ເປີດລາຍໄດ້ຂອງກຳມະການໃນ UEFA Champions League ເຂົາເຈົ້າໄດ້ຮັບຄ່າຕອບແທນໃນແຕ່ລະຮອບເທົ່າໃດ?

UEFA Champions League ຖືວ່າເປັນໜຶ່ງໃນການແຂ່ງຂັນຟຸດບອນລະດັບສະໂມສອນທີ່ຍິ່ງໃຫຍ່ທີ່ສຸດໃນໂລກ, ເປັນເວທີສຳລັບການຊອກຫາທີມແຊມປ໌ແຫ່ງຢູໂຣບໃນແຕ່ລະລະດູການ. ນອກຈາກນັກເຕະແລະສະໂມສອນຈະໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍແລ້ວ, ອີກກຸ່ມໜຶ່ງທີ່ມີບົດບາດສຳຄັນບໍ່ໜ້ອຍແມ່ນ “ຜູ້ຕັດສິນ” ໃນຍຸກທີ່ເງິນຫຼັ່ງໄຫຼເຂົ້າສູ່ວົງການຟຸດບອນຢ່າງມະຫາສານ, ໂດຍສະເພາະລາຍການໃຫຍ່ຄື UEFA Champions League, ລາຍໄດ້ຂອງຜູ້ຕັດສິນທີ່ໄດ້ຮັບເລືອກໃຫ້ປະຕິບັດໜ້າທີ່ໃນແຕ່ລະແມັດກໍ່ເພີ່ມຂຶ້ນເຊັ່ນກັນ. ຂໍ້ມູນຈາກ beIN SPORTS ແລະ Givemesport ໃນຊ່ວງກາງປີ 2024 ເປີດເຜີຍວ່າ ຄ່າຈ້າງຂອງກຳມະການຂຶ້ນຢູ່ກັບຮອບຂອງການແຂ່ງຂັນ ແລະ ບົດບາດໃນການຕັດສິນ. ຕົວຢ່າງ, ຖ້າປະຕິບັດໜ້າທີ່ເປັນເຈົ້າໜ້າທີ່ VAR ຈະໄດ້ຮັບຄ່າຈ້າງໜ້ອຍກວ່າຜູ້ຕັດສິນໃນສະໜາມ. ຮອບລີກ ເຟສ (League phase) ການແຂ່ງຂັນຮູບແບບໃໝ່ຂອງຮອບແບ່ງກຸ່ມໃນລະດູການນີ້ມີການຂະຫຍາຍຈາກ 32 ເປັນ 36 ທີມ, ເຮັດໃຫ້ແຕ່ລະທີມໄດ້ຫຼິ້ນເຖິງ 8 ນັດ (ເຮືອນ 4 ນັດ, ເຢືອນ 4 ນັດ). ດ້ວຍຈຳນວນເກມທີ່ເພີ່ມຂຶ້ນ, ຜູ້ຕັດສິນຈຶ່ງໄດ້ຮັບຄ່າຈ້າງຫຼາຍຂຶ້ນ. ໃນແຕ່ລະນັດຂອງຮອບນີ້, ກຳມະການຈະໄດ້ຮັບປະມານ 5,300 ປອນດ໌ (ປະມານ 2.3 […]
“ຕະເວັນສາຍ” ແຊັມໂລກມວຍໄທ ຕັດສິນໃຈເດັດຂາດ ຫຼັງຖືກກ່າວຫາວ່າ “ລົ້ມມວຍ”

ຕະເວັນສາຍ ພີ.ເຄ.ແສນໄຊຯ ຕອບກັບເພຈມັກເວົ້າ ກ່າວຫາລົ້ມມວຍ ໄຟຕ໌ແພ້ ມາຊາອາກິ ໂນອິຣິ ວັນທີ 29 ເມສາ 2025 ຄວາມເຄື່ອນໄຫວ ຕະເວັນສາຍ ພີ.ເຄ.ແສນໄຊມວຍໄທຍິມ ທີ່ເພິ່ງກັບຈາກການສໍາມະນາມວຍໄທໃນປະເທດສະຫະລັດອາເມຣິກາ ໂດຍກ່ອນໜ້ານີ້ “ຊ້າຍດາຣາ” ເພິ່ງແພ້ນັອກໃຫ້ ມາຊາອາກິໂນອິຣິ ນັກຊົກຊາວຍີ່ປຸ່ນ ໃນສຶກ ONE172 ມາອອກລາຍການຜ່ານຊ່ອງຢູທູບຂອງ ສິນສະໝຸດ ສ.ກິ່ນມີ ພ້ອມກັບ ປຕທ.ອະພິຊາດຟາມ ແລະ ນາບິນ ອານານ ໜຶ່ງໃນເລື່ອງທີ່ຖືກເວົ້າເຖິງຄືການຖືກກ່າວຫາວ່າລົ້ມມວຍໂດຍນັກເລັງຄີບອດ ຊຶ່ງເລື່ອງນີ້ຖືເປັນເລື່ອງທີ່ ຕະເວັນສາຍ ຍອມຮັບບໍ່ໄດ້ ຈຶ່ງໃຫ້ທະນາຍຈັດການແລ້ວ ຕະເວັນສາຍ ກ່າວວ່າ “ຂ້ອຍເປັນຄົນທີ່ບໍ່ມັກເລີຍກັບຄໍາວ່າລົ້ມມວຍ ຄົນຄືຂ້ອຍບໍ່ມີລົ້ມມວຍ ຄໍາວ່າລົ້ມມວຍສໍາລັບນັກມວຍມັນເປັນຄໍາທີ່ແຮງຫຼາຍໆ ເໝືອນກັບດ່າພໍ່ດ່າແມ່ເລີຍ” “ໃຜວ່າອັນໃດຂ້ອຍບໍ່ເຄີຍສົນໃຈ ແຕ່ມີຄົນໜຶ່ງໃນຫາວ່າຂ້ອຍລົ້ມມວຍແລ້ວເອົາຍອດເອັນເກຈເມັນ ຄົນເບິ່ງຫຼາຍເປັນລ້ານ ຂ້ອຍເລັ່ນທ່ານແນ່ ຂ້ອຍໃຫ້ທະນາຍຂ້ອຍຈັດການແລ້ວ ອື່ນໆ ຂ້ອຍບໍ່ເຄີຍສົນໃຈ ແຕ່ເຄສນີ້ແຮງເກີນໄປ” ຂໍ້ມູນຂ່່າວ: https://www.thairath.co.th/sport/fightsport/muaythai/2855488
ອານ ນາສເຊີ ເສຍໃຫ້ ຄາວາຊາກິ ຟຣອນຕາເລ – ຕົກຮອບຕັດເຊືອກ AFC Champions League Elite

ອານ ນາສເຊີ ຕົ້ນສັງກັດຂອງ ຄຣິສຕຽນໂນ ໂຣນັນໂດ ພ່າຍແພ້ຕໍ່ ຄາວາຊາກິ ຟຣອນຕາເລ 2-3 ຕົກຮອບຮອງຊະນະເລີດຂອງການແຂ່ງຂັນເອເອຟຊີ ແຊມປຽນ ລີກ ອີລິຕ ການແຂ່ງຂັນເຕະບານ ເອເອຟຊີ ແຊມປຽນ ລີກ ອີລິຕ ລະດູການ 2024-25 ເມື່ອວັນທີ 30 ເມສາ ເປັນຮອບຮອງຊະນະເລີດ ອານ ນາສເຊີ ຈາກຊາອຸດິອາຣາເບຍພົບກັບ ຄາວາຊາກິ ຟຣອນຕາເລ ຈາກຍີ່ປຸ່ນ ເກມນີ້ ອານ ນາສເຊີ ຈັດ ຄຣິສຕຽນໂນ ໂຣນັນໂດ, ຊາດິໂອ ມາເນ ແລະ ຈອນ ດູຣານ ນຳທັບ ດ້ານ ຟຣອນຕາເລ ໃຊ້ງານ ມາຊິນໂຍ, ທັດຊຸຍະ ອິໂຕະ ແລະ ຢູໂຕະ ໂອເຊກິ ເປັນແກນຫຼັກ ຜົນປະກົດວ່າ ຟຣອນຕາເລ ເປັນຝ່າຍເອົາຊະນະໄປໄດ້ […]
ບາເຊໂລນາ VS ອິນເຕີ 3-3: ບາຊາ ເປີດບ້ານສະເໝີ ງູໃຫຍ່ ເຕັມໄປດ້ວຍຄວາມດຸເດືອດ

ບາເຊໂລນາ VS ອິນເຕີ ມິລານ: ຜົນບານ 3-3 | “ເຈົ້າບຸນທຸ່ມ” ບາເຊໂລນາ ກັບ “ງູໃຫຍ່” ອິນເຕີ ມິລານ ເປີດເກມແລກຫມັດກັນຢ່າງມ່ວນຊື່ນ ໂດຍ ອິນເຕີ ຂຶ້ນນຳກ່ອນ 2 ລູກ ກ່ອນທີ່ ບາຊາ ຈະຕາມສະເໝີໄດ້ 2-2 ຊຶ່ງຫຼັງຈາກນັ້ນ ທີມເຍືອນຂຶ້ນນຳອີກເປັນ 3-2 ແຕ່ສຸດທ້າຍເຈົ້າພາບ ບາຊາ ກໍຕາມຕີສະເໝີໄດ້ອີກຄັ້ງ ຈົບເກມສະເໝີກັນໄປຢ່າງດຸເດືອດ 3-3 ໂດຍເກມນັດທີ 2 ອິນເຕີ ມິລານ ຈະໄດ້ກັບໄປຫຼິ້ນໃນບ້ານ ໃນຄືນວັນອັງຄານທີ 6 ພຶດສະພາ 2568 ບານເຕະ ຢູຟ່າ ແຊມປຽນ ລີກ 2024/25 ບາເຊໂລນາ 3-3 ອິນເຕີ ສຶກບານເຕະຢູຟ່າ ແຊມປຽນ ລີກ 2024/25 ຮອບເຄິ່ງຊະນະເລີດ ນັດແລກ ເມື່ອຄືນວັນພຸດທີ […]
ທີມຊາດລາວ ຊຸດໃຫຍ່ ເຂົ້າສູນຝຶກຊ້ອມ ກຽມແຂ່ງຂັນ ພົບ ທີມຊາດເນປານ

ທີມຊາດລາວ ຊຸດໃຫຍ່ ເຂົ້າສູນຝຶກຊ້ອມ ກຽມແຂ່ງຂັນ ພົບ ທີມຊາດເນປານ ທີມຊາດລາວ ຊຸດໃຫຍ່ ໄດ້ເລີ້ມເກັບຕົວຝຶກຊ້ອມນັບຕັ້ງແຕ່ ວັນທີ 28 ເມສາ 2025 ເປັນຕົ້ນມາ ເພື່ອກະກຽມທີມ ແຂ່ງຂັນນັດທີ 2 ພົບກັບ ທີມຊາດເນປານ ໃນລາຍການແຂ່ງຂັນບານເຕະ ຊີງແຊ້ມອາຊີ ຮອບຄັດເລືອກ 2027 AFC Asian Cup Saudi Arabia 2027 Qualifiers Final Round ນັດທີ 2 ເຊິ່ງແຂ່ງຂັນ ວັນທີ 10 ມິຖຸນາ 2025 ເວລາ 19:00 ຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16. ທ່ານ ຮາ ຮອກ ຈູນ (HA HYEOKJUN) ຄູຝຶກ ທີມຊາດລາວ ສັນຊາດ ສ.ເກົາຫລີ ໄດ້ເອີ້ນນັກກິລາຫນ້າໃຫມ່ຫລາຍຄົນເຂົ້າຮ່ວມຄັດເລືອກ ທີມຊາດລາວ […]
ຜົນບານເຕະ ອາເຊນອນ 0-1 ພີເອັສຈີ: ເດມເບເລ ຍິງໄຊ! ປືນພ່າຍຄາບ້ານ ໃນນັດແຮກຂອງ UCL

ອາເຊນອນ ຖືກ ອຸສມານ ເດມເບເລ ເຮັດໃຫ້ເຈັບປວດຕັ້ງແຕ່ນາທີທີ 4 ຍິງໃຫ້ ພີເອັສຈີ ບຸກມາເອົາໄຊຊະນະ ກ່ອນກັບໄປແຂ່ງຂັນຮອບຮອງຊະນະເລີດ ແຊມປຽນ ລີກ ນັດທີສອງ ກາງອາທິດໜ້າ ການແຂ່ງຂັນຟຸດບອລ ຢູຟ່າ ແຊມປຽນ ລີກ 2024/25 ຮອບຮອງຊະນະເລີດ ນັດທຳອິດ ລະຫວ່າງ ອາເຊນອນ ພົບກັບ ປາຣີ ແຊັງ-ແຊກແມງ ທີ່ສະໜາມ ເອມິເຣັດ ສະຕາດຽມ ກຸງລອນດອນ ປະເທດອັງກິດ ວັນອັງຄານ ທີ 29 ເມສາ 2025 ພຽງແຕ່ນາທີທີ 4 ພີເອັສຈີ ໄດ້ປະຕູຂຶ້ນນຳຕັ້ງແຕ່ໂອກາດຄັ້ງທຳອິດ ຈາກຈັງຫວະທີ່ ຄວິຊາ ຄວາຣັດສເຄເລຍ ໄດ້ພາບານເຂົ້າທາງຝັ່ງຊ້າຍ ກ່ອນເປີດເຂົ້າກາງໃຫ້ ອຸສມານ ເດມເບເລ ກົດດ້ວຍຊ້າຍ ສົ່ງບານຊົນເສົາໃນເຂົ້າໄປຢ່າງລ້ຽບຄມ ເກມຜ່ານພົ້ນໄປປະມານເຄິ່ງຊົ່ວໂມງ ພີເອັສຈີ ຍັງຄົງຫຼິ້ນໄດ້ໜ້າຢ້ານກວ່າເຈົ້າພາບ ແຕ່ໄດ້ແຕ່ຢຽດໄປຢຽດມາ ຊ່ວງທົດເຈັບເຄິ່ງທຳອິດ ອາເຊນອນ […]
ຂ່າວໃກ້ຈະສິ້ນສຸດແລ້ວ! ຊາບີ ອາລອນໂຊ່ ກຽມແຈ້ງໄບເອີ ເລເວີຄູເຊັນ ຂໍຍ້າຍໄປຄຸມເຣອັລ ມາດຣິດ

ມັດເຕໂອ ໂມເຣັດໂຕ້ ນັກຂ່າວຊື່ດັງເປີດເຜີຍວ່າ ຊາບີ ອາລອນໂຊ່ ໃກ້ຈະບັນລຸຂໍ້ຕົກລົງຍ້າຍໄປຄຸມເຣອັລ ມາດຣິດ ໃນຊ່ວງລະດູຮ້ອນນີ້ ພ້ອມກຽມແຈ້ງໄບເອີ ເລເວີຄູເຊັນ ເລື່ອງການອຳລາ ຫຼັງຈາກມີຂ່າວວ່າ ຄາໂລ ອັນເຊລັອດຕີ ກຽມອຳລາທີມຣາຊັນຊຸດຂາວຫຼັງຈົບລະດູການ 2024/25 ຊາບີ ອາລອນໂຊ່ ໂຄ້ຊຂອງໄບເອີ ເລເວີຄູເຊັນ ກຽມທີ່ຈະແຈ້ງໃຫ້ສະໂມສອນຮູ້ໃນອີກບໍ່ເທົ່າໃດມື້ຕໍ່ຈາກນີ້ວ່າ ລາວຢາກໄປຄຸມເຣອັລ ມາດຣິດ ໃນຊ່ວງລະດູຮ້ອນນີ້ ຕາມລາຍງານຂອງມັດເຕໂອ ໂມເຣັດໂຕ້ ນັກຂ່າວຈາກເຣເລໂບ ສື່ຊື່ດັງຂອງສະເປນ ເວົ້າກັນວ່າ ອາລອນໂຊ່ ເປັນທີ່ສົນໃຈຂອງບອດບໍລິຫານ ມາດຣິດ ມາພັກໃຫຍ່ແລ້ວ ໂດຍສະເພາະຊ່ວງລະດູຮ້ອນປີກ່ອນທີ່ກະແສຂ່າວລະຫວ່າງທັງສອງຝ່າຍຮຸນແຮງຫຼາຍໆ ແຕ່ສຸດທ້າຍ ອາລອນໂຊ່ ກໍເລືອກທີ່ຈະຄຸມ “ຫ້າງຂາຍຢາ” ຕໍ່ໄປ ເຖິງຢ່າງໃດກໍຕາມ ຊ່ວງບໍ່ເທົ່າໃດມື້ມານີ້ຂ່າວລະຫວ່າງ ອາລອນໂຊ່ ກັບ ມາດຣິດ ຮຸນແຮງຫຼາຍຂຶ້ນ ທ່າມກາງລາຍງານທີ່ລະບຸວ່າ ຄາໂລ ອັນເຊລັອດຕີ ໂຄ້ຊຄົນປັດຈຸບັນຂອງ “ຣາຊັນຊຸດຂາວ” ຈະແຍກທາງກັບທີມຫຼັງຈົບລະດູການນີ້ ພາຍຫຼັງຜົນງານຂອງລາວກັບ ມາດຣິດ ບໍ່ດີເທົ່າທີ່ຄວນ ໂມເຣັດໂຕ້ […]
ປະກາດທັນທີ! “ເປັບ” ເຄື່ອນໄຫວສົ່ງຂໍ້ຄວາມເຖິງ ລິເວີພູລ ຫຼັງຄວ້າແຊມພຣີເມຍລີ

ລິເວີພູລ ຜົງາດຄອງແຊມພຣີເມຍລີກ ລະດູການ 2024-25 ຫຼັງເປີດບ້ານຖະຫຼົ່ມ ສເປີສ ໄປແບບຂາດລອຍ 5-1 ຍົກສາມແຕ້ມສຳຄັນສົ່ງພວກເຂົາເປັນແຊມລີກສູງສຸດສະໄໝທີ 20 ໄດ້ສຳເລັດ ໂດຍ ເປັບ ກວາດິໂອລາ ກຸນຊືແມນຯ ຊິຕີ້ ໄດ້ເປີດໃຈສົ່ງຂໍ້ຄວາມເຖິງ “ຫົງສ໌ແດງ” ຫຼັງເກມທີ່ລູກທີມຂອງເຂົາສາມາດເອົາຊະນະ ນັອຕຕິງແຮມ ຟໍເຣັສ 2-0 ຜ່ານເຂົ້າຊິງຊະນະເລີດຖ້ວຍ ເອຟເອ ຄັບ ເປັນສະໄໝທີ 3 ຕິດຕໍ່ກັນ “ກ່ອນທີ່ຂ້ອຍຈະເວົ້າອັນໃດກ່ຽວກັບເກມນັດນີ້, ຕົວຂ້ອຍ ແລະ ສະໂມສອນຂໍຮ່ວມສະແດງຄວາມຍິນດີກັບ ລິເວີພູລ ໃນການຄວ້າແຊມພຣີເມຍລີກຂອງພວກເຂົາ ມັນເປັນເລື່ອງທີ່ເໝາະສົມ” “ແນ່ນອນມັນບໍ່ມີຂໍ້ສົງໄສກ່ຽວກັບເລື່ອງນັ້ນ ພວກເຂົາເປັນທີມທີ່ຍອດຍຽບ ພວກເຂົາເໝາະສົມກັບການຄວ້າແຊມໄດ້ໃນປີນີ້” ກຸນຊືຊາວສະເປນ ເປີດໃຈໃຫ້ສຳພາດ ພ້ອມກັນນີ້, ກຸນຊືເຮືອໃບສີຟ້າ ຍັງອອກມາປະກາດວ່າຈະກັບມາລຸ້ນແຊມອີກຄັ້ງໃນລະດູການໜ້າ “ພວກເຮົາຫວັງວ່າລະດູການໜ້າຈະສາມາດກັບມາແຂ່ງຂັນກັບພວກເຂົາໄດ້ຈົນເຖິງຊ່ວງທ້າຍລະດູການ ຊຶ່ງກັບລະດູການນີ້ມັນເປັນໄປບໍ່ໄດ້ ຂ້ອຍຕ້ອງຂໍສະແດງຄວາມຍິນດີກັບລິເວີພູລ” ສຳລັບ ແມນຯ ຊິຕີ້ ໃນຕາຕະລາງຄະແນນປັດຈຸບັນພວກເຂົາມີແຕ້ມຕາມຫຼັງ ລິເວີພູລ ອັນດັບ 1 ຢູ່ຫຼາຍເຖິງ 21 […]
ຊິແມ່ນ ແມນຢູ ຫຼື ບໍ່? ໂຢເຄເຣສ ຕອບຮັບຂໍ້ສະເໜີຍ້າຍທີມຮຽບຮ້ອຍແລ້ວ!

ວິກເຕີ ໂຢເຄເຣສ ດາວຍິງຟອມແຮງຂອງ ສະປອຕິ້ງ ລິສບອນ ຕອບຮັບຂໍ້ສະເໜີຍ້າຍທີມໃນຊ່ວງລະດູຮ້ອນນີ້ແລ້ວ, ຫຼັງຈາກໄດ້ຮັບຄວາມສົນໃຈຈາກທັງ ແມນເຊສເຕີ ຢູໄນເຕັດ ແລະ ອາຣ໌ເຊນອລ. ຫຼ້າສຸດ ສື່ໂປຕຸເກດເປີດເຜີຍວ່າ “ປືນໃຫຍ່” ເປັນຝ່າຍເອົາຊະນະ, ຄາດວ່າຄ່າຕົວຢູ່ທີ່ 50-60 ລ້ານປອນ, ຕໍ່າກວ່າຄ່າຍົກເລີກສັນຍາເຕັມຈໍານວນ. ໂຢເຄເຣສ ອະດີດກອງໜ້າທີມ ໂຄເວັນທີ ຕົກເປັນຂ່າວອາດຍ້າຍກັບມາຫຼິ້ນໃນລີກເມືອງຜູ້ດີລະດູໜ້າ ເນື່ອງຈາກເຊື່ອກັນວ່າລາວຕົກເປັນເປົ້າໝາຍຂອງ ແມນຯ ຢູໄນເຕັດ ທີ່ມີ ຣູເບນ ອາໂມຣິມ ເຈົ້ານາຍເກົ່າຍ້າຍມາຄຸມທີມ, ລວມທັງ ອາຣ໌ເຊນອລ ທີ່ຊອກຫາຫົວໜ້າມາເສີມປະສິດທິພາບໃນການລ່າຕາໜ່າງ. ຈາກສະຖານະການໃນໄລຍະຫຼັງ, ສື່ເປີດເຜີຍວ່າທີມ “ປືນໃຫຍ່” ມີໂອກາດສົມຫວັງຫຼາຍກວ່າ “ຜີແດງ” ຊຶ່ງມີຜົນງານທີ່ຕົກຕໍ່າຢ່າງໜັກໃນລະດູການນີ້, ເນື່ອງຈາກສະໂມສອນແຫ່ງກຸງລອນດອນຕັ້ງ ອັນເດຣຍ ແບຣຕ້າ ຜູ້ອໍານວຍການກິລາຄົນໃໝ່ໃຫ້ດໍາເນີນເລື່ອງການລ່າຕົວຫົວຫອກທີມຊາດ ສະວີເດັນ. ມາຮອດຫຼ້າສຸດເມື່ອວັນທີ 5 ເມສາ Correio da Manha ລາຍງານວ່າ ດາວເຕະວັຍ 26 ປີຕອບຕົກລົງທີ່ຈະຍ້າຍໄປຮ່ວມທີມ ອາຣ໌ເຊນອລ […]
ຕຳນານເຊື່ອປີໜ້າ ອາເຊນໍ ຈະຄວ້າແຊັມພຣີເມຍລີກ ເໜືອຄູ່ແຂ່ງ 10 ແຕ້ມ

ພອລ ເມີສັນ ອະດີດນັກເຕະລະດັບຕຳນານຂອງ ອາເຊນໍ ເຊື່ອວ່າທັບ ປືນໃຫຍ່ ສາມາດຈົບລະດູການໜ້າດ້ວຍອັນດັບເໜືອຄູ່ແຂ່ງ 10 ຄະແນນດ້ວຍການເຊັນສັນຍາກັບນັກເຕະໃໝ່ພຽງລາຍດຽວ ລິເວີພູລ ຜົງາດຄວ້າແຊັມ ພຣີເມຍລີກ ລະດູການ 2024-25 ຫຼັງເປີດບ້ານເອົາຊະນະ ສະເປີສ ໄປດ້ວຍຜົນບອນສົດ 5-1 ເກັບເພີ່ມເປັນ 82 ແຕ້ມ ຂະນະທີ່ເຫຼືອການແຂ່ງຂັນອີກ 4 ນັດ ໂດຍແຕ້ມຂາດຈາກ ອາເຊນໍ ໄປແລ້ວຈຶ່ງໄດ້ເຖິງແຊັມລີກສູງສຸດຂອງອັງກິດສະໄໝທີ່ 20 ໄປຄອງຢ່າງຍິ່ງໃຫຍ່ ທາງຝັ່ງ ອາເຊນໍ ຕ້ອງອົກຫັກເປັນແຄ່ພະລອງເປັນລະດູການທີ່ 3 ຕິດຕໍ່ກັນ ຊຶ່ງ ພອລ ເມີສັນ ຄິດວ່າຫາກລະດູການໜ້າ ປືນໃຫຍ່ ຄວ້າຕົວ ອະເລັກຊານເດີ ອິຊັກ ຍອດດາວຍິງຂອງ ນິວຄາເຊິ່ນ ມາຮ່ວມທັບໄດ້ກໍຈະສາມາດໄປເຖິງຕຳແໜ່ງແຊັມປໄດ້ຢ່າງແນ່ນອນ “ອະເລັກຊານເດີ ອິຊັກ ນ່າຈະໄດ້ຮັບຄວາມສົນໃຈຈາກຫຼາຍສະໂມສອນໃນຊ່ວງຊຳເມີນີ້” “ນິວຄາເຊິ່ນ ອາດໄດ້ຫຼິ້ນ ຢູຟ່າ ແຊັມປຽນສ໌ ລີກ ໃນລະດູການໜ້າ ແລະ […]