ເມືອງຕົ້ນເຜິ້ງ ຮື້ຖອນປ້າຍໂຄສະນາທີ່ບໍ່ຖືກລະບຽບ

ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ລົງຮື້ຖອນປ້າຍໂຄສະນາ, ປ້າຍບອກຊື່, ປ້າຍທີ່ຕິດລາຄາເປັນເງິນຕາຕ່າງປະເທດ ແລະ ປ້າຍອື່ນໆ ທີ່ບໍ່ຖືກຕ້ອງຕາມລະບຽບຂອງ ສປປ ລາວ ເມື່ອມໍ່ໆມານີ້ ພາຍໃນເມືອງຕົ້ນເຜິ້ງ. ການລົງຮື້ຖອນດັ່ງກ່າວໄດ້ຮື້ຖອນປ້າຍຫຼາຍກວ່າ 30 ປ້າຍທີ່ບໍ່ຖືກລະບຽບຂອງ ສປປ ລາວ ເຊັ່ນ: ປາຍທີ່ບໍ່ມີໂຕໜັງສືລາວ (ພາສາຈີນ, ຫວຽດນາມ..), ປ້າຍທີ່ໂຕໜັງສືຕ່າງປະເທດຂື້ນກ່ອນ ພາສາລາວ ແລະ ປ້າຍໂຕໜັງສືໃຫຍ່ກວ່າໂຕໜັງສືລາວ, ປ້າຍທີ່ຕິດລາຄາສິນຄ້າເປັນສະກຸນເງິນຕາຕ່າງປະເທດ ແລະ ປ້າຍອື່ນໆ. ການລົງຮື້ຖອນນີ້ແມ່ນອີງຕາມດຳລັດ 209 ຂອງປະທານປະເທດກ່ຽວກັບການປະກາດໃຊ້ກົດໝາຍວ່າດ້ວຍປ້າຍ, ເນື້ອໃນ, ສີພື້ນ, ສີຕົວໜັງສື ແລະ ຄວາມຮຸ່ງແຈ້ງຂອງປ້າຍ. ແຫຼ່ງຂໍ້ມູນ: ໜັງສືພິມແຂວງບໍ່ແກ້ວ

ເຂດຮ່ວມມືເສດຖະກິດບໍ່ເຕນ-ບໍ່ຫານ ຈະສູມໃສ່ໃນ 5 ໜ້າວຽກທີ່ສໍາຄັນ

ທ່ານ ເລຢີ້ຮຸຍ, ກຳມະການຄະນະພັກ, ຮອງຫົວໜ້າຄະນະກຳມະການຄຸ້ມຄອງເຂດຮ່ວມມືເສດຖະກິດບໍ່ເຕນ-ບໍ່ຫານ ລາວ-ຈີນ ໄດ້ໃຫ້ສຳພາດ ເມື່ອມໍ່ໆມານີ້ ໃນຫົວຂໍ້ “ການເປັນເຫຼົ່າທັບນຳໜ້າໃນການພັດທະນາເສດຖະກິດ- ສັງ ຄົມຂອງແຂວງ ທີ່ດີ” ວ່າ: ປີ 2024, ເຂດຮ່ວມມືເສດຖະກິດບໍ່ເຕນ-ບໍ່ຫານ ຈະສູມໃສ່ໃນ 5 ໜ້າວຽກທີ່ສໍາຄັນ ຄື: ການກໍ່ສ້າງໂຄງການ, ລະດົມການລົງທຶນໃຫ້ເກີດຜົນເປັນຈິງ, ຊີວິດການເປັນຢູ່ ແລະ ສະຫວັດດີການທີ່ດີຂອງປະຊາຊົນ, ເປີດປະຕູສູ່ພາຍ ນອກ ແລະ ການພັດທະນາຂອງພາກພື້ນ,ໃນເບື່ອງຕົ້ນ ໄດ້ວາງ ແຜນ 134  ໂຄງການທີ່ສຳຄັນຢູ່ຕົວເມືອງດ່ານສາກົນບໍ່ຫານ ດ້ວຍມູນຄ່າການລົງທຶນທັງໝົດແມ່ນ 67.846 ຕື້ຢວນ ແລະ ແຜນການລົງທຶນປະຈຳປີແມ່ນ 6 ຕື້ 500 ລ້ານຢວນ. ທ່ານ ເລຢີ້ຮຸຍໄດ້ກ່າວຕື່ມວ່າ: ນອກຈາກນີ້, ເຂດການຮ່ວມມືບໍ່ເຕ່ນ-ບໍ່ຫານ ຍັງຈະເໜັ້ນໜັກ 4 ວຽກງານສຳຄັນຄື: ເລັ່ງລັດການດຶງດູດການລົງທຶນ, ຊຸກຍູ້ບັນດາໂຄງການ, ປັບປຸງສະພາບແວດລ້ອມ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ, ໂດຍນຳໃຊ້ບົດບາດຂອງ […]

ລາວ ແລະ ແຂວງເຮີຍຫຼົງຈ່ຽງ ເພິ່ມທະວີການຮ່ວມມືເພື່ອຊຸກຍູ້ສົ່ງເສີມການຄ້າ ການລົງທຶນ

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ)  ແລະ ສະພາສົ່ງເສີມການຄ້າສາກົນ ສປ ຈີນ (CCPIT)  ສາຂາ ແຂວງ ເຮີຍຫຼົງຈ່ຽງ, ເພິ່ມທະວີການຮ່ວມມືເພື່ອຊຸກຍູ້ສົ່ງເສີມການຄ້າ ການລົງທຶນ. ອີງຕາມການລາຍງານຂອງ ສຄອຊ ເມື່ອບໍ່ດົນມານີ້ ທ່ານ ນາງ ຈັນທະຈອນ ວົງໄຊ  ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ) ໄດ້ຕ້ອນຮັບ ຄະນະ ສະພາສົ່ງເສີມການຄ້າສາກົນ ສປ ຈີນ (CCPIT) ສາຂາ ແຂວງ ເຮີຍຫຼົງຈ່ຽງ ນໍາໂດຍ ທ່ານ  ຫຼີ ຊວນ ເຊິງ  ຮອງເລຂາທິການ ທີ່ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ທີ່ ສປປ ລາວ. ຈຸດປະສົງຕົ້ນຕໍໃນການມາຢ້ຽມຢາມຂອງຄະນະດັ່ງກ່າວ ແມ່ນເພື່ອຮັດແໜ້ນຄວາມສາມັກຄີ ລະຫວ່າງ ສຄອຊ ແລະ […]

ຮ່ວມມືຈັດຕັ້ງ ປະຕິບັດລະບົບເພື່ອຄຸ້ມຄອງ ຕິດຕາມກະແສເງິນຕາ ຈາກຕ່າງປະເທດ

ກະຊວງການເງິນ, ທະນາຄານແຫ່ງ ສປປ ລາວ  ແລະ ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມືຈັດຕັ້ງປະຕິບັດລະບົບບໍລິການກະແສເງິນຕາຕ່າງປະເທດ(CMS) ຊ່ວຍພາກລັດ, ຜູ້ປະກອບການ ແລະ ທະນາຄານໃຫ້ສາມາດຄຸ້ມຄອງຕິດຕາມກະແສການເງິນຈາກຕ່າງປະເທດທັງໃນເວລາທີ່ສົ່ງອອກ-ນຳເຂົ້າ ຫຼືວ່າຈະເປັນການລົງທຶນຈາກຕ່າງປະເທດໃຫ້ມີຄວາມສະດວກສະບາຍງ່າຍ ແລະ ແບບ Real-time. ໂດຍພິທີດັ່ງກ່າວ ມີຂຶ້ນໃນໂອກາດ ທະນາຄານແຫ່ງ ສປປ ລາວ (ທຫລ)ຈັດກອງປະຊຸມເປີດກວ້າງວຽກງານທະນາຄານ ປະຈຳປີ 2023 ທີ່ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ. ຮ່ວມລົງນາມໃນຄັ້ງນີ້ ຕາງໜ້າກະຊວງການເງິນໂດຍທ່ານ ສົມຈິດ ຄຳມຸງຄຸນວ່າການຫົວໜ້າຫ້ອງການກະຊວງການເງິນ, ທ່ານ ພານຸສັກ ແກ່ນວົງພະຈັນ ຫົວໜ້າຫ້ອງການທະນາຄານແຫ່ງ ສປປ ລາວ ແລະ ⁠ທ່ານ ບົວວັນ ວິລະວົງຫົວໜ້າຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ ໂດຍມີທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ. ການເຊັນບົດບັນທຶກຄວາມເຂົ້າໃຈ(MOU) ໃນຄັ້ງນີ້ ເພື່ອເປັນບ່ອນອີງໃນການແລກປ່ຽນຂໍ້ມູນທີ່ຕິດພັນກັບການຕິດຕາມກະແສເງິນຕາຕ່າງປະເທດລະຫວ່າງ 3 ກະຊວງດັ່ງກ່າວ […]

ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ກຳນົດ ແຜນວຽກ ຕັ້ງເປົ້ານຳລາຍຮັບເງິນຕາຕ່າງປະເທດ ເຂົ້າລະບົບທະນາຄານໃຫ້ໄດ້ຢ່າງໜ້ອຍ 70%

ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ກຳນົດ ແຜນວຽກຄຸ້ມຄອງເງິນຕາຕ່າງປະເທດ ປີ 2024 ຕັ້ງເປົ້າ ນຳລາຍຮັບເງິນຕາຕ່າງປະເທດຈາກການສົ່ງອອກ ເຂົ້າລະບົບທະນາຄານໃນ ສປປ ລາວ ໃຫ້ໄດ້ຢ່າງໜ້ອຍ 70%. ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າກົມຄຸ້ມຄອງເງິນຕາຕ່າງປະເທດ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ກ່າວໃຫ້ຮູ້ເມື່ອບໍ່ດົນມານີ້ ກ່ຽວກັບທິດທາງໃນຕໍ່ໜ້າກ່ຽວກັບວຽກງານຄຸ້ມຄອງເງິນຕາຕ່າງປະເທດ ວ່າ:  ໃນປີ 2024 ແລະ ໃນຕໍ່ໜ້າ ທຫລ ຈະສືບຕໍ່ຄຸ້ມຄອງແຫຼ່ງເງິນຕາຕ່າງປະເທດໃຫ້ເຂົ້າສູ່ລະບົບທະນາຄານເພີ່ມຂື້ນ, ສ້າງຄວາມສົມດຸນລະຫວ່າງກະແສເງິນຕາເຂົ້າ-ອອກໄປເພື່ອຊຳລະກັບຕ່າງປະເທດ, ສ້າງຄວາມເຂັ້ມແຂງຄັງສຳຮອງເງິນຕາຕ່າງປະເທດສາມາດກຸ້ມການນຳເຂົ້າຫຼາຍກວ່າ 5 ເດືອນ ແລະ ບັນລຸຄາດໝາຍມະຕິສະພາແຫ່ງຊາດກຳນົດ, ນຳລາຍຮັບເງິນຕາຕ່າງປະເທດຈາກການສົ່ງອອກ ເຂົ້າລະບົບທະນາຄານໃນ ສປປ ລາວ ໃຫ້ໄດ້ຢ່າງໜ້ອຍ 70%. ໂດຍ ທຫລ ຈະສ້າງ ແລະ ປັບປຸງນິຕິກຳລຸ່ມກົດໝາຍເປັນຕົ້ນ: ຂໍ້ກຳນົດກ່ຽວກັບການຄຸ້ມຄອງລາຍຮັບເງິນຕາຫົວໜ່ວຍຜູ້ສົ່ງອອກເພື່ອແລກເງິນຕາກັບລະບົບທະນາຄານຕາມສັດສ່ວນຂັ້ນຕ່ຳ, ກຳນົດເປົ້າໝາຍການນຳໃຊ້ເງິນຕາໃນ ສປປລາວ, ການຄຸ້ມຄອງເງິນຕາຈາກລາຍຮັບແຮງງານ, ການທ່ອງທ່ຽວ, ການເປີດບັນຊີເງິນຕາຕ່າງປະເທດຢູ່ພາຍໃນ […]

ໂຄງການເຝິກອົບຮົມພາສາອັງກິດຟຣີ! ສ້າງຄວາມໝັ້ນໃຈໃນຕົນເອງຂອງໄວໜຸ່ມລາວໃນຍຸກໃໝ່

ນະຄອນຫຼວງວຽງຈັນ, ວັນທີ 09 ກຸມພາ 2024 – ໂດຍປາດຖະໜາຢາກສະໜັບສະໜູນຊາວໜຸ່ມລາວ ທີ່ພວມດຳລົງຊີວິດໃນຍຸກໃໝ່ໃຫ້ປັບຕົວໃຫ້ດີຂຶ້ນ ແລະ ເຕີບໃຫຍ່ໃນຕໍ່ໜ້າ, ພວກເຮົາແມ່ນກຸ່ມຄູສອນພາສາສາດ ແລະ ອະນາຄົດ, ສະໜັບສະໜູນໂດຍສະຖາບັນສ້າງຂີດຄວາມສາມາດໃຫ້ແກ່ໄວໜຸ່ມທົ່ວໂລກ. (iBC4Y), ອົງການບໍ່ຫວັງຜົນກຳໄລໄດ້ລິເລີ່ມໂຄງການໄລຍະຍາວໄດ້ເລີ່ມຕັ້ງແຕ່ປີ 2023, ເອີ້ນວ່າ “ໂຄງການພັດທະນາຄວາມຫມັ້ນໃຈຕົນເອງໃນພາສາອັງກິດ”. ສັງເກດເຫັນວ່າ ຊາວໜຸ່ມລາວ ມີຄວາມປາຖະໜາຢາກຮຽນ ແລະ ພັດທະນາພາສາອັງກິດ ແລະ ມີຄວາມໝັ້ນໃຈໃນຕົນເອງຫຼາຍດ້ານ ເຊັ່ນ: ເໝາະສົມກັບການຂະຫຍາຍຕົວຂອງປະເທດ ແລະ ໂລກ, ໄດ້ທຶນການສຶກສາ ຫຼື ໄປຮຽນຢູ່ຕ່າງປະເທດ, ມີວຽກເຮັດງານທຳທີ່ດີຂຶ້ນ ແລະ ມີວຽກເຮັດງານທຳຫຼາຍຂຶ້ນ. ໂອກາດໃນຊີວິດຂອງເຂົາເຈົ້າ. ຄວາມເຂົ້າໃຈຈາກທັດສະນະນີ້, ພວກເຮົາໄດ້ລິເລີ່ມໂຄງການເພື່ອປະກອບສ່ວນເພື່ອເຮັດໃຫ້ຄວາມປາດຖະຫນາເຫຼົ່ານີ້ເກີດຂຶ້ນ. ມີ 2 ຄຸນຄ່າທີ່ສຸມໃສ່ນຳເຂົ້າຮ່ວມ. ກ່ອນອື່ນໝົດ, ການເຕີບໂຕດ້ານແນວຄິດ ແລະ ການປັບຕົວໃນຍຸກໃໝ່ຂອງການປ່ຽນແປງ ແລະ ພັດທະນາເຕັກໂນໂລຢີ Ai, ໄວໜຸ່ມຕ້ອງຮຽນຮູ້, ປ່ຽນແປງ ແລະ ປັບຕົວໃຫ້ເໝາະສົມ. ອັນທີສອງ, ຜູ້ເຂົ້າຮ່ວມຈະໄດ້ຮັບການຝຶກອົບຮົມໃຫ້ມີຄວາມຫມັ້ນໃຈຕົນເອງຈາກພາຍໃນສູ່ພາຍນອກ, […]

ລົດໄຟຈີນ – ລາວ ໄດ້ຂົນສົ່ງໂດຍສານ ຫຼາຍກວ່າ 27.800.000 ເທື່ອຄົນແລ້ວ

ນັບແຕ່ຕົ້ນປີນີ້ມາ, ການເດີນທາງດ້ວຍຂະບວນລົດໄຟໂດຍສານຂ້າມຊາດຕາມເສັ້ນທາງລົດໄຟຈີນ-ລາວໄດ້ຮັບຄວາມນິຍົມຊົມຊອບຫຼາຍຈາກນັກທ່ອງທ່ຽວຈີນ ແລະ ຕ່າງປະເທດ. ເດືອນມັງກອນຜ່ານມານີ້,ເສັ້ນທາງລົດໄຟຈີນ-ລາວໄດ້ຂົນສົ່ງ ໂດຍສານ ເຖິງ1.860.000 ເທື່ອຄົນ, ໃນນັ້ນ, ຜູ້ໂດຍສານຂ້າມຊາດມີ 23.000ເທື່ອຄົນ ຖືວ່າໄດ້ເພີ່ມຂຶ້ນຢ່າງຊັດເຈນ. ນັບຕັ້ງແຕ່ຂະບວນລົດໄຟໂດຍສານຂ້າມຊາດຕາມເສັ້ນທາງລົດໄຟຈີນ-ລາວເປີດບໍລິການເມື່ອວັນທີ 13 ເມສາ 2023 ເປັນຕົ້ນມາ. ນັບລວມແລ້ວໄດ້ຂົນສົ່ງໂດຍສານຂ້າມຊາດຈຳນວນ13.000ຄົນຈາກ 83 ປະເທດ ແລະ ເຂດແຄວ້ນ. ຂະນະທີ່ການຂົນສົ່ງສິນຄ້າຕາມເສັ້ນທາງລົດໄຟຈີນ-ລາວໄດ້ປາກົດມີທ່ວງທ່າເຕີບໂຕຂຶ້ນ, ນັບແຕ່ຕົ້ນປີນີ້ມາໄດ້ຂົນສົ່ງສິນຄ້າບັນລຸເຖິງ 2.010.000 ໂຕນ, ໃນນັ້ນ, ສິນຄ້າຂ້າມຊາດ 550.000 ໂຕນ ເພີ່ມຂຶ້ນ 29,7% ຖືວ່າໄດ້ເພີ່ມຂຶ້ນຢ່າງເດັ່ນຊັດເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ນັບມາຮອດວັນທີ 7 ກຸມພານີ້, ນັບຕັ້ງແຕ່ເສັ້ນທາງລົດໄຟຈີນ-ລາວເປີດບໍລິການເປັນຕົ້ນມາ, ໄດ້ຂົນສົ່ງໂດຍສານບັນລຸເຖິງ 27.870.000ເທື່ອຄົນ, ຂົນສົ່ງສິນຄ້າ 32.560.000 ໂຕນ, ໃນນັ້ນ, ຂົນສົ່ງສິນຄ້າຂ້າມຊາດບັນລຸຫຼາຍກວ່າ 7.310.000 ໂຕນ. ຂ່າວ: CRI-FM93 ທີ່ມາ VientianeTimes

ປະຊາຊົນ ປູກກາເຟ ສົ່ງອອກໄປຝຣັ່ງ ສ້າງລາຍຮັບກວ່າ 1 ຕື້ກີບ

ໂຄງການພັດທະນາປ່ຽນແທນການປູກຝິ່ນ ໄດ້ຫັນໃຫ້ ປະຊາຊົນບ້ານ ບອນ ເມືອງ ຊຳເໜືອ ແຂວງຫົວພັນ ມາຜະລິດກາເຟເປັນສີນຄ້າເພື່ອສົ່ງອອກ ໄປປະເທດຝຣັ່ງ ຈົນສ້າງລາຍຮັບໄດ້ກວ່າ 1 ຕື້ກີບ. ໂດຍໂຄງການດັ່ງກ່າວໄດ້ເລີ່ມຕັ້ງແຕ່ປີ 2016 ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານປະເທດ ລຸກຊຳບວກ, ສະຫະລັດອາເມຣິກາ ແລະ ອົງການ ສະຫະປະຊາຊາດເພື່ອຕ້ານຢາເສບຕິດ ແລະ ອາດສະຍາກຳ (UNODC) ພ້ອມດ້ວຍຄະກຳມະການແຫ່ງຊາດເພື່ອກວດກາ ແລະ ຄວບຄຸມຢາເສບຕິດຂັ້ນສູນກາງ. ໂດຍແນໃສ່ການສົ່ງເສີມ ສ້າງອາຊີບ ສ້າງລາຍຮັບແບບຍືນຍົງ ໃຫ້ປະຊາຊົນ ແລະ ສົ່ງເສີມການປູກກາເຟໃຫ້ກາຍເປັນສິນຄ້າທີ່ສາມາດສົ່ງອອກໄດ້. ທ່ານ ນ. ສົມພອນ ສິນໄຊປັນຍາ ພະນັກງານສົ່ງເສີມຂອງໂຄງການ UNODC ປະຈຳເມືອງ ຊຳເໜືອແຂວງຫົວພັນ ໄດ້ກ່າວວ່າ: ໂຄງການດັ່ງກ່າວໄດ້ຊຸກຍູ້ ສົ່ງເສີມປະຊາຊົນ 12 ບ້ານ ໃນ 4​ ເມືອງ ຂອງແຂວງຫົວພັນ, ໂດຍກິດຈະກຳຫຼັກໆ ແມ່ນສົ່ງເສີມການປູກກາເຟ. ສະເພາະໃນບ້ານ ບອນ ເມືອງ ຊຳເໜືອ […]

Vietjet​ ລາຍ​ງານ​ການເຕີບ​ໂຕ​ຂອງລາຍຮັບ​ໃນ​ປີ​ກາຍ​ນີ້​ຢູ່​ທີ່ 2,55 ຕື້​ໂດ​ລາ​ສະ​ຫະ​ລັດ

ວຽງຈັນ, ວັນທີ 7 ກຸມພາ 2024 ນີ້, ບໍລິສັດຫຸ້ນສ່ວນການບິນ Vietjet (HOSE: VJC) ໄດ້ລາຍງານຜົນການດຳເນີນທຸລະກິດທີ່ໜ້າປະທັບໃຈໃນປີ 2023, ເພີ່ມຄວາມເຊື່ອໝັ້ນໃນຖານະໜຶ່ງໃນບັນດາບໍລິສັດທີ່ໝັ້ນຄົງ ແລະ ຂະຫຍາຍຕົວໄວ. ໃນປີ 2023, Vietjet ໄດ້ໃຫ້ບໍລິການຖ້ຽວບິນ 133.000 ຖ້ຽວ ດ້ວຍຜູ້ໂດຍສານປະມານ 25.3 ລ້ານຄົນ (ບໍ່ລວມ Vietjet ປະເທດໄທ) ເພີ່ມຂຶ້ນ 183% ຈາກປີກ່ອນ, ໃນນັ້ນມີຜູ້ໂດຍສານຈາກຖ້ຽວບິນສາກົນຫຼາຍກວ່າ 7.6 ລ້ານຄົນ. ໃນປີກາຍນີ້, Vietjet ຍັງ​ໄດ້ສືບ​ຕໍ່​ຂະຫຍາຍ​ຕາ​ໜ່າງ​ການບິນ​ດ້ວຍ 33 ​ເສັ້ນທາງ​ການບິນໃໝ່​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​, ​ເຮັດ​ໃຫ້​ຈຳນວນ​ເສັ້ນທາງ​ບິນ​ເພີ່ມຂຶ້ນ​ເປັນ 125 ​ເສັ້ນ​ທາງ, ​ໃນ​ນັ້ນ​ມີ 80 ​ເສັ້ນທາງ​ການບິນ​ສາກົນ ​ແລະ 45 ​ເສັ້ນທາງ​ພາຍ​ໃນ​ປະ​ເທດ. ບາງເສັ້ນທາງທີ່ພົ້ນເດັ່ນຄື: ນະຄອນໂຮ່ຈີມິນ-ຊຽງໄຮ້, ນະຄອນໂຮ່ຈີມິນ-ວຽງຈັນ, ຮ່າໂນ້ຍ-ສຽມຣຽບ, ຮ່າໂນ້ຍ-ຮົງກົງ, ຝູກວກ-ໄທເປ, […]

ກະຊວງອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການ ປັບລົງລາຄານໍ້າມັນເຊື້ອໄຟ

ກົມການຄ້າພາຍໃນ ກະຊວງອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການ ເລກທີ 0127/ກຄພນ ລົງວັນທີ 5 ກຸມພາ 2024 ປັບລົງລາຄານໍ້າມັນທັງ 3 ປະເພດ ເລີ່ມປະຕິບັດ ເວລາ 6:00 ໂມງ ວັນທີ 6 ກຸມພາ 2024 ໃນຂອບເຂດທົ່ວປະເທດ. ແຈ້ງການດັ່ງກ່າວ ປັບລົງລາຄານໍ້າມັນແອັດຊັງພິເສດ 350 ກີບຕໍ່ລິດ; ປັບລົງລາຄານໍ້າມັນແອັດຊັງທໍາມະດາ 130 ກີບຕໍ່ລິດ ແລະ ປັບລົງລາຄານໍ້າມັນກາຊວນ 360 ກີບຕໍ່ລິດ. ການປັບລົງລາຄານໍ້າມັນດັ່ງກ່າວ ແມ່ນເປັນຄັ້ງທໍາອິດຂອງເດືອນກຸມພາ ແລະ ເປັນຄັ້ງທີ 6 ຂອງປີ 2024 ໂດຍມີຄັ້ງວັນທີ 3 ມັງກອນ ( ປັບລົງ ), ວັນທີ 10 ມັງກອນ ( ປັບຂຶ້ນ ), ວັນທີ 17 […]