ຍາມຝົນ ຮ່ວມກັນອະນາໄມຫົນທາງ ຫລີກເວັ້ນບັນຫານໍ້າຖ້ວມຂັງ

ສະພາບນໍ້າຖ້ວມຂັງຕາມເສັ້ນທາງຫລາຍເສັ້ນໃນນະຄອນຫລວງວຽງຈັນ ກໍຄືໃນຕົວເມືອງໃຫຍ່ບັນດາແຂວງໃນທົ່ວປະເທດ ໄດ້ກາຍເປັນປະເດັນຫ່າງສຽງໃນສັງຄົມ ເນື່ອງຈາກທໍ່ລະບາຍນໍ້າຕາມແຄມທາງມີຂີ້ເຫຍື້ອ, ຂີ້ຕົມ, ແຮ່ຊາຍອັດຕັນເຮັດໃຫ້ນໍ້າໄຫລບໍ່ທັນສ້າງຄວາມຫຍຸ້ງຍາກໃນການສັນຈອນໄປມາ ແລະ ສ້າງຄວາມເປິເປື້ອນໃຫ້ຖະໜົນຫົນທາງດົນນານໄປເຮັດໃຫ້ທາງເປ່ເພ ແລະ ອື່ນໆ. ຢ່າງໃດກໍດີ ຕໍ່ກັບບັນຫານີ້ ແມ່ນຕິດພັນກັບການຂາດຄວາມເປັນເຈົ້າການຮ່ວມກັນເຮັດອະນາໄມຢ່າງຈິງຈັງ. ຈາກສະພາບທີ່ເກີດຂຶ້ນໃນແຕ່ລະປີຜ່ານມານີ້, ໄດ້ສະທ້ອນໃຫ້ເຫັນເຖິງການຮັບມືໃນໄລຍະລະດູຝົນປີນີ້ ທີ່ພາກສ່ວນທີ່ກ່ຽວຂ້ອງຕ້ອງໄດ້ສົມທົບກັນວາງແຜນແກ້ໄຂກໍຄືການເຮັດອະນາໄມ ຫລື ການລ່ວງທໍ່ລະບາຍນໍ້າໃຫ້ທັນ ເພື່ອຫລຸດຜ່ອນການເກີດສະພາບນໍ້າຖ້ວມຂັງຕາມເສັ້ນທາງໃນນະຄອນຫລວງວຽງຈັນ ກໍຄືບັນດາເມືອງໃຫຍ່ໃນທົ່ວປະເທດ. ປັດຈຸບັນນີ້ ໄດ້ກ້າວສູ່ລະດູຝົນ ແລະ ກໍມີຝົນຕົກຕໍ່ເນື່ອງໃນຂອບເຂດທົ່ວປະເທດ ເຊິ່ງມັນຮຽກຮ້ອງເຖິງການຮັບມືຕໍ່ສະພາບນ້ຳຖ້ວມຕ່າງໆ ຂອງທຸກພາກສ່ວນໃນສັງຄົມ. ໜຶ່ງໃນນີ້ ກໍແມ່ນການຮັບມືຕໍ່ສະພາບນ້ຳຖ້ວມຂັງເສັ້ນທາງທີ່ສ້າງຄວາມຫຍຸ້ງຍາກຕໍ່ການສັນຈອນໄປມາໃນລະດູຝົນປີນີ້. ຢ່າງໃດກໍດີທ້າຍອາທິດຜ່ານມານີ້, ຜູ້ຂຽນໄດ້ມີໂອກາດໄປບ້ານຫລັກ 52 ຫລື ເມືອງ ໂພນໂຮງ ແຂວງວຽງຈັນ ກໍປະກົດເຫັນພາກສ່ວນກ່ຽວຂ້ອງໄດ້ເປັນເຈົ້າການຮ່ວມກັນອະນາໄມປັດກວດດິນອອກຈາກແຄມທາງ, ລ່ວງຮ່ອງລະບາຍນ້ຳຕາມເສັ້ນທາງ ເລກທີ 13 ເໜືອ ຂອບເຂດເມືອງນາ ຊາຍທອງ ນະຄອນຫລວງວຽງຈັນ ຍ່ານທາງທີ່ມີຄວາມສ່ຽງຕໍ່ສະ ພາບນ້ຳຖ້ວມຂັງໃນເວລາມີຝົນຕົກ ເພື່ອຮັບມືກັບນ້ຳຖ້ວມຂັງ ແລະ ອຳ ນວຍຄວາມສະດວກໃຫ້ແກ່ການ ສັນຈອນໄປມາຂອງສັງຄົມໃນປີນີ້. ສຳລັບໃນນະຄອນຫລວງວຽງຈັນ ໃນໄລຍະຜ່ານມາເສັ້ນທາງທີ່ມັກ ເກີດນ້ຳຖ້ວມຂັງກໍມີຫລາຍຈຸດ ໂດຍ ສະເພາະແມ່ນຈຸດ […]
ກົກໂພໃຫຍ່ຫັກ ຢູ່ວັດສະພັງເມິກ ເມືອງໄຊທານີ ເສຍຫາຍ 100 ກວ່າລ້ານກີບ

ວັນທີ 31 ພຶດສະພາ 2024 ນີ້ ເຟສບຸກ ວັດໂພສີ ບ້ານສະພັງເມິກ ເມືອງໄຊທານີ ນະຄອນຫລວງວຽງຈັນ ໄດ້ໂພສພາບຄວາມເສຍເຫຍຈາກກົກໂພໃຫຍ່ ອາຍຸ 100 ກວ່າປີ ຢູ່ວັດຫັກລົ້ມ ໃນວັນທີ 29 ພຶດສະພາ 24 ເວລາປະມານ 06: 04 ນາທີ ງ່າກົກໂພໄດ້ທັບກຸດຕິ, ສາລາ, ພຣະພຸດທະຮູບ, ຮູບປັ້ນນາກ, ລົດຖີບໄຟຟ້າ ແລະ ລົດຮຸ່ນໄດແກ່ເຄື່ອງ ຂອງວັດໄດ້ຮັບຄວາມເສຍຫາຍປະເມີນມູນຄ່າທັງໝົດປະມານ 100,000,000 ກວ່າລ້ານກີບ. ທີ່ມາ ລາວພັດທະນາ
ເຈົ້າໜ້າທີ່ຈັບໄວ້ລຸ້ນ ຮ່ວມກັນປຸ້ນເອົາລົດຈັກ

ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ປກສ ແຂວງສາລະວັນ ໄດ້ນຳຕົວໄວລຸ້ນ 4 ຄົນ ເມື່ອມໍ່ໆມານີ້ ໃນຄະດີຮ່ວມກັນປຸ້ນເອົາລົດຈັກ, ພາຍຫຼັງທີ່ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ກັກຕົວພວກກ່ຽວໄດ້ ແລ້ວສົ່ງມາດຳເນີນຄະດີຕາມກົດໝາຍ. ຜູ້ຖືກຫາທັງ 4 ຄົນ ຊື່ ທ້າວ ຄຳຈັນ ອາຍຸ 20 ປີ ຢູ່ບ້ານນາຂ້ອຍສາວ, ທ້າວ ແອນ້ອຍ ອາຍຸ 17 ປີ,ທ້າວ ສີສົມພອນ ອາຍຸ 15 ປີ ທັງ 2 ຄົນນີ້ຢູ່ບ້ານນາໄຊນ້ອຍ ແລະ ທ້າວ ໂຊນິກ ອາຍຸ 19 ປີ ຢູ່ບ້ານສະໂປນ ທັງ 3 ບ້ານດັ່ງກ່າວ ຂຶ້ນກັບເມືອງສາລະວັນ ແຂວງສາລະວັນ. ຜ່ານການສອບສວນ ຜູ້ຖືກຫາ ທັງ 4 ຄົນ ສາລະພາບວ່າ: ໄດ້ຮ່ວມກັນເຄື່ອນໄຫວປຸ້ນເອົາລົດ ຈັກ ຢູ່ຕາມເສັ້ນທາງເລກທີ 20, […]
ເຈົ້າໜ້າທີ່ສຶກສາອົບຮົມ ກຸ່ມໄວລຸ້ນຂັບຂີ່ລົດກວນເມືອງ

ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ປກສ ເມືອງຊໍາເໜືອ ແຂວງຫົວພັນໄດ້ສຶກສາອົບຮົມ ໄວລຸ້ນຈຳນວນ 4 ຄົນທີ່ຂີ່ລົດກວນເມືອງ, ພາຍຫຼັງໄດ້ອອກເຄື່ອນໄຫວ ລາດຕະເວນຕາມເສັ້ນທາງຕ່າງໆ ຂອງເທດສະບານເມືອງຊໍາເໜືອ ໃນວັນທີ 29 ພຶດສະພາ 2024 ທີ່ຜ່ານມານີ້ ແລະ ໄດ້ພົບເຫັນກຸ່ມໄວລຸ້ນຂັບຂີ່ລົດກວນເມືອງ, ບໍ່ຖືກລະບຽບການສັນຈອນ ຈໍານວນດັ່ງກ່າວ ຊຶ່ງລົດທີ່ຂັບຂີ່ກວນເມືອງ ແມ່ນລົດຈັກ ທີ່ໄດ້ດັດແປງສະພາບເຕັກນິກ ໃສ່ທໍ່ສູດ, ໃສ່ຕີນນ້ອຍ, ໃຊ້ຄວາມດັງເກີນຂອບເຂດ, ສ້າງຄວາມເນື່ອງນັນ ແລະ ເຮັດໃຫ້ສັງຄົມບໍ່ມີຄວາມເປັນລະບຽບຮຽບຮ້ອຍ. ເຈົ້າໜ້າທີ່ກ່າວວ່າ: ກຸ່ມໄວລຸ້ນທີ່ຂີ່ລົດກວນເມືອງ ທັງ 4 ຄົນ ແມ່ນມີ ອາຍຸແຕ່ 14 – 19 ປີ; ເຈົ້າໜ້າທີ່ ປກສ ເມືອງຊໍາເໜືອ ໄດ້ນໍາຕົວມາສືກສາອົບຮົມ ແລະ ເຮັດບົດບັນທຶກ-ກ່າວເຕືອນ ຊຶ່ງພວກກ່ຽວໄດ້ປະຕິຍານຕໍ່ເຈົ້າໜ້າທີ່ວ່າຈະບໍ່ເຂົ້າຮ່ວມ ຫຼື ຂີ່ລົດກວນເມືອງອີກ, ນັບແຕ່ມື້ນີ້ເປັນຕົນໄປ; ຖ້າຫາກວ່າພວກກ່ຽວຍັງດື້ດ້ານຂັບຂີ່ລົດກວນເມືອງ ແລະ ດັດແປງສະພາບເຕັກນີກຂອງລົດອີກ ແມ່ນໃຫ້ເຈົ້າໜ້າທີ່ດໍາເນີນຕາມລະບຽບຂອງກົດໝາຍ ແລະ ຍຶດລົດໄວ້ເປັນຂອງລັດ. […]
ຝົນຍັງຈະສືບຕໍ່ຕົກຢູ່ແຕ່ລະແຂວງ ແລະ ນະຄອນຫຼວງ

ຍ້ອນບໍລິເວນຄວາມກົດດັນຕໍ່າ ຂອງອາກາດຮ້ອນຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ, ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມຊຶ່ງຈະເຮັດໃຫ້ອາກາດຍັງຈະຮ້ອນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປ ແລະ ຕົກໜັກ ພ້ອມມີລົມ ພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ກົມອຸຕຸນິຍົມ ແລະ ອຸທົກກະສາດໄດ້ພະຍາກອນອາກາດ ແຕ່ລະພາກນັບເວລາ 07 ໂມງ ຂອງມື້ນີ້ ຫາ ເວລາ 07 ໂມງຂອງມື້ອື່ນນີ້ວ່າ: ພາກເໜືອດ້ານຕາເວັນອອກ ປະກອບມີແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ ອາກາດຈະຮ້ອນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ປົກຫຸ້ມຂອງຝົນ ເທົ່າກັບ 50% ຂອງພາກ. ພາກເໜືອດ້ານຕາເວັນຕົກ ປະກອບມີແຂວງຫຼວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ ແລະ ໄຊຍະບູລີ ອາກາດຈະຮ້ອນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ […]
ໄທ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19ເພີ່ມຂຶ້ນຢ່າງຫລວງຫລາຍຫລັງບຸນສົງການ

ໜັງສືພິມ ບາງກອກໂພສ ລາຍງານວ່າ: ສູນຄວບຄຸມ ພະຍາດ ແຫ່ງຊາດໄທ ເປີດເຜີຍວ່າ: ຈຳນວນ ຜູ້ຕິດເຊື້ອ ພະຍາດ ໂຄວິດ-19 ໄດ້ເພີ່ມຂຶ້ນ ຢ່າງຫລວງຫລາຍ. ໃນໄລຍະ ວັນພັກ ບຸນສົງການ ຂອງໄທ ໃນປີນີ້ ແມ່ນລະຫວ່າງ ວັນທີ 11 ຫາວັນທີ 16ເມສານີ້ ໃນເວລາໜຶ່ງອາທິດ ທີ່ຜ່ານມາ, ຈຳນວນ ຜູ້ເຂົ້ານອນ ປິ່ນປົວ ຢູ່ໂຮງໝໍ ຍ້ອນຕິດເຊື້ອ ພະຍາດ ໂຄວິດ-19 ທີ່ເພີ່ມໃໝ່ ຂອງໄທ ໄດ້ມີ 1.004 ກໍລະນີ, ສະເລ່ຍແລ້ວ ແຕ່ລະມື້ ແມ່ນເພີ່ມຂຶ້ນ 143 ກໍລະນີ. ໃນນັ້ນມີ ຜູ້ເສຍຊີວິດ 3 ຄົນ ຊຶ່ງຢູ່ໃນກຸ່ມຄວາມສ່ຽງສູງ ລວມທັງ ຜູ້ເຖົ້າ, ຜູ້ມີພະຍາດ ຊຳເຮື້ອ ແລະ ຜູ້ຖືພາ. (ບັນນາທິການຂ່າວ: ຕ່າງປະເທດ), […]
ສະຫລົດ! ມີຜູ້ເສຍຊີວິດ 33 ຄົນຈາກອຸບັດເຫດ ໃນໄລຍະບຸນປີໃໝ່ລາວ

ການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2567 ລະຫວ່າງວັນທີ 11-17 ເມສາ 2024 ຫຼື 7 ວັນອັນຕະລາຍ ໃນຂອບເຂດທົ່ວປະເທດມີຜູ້ເສຍຊີວິດ 33 ຄົນ (ຍິງ 4 ຄົນ), ມີຜູ້ບາດເຈັບ 594 ຄົນ, ພາຫະນະເປ່ເພ 567 ຄັນ ຈາກອຸບັດເຫດເກີດຂຶ້ນ 316 ຄັ້ງ. ສາເຫດຫຼັກຂອງການກໍ່ໃຫ້ເກີດອຸບັດເຫດເກີດຈາກຜູ້ຂັບຂີ່ລົດໄວເກີນກຳນົດ 108 ກໍລະນີ (ເສຍຊີວິດ 22 ຄົນ); ດື່ມສິ່ງມຶນເມົາແລ້ວຂັບຂີ່ລົດ 99 ກໍລະນີ (ເສຍຊີວິດ 3 ຄົນ); ປ່ຽນທິດທາງ 33 ກໍລະນີ (ເສຍຊີວິດ 1 ຄົນ) ເມື່ອທຽບໃສ່ປີ 2023 ອຸບັດຕິເຫດຫຼຸດລົງ 26 ເລື່ອງ, ພາຫະນະເປ່ເພ ຫຼຸດລົງ 22 ຄັນ, ຜູ້ໄດ້ຮັບບາດເຈັບ ຫຼຸດລົງ 17 […]
ນາຍົກ ຈະເຂົ້າຮ່ວມກອງປະຊຸມ ເວທີປຶກສາຫາລື ອະນາຄົດອາຊຽນ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຈະເດີນທາງເຂົ້າຮ່ວມກອງປະຊຸມເວທີປຶກສາຫາລື ອະນາຄົດອາຊຽນ (ASEAN Future Forum) ພາຍໃຕ້ຄໍາຂວັນ: “ກ້າວໄປສູ່ການຂະຫຍາຍໂຕທີ່ວ່ອງໄວ ແລະ ຍືນຍົງ ຂອງປະຊາຄົມອາຊຽນ ທີ່ມີປະຊາຊົນເປັນໃຈກາງ” ໃນວັນ ທີ 23 ເມສາ 2024 ທີ່ ນະຄອນຫຼວງ ຮ່າໂນ້ຍ ສສ ຫວຽດນາມ, ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ຟາມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ. ການເຂົ້າຮ່ວມກອງປະຊຸມ ເວທີປຶກສາຫາລື ອະນາຄົດອາຊຽນຂອງທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈະເປັນປະທານຮ່ວມການປຶກສາຫາລືກ່ຽວກັບ “ການກ້າວໄປສູ່ປະຊາຄົມທຸລະກິດອາຊຽນທີ່ມີຄວາມກົມກຽວ, ເຂັ້ມແຂງ ແລະ ຍືນຍົງ: ຈັບເອົາກາລະໂອກາດ ຍຸກຂອງດີຈີຕອນ” ກັບພາກທຸລະ ກິດ ແລະ […]
ທຳລາຍສວນປູກຝິ່ນ 5 ເຮັກຕາກວ່າ ຢູ່ເມືອງລອງ ແຂວງຫຼວງນ້ຳທາ

ເຈົ້າໜ້າທີ່ ປກສ ເມືອງລອງ ແຂວງ ຫຼວງນ້ຳທາ ໄດ້ລົງທຳລາຍສວນປູກຝິ່ນ ທີ່ປະຊາຊົນລັກປູກຢູ່ຂອບເຂດ 2 ກຸ່ມບ້ານ ຄື ກຸ່ມຈົງກາ ແລະ ກຸ່ມສີວິໄລ ມີບ້ານຫ້ວຍຫຼວງ, ບ້ານນ້ຳໂບ ແລະ ບ້ານພີນຫໍ້ ຊຶ່ງສາມາດກວດພົບສວນຝິ່ນ ຢູ່ 4 ຈຸດ ມີ 16 ຕອນ ໃນເນື້ອທີ່ທັງໝົດ 52.277 ຕາແມັດ ເທົ່າກັບ 5 ເຮັກຕາກວ່າ, ໂດຍໃຊ້ໄມ້ຟາດ, ຫຼົກຕົ້ນອ່ອນ ແລະ ໃຊ້ພ້າຖາງ ເພື່ອບໍ່ໃຫ້ຕົ້ນຝິ່ນປົ່ງ ແລະ ບໍ່ສາມາດເກັບກູ້ຄືນໄດ້. ການລົງທຳລາຍສວນປູກຝິ່ນໃນຄັ້ງນີ້ ແມ່ນຢູ່ໃນລະຫວ່າງຕົ້ນເດືອນ ກຸມພາ 2024 ຫາເດືອນ ມີນາ 2024, ໂດຍການສົມທົບກັນລະຫວ່າງຄະນະກອງບັນຊາການ ປກສ ເມືອງລອງ ແຂວງຫຼວງນ້ຳທາ ກັບພາກສ່ວນທີ່ກ່ຽວຂ້ອງ ຂອງກຳລັງ ປກຊ-ປກສ, 4 ບໍລິສັດປູກພືດແທນການປູກຝິ່ນ ປະຈຳເມືອງລອງ ຄື: […]
ພົບຜູ້ເສຍຊີວິດ 2 ຄົນໃນລົດທີ່ເກີດອຸບັດເຫດລົດເສຍຫຼັກຕໍາຂອບທາງແລ້ວໄຟໄໝ້ລົດຢູ່ທາງດ່ວນ

ຈາກກໍລະນີທີ່ມີລົດໃຫຍ່ເກີດອຸບັດເຫດລົດເສຍຫຼັກຕໍາຂອບທາງປີ້ນອອກຂ້າງທາງແລ້ວໄຟໄໝ້ລົດຢູ່ທາງດ່ວນໃນວັນທີ 16 ເມສາ 2024 ນີ້ ເວລາປະມານ 13:15 ນາທີ ຢູ່ທາງດ່ວນ ເຂດບ້ານຫ້ວຍທົນ ເມືອງໂພນໂຮງ ແຂວງວຽງຈັນ, ອີງຕາມການລາຍງານຈາກເຈົ້າໜ້າທີ່ກູ້ໄພ ພົບວ່າໃນລົດ ມີຜູ້ເສຍຊີວິດ 2 ຄົນ ເປັນເພດຊາຍ ສັນຊາດຈີນ ໂດຍຖືກຢ້າງສົດເສຍຊີວິດຄາທີ່.