ເຕືອນຢ່າຟ້າວໂອນ (ເງິນ) ຖ້າຍັງບໍ່ກວດສອບໃຫ້ຊັດເຈນ ອາດຕົກເປັນເຫຍື່ອມິຈຊາຊີບ

ຕຳຫຼວດໄຊເບີແນະນຳວິທີການກວດສອບກ່ອນໂອນເງິນ ຖ້າບໍ່ຢາກຕົກເປັນເຫຍື່ອຂອງມິຈຊາຊີບທີ່ມັກປ່ຽນຮູບແບບໃຫ້ໂອນຜ່ານ QR Code ຫຼື ກະເປົາເງິນດິຈິຕອລຯ ທີ່ບໍ່ສາມາດກວດສອບເຈົ້າຂອງບັນຊີໄດ້ ເນື່ອງຈາກປັດຈຸບັນ ມິຈຊາຊີບໃຊ້ກົນໂກງຫຼາກຫຼາຍຮູບແບບ ໂດຍສະເພາະການຫຼອກໃຫ້ໂອນເງິນຜ່ານ QR Code ຫຼື ກະເປົາເງິນດິຈິຕອລຕ່າງໆ ຊຶ່ງມັກເປັນຊ່ອງທາງທີ່ບໍ່ສາມາດກວດສອບຊື່ເຈົ້າຂອງບັນຊີໄດ້ຊັດເຈນຄືກັບການໂອນຜ່ານບັນຊີທະນາຄານທົ່ວໄປ ແລະ ເມື່ອເກີດບັນຫາ ບໍ່ວ່າຈະເປັນການໂອນຜິດ ຫຼື ຖືກຕວົະໃຫ້ໂອນ ການຕາມເສັ້ນທາງເງິນກັບຄືນຫຼືການດຳເນີນການອາຍັດເງິນຈະເປັນໄປໄດ້ຍາກຫຼາຍ ເພື່ອຄວາມປອດໄພທາງການເງິນ ກ່ອນໂອນເງິນທຸກຄັ້ງ ຄວນກວດສອບໃຫ້ແນ່ໃຈວ່າ • ເປັນບັນຊີທະນາຄານທີ່ສາມາດກວດສອບຊື່ເຈົ້າຂອງໄດ້ • ຊື່ບັນຊີຕ້ອງຕົງກັບຊື່ຂອງຜູ້ຮັບຈິງ • ຫຼີກລ່ຽງການໂອນຜ່ານ QR Code ຫຼື ກະເປົາເງິນດິຈິຕອລທີ່ບໍ່ຮູ້ທີ່ມາຊັດເຈນ ຢ່າປ່ອຍໃຫ້ຄວາມຟ້າວຮ້ອນຫຼືຄວາມໄວ້ໃຈເກີນເຫດ ກາຍເປັນຊ່ອງທາງໃຫ້ມິຈຊາຊີບເອົາປຽບ ກວດສອບກ່ອນໂອນທຸກຄັ້ງ ປ້ອງກັນຄວາມເສຍຫາຍທີ່ອາດເກີດຂຶ້ນໄດ້ໃນອະນາຄົດ
8 ກຸ່ມຄົນ “ຢ່າດື່ມກາເຟ” ຢຸດຊວນໄພພິບັດເຂົ້າສູ່ຮ່າງກາຍ ພວກເຮົາຮູ້ຕົວຫຼືຍັງ?!

ເຖິງແມ່ນວ່າກາເຟຈະເປັນເຄື່ອງດື່ມທີ່ຫຼາຍຄົນມັກຫຼາຍທີ່ສຸດ ດ້ວຍກິ່ນຫອມ ແລະ ລົດຊາດຂົມກົມກ່ອມອັນເປັນເອກະລັກ ແຕ່ສຳລັບບາງຄົນ ການດື່ມກາເຟອາດບໍ່ແມ່ນເລື່ອງດີຕໍ່ສຸຂະພາບສະເໝີໄປ ເພາະອາດກໍ່ໃຫ້ເກີດຜົນຂ້າງຄຽງຮຸນແຮງຈົນນຳໄປສູ່ບັນຫາສຸຂະພາບແບບບໍ່ຮູ້ຕົວ ໂດຍສະເພາະໃນ 8 ກຸ່ມຄົນຕໍ່ໄປນີ້ ທີ່ບົດຄວາມຈາກເວັບໄຊ SOHA ທາງຝັ່ງຫວຽດນາມ ໄດ້ກ່າວຢ້ຳເຕືອນເປັນພິເສດດ້ວຍຄວາມເປັນຫ່ວງ 1. ຜູ້ທີ່ມີບັນຫາກ່ຽວກັບພະຍາດຫົວໃຈ ຄາເຟອີນເປັນສານກະຕຸ້ນທີ່ສົ່ງຜົນໂດຍກົງຕໍ່ລະບົບປະສາດແລະຫົວໃຈ ຫາກເປັນຜູ້ທີ່ມີພາວະຫົວໃຈເຕັ້ນຜິດຈັງຫວະ ຄວາມດັນເລືອດສູງ ຫຼື ພະຍາດຫຼອດເລືອດຫົວໃຈ ຄາເຟອີນອາດເຮັດໃຫ້ອາການຮ້າຍແຮງຂຶ້ນ ເຊັ່ນ: ໃຈສັ່ນ ເມື່ອຍງ່າຍ ຫຼື ເຈັບໜ້າເອິກ ນອກຈາກນີ້ຍັງມີຜົນຕໍ່ການຫົດຕົວຂອງຫຼອດເລືອດ ເຮັດໃຫ້ຫົວໃຈເຮັດວຽກໜັກຂຶ້ນອີກ 2. ຜູ້ທີ່ມີພາວະວິຕົກກັງວົນ ຫຼື ເປັນພະຍາດນອນບໍ່ຫຼັບຊຳເຮື້ອ ຄາເຟອີນສາມາດກະຕຸ້ນການຫຼັ່ງອະດຣີນາລິນ ຊຶ່ງເປັນຮໍໂມນຄວາມກົດດັນ ສົ່ງຜົນໃຫ້ຜູ້ທີ່ມີພາວະວິຕົກກັງວົນມີອາການຮ້າຍແຮງຂຶ້ນ ເຊັ່ນ: ກະສັບກະສ່າຍ ຫງຸດຫງິດ ນອນບໍ່ຫຼັບ ແລະ ເກີດວົງຈອນ “ຍິ່ງເມື່ອຍຍິ່ງກິນ ຍິ່ງກິນຍິ່ງນອນບໍ່ຫຼັບ” ທີ່ທຳລາຍສຸຂະພາບຢ່າງງຽບໆ 3. ຜູ້ທີ່ມີບັນຫາກ່ຽວກັບກະເພາະອາຫານ ກາເຟມີຄວາມເປັນກົດສູງ […]
“ເດັກ EQ ຕ່ຳ” ມັກມີ 3 ພຶດຕິກຳນີ້ເທິງໂຕະອາຫານ, ພໍ່ແມ່ຕ້ອງຮີບແກ້ໄຂດ່ວນ!

ສາດສະດາຈານຊື່ດັງ ຊີ້ວ່າສັງເກດ “ເດັກ EQ ຕ່ຳ” ມັກມີ 3 ພຶດຕິກຳນີ້ເທິງໂຕະອາຫານ, ພໍ່ແມ່ຕ້ອງຮີບແກ້ໄຂດ່ວນ! ນັກຈິດຕະວິທະຍາອາຊະຍາວິທະຍາ ເປີດເຜີຍໃຫ້ສັງເກດ “ເດັກທີ່ມີ EQ ຕ່ຳ” ມັກເຮັດ 3 ພຶດຕິກຳນີ້ເທິງໂຕະອາຫານ, ພໍ່ແມ່ຄວນຮີບແກ້ໄຂດ່ວນ! ຜົນການສຶກສາຈາກມະຫາວິທະຍາໄລຮາວາດ ປະເທດສະຫະລັດອາເມລິກາ ຊີ້ວ່າ ຄວາມສະຫຼາດທາງອາລົມ (EQ) ມີບົດບາດສຳຄັນເຖິງ 80% ຕໍ່ຄວາມສຳເລັດໃນຊີວິດ, ຫຼາຍກວ່າ IQ ທີ່ມີສັດສ່ວນພຽງແຕ່ 20% ເທົ່ານັ້ນ. ນັ້ນໝາຍຄວາມວ່າ EQ ເປັນປັດໄຈຫຼັກທີ່ກຳນົດທິດທາງອະນາຄົດຂອງເດັກ ແລະ ສາມາດສັງເກດໄດ້ຈາກພຶດຕິກຳໃນຊີວິດປະຈຳວັນ ເຊັ່ນ: ຂະນະຮັບປະທານອາຫານຮ່ວມກັນໃນຄອບຄົວ. ສາດສະດາຈານຫຼີ່ ເໝີຍຈິ່ນ (李玫瑾) ຜູ້ຊ່ຽວຊານດ້ານຈິດຕະວິທະຍາອາຊະຍາກຳຊື່ດັງຈາກປະເທດຈີນ ໄດ້ເປີດເຜີຍວ່າ ເດັກທີ່ມີ EQ ຕ່ຳ ມັກສະແດງອອກຜ່ານ 3 ພຶດຕິກຳສຳຄັນເທິງໂຕະອາຫານ ຊຶ່ງຫາກຜູ້ປົກຄອງສັງເກດເຫັນ ຄວນຮີບປັບພຶດຕິກຳທັນທີເພື່ອບໍ່ໃຫ້ສົ່ງຜົນຕໍ່ການພັດທະນາໃນອະນາຄົດ: ຮັບປະທານອາຫານບໍ່ເປັນລະບຽບ ເຮັດສຽງດັງລົບກວນ: ເດັກບາງຄົນມັກລຸກຍ່າງຫຼິ້ນ, ເວົ້າສຽງດັງ […]
ໝໍເຕືອນ “ພາວະສະໝອງເສື່ອມ” ບໍ່ແມ່ນພຽງແຕ່ພະຍາດຂອງຄົນເຖົ້າ

ໝໍເຕືອນ “ພາວະສະໝອງເສື່ອມ” ບໍ່ແມ່ນພຽງແຕ່ພະຍາດຂອງຄົນເຖົ້າ ແນະນຳໃຫ້ເຮັດ 3 ຂໍ້ນີ້ ປ້ອງກັນໄດ້ຕັ້ງແຕ່ໄວໜຸ່ມ ອະນາຄົດທ່ານຈະຂອບໃຈຕົນເອງ ຄວາມສ່ຽງຂອງພະຍາດສະໝອງເສື່ອມອາດເລີ່ມສະສົມຕັ້ງແຕ່ຊ່ວງອາຍຸ 20 ປີ. ຈາກການຄົ້ນຄວ້າລ່າສຸດຂອງມະຫາວິທະຍາໄລໂຄລຳເບຍ, ສະຫະລັດອາເມຣິກາ ພົບວ່າ ປັດໄຈສ່ຽງຂອງພະຍາດອັລໄຊເມີ ເຊັ່ນ: ຄວາມດັນເລືອດສູງ, ໄຂມັນໃນເລືອດຜິດປົກກະຕິ ແລະ ການຂາດການອອກກຳລັງກາຍ ມີຜົນກະທົບຕໍ່ການເຮັດວຽກຂອງສະໝອງໃນກຸ່ມຄົນໄວໜຸ່ມ ເຖິງແມ່ນວ່າຍັງບໍ່ປາກົດອາການຊັດເຈນກໍຕາມ. ນພ.ເຈິ້ງ ຊຸນອວີ່ ແພດຜູ້ຊ່ຽວຊານດ້ານປະສາດວິທະຍາ ໄດ້ໂພສຂໍ້ຄວາມຜ່ານເຟສບຸກ ລະບຸວ່າ ຄວາມສ່ຽງຂອງພະຍາດສະໝອງເສື່ອມອາດເລີ່ມສະສົມຢ່າງງຽບໆ ຕັ້ງແຕ່ຊ່ວງອາຍຸ 20 ປີ. ຫຼາຍຄົນມັກເຂົ້າໃຈວ່າພະຍາດນີ້ເປັນເລື່ອງຂອງຜູ້ສູງອາຍຸເທົ່ານັ້ນ ແຕ່ຄວາມຈິງແລ້ວ ສັນຍານເບື້ອງຕົ້ນອາດປາກົດຕັ້ງແຕ່ອາຍຸພຽງແຕ່ 24 ປີ. ອ້າງອີງຈາກການຄົ້ນຄວ້າຊິ້ນໃໝ່ຂອງທີມມະຫາວິທະຍາໄລໂຄລຳເບຍທີ່ຕີພິມໃນວາລະສານ The Lancet Regional Health – Americas ເມື່ອເມສາ 2025 ພົບວ່າ ປັດໄຈສ່ຽງຂອງພະຍາດອັລໄຊເມີ ບໍ່ວ່າຈະເປັນຄວາມດັນເລືອດສູງ, ໄຂມັນໃນເລືອດຜິດປົກກະຕິ, ການບໍ່ອອກກຳລັງກາຍ ຫຼື ພາວະອັກເສບຊຳເຮື້ອ ລ້ວນສົ່ງຜົນກະທົບຕໍ່ສະໝອງຕັ້ງແຕ່ອາຍຸຍັງນ້ອຍ. ນອກຈາກນີ້, ການສຶກສາຍັງພົບວ່າ […]
ຢາງລົດຍົນ 1 ເສັ້ນໃຊ້ໄດ້ຈັກປີ ຈຶ່ງຈະຕ້ອງປ່ຽນໃໝ່?

ຢາງລົດຍົນ 1 ເສັ້ນ ໃຊ້ໄດ້ຈັກປີຫຼືຈັກກິໂລແມັດ? ໂດຍທົ່ວໄປແລ້ວຢາງລົດຍົນແຕ່ລະເສັ້ນ ຈະມີອາຍຸການໃຊ້ງານປະມານ 4 – 5 ປີ ຫຼື ປະມານ 50,000 – 80,000 ກິໂລແມັດ ນັບຕັ້ງແຕ່ວັນທີ່ເລີ່ມໃຊ້ງານຄັ້ງທຳອິດ. ເຖິງຢ່າງໃດກໍຕາມ, ອາຍຸການໃຊ້ງານທີ່ແທ້ຈິງຂອງຢາງຈະແປຜັນຂຶ້ນຢູ່ກັບລັກສະນະການໃຊ້ງານ ລວມເຖິງສະພາບຂອງລະບົບຊ່ວງລ່າງລົດດ້ວຍ. ຫາກລົດໃຊ້ງານເທິງຖະໜົນທີ່ມີສະພາບບໍ່ລຽບພຽງ ແລະ ອາກາດຮ້ອນເປັນປະຈຳ ຈະເຮັດໃຫ້ເນື້ອຢາງເສື່ອມສະພາບໄວຂຶ້ນ ແລະ ຫາກລົດມີອາການສູນລໍ້ບ້ຽວ, ໂຊກອັບເສື່ອມສະພາບ ກໍສົ່ງຜົນໃຫ້ຢາງມີການສຶກຫໍຜິດປົກກະຕິໄດ້ເຊັ່ນກັນ. ສັນຍານບົ່ງບອກວ່າຄວນປ່ຽນຢາງ ດອກຢາງສຶກຫຼໍ – ເມື່ອດອກຢາງສຶກຫຼໍຈົນເຖິງສະພານຢາງ ຫຼື ມີດອກຢາງເຫຼືອຕໍ່າກວ່າ 2 ມິລລິແມັດ ຄວນປ່ຽນຢາງໃໝ່ ເພື່ອປະສິດທິພາບການຮີດນໍ້າ ຢາງມີຮອຍແຕກ ຫຼື ບວມ – ຫາກພົບຮອຍແຕກ, ຮອຍບວມ ຫຼື ຮອຍຈີກຂາດເທິງຢາງ ຄວນປ່ຽນຢາງໃໝ່ທັນທີ ຢາງມີອາຍຸເກີນ 5 ປີ – […]
ສານເຄມີໃນພລາສຕິກ ກ່ຽວຂ້ອງກັບການເສຍຊີວິດຈາກພະຍາດຫົວໃຈຫຼາຍກວ່າ 3.5 ແສນຄົນ

ວາລະສານອີໄບໂອເມດິຊີນ (eBioMedicine) ລາຍງານຜົນການສຶກສາສະບັບໜຶ່ງ ຊຶ່ງລະບຸວ່າສານເຄມີທີ່ກວດພົບໃນບັນຈຸພັນອາຫານ, ພລາສຕິກ, ລວມເຖິງໂລຊັ່ນ ແລະ ແຊມພູ ມີສ່ວນເຊື່ອມໂຍງກັບກໍລະນີຜູ້ເສຍຊີວິດຈາກພະຍາດຫົວໃຈຫຼາຍແສນຄົນ. ຄະນະນັກຄົ້ນຄວ້າພົບວ່າສານເຄມີເຫຼົ່ານີ້ ຫຼື ສານພາທາເລດ (phthalates) ມີສ່ວນກ່ຽວຂ້ອງກັບການເສຍຊີວິດຂອງຄົນທົ່ວໂລກຫຼາຍກວ່າ 3.5 ແສນຄົນໃນປີ 2018 ຊຶ່ງປະມານຮ້ອຍລະ 75 ຢູ່ໃນອາຊີ, ຕາເວັນອອກກາງ ແລະ ປາຊີຟິກ, ສະທ້ອນຄວາມກັງວົນທີ່ເພີ່ມຂຶ້ນກ່ຽວກັບປະລິມານການແຜ່ກະຈາຍຂອງພລາສຕິກໃນກຸ່ມປະເທດກຳລັງພັດທະນາ. ເດິ ວໍຊິງຕັນ ໂພສຕ໌ ລາຍງານວ່າຄະນະນັກຄົ້ນຄວ້າຍອມຮັບວ່າການສຳຜັດສານພາທາເລດເປັນປັດໄຈຮ່ວມກັບຄວາມສ່ຽງອື່ນໆ ເຊັ່ນ: ພະຍາດອ້ວນ ແລະ ຄວາມຜິດປົກກະຕິຂອງລະບົບຈ່ອຍສະຫຼາຍ. ແຕ່ຜົນການສຶກສານີ້ເປັນອີກໜຶ່ງຫຼັກຖານທີ່ບົ່ງຊີ້ວ່າສານເຄມີທີ່ໃຊ້ໃນພລາສຕິກກໍ່ໃຫ້ເກີດຄວາມສ່ຽງຕໍ່ສຸຂະພາບຢ່າງຮ້າຍແຮງ. ສານພາທາເລດເປັນຊຸດສານເຄມີທີ່ເຂົ້າໃນພລາສຕິກເພື່ອສ້າງຄວາມຢືດຢຸ່ນຫຼືອ່ອນນຸ້ມຍິ່ງຂຶ້ນ ແລະ ເຕີມເຂົ້າໃນໂລຊັ່ນ, ແຊມພູ ແລະ ນ້ຳຫອມເພື່ອກັກເກັບກິ່ນໃຫ້ຕິດທົນນານ. ແຕ່ສານເຄມີຕົວນີ້ທີ່ນັກຄົ້ນຄວ້າບາງສ່ວນຮຽກວ່າ “ສານເຄມີທຸກຫົນແຫ່ງ” ໄດ້ປຸກກະແສວິຕົກກັງວົນຈາກນັກວິທະຍາສາດໃນວົງກວ້າງ.
ບໍ່ຢາກເປັນ “ພະຍາດອັລໄຊເມີ” ມີວິທີປ້ອງກັນ ແລະ ການກວດເຊັກຄວາມສ່ຽງ

ອັລໄຊເມີ ເປັນພະຍາດທີ່ບໍ່ສາມາດປິ່ນປົວໃຫ້ຫາຍຂາດໄດ້ ແຕ່ຫາກຄົນໃນຄອບຄົວຄອຍສັງເກດຄວາມຜິດປົກກະຕິຂອງຜູ້ສູງອາຍຸໄດ້ໄວ ລວມເຖິງການດູແລເອົາໃຈໃສ່ຈະຊ່ວຍຄວບຄຸມພະຍາດອັລໄຊເມີໃນໄລຍະເລີ່ມຕົ້ນ ຊະລໍໃຫ້ເກີດພະຍາດຊ້າລົງ ຫຼືອາດບໍ່ເກີດພະຍາດເລີຍໄດ້. ຜົນການສຶກສາພົບວ່າການມີວິຖີຊີວິດທີ່ມີສຸຂະພາບດີ ໄດ້ແກ່ ອອກກຳລັງກາຍ ອາຫານ ອາລົມ ແລະ ການນອນຫຼັບທີ່ດີ ຊ່ວຍປົກປ້ອງສະໝອງຈາກຄວາມເສື່ອມ ຫຼື ຊະລໍການເກີດພະຍາດອັລໄຊເມີໄດ້ເຖິງ 40%. ການກວດພະຍາດອັລໄຊເມີສາມາດເຮັດໄດ້ຫຼາຍປີກ່ອນທີ່ຜູ້ປ່ວຍຈະເລີ່ມສະແດງອາການ ຊ່ວຍກວດຄົ້ນຫາກ່ອນທີ່ຈະເກີດພາວະສະໝອງເສື່ອມໃນອະນາຄົດ ແລະ ຊະລໍການດຳເນີນພະຍາດຂອງພາວະສະໝອງເສື່ອມທີ່ເກີດຂຶ້ນແລ້ວໃຫ້ຊ້າລົງໄດ້. ແມ້ອາຍຸທີ່ຫຼາຍຂຶ້ນຈະເປັນໜຶ່ງໃນປັດໄຈສ່ຽງພະຍາດອັລໄຊເມີ ເນື່ອງຈາກຄວາມເສື່ອມຂອງທຸກອະໄວຍະວະໃນຮ່າງກາຍ ລວມເຖິງສະໝອງ ແຕ່ບໍ່ໄດ້ໝາຍຄວາມວ່າຜູ້ສູງອາຍຸທຸກຄົນຈະຕ້ອງເປັນ “ອັລໄຊເມີ“. ອັລໄຊເມີ ເປັນພະຍາດທີ່ບໍ່ສາມາດປິ່ນປົວໃຫ້ຫາຍຂາດໄດ້ ແຕ່ຫາກຄົນໃນຄອບຄົວຄອຍສັງເກດຄວາມຜິດປົກກະຕິຂອງຜູ້ສູງອາຍຸໃນເຮືອນໄດ້ໄວ ກວດພົບຕັ້ງແຕ່ເນິ່ນໆ ລວມເຖິງການດູແລເອົາໃຈໃສ່ຈາກລູກຫຼານ ຈະຊ່ວຍຄວບຄຸມພະຍາດໃນໄລຍະເລີ່ມຕົ້ນ ຊະລໍໃຫ້ເກີດພະຍາດຊ້າລົງ ຫຼື ອາດບໍ່ເກີດພະຍາດເລີຍກໍໄດ້. ສັນຍານເຕືອນອັລໄຊເມີ ອາການເລີ່ມຕົ້ນຂອງຜູ້ປ່ວຍອັລໄຊເມີຄືການສູນເສຍຄວາມຈຳລະຍະສັ້ນ ຊຶ່ງເປັນອາການໃກ້ຄຽງກັບອາການຂີ້ຫຼົງຂີ້ລືມຕາມທຳມະຊາດໃນຜູ້ສູງອາຍຸ ແຕ່ເມື່ອເວລາຜ່ານໄປຜູ້ປ່ວຍ 80-90% ຈະມີອາການທາງພຶດຕິກຳຫຼືທາງຈິດຮ່ວມດ້ວຍ. ອາການຂອງ ພະຍາດອັລໄຊເມີ ຈະດຳເນີນໄປເລື້ອຍໆ ກິນເວລາຫຼາຍປີ ໂດຍຈະສະແດງອາການຕາມລະຍະເສື່ອມຂອງສະໝອງ 3 […]
ການວິໄຈສຶກສາອຸປະນິໄສ “ການໃຊ້ໂທລະສັບໃນຂະນະຂັບລົດ” ສະທ້ອນ 3 ພຶດຕິກຳທາງຈິດ ລວມທັງໄຊໂຄພາດ!

ການສຶກສາໃໝ່ພົບວ່າ ຜູ້ທີ່ມັກໃຊ້ໂທລະສັບມືຖືໃນຂະນະຂັບລົດ ມີແນວໂນ້ມເຊື່ອມໂຍງກັບພຶດຕິກຳທາງຈິດ ການວິໄຈໃໝ່ພົບວ່າ ຜູ້ທີ່ໃຊ້ໂທລະສັບມືຖືແລະຂັບລົດພ້ອມກັນເປັນປະຈຳນັ້ນ ມີຄວາມເຊື່ອມໂຍງກັບພຶດຕິກຳທາງຈິດຕະວິທະຍາທີ່ໜ້າກັງວົນ. ຂໍ້ມູນຈາກການສຳພາດຜູ້ຂັບລົດເກືອບ 1,000 ຄົນໃນເຢຍລະມັນ, ເຊິ່ງປະມານ 73% ເປັນຜູ້ຍິງ, ພົບວ່າ 600 ຄົນ ຫຼື ປະມານ 61% ຍອມຮັບວ່າໃຊ້ໂທລະສັບມືຖືໃນຂະນະຂັບລົດໃນລັກສະນະທີ່ເປັນບັນຫາ ເຮັດໃຫ້ເກີດຄວາມສ່ຽງຕໍ່ຄວາມປອດໄພ. ນອກຈາກນີ້, ການໃຊ້ໂທລະສັບມືຖືໃນຂະນະຂັບລົດ ຍັງເຊື່ອມໂຍງກັບຄວາມຢ້ານທີ່ຈະພາດສິ່ງສຳຄັນ ແລະ ພຶດຕິກຳຕໍ່ຕ້ານສັງຄົມ. ຜູ້ໃຊ້ໂທລະສັບມືຖືທີ່ມີບັນຫາ (PSU) ຍັງສະແດງລັກສະນະເຊິງລົບສາມປະການທີ່ເອີ້ນວ່າ “Dark Triad” ໄດ້ແກ່ ການຫຼົງຕົວເອງ (Narcissism), ມຸ່ງແຕ່ຜົນປະໂຫຍດຂອງຕົວເອງ (Machiavellianism) ແລະ ຕໍ່ຕ້ານສັງຄົມ (Psychopathy). ການວິໄຈທີ່ແຍກຕ່າງຫາກກໍ່ເຊື່ອມໂຍງພຶດຕິກຳເຫຼົ່ານີ້ກັບຜູ້ຂັບຂີ່ທີ່ຂັບລົດສຽງດັງໂດຍເຈດຕະນາດ້ວຍ. “ການໃຊ້ໂທລະສັບມືຖືທີ່ມີບັນຫາເປັນປັດໄຈທີ່ສາມາດທຳນາຍໄດ້ຢ່າງແມ່ນຢຳ ບໍ່ວ່າຈະພິຈາລະນາຈາກລັກສະນະບຸກຄະລິກກະພາບໃນກຸ່ມ Dark Triad ຫຼື ບໍ່ກໍຕາມ” ນັກວິໄຈກ່າວ ພ້ອມສະເໜີມາດຕະການໃນການແກ້ໄຂບັນຫານີ້. “ເນື່ອງຈາກປັດໄຈນີ້ສາມາດປ່ຽນແປງໄດ້ງ່າຍກວ່າລັກສະນະບຸກຄະລິກກະພາບ, PSU ຄວນຖືກໃຊ້ເປັນເປົ້າໝາຍໃນການດຳເນີນການດ້ານຄວາມປອດໄພສາທາລະນະ, ການຝຶກອົບຮົມການຂັບຂີ່, ແລະ ການປະເມີນທາງການແພດ-ຈິດຕະວິທະຍາຂອງຄວາມສາມາດໃນການຂັບຂີ່ທີ່ສານກຳນົດ.” ທີມວິໄຈຍັງສະເໜີວິທີອື່ນໆ ໃນການຫຼຸດການໃຊ້ໂທລະສັບມືຖືຢ່າງເຄີຍຊິນ […]
4 ບົດຮຽນວາງແຜນການເງິນ ສະບັບຄົນອາເມລິກາ “Gen Z” ທີ່ຄົນໃກ້ບຳນານ “ຮຽນຮູ້” ໄດ້ ເລີ່ມຕົ້ນດີ ມີໄຊ

ທ່າມກາງເສດຖະກິດໂລກທີ່ບໍ່ແນ່ນອນ ເຕັກໂນໂລຢີທີ່ປ່ຽນແປງຢ່າງວ່ອງໄວ ນຳພາມາຊຶ່ງທັງໂອກາດ ແລະ ຄວາມສ່ຽງ Gen Z ຖືເປັນຄົນກຸ່ມທີ່ສະຫຼາດໃນການປັບຕົວ ແລະ ໃຊ້ປະໂຫຍດຈາກເຕັກໂນໂລຢີເຂົ້າມາຊ່ວຍໃນການວາງແຜນທາງການເງິນ ເຮັດໃຫ້ຄົນລຸ້ນໃໝ່ມີໂອກາດບັນລຸເປົ້າໝາຍບຳນານຫຼາຍກວ່າຄົນລຸ້ນກ່ອນ. ຈາກລາຍງານ Mind, Body, and Wallet ປະຈຳປີ 2024 ຂອງ Guardian ພົບວ່າ ຄວາມກັງວົນກ່ຽວກັບການກະສຽນອາຍຸເປັນສາເຫດຫຼັກຂອງຄວາມຄຽດສຳລັບຄົນອາເມລິກາ. ຫຼາຍຄົນກັງວົນວ່າຈະບໍ່ມີເງິນພຽງພໍທີ່ຈະໃຊ້ຊີວິດຫຼັງບຳນານຢ່າງສຸກສະບາຍ. ຄົນລຸ້ນ Gen X ກຳລັງຮູ້ສຶກເຖິງຄວາມຄຽດຈາກການກະສຽນອາຍຸຢ່າງໜັກ. ລາຍງານພົບວ່າເປັນຄັ້ງທຳອິດໃນຮອບຫຼາຍປີທີ່ຄົນລຸ້ນ Gen X ລາຍງານວ່າສຸຂະພາບທາງການເງິນແຍ່ກວ່າຄົນລຸ້ນ Gen Z ເລັກນ້ອຍ (27% ທຽບກັບ 31%). ເຖິງວ່າຄົນລຸ້ນ Gen Z ຈະມີຄວາມກັງວົນເລື່ອງການກະສຽນອາຍຸໜ້ອຍກວ່າ ເນື່ອງຈາກຍັງເຫຼືອກຽມຕົວບຳນານອີກຫຼາຍ ແຕ່ພວກເຂົາກໍມີວິທີວາງແຜນການເງິນຢ່າງຊາບສະຫຼາດເພື່ອກຽມຕົວໃຫ້ພ້ອມສຳລັບການບຳນານຊຶ່ງຄົນ Gen X ສາມາດຮຽນຮູ້ ແລະ ນຳມາປັບໃຊ້ກັບແຜນບຳນານໄດ້. GOBankingRates […]
ໄພງຽບຂອງຄົນຕິດຈໍ! ໝໍເຕືອນແລ້ວ ການໃຊ້ມືຖືຫຼາຍເກີນໄປເຮັດໃຫ້ “ສະໝອງເສື່ອມ” ໂດຍບໍ່ຮູ້ຕົວ

ໃນຍຸກດິຈິຕອນປັດຈຸບັນ, ສະມາດໂຟນໄດ້ກາຍເປັນສ່ວນສຳຄັນໃນຊີວິດປະຈຳວັນຂອງພວກເຮົາ. ເຖິງຢ່າງໃດກໍຕາມ, ການໃຊ້ສະມາດໂຟນຢ່າງບໍ່ລະມັດລະວັງ ແລະ ຫຼາຍເກີນໄປອາດນຳໄປສູ່ຜົນກະທົບທາງລົບຕໍ່ສະໝອງ ແລະ ສຸຂະພາບຈິດຂອງພວກເຮົາໄດ້, ໂດຍສະເພາະຢ່າງຍິ່ງໃນກຸ່ມໄວໜຸ່ມ, ຊຶ່ງການໃຊ້ສະມາດໂຟນຢ່າງຕໍ່ເນື່ອງ ແລະ ຫຼາຍເກີນໄປສາມາດເຮັດໃຫ້ເກີດການປ່ຽນແປງໃນສະໝອງ, ສົ່ງຜົນໃຫ້ຄວາມສາມາດໃນການຈົດຈໍ່ ແລະ ຄວາມສົນໃຈຫຼຸດລົງ, ຊຶ່ງມັກຮຽກກັນວ່າ “brain rot” ຫຼື ການເສື່ອມຂອງສະໝອງ. ດຣ. ເບຣນ ເນລສັນ, ຈິດຕະແພດ ແລະ ຫົວໜ້າເຈົ້າໜ້າທີ່ຂໍ້ມູນທາງການແພດຂອງ Newport Healthcare ໄດ້ສະແດງພາບ MRI ຈາກການສຶກສາປີ 2021 ໃນເກົາຫຼີ, ຊຶ່ງສະແດງໃຫ້ເຫັນເຖິງການເພີ່ມຂຶ້ນຂອງກິດຈະກຳໃນສະໝອງຂອງຜູ້ທີ່ເສບຕິດສະມາດໂຟນ. ການເພີ່ມຂຶ້ນນີ້ເຮັດໃຫ້ຜູ້ໃຊ້ມີຄວາມຫຍຸ້ງຍາກໃນການຈົດຈໍ່ ແລະ ຖືກບ່ຽງເບນຄວາມສົນໃຈໄດ້ງ່າຍຂຶ້ນ. ນອກຈາກນີ້, ການເສບຕິດສະມາດໂຟນຍັງເຊື່ອມໂຍງກັບການປ່ຽນແປງທາງພຶດຕິກຳ ເຊັ່ນ: ພາວະຊຶມເສົ້າ ແລະ ຄວາມວິຕົກກັງວົນ. ເພື່ອປ້ອງກັນ ແລະ ຫຼຸດຜົນກະທົບເຫຼົ່ານີ້, ຜູ້ຊ່ຽວຊານແນະນຳໃຫ້ກຳນົດເວລາທີ່ບໍ່ໃຊ້ເທັກໂນໂລຢີ, ຈຳກັດການໃຊ້ໂຊຊຽວມີເດຍ, ແລະ ສ້າງໂຊນປອດເທັກໂນໂລຢີໃນເຮືອນ. ການມີສ່ວນຮ່ວມໃນກິດຈະກຳອອຟໄລນ໌ ແລະ ການຝຶກສະຕິສາມາດຊ່ວຍຫຼຸດການເພິ່ງພາສະມາດໂຟນ ແລະ […]