2
ສປຈີນ ຈັດສັນງົບປະມານ ຊຸກຍູ້ການລົງທຶນ ຫລາຍກວ່າ 2 ແສນລ້ານຢວນ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 20 April, 2024
ໝວດ: ຂ່າວ

ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້,​ ທ່ານ ຫລີວຊູເຊີ ຮອງຫົວໜ້າ ຄະນະກຳມະ ການ ພັດທະນາ ແລະ ປະຕິຮູບ ແຫ່ງຊາດ ຈີນ ລາຍງານວ່າ: ປັດຈຸບັນ ສປຈີນ ໄດ້ຈັດສັນ ເງິນທຶນ ຈາກ ງົບປະມານ ສ່ວນກາງ ໂດຍມີ ມູນຄ່າ ຫລາຍກວ່າ 3 ແສນລ້ານຢວນ ເພື່ອສົ່ງເສີມ ການລົງທຶນ ໃຫ້ໄດ້ຮັບປະສິດ ທິຜົນ ໃນປີ 2024.

ທ່ານ ຫລີວຊູເຊີ ກ່າວວ່າ ບ້ວງເງີນທຶນ ທີ່ ຈັດສັນໄວ້ ກວມເອົາ 30% ຂອງ ຈຳນວນເງິນປະຈຳ ທີ່ວາງແຜນໄວ້ ແລະ ຄະນະ ກຳມະການ ຈະເລັ່ງ  ຈັດສັນເງິນທຶນ ທີ່ກ່ຽວຂ້ອງ ເພື່ອຊຸກຍູ້ ໂຄງການ ດັ່ງກ່າວ ແລະ ປັບປຸງປະສິດທິພາບ ໃນການ ນຳໃຊ້ງົບ ປະມານ ສ່ວນກາງ.

ບົດລາຍງານ ການເຄື່ອນໄຫວ ວຽກງານ ປະຈຳປີ ຂອງ ລັດຖະບານ ລະບຸວ່າ  ຈະມີການ ຈັດສັນ ບ້ວງເງີນທຶນ ຈາກ ງົບປະມານ ສ່ວນກາງ ເພື່ອລົງທຶນ ສຳລັບ ປີ 2024 ລວມມີ ທັງໝົດ 7 ແສນລ້ານຢວນ. ນອກຈາກງົບປະມານ ສ່ວນກາງແລ້ວ ຈີນ ຍັງວາງແຜນ ອອກພັນທະບັດ ລັດຖະບານ ທ້ອງຖິ່ນ ສະເພາະກິດ ດ້ວຍມູນຄ່າ 3,9 ພັນຕື້ຢວນ, ​ເພີ່ມຂື້ນ 1 ແສນລ້ານຢວນ ເມື່ອທຽບໃສ່ ປີກາຍນີ້. ໂດຍ ຄະນະ ກຳມະການ ໄດ້ຄັດເລືອກ ໂຄງການ ພັນທະບັດ ລັດຖະບານ ທ້ອງຖິ່ນ ສະເພາະກິດ ເບື້ອງຕົ້ນ ຢ່າງສຳເລັດ, ໂຄງການຊຸດນີ້ ມີຄວາມຕ້ອງການ ເງິນທຶນ ຈຳນວນຫລາຍ ຊຶ່ງຊ່ວຍວາງ ຮາກຖານ ທີ່ໝັ້ນຄົງ ໃຫ້ກັບການອອກ ແລະ ການໃຊ້ພັນທະບັດ ລັດຖະບານ ທ້ອງຖິ່ນ.

KPL

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 30 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,455
21,731
thailand (1)
THB
648.35
660.67
european-union
EUR
23,023
23,484
china
CNY
2,898
2,956
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele (14)
ພົບເຫັນ "ເປັດຄັບແຄ" ຄັ້ງທຳອິດໃນແກ່ງກະຈານ ສະທ້ອນປ່າມໍລະດົກອຸດົມສົມບູນ
Copy of site cover (42)
Microsoft ວາງແຜນສ້າງໃຫ້ Windows ສາມາດອັບເດດທັງລະບົບໄດ້ເອງຢ່າງຄົບຖ້ວນແບບລວມສູນ
_cover (45)
ໄຟໄໝ້ໃຫຍ່ຢູ່ຊົງຊິ່ງ ລົດຈັກໄຟຟ້າຖືກເຜົາຫຼາຍສິບຄັນ
_cover (44)
"ອີລອນ ມັສກ໌" ໂພສຮູ້ສຶກຜິດຕໍ່ "ທຣຳ" ຍອມຮັບຕົວເອງໂພສໂຈມຕີແຮງເກີນໄປ
_cover (43)
ແຈ້ງເຕືອນ ຝົນຕົກໜັກ, ດິນເຈື່ອນ ແລະ ນ້ຳຖ້ວມຊຸ ໃນໄລຍະວັນທີ 12 ຫາ 13 ມິຖຸນາ 2025
_cover (42)
ຈັບໄດ້​ໄລ່​ທັນ​ ໂຈນລັກລົດຈັກ Zoomerx ຢູ່ບ້ານຫົວນາ ເມືອງໄຊທານີ ນະຄອນຫລວງ​ວຽງຈັນ
_cover (41)
ສະຫະລັດ ບຸກຈັບຜູ້ອົບພະຍົບຫຼາຍກວ່າ 70 ຄົນໃນໂຮງງານເມືອງໂອມາຮາ
Copy of site cover (41)
NVIDIA ກຽມສ້າງ AI Cloud ສຳລັບຂະແໜງອຸດສາຫະກຳໃນເຢຍລະມັນ
_cover (40)
ປກສ ແຂວງອຸດົມໄຊ ກວດກາສຶກສາອົບຮົມຮ້ານຄ້າຂາຍປະເວນີ ແລະ ສາວບໍລິການ 39 ຄົນ
_cover (39)
ເກົາຫຼີໃຕ້ປິດເຄື່ອງຂະຫຍາຍສຽງໂຄສະນາຊວນເຊື່ອຮອດເກົາຫຼີເໜືອເພື່ອລົດຄວາມເຄັ່ງຄຽດ
ຢ່າລື່ມກົດຕິດຕາມ