ສາຍການບິນຫວຽດເຈັດ ເປີດຖ້ຽວບິນກົງ ວຽງຈັນ-ໂຮ່ຈີມິນ​

ໃນວັນທີ 4 ທັນວາ 2023​ ສາຍການບິນຫວຽດເຈັດ ແລະ ລັດວິສາຫະກິດການບິນລາວ ໄດ້ລົງນາມໃນສັນຍາຮ່ວມມືຮອບດ້ານ, ເປັນຂີດໝາຍອັນສຳຄັນບໍ່ພຽງແຕ່ໃຫ້ສອງສາຍການບິນເທົ່ານັ້ນ, ແຕ່ຍັງເປັນການສ້າງຄວາມສຳພັນອັນດີລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງຫວຽດນາມ ແລະ ລາວ. ພ້ອມດຽວກັນນັ້ນ, ຫວຽດເຈັດຍັງໄດ້ປະກາດ ເປີດຖ້ຽວບິນໃໝ່ລະຫວ່າງ ນະຄອນຫລວງວຽງຈັນ ແລະ ນະຄອນໂຮ່ຈິມິນ ຂອງຫວຽດນາມ, ເພີ່ມທະວີ ການເຊື່ອມຕໍ່ ແລະ ມອບທາງເລືອກໃນການເດີນທາງ ໃຫ້ແກ່ນັກທ່ອງທ່ຽວຂອງທັງສອງປະເທດ ແລະ ພາກພື້ນອາຊີ. ໂດຍພິທີດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມ ຂອງ ສະຫາຍ ເວືອງ ດິງ ເຫວະ (VUONG Dinh Hue), ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານສະພາແຫ່ງຊາດ ແຫ່ງ ສສ. ຫວຽດນາມ. ຕາງໜ້າ ລັດຖະບານ ສ ປ ປ ລາວ ເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ສູນທອນ ໄຊຍະຈັກ​ ເລຂາທິການ ສູນກາງພັກ ປະຊາຊົນປະຕິວັດລາວ, ຮອງປະທານ […]

8 ສາເຫດ ທີ່ໄວໜຸ່ມເກີດຄວາມດັນເລືອດສູງ

ໃຜທີ່ມີອາຍຸຕ່ຳກວ່າ 35 ປີ ແລ້ວມີຄວາມດັນເລືອດສູງກໍ່ຖືວ່າເປັນຄົນອາຍຸນ້ອຍ ທີ່ມີພາວະຄວາມດັນເລືອດສູງ.ສາເຫດຂອງພະຍາດຄວາມດັນເລືອດສູງໃນຄົນອາຍຸຍັງນ້ອຍເກີດຈາກ 8 ສາເຫດລຸ່ມນີ້: 1.ພະຍາດໄຂ່ຫຼັງ: ຫຼາຍຄົນທີ່ຄວາມດັນເລືອດສູງຕັ້ງແຕ່ອາຍຸນ້ອຍໆ ຈະຖາມເຖິງພະຍາດໄຂ່ຫຼັງເປັນອັນດັບລຳອິດເລີຍ. 2. ກົດຍູຣິກ: ຍູຣິກອາຊິດ ສາມາດເປັນຕົ້ນເຫດຂອງ ຄວາມດັນເລືອດສູງໄດ້ ຖ້າຍູຣິກສູງໃຫ້ລອງລົດຍູຣິກອາຊິດເບິ່ງ ເພາະຖ້າຍູຣິກໜ້ອຍລົງກໍ່ຈະຫຼຸດຄວາມດັນເລືອດລົງໄດ້. 3. ຢາ: ຢາຄຸມກຳເນີດ ຢາແກ້ປວດ ຫຼື ຢາຕ່າງໆທີ່ມີສະເຕຣອຍປະສົມ ຖ້າລອງຫຼຸດຢາເບິ່ງແລ້ວຄ່າຄວາມດັນໄປໃນທາງທີ່ດີຂຶ້ນ ສະແດງວ່າເປັນຍ້ອນຢາ. 4. ໄຮເປີໄທຣອຍ: ໃນຫຼາຍຄົນມີບັນຫາຂອງໄທຣອຍເປັນຜິດ ຫຼື ມີຄ່າໄທຣອຍສູງ ສິ່ງເຫຼົ່ານີ້ກໍເຮັດໃຫ້ຄວາມດັນເລືອດສູງໄດ້ເຊັ່ນກັນ. 5. Sleep Apnea ຫຼື ພາວະຢຸດຫາຍໃຈລະຫວ່າງນອນ: ພາວະນີ້ເປັນຕົ້ນເຫດຂອງຄວາມດັນເລືອດສູງໄດ້ ແລ້ວເຮົາຈະຮູ້ໄດ້ແນວໃດວ່າເຮົາເປັນພາວະນີ້ຫຼືບໍ່ ເຮົາຕ້ອງໄປກວດຜ່ານ Sleep test ຫຼື Sleep Lab ແລະ ມີຂໍ້ສັງເກດອີກແບບຄື ໃຫ້ຖາມຄົນໃກ້ໂຕວ່າເວລາເຮົານອນ ເຮົານອນໂກນຫຼືບໍ່ ຖ້າຫາກເຮົານອນໂກນ ກໍ່ມີຄວາມສ່ຽງວ່າຈະເປັນ. 6. ການອົດນອນ ຫຼື ອຶດນອນ ໃນເດັກນ້ອຍຫຼາຍຄົນທີ່ອ່ານໜັງສືຊ່ວງເສັງ […]

ລາວ ຮ່ວມກອງປະຊຸມ ອົງການໃຈກາງປະສານ ງານອາຊຽນ ກ່ຽວກັບການຮ່ວມມືທາງອາຍາ ຄັ້ງທີ 1

ຄະນະຜູ້ແທນ ອົງການໄອຍະການປະຊາຊົນສູງສຸດ ນຳໂດຍ ທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ເຂົ້າຮ່ວມກອງປະຊຸມອາຊຽນຂັ້ນ ລັດຖະມົນຕີ, ຫົວໜ້າອົງການໄອຍະການສູງສຸດອົງການໃຈກາງປະສານງານອາຊຽນ ກ່ຽວກັບການຮ່ວມມືທາງອາຍາ ຄັ້ງທີ 1 ທີ່ປະເທດ ບຣູໄນ ດາລູຊາລາມ ໃນວັນທີ 22 ພະຈິກ 2023 ຜ່ານມາ ໂດຍມີລັດຖະມົນຕີ, ຫົວໜ້າອົງການໄອຍະການສູງສຸດ, ພະນັກງານວິຊາການ ອົງການໄອຍະການປະເທດສະມາຊິກອາຊຽນ ແລະ ກອງເລຂາອາຊຽນ ເຂົ້າຮ່ວມ. ກອງປະຊຸມ ໄດ້ຮັບຟັງການລາຍງານ ການຈັດຕັ້ງປະຕິບັດສົນທິສັນຍາອາຊຽນ ວ່າດ້ວຍການຮ່ວມມືທາງອາຍາ ໂດຍບັນດາປະເທດສະມາຊິກອາຊຽນ ເຫັນໄດ້ຄວາມສຳຄັນຂອງການຮ່ວມມື, ຄວາມໝາຍໝັ້ນ, ສິ່ງທ້າທາຍ, ຄວາມຮັບຜິດຊອບຂອງບັນດາປະເທດສະມາຊິກໃນການຈັດຕັ້ງປະຕິບັດພັນທະຂອງຕົນ ຕາມສົນທິສັນຍາ ມີຜົນສຳ ເລັດ, ຮັບຮອງເອົາບົດລາຍງານກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ກ່ຽວກັບການຮ່ວມມືທາງອາຍາປີ 2021, 2022 ຜ່ານມາ; ເຫັນດີໃຫ້ປະເທດກຳປູເຈຍ ຕາມລຳດັບຕົວອັກສອນ ເປັນເຈົ້າພາບກອງປະຊຸມອົງການໃຈກາງປະສານງານອາຊຽນ ກ່ຽວກັບການ ຮ່ວມມືທາງອາຍາ ຄັ້ງທີ 2 ໃນປີ 2026; ເຫັນດີໃຫ້ […]

ທູດລາວຍື່ນສານຕາຕັ້ງຕໍ່ປະທານປະເທດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ

ໃນຕອນບ່າຍ ຂອງ ວັນທີ 08 ພະຈິກ 2023, ສະຫາຍ ນາງ ຄຳເພົາ ເອີນທະວັນ, ໄດ້ເຂົ້າຍືນສານຕາຕັ້ງຕໍ່ ສະຫາຍ ຫວໍ ວັນ ເຖືອງ (VO VAN THUONG), ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມ ນິຍົມຫວຽດນາມ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ປະຈໍາ ສາທາ ລະນະລັດ ສັງຄົມນິຍົມຫວຽດນາມ. ໂອກາດນີ້ ສະຫາຍ ປະທານປະເທດ ຫວໍ ວັນ ເຖືອງ (VO VAN THUONG) ໄດ້ສະ ແດງຄວາມຍິນດີຕ້ອນຮັບ ແລະ ຊົມ ເຊີຍຕໍ່ການມາດໍາລົງຕໍາແໜ່ງ ຂອງ ສະ ຫາຍເອກອັກຄະລັດຖະທູດລາວຄົນໃໝ່ ປະຈໍາ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ພ້ອມທັງຕີລາຄາສູງການພົວພັນຮ່ວມມື […]

ຣາຊະອານາຈັກໄທໄທ ຈະສືບຕໍ່ໃຫ້ການຮ່ວມມືກັບຝ່າຍລາວ ພ້ອມທັງຊຸກຍູ້ຂະແໜງການກ່ຽວຂ້ອງ

ວັນທີ 30 ຕຸລາ 2023, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຄະນະ ໄດ້ພົບປະສອງຝ່າຍກັບ ທ່ານ ປານປຣີ ພະຫິດທານຸກອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ. ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຍິນດີ ທີ່ໄດ້ພົບປະກັນອີກຄັ້ງ ພ້ອມທັງໄດ້ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມເຮັດວຽກ ທີ່ ສປປ ລາວ ໃນຄັ້ງນີ້, ເຊິ່ງຈະເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືຂອງສອງປະເທດ ໃຫ້ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ. ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງ ແລະ ສະແດງຄວາມໝາຍໝັ້ນ ຈະສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຖານບ້ານໃກ້ເຮືອນຄຽງທີ່ດີ ແລະ ມີມາແຕ່ດົນນານ […]

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

ໃນຕອນເຊົ້າຂອງວັນທີ 30 ຕຸລາ 2023, ທີ່ສໍານັກງານປະທານປະເທດ, ທ່ານ ທອງລຸນ ສີສຸລິດປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເສດຖາ ທະວີສິນ ນາຍົກລັດຖະ ມົນຕີ ແຫ່ງ ຣາຊະອານາຈັກໄທ, ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ. ໃນໂອກາດນີ້, ທ່ານ ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍ ທ່ານ ເສດຖາ ທະວີສິນ ທີ່ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ຄົນທີ 30 ຂອງ ຣາຊະອານາຈັກໄທ, ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນການພົບປະສອງຝ່າຍ ຢ່າງເປັນທາງການ ລະ ຫວ່າງ ສອງນາຍົກລັດຖະມົນຕີ ລາວ ແລະ ໄທ, ເຊິ່ງ ຈະເປັນສ່ວນສໍາຄັນໃນການສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຖານບ້ານໃກ້ເຮືອນຄຽງທີ່ດີ ແລະ ມີມາແຕ່ດົນນານຂອງສອງປະເທດ ກໍຄື […]

ປະທານປະເທດ ແຫ່ງ ສປປ ລາວ ພົບປະກັບ ປະທານາທິບໍດີ ແຫ່ງ ສ. ຣັດເຊຍ

ໃນໂອກາດການເຂົ້າຮ່ວມກອງປະຊຸມເວທີສົນທະນາ ລະດັບສູງ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ 3 ທີ່ ນະຄອນຫລວງປັກກິງ ສປ ຈີນ, ວັນທີ 17 ຕຸລາ 2023, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ສປປ ລາວ ພ້ອມດ້ວຍຄະນະ ໄດ້ພົບປະກັບ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສ ຣັດເຊຍ ພ້ອມດ້ວຍຄະນະ. ໂອກາດນີ້, ຜູ້ນໍາທັງສອງຝ່າຍໄດ້ຕີລາຄາສູງຕໍ່ການຮ່ວມມື ລະຫວ່າງ ສອງປະເທດທີ່ສືບຕໍ່ມີບາດກ້າວຂະຫຍາຍຕົວຢ່າງໜັກແໜ້ນ ໂດຍສະເພາະໃນດ້ານການເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ-ການຄ້າ, ການລົງທຶນ, ການສຶກສາ, ວັດທະນະທໍາ ແລະ ທ່ອງທ່ຽວ. ພ້ອມນັ້ນ, ສອງຝ່າຍ ຍັງໄດ້ປຶກສາຫາລືລົງເລິກກ່ຽວກັບການຮ່ວມມືດ້ານການຄ້າ, ການລົງທຶນ, ການເງິນ, ພະລັງງານ, ການສຶກສາ ແລະ ວຽກງານຄວາມໝັ້ນຄົງ ຮ່ວມກັນ ແລະ ຢືນຢັນສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ […]

ລາວ ໄດ້ຮັບທຶນການສຶກສາໄປຮຽນຢູ່ອົດສະຕຣາລີ ທັງໝົດຫລາຍກວ່າ 1.500 ຄົນ

ວັນທີ 3 ຕຸລາ 2023, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ໂພລ ແຄລີ ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ ເພື່ອເປັນການແນະນໍາຕົວຢ່າງເປັນທາງການ ແລະ ປຶກສາຫາລືການຮ່ວມມືລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ. ທ່ານ ທູດ ໄດ້ການລາຍງານ ແລະ ຂໍທິດຊີ້ນໍາກ່ຽວກັບວຽກງານໂຄງການຄຸ້ມຄອງການເງິນພາກລັດ (PFM) ທີ່ອົດສະຕຣາລີໄດ້ໃຫ້ທຶນຊ່ວຍເຫລືອຜ່ານທະນາຄານໂລກ ແລະ ປຶກສາຫາລືການຮ່ວມມືລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ໃນຮູບແບບຕ່າງໆໃນຕໍ່ໜ້າ, ເຊິ່ງມີຫລາຍວຽກທີ່ສໍາຄັນທີ່ຕ້ອງໄດ້ຮ່ວມມືກັນຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດ. ໄລະຍະຜ່ານມາການຮ່ວມມືສອງຝ່າຍລະຫວ່າງສປປ ລາວ ແລະ ອົດສະຕຣາລີ ແມ່ນຈັດຢູ່ໃນອັນດັບຕົ້ນໆຂອງປະເທດ ທີ່ໃຫ້ການຊ່ວຍເຫລືອສອງຝ່າຍ. ແຕ່ລະປີອົດສະຕຣາລີ ໃຫ້ທຶນການສຶກສາສໍາລັບພະນັກງານທັງພາກລັດ ແລະ ພາກເອກະຊົນ, ນັກຮຽນ ແລະ ນັກສຶກສາຈໍານວນ 30 ທຶນ ເພື່ອໄປຮຽນຢູ່ອົດສະຕຣາລີ, ມາຮອດປັດຈຸບັນ […]

ມອບຊີ້ນໝູສົດທີ່ຍຶດໄດ້ໃຫ້ໂຮງຮຽນ ມ.ສ ສາມັນກີນນອນຊົນເຜົ່າແຂວງບໍ່ແກ້ວ

ພະເເນກອຸດສາຫະກຳ ແລະ ການຄ້າ ມອບຊີ້ນໝູສົດ ທີ່ຖືກຍຶດໄດ້ ໃຫ້ແກ່ໂຮງຮຽນ ມ.ສ ສາມັນກີນນອນຊົນເຜົ່າ ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ວັນທີ 26 ກັນຍາ 2023 ເຈົ້າໜ້າທີ່ກວດກາການຄ້າ ໄດ້ເຄື່ອນໄຫວລາດຕະເວນຕາມຈຸດແຫຼ່ງຂ່າວ ຢູ່ພາຍໃນເມືອງຫ້ວຍຊາຍ ສາມາດກວດກາພົບເຫັນມີການນໍາເຂົ້າສິນຄ້າປະເພດຊີ້ນໝູສົດ ຈໍານວນ 40 ກິໂລ, ເຊິ່ງເຫັນວ່າເປັນການລັກລອບນໍາເຂົ້າສິນຄ້າບໍ່ຖືກດ່ານ ແລະ ເປັນການລົບຫຼີກການເສຍພັນທະ ໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ ສະນັ້ນ ຈຶ່ງໄດ້ຍຶດສິນຄ້າດັ່ງກ່າວໄວ້. ໂດຍປະຕິບັດຕາມທິດຊີ້ນໍາຂອງຄະນະພະແນກອຸດສາຫະກໍາ ແລະ ການຄ້າ, ໃນຕອນບ່າຍ ຂອງວັນທີ 27ກັນຍາ 2023 ພາຍໃຕ້ການນໍາພາຂອງທ່ານ ນາງ ພວງພັນ ພູມສະຫວັນ ກໍາມະການພັກແຂວງ, ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍພະນັກງານພາຍໃນພະແນກ ໄດ້ມອບຊີ້ນໝູສົດ ຈໍານວນ 40 ກິໂລ, ເປັນມູນຄ່າ 3,200,000 ກີບ ທີ່ຍຶດໄດ້ນັ້ນ ໃຫ້ແກ່ ໂຮງຮຽນ ມ.ສ […]

ບໍລິສັດທາງລົດໄຟລາວ-ຈີນ ຈັດຊື້ລົດໄຟ EMU ເພີ່ມອີກຫນຶ່ງ 1 ຂະບວນເພື່ອຮອງຮັບຜູ້ໂດຍສານທີ່ເພີ່ມຂຶ້ນ

ບໍລິສັດທາງລົດໄຟລາວ-ຈີນ ຈັດຊື້ລົດໄຟ EMU ເພີ່ມອີກຫນຶ່ງ 1 ຂະບວນ, ຄາດວ່າຈະເດີນທາງມາເຖີງ ສປປ ລາວ ໃນໄວໆ ນີ້. ທ່ານ ອານົງເດດ ເພັດໄກສອນ, ຮອງຜູ້ອໍານວຍການບໍລິສັດທາງລົດໄຟລາວ-ຈີນ ໃຫ້ສໍາພາດຕໍ່ສື່ມວນຊົນລາວ- ຈີນ ໃນວັນທີ 20 ກັນຍາ 2023 ທີ່ສະຖານີລົດໄຟຫລວງພະບາງ ວ່າ: ລົດໄຟ EMU ທີ່ຈັດຊື້ມາໃຫມ່ນີ້ ເພື່ອເອົາມາຮອງຮັບການຂົນສົ່ງໂດຍສານ ທັງສາຍພາຍໃນ ແລະສາຍສາກົນ ເພື່ອຮອງຮັບການເພີ່ມຂື້ນຂອງຜູ້ໂດຍສານ ໂດຍສະເພາະໃນໂອກາດປີທ່ອງທ່ຽວລາວ 2024 ທີ່ຈະມາເຖີງນີ້. ປັດຈຸບັນ ບໍລິສັດທາງລົດໄຟລາວ-ຈີນ ບໍລິການລົດໄຟໂດຍສານທັງຫມົດ ຈໍານວນ 5 ຂະບວນຂະບວນຕໍ່ວັນ, ໃນນີ້ ມີຂະບວນ EMU ຈໍານວນ 4 ຂະບວນ ແລະ ອີກ 1 ຂະ ບວນແມ່ນຂະບວນທໍາມະດາ. ອິງຕາມຂໍ້ມູນຈາກບໍລິສັດທາງລົດໄຟລາວ-ຈີນ, ນັບແຕ່ມື້ເປີດນໍາໃຊ້ລົດໄຟ ລາວ – ຈີນ […]