2
ສະຫລົດ! ມີຜູ້ເສຍຊີວິດ 33 ຄົນຈາກອຸບັດເຫດ ໃນໄລຍະບຸນປີໃໝ່ລາວ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 22 ເດືອນເມສາ, 2024
ໝວດ: ຂ່າວ

ການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2567 ລະຫວ່າງວັນທີ 11-17 ເມສາ 2024 ຫຼື 7 ວັນອັນຕະລາຍ ໃນຂອບເຂດທົ່ວປະເທດມີຜູ້ເສຍຊີວິດ 33 ຄົນ (ຍິງ 4 ຄົນ), ມີຜູ້ບາດເຈັບ 594 ຄົນ, ພາຫະນະເປ່ເພ 567 ຄັນ ຈາກອຸບັດເຫດເກີດຂຶ້ນ 316 ຄັ້ງ.

ສາເຫດຫຼັກຂອງການກໍ່ໃຫ້ເກີດອຸບັດເຫດເກີດຈາກຜູ້ຂັບຂີ່ລົດໄວເກີນກຳນົດ 108 ກໍລະນີ (ເສຍຊີວິດ 22 ຄົນ); ດື່ມສິ່ງມຶນເມົາແລ້ວຂັບຂີ່ລົດ 99 ກໍລະນີ (ເສຍຊີວິດ 3 ຄົນ); ປ່ຽນທິດທາງ 33 ກໍລະນີ (ເສຍຊີວິດ 1 ຄົນ) ເມື່ອທຽບໃສ່ປີ 2023 ອຸບັດຕິເຫດຫຼຸດລົງ 26 ເລື່ອງ, ພາຫະນະເປ່ເພ ຫຼຸດລົງ 22 ຄັນ, ຜູ້ໄດ້ຮັບບາດເຈັບ ຫຼຸດລົງ 17 ຄົນ ແລະ ຜູ້ເສຍຊີວິດ ຫຼຸດລົງ 2 ຄົນ.

ແຂວງທີ່ມີອຸບັດເຫດເກີດຂຶ້ນຫຼາຍກວ່າໝູ່ແມ່ນ ແຂວງວຽງຈັນ 43 ເລື່ອງ, ແຂວງຈຳປາສັກ 39 ເລື່ອງ, ນະຄອນຫຼວງວຽງຈັນ 37 ເລື່ອງ; ແຂວງທີ່ມີຄົນເສຍຊີວິດຫຼາຍກວ່າໝູ່ແມ່ນ ແຂວງວຽງຈັນ 5 ຄົນ, ແຂວງຫຼວງພະບາງ 5 ຄົນ ແລະ ນະຄອນຫຼວງວຽງຈັນ 4 ຄົນ.

ແຫຼ່ງຂໍ້ມູນ: ຄວາມສະຫງົບ

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
2
ລາວ ຈະສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນປີ 2025
2
ການລ່າສັດປ່າບໍ່ຖືກຕ້ອງຕາມກົດ ໝາຍຈະຖືກລົງໂທດຕັດອິດສະລະພາບ 2 ຫາ 5 ປີ ແລະ ຈະຖືກປັບໃໝ
2
ກຳປູເຈຍ ຈະເກັບພາສີ ພະລັງງານໄຟຟ້າ ຈາກ ຜູ້ໃຊ້ໂຊລາເຊລ ຢູ່ຫລັງຄາ
2
ຫາລືຄວາມປອດໄພຂອງເຂື່ອນ ໃນການບໍລິຫານຈັດການນໍ້າ ແລະ ການຮັບມືສຸກເສີນ
2
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບ ທູດເວເນຊູເອລາ ຄົນໃໝ່
2
ສປປ ລາວຈະເປັນປະທານອາຊຽນໃນປີ 2024 ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”
2
ສປປ ລາວ ເລີ່ມປະຕິບັດນະໂຍບາຍ ຍົກເວັ້ນ-ຂະຫຍາຍເວລາ VISA ໃຫ້ກັບຫຼາຍປະເທດ ດຶງດູດນັກທ່ອງທ່ຽວ
2
ບໍລິສັດ ເທີນ-ຫີນບູນ ມອບເງິນ 1 ຕື້ກີບ ສະໜັບສະໜູນການເປັນປະທານອາຊຽນ ຂອງ ສປປ ລາວ
2
ຄຸນຄ່າຄວາມເປັນເອກະລັກ ທີ່ໂດດເດັ່ນລະດັບໂລກ ຂອງອຸທິຍານແຫ່ງຊາດຫີນໜາມໜໍ່
2
ອັດຕະປືມີບໍລິການລົດໂດຍສານສີຂຽວພາຍໃນແຂວງແລ້ວ
ຢ່າລື່ມກົດຕິດຕາມ