ເອກອັກຄະລັດຖະທູດແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງ ຈໍເຈຍ Gorgia

ວັນທີ 19 ພຶດສະພາ 2023 ຜ່ານມານີ້ ທ່ານ ຄອນເພັງ ທຳມະວົງ ໄດ້ຍື່ນສານຕາຕັ້ງຕໍ່ ທ່ານ ນ. ຊາລົມເມ ຊູຣາບິສວິລີ (H.E. Salome Zourabichvili), ປະທານາທິບໍດີ ແຫ່ງ ຈໍເຈຍ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ຄົນໃໝ່ປະຈຳ ຈໍເຈຍ, ຊຶ່ງມີສຳນັກງານຕັ້ງຢູ່ ນະຄອນຫຼວງວຽນ, ປະເທດ ໂອຕຣິດ. ພາຍຫຼັງສຳເລັດພິທີ, ທ່ານເອກອັກຄະລັດຖະທູດລາວຄົນໃໝ່ໄດ້ພົບປະໂອ້ລົມ ກັບພະນະທ່ານປະທານາທິບໍດີ, ຊຶ່ງສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນທີ່ດີລະ ຫວ່າງ ສປປ ລາວ ແລະ ຈໍເຈຍ ທີ່ມີມາແຕ່ດົນນານນັບຕັ້ງແຕ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 6 ພະຈິກ 1998 ເປັນຕົ້ນມາ, ໂດຍຜ່ານມາ ແລະ ປະຈຸບັນສອງປະເທດ ໄດ້ມີຄວາມພະຍາຍາມ ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື ຢູ່ໃນເວທີພາກພື້ນ […]
ສາວຈັບໄດ້ແຟນນອກໃຈ ບໍ່ໂວຍວາຍ ແຖມໄປເຄຍກັບກິກໃຫ້ ເຜີຍເຫດພ້ອມຮັບໄດ້ຮັກກັນ 3 ຄົນ

“ບຸກຄົນທີສາມ” ຜູ້ທີ່ເຂົ້າມາໃນຄວາມສໍາພັນຂອງຄູ່ຮັກ ບໍ່ວ່າຈະເປັນຊາຍຫຼືຍິງ, ມັກຈະເປັນຜູ້ທີ່ຖືກປະນາມຈາກສັງຄົມແລະຄວາມເຮັດໃຫ້ຄຽດແຄ້ນຢູ່ສະເຫມີ. ເພາະຕາມມາດຕະຖານຂອງສັງຄົມທີ່ຄົນສ່ວນຫຼາຍຍຶດໝັ້ນ ຄົນດີຈະບໍ່ຫລິ້ນຊູ້ ຫຼື ທໍລະຍົດຄົນຮັກຂອງຕົນ, ແນວໃດກໍ່ຕາມ, ເມື່ອບໍ່ດົນມານີ້, ມີເລື່ອງລາວຂອງຜູ້ຍິງຊາວເວເນຊູເອລາຄົນໜຶ່ງ ທີ່ເຮັດໃຫ້ຫຼາຍຄົນປະຫລາດໃຈກັບທັດສະນະຂອງນາງກ່ຽວກັບ “ບຸກຄົນທີສາມ” Sophia, ຍິງສາວຈາກປະເທດເວເນຊູເອລາ ຫຼັງຈາກໂພສຮູບພາບທີ່ຂ້ອນຂ້າງລ່າເລິງຂອງນາງ ແລະ ຍິງອີກຄົນໜຶ່ງລົງໃນເຟສບຸກ. ພ້ອມແທັກຊື່ ແລະ ລະບຸຢ່າງຊັດເຈນວ່າສາວຄົນນັ້ນເປັນກິກຂອງແຟນຂອງຕົນເອງ ປະກາດວ່ານາງໄດ້ຍອມຮັບຄວາມຈິງທີ່ວ່າ “ແຟນຂອງຂ້ອຍກໍ່ເປັນແຟນຂອງເຈົ້າຄືກັນ,” ເພາະວ່ານາງຄົ້ນພົບວ່າຜູ້ຍິງຄົນນີ້ດູແລແຟນຂອງນາງແບບທີ່ນາງເຮັດບໍ່ໄດ້. ໃນໂພສໄດ້ເວົ້າວ່າ ຂ້ອຍພົບວ່າແຟນຂ້ອຍນອກໃຈ ເມື່ອເຫັນຂໍ້ຄວາມໃນ WhatsApp ຢ່າງໃດກໍ່ຕາມແທນທີ່ຈະສະແດງຄວາມໃຈຮ້າຍ ຕໍ່ສູ້ກັບຄວາມຫຶງຫວງ ຫຼືຖາມຄວາມເປັນຈິງກັບຄົນຮັກ ແຕ່ຂ້ອຍເລືອກທີ່ຈະສື່ສານກັບກິກຂອງແຟນ ແບບງຽບໆ ແລະສຸດທ້າຍກໍ່ກາຍມາເປັນໝູ່ທີ່ດີຕໍ່ກັນ “ນາງມັກສົ່ງຂໍ້ຄວາມ WhatsApp ໃຫ້ແຟນຂ້ອຍຢູ່ສະເໝີ, ເຊິ່ງເຮັດໃຫ້ລາວຮູ້ສຶກໄດ້ຮັບຄວາມຮັກ. ແລະນັ້ນແມ່ນມີມູນຄ່າຫຼາຍກວ່າສິ່ງໃດແດ່ສໍາລັບຂ້ອຍ. ເນື່ອງຈາກວ່າຂ້ອຍໄປຫາແຟນຂ້ອຍບໍ່ໄດ້ ແຕ່ຍິງຄົນນັ້ນຈະຢູ່ບ່ອນນັ້ນ ແລະ ໃຊ້ເວລາຮ່ວມກັບແຟນຂ້ອຍ ໃຫ້ຄວາມຮັກທັງໝົດແກ່ແຟນຂ້ອຍ ຕາມທີ່ລາວສົມຄວນຈະໄດ້ຮັບ ຢ່າງໃດກໍຕາມ, ຂໍ້ຄວາມຂອງນາງໄດ້ຖືກວິພາກວິຈານຢ່າງຮຸນແຮງຈາກຄົນທາງອອນໄລນ໌. ພາຍຫຼັງຈາກການໂພດບໍ່ເທົ່າໃດນາທີ, ກາຍເປັນກະແສ ແລະມີຊາວເນັດຫຼາຍກວ່າ 2,600 ຄົນສະແດງຄວາມຄິດເຫັນ. ແລະມີຊາວເນັດຫຼາຍຄົນຂໍໃຫ້ໂຊເຟຍເປີດເຜີຍໃບຫນ້າຂອງແຟນໜຸ່ມທີ່ “ໂຊກດີ” ຄົນນັ້ນ, […]
ແຂວງ ໄຊຍະບູລີ ໄດຈັດພິທີເຊັນສັນຍາ ໂຄງການປູກຖົ່ວເຫຼືອງຝັກສົດ ເພື່ອເປັນສີນຄ້າສົ່ງອອກໄປ ສປ ຈີນ

ວັນທີ 9 ພຶດສະພາ 2023 ນີ້ ຢູ່ທີຫໍປະຊຸມຫ້ອງວ່າການເມືອງ ເມືອງເງິນ ແຂວງ ໄຊຍະບູລີ ໄດຈັດພິທີເຊັນສັນຍາ ໂຄງການປູກຖົ່ວເຫຼືອງຝັກສົດ ລະດູແລ້ງ ໃນຮູບແບບເຊົ່າດິນນາ ຂອງປະຊາຊົນ ເພື່ອເປັນສີນຄ້າສົ່ງອອກໄປ ສປ ຈີນ, ລະຫວ່າງ ອົງການປົກຄອງເມືອງເງິນ ຕາງໜ້າໂດຍ: ຫ້ອງການແຜນການ ແລະ ການລົງທືນ ກັບບໍລິສັດຈູນລຽນໄຊນາ-ລາວ ຈຳກັດ. ທ່ານ ປີ່ນແກ້ວ ປ້ອງຄຳ ຫົວໜ້າຫ້ອງການແຜນການ ແລະ ການລົງທືນ ເມືອງ ກໍໄດ້ຂື້ນກ່າວ ຈຸດປະສົງ ແລະຜ່ານຂໍ້ຕົກລົງ ຂອງທ່ານເຈົ້າເມືອງ-ເມືອງເງິນ ສະບັບເລກທີ 188/ຈມ,ມງ ລົງວັນທີ 9 ພຶດສະພາ 2023 ວ່າດ້ວຍ ການອະນຸຍາດໃຫ້ບໍລິສັດຈູນລຽນໄຊນາ-ລາວ ຈຳກັດ ປູກຖົ່ວເຫຼືອງຝັກສົດ ລະດູແລ້ງ ໃນທ້າຍປີ 2023 ຫາຕົ້ນປີ 2024 ໃນຮູບແບບເຊົ່າດີນນາ ຂອງປະຊາຊົນ ເພື່ອ ເປັນສີນຄ້າສົ່ງອອກໄປ […]
ມອບ-ຮັບ ໂຄງການກໍ່ສ້າງສະໜາມບິນໜອງຄ້າງ ເມືອງຊໍາເໜືອ ແຂວງຫົວພັນ

ວັນທີ 15 ພຶດສະພາ 2023 ຜ່ານມາ ມີການຈັດມອບຮັບ ໂຄງການກໍ່ສ້າງສະໜາມບິນໜອງຄ້າງຢ່າງເປັນທາງການ ທີ່ບ້ານໜອງຄ້າງ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງ ຫົວພັນ, ທ່ານ ເຈິນ ກັວກ ເຟືອງ ຮອງຄະນະກໍາມະທິການຮ່ວມມືຫວຽດນາມ-ລາວ, ທ່ານ ເຈິ່ນບ໋າວ ເຊີນ ຜູ້ອໍານວຍການໃຫຍ່ ບໍລິສັດຫຸ້ນສ່ວນກະສິກໍາສາກົນ ຮວ່າງແອງຢາລາຍ, ມີບັນດາທ່ານຮອງລັດຖະມົນຕີ, ຮອງເລຂາພັກແຂວງ-ຮອງເຈົ້າແຂວງຫົວພັນ, ບັນດາຄະນະນໍາເມືອງ, ຄະນະກົມ, ຄະນະພະແນກ, ທີ່ມາຈາກສູນກາງ, ທ້ອງຖິ່ນ ແລະ ບໍລິສັດທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ພູທອງ ອິນທະແສງ ຫົວໜ້າໂຄງການກໍ່ສ້າງສະໜາມບິນໜອງຄ້າງຕາງໜ້າໃຫ້ເຈົ້າຂອງໂຄງການ, ກໍຄືຄະນະຮັບຜິດຊອບຜູ້ຈັດຕັ້ງປະຕິບັດຕົວຈິງໄດ້ກ່າວວ່າ: ໂຄງການກໍ່ສ້າງສະໜາມບິນໜອງຄ້າງ ແມ່ນໂຄງການໜຶ່ງທີ່ນອນຢູ່ໃນແຜນຍຸດທະສາດ ແລະ ການພັດທະນາ ຂອງຂະແໜງ ຍທຂ ດ້ານວຽກງານການບິນພົນລະເຮືອນ ຕາມນະໂຍບາຍຂອງລັດຖະບານ ໃນການຫັນເປັນປະເທດເຊື່ອມ […]
ລາວ-ອົດສະຕຣາລີ ສືບຕໍ່ເພີ່ມທະວີ ການພົວພັນຮ່ວມມືສອງຝ່າຍ

ຂປລ. ໃນວັນທີ 15 ພຶດສະພາ 2023, ທີ່ ກະຊວງການຕ່າງປະເທດ ໄດ້ມີກອງປະຊຸມພົບປະສອງຝ່າຍຢ່າງເປັນທາງການ ລະຫວ່າງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ນາງ ເພັນນີ ວອງ ລັດຖະມົນຕີ ກະຊວງການຕ່າງປະເທດ ອົດສະຕຣາລີ ພ້ອມຄະນະ. ໃນໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການມາຢ້ຽມຢາມ ສປປ ລາວ ຂອງ ທ່ານ ນາງ ເພັນນີ ວອງ ພ້ອມຄະນະ, ເປັນການສືບຕໍ່ປະກອບສ່ວນອັນສໍາຄັນເຂົ້າໃນການ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ໂດຍສະເພາະການພົວພັນຮ່ວມມື ລະຫວ່າງ ສອງ ກະຊວງການຕ່າງປະເທດ ລາວ-ອົດສະຕຣາລີ. ສອງຝ່າຍແມ່ນໄດ້ປຶກສາຫາລື ແລະ […]
ເກີດອຸບັດຕິເຫດລົດພວງ ຢຽບຜູ້ຂັບຂີ່ລົດຈັກ ເສຍຊີວິດຄາທີ

ໃນວັນທີ 9 ພຶດສະພາ 2023, ເວລາປະມານ 12:30 ໂມງ ໄດ້ເກີດອຸບັດຕິເຫດລົດພວງ ຢຽບຜູ້ຂັບຂີ່ລົດຈັກ ເສຍຊີວິດຄາທີ່ຢຸ່ເສັ້ນທາງ 5 ແຍກດົງຈອງ ບ້ານແສງສະ ຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ເຈົ້າໜ້າທີ່ກູ້ໄພ ໃຫ້ຂໍ້ມູນເບື້ອງຕົ້ນໃຫ້ຮູ້ວ່າ ຜູ້ເສຍຊີວິດເປັນເພດຍິງ ຢູ່ບ້ານສາລາຄຳ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ສ່ວນລາຍລະອຽດຈະລາຍງານເພີ່ມເຕີມຈະລາຍງານໃຫ້ທ່ານຊາຍອີກ. ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ເສຍຊີວິດດ້ວຍ. ຂໍ້ມູນ: ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ.
ອັດຕາເງິນເຟີ້ ເດືອນເມສາອອກມາແລ້ວ ຢູ່ລະດັບ 39,89% ເຊິ່ງເຫັນວ່າຢູ່ໃນທ່າອ່ຽງ ທີ່ສືບຕໍ່ຕໍ່າລົງເລັກນ້ອຍເມື່ອທຽບໃສ່ ສາມເດືອນຕົ້ນປີຜ່ານມາ

ສູນສະຖິຕິແຫ່ງຊາດລາຍງານ ວັນທີ 4 ພຶດສະພາ 2023 ນີ້ວ່າ: ອັດຕາເງິນເຟີ້ລວມຂອງ ສປປ ລາວ ໃນ ເດືອນເມສາ 2023 ຢູ່ໃນລະດັບ 39,89% ເຊິ່ງເຫັນວ່າຢູ່ໃນທ່າອ່ຽງ ທີ່ສືບຕໍ່ຕໍ່າລົງເລັກນ້ອຍເມື່ອທຽບໃສ່ ສາມເດືອນຕົ້ນປີຜ່ານມາ (ອັດຕາເງິນເດືອນມັງກອນ, ກຸມພາ ແລະ ມີນາ 2023 ຢູ່ໃນລະດັບ 40,3%; 41,3% ແລະ 41,0% ຕາມລໍາດັບ). ເມື່ອສັງເກດຕາມໝວດ ສິນຄ້າ, ໝວດທີ່ມີອັດຕາເງິນເຟີ້ ສູງກວ່າໝູ່ແມ່ນໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 52,2%, ໝວດຮັກສາສຸຂະພາບ ແລະ ຢາເພີ່ມຂຶ້ນ 42,5%, ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 37,4%, ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 34,2%, ຄົມມະນາຄົມ ແລະ ຂົນສົ່ງ ເພີ່ມຂຶ້ນ 32,7%, ໝວດທີ່ພັກອາໄສ, ນໍ້າປະປາ, […]
ກະຊວງ ກະຊວງສຶກສາທິການ ແລະ ກິລາ ຍ້ອງຍໍຜູ້ຊ່ຽວຊານ ຍີ່ປຸ່ນ ຊ່ວຍພັດທະນາການສຶກສາ-ກິລາ ຢູ່ລາວ

ຂປລ. ໃນວັນທີ 2 ພຶດສະພາ 2023 ທີ່ນະຄອນຫລວງວຽງຈັນ, ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ(ສສກ) ໄດ້ໃຫ້ກຽດມອບໃບຍ້ອງຍໍໃຫ້ແກ່ ທ່ານ ສຈ.ປອ ເຄອີຈິ ໂອກາວະ ຜູ້ຊ່ຽວຊານຈາກມະຫາວິທະຍາໄລ ໂກເບະ ປະເທດຍີ່ປຸ່ນ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການພັດທະນາວຽກງານການສຶກສາ ແລະ ກິລາ ຢູ່ ສປປ ລາວ, ທັງເປັນການສົ່ງເສີມ, ຍາດແຍ່ງການຮ່ວມມື ແລະ ສະໜັບສະໜູນທາງດ້ານວຽກງານການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ. ມີຫົວໜ້າກົມ, ຮອງຫົວໜ້າກົມ, ມະຫາວິທະຍາໄລແຫ່ງຊາດ, ຕາງໜ້າຈາກອົງການໄຈກາ, ນັກສຶກສາ ແລະ ຄະນະຮັບຜິດຊອບວຽກງານກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ. ໃນໄລຍະຜ່ານມາ, ທ່ານ ສຈ.ປອ ເຄອີຈິ ໂອກາວະ ໄດ້ມີຜົນງານພົ້ນເດັ່ນຫລາຍດ້ານ ເປັນຕົ້ນແມ່ນ ໄດ້ສະໜັບສະໜູນແກ່ພະນັກງານ ກະຊວງສຶກສາທິການ ແລະ […]
ລາວ-ຮົງກາລີ ເພີ່ມທະວີການຮ່ວມມືສອງຝ່າຍ

ຂປລ. ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ປີເຕີ ຊີຢາໂຕ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາລີ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 26-27 ເມສາ 2023 ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານ ແລະ ການຮ່ວມມືອັນດີ, ບົນພື້ນຖານການເປັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຮົງກາລີ ໃຫ້ແຕກດອກອອກຜົນຍິ່ງຂຶ້ນ. ໃນວັນທີ 27 ເມສາ 2023, ທີ່ກະຊວງການຕ່າງປະເທດ ໄດ້ມີກອງປະຊຸມພົບ ປະສອງຝ່າຍຢ່າງເປັນທາງການ ລະຫວ່າງ ທ່ານ ສະເຫລີມໄຊ ກົມມະສິດ ແລະ ທ່ານ ປີເຕີ ຊີຢາໂຕ ພ້ອມດ້ວຍຄະນະຜູ້ແທນ […]
ນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາລີ

ຂປລ. ໃນວັນທີ 27 ເມສາ 2023 ນີ້, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ປີເຕີ ຊີຢາໂຕ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາລີ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ລະຫວ່າງວັນທີ 26-27 ເມສາ 2023. ໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຂອງທ່ານ ລັດຖະມົນຕີ ປີເຕີ ຊີຢາໂຕ ພ້ອມດ້ວຍຄະນະ ໃນຄັ້ງນີ້, ເຊິ່ງຖືເປັນນິມິດໝາຍສໍາຄັນ ປະກອບສ່ວນເຂົ້າໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນ ເຊື້ອ ແລະ ມີໝາກຜົນ ບົນພື້ນຖານການເປັນຄູ່ຮ່ວມມືຍຸດທະສາດ ລາວ-ຮົງກາລີ ໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ. ທ່ານນາຍົກລັດຖະມົນຕີ […]