04 ຫາ 10 ກັນຍາ ພາກເຫນືອ ແລະ ພາກກາງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ໃນແຕ່ລະພາກ ແລະ ຕົກຫນັກ ພ້ອມມີລົມພັດແຮງ

ຄາດຄະເນສະພາບອາກາດ ໃນໄລຍະວັນທີ 04 ຫາ 10 ກັນຍາ 2023.ໃນໄລຍະວັນທີ ວັນທີ 04 ຫາ 10 ກັນຍາ 2023, ຮ່ອງຄວາມກົດດັນອາກາດຕໍ່າ ຫຼື ຮ່ອງຝົນ ຈະພາດຜ່ານຢູ່ແຂວງ ພາກເຫນືອ ແລະ ພາກກາງ ຂອງປະເທດລາວ, ພ້ອມດຽວກັນລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະພັດປົກຄຸມດ້ວຍກໍາລັງປານ ກາງ ຫາ ແຮງ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ໃນແຕ່ລະພາກ ແລະ ຕົກຫນັກ ພ້ອມ ມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເຫນືອດ້ານຕາເວັນຕົກ ລົງຫາ ພາກກາງ ແລະ ພາກໃຕ້. ພາກເຫນືອດ້ານຕາເວັນອອກ: ໃນໄລຍະວັນທີ 04 ຫາ 10 ກັນຍາ 2023, ຈະມີຝົນຕົກໃນລະດັບຄ່ອຍ ຫາ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖີ່ນ. ອຸນຫະພູມຕໍ່າສຸດ 21 – 23 ອົງສາ ແລະ […]
ຈັບຊາຍຂົນສົ່ງຢາເສບຕິດ ພ້ອມມີອາວຸດເສິກ ສ່ວນອີກຄົນໜຶ່ງແມ່ນຫລົບໜີ

ວັນທີ 14 ສິງຫາ ທີ່ຜ່ານມາ, ເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເຂົ້າຈັບເປົ້າໝາຍການຂົນສົ່ງຢາບ້າ ແລະ ມີລະເບີດໄວ້ໃນຄອບຄອງ ແຕ່ມີຄົນໜຶ່ງໜີໄປໄດ້. ພັທ ເກດສະໜາ ພິຈິດ ຫົວໜ້າພະແນກຕໍາຫຼວດ ປກສ ເມືອງຫາດຊາຍຟອງ ໃຫ້ຮູ້ວ່າ: ໃນວັນທີ 14 ສິງຫາ 2023, ເວລາ 15:50ໂມງ ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງແກ້ໄຂເປົ້າໝາຍການຂົນສົ່ງຢາເສບຕິດ (ຢາບ້າ) ແລະ ການມີອາວຸກເສີກໄວ້ໃນຄອບຄອງ (ລະເບີດ) ຢູ່ບ້ານທ່າເດື່ອ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ສາມາດຈັບຕົວເປົ້າໝາຍໄດ້ 1 ຄົນຊື່ ທ້າວ ທະນາໂຊກ ທໍາມະຄູນ ຫຼື ຫຼ້າ ອາຍຸ 27 ປີ ອາຊີບກໍາມະກອນ ຢູ່ບ້ານໂຊກຄໍາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ສ່ວນເປົ້າໝາຍອີກຜູ້ໜຶ່ງແມ່ນໄດ້ເອົາຕົວຫຼົບໜີຈາກການຈັບກຸມຂອງເຈົ້າໜ້າທີ່ ຜ່ານການກວດຄົ້ນພົບເຫັນຢາບ້າ 1 […]
ວາງແຜນຮັບມື ຈັດຕັ້ງກຳລັງລົງລະບາຍການສັນຈອນ ໄລຍະເປີດສົກຮຽນໃໝ່ ຄາດກະສະພາບການສັນຈອນຈະເພີ່ມຂື້ນ

ພະແນກຕຳຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ວາງແຜນຮັບມື ຈັດຕັ້ງກຳລັງລົງລະບາຍການສັນຈອນ ໄລຍະເປີດສົກຮຽນໃໝ່ ຄາດກະສະພາບການສັນຈອນຈະເພີ່ມຂື້ນ ໃນຕະຫຼອດ ໄລຍະສົກຮຽນ 2023 – 2024, ເຊິ່ງຄາດວ່າ ບັນດາເສັ້ນທາງ ແລະ ໜ້າສະຖາບັນສຶກສາຈະມີສະພາບການຈະລາຈອນແອອັດ, ໜ້າແໜ້ນເພີ່ມຂື້ນ. ທ່ານ ພັທ ສັງຄົມ ພົມມະລາດ, ຫົວໜ້າພະແນກຕຳຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນທຸກໆ ປີທີ່ເປີດສົກຮຽນໃໝ່, ສະພາບການສັນຈອນຕາມຖະໜົນ ເພີ່ມຂື້ນ ໂດຍສະເພາະ ໃນໂມງໄປການ-ເລິກການ. ບັນຫາດັ່ງກ່າວ ໄດ້ສ້າງຄວາມຫຍຸ້ງຍາກໃຫ້ຜູ້ໃຊ້ລົດໃຊ້ຖະໜົນ ທັງມີຄວາມສ່ຽງພາໃຫ້ເກີດອຸບປະຕິເຫດ. ເພື່ອເຮັດໃຫ້ນ້ອງຮັກຮຽນ-ນັກສຶກສາ, ຄູອາຈານ, ພໍ່ແມ່ປະຊາຊົນ, ຜູ້ໃຊ້ລົດໃຊ້ຖະໜົນ ທີ່ສັນຈອນໄປມາໃນຊ່ວງເປີດສົກຮຽນໃໝ່ ມີຄວາມເປັນລະບຽບ ແລະ ປອດໄພ, ເຈົ້າໜ້າທີ່ພະແນກຕຳຫຼວດຈະລາຈອນ ຈຶ່ງໄດ້ ຈັດກອງປະຊຸມວາງກຳລັງຕາມຈຸດສຳຄັນຕ່າງໆ ເປັນຕົ້ນແມ່ນ 3 ແຍກ, 4 ແຍກ, ທ່າງຮ່ອມ, ໜ້າໂຮງຮຽນ, ສະຖາບັນສຶກສາ ແລະ ຈຸດທີ່ເຫັນວ່າ […]
ພະແນກສາທາລະນະສຸກແຂວງວຽງຈັນ ອອກແຈ້ງການ ໃຫ້ເຝົ້າລະວັງ ການແຜ່ລະບາດຂອງພະຍາດຄໍຕີບ ຢູ່ແຂວງວຽງຈັນ

ພະແນກສາທາລະນະສຸກແຂວງວຽງຈັນ ອອກແຈ້ງການໃນວັນທີ 22 ສິງຫາ 2023 ໃຫ້ເຝົ້າລະວັງ ແລະ ໂຕຕອບການແຜ່ລະບາດຂອງພະຍາດຄໍຕີບ ຢູ່ແຂວງວຽງຈັນ. ໃນປັດຈຸບັນໄດ້ມີ ກໍລະນີພະຍາດຄໍຕີບ ເກີດຂື້ນຢູ່ເມືອງໂພນໂຮງ ແຂວງວຽງຈັນ ເຊິ່ງໄດ້ຜ່ານການຢັ້ງຢືນຜົນການກວດວິເຄາະຈາກສູນລະບາດວິທະຍາ ພົບຜູ້ມີຜົນບວກຕໍ່ເຊື້ອພະຍາດຄໍຕີບ ເມືອງໂພນໂຮງ ຈໍານວນ 3 ກໍລະນີ, ໃນນັ້ນ ເສຍຊີວິດແລ້ວ 1 ກໍລະນີ ເປັນເພດຍິງ ອາຍຸ 7 ປີ ປະຫວັດບໍ່ເຄີຍໄດ້ຮັບວັກຊິນມາກ່ອນ. ພ້ອມກັນນີ້ ຍັງເປີດຂະບວນການກວດກາຄືນເດັກນ້ອຍລຸ່ມ 5 ປີທີ່ບໍ່ໄດ້ສັກຢາດົບ ແລະ ເດັກລຸ່ມ 1 ປີ ໃນຮອບປົກະຕິມາສັກ ຢາວັກຊິນໃຫ້ຄົບທຸກຄົນ; ສໍາລັບ ເມືອງໂພນໂຮງແມ່ນໃຫ້ເປີດຂະບວນການສັກວັກຊິນຕະລຸມບອນໃຫ້ເດັກ ໃນເກນອາຍຸ 10 ປິລົງມາ ຢູ່ບັນດາບ້ານທີ່ມີຄວາມສ່ຽງ ແລະ ບ້ານໃກ້ຄຽງຂອງໂຮງໝໍນ້ອຍ ຫຼັກ 52, ໂຮງໝໍນ້ອຍ ໜອງຂອນ.
ເຈົ້າໜ້າທີ່ ປກສ ແຂວງວຽງຈັນ ຈັບເປົ້າໝາຍຄ້າຂາຍ ຢາເສບຕິດ 2 ຄົນ ພ້ອມຢາບ້າ 2.675 ເມັດ

ເຈົ້າໜ້າທີ່ຕໍາຫລວດພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງວຽງຈັນ ໄດ້ລົງເຄື່ອນໄຫວວຽກງານວິຊາສະເພາະ ຢູ່ຂອບເຂດບ້ານຖິ່ນຍຸງ ເມືອງວຽງຄຳ ແຂວງວຽງຈັນ ສາມາດກັກເປົ້າໝາຍຄ້າ-ຂາຍຢາເສບຕິດໄດ້ 2 ຄົນ ຄື: ທ້າວ ແຫລ້ ອາຍຸ 26 ປີ ອາຊີບເຮັດນາ ຢູ່ບ້ານຖິ່ນຍຸງ ເມືອງວຽງຄຳ ແຂວງວຽງຈັນ, ພ້ອມຂອງກາງຢາບ້າ 83 ເມັດ ມາທໍາການສອບສວນ. ຈາກນັ້ນ, ຜູ້ກ່ຽວຍັງໄດ້ໃຫ້ການຊັກທອດຫາຜູ້ຮ່ວມຂະບວນການ ຊື່ ທ້າວ ໝາຍ ອາຍຸ 42 ປີ ອາຊີບກໍາມະກອນ ຢູ່ບ້ານ ຖິ່ນຍຸງ ເມືອງວຽງຄຳ ແຂວງວຽງຈັນ ຖືກກັກຕົວວັນທີ 1 ສິງຫາ 2023 ພ້ອມດ້ວຍຂອງກາງຢາບ້າ 2.592 ເມັດ ມາທໍາການສືບສວນ-ສອບສວນ. ປັດຈຸບັນ, ເຈົ້າໜ້າທີ່ວິຊາສະເພາະ ໄດ້ເລັ່ງສືບສວນ-ສອບສວນພວກກ່ຽວທັງສອງຄົນ ເພື່ອຂະຫຍາຍຜົນຫາກຸ່ມເແກ້ງ, ເຄືອຂ່າຍ ແລະ ຜູ້ຮ່ວມຂະບວນການມາລົງໂທດຕາມລະບຽບກົດໝາຍ.
ສະຫວັນນະເຂດ ແຈ້ງການ ຮ້ານເທັກ ຮ້ານຄາຣາໂອເກະ ຮ້ານກິນດື່ມ ແລະ ຮ້ານບັນເທີງ ໃຫ້ປະຕິບັດຕາມລະບຽບ

ພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງສະຫວັນນະເຂດ ແຈ້ງການ ເຖິງຜູ້ປະກອບການຮ້ານ – ເທັກ-ບາ,ຮ້ານຄາຣາໂອເກະ,ຮ້ານກິນດື່ມ ແລະ ຮ້ານບັນເທີງ ໃຫ້ປະຕິບັດຕາມລະບຽບ ດັ່ງນີ້: 1. ສໍາລັບຫົວຫນ່ວຍທຸລະກິດ ຮ້ານເທັກ-ບາ, ຮ້ານຄາຣາໂອເກະ ແລະ ຮ້ານບັນເທີງ ແມ່ນໃຫ້ ເປິດ ເວລາ 14:00 ໂມງ ແລະ ປິດບໍລິການແສງ, ສີ, ສຽງ ໃນເວລາ 23:30 ໂມງ, ຮອດເວລາ 24:00 ໂມງ ຕ້ອງປິດ ສະຖານທີ່ບໍລິການ. 2. ສໍາລັບຫົວຫນ່ວຍທຸລະກິດຮ້ານກິນດື່ມ ແມ່ນ ປິດບໍລິການດ້ານສຽງ ໃນເວລາ 22:00 ໂມງ. 3. ຫ້າມຜູ້ມາໃຊ້ບໍລິການ ທີ່ມີອາຍຸຕໍ່າກວ່າ 18 ປີ ເຂົ້າໃຊ້ບໍລິການໃນຮ້ານບັນເທີງ. 4. ການດໍາເນີນທຸລະກິດຮ້ານເທັກ-ບາ,ຮ້ານຄາຣາໂອເກະ,ຮ້ານກິນດື່ມ ແລະ ຮ້ານບັນເທີງ ຕ້ອງໃຫ້ຖືກຕ້ອງ ສອດຄອງ […]
ກັກຕົວເປົ້າໝາຍຂົນສົ່ງຢາເສບຕິດ 3 ຄົນພ້ອມຢາໄອສ໌ 10 ເປົາ

ວັນທີ 21 ສິງຫາ 2023, ເຈົ້າໜ້າທີ່ພະແນກຕຳຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຄຳມ່ວນ ກັກຕົວເປົ້າໝາຍຂົນສົ່ງຢາເສບຕິດ 3 ຄົນ ພ້ອມຢາເສບຕິດ ປະເພດຢາໄອສ໌ 10 ເປົາ, ເທົ່າກັບ 250 ຖົງ ທີ່ຂົນສົ່ງແຕ່ນະຄອນຫລວງວຽງຈັນລົງໄປພາກໃຕ້ໂດຍຜ່ານແຂວງຄຳມ່ວນ. ຜ່ານການສອບສວນຂອງເຈົ້າໜ້າທີ່ຮູ້ວ່າ: ທ້າວ ສຸລິສັກ ອາຍຸ 35 ປີ ຍອມຮັບສາລະພາບວ່າ: ຢາໄອສ໌ ຈຳນວນ 10 ເປົາ ແມ່ນຕົນເອງໄດ້ຮັບມາຈາກ ທ້າວ ທະນູເພັດ ແລະ ນາງ ນາງ ເພື່ອນຳໄປສົ່ງ ໃຫ້ຜູ້ຮ່ວມຂະບວນການ ຢູ່ເມືອງລະຄອນເພັງ ແຂວງສາລະວັນ ໂດຍໄດ້ຮັບຄ່າຈ້າງຂົນສົ່ງ ໃນລາຄາກິໂລລະ 1.000 ບາດ, ນອກນັ້ນຜູ້ກ່ຽວ ຍັງໄດ້ຮັບສາລະພາບຕື່ມອີກວ່າ: ທ້າວ ທະນູເພັດ ແລະ ນາງ ນາງ ໄດ້ລໍຖ້າຕົນເອງຢູ່ ເມືອງທ່າແຂກ ແຂວງຄຳມວ່ນ, […]
ເຈົ້າໜ້າທີ່ເມືອງດາກຈຶງ ຢຶດສັດປ່າ ຫລາຍກວ່າ 300 ໂຕ ຈາກການລົງກວດ-ຄົ້ນ ຕາມຕະຫລາດ

ໜ່ວຍງານບັງຄັບໃຊ້ກົດໝາຍ ວ່າດ້ວຍສັດນໍ້າ ແລະ ສັດປ່າ ແຂວງເຊກອງ ພ້ອມດ້ວຍເຈົ້າໜ້າທີ່ຈາກຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງດາກຈຶງ ໄດ້ລົງເຄື່ອນໄຫວກວດກາ ການລັກລອບ ຄ້າ-ຂາຍ ສັດປ່າ ໂດຍສະເພາະສັດປ່າທີ່ນອນຢູ່ໃນ ບັນຊີ I (ປະເພດຫວງຫ້າມ) ແລະ ບັນຊີ II (ປະເພດຄຸ້ມຄອງ) ຕາມເສັ້ນທາງ ແລະ ຕະຫລາດ ເຂດເທສະບານ ເມືອງດາກຈຶງ ໃນວັນທີ 16-17 ສິງຫາ ຜ່ານມາ ແລະ ສາມາຢຶກສັດປ່າໄດ້ຫລາຍກວ່າ 300 ໂຕ. ຈາກການລົງກວດກາ ເປັນເວລາ 2 ວັນ ສາມາຢຶດ ສັດປ່າທີ່ຕາຍແລ້ວ 36 ໂຕ ລວມມີ ກະຮອກແດງ, ບ່າງໃຫຍ່, ບ່າງລາຍ, ໄກ່ຂົວ, ນົກເຂົາ ແລະ ອື່ນໆ. ພ້ອມນີ້ຍັງມີສັດປ່າທີ່ຍັງມີຊີວິດ 302 ໂຕ ປະກອບມີ: ນົກປະຫລຽວ/ນົກຂວາກ, […]
ເຈົ້າໜ້າທີ່ ຢຶດຢາໄອສ໌ 840 ກວ່າກິໂລກຼາມທີ່ແຂວງບໍ່ແກ້ວ

ໃນວັນທີ 8-9 ສິງຫາ 2023 ຜ່ານມາ, ເຈົ້າໜ້າທີ່ວິຊາສະເພາະ ປກສ ແຂວງບໍ່ແກ້ວ ສົມທົບກັບກອງກໍ່ສ້າງຮາກຖານການເມືອງ 918 ໄດ້ກວດກາລາດຕະເວນຕາມຄວາມຮັບ ຜິດຊອບລະຫວ່າງບ້ານພຽງງາມ ຫາ ບ້ານດອນສະຫວັນ ເມືອງຕົ້ນເຜິ້ງ ແລະ ບ້ານສີດອນມີ ພົບເຫັນຢາເສບຕິດ ປະເພດຢາໄອສ໌ 840 ກວ່າກິໂລກຼາມ ແລະ ລົດກະບະ 2 ຄັນ ສ່ວນຜູ້ຖືກຫາແມ່ນເອົາຕົວຫຼົບໜີ. ເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນວັນທີ 8 ສິງຫາ 2023, ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ລົງກວດກາລາດຕະເວນຂອບເຂດບ້ານພຽງງາມ ຫາ ບ້ານດອນສະຫວັນ ເມືອງຕົ້ນເຜິ້ງ ພົບເຫັນຖົງສີດຳ ຈຳນວນ 4 ຖົງຢູ່ແຄມຝັ່ງແມ່ນໍ້າຂອງ ຫ່າງຈາກບ້ານດອນສະຫວັນ ປະມານ 300 ແມັດ ຈຶ່ງໄດ້ກວດກາຊັນລະສູດສະຖານທີ່ ແລະ ຖົງດຳຈຳນວນດັ່ງກ່າວ ຈຶ່ງສາມາດລະບຸໄດ້ວ່າຢາເສບຕິດທີ່ຢູ່ໃນຖົງນັ້ນແມ່ນປະເພດຢາໄອສ໌ ຈຳນວນ 120 ຫໍ່ ເທົ່າກັບ […]
ໂຮງໝໍແມ່ ແລະ ເດັກເກີດໃໝ່ສູນກາງ ສຳເລັດການຜ່າຕັດຊ່ວຍເກີດລູກໃຫ້ຄົນເຈັບທີ່ເປັນກ້ອນເບົ້າຮັງໄຂ່ ນໍ້າໜັກ 20 ກິໂລກຣາມ

ວັນທີ 15 ສິງຫາ 2023, ທ່ານ ດຣ. ສີວັນໄຊ ຈັນທະວົງສັກ ອຳນວຍການໂຮງໝໍແມ່ ແລະ ເດັກເກີດໃໝ່ສູນກາງ ໃຫ້ຮູ້ວ່າ: ຄະນະແພດ-ໝໍ ແລະ ພະຍາບານຂອງໂຮງໝໍ ໄດ້ສຳເລັດການຜ່າຕັດຊ່ວຍເກີດລູກ ໃຫ້ຄົນເຈັບທີ່ເປັນກ້ອນເບົ້າຮັງໄຂ່ ໂດຍນໍ້າໜັກກ້ອນເບົ້າຫຼັງຜ່າຕັດແມ່ນ 20 ກິໂລກຣາມ ຊຶ່ງເປັນຜົນສຳເລັດໜຶ່ງທີ່ຖືໄດ້ວ່າເປັນຄັ້ງປະຫວັດສາດ ເພາະເປັນການຜ່າຕັດຊ່ວຍເກີດກ່ອນກຳນົດ ແລະ ເປັນການຜ່າກ້ອນເບົ້າຮັ່ງໄຂ ຂະໜາດໃຫຍ່ກວ່າທີ່ເຄີຍພົບເຫັນມາ. ພ້ອມດຽວກັນນີ້, ທ່ານ ດຣ. ສະແນກ ອິນທະວົງ ຮອງພະແນກພະຍາດຍິງ ໜຶ່ງໃນຄະນະຜ່າຕັດໃນກໍລະນີດັ່ງກ່າວ ກໍໄດ້ໃຫ້ຂໍ້ມູນວ່າ: ຄົນເຈັບ ເປັນແມ່ຍິງຖືພາລູກຜູ້ທີ່ 2 ຊຶ່ງເປັນຄົນຊົນເຜົ່າມົ້ງ ອາຍຸ 17 ປີ ອາໄສຢູ່ບ້ານຜາສະຫງົບ ເມືອງອານຸວົງ ແຂວງໄຊສົມບູນ ໄດ້ຖືກນໍາສົ່ງຈາກໂຮງໝໍແຂວງເຂົ້າມາປິ່ນປົວຢູ່ໂຮງໝໍແມ່ ແລະ ເດັກເກີດໃໝ່ສູນກາງ ໃນວັນທີ 10/8/2023. ໃນເບື້ອງຕົ້ນຫຼັງຈາກຮັບຄົນເຈັບເຂົ້າປິ່ນປົວ, ຄະນະອຳນວຍການໂຮງໝໍ ກໍໄດ້ໃຫ້ການຊີ້ນໍາໂດຍກົງ ເພາະເປັນກໍລະນີທີ່ພົບເຫັນໄດ້ຍາກ ແລະ ດ້ວຍຂະໜາດຂອງກ້ອນເບົ້າແມ່ນໃຫຍ່ກວ່າທີ່ເຄີບພົບເຫັນມາກ່ອນ. ໂດຍພາຍໃຕ້ການຊີ້ນໍາ […]