ບໍລິສັດທາງລົດໄຟລາວ-ຈີນ ຈັດຊື້ລົດໄຟ EMU ເພີ່ມອີກຫນຶ່ງ 1 ຂະບວນເພື່ອຮອງຮັບຜູ້ໂດຍສານທີ່ເພີ່ມຂຶ້ນ

ບໍລິສັດທາງລົດໄຟລາວ-ຈີນ ຈັດຊື້ລົດໄຟ EMU ເພີ່ມອີກຫນຶ່ງ 1 ຂະບວນ, ຄາດວ່າຈະເດີນທາງມາເຖີງ ສປປ ລາວ ໃນໄວໆ ນີ້. ທ່ານ ອານົງເດດ ເພັດໄກສອນ, ຮອງຜູ້ອໍານວຍການບໍລິສັດທາງລົດໄຟລາວ-ຈີນ ໃຫ້ສໍາພາດຕໍ່ສື່ມວນຊົນລາວ- ຈີນ ໃນວັນທີ 20 ກັນຍາ 2023 ທີ່ສະຖານີລົດໄຟຫລວງພະບາງ ວ່າ: ລົດໄຟ EMU ທີ່ຈັດຊື້ມາໃຫມ່ນີ້ ເພື່ອເອົາມາຮອງຮັບການຂົນສົ່ງໂດຍສານ ທັງສາຍພາຍໃນ ແລະສາຍສາກົນ ເພື່ອຮອງຮັບການເພີ່ມຂື້ນຂອງຜູ້ໂດຍສານ ໂດຍສະເພາະໃນໂອກາດປີທ່ອງທ່ຽວລາວ 2024 ທີ່ຈະມາເຖີງນີ້. ປັດຈຸບັນ ບໍລິສັດທາງລົດໄຟລາວ-ຈີນ ບໍລິການລົດໄຟໂດຍສານທັງຫມົດ ຈໍານວນ 5 ຂະບວນຂະບວນຕໍ່ວັນ, ໃນນີ້ ມີຂະບວນ EMU ຈໍານວນ 4 ຂະບວນ ແລະ ອີກ 1 ຂະ ບວນແມ່ນຂະບວນທໍາມະດາ. ອິງຕາມຂໍ້ມູນຈາກບໍລິສັດທາງລົດໄຟລາວ-ຈີນ, ນັບແຕ່ມື້ເປີດນໍາໃຊ້ລົດໄຟ ລາວ – ຈີນ […]

ດວງລາຍວັນປະຈໍາວັນພະຫັດ ທີ 21 ກັນຍາ 2023

ຄົນເກີດວັນອາທິດ:ການ​ງານ ​ ຊື່​ສຽງ​ຂອງ​ທ່ານ​ຢູ່ໃນ​ເກນ​ທີ່​ດີ​ເພາະ​ຄວາມ​ສຳ​ເລັດ​ທີ່​ຕົນເອງ​ສ້າງ​ຂຶ້ນ​ມາ  ການ​ເງິນ   ຈະ​ໄດ້​ເງິນ​ເຂົ້າ​ມາ​ຢ່າງ​ຕໍ່​ເນື່ອງ​ດ້ວຍ​ຄວາມ​ສຳ​ເລັດ​ທາງ​ດ້ານ​ທຸລະກິດ ຄວາມ​ຮັກ  ຈະ​ພົບ​ໝູ່ເພື່ອນ​ຄູ່​ຄິດ​ທີ່​ດີ ​ແລະ ​ອາດ​ພັດທະນາ​ຄວາມ​ສຳພັນ​ເປັນ​ຄົນ​ຮັກ​ໄດ້ ເຄື່ອງມຸງຄຸນ ເງິນ ສີມຸງຄຸນ​ ສີດໍາ ເລກ​ນຳ​ໂຊກ​   8 ຄົນເກີດວັນຈັນ:ການ​ງານ  ໃຊ້​ຄວາມ​ສະຫລຽວ​ສະຫລາດ​ໃນ​ການ​ຕິດ​ຕໍ່​ເຈລະຈາ​ປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນ  ​ ຈະ​ໄດ້​ເງິນ​ເຂົ້າ​ມາ​ຢ່າງ​ຕໍ່​ເນື່ອງ ອາດເປັນຄົນທີ່ເຂົ້າມາຊ່ວຍເຫຼືອ ຄວາມ​ຮັກ​   ການ​ງານ​ນຳ​ພາ​ໄປ​ພົບ​ຮັກ​ທີ່​ດີ ຊຶ່ງອາດເປັນຄົນທີ່ທ່ານກໍຮູ້ຢູ່ແກ່ໃຈ ເຄື່ອງມຸງຄຸນ​  ຫິນນໍາໂຊກສີແດງ ສີມຸງຄຸນ   ສີຂາວ ເລກ​ນຳ​ໂຊກ​   0 ຄົນເກີດວັນອັງຄານ:ການ​ງານ  ການເຮັດ​ທຸລະກິດ​​ດ້ານ​ການ​ບັນ​ເທີງ ເຮັດ​ທຸລະກິດ​ດ້ານ​ການ​ຄ້າ​ອາຫານ ເຮັດ​ທຸລະກິດ​ດ້ານ​ການສຶກສາ  ໃນ​ຊ່ວງ​ນີ້​ໄດ້​ຜົນ​ກຳ​ໄລຫລາຍ​ຂຶ້ນ​ຢ່າງ​ເຫັນ​ໄດ້​ແຈ້ງ ການ​ເງິນ ຈະ​ພົບ​ຄວາມ​ເຄັ່ງຕຶງ​ດ້ານ​ການເຮັດ​ທຸລະ​ກິດທາງ​ດ້ານ​ການ​ເງິນ ຄວາມ​ຮັກ​  ໄລຍະນີ້​ຈະ​ມີ​ຄົນ​ເຂົ້າ​ມາ​ໃຫ້​ເລືອກ​ຫລາຍກວ່າ 1 ຄົນ ເຄື່ອງມຸງຄຸນ​  ແຫວນຄໍາ ສີມຸງຄຸນ ສີນໍ້າຕານ ເລກ​ນຳ​ໂຊກ​   6 ຄົນເກີດວັນພຸດ:ການ​ງານ  ໄລຍະ​ນີ້​ກຳ​ລັງ​ປຶກ​ສາ​ກັບ​ຫຸ້ນ​ສ່ວນ​ຫລື​ທີມ​ງານ​ທີ່​ຈະ​ຂະຫຍາຍ​ທຸລະກິດ ການ​ເງິນ  ມີ​ໂຊກ​ຈາກທາງຊັບສິນ ອາດຈະໄດ້ຂາຍທີ່ດິນ ຫຼື ຊື້ທີ່ດິນທີ່ລາຄາເປັນກັນເອງ ຄວາມ​ຮັກ  ຈະ​ພົບ​ຮັກ​ກັບ​ຄົົນທີ່​ຢູ່​ໄກ​ຕົວ ແຕ່ກໍອາດເປັນຄົນທີ່ທ່ານບໍ່ເຄີຍຄິດ ເຄື່ອງມຸງຄຸນ​​  ໄຂ່ມຸກ ສີມຸງຄຸນ ສີ​ແດງ ເລກ​ນຳ​ໂຊກ​   3 ຄົນເກີດວັນພະຫັດ:ການ​ງານ​   ກຳ​ລັງ​ເລີ່ມ​ທຸລະກິດ​ທີ່​ຈະ​ນຳ​ພາ​ໂອ​ກາດ ​ແລະ ​ຄວາມ​ສຳ​ເລັດ​ທີ່​ດີ​ມາສູ່​ຕົນ ການ​ເງິນ ຈະ​ໄດ້​ເງິນ​ກ້ອນ​ໃຫຍ່​ເຂົ້າ​ມາ​ເພີ່ມ​ຂຶ້ນ ໃນໄລຍະນີ້ ຄວາມ​ຮັກ ຕ້ອງ​ໃຊ້​ເວລາ​ເບິ່ງ​ໃຈ​ກັນ​ຕໍ່ໄປ​ຈຶ່ງ​ຈະ​ດີ ເພາະໄລຍະນີ້ທ່ານ ແລະ ຄົນຮັກມີບັນຫາກັນທຸກເວລາ ເຄື່ອງມຸງຄຸນ ຄໍາຝຣັ່ງ ສີມຸງຄຸນ  ສີ​ເຫຼືອງ ເລກ​ນຳ​ໂຊກ​ 5 […]

ແຈ້ງການ ຈາກກະຊວງສາທາລະນະສຸກ ພົບຜູ້ຕິດເຊື້ອພະຍາດໝາກສຸກລີງ Monkey Pox ກໍລະນີທຳອິດໃນລາວ

ກະຊວງສາທາລະນະສຸກ ແຈ້ງການເລກທີ 1045/ສທ ເລື່ອງ: ເອົາໃຈໃສ່ຕິດຕາມເຝົ້າລະວັງ ແລະ ປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການລະບາດຂອງ ພະຍາດໝາກສຸກລີງ Monkey Pox (Mpox) ໃນ ສປປ ລາວ. ເນື່ອງຈາກວ່າ ປັດຈຸບັນມີການຢັ້ງຢືນກໍລະນີຕິດເຊື້ອພະຍາດຫມາກສຸກລuງ ກໍລະນີທຳອິດ ຢູ່ໃນ ສປປ ລາວ; ເຊິ່ງ ຜູ້ກ່ຽວມີປະຫວັດການຕິດເຊື້ອມາຈາກປະເທດໃກ້ຄຽງ, ສົມທົບກັບ ການເດີນທາງເຂົ້າ-ອອກ ຂອງປະຊາຊົນລາວ ແລະ ບັນດານັກທ່ອງທ່ຽວຈາກປະເທດໃກ້ຄຽງ, ບັນດາປະເທດທີ່ມີການລາຍງານຕົວເລກການຕິດເຊື້ອພະຍາດໝາກລີງ, ເຮັດໃຫ້ ສປປ ລາວ ມີຄວາມສ່ຽງທີ່ອາດຈະພົບກໍລະນີນໍາເຂົ້າ ແລະ ຕິດເຊື້ອໃນປະເທດເພີ່ມຂຶ້ນໃນຕໍ່ຫນ້າ. ກະຊວງສາທາລະະສຸກ ຈຶ່ງແຈ້ງມາຍັງ ທ່ານຫົວໜ້າ/ຮອງພະແນກສາທາລະນະສຸກແຂວງ ແລະ ນະຄອນຫຼວງວຽງຈັນ ເພີ່ມທະວີເອົາໃຈໃສ່ໃນການຕິດຕາມເຝົ້າລະວັງ, ການປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການ ລະບາດຂອງພະຍາດໝາກສຸກລີງ ໃນກຸ່ມຜູ້ໂດຍສານທີ່ເດີນທາງເຂົ້າ ສປປ ລາວ, ໂດຍສະເພາະ ແຂວງທີ່ມີຊາຍແດນຕິດກັບປະເທດທີ່ມີກໍລະນີການລາຍງານການຕິດເຊື້ອ ດັ່ງລຸ່ມນີ້ : ມອບໃຫ້ແຕ່ລະແຂວງ, ນະຄອນຫຼວງປະເມີນຄວາມສ່ຽງໃນເບື້ອງຕົ້ນຂອງແຂວງຕົນ […]

ທ່ານ ນາຍົກລັດຖະມົນຕີ ເຂົ້າຮ່ວມງານ ວາງສະແດງສິນຄ້າ ອາຊຽນ-ຈີນ ຄັ້ງທີ 20

ໂດຍຕອບສະໜອງຕາມການເຊື້ອເຊີນ ຈາກລັດຖະບານແຫ່ງ ສາທາລະນະລັດ ປະຊາຊົນຈີນ, ໃນລະຫວ່າງວັນທີ 16-18 ກັນຍາ 2023, ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມງານວາງສະແດງສິນຄ້າອາຊຽນ-ຈີນ ຄັ້ງທີ 20 ແລະ ກອງປະຊຸມ ສຸດຍອດການຄ້າ-ການລົງທຶນ ອາຊຽນ-ຈີນ ຄັ້ງທີ 20 ທີ່ນະຄອນໜານໜິງ, ແຂວງກວາງຊີ, ສປ ຈີນ ພາຍໃຕ້ຄຳຂວັນ: “ຮ່ວມແຮງກັນ ເພື່ອຄວາມກົມກຽວ, ເປັນຄູ່ຮ່ວມອະນາຄົດດຽວກັນ” ແລະ “ສົ່ງເສີມການພັດທະນາທີ່ມີຄຸນນະພາບສູງ ຂອງຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງ ແລະ ຮັກສາ ຄວາມເປັນສູນກາງ ແຫ່ງການຈະເລີນເຕີບໂຕອັນໃໝ່” ເຊິ່ງໃນປີ 2023 ນີ້ ຖືເປັນປີທີ່ມີຄວາມໝາຍສໍາຄັນຫລາຍຢ່າງ ເພາະແມ່ນປີແຫ່ງການສະເຫລີມ ສະຫລອງ ງານວາງສະແດງສິນຄ້າອາຊຽນ-ຈີນ ຄົບຮອບ 20 ປີ; ເປັນປີແຫ່ງການສະເຫລີມ ສະ ຫລອງຂໍ້ລິເລີ່ມໜຶ່ງແລວ, ໜຶ່ງເສັ້ນທາງ ຄົບຮອບ 10 […]

ດວງລາຍວັນປະຈໍາວັນພຸດ ທີ 20 ກັນຍາ 2023

ຄົນເກີດວັນອາທິດ:ການ​ງານ   ການ​ເຈລະ​ຈາ​ຕໍ່​ລອງຈະ​ເກີດ​ຄວາມ​ສຳ​ເລັດ ການ​ເງິນ ຈະ​ໄດ້​ເງິນ​ກ້ອນ​ໃຫຍ່ ເຂົ້າມາໃນການໃຊ້ຈ່າຍ ຄວາມ​ຮັກ   ໄດ້​ພົບ​ຮັກ​ກັບ​ຄົນ​ໃຈ​ບຸນເຂົ້າມາໃຫ້ທ່ານໄດ້ຮູ້ຈັກ ເຄື່ອງມຸງຄຸນ  ໄຂ່ມຸກ ສີມຸງຄຸນ​ ສີເຫຼືອງ ເລກ​ນຳ​ໂຊກ​   1 ຄົນເກີດວັນຈັນ:ການ​ງານ ການ​ເຈລະຈາ​ຕໍ່​ລອງ​ກັບ​ຜູ້ໃຫຍ່​ຈະເກີດ​ຄວາມ​ສຳ​ເລັດ ການ​ເງິ​ິນ  ພົບ​ເລື່ອງ​ເຄັ່ງຄຽດ​ກ່ອນ​ແລ້ວ​ຈະ​ໄດ້​ຊັບສິນເຂົ້າມາໃນການໃຊ້ຈ່າຍ ​ຄວາມ​ຮັກ   ພົບ​ຄົນ​ມີ​ສະເໜ່ເຂົ້າມາໃຫ້ຮູ້ຈັກ ມີ​ອາ​ຍຸ​ຫຼາຍກວ່າ ເຄື່ອງມຸງຄຸນ​ ແຫວນຄໍາ ສີມຸງຄຸນ ສີນໍ້າຕານ ເລກ​ນຳ​ໂຊກ​   2 ຄົນເກີດວັນອັງຄານ:ການ​ງານ   ຄ້າ​ຂາຍ​ຈະເລີນ​ຮຸ່ງ​ເຮືອງ​ດີ ເປັນຄົນມີຄວາມສາມາດ ການ​ເງິນ  ມີ​ຖານະ​ລໍ່າລວຍ​ກວ່າ​ແຕ່​ກ່ອນໃນໄລຍະນີ້ ຄວາມ​ຮັກ  ໄດ້​ພົບ​ຄົນ​ມີສະເໜ່ ຊ່ວຍເຫຼືອທຸຢ່າງ ທ່ານ​ຈະ​ນຳ​ຄວາມ​ລ້ຳລວຍ​ມາສູ່​ທ່ານ ເຄື່ອງມຸງຄຸນ​ ເງິນ ສີມຸງຄຸນ ສີຂາວ ເລກ​ນຳ​ໂຊກ​  5 ຄົນເກີດວັນພຸດ:ການ​ງານ ໃຊ້​ເງິນ​ລົງ​ທຶນ​ຊື້​ສິນ​ຄ້າ​ກຽມ​ພ້ອມ​ທີ່​ຈະ​ຂາຍ​ໃຫ້​ໄດ້​ກຳ​ໄລ​ງາມ ການ​ເງິນ  ໄດ້​ເງິນ​ກ້ອນ​ໃຫຍ່​ຫຼາຍກວ່າ​ທີ່​ເຄີຍ​ໄດ້ຮັບ​ມາ​ກ່ອນ​ໜ້າ​ນີ້ ຄວາມ​ຮັກ ​ໄດ້​ພົບ​ຄູ່​ຄອງ​ທີ່​ຖືກ​ໃຈເຂົ້າມາເປັນສ່ວນໜຶ່ງຂອງທ່ານ ເຄື່ອງມຸງຄຸນ ຫິນນໍາໂຊກສີແດງ ສີມຸງຄຸນ ສີເທົາ ເລກ​ນຳ​ໂຊກ​    6 ຄົນເກີດວັນພະຫັດ:ການ​ງານ​ ເຮັດ​ທຸລະກິດ​ດ້ານ​ວົງ​ການ​ບັນ​ເທີງ​ມີ​ຊື່​ສຽງ​ໂດ່ງ​ດັງ ການ​ເງິນ​ ເສຍ​ຊັບ​ໃຫ້​ກັບ​ບໍລິວານ ຕ້ອງລະວັງເລື່ອງລາຍຈ່າຍ ຄວາມ​ຮັກ ຄົນ​ຮັກ​ບໍ່​ຄ່ອຍ​ມີ​ເວລາ​ໃຫ້​ເລີຍໃນໄລຍະນີ້ ວຽກງານອາດຫຼາຍກວ່າແຕ່ກ່ອນ ເຄື່ອງມຸງຄຸນ​  ຄໍາຝຣັ່ງ ສີມຸງຄຸນ  ສີ​ດໍາ ເລກ​ນຳ​ໂຊກ​  7 ຄົນເກີດວັນສຸກ:ການ​ງານ ທຸລະກິດ​ເລັ່ງ​​ແຕ່​ໄດ້​ກຳ​ໄລ​ງາມເຂົ້າມາເປັນທຶນໃນການເກັບກໍາ ການ​ເງິນ ໄດ້​ເງິນ​ກ້ອນ​ໃຫຍ່ເຂົ້າມາຊ່ວຍໃນການບໍລິຫານທຸລະກິດ ຄວາມ​ຮັກ ໝູ່ເພື່ອນ​ຈະ​ແນະ​ນຳ​ໃຫ້​ຮູ້​ຈັກ​ຄົົນທີ່​ມີ​ສະເໜ່ ເກັ່ງ ມີຄວາມສາມາດ ເຄື່ອງມຸງຄຸນ​​  ເງິນ ສີມຸງຄຸນ ສີແດງ ເລກ​ນຳ​ໂຊກ​   8 ຄົນເກີດວັນເສົາ:ການ​ງານ  ເຮັດ​ທຸລະກິດ​ຈະເລີນ​ຮຸ່ງ​ເຮືອງ​ດີແຕ່ຕ້ອງລະວັງເລື່ອງການລົງທຶນ ການ​ເງິນ ໄດ້​ຊັບ​ຫຼາຍ​ເປັນ​ພິເສດ ແຕ່ກໍມີລາຍຈ່າຍຫຼາຍເປັນພິເສດ […]

ດວງລາຍວັນປະຈໍາວັນຈັນ ທີ 18 ກັນຍາ 2023

ຄົນເກີດວັນອາທິດ:ການ​ງານ ຜູ້ໃຫຍ່​ມາ​ສະໜັບ​ສະໜຸນຊ່ວຍ​ເຫຼືອ​ເລື່ອງ​ເງິນ​ທຶນ ການ​ເງິນ ມີ​ການ​ໃຊ້​ຈ່າຍ​ເງິນ​ອອກ​ໄປ​ເປັນ​ຈຳນວນ​ຫຼາຍ ຄວາມ​ຮັກ ໄດ້​ພົບ​ຮັກ​ກັບ​ຄົນ​ໃກ້​ຕົວ​ໂດຍ​ບໍ່ທັນຕັ້ງໂຕ ເຄື່ອງມຸງຄຸນ ຄໍາຝຣັ່ງ ສີມຸງຄຸນ​ ເງິນ ເລກ​ນຳ​ໂຊກ​ 9 ຄົນເກີດວັນຈັນ:ການ​ງານ ຕັດ​ສິນ​ໃຈ​ເລີ່ມ​ເຮັດ​ທຸລະກິດ​ໃໝ່​ວາງ​ແຜນ​ດ້ວຍ​ຄວາມ​ສະຫຼຽວ​ສະຫຼາດ​ປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນ​ ຜູ້ໃຫຍ່​ຈະ​ອຸປະຖຳ​ດ້ານ​ການ​ເງິນ ຄວາມ​ຮັກ​ ມີ​ໂອ​ກາດ​ພົບ​ຮັກ​ກັບ​ຄົນ​ຜິວ​ສອງ​ສີ ເຄື່ອງມຸງຄຸນ ເງິນ ສີມຸງຄຸນ ສີດໍາ ເລກ​ນຳ​ໂຊກ​   6 ຄົນເກີດວັນອັງຄານ:ການ​ງານ ລົງ​ນາມ​ເອກະສານ​ສັນຍາ​ການ​ລົງ​ທຶນ​ປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນ ມີ​ໂອ​ກາດ​ໄດ້​ເງິນ​ກ້ອນ​ໃຫຍ່ ຄວາມ​ຮັກ ມີ​ໂອ​ກາດ​ພົບ​ຮັກ​ກັບ​ຄົນທີ່​ເປັນ​ຜູ້ໃຫຍ່ ເຄື່ອງມຸງຄຸນ​ ໄຂ່ມຸກ ສີມຸງຄຸນ ສີ​ແດງ ເລກ​ນຳ​ໂຊກ​   1 ຄົນເກີດວັນພຸດ:ການ​ງານ ​ຕ້ອງ​ຮັບ​ຜິດຊອບ​ໜ້າທີ່​ການ​ງານ​ຫຼາຍ​ເພີ່ມ​ຂຶ້ນ ການ​ເງິນ ໄລຍະນີ້​ໃຊ້​ເງິນ​ຫຼາຍ​ເປັນ​ພິເສດ ຄວາມ​ຮັກ ສຸກ​ສົມ​ຫວັງ​ໃນ​ເລື່ອງ​ຮັກ ເຂົ້າມາເຮັດໃຫ້ທ່ານມີຊີວິດຊີວາ ເຄື່ອງມຸງຄຸນ​​ຫິນນໍາໂຊກສີແດງ ສີມຸງຄຸນ ສີນໍ້າຕານ ເລກ​ນຳ​ໂຊກ​   3 ຄົນເກີດວັນພະຫັດ:ການ​ງານ ມີ​ຄວາມ​ສ້າງສັນ​ໃນ​ການສ້າງ​ທຸລະກິດ​ປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນ  ມີ​ໂອ​ກາດ​ເສຍ​ເງິນ​ຊ່ວຍ​ເຫຼືອ​ບໍລິວານ ຄວາມ​ຮັກ ມີ​ໂອ​ກາດ​ພົບ​ຮັກ​ກັບ​ຄົນ​ຜິວ​ຂາວ ອາດເປັນເນື້ອຄູ່ຂອງທ່ານ ເຄື່ອງມຸງຄຸນ  ຫິນນໍາໂຊກສີແດງ ສີມຸງຄຸນ  ສີຂາວ ເລກ​ນຳ​ໂຊກ   1 ຄົນເກີດວັນສຸກ:ການ​ງານ​  ມີ​ການເດີນທາງ​ໄກ​ນັດ​ເຈລະ​ຈາ​ກັບ​ລູກ​ຄ້າ​ປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນ ເຂົ້າ​ສູ່​ສະພາ​ວະເຄັ່ງ​ຕຶງ​ອາດມີບັນຫາເລື່ອງຂອງເງິນເຂົ້າມາໃຫ້ວຸ່ນວາຍ ຄວາມ​ຮັກ ມີ​ໂອ​ກາດ​ພົບ​ຮັກ​ໂດຍ​ບໍ່ທັນຕັ້ງໂຕກັບຄົນທີ່ມີສະເໜ່ ເຄື່ອງມຸງຄຸນ​​  ຄໍາ ສີມຸງຄຸນ    ສີມ່ວງ ເລກ​ນຳ​ໂຊກ​  4 ຄົນເກີດວັນເສົາ:ການ​ງານ  ເດີນທາງ​ຕິດ​ຕໍ່​ທຸລະກິດ​ເກີດ​ຜົນ​ປະໂຫຍດ​ທີ່​ດີ ການ​ເງິນ  ມີ​ໂອ​ກາດ​ໄດ້ຮັບ​ໂຊກ​ຈາກ​ຜູ້ໃຫຍ່ເພາະທ່ານຊ່ວຍອຸປະຖໍາ ຄວາມ​ຮັກ   ມີ​ໂອ​ກາດ​ພົບ​ຮັກ​ກັບ​ຄົນ​ຜິວ​ສອງ​ສີ ເຄື່ອງມຸງຄຸນ​ ເງິນ ສີມຸງຄຸນ ສີສົ້ມ ເລກ​ນຳ​ໂຊກ​   4

ປະທານປະເທດ ສຳເລັດການ ເຂົ້າຮ່ວມກອງປະຊຸມສຸດຍອດປະມຸກລັດ ແລະ ຫົວໜ້າລັດຖະບານຂອງບັນດາປະເທດກຸ່ມ 77 ແລະ ຈີນ

ໃນວັນທີ 15-16 ກັນຍາ 2023 ນີ້, ທີ່ ນະຄອນຫລວງ ລາຮາວານ, ສາທາລະນະລັດ ກູບາ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນທາງການ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດບັນດາປະມຸກລັດ ແລະ ຫົວໜ້າລັດຖະບານຂອງບັນດາປະເທດ ກຸ່ມ 77 ແລະ ຈີນ, ເຊິ່ງຈັດຂຶ້ນທີ່ ຫໍປະຊຸມແຫ່ງຊາດຂອງ ສ ກູບາ ພາຍໃຕ້ຫົວຂໍ້: ບັນດາສິ່ງທ້າທາຍໃນການພັດທະນາໃນປັດຈຸບັນ: ບົດບາດຂອງວິທະຍາສາດ, ເຕັກໂນໂລຊີ ແລະ ລະນະວັດຕະກຳ (Current Development Challenges: the Role of Science, Technology and Innovation), ພາຍຫລັງຈາກສຳເລັດການຢ້ຽມຢາມລັດຖະກິດ ສ ກູບາ ຢ່າງເປັນທາງການກ່ອນໜ້ານີ້. ກອງປະຊຸມສຸດຍອດດັ່ງກ່າວ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ […]

ສອງນາຍົກລັດຖະມົນຕີ ລາວ-ຈີນ ພົບປະ ຢ່າງເປັນທາງການຢູ່ທີ່ ນະຄອນໜານໜິງ

ໃນໂອກາດເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 20 ຢູ່ທີ່ນະຄອນໜານໜິງ, ສປ ຈີນ, ຕອນແລງວັນທີ 16 ກັນຍາ 2023 ຢູ່ທີ່ ສູນປະຊຸມສາກົນໂຮງແຮມລີ້ຢວນ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ແຫ່ງ ສປປ ລາວ ໄດ້ພົບປະຢ່າງເປັນທາງການ ກັບສະຫາຍ ຫລີ ສຽງ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ແຫ່ງ ສປ ຈີນ, ເຊິ່ງການພົບປະຢ່າງເປັນທາງການຂອງສອງສະຫາຍຄັ້ງນີ້ ຖືວ່າເປັນຄັ້ງທໍາອິດ ພາຍຫລັງໄດ້ຮັບການເເຕ່ງຕັ້ງເປັນນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ເເລະ ແຫ່ງ ສປ ຈີນ ເພື່ອສືບຕໍ່ຮັດເເໜ້ນການພົວພັນການຮ່ວມມືສອງຝ່າຍ ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ. ໃນໂອກາດພົບປະ, ສະຫາຍນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ສະຫາຍນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ແຫ່ງ ສປປ ລາວ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ […]

ແຈ້ງໂຈະຊົ່ວຄາວ ໂຄງການພັດທະນາພະລັງງານລົມ,ແສງຕາເວັນ ແລະ ເຂື່ອນປ້ຳນ້ຳສູບເກັບ

ວັນທີ 15 ກັນຍາ 2023, ຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ອອກແຈ້ງການສະບັບເລກທີ 3630 ເພື່ອແຈ້ງເຖິງກົມ, ສະຖາບັນ ແລະ ພະແນກພະລັງງານ ແລະ ບໍ່ແຮ່ ຂັ້ນແຂວງ ທີ່ຂຶ້ນກັບກະຊວງພະລັງງານ ແລະ ບໍ່ແຮ່, ໃຫ້ໂຈະຊົ່ວຄາວ ການຄົ້ນຄວ້າພິຈາລະນາໂຄງການ ພັດທະນາພະລັງງານລົມ, ແສງຕາເວັນ, ເຂື່ອນປ້ຳນໍ້າສູບເກັບ (Pumped Storage Power) ແລະ Hydrogen ທີ່ສະເໜີມາໃນໄລຍະນີ້, ເພື່ອໃຫ້ກົມນະໂຍບາຍ ແລະ ແຜນພະລັງງານຮ່າງແຜນແມ່ບົດພະລັງງານໃຫ້ສໍາເລັດກ່ອນ. ທັງນີ້ກໍເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາພະລັງງານໄຟຟ້າ ຢູ່ ສປປລາວ ມີການເຕີບໃຫຍ່, ຂະຫຍາຍຕົວຢ່າງໜັກແໜ້ນ ທັງຮັບປະກັນໃຫ້ດຳເນີນໄປຕາມແຜນພັດທະນາເສດຖະກິດ-ສັງຄົມຂອງປະເທດ.

ບໍລິສັດຍອດງື່ມ ພາວເວີ້ ເລີ່ມຈຳໜ່າຍນໍ້າມັນແອັດຊັງທຳມະດາ ທີ່ປຸງແຕ່ງເອງ ລາຄາຖືກກວ່ານໍ້າມັນແອັດຊັງທີ່ນຳເຂົ້າເຖິງ 930 ກີບ

ບໍລິສັດ ຍອດງື່ມພາວເວີ ມະຫາຊົນ ໄດ້ເລີ່ມຈຳໜ່າຍນໍ້າມັນແອັດຊັງທຳມະດາ ທີ່ປຸງແຕ່ງ ແລະ ຜະລິດຈາກໂຮງງານປຸງແຕ່ງນໍ້າມັນຍອດງື່ມພາວເວີຂອງບໍລິສັດຍອດງື່ມພາວເວີມະຫາຊົນ ເປັນຄັ້ງທຳອິດ ເຊິ່ງມີລາຄາທີ່ຖືກກວ່ານໍ້າມັນແອັດຊັງທີ່ນຳເຂົ້າເຖິງ 930 ກີບ. ທ່ານ ສົມຫວັງ ຄຸຣຸລັດ ຜູ້ອຳນວຍການໃຫຍ່ບໍລິສັດຍອດງື່ມພາວເວີມະຫາຊົນ ກ່າວຕໍ່ສື່ມວນຊົນຂອງແຂວງຊຽງຂວາງ ໃນວັນທີ 12 ກັນຍາ 2023 ວ່າ: ເລີ່ມແຕ່ວັນທີ 12 ກັນຍາ 2023 ເປັນຕົ້ນໄປ ບໍລິສັດຍອດງື່ມພາວເວີ ໄດ້ຫຼຸດລາຄານໍ້າມັນແອັດຊັງທຳມະດາທີ່ຜະລິດຈາກໂຮງງານປຸງແຕ່ງນໍ້າມັນຍອດງື່ມພາວເວີຂອງບໍລິສັດຍອດງື່ມພາວເວີມະຫາຊົນລົງ 930 ກີບຕໍ່ລິດ ເຊິ່ງການຫຼຸດລາຄາດັ່ງກ່າວ ໄດ້ເລີ່ມປະຕິບັດຢູ່ບັນດາປໍ້າຕົວແທນຂອງນໍ້າມັນເຊື້ອໄຟລາວພາຍໃນແຂວງຊຽງຂວາງ ແລະ ສືບຕໍ່ໄປຍັງແຂວງຫົວພັນ ແລະ ແຂວງໄຊສົມບູນ ຕື່ມອີກ. ປັດຈຸບັນໂຮງງານປຸງແຕ່ງນໍ້າມັນເຊື້ອໄຟ ຍອດງື່ມພາວເວີ ຂອງບໍລິສັດຍອດງື່ມພາວເວີມະຫາຊົນແມ່ນໄດ້ທຳການຜະລິດ ສາມາດປຸງແຕ່ງນໍ້າມັນແອັດ ຊັງທຳມະດາ ໄດ້ 10 ລ້ານລິດຕໍ່ເດືອນ ເຊິ່ງຄາດວ່າຈະເພີ່ມກຳລັງການຜະລິດຕື່ມອີກ ຈາກ 10 ລ້ານລິດ/ເດືອນມາເປັນ 30 ລ້ານລິດ/ເດືອນ ໃນປີ 2024, ຈະສາມາດສົ່ງອອກຈໍາໜ່າຍພາຍໃນແຂວງຊຽງຂວາງ, ຫົວພັນ, […]