ຂ່າວ-Tou-Vientianepost - 2023-05-12T105424.317
ເດັກ 6 ປີ ລັກຂັບລົດພານ້ອງອອກໄປຊື້ຂອງຫຼິ້ນ ສຸດທ້າຍຂັບລົດຕຳເສົາໄຟຟ້າ
ຮຽບຮຽງໂດຍ:Staff
ເຜີຍແຜ່: 12 May, 2023

ໃນຊ້ວງຄ່ຳຂອງວັນອັງຄານ ທີ 10 ພຶດສະພາ 2023 ທີ່ຜ່ານມາ, ເວັບໄຊ້Sinchewເຜີຍວ່າ: ເກີດອຸບັດຕິເຫດທີ່ໜ້າຕົກໃຈຂຶ້ນພາຍໃນພຶ້ນທີ່ລັງກາວີ, ປະເທດມາເລເຊຍ ພາຍຫຼັງເຈົ້າໜ້າທີ່ກວດພົບລົດໃຫຍ່ ໜ້າສົງໃສ ຄັນໜຶ່ງ ເຊິ່ງຄາດວ່າເມົາແລ້ວຂັບ ກຳລັງຂັບຢູ່ຫົນທາງກ່ອນທີ່ຈະເສຍຫຼັກຕຳເຂົ້າກັບເສົາໄຟຂ້າງທາງ ຈົນເຮັດໃຫ້ລົດຢຸດໃນທີ່ສຸດ.

ຈາກການກວດສອບຂອງເຈົ້າໜ້າທີ່ພົບວ່າ: ຜູ້ຂັບລົດໃຫຍ່ຄັນດັ່ງກ່າວບໍ່ແມ່ນຄົນເມົາ ແຕ່ເປັນເດັກນ້ອຍຜູ້ຊາຍທີ່ມີອາຍຸພຽງ 6 ປີ ແລະ ຜູ້ໂດຍສານຂອງລາວ ຄືນ້ອງຊາຍອາຍຸ 3 ປີ ຕາມການລາຍງານລະບຸວ່າ: ພວກເຂົາທັງສອງຂັບລົດມາໄກກວ່າ 2,5 ກິໂລແມັດ ກ່ອນທີ່ຈະປະສົບອຸບັດຕິເຫດ ໂດຍຄົນເປັນອ້າຍໄດ້ຮັບບາດເຈັບບໍລິເວນໃບໜ້າ ສ່ວນຜູ້ເປັນນ້ອງບໍ່ໄດ້ຮັບອັນຕະລາຍ ແລະ ເຈົ້າໜ້າທີ່ນຳຕົວທັງສອງໄປໂຮງມໍ່ລັງເກີດເຫດທັນທີ.

ຈາກການສອບສວນເບື້ອງຕົ້ນພົບວ່າ: ເດັກນ້ອຍທັງສອງ ອາໃສຢູ່ກັບຄອບຄົວທີ່ບ້ານ ເຊິ່ງຫ່າງຈາກຈຸດເກີດເຫດປະມານ 2,5 ກິໂລແມັດ ໂດຍທັງຄູ່ນອນຫ້ອງດຽວກັນກັບຜູ້ເປັນແມ່ ສ່ວນພໍ່ແຍກໄປນອນອີກຫ້ອງ, ຊ່ວງກ່ອນເກີດເຫດຜູ້ເປັນແມ່ລຸກໄປເຂົ້າຫ້ອງນ້ຳ ກ່ອນກັບມາທີ່ຫ້ອງແລ້ວພົບວ່າ ລູກຊາຍທັງສອງຫາຍຕົວໄປພ້ອມກັບລົດຢູູ່ບ້ານ.

ຢ່າງໃດກໍຕາມເຫດການທີ່ເກີດຂຶ້ນ ເປັນຄະດີອຸບັດຕິເຫດຈາກການຂັບຂີ່ໂດຍປະມາດ ເຮັດໃຫ້ຕົນເອງແລະ ຄົນອື່ນຕົກຢູ່ໃນອັນຕະລາຍ ເຈົ້າໜ້າທີ່ຈຶ່ງຕ້ອງມີການດຳເນີນການທາງກົດໝາຍ ລວມທັງພໍ່ແມ່ຜູ້ປົກຄອງ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 23 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,465
21,676
thailand (1)
THB
645.78
658.05
european-union
EUR
23,022
23,483
china
CNY
2,893
2,951
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site_cover (46)
ເຄື່ອງບິນລຳນ້ອຍຕົກໃນຊານດິເອໂກ ໄຟໄໝ້ບ້ານ-ລົດເສຍຫາຍ ເສຍຊີວິດແລ້ວ 2 ສົບ ປ​ະຊາຊົນນັບຮ້ອຍຕ້ອງອົບພະຍົບ
site_cover (44)
ແມ່ຍິງ ດື່ມນ້ຳອັດລົມມື້ລະ 1 ກະປ໋ອງ ສ່ຽງເປັນມະເຮັງ ໃນຊ່ອງປາກເພີ່ມຂຶ້ນ 5 ເທົ່າ
site_cover (43)
ຍີ່ປຸ່ນສະເໜີຕັ້ງໜ່ວຍສືບສວນ UAP/UFO ແຫຼ່ງທຳອິດຂອງໂລກ ຫຼັງເຊື່ອວ່າວັດຖຸລຶກລັບອ້ອມປະເທດອາດມາຈາກຈີນ
site_cover (41)
ສະຕາບັກສ໌ເກົາຫຼີໃຕ້ຫ້າມໃຊ້ຊື່ຜູ້ຊິງປະທານາທິບໍດີສັ່ງກາແຟ ເພື່ອຮັກສາຄວາມເປັນກາງ
site_cover (39)
ແຈ້ງການມອດໄຟ ວັນທີ 23-25 ພຶດສະພາ 2025
site_cover (38)
ທຣຳສັ່ງມະຫາວິທະຍາໄລຮາວາດ ຫ້າມຮັບນັກສຶກສາຕ່າງປະເທດເພີ່ມ
site_cover (37)
ຢັບຢັ້ງຄ່າໄຟພຸ່ງສູງ 5 ອຸປະກອນທີ່ຄວນ "ຖອດປັ່ກ" ເມື່ອບໍ່ໃຊ້ງານ
site_cover (36)
ຈີນເພີ່ມຄວາມເຂັ້ມງວດການກວດສອບຖົ່ວລຽນແລະໝາກມີ້ທີ່ນຳເຂົ້າມາຈາກຫວຽດນາມ ເນື່ອງຈາກກວດພົບສານປົນເປື້ອນ ກໍ່ໃຫ້ເກີດມະເຮັງ
VP LANDSCAPE COVER - 2025-05-23T094323.908
ນວ ຈະທົດລອງສ້າງຕັ້ງຕາແສງທໍາອິດຢູ່ເມືອງໄຊທານີ
Copy of site cover (30)
ປົດລັອກ 17 ປີ "ຊົນ ຮຶງ ມິນ" ເປີດໃຈ "ສະເປີສ" ຄວ້າແຊມຢູໂຣປາລີກ ຫຼັງຊະນະແມນຢູ
ຢ່າລື່ມກົດຕິດຕາມ