ດວງ-Tou-Vientianepost (41)
ລາວ ໄດ້ຮັບທຶນການສຶກສາໄປຮຽນຢູ່ອົດສະຕຣາລີ ທັງໝົດຫລາຍກວ່າ 1.500 ຄົນ
ຮຽບຮຽງໂດຍ:Staff
ເຜີຍແຜ່: 4 ເດືອນຕຸລາ, 2023
ໝວດ: ຂ່າວ

ວັນທີ 3 ຕຸລາ 2023, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ໂພລ ແຄລີ ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ ເພື່ອເປັນການແນະນໍາຕົວຢ່າງເປັນທາງການ ແລະ ປຶກສາຫາລືການຮ່ວມມືລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ.

ທ່ານ ທູດ ໄດ້ການລາຍງານ ແລະ ຂໍທິດຊີ້ນໍາກ່ຽວກັບວຽກງານໂຄງການຄຸ້ມຄອງການເງິນພາກລັດ (PFM) ທີ່ອົດສະຕຣາລີໄດ້ໃຫ້ທຶນຊ່ວຍເຫລືອຜ່ານທະນາຄານໂລກ ແລະ ປຶກສາຫາລືການຮ່ວມມືລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ໃນຮູບແບບຕ່າງໆໃນຕໍ່ໜ້າ, ເຊິ່ງມີຫລາຍວຽກທີ່ສໍາຄັນທີ່ຕ້ອງໄດ້ຮ່ວມມືກັນຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດ. ໄລະຍະຜ່ານມາການຮ່ວມມືສອງຝ່າຍລະຫວ່າງສປປ ລາວ ແລະ ອົດສະຕຣາລີ ແມ່ນຈັດຢູ່ໃນອັນດັບຕົ້ນໆຂອງປະເທດ ທີ່ໃຫ້ການຊ່ວຍເຫລືອສອງຝ່າຍ. ແຕ່ລະປີອົດສະຕຣາລີ ໃຫ້ທຶນການສຶກສາສໍາລັບພະນັກງານທັງພາກລັດ ແລະ ພາກເອກະຊົນ, ນັກຮຽນ ແລະ ນັກສຶກສາຈໍານວນ 30 ທຶນ ເພື່ອໄປຮຽນຢູ່ອົດສະຕຣາລີ, ມາຮອດປັດຈຸບັນ ມີຜູ້ໄດ້ຮັບທຶນທັງໝົດຫລາຍກວ່າ 1.500 ຄົນ. ນອກນັ້ນ, ຍັງໄດ້ສົ່ງອາສາສະໝັກມາຊ່ວຍວຽກບາງຂະແໜງການຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນໄລຍະສັ້ນ 3 ເດືອນເຖິງ 2 ປີ ປະມານ 30 ຄົນ/ປີ.

ສໍາລັບການຊ່ວຍເຫລືອຂອງອົດສະຕຣາລີ ແກ່ ສປປ ລາວ ແມ່ນຜ່ານລັດຖະບານ ແລະ ອົງການຈັດຕັ້ງທີ່ບໍ່ສັງກັດລັດ, ສະຖາບັນການເງິນສາກົນ ແລະ ອົງການຈັດຕັ້ງສາກົນ ເປັນຕົ້ນ ແມ່ນ: ທະນາຄານໂລກ, ທະນາຄານພັດທະນາອາຊີ, ອົງການອາຫານໂລກ, ອົງການອະນາໄມໂລກ, ອົງການສະຫະປະຊາຊາດ ເພື່ອຊ່ວຍເຫລືອເດັກ, ອົງການສະຫະປະຊາຊາດ ເພື່ອການພັດທະນາ ແລະ ອື່ນໆ.

ສ່ວນໂຄງການທີ່ຕິດພັນກັບ ກະຊວງການເງິນ ປະກອບມີ: ວຽກງານການຄຸ້ມຄອງການເງິນພາກລັດ(PFM) ເຊິ່ງມີມູນຄ່າເບື້ອງຕົ້ນ 4 ລ້ານໂດລາອົດສະຕຣາລີໂດຍຜ່ານກົນໄກກອງທຶນຄຸ້ມຄອງການເງິນແບບຄອບຄຸມໃໝ່ໃຫ້ກະຊວງການເງິນ ເພື່ອສືບຕໍ່ນໍາໃຊ້ເຂົ້າໃນວຽກງານນີ້ ໃຫ້ມີຄວາມສະຖຽນລະພາບ ຕາມຍຸດທະສາດພັດທະນາການເງິນພາກລັດ ປີ 2025 ແລະ ວິໄສທັດປີ 2030, ພ້ອມທັງເປັນການສະໜັບສະໜູນ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ໃນການແກ້ໄຂຄວາມຫຍຸ້ງ ຍາກດ້ານເສດຖະກິດ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX.

ທີ່ມາ: ກະຊວງການເງິນ

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
2
ລາວ ຈະສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນປີ 2025
2
ການລ່າສັດປ່າບໍ່ຖືກຕ້ອງຕາມກົດ ໝາຍຈະຖືກລົງໂທດຕັດອິດສະລະພາບ 2 ຫາ 5 ປີ ແລະ ຈະຖືກປັບໃໝ
2
ກຳປູເຈຍ ຈະເກັບພາສີ ພະລັງງານໄຟຟ້າ ຈາກ ຜູ້ໃຊ້ໂຊລາເຊລ ຢູ່ຫລັງຄາ
2
ຫາລືຄວາມປອດໄພຂອງເຂື່ອນ ໃນການບໍລິຫານຈັດການນໍ້າ ແລະ ການຮັບມືສຸກເສີນ
2
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບ ທູດເວເນຊູເອລາ ຄົນໃໝ່
2
ສປປ ລາວຈະເປັນປະທານອາຊຽນໃນປີ 2024 ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”
2
ສປປ ລາວ ເລີ່ມປະຕິບັດນະໂຍບາຍ ຍົກເວັ້ນ-ຂະຫຍາຍເວລາ VISA ໃຫ້ກັບຫຼາຍປະເທດ ດຶງດູດນັກທ່ອງທ່ຽວ
2
ບໍລິສັດ ເທີນ-ຫີນບູນ ມອບເງິນ 1 ຕື້ກີບ ສະໜັບສະໜູນການເປັນປະທານອາຊຽນ ຂອງ ສປປ ລາວ
2
ຄຸນຄ່າຄວາມເປັນເອກະລັກ ທີ່ໂດດເດັ່ນລະດັບໂລກ ຂອງອຸທິຍານແຫ່ງຊາດຫີນໜາມໜໍ່
2
ອັດຕະປືມີບໍລິການລົດໂດຍສານສີຂຽວພາຍໃນແຂວງແລ້ວ
ຢ່າລື່ມກົດຕິດຕາມ