ໄທ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19ເພີ່ມຂຶ້ນຢ່າງຫລວງຫລາຍຫລັງບຸນສົງການ

ໜັງສືພິມ ບາງກອກໂພສ ລາຍງານວ່າ: ສູນຄວບຄຸມ ພະຍາດ ແຫ່ງຊາດໄທ ເປີດເຜີຍວ່າ: ຈຳນວນ ຜູ້ຕິດເຊື້ອ ພະຍາດ ໂຄວິດ-19 ໄດ້ເພີ່ມຂຶ້ນ ຢ່າງຫລວງຫລາຍ. ໃນໄລຍະ ວັນພັກ ບຸນສົງການ ຂອງໄທ ໃນປີນີ້ ແມ່ນລະຫວ່າງ ວັນທີ 11 ຫາວັນທີ 16ເມສານີ້ ໃນເວລາໜຶ່ງອາທິດ ທີ່ຜ່ານມາ, ຈຳນວນ ຜູ້ເຂົ້ານອນ ປິ່ນປົວ ຢູ່ໂຮງໝໍ ຍ້ອນຕິດເຊື້ອ ພະຍາດ ໂຄວິດ-19 ທີ່ເພີ່ມໃໝ່ ຂອງໄທ ໄດ້ມີ 1.004 ກໍລະນີ, ສະເລ່ຍແລ້ວ ແຕ່ລະມື້ ແມ່ນເພີ່ມຂຶ້ນ 143 ກໍລະນີ. ໃນນັ້ນມີ ຜູ້ເສຍຊີວິດ 3 ຄົນ ຊຶ່ງຢູ່ໃນກຸ່ມຄວາມສ່ຽງສູງ ລວມທັງ ຜູ້ເຖົ້າ, ຜູ້ມີພະຍາດ ຊຳເຮື້ອ ແລະ ຜູ້ຖືພາ. (ບັນນາທິການຂ່າວ: ຕ່າງປະເທດ), […]
ກຳປູເຈຍ ສົ່ງອອກລົດຖີບ ຫລຸດລົງ 43%

ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ສຳນັກງານ ພາສີ ທົ່ວໄປຂອງ ກຳປູເຈຍ ລາຍງານວ່າ: ການສົ່ງອອກ ລົດຖີບ ຂອງ ກຳປູເຈຍ ໃນໄຕມາດທຳອິດ (ເດືອນມັງກອນ-ເດືອນມີນາ) ຂອງ ປີນີ້ ຫລຸດລົງ 43% ເມື່ອທຽບໃສ່ປີຕໍ່ປີ. ໃນນັ້ນ ລວມມີ ລົດຖີບ ແລະ ລົດຖີບໄຟຟ້າ, ກວມເອົາ ມູນຄ່າລວມ 96,9 ລ້ານໂດລາ ສະຫະລັດ ຫລຸດລົງ ຈາກ 170 ລ້ານໂດລາ ສະຫະລັດ ໃນໄລຍະດຽວກັນ ຂອງປີກາຍ. ກະຊວງ ການຄ້າ ກຳປູເຈຍ ເປີດເຜີຍວ່າ: ກຳປູເຈຍ ສົ່ງອອກລົດຖີບ ໄປຍັງ ກຸ່ມປະເທດ ເອີຣົບ, ສ.ອາເມລິກາ, ອັງກິດ ແລະ ການາດາ ເປັນຫລັກ. ໂດຍການສົ່ງອອກ ທີ່ຫລຸດລົງ ເນື່້ອງຈາດ ການຢຸດຈຶ້ງ […]
ສປຈີນ ຈັດສັນງົບປະມານ ຊຸກຍູ້ການລົງທຶນ ຫລາຍກວ່າ 2 ແສນລ້ານຢວນ

ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ທ່ານ ຫລີວຊູເຊີ ຮອງຫົວໜ້າ ຄະນະກຳມະ ການ ພັດທະນາ ແລະ ປະຕິຮູບ ແຫ່ງຊາດ ຈີນ ລາຍງານວ່າ: ປັດຈຸບັນ ສປຈີນ ໄດ້ຈັດສັນ ເງິນທຶນ ຈາກ ງົບປະມານ ສ່ວນກາງ ໂດຍມີ ມູນຄ່າ ຫລາຍກວ່າ 3 ແສນລ້ານຢວນ ເພື່ອສົ່ງເສີມ ການລົງທຶນ ໃຫ້ໄດ້ຮັບປະສິດ ທິຜົນ ໃນປີ 2024. ທ່ານ ຫລີວຊູເຊີ ກ່າວວ່າ ບ້ວງເງີນທຶນ ທີ່ ຈັດສັນໄວ້ ກວມເອົາ 30% ຂອງ ຈຳນວນເງິນປະຈຳ ທີ່ວາງແຜນໄວ້ ແລະ ຄະນະ ກຳມະການ ຈະເລັ່ງ ຈັດສັນເງິນທຶນ ທີ່ກ່ຽວຂ້ອງ ເພື່ອຊຸກຍູ້ ໂຄງການ ດັ່ງກ່າວ ແລະ […]
ສປຊ ຮຽກຮ້ອງໃຫ້ຄວາມຊ່ວຍເຫຼືອເຂດກາຊາ ຈຳນວນ ເງິນ 2,8 ຕື້ໂດລາ

ສຳນັກຂ່າວວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ເມື່ອບໍ່ດົນມານົ້, ອົງການ ສະຫະປະຊາຊາດ (ສປຊ) ໄດ້ຮຽກຮ້ອງ ປະຊາຄົມໂລກ ໃຫ້ການ ຊ່ວຍເຫຼືອ ບ້ວງເງິນ 2,8 ຕື້ໂດລາ ສະຫະລັດ ໃນປີ 2024 ນີ້ ໃຫ້ແກ່ ປະຊາຊົນ ເຂດກາຊາ ທີ່ຖືກສົງຄາມ ທຳລາຍ, ກໍຄື ຊາວ ປາແລັດສະຕິນ ຢູ່ໃນເຂດ ຝັ່ງຕາເວັນຕົກ ແມ່ນ້ຳຊອກດານີ ທີ່ຖືກຢືດຄອງ. ທ່ານ ອັງເດຣ ເດີ ໂດເມນີໂກ ຫົວໜ້າ ຫ້ອງການ ຝ່າຍປະສານງານ ກ່ຽວກັບ ບັນຫາ ມະນຸດສະທຳ ຂອງ ສປຊ ປະຈຳ ປາແລັດສະຕິນ ໃຫ້ຮູ້ວ່າ: ບ້ວງເງິນ ດັ່ງກ່າວນີ້ ຈະຊ່ວຍ ແກ້ໄຂ ບັນດາ ຄວາມຕ້ອງການ ດ້ານມະນຸດສະທຳ ໄລ່ຮອດ ທ້າຍປີນີ້ […]
ໄອເອັມເອຟ (IMF) ຍົກລະດັບການຄາດການອັດຕາການເຕີບໂຕເສດຖະກິດໂລກໃນປີ 2024

ຂປລ. ສຳນັກຂ່າວວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ບົດລາຍງານແງ່ຫວັງ ເສດຖະກິດໂລກ ສະບັບ ລົງວັນທີ 16 ເມສາ ລະບຸວ່າ: ກອງທຶນເງິນຕາສາກົນ (IMF) ຄາດວ່າ ລະດັບການເຕີບໂຕ ເສດຖະກິດທົ່ວໂລກ ໃນປີ 2024 ຈະບັນລຸ 3,2%, ເພີ່ມຂຶ້ນ 0,1% ເມື່ອທຽບໃສ່ ຕົວເລກທີ່ກຳນົດໄວ້ ເມື່ອເດືອນມັງກອນ ຜ່ານມາ. ສໍາລັບ ປີ 2025 ອາດຈະຢູ່ໃນ ລະດັບ 3,2%. ສ່ວນອັດຕາໄພເງິນເຟີ້ ຈະຫລຸດລົງ 5,9% ເຫຼືອ 4,5% ໃນປີໜ້າ, ຍ້ອນອັດຕາ ດອກເບ້ຍ ຢູ່ປະເທດຕ່າງໆໃນໂລກ ເພີ່ມສູງຂຶ້ນ ບົດລາຍງານ ຂອງ IMF ໄດ້ສະແດງໃຫ້ເຫັນເຖິງ ຄວາມແຕກຕ່າງກັນ ຢ່າງຈະແຈ້ງກ່ຽວກັບ ແງ່ຫວັງການເຕີບໂຕ ຂອງ ບັນດາ ພື້ນຖານເສດຖະກິດ ພັດທະນາ. IMF […]
ສສ ຫວຽດນາມ ນອນໃນກຸ່ມແຖວໜ້າອາຊີ ກ່ຽວກັບການລົງທຶນພື້ນຖານໂຄງລ່າງ

ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ໃນຂອບເຂດ “ສັບປະດາ ຍືນຍົງ” ລະຫວ່າງ 15 – 19 ເມສານີ້ ຢູ່ນິວຢອກ ຂອງ ສ.ອາເມລິກາ, ສະມັດຊາໃຫຍ່ ສປຊ ໄດ້ຈັດວາລະປຶກສາຫາລື ຂັ້ນສູງກ່ຽວກັບ ການຊຸກຍູ້ ການພັດທະນາ ແບບຍືນຍົງ ຜ່ານການເຊື່ອມຕໍ່ ພື້ນຖານໂຄງລ່າງ. ໃນໂອກາດນີ້ ທ່ານ ດັັ້ງຮ່ວາງຢາງ, ເອກອັກ ຄະລັດຖະທູດ, ຫົວໜ້າຄະນະ ຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຢັ້ງຢືນວ່າ: ການຊຸກຍູ້ ການເຊື່ອມຕໍ່ ລະຫວ່າງ ບັນດາປະເທດ ແມ່ນມີຄວາມຈຳເປັນ ເພື່ອພັດທະນາ ເສດຖະກິດ, ສ້າງວຽກເຮັດງານທຳ, ຮັບປະກັນປະສິດທິຜົນ ຂອງລະບົບສະໜອງ ແລະ ເພີ່ມທະວີ ຄວາມຍືນຍົງ. ການສ້າງລະບົບພື້ນຖານ ໂຄງລ່າງ ທັນສະໄໝ ແລະ ຄົບຊຸດແມ່ນໜຶ່ງ ໃນ ສາມບຸກທະລຸ […]
ລາວ-ອົດສະຕຣາລີ ລົງນາມເຊັນສັນຍາ ຂຶ້ນເປັນຄູ່ຮ່ວມມືຮອບດ້ານ

ທ່ານ ສອນໄຊ ສິພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ທ່ານ ແອນໂທນີ ອານບານີຊີ (Anthony Albanese) ນາຍົກລັດຖະມົນຕີ ແຫ່ງ ອົດສະຕຣາລີ ໄດ້ລົງນາມເຊັນສັນຍາ ຍົກລະດັບສາຍພົວພັນ ລະຫວ່າງ ອົດສະຕຣາລີ ແລະ ລາວ ໃຫ້ເປັນ ຄູ່ຮ່ວມມືຮອບດ້ານ. ການລົງນາມດັ່ງກ່າວ ມີຂຶ້ນ ໃນໂອກາດ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ອົດສະຕຣາລີ ຢ່າງເປັນທາງການ, ໃນລະຫວ່າງວັນທີ 4-7 ມີນາ 2024. ທ່ານນາຍົກລັດຖະມົນຕີ ແອນໂທນີ ອານບານີຊີ ກ່າວວ່າ: “ການພົວພັນຄູ່ຮ່ວມມືຮອບດ້ານອັນສຳຄັນນີ້ສະແດງໃຫ້ເຫັນເຖິງຄຳໝັ້ນສັນຍາຂອງພວກເຮົາທີ່ຈະນຳເອົາອົດສະຕຣາລີ ແລະ ສປປ ລາວ ເຂົ້າໃກ້ກັນໃຫ້ຫຼາຍຂຶ້ນກວ່າເກົ່າ”. ທ່ານ ແອນໂທນີ ອານບາຊີນີ […]
ໂອກາດຂອງຈີນ ທີ່ມີຕໍ່ການພັດທະນາເສດຖະກິດໂລກ

ຈີນ ຫຼັງຈາກທີ່ມີການເຕີບໂຕຢ່າງວ່ອງໄວຫຼາຍປີ, ພວມກ້າວໄປສູ່ການພັດທະນາເສດຖະກິດ ທີ່ມີຄຸນນະພາບສູງ ແລະ ການຍົກລະດັບອຸດສາຫະກຳໃຫ້ທັນສະໄໝດີກວ່າເກົ່າ. ຄົນທັງຫຼາຍໄດ້ຮັບຮູ້ເຖິງໂອກາດຂອງຈີນ ທີ່ມີຕໍ່ການພັດທະນາເສດຖະກິດໂລກ. ເປົ້າໝາຍການເຕີບໂຕດ້ານ ລວມຍອດຜະລິດຕະພັນພາຍໃນ ຫຼື GDP ຂອງຈີນໃນປີ 2024 ໃຫ້ຢູ່ໃນລະດັບປະມານ 5% ໄດ້ຖືກເປີດເຜີຍໃນກອງປະຊຸມສະພາປະຊາຊົນແຫ່ງຊາດຈີນ ແລະ ສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນ ຫຼື ເອີ້ນວ່າ ກອງປະຊຸມສອງສະພາ, ທີ່ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ແຕ່ວັນທີ 4 ຫາ 11 ເດືອນມີນານີ້. ໃນກອງປະຊຸມສອງສະພາປີນີ້, ເນື້ອໃນບົດລາຍງານວຽກງານຂອງລັດຖະບານຈີນລະບຸວ່າ, ເປົ້າໝາຍຕົ້ນຕໍດ້ານການພັດທະນາຂອງຈີນໃນປີນີ້ ຄື GDP ໃຫ້ຢູ່ໃນລະດັບປະມານ 5%; ຈຳນວນຜູ້ປະກອບອາຊີບໃນຕົວເມືອງເພີ່ມຂຶ້ນຫຼາຍກວ່າ 12 ລ້ານຄົນ, ອັດຕາຫວ່າງງານຕາມການສຳຫຼວດໃນຕົວເມືອງຢູ່ໃນປະມານ 5,5%; ລາຄາສິນຄ້າບໍລິໂພກຂອງພົນລະເມືອງເພີ່ມຂຶ້ນປະມານ 3%; ຈັງຫວະການເຕີບໂຕດ້ານລາຍຮັບຂອງພົນລະເມືອງໃຫ້ໄປຄວບຄູ່ກັບການເຕີບໂຕດ້ານເສດຖະກິດ; ລາຍຮັບລາຍຈາຍສາກົນຮັກສາຄວາມດຸ່ນດ່ຽງໂດຍພື້ນຖານ; ປະລິມານຜົນຜະລິດສະບຽງອາຫານມີຫຼາຍກວ່າ 650 ລ້ານໂຕນ ແລະ ຄຸນນະພາບຂອງສິ່ງແວດລ້ອມນິເວດໄດ້ຮັບການປັບປຸງດີຂຶ້ນຢ່າງຕໍ່ເນື່ອງ. ໃນປີ 2023 ຜ່ານມາ, ເສດຖະກິດຈີນໄດ້ຟື້ນຕົວດີຂຶ້ນໂດຍລວມ, GDP […]
ກຳປູເຈຍ ພົບລູກປາໂລມາ ນ້ຳຈືດໂຕທໍາອິດ ໃນປີ 2024

ກະຊວງກະສິກໍາ, ປ່າໄມ້ ແລະ ການປະມົງ ປະເທດກຳປູເຈຍ ໄດ້ລາຍງານໃຫ້ຮູ້ວ່າ: ທີມງານ ກະຊວງກະສິກໍາ, ປ່າໄມ້ ແລະ ການປະມົງ ໄດ້ພົບເຫັນລູກປາໂລມາ ນ້ຳຈືດ ຫຼື ປາຂ່າ ເກີດໃໝ່ເປັນຄັ້ງທຳອິດໃນປີ 2024 ເມື່ອວັນທີ 11 ກຸມພາ 2024 ທີ່ຜ່ານມາຢູ່ ແມ່ນໍ້າຂອງ ເຂດອະນຸລັກປາໂລມາ ເມືອງ Anlong Kampi ແຂວງ Kratie ທີ່ປະເທດກຳປູເຈຍ ຊຶ່ງລູກປາໂລມາໂຕນີ້ ຄາດວ່າມີອາຍຸພຽງ 2 ວັນ, ຖືກພົບເຫັນກຳລັງລອຍນ້ຳຢູ່ກັບຝຸງໂຕໃຫຍ່ອີກ 6 ໂຕ. ໃນປີ 2023 ທີ່ຜ່ານມານີ້, ກະຊວງ ກະຊວງກະສິກໍາ, ປ່າໄມ້ ແລະ ການປະມົງ ປະເທດກຳປູເຈຍໄດ້ບັນທຶກສະຖິຕິການເກີດຂອງປາໂລມາໃໝ່ 8 ໂຕ, ພ້ອມກັບການເສຍຊີວິດ 5 ໂຕ. ແຫ່ງດຽວໃນ ສປປ ລາວ ທີ່ພວກເຮົາສາມາດພົບເຫັນປາຂ່າໄດ້ […]
Vietjet ລາຍງານການເຕີບໂຕຂອງລາຍຮັບໃນປີກາຍນີ້ຢູ່ທີ່ 2,55 ຕື້ໂດລາສະຫະລັດ

ວຽງຈັນ, ວັນທີ 7 ກຸມພາ 2024 ນີ້, ບໍລິສັດຫຸ້ນສ່ວນການບິນ Vietjet (HOSE: VJC) ໄດ້ລາຍງານຜົນການດຳເນີນທຸລະກິດທີ່ໜ້າປະທັບໃຈໃນປີ 2023, ເພີ່ມຄວາມເຊື່ອໝັ້ນໃນຖານະໜຶ່ງໃນບັນດາບໍລິສັດທີ່ໝັ້ນຄົງ ແລະ ຂະຫຍາຍຕົວໄວ. ໃນປີ 2023, Vietjet ໄດ້ໃຫ້ບໍລິການຖ້ຽວບິນ 133.000 ຖ້ຽວ ດ້ວຍຜູ້ໂດຍສານປະມານ 25.3 ລ້ານຄົນ (ບໍ່ລວມ Vietjet ປະເທດໄທ) ເພີ່ມຂຶ້ນ 183% ຈາກປີກ່ອນ, ໃນນັ້ນມີຜູ້ໂດຍສານຈາກຖ້ຽວບິນສາກົນຫຼາຍກວ່າ 7.6 ລ້ານຄົນ. ໃນປີກາຍນີ້, Vietjet ຍັງໄດ້ສືບຕໍ່ຂະຫຍາຍຕາໜ່າງການບິນດ້ວຍ 33 ເສັ້ນທາງການບິນໃໝ່ທັງພາຍໃນ ແລະ ຕ່າງປະເທດ, ເຮັດໃຫ້ຈຳນວນເສັ້ນທາງບິນເພີ່ມຂຶ້ນເປັນ 125 ເສັ້ນທາງ, ໃນນັ້ນມີ 80 ເສັ້ນທາງການບິນສາກົນ ແລະ 45 ເສັ້ນທາງພາຍໃນປະເທດ. ບາງເສັ້ນທາງທີ່ພົ້ນເດັ່ນຄື: ນະຄອນໂຮ່ຈີມິນ-ຊຽງໄຮ້, ນະຄອນໂຮ່ຈີມິນ-ວຽງຈັນ, ຮ່າໂນ້ຍ-ສຽມຣຽບ, ຮ່າໂນ້ຍ-ຮົງກົງ, ຝູກວກ-ໄທເປ, […]