2
ເຂດຮ່ວມມືເສດຖະກິດບໍ່ເຕນ-ບໍ່ຫານ ຈະສູມໃສ່ໃນ 5 ໜ້າວຽກທີ່ສໍາຄັນ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 17 ເດືອນກຸມພາ, 2024

ທ່ານ ເລຢີ້ຮຸຍ, ກຳມະການຄະນະພັກ, ຮອງຫົວໜ້າຄະນະກຳມະການຄຸ້ມຄອງເຂດຮ່ວມມືເສດຖະກິດບໍ່ເຕນ-ບໍ່ຫານ ລາວ-ຈີນ ໄດ້ໃຫ້ສຳພາດ ເມື່ອມໍ່ໆມານີ້ ໃນຫົວຂໍ້ “ການເປັນເຫຼົ່າທັບນຳໜ້າໃນການພັດທະນາເສດຖະກິດ- ສັງ ຄົມຂອງແຂວງ ທີ່ດີ” ວ່າ: ປີ 2024, ເຂດຮ່ວມມືເສດຖະກິດບໍ່ເຕນ-ບໍ່ຫານ ຈະສູມໃສ່ໃນ 5 ໜ້າວຽກທີ່ສໍາຄັນ ຄື: ການກໍ່ສ້າງໂຄງການ, ລະດົມການລົງທຶນໃຫ້ເກີດຜົນເປັນຈິງ, ຊີວິດການເປັນຢູ່ ແລະ ສະຫວັດດີການທີ່ດີຂອງປະຊາຊົນ, ເປີດປະຕູສູ່ພາຍ ນອກ ແລະ ການພັດທະນາຂອງພາກພື້ນ,ໃນເບື່ອງຕົ້ນ ໄດ້ວາງ ແຜນ 134  ໂຄງການທີ່ສຳຄັນຢູ່ຕົວເມືອງດ່ານສາກົນບໍ່ຫານ ດ້ວຍມູນຄ່າການລົງທຶນທັງໝົດແມ່ນ 67.846 ຕື້ຢວນ ແລະ ແຜນການລົງທຶນປະຈຳປີແມ່ນ 6 ຕື້ 500 ລ້ານຢວນ.

ທ່ານ ເລຢີ້ຮຸຍໄດ້ກ່າວຕື່ມວ່າ: ນອກຈາກນີ້, ເຂດການຮ່ວມມືບໍ່ເຕ່ນ-ບໍ່ຫານ ຍັງຈະເໜັ້ນໜັກ 4 ວຽກງານສຳຄັນຄື: ເລັ່ງລັດການດຶງດູດການລົງທຶນ, ຊຸກຍູ້ບັນດາໂຄງການ, ປັບປຸງສະພາບແວດລ້ອມ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ, ໂດຍນຳໃຊ້ບົດບາດຂອງ “ເສດຖະ ກິດເຂດສວນອຸດສາຫະກຳ” ເລັ່ງລັດການກໍ່ສ້າງເສົາຄໍ້າວຽກງານເປີດປະຕູສູ່ພາຍນອກໃຫ້ໄດ້ຄົບວົງຈອນ, ພະຍະຍາມສ້າງສາເຂດບໍ່ຫານໃຫ້ກາຍເປັນເຂດທີ່ມີລະບົບນິເວດທີ່ດີ ແລະ ສວຍງາມ, ມີຮູບແບບຄົບວົງຈອນ, ເສດຖະກິດດີ, ທັນຕໍ່ຍຸກສະໄໝທີ່ເປີດກວ້າງ ແລະ ຍ້ອມຮັບກັບສິ່ງໃໝ່, ແລະ ເຮັດໃຫ້ດ່ານກາຍເປັນຕົວ ເມືອງກ້າວໄປສູ່ຄວາມເປັນສາກົນ.

ແຫຼ່ງຂໍ້ມູນ: Lao National Radio

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
2
ລາວ ຈະສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນປີ 2025
2
ການລ່າສັດປ່າບໍ່ຖືກຕ້ອງຕາມກົດ ໝາຍຈະຖືກລົງໂທດຕັດອິດສະລະພາບ 2 ຫາ 5 ປີ ແລະ ຈະຖືກປັບໃໝ
2
ກຳປູເຈຍ ຈະເກັບພາສີ ພະລັງງານໄຟຟ້າ ຈາກ ຜູ້ໃຊ້ໂຊລາເຊລ ຢູ່ຫລັງຄາ
2
ຫາລືຄວາມປອດໄພຂອງເຂື່ອນ ໃນການບໍລິຫານຈັດການນໍ້າ ແລະ ການຮັບມືສຸກເສີນ
2
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບ ທູດເວເນຊູເອລາ ຄົນໃໝ່
2
ສປປ ລາວຈະເປັນປະທານອາຊຽນໃນປີ 2024 ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”
2
ສປປ ລາວ ເລີ່ມປະຕິບັດນະໂຍບາຍ ຍົກເວັ້ນ-ຂະຫຍາຍເວລາ VISA ໃຫ້ກັບຫຼາຍປະເທດ ດຶງດູດນັກທ່ອງທ່ຽວ
2
ບໍລິສັດ ເທີນ-ຫີນບູນ ມອບເງິນ 1 ຕື້ກີບ ສະໜັບສະໜູນການເປັນປະທານອາຊຽນ ຂອງ ສປປ ລາວ
2
ຄຸນຄ່າຄວາມເປັນເອກະລັກ ທີ່ໂດດເດັ່ນລະດັບໂລກ ຂອງອຸທິຍານແຫ່ງຊາດຫີນໜາມໜໍ່
2
ອັດຕະປືມີບໍລິການລົດໂດຍສານສີຂຽວພາຍໃນແຂວງແລ້ວ
ຢ່າລື່ມກົດຕິດຕາມ