ການລ່າສັດປ່າບໍ່ຖືກຕ້ອງຕາມກົດ ໝາຍຈະຖືກລົງໂທດຕັດອິດສະລະພາບ 2 ຫາ 5 ປີ ແລະ ຈະຖືກປັບໃໝ

ວັນທີ 13 ກໍລະກົດ ຂອງທຸກປີລັດຖະບານໄດ້ກໍານົດເປັນວັນປ່ອຍປາ, ວັນອະນຸລັກສັດນໍ້າ ແລະ ສັດປ່າແຫ່ງຊາດ ເພື່ອເພີ່ມຄວາມອຸດົມສົມບູນດ້ານຊັບພະຍາກອນທໍາມະຊາດ ແລະ ສິ່ງທີ່ມີຊີວິດນາໆພັນ.  ອີງຕາມປະມວນກົດໝາຍອາຍາມາດ ຕາ 331 ຂອງປະເທດລາວໄດ້ລະບຸໄວ້ວ່າ: ການລ່າສັດໂດຍບໍ່ຖືກຕ້ອງຕາມກົດໝາຍລະບຸແຈ້ງ “ບຸກຄົນໃດ ຫາກໄດ້ລ່າສັດໂດຍບໍ່ຖືກຕ້ອງຕາມລະບຽບການກ່ຽວກັບລ່າສັດ ເຊັ່ນ: ລ່າສັດປະເພດຫວງຫ້າມ, ລ່າສັດຖືພາມານ, ລ່າສັດໃນລະດູ ຫຼື ໃນເຂດທີ່ຫວງຫ້າມ ຫຼື ດ້ວຍເຄື່ອງມືທີ່ເກືອດຫ້າມ  ແລະ ອື່ນໆ ຈະຖືກລົງໂທດຕັດອິດສະລະພາບ ແຕ່ສາມເດືອນ ຫາ ສອງປີ ແລະ ຈະຖືກປັບໃໝ ແຕ່ 3.000.000 ກີບ ຫາ 10.000.000 ກີບ. ໃນກໍລະນີການກະທໍາຜິດເປັນອາຈິນ, ມີການຈັດຕັ້ງເປັນກຸ່ມ ຫຼື ກໍ່ຄວາມເສຍຫາຍທີ່ມີມູນຄ່າແຕ່ 50.000.000 ກີບຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບ ແຕ່ 2 ປີ ຫາ 5 ປີ ແລະ ຈະຖືກປັບໃໝສອງເທົ່າຂອງມູນຄ່າຄວາມເສຍຫາຍ”. ສະເພາະ ມາດຕາ […]

ສປປ ລາວ ເລີ່ມປະຕິບັດນະໂຍບາຍ ຍົກເວັ້ນ-ຂະຫຍາຍເວລາ VISA ໃຫ້ກັບຫຼາຍປະເທດ ດຶງດູດນັກທ່ອງທ່ຽວ

ກະຊວງປ້ອງກັນຄວາມສະຫງົບ ແຈ້ງການເລີ່ມຈັດຕັ້ງປະຕິບັດ ນະໂຍບາຍ ຍົກເວັ້ນ-ຂະຫຍາຍເວລາ VISA ໃຫ້ກັບຫຼາຍປະເທດ ຈົນຮອດ ວັນທີ 31 ທັນວາ 2024 ດຶງດູດນັກທ່ອງທ່ຽວ ຊຸກຍູ້ປີທ່ອງທ່ຽວລາວ 2024. ແຈ້ງການສະບັບດັ່ງກ່າວຂອງກະຊວງປ້ອງກັນຄວາມສະຫງົບ ມີຂຶ້ນ ຕາມ ຄໍາແນະນໍາ ຂອງກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສະບັບເລກທີ 29/ຖວທ, ລົງວັນທີ 26 ມິຖຸນາ 2024 ກ່ຽວກັບນະໂຍບາຍຍົກເວັ້ນວີຊາ ແລະ ການກໍານົດໄລຍະເວລາພັກເຊົາ ຢູ່ ສປປ ລາວ ສໍາລັບນັກທ່ອງທ່ຽວກຸ່ມເປົ້າໝາຍ ໃນໄລຍະປີທ່ອງທ່ຽວລາວ 2024. ອີງຕາມແຈ້ງການດັ່ງກ່າວ ຂອງ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 2520/ຕມ ລົງວັນທີ 1 ກໍລະກົດ 2024, ໄດ້ກໍານົດໃຫ້ນັກທ່ອງທ່ຽວ ສັນຊາດ ຈີນ (CHN) ທີ່ມາທ່ອງທ່ຽວເປັນກຸ່ມ ຜ່ານການບໍລິການຂອງບໍລິສັດນໍາທ່ຽວ ທີ່ຢູ່ ສປປ ລາວ […]

ຄຸນຄ່າຄວາມເປັນເອກະລັກ ທີ່ໂດດເດັ່ນລະດັບໂລກ ຂອງອຸທິຍານແຫ່ງຊາດຫີນໜາມໜໍ່

ອຸທິຍານແຫ່ງຊາດຫີນໜາມໜໍ່ຕັ້ງຢູ່ເມືອງບົວລະພາ ແຂວງຄໍາມ່ວນ ມີເນື້ອທີ່ 94.121 ເຮັກຕາ, ອຸທິຍານແຫ່ງນີ້ ມີເນື່ອທີ່ຕິດກັບ ອຸທິຍານແຫ່ງຊາດຟອງຍາ-ແກບາງ ສສ ຫວຽດນາມ. ໂດຍຖ້າລວມພື້ນທີ່ອຸທິຍານແຫ່ງຊາດທັງສອງແຫ່ງນີ້ເຂົ້າກັນຈະເປັນພື້ນທີ່ພູຫີນປູນທີ່ມີເນື້ອທີ່ປະມານ 217.447 ເຮັກຕາ ແລະ ອາດກາຍເປັນເຂດພື້ນທີ່ພູຫີນປູນຂະໜາດໃຫຍ່ຍຸກດຶກດໍາບັນທີ່ມີອາຍຸປະມານ 400 ລ້ານປີ ທີ່ກວ້າງໃຫຍ່ໄພສານທີ່ເກົ່າແກ່ທີ່ສຸດແຫ່ງໜຶ່ງໃນອາຊີ ກໍຄືໃນໂລກ. ຫີນໜາມໜໍ່ ແປວ່າ “ຫີນທີ່ມີຍອດອັນແຫຼມຄົມ” ຊຶ່ງມັນສື່ໃຫ້ເຫັນເຖິງອົງປະກອບທີ່ສໍາຄັນຂອງສະຖານທີ່ພິເສດແຫ່ງນີ້ໄດ້ຢ່າງສົມບູນແບບ ແລະ ຮູບຮ່າງລັກສະນະຂອງຫີນທີ່ມີຍອດອັນແຫຼມຄົມຂອງມັນ ນອນຢູ່ໃນເຂດພື້ນທີ່ປິດ ອ້ອມຮອບຂອງຮ່ອມພູຫີນປູນ (ຫຼື ກວານ) ເຮັດໃຫ້ມັນກາຍເປັນພູມີທັດພູຫີນປູນທີ່ມີຄວາມໂດດເດັ່ນເປັນພິເສດທີ່ແຕກຕ່າງກັບສະຖານທີ່ອື່ນໆຢູ່ໃນພາກພື້ນ. ທ່ານ ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້ ກະຊວງກະສິກໍາ-ປ່າໄມ້ ໜຶ່ງໃນຄະນະຊ່ຽວຊານຄົ້ນຄວ້າຄວາມເປັນໄປໄດ້ ເພື່ອສະເໜີເອົາອຸທິຍານຫີນໜາມໜໍ່ ຢູ່ເມືອງບົວລະພາ ແຂວງຄໍາມ່ວນ ແລະ ອຸທິຍານແຫ່ງຊາດຟອງຍາ-ແກບາງ ສສ ຫວຽດນາມ ເຂົ້າເປັນມໍລະດົກໂລກໃຫ້ຮູ້ວ່າ: ເອກະລັກທີ່ໂດດເດັ່ນພິເສດແຫ່ງນີ້ປະກອບດວ້ຍຖ້ໍານ້ໍາລອດເຊບັ້ງໄຟຢູ່ ຖືວ່າເປັນສິ່ງມະຫັດສະຈັນທາງທໍາມະຊາດທີ່ລີ້ຊ້ອນຢູ່ໃນໃຈກາງຂອງແຂວງຄໍາມ່ວນ ແລະ ເປັນຖ້ໍາທີ່ມີຄວາມສວຍງາມງົດງາມເປັນພິເສດທີ່ມີປະລິມານນ້ໍາໄຫຼ ມີການປ່ຽນແປງຂອງປະລິມານນ້ໍາໄຫຼອອກຈາກຖ້ໍາຢ່າງມະຫາສານ ຊຶ່ງໄດ້ຮັບຊື່ວ່າເປັນອ່າງນ້ໍາ ຫຼື ຂະໜາດໃຫຍ່ທີ່ສຸດກວ່າໝູ່ໃນໂລກ. ສໍາລັບລະບົບນິເວດຂອງພູຫີນປູນແຫ່ງນີ້ແມ່ນເປັນບ່ອນຢູ່ອາໄສຂອງສັດນາໆຊະນິດທີ່ໃກ້ສູນພັນ, ສັດສະເພາະຖິ່ນ, ມີໂຕແກ້ຜາ […]

ສສຊ ສະເໜີໃຫ້ລັດຖະບານ ຮັກສາສະຖຽນລະພາບ ທາງດ້ານການເງິນ ເພື່ອດຶງດູດການລົງທຶນໃຫ້ຫຼາຍຂຶ້ນ

ສະມາຊິກສະພາແຫ່ງຊາດ ສະເໜີໃຫ້ລັດຖະບານ ເອົາໃຈໃສ່ໃນເລື່ອງຂອງການຮັກສາສະຖຽນລະພາບທາງດ້ານການເງິນ ສ້າງຄວາມໝັ້ນໃຈໃຫ້ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ເພື່ອດຶງດູດການລົງທຶນ ໃຫ້ຫຼາຍຂຶ້ນ. ຄຳເຫັນດັ່ງກ່າວ ມີຂຶ້ນໂດຍທ່ານ ນາງ ວາລີ ເວດສະພົງ ສສຊ ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ທີ່ໄດ້ປະກອບຄຳເຫັນຕໍ່ບົດຊີ້ແຈງຂອງກະຊວງແຜນການ ແລະ ການລົງທຶນໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 13 ມິຖຸນາ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ. ອີງຕາມການລາຍງານຂອງ ທ່ານ ເພັດ ພົມພິພັກ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໃນໄລຍະ 3 ເດືອນຕົ້ນປີ 2024 ສປປ ລາວ ມີການລົງທຶນທັງໝົດ ປະມານ 17,469.36 ຕື້ກີບ ເທົ່າກັບ 30,8% ຂອງແຜນການປີ. ໂອກາດດັ່ງກ່າວ ທ່ານ ນາງ ວາລີ […]

ລະວັງ! ຝົນ ຍັງສືບຕໍ່ຕົກເປັນວົງກວ້າງ ອາດຈະເກີດນ້ຳຖ້ວມຊຸ ແລະ ດິນເຈື່ອນ 

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ຈົ່ງມີສະຕິລະມັດລະວັງຕໍ່ສະພາບ ຝົນຕົກໜັກ ອາດເກີດມີນໍ້າຖ້ວມຊຸ ແລະ ດິນເຈື່ອນຢູ່ແຂວງພາກເໜືອ ແລະ ພາກກາງ, ເນື່ອງຈາກຄວາມກົດດັນຕໍ່າຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງ ປານກາງ, ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງຈະ ເຮັດໃຫ້ມີຝົນຕົກ ໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລະບຸອີກວ່າ: ພະຍາກອນອາກາດ ເວລາ 7:00 ໂມງ ຂອງວັນທີ 8 ມີຖຸນາ 2024 ເຖິງເວລາ 7:00 ໂມງ ຂອງວັນທີ 9ມີຖຸນາ 2024 ທົ່ວທຸກພາກຂອງປະເທດລາວ ມີດັ່ງນີ້: ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ) ຈະມີຝົນຕົກ ໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ມີລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ […]

ລົດດາມ ຂົນຫິນຕົກບັກຫງາຍທ້ອງລົງນຳ້ຄານ ນະຄອນຫລວງພະບາງ ຄົນຂັບລອດວຸດວິດ

ຕອນເຊົ້າວັນທີ 5 ມິຖຸນາ 2024, ໄດ້ເກີດມີອຸປະຕິເຫດ ລົດດາມ ຂົນຫິນຕົກບັກຫງາຍທ້ອງລົງນຳ້ຄານ ຈຸດເກີດເຫດຢູ່ໃກ້ປາກນ້ຳຄານຕໍ່ໜ້າຕຳໜັກ ນະຄອນຫລວງພະບາງ ແຂວງຫລວງພະບາງ, ລົດຄັນດັ່ງກ່າວເປັນລົດດາມຂອງໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ຄົນຂັບລົດສາມາດເອົາຕົວລອດອອກຈາກລົດມາໄດ້ປອດໄພ.

ທາສີຂອບທາງເຂດບ້ານໂພນສີນວນ ຈາກຂາວແດງ ເປັນຂາວດຳ

ທາສີຂອບທາງເຂດບ້ານໂພນສີນວນ ຈາກຂາວແດງ ເປັນຂາວດຳ ວັນທີ 30 ພຶດສະພາ 2024 ນີ້ ພາກສ່ວນກ່ຽວຂ້ອງ ໄດ້ທາສີຂອບທາງ ຈຸດທີ່ເຄີຍເປັນປະເດັນ ເຂດບ້ານໂພນສີນວນ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ຈາກຂອບທາງສີຂາວແດງ ເປັນ ສີຂາວດຳ ຕາມລະບຽບການ. ແຕ່ການທາສີຂອບທາງເປັນຂາວ ດຳ ບໍ່ໄດ້ໝາຍຄວາມວ່າ ຈຸດດັ່ງກ່າວຈະສາມາດຈອດໄດ້ຕາມໃຈ ຕ້ອງເບິ່ງປ້າຍຈະລາຈອນວ່າມີປ້າຍຫ້າມຈອດຫລືບໍ່, ບໍ່ຈອດຕັນທາງເຂົ້າເຮືອນບຸກຄົນອື່ນ, ບໍ່ຈອດຢູ່ເທິງທາງຍ່າງ ແລະ ບໍ່ຈອດກີດຂວາງການສັນຈອນ. /

ດວງລາຍວັນປະຈໍາວັນພະຫັດ ທີ 30 ພຶດສະພາ 2024

ມາເບິ່ງດວງລາຍວັນນຳກັນ ວ່າເປັນແນວໃດ ມາເບິ່ງນຳກັນເລີຍ ຄົນເກີດວັນຈັນ ການ​ງານ​ ເດີນທາງ​ຕິດ​ຕໍ່​ວຽກງານ​ແລ້ວ​ຈະ​ພົບ​ຜູ້​ອຸປະຖຳ​ທີ່​ດີ ການ​ເງິນ ພົບ​ເລື່ອງ​ເສຍ​ເງິນ​ແບບ​ບໍ່​ຄາດ​ຝັນ ຄວາມ​ຮັກ ໄດ້​ພັດທະນາ​ຄວາມ​ຮັກ​ຄວາມ​ສຳພັນ​ເກີດ​ຄວາມ​ສຸກ​ສົມ​ຫວັງ ເຄື່ອງມຸງຄຸນ​ ແຫວນຄໍາ ສີມຸງຄຸນ ສີ​ນໍ້າຕານ ເລກ​ນຳ​ໂຊກ​ 4 ຄົນເກີດວັນອັງຄານ ການ​ງານ ເຮັດ​ທຸລະ​ກິດຈະການ​ຄ້າ​ອາຫານ ຂອງ​ແຟ​ຊັ່ນ ເຮັດ​ທຸລະກິດ​ດ້ານ​ທີ່​ປຶກ​ສາ​ຈະປະ​ສົບ​ຄວາມ​ສຳ​ເລັດ​ດີ ການ​ເງິນ ຈະ​ໄດ້​ເງິນ​ຈາກ​ຜູ້​ອາ​ວຸ​ໂສເຂົ້າມາໃຫ້ໃຊ້ຈ່າຍ ຄວາມ​ຮັກ ເກີດ​ການເດີນທາງ​ແລ້ວ​ໄດ້​ພົບ​ຮັກກັບຄົນທີ່ດີ ເຄື່ອງມຸງຄຸນ​ ໄຂ່ມຸກ ສີມຸງຄຸນ ສີບົວ ເລກ​ນຳ​ໂຊກ​ 3 ຄົນເກີດວັນພຸດ ການ​ງານ ສ້າງ​ຜົນ​ງານ​ໄດ້​ໂດດ​ເດັ່ນ ປະ​ສົບ​ຄວາມ​ສຳ​ເລັດ ມີ​ຊື່​ສຽງ​ດີ ການ​ເງິນ ຄົນ​ສະໜິດ ​ຫລື ​ຍາດພີ່ນ້ອງ​​ຈະ​ນຳ​ເງິນ​ມາ​ໃຫ້ ຄວາມ​ຮັກ ການ​ໃຊ້​ຄຳ​ເວົ້າ​ກົງ​ເກີນ​ໄປ​ເກີດ​ການ​ປະ​ທະ​ຄາ​ລົມ​ກັບ​ຄົນ​ຮັກ ເຄື່ອງມຸງຄຸນ​​ ເງິນ ສີມຸງຄຸນ ສີສົ້ມ ເລກ​ນຳ​ໂຊກ​ 6 ຄົນເກີດວັນພະຫັດ ການ​ງານ ເກີດ​ການ​ຮ່ວມ​ຫຸ້ນ​ເຮັດ​ທຸລະກິດ​ກັບ​ຄົນທີ່ທ່ານໄວໃຈ ການ​ເງິນ​ ຈະ​ໄດ້ຮັບ​ຊັບ​ຮັບ​ເງິນ​ກ້ອນ​ໃຫຍ່ເຂົ້າມາ ຄວາມ​ຮັກ ພົບ​ຄົນ​ເກັ່ງ​ມີສະເໜ່ເຂົ້າມາໃຫ້ຮູ້ຈັກຫຼາຍໆທ່ານເລີຍ […]

ADB ແລະ USAID ສະໜັບສະໜູນ ວິສາຫະກິດຂະໜາດນ້ອຍ-ກາງ ຢູ່ລາວ

ທະນາຄານພັດທະນາອາຊີ (ADB) ແລະ ອົງການພັດທະນາສາກົນສະຫະລັດອາເມລິກາ (USAID) ຮ່ວມກັນປະກາດບ້ວງທຶນປະກອບສ່ວນໃສ່ໂຄງການລິເລີ່ມຂອງທະນາຄານພັດທະນາອາຊີ ຫຼື ADB Frontier ຢ່າງເປັນທາງການ ໃນວັນທີ 22 ພຶດສະພາ 2024 ຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ. ການປະກາດບ້ວງທຶນປະກອບສ່ວນໃສ່ໂຄງການດັ່ງກ່າວ ຈະສະໜອງເງິນທຶນ ແລະ ສະໜັບສະໜູນດ້ານວິຊາການ ໃຫ້ແກ່ວິສາຫະກິດຂະໜາດນ້ອຍ ແລະ ກາງ (SMEs) ທີ່ມີການຂະຫຍາຍຕົວ ໂດຍນໍາໃຊ້ເຕັກໂນໂລຊີ ຢູ່ ສປປ ລາວ ແລະ ກຳປູເຈຍ ໂດຍເນັ້ນໃສ່ ການຂະຫຍາຍຕົວຢ່າງທົ່ວເຖິງທາງດ້ານເສດຖະກິດ ແລະ ການປະຕິບັດງານດ້ານການປ່ຽນແປງດິນຟ້າອາກາດ. ທ່ານ ນາງ ໂຊໂນມີ ທະນາກະ ຫົວໜ້າສໍານັກງານທະນາຄານພັດທະນາອາຊີ ປະຈຳ ສປປ ລາວ ໄດ້ກ່າວວ່າ: ໂຄງການລິເລີ່ມຂອງທະນາຄານພັດທະນາອາຊີ ແມ່ນການລິເລີ່ມການພັດທະນາຢ່າງມີວິໄສທັດ ທີ່ລົງທຶນໃສ່ບໍລິສັດ ທີ່ເປັນວິສາຫະກິດຂະໜາດນ້ອຍ ແລະ ກາງທີ່ຍັງໜຸ່ມນ້ອຍ ແຕ່ມີຜົນປະກອບການເຕີບໂຕໄວຢ່າງຕໍ່ເນື່ອງ ເຊິ່ງເປັນວິສາຫະກິດມີທ່າກ້າວ ໂດຍນໍາໃຊ້ເຕັກໂນໂລຊີ ແລະ ໃຫ້ພວກເຂົາມີທຶນ […]

ສວນກາເຟໄຮແລນຍັງຂາດແຄນດ້ານແຮງງານເກັບກູ້ກາເຟ

ສວນກາເຟໄຮແລນຕັ້ງຢູ່ບ້ານປາກຊ່ອງ ເມືອງປາກຊ່ອງ ແຂວງຈຳປາສັກຍັງພົບ ຂໍ້ຫຍຸ້ງຍາກດ້ານຂາດແຄນແຮງງານເກັບກູ້ກາເຟ ໂດຍສະເພາະໃນລະດູເກັບກູ້ທີ່ມີຄວາມຕ້ອງການແຮງງານຈຳນວນຫຼາຍ ຫຼື ຫຼາຍກວ່າ 600 ຄົນ. ທ່ານຄຳລານ ແກ້ວບຸບຜາ ທີ່ປຶກສາ ບໍລິສັດປາກຊ່ອງໄຮແລນໄດ້ກ່າວປະຫວັດໂດຍຫຍໍ້ຂອງສວນກາເຟໄຮແລນວ່າ: ສວນກາເຟໄຮແລນໃນໄລຍະເລີ່ມຕົ້ນ ມີເນື້ອທີ່ທັງໝົດ 738 ເຮັກຕາ ແລະ ໃນປີ 2007 ໄດ້ຂະຫຍາຍສວນປູກກາເຟໄດ້ທັງໝົດ 2.117 ເຮັກຕາ ລົງທຶນໃນເບື້ອງຕົ້ນຫຼາຍກວ່າ 300 ລ້ານບາດ, ມາຮອດປີ 2023 ຈົນເຖິງປັດຈຸບັນສາມາດເກັບຜົນຜະລິດກາເຟໄດ້ທັງໝົດ 5.185 ໂຕນ (ໝາກແດງ) ໂດຍສົ່ງຂາຍຕະຫຼາດພາຍໃນໂດຍ ສະເພາະໃຫ້ບໍລິສັດດາວເຮືອງ ແລະ ຕ່າງປະເທດເປັນຕົ້ນປະເທດໄທ, ຢີ່ປຸ່ນ, ເກົາຫຼີ, ເຢຍລະມັນ ແລະ ປະເທດອື່ນໆ. ທ່ານຄຳລານກ່າວໃຫ້ຮູ້ຕື່ມອີກວ່າ: ສະພາບການຂາດແຄນ ແຮງງານນີ້ ຍັງພົບແຕ່ລະປີໂດຍສະເພາະໃນໄລຍະການເກັບກູ້ຜົນຜະລິດໄດ້ເຮັດໃຫ້ການເກັບກູ້ຊັກຊ້າເຮັດໃຫ້ກາເຟສ່ວນໜຶ່ງເສຍຫາຍ. ທີ່ມາ VientianeTimes