ້າ​ມາ​ໄດ້​ເປັນ​ຈຳນວນ​ຫຼາຍແຕ່ກໍຈ່າຍອອກໄປຫຼາຍເຊັ່ນກັນ ຄວາມ​ຮັກມີ​ໂອ​ກາດ​ພົບ​ຮັກ ພົບ​ຄູ່​ຄອງ ທີ່ຮູ້ສຶກດີ ແລະ ຮູ້ສຶກວ່າບຸກຄະລິກມີຄວາມຕົງຕາມທີ່ທ່ານມັກ ເຄື່ອງມຸງຄຸນ​​​ໄຂ່ມຸກ ສີມຸງຄຸນສີດໍາ ເລກ​ນຳ​ໂຊກ​1 ຄົນເກີດວັນສຸກ:ການ​ງານ​ໄດ້​ເລີ່ມ​ຕົ້ນ​ທຸລະກິດ​ໃໝ່​ຮ່ວມ​ກັບ​ທີມ​ງານ​ໄດ້​ກຳ​ໄລ​ເພີ່ມ​ຫຼາຍ​ຂຶ້ນ ການ​ເງິນ​​ມີ​ໂອ​ກາດ​ເຮັດ​ເລື່ອງ​ຂໍ​ເຄຣ​ດິດ​ກູ້​ຢືມ​ເງິນ​ຈາກ​ທະ​ນາ​ຄານ ​ ຄວາມ​ຮັກເກີດ​ຄວາມ​ຫ່າງ​ເຫີນ ​ແລະ ​ບໍ່​ເຂົ້າໃຈ​ກັນຕ້ອງລະວັງເລື່ອງຂອງອາລົມ ເຄື່ອງມຸງຄຸນ​​ຫິນນໍາໂຊກສີແດງ ສີມຸງຄຸນສີນໍ້າຕານ ເລກ​ນຳ​ໂຊກ​1 ຄົນເກີດວັນເສົາ:ການ​ງານມີ​ຄວາມ​ກ້າ​ຫາຍ​ທີ່​ຈະ​ຕັດ​ສິນ​ໃຈ​ສ້າງສັນ​ຜົນ​ງານ​ໄດ້​ຢ່າງ​ດີ​ເດັ່ນ ການ​ເງິນ​​ ຈະ​ໄດ້​ເງິນ​ຈາກ​ຄວາມສາມາດຂອງທ່ານເອງ ເພາະຢູ່ໃນໄລຍະເງິນທອງໄຫຼມາເທມາ ​ຄວາມ​ຮັກຄົນ​ຮັກ​ຈະ​ເຂົ້າ​ມາ​ຊ່ວຍ​ເຫຼືອ​ ແລະ​ ຄອຍ​ຖ້າ​ອຸປະຖຳທ່ານທຸກໆເລື່ອງ ເຄື່ອງມຸງຄຸນ​ […]