4 ບົດຮຽນວາງແຜນການເງິນ ສະບັບຄົນອາເມລິກາ “Gen Z” ທີ່ຄົນໃກ້ບຳນານ “ຮຽນຮູ້” ໄດ້ ເລີ່ມຕົ້ນດີ ມີໄຊ

ທ່າມກາງເສດຖະກິດໂລກທີ່ບໍ່ແນ່ນອນ ເຕັກໂນໂລຢີທີ່ປ່ຽນແປງຢ່າງວ່ອງໄວ ນຳພາມາຊຶ່ງທັງໂອກາດ ແລະ ຄວາມສ່ຽງ Gen Z ຖືເປັນຄົນກຸ່ມທີ່ສະຫຼາດໃນການປັບຕົວ ແລະ ໃຊ້ປະໂຫຍດຈາກເຕັກໂນໂລຢີເຂົ້າມາຊ່ວຍໃນການວາງແຜນທາງການເງິນ ເຮັດໃຫ້ຄົນລຸ້ນໃໝ່ມີໂອກາດບັນລຸເປົ້າໝາຍບຳນານຫຼາຍກວ່າຄົນລຸ້ນກ່ອນ. ຈາກລາຍງານ Mind, Body, and Wallet ປະຈຳປີ 2024 ຂອງ Guardian ພົບວ່າ ຄວາມກັງວົນກ່ຽວກັບການກະສຽນອາຍຸເປັນສາເຫດຫຼັກຂອງຄວາມຄຽດສຳລັບຄົນອາເມລິກາ. ຫຼາຍຄົນກັງວົນວ່າຈະບໍ່ມີເງິນພຽງພໍທີ່ຈະໃຊ້ຊີວິດຫຼັງບຳນານຢ່າງສຸກສະບາຍ. ຄົນລຸ້ນ Gen X ກຳລັງຮູ້ສຶກເຖິງຄວາມຄຽດຈາກການກະສຽນອາຍຸຢ່າງໜັກ. ລາຍງານພົບວ່າເປັນຄັ້ງທຳອິດໃນຮອບຫຼາຍປີທີ່ຄົນລຸ້ນ Gen X ລາຍງານວ່າສຸຂະພາບທາງການເງິນແຍ່ກວ່າຄົນລຸ້ນ Gen Z ເລັກນ້ອຍ (27% ທຽບກັບ 31%). ເຖິງວ່າຄົນລຸ້ນ Gen Z ຈະມີຄວາມກັງວົນເລື່ອງການກະສຽນອາຍຸໜ້ອຍກວ່າ ເນື່ອງຈາກຍັງເຫຼືອກຽມຕົວບຳນານອີກຫຼາຍ ແຕ່ພວກເຂົາກໍມີວິທີວາງແຜນການເງິນຢ່າງຊາບສະຫຼາດເພື່ອກຽມຕົວໃຫ້ພ້ອມສຳລັບການບຳນານຊຶ່ງຄົນ Gen X ສາມາດຮຽນຮູ້ ແລະ ນຳມາປັບໃຊ້ກັບແຜນບຳນານໄດ້. GOBankingRates […]
ໄພງຽບຂອງຄົນຕິດຈໍ! ໝໍເຕືອນແລ້ວ ການໃຊ້ມືຖືຫຼາຍເກີນໄປເຮັດໃຫ້ “ສະໝອງເສື່ອມ” ໂດຍບໍ່ຮູ້ຕົວ

ໃນຍຸກດິຈິຕອນປັດຈຸບັນ, ສະມາດໂຟນໄດ້ກາຍເປັນສ່ວນສຳຄັນໃນຊີວິດປະຈຳວັນຂອງພວກເຮົາ. ເຖິງຢ່າງໃດກໍຕາມ, ການໃຊ້ສະມາດໂຟນຢ່າງບໍ່ລະມັດລະວັງ ແລະ ຫຼາຍເກີນໄປອາດນຳໄປສູ່ຜົນກະທົບທາງລົບຕໍ່ສະໝອງ ແລະ ສຸຂະພາບຈິດຂອງພວກເຮົາໄດ້, ໂດຍສະເພາະຢ່າງຍິ່ງໃນກຸ່ມໄວໜຸ່ມ, ຊຶ່ງການໃຊ້ສະມາດໂຟນຢ່າງຕໍ່ເນື່ອງ ແລະ ຫຼາຍເກີນໄປສາມາດເຮັດໃຫ້ເກີດການປ່ຽນແປງໃນສະໝອງ, ສົ່ງຜົນໃຫ້ຄວາມສາມາດໃນການຈົດຈໍ່ ແລະ ຄວາມສົນໃຈຫຼຸດລົງ, ຊຶ່ງມັກຮຽກກັນວ່າ “brain rot” ຫຼື ການເສື່ອມຂອງສະໝອງ. ດຣ. ເບຣນ ເນລສັນ, ຈິດຕະແພດ ແລະ ຫົວໜ້າເຈົ້າໜ້າທີ່ຂໍ້ມູນທາງການແພດຂອງ Newport Healthcare ໄດ້ສະແດງພາບ MRI ຈາກການສຶກສາປີ 2021 ໃນເກົາຫຼີ, ຊຶ່ງສະແດງໃຫ້ເຫັນເຖິງການເພີ່ມຂຶ້ນຂອງກິດຈະກຳໃນສະໝອງຂອງຜູ້ທີ່ເສບຕິດສະມາດໂຟນ. ການເພີ່ມຂຶ້ນນີ້ເຮັດໃຫ້ຜູ້ໃຊ້ມີຄວາມຫຍຸ້ງຍາກໃນການຈົດຈໍ່ ແລະ ຖືກບ່ຽງເບນຄວາມສົນໃຈໄດ້ງ່າຍຂຶ້ນ. ນອກຈາກນີ້, ການເສບຕິດສະມາດໂຟນຍັງເຊື່ອມໂຍງກັບການປ່ຽນແປງທາງພຶດຕິກຳ ເຊັ່ນ: ພາວະຊຶມເສົ້າ ແລະ ຄວາມວິຕົກກັງວົນ. ເພື່ອປ້ອງກັນ ແລະ ຫຼຸດຜົນກະທົບເຫຼົ່ານີ້, ຜູ້ຊ່ຽວຊານແນະນຳໃຫ້ກຳນົດເວລາທີ່ບໍ່ໃຊ້ເທັກໂນໂລຢີ, ຈຳກັດການໃຊ້ໂຊຊຽວມີເດຍ, ແລະ ສ້າງໂຊນປອດເທັກໂນໂລຢີໃນເຮືອນ. ການມີສ່ວນຮ່ວມໃນກິດຈະກຳອອຟໄລນ໌ ແລະ ການຝຶກສະຕິສາມາດຊ່ວຍຫຼຸດການເພິ່ງພາສະມາດໂຟນ ແລະ […]
FODA: Fear of Dating Again ເປັນຫຍັງພວກເຮົາຈຶ່ງຢ້ານການອອກເດດອີກຄັ້ງ?

ຮູ້ຈັກກັບ FODA: Fear of Dating Again ເປັນຫຍັງພວກເຮົາຈຶ່ງຢ້ານການອອກເດດອີກຄັ້ງ? ມີຄຳເວົ້າວ່າ “ຢາກຮັກກໍ່ຕ້ອງສ່ຽງ” ແຕ່ໃນຍຸກທີ່ທຸກຢ່າງເບິ່ງຄືວ່າບໍ່ເປັນໃຈ ຫຼາຍຄົນເລືອກທີ່ຈະຢູ່ຄົນດຽວ ດີກວ່າຕ້ອງສ່ຽງກັບຄວາມຜິດຫວັງອີກຄັ້ງ ເຖິງແມ່ນວ່າຈະມີບາງຄັ້ງທີ່ຮູ້ສຶກເຫງົາ ແຕ່ກໍ່ສະບາຍໃຈກວ່າການທີ່ຕ້ອງເຂົ້າໄປພົວພັນກັບຄວາມສຳພັນທີ່ບໍ່ແນ່ນອນ ເພາະແຄ່ໃຊ້ຊີວິດໃຫ້ລອດໃນຍຸກນີ້ກໍ່ເມື່ອຍພໍແລ້ວ ໜຶ່ງວັນມີ 24 ຊົ່ວໂມງ ໃຊ້ເຮັດວຽກໄປແລ້ວ 8 ຊົ່ວໂມງ ຕິດຢູ່ເທິງທ້ອງຖະໜົນອີກ 4 ຊົ່ວໂມງ ກັບຮອດຫ້ອງກໍ່ເດິກດື່ນ ແລ້ວຈະເອົາເວລາໃດໄປເດດ? ຈະໃຫ້ໄປນັ່ງທຳຄວາມຮູ້ຈັກຄົນໃໝ່ໆ ລົມກັນໄປມາ ກໍ່ຄົງເປັນເລື່ອງທີ່ຕ້ອງໃຊ້ພະລັງງານມະຫາສານເກີນກວ່າທີ່ໃຈຈະຮັບໄຫວ ບໍ່ພຽງແຕ່ນັ້ນ ຍັງຕ້ອງລຸ້ນອີກວ່າຄົນທີ່ລົມນຳຈະຈິງຈັງແຄ່ໃດ ຫຼື ສຸດທ້າຍຈະກາຍເປັນຄວາມສຳພັນທີ່ບໍ່ຊັດເຈນ ແລ້ວຕ້ອງເສຍເວລາຖິ້ມໄປໂດຍບໍ່ມີປະໂຫຍດ ແຕ່ຖ້າສົມມຸດວ່າການອອກເດດເກີດຂຶ້ນຈິງ ມັນກໍ່ຄົງເຮັດໃຫ້ຫົວໃຈເຕັ້ນແຮງບໍ່ໜ້ອຍ ແຕ່ທີ່ຫົວໃຈເຕັ້ນ ບໍ່ແມ່ນເພາະຄວາມຕື່ນເຕັ້ນແບບເດີມໆ ຫາກແຕ່ເປັນຄວາມອຶດອັດແລະຫວັ່ນໃຈຫຼາຍກວ່າ ບໍ່ແມ່ນເພາະເຮົາຍັງເຈັບຈາກຮັກຄັ້ງເກົ່າ ບໍ່ແມ່ນເພາະເຮົາບໍ່ເຊື່ອໃນຄວາມຮັກອີກຕໍ່ໄປ ແຕ່ເປັນເພາະ “ຄວາມຢ້ານ” ທີ່ກັດກິນຫົວໃຈໂດຍບໍ່ຮູ້ຕົວ ແລ້ວເປັນຫຍັງ “ການອອກເດດ” ທີ່ເຄີຍເຮັດໃຫ້ຫົວໃຈພອງໂຕ ຈຶ່ງກາຍເປັນເລື່ອງທີ່ເຮັດໃຫ້ບາງຄົນຢ້ານກົວ? ຫຼາຍຄົນອາດເຄີຍໄດ້ຍິນ FOMO (Fear of Missing Out) ຄວາມຢ້ານທີ່ຈະພາດອັນໃດບາງຢ່າງ […]
ລະວັງ! ອາກາດຮ້ອນຈັດຂັ້ນສຸດ ຕາກແດດ 1 ຊົ່ວໂມງ ອາດເສຍຊີວິດໄດ້

ອາກາດຮ້ອນຈັດ ສິ່ງທີ່ຕ້ອງກັງວົນກໍຄືການເກີດອາການ “ຮີດສະໂຕຣກ” (Heat Stroke) ເຊິ່ງພວກເຮົາສາມາດຄວບຄຸມອຸນຫະພູມຮ່າງກາຍໄດ້ ເຊັ່ນ: ການດື່ມນ້ຳ, ຢູ່ບ່ອນຮົ່ມ ແຕ່ສຳລັບຄົນທີ່ຕ້ອງເຮັດວຽກກາງແຈ້ງ ນັ້ນຄວບຄຸມອຸນຫະພູມຮ່າງກາຍໄດ້ຍາກກວ່າ ຍິ່ງໄປກວ່ານັ້ນຍັງອາດຕ້ອງຖືກແດດໝົດມື້ ເຊິ່ງອາດເປັນອັນຕະລາຍໄດ້ ເນື່ອງຈາກມີງານຄົ້ນຄວ້າເປີດເຜີຍວ່າ ການຖືກແດດ 1 ຊົ່ວໂມງ ຊ່ວງອາກາດຮ້ອນຈັດ ອາດເຮັດໃຫ້ເສຍຊີວິດໄດ້ ສູ່ວິທີຮັບມືເພື່ອປ້ອງກັນອັນຕະລາຍທີ່ເກີດຂຶ້ນ ຈາກງານສຶກສາຄົ້ນຄວ້າຂອງ Dr Fiona Rennie, Family Medicine at Valiant Clinic ເຊິ່ງໄດ້ສຶກສາຄວາມສຳພັນລະຫວ່າງຄວາມຮ້ອນໃນບັນຍາກາດກັບອາການເຈັບປ່ວຍຂອງຜູ້ສຳຜັດ ຫຼື Heat related illnesses (HRI) ທີ່ສຶກສາໃນເມືອງດູໄບ ປະເທດສະຫະລັດອາຣັບເອມິເຣດ (UAE) ລະບຸວ່າປະຊາຊົນທີ່ຢູ່ທັງໃນສະຖານທີ່ຮົ່ມ ຫຼື ກາງແຈ້ງເມື່ອໄດ້ສຳຜັດອາກາດຮ້ອນທີ່ອຸນຫະພູມຕ່າງໆ ກັນປະມານ 1 ຊົ່ວໂມງ ໂດຍມີຄວາມຊຸ່ມສຳພັດໃນອາກາດປະມານ 50-55% ຈະເຮັດໃຫ້ຄົນສ່ວນໃຫຍ່ມີອາການ ດັ່ງນີ້: ອຸນຫະພູມໃນບັນຍາກາດຢູ່ລະຫວ່າງ 39 – 40 […]
“ປົດລັອກ” ຄວາມຮູ້ສຶກຜິດຫວັງໃນຕົນເອງ

ເພາະຊີວິດເປັນສິ່ງທີ່ບໍ່ແນ່ນອນ, ຄົນເຮົາຈຶ່ງພົບກັບເລື່ອງຜິດຫວັງໄດ້ສະເໝີ. ຊຶ່ງຈະສຸກຫຼືຈະທຸກ, ກໍຂຶ້ນຢູ່ກັບວ່າເຮົາຈະປົດລັອກຈາກຄວາມຮູ້ສຶກບໍ່ດີໄດ້ໄວປານໃດ. ຍິ່ງຖ້າເຮົາຫຼົມຈົມກັບມັນຫຼາຍ, ຊີວິດກໍຈະຫຼຸດພົ້ນຈາກຄວາມຮູ້ສຶກນັ້ນຍາກເຊັ່ນກັນ. ເຮົາຈຶ່ງຄວນຮຽນຮູ້ທີ່ຈະປົດລັອກຄວາມຮູ້ສຶກຜິດຫວັງຂອງຕົນເອງດ້ວຍ 7 ມຸມມອງນີ້, ເພື່ອທີ່ຈະໄດ້ກ້າວໜ້າຕໍ່ໄປໄດ້ ແລະ ໄປພົບກັບສິ່ງທີ່ດີກວ່າຂ້າງໜ້າ. ຂອບໃຈ-ຂໍໂທດຕົນເອງໃຫ້ເປັນ ບໍ່ວ່າຈະເປັນເລື່ອງດີຫຼືເລື່ອງຮ້າຍອັນໃດກໍຕາມ, ຕົວເຮົາເອງຄືຄົນທຳອິດທີ່ຕ້ອງພົບກັບທຸກຜົນໄດ້ຮັບ. ພົບທຸກມາເຮົາກໍທຸກ, ພົບສຸກມາເຮົາກໍສຸກນຳ. ສະນັ້ນບໍ່ວ່າຈະທຸກຫຼືສຸກ, ຂອບໃຈ-ຂໍໂທດຕົນເອງໃຫ້ເປັນ. ຂອບໃຈທີ່ພາຕົນເອງມາຮອດຈຸດທີ່ມີຄວາມສຸກໄດ້ ແລະ ຂໍໂທດທີ່ເຮັດໃຫ້ຕ້ອງມາພົບກັບຄວາມຜິດຫວັງ. ຈາກນັ້ນກໍໃຫ້ອະໄພຕົນເອງ, ເພາະຕາບໃດທີ່ຍັງມີລົມຫາຍໃຈ, ຕາບໃດທີ່ຍັງລືມຕາຂຶ້ນມາໃນເຊົ້າວັນໃໝ່ໄດ້, ແປວ່າເຮົາຍັງມີໂອກາດທີ່ຈະໄດ້ແກ້ໄຂ ແລະ ເລີ່ມຕົ້ນໃໝ່ໄດ້ສະເໝີ. ເລີກປຽບທຽບຕົນເອງກັບຄົນອື່ນ ກ່ອນອື່ນຕ້ອງຍອມຮັບຄວາມຈິງຂອງໂລກໃຫ້ໄດ້ກ່ອນ, ວ່າເລື່ອງຂອງຕົ້ນທຶນຊີວິດມັນເປັນປັດໄຈໜຶ່ງຂອງຄວາມສຳເລັດແທ້ໆ. ບໍ່ມີໃຜໃນໂລກນີ້ທີ່ເທົ່າກັນແທ້ໆ (ແບບນັ້ນມັນເປັນອຸດົມຄະຕິເກີນໄປ). ໃນເມື່ອເຮົາເລີ່ມຕົ້ນບໍ່ເທົ່າກັນ, ຄົນທີ່ນ້ອຍກວ່າກໍຕ້ອງພະຍາຍາມ ແລະ ເມື່ອຍຫຼາຍກວ່າເປັນທຳມະດາ, ເພື່ອທີ່ຈະຕາມທັນຄົນອື່ນເຂົາ. ສະນັ້ນ, ເລີກເອົາຕົນເອງໄປປຽບທຽບກັບຄົນອື່ນ ແລະ ບໍ່ຕ້ອງຮູ້ສຶກຜິດຫວັງອັນໃດໃນຕົວເອງ. ພະຍາຍາມໃນແບບຂອງເຮົາຕໍ່ໄປ, ມື້ໃດມື້ໜຶ່ງຕ້ອງພົບຄວາມສຳເລັດໃນແບບຂອງເຮົາເຊັ່ນກັນ. ຢ່າຍອມແພ້ທັງທີ່ຍັງບໍ່ສ່ຽງ ບາງຄົນບໍ່ເລີ່ມຕົ້ນເພາະຢ້ານແພ້ຢ້ານຜິດຫວັງ. ບໍ່ແມ່ນເລີຍ, ເຈົ້າຢ້ານທີ່ຈະສ່ຽງຕ່າງຫາກ. ການຢູ່ນິ້ງໆ ແລ້ວຍອມແພ້ໄປຕັ້ງແຕ່ຍັງບໍ່ລົງສະໜາມ, ມັນຮ້າຍແຮງກວ່າການລົງໄປແພ້ໃນເກມເສຍອີກ, ເພາະເທົ່າກັບວ່າຕົວເຮົາເອງນີ້ແຫຼະທີ່ຕັດໂອກາດຊະນະເຄິ່ງໜຶ່ງຂອງຕົນເອງໄປຈົນໝົດ. ຊຶ່ງຄວາມຈິງແລ້ວເຮົາຍັງມີໂອກາດອີກຕັ້ງ 50 ເປີເຊັນ. […]
ນອນບໍ່ຫຼັບຕ້ອງເຮັດແນວໃດ

8 ວິທີແກ້ອາການນອນບໍ່ຫຼັບ ທີ່ຊ່ວຍໃຫ້ຫຼັບສະບາຍຂຶ້ນ ຈັດຫ້ອງນອນໃຫ້ເໝາະສົມແກ່ການນອນ, ເຊັກຮອບຫ້ອງໃຫ້ດີ, ຢ່າໃຫ້ມີສຽງລົບກວນແຊກເຂົ້າມາໄດ້. ຄວນປັບອຸນຫະພູມຫ້ອງໃຫ້ເໝາະສົມບໍ່ຮ້ອນຫຼືໜາວເກີນໄປ. ສຳຄັນເລີຍຄື ຫ້ອງນອນຄວນມືດສະໜິດ ເພື່ອການນອນຫຼັບທີ່ດີ ມີປະສິດທິພາບ. ຫຼີກລ່ຽງເຄື່ອງດື່ມທີ່ມີຄາເຟອີນ ຫຼັງຊ່ວງບ່າຍຈົນເຖິງຊ່ວງກ່ອນນອນ. ກ່ອນນອນ, ດື່ມນົມອຸ່ນໆ ສັກແກ້ວ ຈະຊ່ວຍໃຫ້ຫຼັບສະບາຍຍິ່ງຂຶ້ນ. ບໍ່ຄວນງີບຫຼັບໃນຕອນກາງເວັນ ເພາະອາດລົບກວນການນອນໃນຍາມຄ່ຳຄືນໄດ້. ຖ້າງ່ວງຈົນທົນບໍ່ໄຫວແທ້ໆ ກໍຢ່າງີບຫຼັບເກີນ 1 ຊົ່ວໂມງເປັນອັນຂາດ. ນອນໃຫ້ພຽງພໍ, ຢ່ານອນຫຼາຍເກີນໄປ. ຫຼັງຕື່ນນອນຄວນລຸກອອກຈາກຕຽງ ແລ້ວຍ່າງໄປສູດອາກາດຍາມເຊົ້າສະດີກວ່າ. ເຂົ້ານອນ ແລະ ຕື່ນນອນໃຫ້ເປັນເວລາ, ເຮັດໃຫ້ຕິດເປັນນິໄສ. ບໍ່ແມ່ນວ່າຄືນນີ້ນອນເດິກ, ມື້ອື່ນຂໍຕື່ນຊ້າສັກໜ້ອຍໄດ້ບໍ່? ຕອບເລີຍວ່າ ບໍ່ໄດ້, ບໍ່ດັ່ງນັ້ນ ອາດຈະກະທົບກັບເວລານອນ, ເຮັດໃຫ້ອາການນອນບໍ່ຫຼັບກັບມາອີກ. ຖ້ານອນບໍ່ຫຼັບເກີນ 15-20 ນາທີ, ຄວນລຸກອອກຈາກຕຽງມາຫາກິດຈະກຳອື່ນເຮັດ ເຊັ່ນ: ຟັງເພງ, ອ່ານໜັງສືວິຊາການຫຼືທຳມະ, ນ່າຈະຊ່ວຍໃຫ້ຮູ້ສຶກງ່ວງໄດ້ບໍ່ໜ້ອຍ. ຫຼີກລ່ຽງການເບິ່ງໂທລະທັດຫຼືຫຼິ້ນຄອມພິວເຕີ ເພາະແສງຈາກຈໍ ຈະກະຕຸ້ນໃຫ້ສະໝອງຕື່ນຕົວໄດ້. ອອກກຳລັງກາຍຢ່າງສະໝ່ຳສະເໝີ, ຢ່າງໜ້ອຍວັນລະ 30-45 ນາທີ, 3-4 ວັນຕໍ່ອາທິດ. […]
ກິນເວໂປຣຕີນຕອນໃດດີຕໍ່ຮ່າງກາຍທີ່ສຸດ?

ເວໂປຣຕີນ ເປັນອາຫານເສີມທີ່ຊ່ວຍເສີມສ້າງກ້າມເນື້ອໃຫ້ກັບຜູ້ທີ່ອອກກຳລັງກາຍ ອີກທັງຍັງຊ່ວຍໃຫ້ລະບົບພູມຕ້ານທານດີຂຶ້ນ, ປ້ອງກັນການເກີດພະຍາດຫົວໃຈ ແລະ ເບົາຫວານ, ແລະ ອີກຫຼາຍປະໂຫຍດດ້ານສຸຂະພາບ. ຂະນະທີ່ ເວໂປຣຕີນ ໄດ້ມາຈາກນົມສັດ ຫຼື ຈາກພືດ ເຊັ່ນ: ຖົ່ວ ແລະ ນຳໄປສະກັດເອົາສານປະກອບອື່ນໆ ອອກ ໃຫ້ເຫຼືອແຕ່ໂປຣຕີນ ຈາກນັ້ນກໍນຳໄປສູ່ຂັ້ນຕອນອົບແຫ້ງຜະລິດອອກມາເປັນຮູບແບບຜົງ ໃຫ້ຮັບປະທານໄດ້ງ່າຍຂຶ້ນ ແລະ ເກັບໄວ້ໄດ້ດົນ. ແຕ່ລະຍີ່ຫໍ້ລາຄາກໍຈະຄ່ອນຂ້າງຕ່າງກັນ ຂຶ້ນຢູ່ກັບຂັ້ນຕອນການຜະລິດ ແລະ ວັດຖຸດິບຕົ້ນກຳເນີດ. ເທຣນເນີຈັນ-ອານັນ ອະພິນັນທະນ໌ ໃຫ້ຄຳແນະນຳກ່ຽວກັບຊ່ວງເວລາຂອງການກິນເວີຍວ່າ ສຳລັບຊ່ວງທີ່ເວີຍໂປຣຕີນອອກລິດໄດ້ດີທີ່ສຸດນັ້ນ ຄືຊ່ວງເວລາທີ່ຮ່າງກາຍເຮົາມີກົດອະມິໂນໃນລະດັບຕ່ຳ ຊຶ່ງກໍຄືຊ່ວງກ່ອນນອນ ຫຼື ຊ່ວງຕື່ນນອນໃໝ່ໆ ລວມທັງຊ່ວງຫຼັງອອກກຳລັງກາຍ ແລະ ຊ່ວງທີ່ຮູ້ສຶກຫິວຫຼາຍໆ ນັ້ນເອງ. ຄົນສ່ວນຫຼາຍມັກຈະທານເວໂປຣຕີນກັບອາຫານຄາບຫຼັກ ເພື່ອຊ່ວຍໃນການດູແລສຸຂະພາບຮ່າງກາຍ ແລະ ຫຼຸດຮູບຮ່າງໃຫ້ເບິ່ງດີ ເພາະການທານອາຫານຄົບ 5 ໝູ່ຈະຊ່ວຍໃຫ້ຮ່າງກາຍເຜົາຜານໄຂມັນໄດ້ດີຂຶ້ນ ຊຶ່ງເຮົາສາມາດທານອາຫານຄາບຫຼັກຄູ່ກັບເວໂປຣຕີນໄດ້ໂດຍບໍ່ເກີດຜົນຂ້າງຄຽງໃດໆ ທັງສິ້ນ. ການຮັບປະທານອາຫານທີ່ມີປະໂຫຍດພຽງພໍ ແລະ ທານເວໂປຣຕີນຮ່ວມດ້ວຍ ກໍຈະຊ່ວຍໃຫ້ຮ່າງກາຍໄດ້ຮັບສານອາຫານທີ່ມີປະໂຫຍດ ແລະ ຈຳເປັນ ຊຶ່ງບໍ່ຄວນຢ່າງຍິ່ງທີ່ຈະທານເວີຍໂປຣຕີນແທນອາຫານຫຼັກ […]
“ການຂ້າຕົວຕາຍ” ບໍ່ແມ່ນພຽງແຕ່ໂລກຊຶມເສົ້າທີ່ເປັນສາເຫດສະເໝີໄປ

ເມື່ອພວກເຮົາເວົ້າເຖິງ “ການຂ້າຕົວຕາຍ” ຫຼາຍຄົນມັກຄິດເຖິງໂລກຊຶມເສົ້າເປັນອັນດັບທຳອິດ. ແຕ່ຕາມຄວາມເປັນຈິງແລ້ວ, ປັດໃຈທີ່ຊຸກດັນໃຫ້ຄົນຕັດສິນໃຈຢຸດຊີວິດນັ້ນມີຫຼາກຫຼາຍກວ່າທີ່ພວກເຮົາຄິດ. ມີຜູ້ເສຍຊີວິດຈາກການຂ້າຕົວຕາຍເຖິງ 5,172 ຄົນ ຫຼື ສະເລ່ຍວັນລະ 14 ຄົນ. ຄິດແບບງ່າຍໆ ຄືມີຄົນໜຶ່ງຈົບຊີວິດລົງໃນທຸກໆ 2 ຊົ່ວໂມງ ແລະ ຍັງມີຜູ້ພະຍາຍາມຂ້າຕົວຕາຍສູງເຖິງ 31,110 ຄົນ ຫຼື ສະເລ່ຍວັນລະ 85 ຄົນ. ຕົວເລກເຫຼົ່ານີ້ພາໃຫ້ຮູ້ສຶກສະເທືອນໃຈ ແລະ ສະທ້ອນໃຫ້ເຫັນວ່າ ບັນຫານີ້ບໍ່ແມ່ນເລື່ອງໄກຕົວເລີຍ. ສິ່ງທີ່ໜ້າສົນໃຈຄື ປັດໃຈທີ່ນຳໄປສູ່ການຂ້າຕົວຕາຍບໍ່ໄດ້ມີພຽງແຕ່ໂລກຊຶມເສົ້າເທົ່ານັ້ນ ແຕ່ຍັງລວມເຖິງໂລກທາງຮ່າງກາຍຊຳເຮື້ອ (31%), ໂລກຈິດຕະເວດ (27%), ການໃຊ້ເຫຼົ້າແອວກໍຮໍ (21.1%) ລວມເຖິງປັດໃຈທາງສັງຄົມ ແລະ ເສດຖະກິດອື່ນໆ ອີກຫຼາຍປະການ. ສະຖິຕິທັງໝົດນີ້ບອກພວກເຮົາຢ່າງຊັດເຈນວ່າ ເບື້ອງຫຼັງຂອງການຕັດສິນໃຈຄັ້ງສຸດທ້າຍ ມີເລື່ອງລາວຫຼາຍກວ່າທີ່ເຫັນ ແລະ ບາງຄັ້ງອາດເປັນສິ່ງທີ່ຄົນຮອບຂ້າງບໍ່ທັນໄດ້ສັງເກດເຫັນເລີຍກໍເປັນໄດ້. ປັດໃຈທີ່ກ່ຽວຂ້ອງກັບການຂ້າຕົວຕາຍ ບັນຫາສຸຂະພາບຈິດອື່ນໆ ນອກຈາກໂລກຊຶມເສົ້າແລ້ວ, ຍັງມີພາວະສຸຂະພາບຈິດອື່ນທີ່ເພີ່ມຄວາມສ່ຽງ ເຊັ່ນ: ໂລກໄບໂພລາ, ໂລກວິຕົກກັງວົນຮຸນແຮງ, PTSD (ໂລກຄຽດຫຼັງເຫດການສະເທືອນໃຈ) ຫຼື […]
ວິທີຮັກສາເດັກນ້ອຍໃຫ້ປອດໄພໃນໂລກອອນລາຍ

ກົດໝາຍຄວາມປອດໄພທາງອອນລາຍແມ່ນຫຍັງ – ແລະ ວິທີຮັກສາເດັກນ້ອຍໃຫ້ປອດໄພໃນໂລກອອນລາຍ ບໍລິສັດເທັກໂນໂລຢີຈະຕ້ອງເຮັດຫຼາຍກວ່າເກົ່າເພື່ອປົກປ້ອງຊາວໜຸ່ມຈາກເນື້ອຫາທີ່ເປັນອັນຕະລາຍພາຍໃຕ້ມາດຕະການຄວາມປອດໄພໃໝ່ທີ່ປະກາດໂດຍຜູ້ຄວບຄຸມສື່. ການຄົ້ນຄວ້າຂອງ Ofcom ເອງພົບວ່າ 59% ຂອງຜູ້ທີ່ມີອາຍຸ 13 ຫາ 17 ປີທີ່ໄດ້ສຳຫຼວດໄດ້ເຫັນ “ເນື້ອຫາທີ່ອາດເປັນອັນຕະລາຍ” ໃນໂລກອອນລາຍໃນເດືອນທີ່ຜ່ານມາ. ກົດໝາຍຄວາມປອດໄພທາງອອນລາຍໝາຍຄວາມວ່າແນວໃດສຳລັບເດັກນ້ອຍ? ເປັນສ່ວນໜຶ່ງຂອງການຈັດຕັ້ງປະຕິບັດກົດໝາຍຄວາມປອດໄພທາງອອນລາຍ, ຜູ້ຄວບຄຸມໄດ້ສຳເລັດ ຊຸດກົດລະບຽບຄວາມປອດໄພຂອງເດັກ ເຊິ່ງຈະມີຜົນບັງຄັບໃຊ້ສຳລັບສື່ສັງຄົມອອນລາຍ, ການຄົ້ນຫາ ແລະ ແອັບເກມ ແລະ ເວັບໄຊທ໌ ໃນວັນທີ 25 ກໍລະກົດ 2025. Ofgem ກ່າວວ່າກົດລະບຽບດັ່ງກ່າວຈະປ້ອງກັນຊາວໜຸ່ມຈາກການພົບເຫັນເນື້ອຫາທີ່ເປັນອັນຕະລາຍທີ່ສຸດທີ່ກ່ຽວຂ້ອງກັບການຂ້າຕົວຕາຍ, ການທຳຮ້າຍຕົນເອງ, ຄວາມຜິດປົກກະຕິດ້ານການກິນ ແລະ ສື່ລາມົກ. ພວກມັນຍັງໄດ້ຮັບການອອກແບບເພື່ອປົກປ້ອງເດັກນ້ອຍຈາກເນື້ອຫາທີ່ກຽດຊັງແມ່ຍິງ, ຮຸນແຮງ, ກຽດຊັງ ຫຼື ລ່ວງລະເມີດ, ການກໍ່ກວນທາງອອນລາຍ ແລະ ຄວາມທ້າທາຍທີ່ເປັນອັນຕະລາຍ. ບໍລິສັດທີ່ຕ້ອງການດຳເນີນກິດຈະການຕໍ່ໄປໃນສະຫະລາຊະອານາຈັກຕ້ອງໄດ້ນຳໃຊ້ມາດຕະການທາງປະຕິບັດກວ່າ 40 ຢ່າງ, ລວມທັງ: ການປ່ຽນອັລກໍລິທຶມທີ່ກຳນົດວ່າຈະສະແດງຫຍັງໃນຟີດຂອງເດັກນ້ອຍເພື່ອກັ່ນຕອງເນື້ອຫາທີ່ເປັນອັນຕະລາຍ ການຈັດຕັ້ງປະຕິບັດວິທີການຢືນຢັນອາຍຸທີ່ເຂັ້ມງວດກວ່າເກົ່າເພື່ອກວດສອບວ່າຜູ້ໃຊ້ມີອາຍຸຕ່ຳກວ່າ 18 ປີຫຼືບໍ່ ການລຶບເນື້ອຫາທີ່ເປັນອັນຕະລາຍທີ່ໄດ້ລະບຸໃຫ້ໄວຂຶ້ນ, ແລະ ສະໜັບສະໜູນເດັກນ້ອຍທີ່ໄດ້ຮັບຜົນກະທົບຈາກເນື້ອຫາດັ່ງກ່າວ […]
ແນະນຳສີປັດແກ້ມ ເລືອກສີແນວໃດໃຫ້ເຂົ້າກັບສີຜິວ

ເອົາໃຈສາວໆ ທີ່ກຳລັງປະສົບບັນຫາໃນການເລືອກສີບລັຊ, ຊື້ບລັຊອອນຕາມຣີວິວແຕ່ພໍປັດອອກມາແລ້ວສີບໍ່ຕົງປົກ, ເຮັດໃຫ້ໜ້າດຣອບ ບໍ່ເຂົ້າກັບເຮົາເລີຍ. ຈະບອກວ່າບັນຫາເຫຼົ່ານັ້ນເກີດຈາກການເລືອກສີບລັຊອອນທີ່ບໍ່ເຂົ້າກັບສີຜິວຂອງຕົວເອງນັ້ນເອງ. ສຳລັບສາວໆ ຄົນໃດທີ່ບໍ່ຢາກເຈັບໃຈໃນການເລືອກຊື້ເຄື່ອງສຳອາງແບບຜິດໆ ຕາມມາອ່ານໃນບົດຄວາມນີ້ໄດ້ເລີຍຄ່ະ. ຖ້າຢາກຮູ້ວ່າຈະຕ້ອງເລືອກບລັຊອອນໃຫ້ເຂົ້າກັບສີຜິວແນວໃດກໍຮີບຕາມມາເບິ່ງກັນເລີຍ. ວິທີເລືອກບລັຊອອນ ໃຫ້ເຂົ້າກັບສີຜິວ ບລັຊອອນທີ່ເໝາະກັບຄົນຜິວຂາວອົມຊົມພູ ເລີ່ມກັນທີ່ສີຜິວແລກ. ສຳລັບຄົນຜິວຂາວອົມຊົມພູ, ຄົນສີຜິວນີ້ເໝາະສຳລັບບລັຊອອນໂທນສີອ່ອນໆ ເພາະຫາກເລືອກສີເຂັ້ມໄປ, ລົງກັບຜິວທີ່ຂາວຢູ່ແລ້ວອາດຈະເຮັດໃຫ້ເບິ່ງຫຼອກຕາ. ຄວນເລືອກປັດບລັຊອອນໂທນອ່ອນໆ ນວນໆ ເຊັ່ນ: ສີຊົມພູອ່ອນ, ສົ້ມອ່ອນ ແລະ ພີຊອົມສົ້ມ ເພາະຈະເຮັດໃຫ້ໄດ້ລຸກທີ່ບໍ່ເບິ່ງແດງຈົນເກີນໄປ ແລະ ໃຫ້ຜິວເບິ່ງລະເລື່ອ ເປັນທຳມະຊາດ. ໂທນສີພວກນີ້ຈະລະມຸນໄປກັບຜິວ ເບິ່ງບໍ່ຫຼອກຕາ. ບລັຊອອນທີ່ເໝາະກັບຄົນຜິວສອງສີ ສຳລັບສາວໆ ທີ່ມີສີຜິວໄປໃນໂທນຜິວສອງສີ ແນະນຳໃຫ້ເລືອກໂທນສີຕຸ່ນໆ ບໍ່ເຂັ້ມໄປຫຼືບໍ່ອ່ອນໄປ ເຊັ່ນ: ສົ້ມອົມນ້ຳຕານກໍກຳລັງດີ ໂທນສີຊົມພູອົມນ້ຳຕານ ຫຼື ສີສົ້ມອົມນ້ຳຕານ ເພາະຈະຊ່ວຍຂັບຜິວໃຫ້ເບິ່ງມີຊີວິດຊີວາເບິ່ງແພງ ແລະ ໃຫ້ໄດ້ລຸກທີ່ເປັນທຳມະຊາດທີ່ສຸດ. ບລັຊອອນທີ່ເໝາະກັບຄົນຜິວແທນ ສຳລັບສາວຜິວແທນ ເປັນໂທນສີຜິວທີ່ເບິ່ງອົບອຸ່ນ, ສີບລັຊອອນທີ່ເໝາະສົມ ແລະ ເຮັດໃຫ້ໄດ້ລຸກເບິ່ງເປັນທຳມະຊາດຫຼາຍ ຈຶ່ງຄວນໃຊ້ບລັຊອອນໂທນຊົມພູກະປິ, ພີຊອົມນ້ຳຕານ ຫຼື ມ່ວງອົມເບີຣີ່ ຫຼື […]