ດວງ-Tou-Vientianepost (13)
ແຂວງ ໄຊຍະບູລີ ໄດຈັດພິທີເຊັນສັນຍາ ໂຄງການປູກຖົ່ວເຫຼືອງຝັກສົດ ເພື່ອເປັນສີນຄ້າສົ່ງອອກໄປ ສປ ຈີນ
ຮຽບຮຽງໂດຍ:Staff
ເຜີຍແຜ່: 23 May, 2023

ວັນທີ 9 ພຶດສະພາ 2023 ນີ້ ຢູ່ທີຫໍປະຊຸມຫ້ອງວ່າການເມືອງ ເມືອງເງິນ ແຂວງ ໄຊຍະບູລີ ໄດຈັດພິທີເຊັນສັນຍາ ໂຄງການປູກຖົ່ວເຫຼືອງຝັກສົດ ລະດູແລ້ງ ໃນຮູບແບບເຊົ່າດິນນາ ຂອງປະຊາຊົນ ເພື່ອເປັນສີນຄ້າສົ່ງອອກໄປ ສປ ຈີນ, ລະຫວ່າງ ອົງການປົກຄອງເມືອງເງິນ ຕາງໜ້າໂດຍ: ຫ້ອງການແຜນການ ແລະ ການລົງທືນ ກັບບໍລິສັດຈູນລຽນໄຊນາ-ລາວ ຈຳກັດ.

ທ່ານ ປີ່ນແກ້ວ ປ້ອງຄຳ ຫົວໜ້າຫ້ອງການແຜນການ ແລະ ການລົງທືນ ເມືອງ ກໍໄດ້ຂື້ນກ່າວ ຈຸດປະສົງ ແລະຜ່ານຂໍ້ຕົກລົງ ຂອງທ່ານເຈົ້າເມືອງ-ເມືອງເງິນ ສະບັບເລກທີ 188/ຈມ,ມງ ລົງວັນທີ 9 ພຶດສະພາ 2023 ວ່າດ້ວຍ ການອະນຸຍາດໃຫ້ບໍລິສັດຈູນລຽນໄຊນາ-ລາວ ຈຳກັດ ປູກຖົ່ວເຫຼືອງຝັກສົດ ລະດູແລ້ງ ໃນທ້າຍປີ 2023 ຫາຕົ້ນປີ 2024 ໃນຮູບແບບເຊົ່າດີນນາ ຂອງປະຊາຊົນ ເພື່ອ

ເປັນສີນຄ້າສົ່ງອອກໄປ ສປ ຈີນ.ຈາກນັ້ນ ກໍ່ໄດ້ຮ່ວມກັນ ຄົ້ນຄວ້າປຶກສາຫາລື ປະກອບຄຳຄິດເຫັນໃສ່ຮ່າງສັນຍາ ໃນການສຳປະທານເຊົ່າເນື້ອທີນາຂອງປະຊາຊົນຢູ່ໃນ 7 ບ້ານເທດສະບານເມືອງ ເນື້ອທີທັງໝົດ 150 ເຮັກຕາ ມູນຄ່າການລົງທືນທັງໝົດ 2.562.000 ໂດລາສະຫະລັດ, ເຊີ່ງຢູ່ໃນກໍານົດເວລາ 6 ເດືອນ (ນັບແຕ່ເດືອນຕຸລາ 2023 ຫາເດືອນ ມີນາ 2024)

ຕອນທ້າຍ ທ່ານ ປີ່ນແກ້ວ ປ້ອງຄຳ ຫົວໜ້າຫ້ອງການແຜນການ ແລະ ການລົງທືນ ຕ່າງໜ້າ ອົງການປົກຄອງເມືອງເງິນ ແລະ ທ່ານ ກິວຊີຈູນ ປະທານບໍລິສັດຈູນລຽນໄຊນາ-ລາວ ຈຳກັດ ກໍ່ໄດ້ຮ່ວມກັນເຊັນສັນຍາໂຄງການປູກຖົ່ວເຫຼືອງຝັກສົດ ລະດູແລ້ງໃນຮູບແບບເຊົ່າດີນນາ ຂອງປະຊາຊົນ ເພື່ອເປັນສີນຄ້າສົ່ງອອກໄປ ສປ ຈີນ ຢ່າງເປັນທາງການໂດຍຊ່ອງໜ້າທ່ານ ທອງພັນ ສຸກສະຫວັດ ຮອງເຈົ້າເມືອງ ເມືອງເງິນ ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດຂັ້ນເມືອງ ແລະ ພາກສ່ວນທີກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.

ພາບ+ຂ່າວໂດຍ: ອິນແປງ ແຫວນຄຳ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 30 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,455
21,731
thailand (1)
THB
648.35
660.67
european-union
EUR
23,023
23,484
china
CNY
2,898
2,956
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele (14)
ພົບເຫັນ "ເປັດຄັບແຄ" ຄັ້ງທຳອິດໃນແກ່ງກະຈານ ສະທ້ອນປ່າມໍລະດົກອຸດົມສົມບູນ
Copy of site cover (42)
Microsoft ວາງແຜນສ້າງໃຫ້ Windows ສາມາດອັບເດດທັງລະບົບໄດ້ເອງຢ່າງຄົບຖ້ວນແບບລວມສູນ
_cover (45)
ໄຟໄໝ້ໃຫຍ່ຢູ່ຊົງຊິ່ງ ລົດຈັກໄຟຟ້າຖືກເຜົາຫຼາຍສິບຄັນ
_cover (44)
"ອີລອນ ມັສກ໌" ໂພສຮູ້ສຶກຜິດຕໍ່ "ທຣຳ" ຍອມຮັບຕົວເອງໂພສໂຈມຕີແຮງເກີນໄປ
_cover (43)
ແຈ້ງເຕືອນ ຝົນຕົກໜັກ, ດິນເຈື່ອນ ແລະ ນ້ຳຖ້ວມຊຸ ໃນໄລຍະວັນທີ 12 ຫາ 13 ມິຖຸນາ 2025
_cover (42)
ຈັບໄດ້​ໄລ່​ທັນ​ ໂຈນລັກລົດຈັກ Zoomerx ຢູ່ບ້ານຫົວນາ ເມືອງໄຊທານີ ນະຄອນຫລວງ​ວຽງຈັນ
_cover (41)
ສະຫະລັດ ບຸກຈັບຜູ້ອົບພະຍົບຫຼາຍກວ່າ 70 ຄົນໃນໂຮງງານເມືອງໂອມາຮາ
Copy of site cover (41)
NVIDIA ກຽມສ້າງ AI Cloud ສຳລັບຂະແໜງອຸດສາຫະກຳໃນເຢຍລະມັນ
_cover (40)
ປກສ ແຂວງອຸດົມໄຊ ກວດກາສຶກສາອົບຮົມຮ້ານຄ້າຂາຍປະເວນີ ແລະ ສາວບໍລິການ 39 ຄົນ
_cover (39)
ເກົາຫຼີໃຕ້ປິດເຄື່ອງຂະຫຍາຍສຽງໂຄສະນາຊວນເຊື່ອຮອດເກົາຫຼີເໜືອເພື່ອລົດຄວາມເຄັ່ງຄຽດ
ຢ່າລື່ມກົດຕິດຕາມ