ນັກຮຽນລາວເກັ່ງ ໄດ້ຫລຽນຄໍາ ໃນການແຂ່ງຂັນຄະນິດສາດ ທີ່ສິງກະໂປ

ຊົມເຊີຍ! ນັກຮຽນລາວ ຈາກໂຮງຮຽນ​ນານາ​ຊາດ​ອົດສະຕາລີ ໄດ້ເຂົ້າຮ່ວມການແຂ່ງຂັນຄະນິດສາດ ທີ່ປະເທດສິງກະໂປ ໃນລະຫວ່າງວັນທີ 23-24 ກໍລະກົດ 2023 ຜ່ານມາ ສາມາດຍາດໄດ້ 1 ຫລຽນຄຳ, 4 ຫລຽນເງິນ, 3 ຫລຽນທອງ, ລາງວັນຊົມເຊີຍ 1 ຫລຽນ ແລະ ໃບຍ້ອງຍໍ 11 ໃບ ເຊິ່ງການແຂ່ງຂັນດັ່ງກ່າວ, ມີຜູ້ເຂົ້າຮ່ວມ ທັງໝົດ 1.500 ກວ່າຄົນ ຈາກ 32 ປະເທດ. ການແຂ່ງຂັນຄະນິດສາດ ປະກອບມີ 3 ຮອບ ຄື: ຮອບທີ 1 ຕອບຄຳຖາມໂຈດເລກ, ຮອບທີ 2 ຫລິ້ນເກມພັດທະນາທັກສະເລກ (ປະກອບມີ 1 ທີມ, ທີມລະ 3 ຄົນ) ສ່ວນຮອບທີ 3 ແກ້ໂຈດຄະນິດຄິດໄວ ເຊິ່ງຜ່ານການແຂ່ງຂັນ ທ້າວ ສຸຣິຍະເດດ […]

ກໍ່ຄາດຕະກຳເມຍ ເອົາຕົວຫຼົບໜີໄດ້ 5 ປີ ຖືກຈັບດໍາເນີນຄະດີ

ເຫດການຄະດີຜົວຄາດຕະກໍາເມຍໃນປີ 2018 ເກີດຂຶ້ນເມື່ອວັນທີ 20 ກໍລະກົດ 2018, ຢູ່ແຂວງໄຊຍະບູລີ ພາຍຫຼັງຄາດຕະກໍາເມຍແລ້ວຫຼົບໜີໄປລີ້ຊ້ອນຢູ່ແຂວງຈໍາປາສັກ ເປັນເວລາ 5 ປີ ສາເຫດຍ້ອນບໍ່ເຂົ້າໃຈກັນ. ໂດຍເຈົ້າໜ້າທີ່ໄດ້ຮັບແຈ້ງ ຄວາມຈາກພົນລະເມືອງດີ ວ່າ: ພົບເຫັນຮ່າງຄົນເສຍຊີວິດໄຫຼມາຄ້າງຢູ່ແຄມແມ່ນໍ້າເຂດ ບ້ານນາຍາວ ເມືອງໄຊຍະບູລີ ແຂວງໄຊຍະບູລີ; ຈາກນັ້ນ, ເຈົ້າໜ້າທີ່ພະແນກຕໍາຫຼວດສືບສວນ-ສອບສວນ ສົມທົບເຈົ້າໜ້າທີ່ ປກສ ເມືອງໄຊຍະບູລີ ຊັນນະສູດສະຖານທີ່ເກີດເຫດ, ຜູ້ເສຍຊີວິດ ຊື່ ນາງ ມິນຕາ ອາຍຸ 20 ປີ ປະຊາຊົນ ບ້ານສີບຸນເຮືອງ ເມືອງຫົງສາ ແຂວງໄຊຍະບູລີ. ສາເຫດຂອງການເສຍຊີວິດແມ່ນຍ້ອນຖືກ ຄາຕະກຳ ແລະ ຜູ້ກະທໍາຜິດຊື່ ທ້າວ ທອງສໍາລິດ ຫຼື ແອໃຫຍ່ ແກ້ວປະເສີດ ອາຍຸ 39 ປີ ປະຊາຊົນ ບ້ານໜອງແຕ່ງເໜືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ຫຼົບໜີຢູ່ແຂວງຈຳປາສັກເປັນເວລາ 5 ປີ […]

ພະແນກສາທາລະນະສຸກແຂວງຄໍາມ່ວນ ໃຫ້ລົບລ້າງຫນັງສືແຈ້ງການຂອງໂຮງຫມໍແຂວງຄໍາມ່ວນ ສະບັບເລກທີ 373/ ຮຫມຂ

ພະແນກສາທາລະນະສຸກແຂວງຄໍາມ່ວນ ໄດ້ອອກແຈ້ງການໃນວັນທີ 18 ກໍລະກົດ 2023 ໃຫ້ລົບລ້າງຫນັງສືແຈ້ງການຂອງໂຮງຫມໍແຂວງຄໍາມ່ວນ ສະບັບເລກທີ 373/ ຮຫມຂ, ລົງວັນທີ 17 ກໍລະກົດ 2023 ທີ່ບໍ່ສອດຄ່ອງກັບນະໂຍບາຍປະກັນສຸຂະພາບແຫ່ງຊາດ ໂດຍມີເນື້ອໃນລະບຸວ່າ ປະຈຸບັນໂຮງຫມໍຂາດຢາປິ່ນປົວຈໍາເປັນພື້ນຖານ ເນື່ອງຈາກບໍ່ສາມາດຊໍາລະຫນີ້ສິນໄດ້ຕາມກໍານົດເວລາ ຈົນບໍລິສັດຢຸດການສົ່ງຢາໃຫ້ແກ່ໂຮງຫມໍ. ການລົບລ້າງແຈ້ງການສະບັບດັ່ງກ່າວຂອງທາງໂຮງຫມໍແຂວງ ກໍເພື່ອໃຫ້ເຮັດໃຫ້ການບໍລິການຂອງສະຖານປິ່ນປົວສຸຂະພາບຂອງພາກລັດສອດຄ່ອງຕາມລະບຽບ ກົດຫມາຍ ແລະ ນະໂຍບາຍທີ່ວາງອອກ ພະແນກສາທາລະນະສຸກແຂວງຄໍາມ່ວນ ຈຶ່ງອອກແຈ້ງການລະບຸໄວ້ ວ່າ: ປະຊາຊົນທີ່ເຂົ້າມາໃຊ້ບໍລິການຮັກສາສຸຂະພາບທົ່ວໄປ ຢູ່ໂຮງຫມໍແຂວງ, ໂຮງຫມໍຊຸມຊົນ ແລະ ໂຮງນ້ອຍ ແມ່ນຍັງສືບຕໍ່ຈັດຕັ້ງປະຕິບັດຕາມປົກກະຕິຄືຜ່ານມາ ເຊິ່ງຜູ້ໃຊ້ ບໍລິການຕ້ອງໄດ້ນໍາເອົາປື້ມສໍາມະໂນຄົວ ຫຼື ເອກະສານຢັ້ງຢືນທີ່ຖືກຕ້ອງມາແຈ້ງຕໍ່ສະຖານທີ່ບໍລິການ ເພື່ອຮັບສິດໃນການປິ່ນປົວຕາມນະໂຍບາຍຂອງລັດ. ພະນັກງານລັດຖະກອນ, ທະຫານ, ຕໍາຫລວດ, ພະນັກງານລັດວິສາຫະກິດ, ຜູ້ທີ່ເຂົ້າປະກັນສັງຄົມ ແລະ ຜູ້ທີ່ໄດ້ຮັບສິດຄຸ້ມຄອງ ໃຫ້ຈັດຕັ້ງປະຕິບັດຕາມປົກກະຕິຄືຜ່ານ ມາ ໂດຍໃຫ້ຖືບັດປະກັນສັງຄົມມາແຈ້ງຕໍ່ສະຖານທີ່ບໍລິການ ເພື່ອປະຕິບັດຕາມກົດຫມາຍວ່າດ້ວຍການປະກັນສຸຂະພາບແລະ ຄໍາສັ່ງແນະນໍາ ຂອງລັດຖະມົນຕີ ກະຊວງ ສາທາລະນະສຸກ ວ່າດ້ວຍກົນໄກການເກັບເງິນສົມທົບ, ການຈ່າຍເງິນ ແລະ […]

ແຂວງຫຼວງພະບາງປ່ອຍຕົວຜູ້ຖືກຫາ ທີ່ຄົບກຳນົດບຳບັດດັດສ້າງ 1 ປີ

ແຫລ່ງຂ່າວຈາກ ແຂວງຫຼວງພະບາງ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ກອງບັນຊາການ ປກສ ນະຄອນ ຫຼວງພະບາງ ໄດ້ປ່ອຍຕົວຜູ້ຖືກຫາ ທີ່ຄົບກຳນົດບຳບັດດັດສ້າງ 1 ປີ ຢູ່ສູນບຳບັດຢາເສບຕິດ ທີ່ບ້ານພິກໃຫຍ່ ຈໍານວນ 21 ເປົ້າໝາຍ ທີ່ໄດ້ກະທຳຜິດ ຈາກການ ມົ້ວສຸມຢາເສບຕິດ ແລະ ລັກຊັບ ພົນລະເມືອງ ໂດຍເປັນປະທານຂອງ ທ່ານ ພັນໂທ ໄວຍາສັກ ຄຳພິຈິດ ຮອງຫົວໜ້າກອງບັນຊາການ ປກສ ນະຄອນ ຫລວງພະບາງ ແລະ ຄະນະ ພາກສ່ວນທີ່ກ່ຽວຂ້ອງ. ທ່ານ ພັນຕີ ຄຳສອນ ພຸດລະວົງ ຫົວໜ້າພະແນກຕຳຫຼວດ ກອງບັນຊາການ ປກສ ນະຄອນ ຫຼວງພະບາງ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການປ່ອຍຕົວຜູ້ຖືກຫາ ແລະ ບົດລາຍງານຫຍໍ້ການກັກຕົວຜູ້ຖືກຫາທີ່ດັດສ້າງ ວ່າ: ຜູ້ຖືກຫາດັດສ້າງທີ່ໄດ້ຮັບການປ່ອຍຕົວໃນຄັ້ງນີ້, ແມ່ນເປົ້າໝາຍທີ່ໄດ້ກະທຳຜິດ ຈາກການ ມົ້ວສຸມຢາເສບຕິດ ແລະ ລັກຊັບ ຜ່ານໄລຍະເວລາການບຳບັດດັດສ້າງ […]

ເຈົ້າໜ້າທີ່ ປກສ ນະຄອນໄກສອນພົມວິຫານ ຈັບແກ້ງໂຈນທີ່ລັກລົດຈັກ ແລະ ສາຍໄຟໄດ້

ຕາມການລາຍງານຂອງ ເຈົ້າໜ້າທີ່ກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໃນ ວັນທີ 13 ກໍລະກົດ 2023ນີ້ ວ່າ: ໃນວັນທີ 29/6/2023 ເຈົ້າໜ້າທີ່ ປກສ ນະຄອນໄກສອນພົມວິຫານ ໄດ້ກັກຕົວທ້າວ ເສົານິລັນ ອາຍຸ 19 ປີ, ອາຊີບຫວ່າງງານ ບ້ານສະ ໜາມໄຊ ນະຄອນໄກສອນພົມວິ ຫານ ເຊິ່ງເປັນເປົ້າໝາຍເຄື່ອນ ໄຫວລັກຊັບ. ຜ່ານການສອບສວນ ຂອງເຈົ້າໜ້າທີ່ຜູ້ກ່ຽວໄດ້ຮັບສາ ລະພາບວ່າ: ໄດ້ເຄື່ອນໄຫວລັກຊັບ (ລັກສາຍໄຟ) ຢູ່ພາຍໃນເທສະ ບານນະຄອນ, ທາງເຈົ້າໜ້າທີ່ ຈຶ່ງ ໄດ້ສອບຂະຫຍາຍຜົນຈົນສາມາດ ຈັບກຸມຜູ້ຮ່ວມຂະບວນການເພີ່ມ ເຕີມອີກ 4 ຄົນຄື: ທ້າວ ຕ້ອມ ອາຍຸ 20 ປີ, ທ້າວ ພວງ ອາຍຸ 16 ປີ, ທ້າວ ເທບໄທ ອາຍຸ 25 […]

ເກີດເຫດລົດໃຫຍ່ຕຳລົດພ່ວງ ເຂດຫລັກ 19 ນາລ້ອມ ເມືອງໄຊທານີ

ລົດຕູ້ຕຳທ້າຍລົດພ່ວງ ເສຍຊີວິດ1ລາຍ ແລະ ບາດເຈັບ1ລາຍວັນທີ 13 ກໍລະກົດ 2023 ເວລາ 19:39 ໂມງໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ ໄດ້ຮັບແຈ້ງເຫດເຂົ້າເບີໂທສຸກເສີນ 1623 ວ່າມີເຫດລົດໃຫຍ່ຕຳກັບລົດພ່ວງ ຈຸດເກີດເຫດ: ເຂດຫລັກ 19 ນາລ້ອມ ເມືອງໄຊທານີ ນະຄອນຫລວງວຽງຈັນ. ຈາກການກວດສອບອຸບັດຕິເຫດຄັ້ງນີ້ມີຜູ້ໄດ້ຮັບບາດເຈັບ 01ຄົນ ເພດຊາຍ ອາການເບື້ອງຕົ້ນ ຄິ້ວແຕກ ແລະ ມີບາດແຜຕາມຕົນໂຕແລະ ເສຍຊີວິດ 01 ຄົນ ເພດ ຊາຍ ອາຍຸ 22ປີ ກວດສອບພົບແມ່ນ: ກະດູກກ້ານຄໍຫັກ ແລະ ກະດູກຊີ້ໂຄງຫັກເບື້ອງຂວາ.ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ເສຍຊີວິດຈາກອຸບັດຕິເຫດໃນຄັ້ງນີ້ດ້ວຍ ທີ່ມາ : 1623

ດວງລາຍວັນປະຈໍາວັນສຸກ ທີ 14 ກໍລະກົດ 2023

ຄົນເກີດວັນອາທິດ:ການ​ງານຈະ​ພົບ​ບັນຫາ​ທາງ​ດ້ານ​ການ​ເຮັດ​ວຽກງານ​ແບບ​ບໍ່​ຄາດ​ຝັນ ແຕ່​ສາມາດ​ແກ້​ບັນຫາ​ສະເພາະ​ໜ້າ​ໄດ້​ຢ່າງ​ວ່ອງໄວ ການ​ເງິນຈະ​ໄດ້​ເງິນ​ເຂົ້າ​ມາ​ຢ່າງ​ຕໍ່​ເນື່ອງ ໃນໄລຍະນີ້ດວງການເງິນດີ ຄວາມ​ຮັກລະ​ວັງ​ການ​ໃຊ້​ອາລົມ​ ແລະ ​ຄວາມ​ໃຈ​ຮ້ອນ​ກັບ​ຄົນ​ຮັກ​ໃນ​ໄລຍະ​ນີ້ ຄວນ​ຫຼີກ​ລ້ຽງ​ສະຖານນະການ​ການ​ຂັດ​ແຍ້ງ ເຄື່ອງມຸງຄຸນ​ແຫວນຄໍາ ສີມຸງຄຸນ​ສີດໍາ ເລກ​ນຳ​ໂຊກ​7 ຄົນເກີດວັນຈັນ:ການ​ງານ​  ສາມາດ​ໃຊ້ສິລະປະ​ໃນ​ການ​ຕິດ​ຕໍ່​ເຈລະ​ຈາ​ປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນໂຊກດີ ຫຼື ​ຄົນ​ສະໜິດ​ຈະ​ນຳ​ໂຊກ​ມາສູ່​ທ່ານ ຄວາມ​ຮັກລະ​ວັງ​ເກີດ​ບັນຫາ​ຂັດ​ແຍ້ງ​ກັບ​ຄົນ​ຮັກ ໃນໄລຍະນີ້ໃຫ້ລະວັງເລື່ອງການປາກເວົ້າ ເຄື່ອງມຸງຄຸນ ຫິນນໍາໂຊກສີແດງ ສີມຸງຄຸນສີ​ບົວ ເລກ​ນຳ​ໂຊກ​7 ຄົນເກີດວັນອັງຄານ:ການ​ງານຕ້ອງ​ແບກ​ພາລະ​ໜ້າທີ່​ການ​ງານ​ຂ້ອນ​ຂ້າງ​ຫຼາຍ​ເປັນ​ພິເສດ ການ​ເງິນຈະ​ພົບ​ເລື່ອງ​ກັງ​ວົນ​ໃຈ​ດ້ານ​ການ​ໃຊ້​ຈ່າຍ ແຕ່​ກໍ​ສາມາດ​ທີ່​ຈະ​ແກ້​ໄຂ​ບັນຫາ​ໃຫ້​ຜ່ານ​ພົ້ນ​ໄປ​ໄດ້​ຢ່າງ​ວ່ອງໄວ ຄວາມ​ຮັກຈະ​ພົບ​ຮັກ​ກັບ​ຄົນ​ດີ ມີ​ສະເໜ່ ມີ​ຄວາມ​ສາມາດ ເຄື່ອງມຸງຄຸນ​ ແຫວນຄໍາ ສີມຸງຄຸນສີ​ເຫຼືອງ ເລກ​ນຳ​ໂຊກ​   2 ຄົນເກີດວັນພຸດ:ການ​ງານການ​ເຈລະ​ຈາ​ທາງ​ທຸລະກິດ​ປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນມີ​ລາຍ​ຈ່າຍ​ໃນ​ເລື່ອງ​ຂອງ​ການ​ຊ່ວຍ​ເຫຼືອ​ບໍລິວານ ຄວາມ​ຮັກສຸກ​ສົມ​ຫວັງ​ ແລະ ​ລົງ​ຕັວ​ດ້ານ​ຄວາມ​ຮັກ ອາດເປັນການປັບຕົວເຂົ້າຫາກັນຫຼາຍຂື້ນ ເຄື່ອງມຸງຄຸນ​​  ເງິນ ສີມຸງຄຸນສີດໍາ ເລກ​ນຳ​ໂຊກ​6 ຄົນເກີດວັນພະຫັດ:ການ​ງານ​ໄລຍະ​ນີ້​ຖ້າ​​ຈະ​ຫາ​ອາ​ຊີບ​ເສີມ​ເຮັດ​ເປັນ​ທຸລະກິດ​ໃໝ່​ກໍ​ຈະ​ເຮັດໃຫ້​ໄດ້ຮັບ​ຜົນ​ກຳ​ໄລ ການ​ເງິນຈະ​ໄດ້​ໂຊກ​ຈາກ​ຄວາມ​ສາມາດຂອງທ່ານເອງ ແລ້ວຈະສົມຫວັງ ຄວາມ​ຮັກ​ລະ​ວັງ​ເກີດ​ຄວາມ​ຂັດ​ແຍ້ງ​ ຫຼື​ ປະ​ທະ​ຄາ​ລົມ​ກັບ​ຄົນ​ຮັກ ເຄື່ອງມຸງຄຸນ​ຄໍາຝຣັ່ງ ສີມຸງຄຸນສີ​ສົ້ມ ເລກ​ນຳ​ໂຊກ​9 ຄົນເກີດວັນສຸກ:ການ​ງານ​ເລີ່ມ​ຕົ້ນ​ໂປຣ​ເຈັກ​ໃໝ່​ປະ​ສົບ​ຄວາມ​ສຳ​ເລັດ ​ແລະ ​ກ້າວ​ໜ້າ […]

ດວງລາຍວັນປະຈໍາວັນພະຫັດ ທີ 13 ກໍລະກົດ 2023

ຄົນເກີດວັນອາທິດ:ການ​ງານມີ​ພິບໄຫວໃນການຕິດ​ຕໍ່​ເຈລະ​ຈາ​ໃນເລື່ອງຂອງການງານຈະເຮັດໃຫ້ທ່ານປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນໄດ້ຮັບ​ການ​ສະໜັບ​ສະໜຸນເງິນ​ທຶນ​ຈາກ​ຜູ້ໃຫຍ່ ຄວາມ​ຮັກພົບ​ຮັກ​ກັບ​ຄົນທີ່​ມີ​ສະເໜ່ ມີ​ຄວາມ​ຈິງ​ໃຈ ເຄື່ອງມຸງຄຸນຫິນນໍາໂຊກສີແດງ ສີມຸງຄຸນ​ຄໍາ ເລກ​ນຳ​ໂຊກ​8 ຄົນເກີດວັນຈັນ:ການ​ງານຕັດ​ສິນ​ໃຈ​ທີ່​ຈະ​ໃຊ້​ເງິນ​ລົງ​ທຶນ​ເຮັດ​ທຸລະກິດ ການ​ເງິນ​ຈະ​ໄດ້ຮັບ​ຮູ້​ເລື່ອງ​ຂ່າວ​ດີ​ທາງ​ດ້ານ​ການ​ເງິນ ຄວາມ​ຮັກ​ການເດີນທາງ​ຈະ​ມີ​ໂອ​ກາດ​ໄດ້​ພົບ​ຄົນທີ່​ມີ​ສະເໜ່ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີສົ້ມ ເລກ​ນຳ​ໂຊກ​4 ຄົນເກີດວັນອັງຄານ:ການ​ງານເຮັດ​ທຸລະກິດ​ແບບ​ສາຍ​ດ່ຽວ​ຈະ​ເຮັດໃຫ້​ລ້ຳລວຍ ການ​ເງິນຈະ​ພົບ​ຜູ້​ອຸປະຖຳ​ດ້ານ​ການ​ເງິນ ຄວາມ​ຮັກເດີນທາງ​ໄກ​ມີ​ໂອ​ກາດ​ໄດ້​ພົບ​ຮັກກັບຄົນຮູ້ຈັກ ເຄື່ອງມຸງຄຸນ​ໄຂ່ມຸກ ສີມຸງຄຸນສີ​ແດງ ເລກ​ນຳ​ໂຊກ​9 ຄົນເກີດວັນພຸດ:ການ​ງານ​ໂຊ​ກດີ​ທີ່​ມີ​ບໍລິວານ​ຄອຍ​ຖ້າ​ຊ່ວຍ​ເຫລືອ​ສະໜັບ​ສະໜຸນຮ່ວມ​ກັນ​ສ້າງ​ຜົນ​ງານ ການ​​ເງິນໂຊ​ກດີ​ມື້​ນີ້​ຈະ​ໄດ້​ເງິນເຂົ້າມາໃນການໃຊ້ຈ່າຍ ຄວາມ​ຮັກບໍ່​ຄ່ອຍ​ມີ​ເວລາ​ໃຫ້​ກັບ​ຄົນ​ຮັກຕ້ອງຫາເວລາໄປໃສມາໃສນໍາກັນໃຫ້ຫຼາຍ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນສີຂາວ ເລກ​ນຳ​ໂຊກ​4 ຄົນເກີດວັນພະຫັດ:ການ​ງານສ້າງ​ຜົນ​ງານ​ໄດ້​ໂດດ​ເດັ່ນການງານຂ້ອນຂ້າງຢູ່ໃນແກນທີ່ດີ ການ​ເງິນມີ​ໂອ​ກາດ​ທີ່​ຈະ​ໄດ້ຮັບ​ໂຊກ​ຈາກ​ບໍລິວານ ຄວາມ​ຮັກທ່ານ​ກັບ​ຄົນ​ຮັກ​ນັ້ນ​ບໍ່​ຄ່ອຍ​ມີ​ເວລາ​ໃຫ້​ກັນ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີນໍ້າຕານ ເລກ​ນຳ​ໂຊກ1 ຄົນເກີດວັນສຸກ:ການ​ງານ​ເຮັດ​ອາ​ຊີບ​ເປັນ​ນັກ​ບໍລິຫານ​ຈັດການ​ປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນບໍລິວານ​ຈະ​ຊ່ວຍ​ເຫລືອ​ທາງ​ການ​ເງິນ ຄວາມ​ຮັກມີ​ໂອ​ກາດ​ພົບ​ຮັກ​ເປັນ​ຄູ່​ຄອງ​ທີ່​ດີ​ລັກສະນະ​ຜິວ​ຂາວ​ ເຄື່ອງມຸງຄຸນ​​ເງິນ ສີມຸງຄຸນສີບົວ ເລກ​ນຳ​ໂຊກ​0 ຄົນເກີດວັນເສົາ:ການ​ງານໃຊ້​ຄວາມ​ສາມາດ​ພິເສດ​ສ້າງ​ຜົນ​ງານ​ໄດ້​ໂດດ​ເດັ່ນ ການ​ເງິນຄິດ​ເງິນ​ກໍ​ໄດ້​ເງິນ ເພາະໄລຍະນີ້ດວງການເງິນດີຫຼາຍ ຄວາມ​ຮັກມີ​ໂອ​ກາດ​ໄດ້​ພົບ​ຮັກ​ເກີດ​ຄວາມ​ສຸກ​ໃຈ ເຄື່ອງມຸງຄຸນ​ໄຂ່ມຸກ ສີມຸງຄຸນສີນໍ້າຕານ ເລກ​ນຳ​ໂຊກ​5

ເຈົ້າໜ້າທີ່ ປກສ ເມືອງວິລະບູລີ ສາມາດກວດຍຶດແຮ່ຫີນຂຽວໄດ້ 41 ໂຕນ ກັກຕົວຜູ້ກະທໍາຜິດໄດ້ 4 ຄົນ

ໃນຄັ້ງວັນທີ 23 ພຶດສະພາ 2023  ທ່ານ ພັທ ສິດທິເດດ ພຸດທະວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງ ວິລະບູລີ ແຂວງສະຫວັນນະເຂດ ໄດ້ໃຫ້ຮູ້ວ່າ : ໃນຄັ້ງວັນທີ 16 ພຶດສະພາ 2023 ເວລາ ປະມານ 4:20 ນາທີ ທາງເຈົ້າໜ້າທີ່ ປກສ ເມືອງວິລະບູລີ ໄດ້ຮັບຂໍ້ມູນແຫຼ່ງຂ່າວຈາກພົນລະເມືອງດີວ່າ ຢູ່ໃນຂອບເຂດດິນຂອງປະຊາຊົນ ບ້ານໂນນສົມບູນ (ໃກ້ກັບເຂດສຳປະທານພູແທ່ງຄຳ 24) ແມ່ນໄດ້ມີກຸ່ມປະຊາຊົນຂອງເມືອງ ວິລະບູລີ ຈໍານວນໜຶ່ງ, ໄດ້ມີການເຄື່ອນໄຫວລັກລອບເອົາແຮ່ທອງ ມາຊຸກເຊື່ອງ ແລະ ທ້ອນໂຮມໄວ້ຢູ່ສວນດັ່ງກ່າວເປັນຈຳນວນຫຼາຍ. ຈາກນັ້ນພໍຕົກມາເຖິງເວລາປະມານ 5 ໂມງ ຂອງວັນດຽວກັນ ທາງເຈົ້າໜ້າທີ່ເພື່ອສະແດງຕົວເຂົ້າທຳການເລີກຮື້ ແລະ ສະກັດກັ້ນຕໍ່ສະພາບດັ່ງກ່າວ, ເມື່ອຜ່ານການເລີກຮື້ ແລະ ສະກັດກັ້ນ ຈຶ່ງສາມາດກັກຕົວຜູ້ກະທຳຜິດໃນສະຖານທີ່ດັ່ງກ່າວ ໄດ້ຈຳນວນ 4 ຄົນ ຍິງ 1 ຄົນ, […]

ຢຶດຢາເສບຕິດປະເພດຢາໄອສ໌ ໄດ້ 48 ເປົາ ລວມນ້ຳໜັກ 1,436 ກິໂລກຼາມ

ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ຢຶດຢາເສບຕິດປະເພດຢາໄອສ໌ ໄດ້ 48 ເປົາ ລວມນ້ຳໜັກ 1,436 ກິໂລກຼາມ.ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ວັນທີ 15 ພຶດສະພາ 2023 ເຈົ້າໜ້າທີ່ ປກສ ເມືອງຕົ້ນເຜິ້ງ ໄດ້ຮັບຂໍ້ມູນຈາກພົນລະເມືອງດີ ວ່າຈະມີການຂົນສົ່ງຢາເສບຕິດຈາກປະເທດເພື່ອນບ້ານມາເທດສະບານເມືອງຕົ້ນເຜິ້ງ, ປກສ ເມືອງຕົ້ນເຜິ້ງ ຈິ່ງໄດ້ປະສານຫາ ປກສ ແຂວງ ສົມທົບກັນເຂົ້າສະກັດເປົ້າໝາຍສາມາດຢຶດຢາເສບຕິດ ປະເພດຢາໄອສ໌ ໄດ້ 48 ເປົາ ເທົ່າກັບ 1.436 ຫໍ່ ນໍ້າໜັກລວມ 1.436 ກິໂລກຼາມ ພ້ອມລົດກະບະວີໂກ 2 ຄັນບໍ່ຕິດປ້າຍທະບຽນ ແລະ ພົບປ້າຍທະບຽນລົດ 2 ຄູ່. ສ່ວນຜູ້ຂັບຂີ່ເອົາຕົວຫຼົບໜີ.ປັດຈຸບັນເຈົ້າໜ້າທີ່ພວມເລັ່ງສືບສວນ-ສອບສວນ ຫາຜູ້ກະຜິດມາດຳເນີນຄະດີ.