ໄຟໄໝ້ສາງເກັບສິນຄ້າ ຊອຍສະຫຼອງກຸງ55 ທີ່ກຸງເທບ ປະເທດໄທ

ສະຖານະທີ່ເກີດໄຟໄໝ້ສາງເກັບສິນຄ້າ ບໍລິສັດເຟີນິເຈີຫ້ອງຄົວທີ່ມີຊື່ສຽງ ພາຍໃນຊອຍສະຫຼອງກຸງ 55 ໄຟລຸກລາມເປັນເວລາກວ່າ 6 ຊົ່ວໂມງ ເຈົ້າໜ້າທີ່ກວ່າ 100 ຄົນ ພ້ອມດ້ວຍລົດດັບເພີງເລັ່ງສີດນໍ້າ ຄວບຄຸມສະຖານະການ https://www.facebook.com/watch/?v=1405187700682238 ວັນທີ່ 11 ພຶດສະພາ ເວລາ 16.10 ນ. ສູນວິທະຍຸພຣະຣາມ 199 ໄດ້ຮັບແຈ້ງເຫດໄຟໄໝ້ພາຍໃນເຮືອນສາງ ຊອຍສະຫຼອງກຸງ 55 ຖະໜົນສະຫຼອງກຸງ ແຂວງລຳປາທິວ ເຂດລາດກະບັງ ກຸງເທບ ປະເທດໄທ ເຈົ້າໜ້າທີ່ສະຖານີດັບເພີງແລະກູ້ໄພລາດກະບັງ ແລະອາສາດັບເພີງໃກ້ຄຽງຫຼາຍໜ່ວຍງານ ນຳລົດນໍ້າດັບເພີງກວ່າ 20 ຄັນໄປກວດສອບທີ່ເກີດເຫດເປັນອາຄານເກັບສິນຄ້າ 2 ຫຼັງ ຂອງບໍລິສັດເຄື່ອງຄົວ ຊື່ “KING kitchen” ລັກສະນະເປັນເຮືອນສາງຊັ້ນດຽວຂະໜາດໃຫຍ່ ເກັບສິນຄ້າປະເພດພລາສຕິກ, ເຟີນິເຈີຫ້ອງຄົວ ແລະ ບານຊິງ ໂດຍຕົ້ນໄຟໄດ້ໄໝ້ລຸກລາມທີ່ຊັ້ນໃຕ້ດິນທາງເຊື່ອມອາຄານ 1 ແລະອາຄານ 2 […]
ຣັດເຊຍສັ່ງປິດ 4 ສະໜາມບິນມົດສະໂກ ຖືກຢູເຄຣນໂຈມຕີດ້ວຍໂດຣນ

ສະໜາມບິນຫຼັກ 4 ແຫ່ງຂອງນະຄອນຫຼວງມົດສະໂກ ຖືກປິດເປັນເວລາຫຼາຍຊົ່ວໂມງເພື່ອຄວາມປອດໄພ ຫຼັງຈາກຣັດເຊຍລະບຸວ່າຢູເຄຣນໄດ້ໂຈມຕີນະຄອນຫຼວງມົດສະໂກດ້ວຍໂດຣນເປັນຄືນທີສອງຕິດຕໍ່ກັນ Rosaviatsia ເຊິ່ງເປັນໜ່ວຍງານກຳກັບດູແລການບິນຂອງຣັດເຊຍ ກ່າວຜ່ານເທເລແກຣມວ່າ ສະໜາມບິນຫຼັກ 4 ແຫ່ງຂອງນະຄອນຫຼວງມົດສະໂກຖືກປິດເປັນເວລາຫຼາຍຊົ່ວໂມງເພື່ອຄວາມປອດໄພ ແຕ່ຕໍ່ມາໄດ້ກັບມາເປີດທຳການອີກຄັ້ງ ຫຼັງຈາກຣັດເຊຍລະບຸວ່າຢູເຄຣນໄດ້ໂຈມຕີດ້ວຍໂດຣນເມື່ອຄືນທີ່ຜ່ານມາ ເປັນຄືນທີສອງຕິດຕໍ່ກັນ ທ່ານເຊີເກ ໂຊເບຍນິນ ນາຍົກເທດສະມົນຕີນະຄອນຫຼວງມົສະໂກ ກ່າວຢູ່ໃນສື່ສັງຄົມອອນລາຍວ່າໂດຣນຂອງຢູເຄຣນຢ່າງໜ້ອຍ 19 ລຳ ຖືກທຳລາຍກ່ອນທີ່ຈະມາຮອດເມືອງ “ຈາກທິດທາງທີ່ແຕກຕ່າງກັນ” ເຂົາກ່າວວ່າເສດຊາກບາງສ່ວນຕົກລົງໃສ່ທາງຫຼວງສາຍຫຼັກສາຍໜຶ່ງທີ່ມຸ່ງໜ້າສູ່ເມືອງ ແຕ່ບໍ່ມີຜູ້ເສຍຊີວິດ ຢູເຄຣນຍັງບໍ່ໄດ້ສະແດງຄວາມຄິດເຫັນ ແຕ່ນາຍົກເທດສະມົນຕີເມືອງຄາຣ໌ຄິຟກ່າວວ່າຣັດເຊຍໄດ້ໂຈມຕີເມືອງດ້ວຍໂດຣນມື້ຄືນນີ້ເຊັ່ນກັນ ລວມເຖິງໃນພື້ນທີ່ນະຄອນຫຼວງເຄຍຟດ້ວຍ ທ່ານໂອເລ ຄິເປີ ຜູ້ວ່າການເຂດໂອເດສຊາຂອງຢູເຄຣນ ກ່າວວ່າມີຜູ້ເສຍຊີວິດຈາກການໂຈມຕີດ້ວຍໂດຣນ 1 ຄົນ ຣັດເຊຍລາຍງານການໂຈມຕີດ້ວຍໂດຣນຂອງຢູເຄຣນເປັນຄືນທີສອງຕິດຕໍ່ກັນ ໂດຍກະຊວງປ້ອງກັນປະເທດຂອງຣັດເຊຍລາຍງານວ່າໄດ້ທຳລາຍໂດຣນຂອງຢູເຄຣນໄປແລ້ວ 26 ລຳເມື່ອຄືນນີ້ ລາຍງານທີ່ຍັງບໍ່ໄດ້ຮັບການຢືນຢັນຈາກບລັອກເກີດ້ານທະຫານຂອງຣັດເຊຍລະບຸວ່າ ໜ້າຕ່າງຂອງອະພາດເມັນທາງຕອນໃຕ້ຂອງມົດສະໂກໄດ້ຮັບຄວາມເສຍຫາຍ ນອກຈາກນະຄອນຫຼວງມົດສະໂກແລ້ວ ຜູ້ວ່າການເມືອງອື່ນໆ ຂອງຣັດເຊຍ ເຊັ່ນ: ເພນຊາ ແລະ ໂວໂຣເນສ ຍັງລາຍງານດ້ວຍວ່າຖືກໂດຣນໂຈມຕີເມື່ອຄືນວັນຈັນຈົນຮອດວັນອັງຄານ ຕັ້ງແຕ່ຣັດເຊຍຮຸກຮານຢູເຄຣນເຕັມຮູບແບບເມື່ອກວ່າ […]
ນິວຊີແລນ ຝົນຕົກໜັກ ປະກາດພາວະສຸກເສີນບາງພື້ນທີ່ ຫຼັງຈາກພົບພາຍຸລົມແຮງທີ່ສຸດໃນຮອບ 10 ປີ
ວາຕະໄພ ຫຼື ພາຍຸລົມແຮງຈັດໜັກທີ່ສຸດຖະຫຼົ່ມກຸງເວລລິງຕັນ ເມືອງຫຼວງນິວຊີແລນໃນວັນນີ້ (1 ພຶດສະພາ) ເຮັດໃຫ້ກຸງເວລລິງຕັນປະກາດເຕືອນໄພວາຕະໄພລະດັບສູງສຸດສີແດງເປັນຄັ້ງທຳອິດ ນັບຕັ້ງແຕ່ເລີ່ມໃຊ້ລະບົບເຕືອນໄພວາຕະໄພມາຕັ້ງແຕ່ປີ 2019 ຫຼື ເມື່ອ 6 ປີກ່ອນ ເຮັດໃຫ້ກຸງເວລລິງຕັນຕ້ອງຍົກເລີກທ່ຽວບິນ, ເຮືອຂ້າມຟາກລະຫວ່າງເກາະເໜືອ-ເກາະໃຕ້ຢຸດເດີນເຮືອ, ສະພາເມືອງປິດ ແລະ ປິດໂຮງຮຽນ, ປິດຖະໜົນໃນເມືອງຫຼວງນິວຊີແລນໃນມື້ນີ້. ສະພາບອາກາດຮຸນແຮງສຸດຂັ້ນຖະຫຼົ່ມຫຼາຍພື້ນທີ່ນິວຊີແລນ ລວມເຖິງກຸງເວລລິງຕັນ ເມືອງຫຼວງ ແລະ ເກາະໃຕ້ຂອງນິວຊີແລນ ເຮັດໃຫ້ເກີດນ້ຳຖ້ວມເກາະໃຕ້ ຫຼັງຝົນຕົກໜັກ 24 ຊົ່ວໂມງໃນມື້ນີ້. ດ້ານສະຖາບັນວິໄຈນ້ຳແລະບັນຍາກາດແຫ່ງຊາດນິວຊີແລນ (NIWA) ລາຍງານວ່າ ເກີດພາຍຸລົມແຮງຈັດຄວາມໄວລົມສະເລ່ຍ 87 ກິໂລແມັດຕໍ່ຊົ່ວໂມງ ຊຶ່ງແຮງສຸດໃນຮອບ 12 ປີນັບຕັ້ງແຕ່ປີ 2013 ເປັນຕົ້ນມາ ສ່ວນຄວາມໄວລົມກະໂຊກສູງສຸດຢູ່ທີ່ 160 ກິໂລແມັດຕໍ່ຊົ່ວໂມງ. ໃນກຸງເວລລິງຕັນ, ຍົກເລີກທ່ຽວບິນທັງຂາເຂົ້າຂາອອກເກືອບທັງໝົດທີ່ສະໜາມບິນນານາຊາດເວລລິງຕັນໃນມື້ນີ້. ເຮືອເຟີຣີ່ທີ່ແລ່ນລະຫວ່າງເກາະເໜືອກັບເກາະໃຕ້ຢຸດເດີນເຮືອ ສ່ວນສະພາເມືອງເວລລິງຕັນປິດທຳການໃນວັນນີ້ ລວມໄປເຖິງສະຖາບັນການສຶກສາ, ມະຫາວິທະຍາໄລວິກຕໍເຣຍແຫ່ງເວລລິງຕັນແລະໂຮງຮຽນປິດຮຽນທັງໝົດ.
ປາກິສຖານຂູ່ໃຊ້ ‘ອາວຸດນິວເຄລຍ’ ຕອບໂຕ້ ຫາກອິນເດຍຍົກທັບແກ້ແຄ້ນເຫດຂ້າໝູ່ນັກທ່ອງທ່ຽວ

ຄາວາຈາ ໂມຮັມມັດ ອາຊິຟ ລັດຖະມົນຕີປ້ອງກັນປະເທດປາກິສຖານ ໃນຊ່ວງຕົ້ນອາທິດ ຂູ່ວ່າຫາກອິນເດຍເປີດສາກລຸກລານທາງທະຫານ ແກ້ແຄ້ນເຫດໂຈມຕີກໍ່ການຮ້າຍນອງເລືອດສັງຫານນັກທ່ອງທ່ຽວ 26 ຄົນໃນດິນແດນແຄຊເມຍຂອງອິນເດຍເມື່ອອາທິດທີ່ແລ້ວ, ປາກິສຖານຈະເລືອກໜົນທາງແຫ່ງການໃຊ້ອາວຸດນິວເຄລຍ ໃນກໍລະນີທີ່ມັນກໍ່ໄພຂົ່ມຂູ່ຕໍ່ການຢູ່ລອດຂອງປະເທດຊາດ ອາຊິຟ ເນັ້ນຢ້ຳວ່າໄດ້ມີການຕັດສິນໃຈທາງຍຸດທະສາດຕ່າງໆນາໆເປັນທີ່ຮຽບຮ້ອຍແລ້ວ ແຕ່ບໍ່ຂໍລົງລາຍລະອຽດໃນເລື່ອງກ່ຽວກັບໄພຂົ່ມຂູ່ທີ່ໃກ້ມາເຖິງແລ້ວ ຈາກຄວາມເປັນໄປໄດ້ທີ່ອິນເດຍຈະເປີດປະຕິບັດການທາງທະຫານລຸກລານປາກິສຖານ. ອິນເດຍ ກ່າວໂທດ ປາກິສຖານ ສຳລັບການໃຊ້ການສະໜັບສະໜູນພວກກໍ່ການຮ້າຍ ແຕ່ອິສລາມາບັດປະຕິເສດຄວາມກ່ຽວຂ້ອງ ແລະ ຮຽກຮ້ອງຂໍໃຫ້ມີການສືບສວນຢ່າງເປັນທາງການ, ແລະ ທ່າມກາງຄວາມຕຶງຄຽດທີ່ລຸກລາມບານປາຍ, ອາຊິຟ ຢືນຢັນວ່າປາກິສຖານຢູ່ໃນພາວະລະມັດລະວັງຂັ້ນສູງ ແລະ ພ້ອມສຳລັບລົງມືທາງຍຸດທະສາດໃດໆ. ເຫດໂຈມຕີຂອງພວກນັກຮົບທີ່ຂ້ານັກທ່ອງທ່ຽວໄປ 26 ຄົນ ໄດ້ສ້າງຄວາມເດືອດໃນອິນເດຍ ຊາດທີ່ມີຊາວຮິນດູເປັນຄົນກຸ່ມໃຫຍ່, ເຊັ່ນດຽວກັບສຽງຮຽກຮ້ອງໃຫ້ຈັດການກັບປາກິສຖານ ຊາດທີ່ຄົນສ່ວນໃຫຍ່ເປັນຊາວມຸສລິມ. ທັງນີ້ທີ່ຜ່ານມາ ອິນເດຍ ກ່າວຫາ ປາກິສຖານ ໃຫ້ການສະໜັບສະໜູນພວກນັກຮົບໃນແຄຊເມຍ, ແຄວ້ນທີ່ທັງ 2 ຝ່າຍຕ່າງກ່າວອ້າງວ່າເປັນສ່ວນໜຶ່ງຂອງດິນແດນ ແລະ ເຄີຍສູ້ຮົບເຮັດສົງຄາມແຍ່ງຊິງກັນມາແລ້ວ 2 ຄັ້ງ. “ພວກເຮົາໄດ້ເສີມກຳລັງກອງກຳລັງຂອງພວກເຮົາ ເພາະວ່າກຳລັງມີບາງຢ່າງເກີດຂຶ້ນແບບປັດຈຸບັນທັນດ່ວນ. […]
ລະເບີດດັງສະເທືອນທ່າເຮືອອີຣ່ານ ເສຍຊີວິດແລ້ວ 40 ບາດເຈັບກວ່າ 1,200 ຄົນ

ຄວາມຄືບໜ້າສະຖານະການລະເບີດ ແລະ ໄຟໄໝ້ຂະໜາດໃຫຍ່ ທີ່ທ່າເຮືອຊາຮິດ ຣາຈາອີ ທ່າເຮືອການຄ້າຂະໜາດໃຫຍ່ທີ່ສຸດຂອງອີຣ່ານ ຕັ້ງຢູ່ໃນເມືອງບັນດາອັບບາສ ເມືອງແຖບຊາຍຝັ່ງທາງໃຕ້ ແລະ ໃກ້ຊ່ອງແຄບຍຸດທະສາດຮໍມຸຊ. ສື່ລັດຖະບານອີຣ່ານລາຍງານວ່າ ເຈົ້າໜ້າທີ່ໜ່ວຍກາຊາດ, ສະມາຄົມຂີ້ນວົງເດືອນແດງຂອງອີຣ່ານ ຊ່ວຍກັນໂຮຍສານເຄມີຫນ່ວງໄຟ ຜ່ານທາງອາກາດຍານເພື່ອພະຍາຍາມສະກັດແນວໄຟທີ່ຍັງລຸກໄໝ້ ແລະ ສົ່ງກຸ່ມຄວັນດຳລອຍຂຶ້ນຝັ່ງຢ່າງຕໍ່ເນື່ອງ. ບໍລິເວນທີ່ເກີດເຫດເຕັມໄປດ້ວຍເສດຊາກຄວາມເສຍຫາຍ. ສ່ວນຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນຢ່າງໜ້ອຍ 40 ຄົນ, ຜູ້ບາດເຈັບເພີ່ມຂຶ້ນເປັນຫຼາຍກວ່າ 1,200 ຄົນ. ຜູ້ອຳນວຍການໜ່ວຍກາຊາດຂອງອີຣ່ານ ເປີດເຜີຍວ່າ ທີມດັບເພີງສາມາດຄວບຄຸມເພີງໄດ້ແລ້ວ 90% ກິດຈະກຳຕ່າງໆ ຂອງທ່າເຮືອໄດ້ເລີ່ມດຳເນີນການໄດ້ແລ້ວໃນບາງສ່ວນທີ່ບໍ່ໄດ້ຮັບຜົນກະທົບຈາກເຫດລະເບີດແລະໄຟໄໝ້. ທັງນີ້, ຍັງມີຜົນກະທົບທີ່ເກີດຈາກກຸ່ມຄວັນພິດ ເຈົ້າໜ້າທີ່ອີຣ່ານຈຶ່ງແຈ້ງເຕືອນປະຊາຊົນທີ່ຢູ່ໃກ້ທ່າເຮືອ ໃຫ້ຢູ່ແຕ່ໃນເຮືອນຈົນກວ່າຈະມີປະກາດປ່ຽນແປງ ແລະ ໃຫ້ສວມຊຸດປ້ອງກັນທີ່ຮັດກຸມຫຼາຍຂຶ້ນ. ສ່ວນທີ່ເມືອງບັນດາອັບບາສ ພື້ນທີ່ເກີດເຫດ ເຈົ້າໜ້າທີ່ສັ່ງປິດໂຮງຮຽນ ແລະ ສຳນັກງານໃນວັນອາທິດທີ່ຜ່ານມາ ເພື່ອເປີດທາງໃຫ້ເຈົ້າໜ້າທີ່ໄດ້ທຸ່ມກຳລັງໃຫ້ກັບພາລະກິດສຸກເສີນຢ່າງເຕັມທີ່. ທາງການອີຣ່ານ ປະກາດໄວ້ອາໄລທົ່ວປະເທດເປັນເວລາ 1 ວັນ ຄືວັນນີ້ (28 ເມສາ) […]
ເກີດເຫດ ຍິງປືນໃສ່ນັກທ່ອງທ່ຽວໃນອິນເດຍ ເຮັດໃຫ້ 24 ຄົນເສຍຊີວິດ

ແຄັດເມຍ 23 ເມສາ. – ເກີດເຫດການກໍ່ການຮ້າຍໃນອິນເດຍ ເມື່ອກຸ່ມຄົນຖືປືນໄດ້ຍິງໃສ່ນັກທ່ອງທ່ຽວທີ່ກຳລັງຊົມຄວາມງາມຂອງສະຖານທີ່ທ່ອງທ່ຽວສຳຄັນໃນແຂວງແຄັດເມຍທີ່ຢູ່ພາຍໃຕ້ການປົກຄອງຂອງອິນເດຍໃນມື້ວານນີ້ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 24 ຄົນ ລັດຖະມົນຕີໃຫຍ່ຂອງລັດຈັມມູ ແລະ ແຄັດເມຍຂອງອິນເດຍເປີດເຜີຍວ່າ ເຫດການໂຈມຕີໃນມື້ວານນີ້ແມ່ນເຫດການກໍ່ການຮ້າຍທີ່ມີເປົ້າໝາຍໂຈມຕີພົນລະເຮືອນທີ່ຮ້າຍແຮງທີ່ສຸດທີ່ເຄີຍເກີດຂຶ້ນໃນພື້ນທີ່ນີ້ໃນຮອບຫຼາຍປີ. ຫຼັງຈາກກຸ່ມຄົນຖືປືນເຊິ່ງເຊື່ອວ່າເປັນສະມາຊິກຂອງກຸ່ມກໍ່ການຮ້າຍແບ່ງແຍກດິນແດນ 2-3 ຄົນ ໄດ້ໃຊ້ອາວຸດປືນຍິງໃສ່ນັກທ່ອງທ່ຽວຊາວອິນເດຍກຸ່ມໃຫຍ່ ທີ່ກຳລັງຢືນລວມຕົວກັນຢູ່ທົ່ງຫຍ້າແຄມທາງໃກ້ເມືອງປາຮັລກັມ ສະຖານທີ່ທ່ອງທ່ຽວຍອດນິຍົມທີ່ມີທິວທັດເປັນພູເຂົາອັນສວຍງາມ ຈົນໄດ້ຊື່ວ່າເປັນ ‘ສະວິດເຊີແລນແຫ່ງອິນເດຍ’ ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 25 ຄົນ ບາດເຈັບອີກຈຳນວນຫຼາຍ ໃນນັ້ນຫຼາຍຄົນອາການສາຫັດ ຖືເປັນການໂຈມຕີພົນລະເຮືອນຄັ້ງຮ້າຍແຮງທີ່ສຸດໃນພາກພື້ນເທືອກເຂົາຫິມາໄລແຫ່ງນີ້ໃນຮອບຫຼາຍປີ. ອາມິດ ຊາຫ໌ ລັດຖະມົນຕີກະຊວງພາຍໃນຂອງອິນເດຍ ກຳລັງຮີບເດີນທາງໄປແຄັດເມຍ ເພື່ອປະຊຸມຮ່ວມກັບຝ່າຍຄວາມໝັ້ນຄົງໃນການວາງແຜນສົ່ງກຳລັງທະຫານເລັ່ງຕິດຕາມຕົວກຸ່ມຄົນຖືປືນທີ່ໜີໄປ. ໃນຂະນະທີ່ນາຍົກລັດຖະມົນຕີ ນາເຣນດຣາ ໂມດີ ໄດ້ໂພສຂໍ້ຄວາມຜ່ານແອັບພລິເຄຊັ່ນເອັກສ໌ ຫຼື ທວິດເຕີເດີມວ່າ ຜູ້ທີ່ຢູ່ເບື້ອງຫຼັງການກະທຳອັນໂຫດຮ້າຍນີ້ຈະຕ້ອງຖືກນຳຕົວມາລົງໂທດຕາມກົດໝາຍ ແຜນການຊົ່ວຮ້າຍຂອງກຸ່ມແບ່ງແຍກດິນແດນຈະບໍ່ມີວັນປະສົບຜົນສຳເລັດ ຄວາມມຸ່ງໝັ້ນຂອງອິນເດຍໃນການຕໍ່ສູ້ກັບການກໍ່ການຮ້າຍນັ້ນໝັ້ນຄົງ ແລະ ຈະຍິ່ງແຂງແຮງຂຶ້ນ ຂະນະທີ່ຜູ້ນຳສະຫະລັດຯ ຣັດເຊຍ ແລະ ສະຫະພາບເອີຣົບ ຕ່າງກໍອອກມາປະນາມເຫດການກໍ່ການຮ້າຍ […]
ຟິລິບປິນ ແລະ ສະຫະລັດ ເລີ່ມການຝຶກຊ້ອມການສູ້ຮົບຮ່ວມກັນປະຈໍາປີ

ຂ່າວຈາກມະນິລາ, 21 ເມສາ – ທະຫານຟິລິບປິນ ແລະ ອາເມລິກາຫຼາຍກວ່າ 14,000 ຄົນ ໄດ້ເລີ່ມການຝຶກຊ້ອມການສູ້ຮົບປະຈຳປີລະຫວ່າງສອງປະເທດໃນມື້ນີ້, ທ່າມກາງຄວາມກັງວົນດ້ານຄວາມໝັ້ນຄົງໃນພາກພື້ນ ແລະ ຄວາມຕຶງຄຽດໃນຄາບສະໝຸດເກົາຫຼີ. ການຝຶກຊ້ອມປະຈຳປີພາຍໃຕ້ລະຫັດຊື່ “ບາລິກາຕັນ” ໃນພາສາຟິລິບປິນ, ເຊິ່ງແປວ່າ “ຄຽງບ່າຄຽງໄຫລ່”, ຈະດຳເນີນເປັນເວລາ 3 ອາທິດ, ຈົນເຖິງວັນທີ 9 ພຶດສະພາ. ການຝຶກຊ້ອມດັ່ງກ່າວຈະເປັນການສະແດງແສນຍານຸພາບຂອງອຸປະກອນທາງທະຫານຂອງສະຫະລັດ, ລວມເຖິງຂີປະນາວຸດຕ້ານເຮືອຮົບ “ເອັນມີຊິສ” (NMESIS) ແລະ ເຄື່ອງຍິງຈະຫຼວດຫຼາຍລຳກ້ອງ “ໄຮມາສ” (HIMARS). ໃນຂະນະດຽວກັນ, ຟິລິບປິນຈະທົດສອບຂີປະນາວຸດທີ່ທັນສະໄໝຂອງຕົນເອງໃນການຝຶກຊ້ອມດ້ວຍລູກປືນຈິງຮ່ວມກັບກອງທັບສະຫະລັດ. ເຈົ້າໜ້າທີ່ກ່າວວ່າ ທະຫານສະຫະລັດປະມານ 9,000 ຄົນ ແລະ ທະຫານຟິລິບປິນ 5,000 ຄົນ ເຂົ້າຮ່ວມໃນການຝຶກຊ້ອມປີນີ້. ນອກຈາກນັ້ນ, ກຸ່ມທະຫານຂະໜາດນ້ອຍຈາກ ອົສຕຣາລີ, ຍີ່ປຸ່ນ, ອັງກິດ, ຝຣັ່ງ […]
ຣັດເຊຍໄດ້ລະເມີດ “ການຢຸດຍິງເພື່ອວັນອີສເຕີ” ຢູເຄຣນ ເກືອບ 3,000 ຄັ້ງ

ຂ່າວຢູເຄຣນ ແລະ ຣັດເຊຍລາຍງານການສູ້ຮົບໃນຂະນະທີ່ “ການຢຸດຍິງເພື່ອວັນອີສເຕີ” ສິ້ນສຸດລົງ ຢູເຄຣນ ແລະ ຣັດເຊຍໄດ້ກ່າວຫາກັນເຖິງການລະເມີດການຢຸດຍິງ 30 ຊົ່ວໂມງເພື່ອ “ເທດສະການອີສເຕີ” ທີ່ປະທານາທິບໍດີຣັດເຊຍ ວລາດີເມຍ ປູຕິນ ປະກາດໃນວັນເສົາ, ເຊິ່ງໄດ້ໝົດກຳນົດລົງແລ້ວ. ປະທານາທິບໍດີຢູເຄຣນ ໂວໂລດີເມຍ ເຊເລນສະກີ ກ່າວວ່າ ທະຫານຣັດເຊຍໄດ້ລະເມີດການຢຸດຍິງເກືອບ 3,000 ຄັ້ງນັບຕັ້ງແຕ່ວັນອາທິດ. ກະຊວງປ້ອງກັນປະເທດຣັດເຊຍເວົ້າວ່າໄດ້ “ຕ້ານການໂຈມຕີ” ຈາກຢູເຄຣນ ແລະ ກ່າວຫາຄີຢິບວ່າໄດ້ສົ່ງໂດຣນ ແລະ ປືນໃຫຍ່ຫຼາຍຮ້ອຍລູກ. ບີບີຊີບໍ່ສາມາດຢືນຢັນຄວາມຈິງຂອງການກ່າວອ້າງຈາກທັງສອງຝ່າຍໄດ້. ໃນຂະນະດຽວກັນ, ປະທານາທິບໍດີສະຫະລັດ ດໍໂນລ ທຣຳ – ຜູ້ທີ່ຊຸກຍູ້ໃຫ້ຢຸດສົງຄາມ – ກ່າວວ່າ “ຫວັງວ່າຣັດເຊຍ ແລະ ຢູເຄຣນຈະບັນລຸຂໍ້ຕົກລົງໃນອາທິດນີ້”, ໂດຍບໍ່ໃຫ້ລາຍລະອຽດເພີ່ມເຕີມ. ຣັດເຊຍໄດ້ເປີດການໂຈມຕີຢູເຄຣນຢ່າງເຕັມຮູບແບບໃນວັນທີ 24 ກຸມພາ 2022, ແລະ ປັດຈຸບັນຄວບຄຸມດິນແດນຢູເຄຣນປະມານ 20%, ລວມທັງແຫຼມໄຄຣເມຍທາງພາກໃຕ້ທີ່ມົສະກູຍຶດຄອງໃນປີ 2014. ມີການຄາດຄະເນວ່າຫຼາຍແສນຄົນ – ສ່ວນຫຼາຍແມ່ນທະຫານ […]
ໂລກຮ້ອນກະທົບເລືອດທົ່ວໂລກ ສ່ຽງຂາດແຄນໃນຍາມສຸກເສີນ

ພາຍໃຕ້ເງື່ອນໄຂຂອງໂລກທີ່ປ່ຽນແປງໄວຂຶ້ນທຸກວັນ ງານຄົ້ນຄວ້າໃໝ່ທີ່ຕີພິມໃນວາລະສານ The Lancet Planetary Health ໄດ້ເຜີຍໃຫ້ເຫັນເຖິງຄວາມສ່ຽງຄັ້ງໃໝ່ ຫຼາຍຄົນອາດບໍ່ເຄີຍຄາດຄິດມາກ່ອນນັ້ນຄື ການປ່ຽນແປງສະພາບພູມອາກາດກຳລັງຄຸກຄາມຄວາມຕໍ່ເນື່ອງ ແລະ ຄວາມປອດໄພຂອງລະບົບຈັດຫາເລືອດທົ່ວໂລກ. ນັກຄົ້ນຄວ້າຈາກມະຫາວິທະຍາໄລ University of the Sunshine Coast ຮ່ວມກັບອົງກອນ Australian Red Cross Lifeblood ພົບວ່າ ສະພາບອາກາດທີ່ຮຸນແຮງຂຶ້ນ, ພະຍາດຕິດເຊື້ອທີ່ແຜ່ກະຈາຍງ່າຍຂຶ້ນ ແລະ ບັນຫາສຸຂະພາບທີ່ຊັບຊ້ອນ ລ້ວນສົ່ງຜົນຕໍ່ “ຄວາມສາມາດໃນການບໍລິຈາກ” ແລະ “ຄວາມຕ້ອງການເລືອດ” ໃນລະດັບທີ່ໜ້າເປັນຫ່ວງ. ດຣ. ເອວິນາ ວຽນເນັດ ໜຶ່ງໃນຜູ້ວິໄຈ ລະບຸວ່າ ສະພາບອາກາດທີ່ຮຸນແຮງຂຶ້ນ ເຊັ່ນ: ຄື້ນຄວາມຮ້ອນ, ນ້ຳຖ້ວມ, ໄຊໂຄລນ ແລະ ໄຟປ່າ ບໍ່ພຽງແຕ່ຂັດຂວາງການເດີນທາງຂອງຜູ້ບໍລິຈາກຈຳນວນຫຼາຍ ແຕ່ຍັງລົບກວນການຈັດເກັບ ແລະ ຂົນສົ່ງເລືອດ ຊຶ່ງມີອາຍຸການເກັບຮັກສາສັ້ນ ເຮັດໃຫ້ຫຼາຍພື້ນທີ່ສ່ຽງຕໍ່ພາວະຂາດແຄນເລືອດໂດຍບໍ່ທັນຕັ້ງຕົວ. ໜຶ່ງໃນຕົວຢ່າງທີ່ຊັດເຈນຄື […]
ສະຫຼຸບ 7 ວັນອັນຕະລາຍ! ລວມຍອດອຸປະຕິເຫດເທດສະການປີໃໝ່ລາວ ທົ່ວປະເທດ

ລວມຍອດອຸປະຕິເຫດ ເທດສະການປີໃໝ່ລາວ ທົ່ວປະເທດ ປະຈໍາວັນທີ 15 ເມສາ 2025 ເສຍຊີວິດ 5 ຄົນ, ບາດເຈັບສາຫັດ 12 ຄົນ ຈາກອຸບັດເຫດ ທີ່ເກີດຂຶ້ນທັງໝົດ 63 ຄັ້ງ.