ດວງ-Tou-Vientianepost - 2023-07-31T113657.780
ກໍ່ຄາດຕະກຳເມຍ ເອົາຕົວຫຼົບໜີໄດ້ 5 ປີ ຖືກຈັບດໍາເນີນຄະດີ
ຮຽບຮຽງໂດຍ:Staff
ເຜີຍແຜ່: 31 ເດືອນກໍລະກົດ, 2023
ໝວດ: ຂ່າວ

ເຫດການຄະດີຜົວຄາດຕະກໍາເມຍໃນປີ 2018 ເກີດຂຶ້ນເມື່ອວັນທີ 20 ກໍລະກົດ 2018, ຢູ່ແຂວງໄຊຍະບູລີ ພາຍຫຼັງຄາດຕະກໍາເມຍແລ້ວຫຼົບໜີໄປລີ້ຊ້ອນຢູ່ແຂວງຈໍາປາສັກ ເປັນເວລາ 5 ປີ ສາເຫດຍ້ອນບໍ່ເຂົ້າໃຈກັນ. ໂດຍເຈົ້າໜ້າທີ່ໄດ້ຮັບແຈ້ງ ຄວາມຈາກພົນລະເມືອງດີ ວ່າ: ພົບເຫັນຮ່າງຄົນເສຍຊີວິດໄຫຼມາຄ້າງຢູ່ແຄມແມ່ນໍ້າເຂດ ບ້ານນາຍາວ ເມືອງໄຊຍະບູລີ ແຂວງໄຊຍະບູລີ; ຈາກນັ້ນ, ເຈົ້າໜ້າທີ່ພະແນກຕໍາຫຼວດສືບສວນ-ສອບສວນ ສົມທົບເຈົ້າໜ້າທີ່ ປກສ ເມືອງໄຊຍະບູລີ ຊັນນະສູດສະຖານທີ່ເກີດເຫດ, ຜູ້ເສຍຊີວິດ ຊື່ ນາງ ມິນຕາ ອາຍຸ 20 ປີ ປະຊາຊົນ ບ້ານສີບຸນເຮືອງ ເມືອງຫົງສາ ແຂວງໄຊຍະບູລີ.

ສາເຫດຂອງການເສຍຊີວິດແມ່ນຍ້ອນຖືກ ຄາຕະກຳ ແລະ ຜູ້ກະທໍາຜິດຊື່ ທ້າວ ທອງສໍາລິດ ຫຼື ແອໃຫຍ່ ແກ້ວປະເສີດ ອາຍຸ 39 ປີ ປະຊາຊົນ ບ້ານໜອງແຕ່ງເໜືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ຫຼົບໜີຢູ່ແຂວງຈຳປາສັກເປັນເວລາ 5 ປີ ຈົນມາຮອດປັດຈຸບັນວັນທີ 15 ມີນາ 2023, ເຈົ້າໜ້າທີ່ຈຶ່ງກັກຕົວ ທ້າວ ທອງສຳລິດ ມາດຳເນີນຄະດີຕາມກົດໝາຍ.

ທ້າວ ທອງສຳລິດ ສາລະພາບວ່າ: ໃນປີ 2018, ຜູ້ກ່ຽວໄດ້ສ້າງຄອບຄົວກັບ ນາງ ມິນຕາ ມີລູກນຳກັນ 1 ຄົນ ຊື່ ທ້າວ ແອນ້ອຍ, ອາຍຸ 7 ເດືອນ; ຮອດວັນທີ 16 ກໍລະກົດ 2018, ທ້າວ ທອງສຳລິດ ແລະ ນາງ ມິນຕາ ພ້ອມດ້ວຍລູກ ໄດ້ໄປພັກເຊົາຢູ່ເຮືອນ ພັກ ແຫ່ງໜຶ່ງຢູ່ບ້ານທ່ານາ ເມືອງໄຊຍະບູລີ; ຈາກນັ້ນ, ເວລາປະມານ 8:00 ໂມງ ວັນທີ 17 ກໍລະກົດ 2018 ນາງ ມິນຕາ ບອກວ່າຈະໄປຊື້ນົມໃຫ້ລູກແລ້ວກໍອອກຈາກເຮືອນພັກ, ເວລາປະມານ 23 ໂມງ ນາງ ມິນຕາ ຈຶ່ງກັບຮອດເຮືອນພັກ ແລະ ມີອາ ການມືນເມົາ ແລ້ວ ທ້າວ ທອງສຳລິດ ກັບ ນາງ ມິນດາ ຈຶ່ງຜິດຖຽງກັນຢ່າງແຮງ, ທ້າວ ທອງສຳລິດ ໄດ້ບີບຄໍ ນາງ ມິນຕາ ຈົນເສຍຊີວິດ ແລ້ວເອົາຜ້າຫົ່ມພັນຮ່າງຜູ້ເປັນເມຍ.

ຮອດເວລາປະມານ 22:00 ໂມງ ວັນທີ 18 ກໍລະກົດ 2018, ທ້າວ ທອງສຳລິດ ເອົາຮ່າງຂອງເມຍທີ່ເສຍຊີວິດໄປຖິ້ມລົງແມ່ນໍ້າຮຸ່ງ ເພື່ອທຳລາຍຫຼັກຖານ ແລ້ວເອົາຕົວຫຼົບໜີ ໄປລີ້ຊ່ອນຢູ່ ແຂວງຈຳປາສັກ, ຮອດວັນ ທີ 15 ມີນາ 2023 ເປັນເວລາ 5 ປີ ຈຶ່ງຖືກເຈົ້າໜ້າທີ່ກັກຕົວໄດ້ໄປດໍາເນີນຄະດີຕາມລະບຽບກົດໝາຍ.

ທີ່ມາ ຄວາມສະຫງົບ Lao Security News

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
ດວງ-Tou-Vientianepost (20)
ບໍລິສັດທາງລົດໄຟລາວ-ຈີນ ຈັດຊື້ລົດໄຟ EMU ເພີ່ມອີກຫນຶ່ງ 1 ຂະບວນເພື່ອຮອງຮັບຜູ້ໂດຍສານທີ່ເພີ່ມຂຶ້ນ
ek
ດວງລາຍວັນປະຈໍາວັນພະຫັດ ທີ 21 ກັນຍາ 2023
ດວງ-Tou-Vientianepost (17)
ແຈ້ງການ ຈາກກະຊວງສາທາລະນະສຸກ ພົບຜູ້ຕິດເຊື້ອພະຍາດໝາກສຸກລີງ Monkey Pox ກໍລະນີທຳອິດໃນລາວ
ດວງ-Tou-Vientianepost (14)
ທ່ານ ນາຍົກລັດຖະມົນຕີ ເຂົ້າຮ່ວມງານ ວາງສະແດງສິນຄ້າ ອາຊຽນ-ຈີນ ຄັ້ງທີ 20
ek
ດວງລາຍວັນປະຈໍາວັນພຸດ ທີ 20 ກັນຍາ 2023
ek
ດວງລາຍວັນປະຈໍາວັນຈັນ ທີ 18 ກັນຍາ 2023
ດວງ-Tou-Vientianepost (9)
ປະທານປະເທດ ສຳເລັດການ ເຂົ້າຮ່ວມກອງປະຊຸມສຸດຍອດປະມຸກລັດ ແລະ ຫົວໜ້າລັດຖະບານຂອງບັນດາປະເທດກຸ່ມ 77 ແລະ ຈີນ
ດວງ-Tou-Vientianepost (7)
ສອງນາຍົກລັດຖະມົນຕີ ລາວ-ຈີນ ພົບປະ ຢ່າງເປັນທາງການຢູ່ທີ່ ນະຄອນໜານໜິງ
ດວງ-Tou-Vientianepost (5)
ແຈ້ງໂຈະຊົ່ວຄາວ ໂຄງການພັດທະນາພະລັງງານລົມ,ແສງຕາເວັນ ແລະ ເຂື່ອນປ້ຳນ້ຳສູບເກັບ
ດວງ-Tou-Vientianepost (4)
ບໍລິສັດຍອດງື່ມ ພາວເວີ້ ເລີ່ມຈຳໜ່າຍນໍ້າມັນແອັດຊັງທຳມະດາ ທີ່ປຸງແຕ່ງເອງ ລາຄາຖືກກວ່ານໍ້າມັນແອັດຊັງທີ່ນຳເຂົ້າເຖິງ 930 ກີບ
ຢ່າລື່ມກົດຕິດຕາມ