Microsoft 365 ທຽບກັບ Google Workspace: ເລືອກໃຊ້ແນວໃດໃຫ້ເໝາະກັບທຸລະກິດ?

ໃນປັດຈຸບັນການເຮັດວຽກຂອງທຸລະກິດເກືອບທຸກປະເພດລ້ວນຢູ່ເທິງໂລກອອນລາຍ. ການເລືອກເຄື່ອງມືທີ່ຊ່ວຍເພີ່ມປະສິດທິພາບໃນການເຮັດວຽກຮ່ວມກັນ ແລະ ການຈັດການເອກະສານຈຶ່ງກາຍເປັນສິ່ງສຳຄັນ. Microsoft 365 ແລະ Google Workspace ຄືສອງແພລດຟອມຍອດນິຍົມທີ່ຕອບໂຈດຄວາມຕ້ອງການນີ້ຢ່າງດີ, ຊ່ວຍໃຫ້ທີມງານສາມາດເຮັດວຽກຮ່ວມກັນໄດ້ຢ່າງລາບລື່ນ ແລະ ມີປະສິດທິພາບຫຼາຍຍິ່ງຂຶ້ນ. Microsoft 365 ຈຸດເດັ່ນຂອງ Microsoft 365 ການໃຊ້ງານທັງອອນລາຍ ແລະ ອອຟລາຍ, ສາມາດຕິດຕັ້ງແອັບພລິເຄຊັນລົງໃນຄອມພິວເຕີ ແລະ ເຮັດວຽກໄດ້ແມ່ນກະທັ້ງບໍ່ມີອິນເຕີເນັດ ມີຟີເຈີທີ່ຄົບຖ້ວນໃນໂປຣແກຣມເອກະສານ Word, Excel ແລະ PowerPoint, ມີຟັງຊັນຄົບຖ້ວນສຳລັບການເຮັດວຽກລະດັບມືອາຊີບ, ຮອງຮັບການຈັດການໄຟລ໌ຂະໜາດໃຫຍ່ ມີຄວາມປອດໄພສູງ, ມີການເຂົ້າລະຫັດຂໍ້ມູນ, ຄວບຄຸມສິດການເຂົ້າເຖິງໄຟລ໌ ແລະ ຟີເຈີຄວາມປອດໄພລະດັບອົງກອນ ເໝາະກັບທຸລະກິດທີ່ໃຊ້ Windows ເປັນຫຼັກ ເພາະເຮັດວຽກໄດ້ດີເທິງລະບົບປະຕິບັດການ Windows ແລະ ຮອງຮັບການເຮັດວຽກຮ່ວມກັບຊອຟແວອື່ນຂອງ Microsoft ຂໍ້ຈຳກັດຂອງ Microsoft 365 ມີຄ່າໃຊ້ຈ່າຍທີ່ສູງກວ່າຫາກຕ້ອງການຟີເຈີທີ່ຄົບຖ້ວນ ການໃຊ້ງານອາດມີຄວາມຊັບຊ້ອນສຳລັບຄົນທີ່ບໍ່ຄຸ້ນເຄີຍກັບ Microsoft Office Google Workspace Google Workspace […]

ຈໍສີຟ້າເກີດຈາກຫຍັງ? ຈະແກ້ໄຂໄດ້ແນວໃດ?

ຈໍສີຟ້າເກີດຈາກຫຍັງ? ຈະແກ້ໄຂໄດ້ແນວໃດ? ຈໍສີຟ້າ (Blue Screen) ຖືເປັນຝັນຮ້າຍຂອງຄົນທີ່ຕ້ອງໃຊ້ຄອມພິວເຕີເຮັດວຽກທຸກມື້ ເພາະເມື່ອມັນເກີດຂຶ້ນ ມັກຈະມາແບບບໍ່ທັນຕັ້ງຕົວ ບໍ່ເລືອກສະຖານທີ່ຫຼືເວລາ ແຖມຍັງເຮັດໃຫ້ເຮົາຕ້ອງເສຍເວລາແກ້ໄຂບັນຫາ ຫຼືໃນບາງຄັ້ງອາດຮອດຂັ້ນຕ້ອງເອີ້ນຊ່າງມາສ້ອມແປງເລີຍ. ມື້ນີ້ພວກເຮົາຈະພາໄປເບິ່ງວ່າສາເຫດຂອງຈໍສີຟ້າມີຫຍັງແດ່ ແລະ ມີວິທີໃດທີ່ຊ່ວຍແກ້ໄຂຫຼືປ້ອງກັນໄດ້. ຈໍສີຟ້າເກີດຈາກຫຍັງ? 1. ບັນຫາດ້ານຮາດແວ (Hardware) ແຣມ (RAM) ເສຍຫຼືມີຄວາມຜິດພາດ ຖ້າແຣມມີບັນຫາ, ຂໍ້ມູນທີ່ປະມວນຜົນຈະຜິດ ເຮັດໃຫ້ລະບົບລົ້ມແລະເກີດຈໍສີຟ້າໄດ້ທັນທີ ຮາດດິສຫຼື SSD ມີບັນຫາ ເຊັ່ນ ບລັອກເສຍ (bad sector) ຫຼືໄດຣຟ໌ເລີ່ມເສື່ອມ ເຮັດໃຫ້ຂໍ້ມູນສຳຄັນອ່ານບໍ່ໄດ້ ອຸປະກອນໃໝ່ເຂົ້າກັນບໍ່ໄດ້ ເຊັ່ນ ເພີ່ມການ໌ດຈໍໃໝ່ ເມນບອດບໍ່ຮອງຮັບເຕັມທີ່ ກໍເຮັດໃຫ້ເກີດຈໍສີຟ້າໄດ້ ຄວາມຮ້ອນສູງເກີນໄປ (Overheating) ຊີພີຢູ (CPU) ການ໌ດຈໍ (GPU) ຫຼືແມ່ນແຕ່ຊິບເຊັດເທິງເມນບອດຮ້ອນເກີນໄປ ຈະເຮັດໃຫ້ລະບົບດັບຕົວເອງເພື່ອປ້ອງກັນຄວາມເສຍຫາຍ 2. ໄດຣເວີ (Driver) ຜິດພາດ ຕິດຕັ້ງໄດຣເວີຜິດລຸ້ນ ຫຼືບໍ່ເຂົ້າກັບ Windows ໄດຣເວີເປັນຕົວກາງລະຫວ່າງ Windows […]

ເນວິລ ນັກເຕະຂອງ “ແມນຢູໄນເຕັດ” ພຽງຄົນດຽວທີ່ມີຄຸນະພາບພຽງພໍທີ່ຈະຫຼິ້ນໃຫ້ “ສະເປີສ” ແລະ ການທຳນາຍແຊມ “ຢູໂຣປາລີກ”

ການຄາດການຂອງ “ເນວິລ”: ນັກເຕະຂອງ “ແມນຢູໄນເຕັດ” ພຽງຄົນດຽວທີ່ມີຄຸນະພາບພຽງພໍທີ່ຈະຫຼິ້ນໃຫ້ “ສະເປີສ” ແລະ ການທຳນາຍແຊມ “ຢູໂຣປາລີກ” “ແກຣີ ເນວິລ”, ຜູ້ຊ່ຽວຊານບອນທີ່ມີຊື່ສຽງ, ໄດ້ລະບຸຢ່າງຊັດເຈນວ່າມີນັກເຕະຂອງ “ແມນເຊສເຕີ ຢູໄນເຕັດ” ພຽງຄົນດຽວທີ່ມີຄຸນະພາບພຽງພໍທີ່ຈະຫຼິ້ນໃຫ້ “ທອດແນມ ຮອດສະເປີສ” ພ້ອມທັງທຳນາຍທີມແຊມ “ຢູໂຣປາລີກ” ໃນປີນີ້. ວັນທີ 16 ພຶດສະພາ 2025, ແກຣີ ເນວິລ, ຜູ້ຊ່ຽວຊານບອນທີ່ມີຊື່ສຽງ, ໄດ້ລະບຸຢ່າງຊັດເຈນວ່າ ບຣູໂນ ເຟີນານເດສ, ກອງກາງຊາວໂປຕຸເກດ, ແມ່ນນັກເຕະຄົນດຽວຂອງ “ຜີແດງ” ແມນເຊສເຕີ ຢູໄນເຕັດ ທີ່ມີຄຸນະພາບພຽງພໍທີ່ຈະຫຼິ້ນໃຫ້ “ໄກ່ດຸ” ທອດແນມ ຮອດສະເປີສ ພ້ອມທັງທຳນາຍທີມແຊມ UEFA ຢູໂຣປາລີກ 2024-25. ໃນກໍລະນີນີ້, ແກຣີ ເນວິລ ໄດ້ຕອບຫຼັງຈາກຖືກຖາມໃຫ້ຈັດ 11 ນັກເຕະໂດຍລວມຂອງທັງ ແມນຢູ ແລະ ສະເປີສ ວ່າ: “ຖ້າໃຫ້ຂ້ອຍປຽບທຽບນັກເຕະຂອງ […]

“ຫຸ່ນຍົນມະນຸດ” Atlas ກຽມບຸກໂຮງງານ “Hyundai” ເຮັດວຽກໜັກແທນມະນຸດ

ບອສຕັນໄດນາມິກສ໌ (Boston Dynamics) ບໍລິສັດຜູ້ນຳດ້ານເຕັກໂນໂລຢີຫຸ່ນຍົນຮິວແມນນອຍດ໌ ຫຼື ຫຸ່ນຍົນຄ້າຍຄືມະນຸດ ປະກາດກຽມສົ່ງຫຸ່ນຍົນມະນຸດລຸ້ນຫຼ້າສຸດຢ່າງ ແອັດລາສ (Atlas) ເຂົ້າທົດລອງເຮັດວຽກໃນໂຮງງານຜະລິດຂອງຮຸນໄດ ມໍເຕີ ກຣຸບ (Hyundai Motor Group) ໃນສະຫະລັດອາເມລິກາພາຍໃນປີນີ້ ເພື່ອເປັນການບູລະນາການເຕັກໂນໂລຢີຫຸ່ນຍົນລ້ຳສະໄໝເຂົ້າສູ່ຂະບວນການຜະລິດຍານຍົນ     ສຳລັບຫຸ່ນຍົນ ແອັດລາສ (Atlas) ເປັນຫຸ່ນຍົນທີ່ມີຈຸດເດັ່ນຄືການໃຊ້ລະບົບມໍເຕີໄຟຟ້າທີ່ມີນ້ຳໜັກເບົາແຕ່ແຂງແຮງ ຊ່ວຍໃຫ້ຫຸ່ນຍົນເຄື່ອນໄຫວຂໍ້ຕໍ່ໄດ້ດີ ສາມາດສະແດງທ່າທາງ ທຳລາຍຂີດຈຳກັດການເຄື່ອນໄຫວຕາມທຳມະຊາດຂອງມະນຸດ ເຊັ່ນ: ການໝຸນກັບດ້ານຂອງແຂນ ຂາ ແລະລຳຕົວໃນລັກສະນະ 180 ອົງສາ ເຮັດໃຫ້ມັນສາມາດຮອງຮັບການເຄື່ອນໄຫວ ແລະການໃຊ້ງານໄດ້ຫຼາກຫຼາຍ   ການນຳໄປໃຊ້ໃນໂຮງງານຜະລິດຍານຍົນຂອງຮຸນໄດ ຈະເປັນສ່ວນງານຜະລິດທີ່ເນັ້ນການປະຕິບັດງານທີ່ຊັບຊ້ອນ ເຊັ່ນ: ການຄັດແຍກຊິ້ນສ່ວນລົດຍົນ ແລະ ການເຄື່ອນຍ້າຍຂອງໜັກແທນມະນຸດ ເພື່ອຫຼຸດຄວາມສ່ຽງຕໍ່ຜົນກະທົບດ້ານສຸຂະພາບຂອງແຮງງານ ແລະ ຍັງເປັນການຊ່ວຍຫຼຸດຄວາມສ່ຽງຕ່າງໆ ທີ່ຈະເກີດຂຶ້ນກັບແຮງງານມະນຸດອີກດ້ວຍ   ທາງດ້ານຂອງບໍລິສັດຜູ້ຜະລິດຫຸ່ນຍົນເປີດເຜີຍວ່າ ເປົ້າໝາຍຫຼັກຂອງໂຄງການນີ້ ຄືເພື່ອທົດສອບການໃຊ້ງານຫຸ່ນຍົນໃນພາກການຜະລິດ ແລະ ເພື່ອທົດສອບວ່າຫຸ່ນຍົນແອັດລາສ ສາມາດເຮັດວຽກທີ່ຕ້ອງໃຊ້ແຮງ ແລະ ເຮັດໜ້າທີ່ແທນມະນຸດໄດ້ແບບໃດແດ່ ເພື່ອພັດທະນາໃຫ້ມັນສາມາດຕອບໂຈດການໃຊ້ໃນໂຮງງານຫຼາຍຍິ່ງຂຶ້ນ […]

ມັລແວຣ໌ Remcos RAT: ມັລແວຣ໌ທີ່ໂຈມຕີຜ່ານ Excel!

ມັລແວຣ໌ Remcos RAT: ມັລແວຣ໌ທີ່ໂຈມຕີຜ່ານ Excel! ໃນໂລກທີ່ການເຊື່ອມຕໍ່ອອນລາຍເປັນສິ່ງສຳຄັນຕໍ່ການເຮັດວຽກແລະການດຳເນີນຊີວິດປະຈຳວັນ, ຄວາມສ່ຽງຈາກໄພຂົ່ມຂູ່ທາງໄຊເບີກໍ່ເພີ່ມສູງຂຶ້ນຕາມໄປດ້ວຍ. ໜຶ່ງໃນມັລແວຣ໌ທີ່ກຳລັງໄດ້ຮັບຄວາມນິຍົມຈາກແຮັກເກີຄື Remcos RAT (Remote Access Trojan) ຊຶ່ງແອບຊ່ອນຕົວຢູ່ໃນໄຟລ໌ທີ່ເບິ່ງຄືວ່າຈະປອດໄພ ເຊັ່ນ ໄຟລ໌ Excel ເພື່ອຂະໂມຍຂໍ້ມູນຈາກເຄື່ອງຄອມພິວເຕີຂອງເຫຍື່ອໂດຍທີ່ພວກເຂົາບໍ່ຮູ້ຕົວ. Remcos RAT ແມ່ນຫຍັງ? Remcos RAT ເປັນມັລແວຣ໌ປະເພດ Remote Access Trojan ທີ່ຖືກອອກແບບມາເພື່ອໃຫ້ແຮັກເກີສາມາດຄວບຄຸມເຄື່ອງຄອມພິວເຕີທີ່ຕິດເຊື້ອໄດ້ຈາກໄລຍະໄກ. ຊຶ່ງໝາຍຄວາມວ່າແຮັກເກີສາມາດເຂົ້າເຖິງຂໍ້ມູນທີ່ສຳຄັນ ເຊັ່ນ ຂໍ້ມູນສ່ວນຕົວ, ຂໍ້ມູນການເງິນ, ຫຼື ໄຟລ໌ທີ່ສຳຄັນຂອງເຫຍື່ອໄດ້. ມັລແວຣ໌ຊະນິດນີ້ສາມາດເຮັດວຽກໄດ້ຫຼາຍຢ່າງ ເຊັ່ນ ການບັນທຶກແປ້ນພິມ, ການຈັບພາບໜ້າຈໍ, ການເປີດກ້ອງແລະໄມໂຄຣໂຟນ, ລວມເຖິງການຄວບຄຸມເຄື່ອງໂດຍກົງ, ເຮັດໃຫ້ມັນເປັນເຄື່ອງມືທີ່ອັນຕະລາຍໃນການຂະໂມຍຂໍ້ມູນ. ວິທີການກະຈາຍຕົວຂອງມັລແວຣ໌ Remcos RAT Remcos ມັກຖືກແຜ່ກະຈາຍຜ່ານແຄມເປນອີເມລສະແປມ. ໂດຍຜູ້ໃຊ້ອາດໄດ້ຮັບອີເມລທີ່ຫຼອກລວງ ເຊັ່ນ ອ້າງວ່າມີພັດສະດຸສົ່ງເຖິງທ່ານ ຫຼື ມີໃບແຈ້ງໜີ້ທີ່ຕ້ອງຊຳລະ. ອີເມລເຫຼົ່ານີ້ມັກພະຍາຍາມໂນ້ມນ້າວໃຫ້ຜູ້ໃຊ້ເປີດໄຟລ໌ແນບທັນທີ. ເມື່ອເປີດໄຟລ໌ແນບ, ໄຟລ໌ຈະກະຕຸ້ນໃຫ້ທ່ານເປີດໃຊ້ງານຄຳສັ່ງມາໂຄຣ (Macro) […]

Microsoft ໄລ່ພະນັກງານອອກ 6,000 ຄົນທົ່ວໂລກເຖິງວ່າຈະມີກຳໄລດີ ເນັ້ນຫຼຸດຄົນໄປລົງ AI

ໄມໂຄຣຊອຟທ໌ (Microsoft) ປະກາດປົດພະນັກງານຮອບໃໝ່ໃນປີ 2025 ໂດຍຈະຫຼຸດຈຳນວນພະນັກງານທົ່ວໂລກປະມານ 6,000 ຄົນ ຫຼື ຄິດເປັນ 3% ຂອງຈຳນວນພະນັກງານທັງໝົດ   ແມ່ນວ່າບໍລິສັດຈະຫາກໍລາຍງານຜົນປະກອບການໄຕມາດຫຼ້າສຸດ (ສິ້ນສຸດເດືອນມີນາ) ວ່າມີຍອດຂາຍແລະກຳໄລທີ່ແຂງແຮງເກີນຄາດ ໂດຍມີກຳໄລສຸດທິ 2.58 ໝື່ນລ້ານໂດລາ ແລະ ໄດ້ໃຫ້ແນວໂນ້ມຜົນປະກອບການໃນເຊີງບວກເມື່ອຊ່ວງທ້າຍເດືອນເມສາທີ່ຜ່ານມາເຖິງ ທົ່ວໄປຈະເຊື່ອກັນວ່າການປົດພະນັກງານເປັນສັນຍານຂອງບັນຫາທາງທຸລະກິດ ແຕ່ໃນຄວາມເປັນຈິງ ການຫຼຸດຈຳນວນພະນັກງານສາມາດເກີດຂຶ້ນໄດ້ ໃນຊ່ວງທີ່ບໍລິສັດມີຜົນປະກອບການແຂງແຮງ. ກໍລະນີຂອງໄມໂຄຣຊອຟທ໌ໃນຄັ້ງນີ້ສະທ້ອນຊັດວ່າ “ຄວາມສຳເລັດ” ຂອງອົງກອນບໍ່ໄດ້ຮັບປະກັນ “ຄວາມໝັ້ນຄົງ” ຂອງບຸກຄະລາກອນ. ການເລີກຈ້າງສາມາດເກີດຂຶ້ນໄດ້ທັງຫຼັງການຄວບລວມກິດຈະການ ຫຼື ແມ້ໃນປີທີ່ບໍລິສັດເຮັດກຳໄລສູງສຸດ ແລະ ແມ້ແຕ່ຜົນງານສ່ວນບຸກຄົນທີ່ໂດດເດັ່ນ ກໍບໍ່ອາດປົກປ້ອງພະນັກງານຈາກຄວາມສ່ຽງນີ້ໄດ້ຢ່າງແທ້ຈິງ. ສຳລັບການປົດພະນັກງານຄັ້ງຫຼ້າສຸດ, ໄມໂຄຣຊອຟທ໌ບໍ່ໄດ້ຊີ້ແຈງເຫດຜົນຢ່າງເປັນທາງການ.   ແຕ່ວ່າການລົງທຶນຢ່າງເລັ່ງລັດໃນເຕັກໂນໂລຊີປັນຍາປະດິດ (AI) ຖືກມອງວ່າເປັນປັດໄຈສຳຄັນທີ່ຜັກດັນໃຫ້ເກີດການປັບໂຄງສ້າງພາຍໃນຄັ້ງນີ້.   ໄມໂຄຣຊອຟທ໌ປົດພະນັກງານ 6,000 ຄົນ ເພື່ອ ‘ປັບໂຄງສ້າງ’   ເດືອນມິຖຸນາປີ 2024 ໄມໂຄຣຊອຟທ໌ມີພະນັກງານທົ່ວໂລກຢູ່ປະມານ 228,000 ຄົນ ໂດຍກວ່າ 55% […]

ຄຸນສົມບັດໃໝ່ຂອງ Google ເປີດໃຊ້ໂໝດ AI ຊ່ວຍຄົ້ນຫາຄຳຕອບໄດ້ໄວຂຶ້ນ

Google ກຳລັງອັບເດດຄຸນສົມບັດໃໝ່ໃຫ້ “AI Mode” ໃນ Google Search ໂດຍເພີ່ມຄວາມສາມາດແບບຫຼາຍໂໝດ ທີ່ຊ່ວຍໃຫ້ລະບົບສາມາດ “ເຫັນ” ຮູບພາບທີ່ຜູ້ໃຊ້ອັບໂຫຼດເຂົ້າມາ ເພື່ອໃຫ້ຕອບຄຳຖາມໄດ້ຢ່າງມີປະສິດທິພາບຫຼາຍຂຶ້ນ. AI Mode ເປີດຕົວແບບພຣີວິວໃນວົງຈຳກັດເມື່ອເດືອນທີ່ຜ່ານມາ ສຳລັບຜູ້ສະໝັກສະມາຊິກ Google One AI Premium ໂດຍເປັນຄຸນສົມບັດທົດລອງໃນ Google Search ທີ່ໃຊ້ປັນຍາປະດິດເຊີງສ້າງສັນ (Generative AI) ຊ່ວຍໃຫ້ຜູ້ໃຊ້ສາມາດຕັ້ງຄຳຖາມຫຼາຍສ່ວນທີ່ຊັບຊ້ອນ ແລະ ຕິດຕາມຄຳຖາມຕໍ່ເນື່ອງເພື່ອເຈາະເລິກໃນຫົວຂໍ້ສະເພາະໄດ້. ຈາກການອັບເດດໃນມື້ນີ້, ຜູ້ໃຊ້ທີ່ສາມາດເຂົ້າເຖິງ AI Mode ຈະສາມາດອັບໂຫຼດຮູບພາບ ແລະ ຕັ້ງຄຳຖາມກ່ຽວກັບສິ່ງທີ່ລະບົບເຫັນໄດ້. ໂດຍ Google ເປີດເຜີຍໃນບລັອກໂພສຕ໌ວ່າ ຄຸນສົມບັດນີ້ຍັງເລີ່ມທະຍອຍເປີດໃຫ້ໃຊ້ງານກັບຜູ້ໃຊ້ນັບລ້ານຄົນທີ່ລົງທະບຽນໃນໂປຣແກຣມ Labs ເພື່ອທົດລອງໃຊ້ແອັບພລິເຄຊັນໃໝ່ກ່ອນໃຜ. Google ລະບຸວ່າ ຄວາມສາມາດໃນການວິເຄາະຮູບພາບຂອງ AI Mode ຂັບເຄື່ອນດ້ວຍເຕັກໂນໂລຢີການຄົ້ນຫາແບບຫຼາຍໂໝດຈາກ Google Lens ຊຶ່ງເປັນແອັບໃນສະມາດໂຟນທີ່ໃຫ້ຜູ້ໃຊ້ສາມາດຖ່າຍຮູບແລ້ວຄົ້ນຫາພາຍໃນ Google Search ໄດ້. ຂໍ້ມູນຈາກ […]

ຂໍ້ແຕກຕ່າງລະຫວ່າງ Windows ຂອງແທ້ ແລະ Windows ຂອງປອມ

ການເລືອກໃຊ້ Windows ຂອງແທ້ ຫຼື Windows ຂອງປອມ ບໍ່ພຽງແຕ່ເປັນເລື່ອງຂອງລາຄາ ແລະ ການລະເມີດລິຂະສິດເທົ່ານັ້ນ ແຕ່ຍັງສົ່ງຜົນກະທົບໂດຍກົງຕໍ່ຄວາມປອດໄພ, ຄວາມໜ້າເຊື່ອຖື, ແລະ ປະສິດທິພາບໃນການໃຊ້ງານຄອມພິວເຕີຂອງທ່ານ. ຄວາມປອດໄພ ແລະ ການອັບເດດ Windows ຂອງແທ້ ໄດ້ຮັບການອັບເດດຢ່າງສະໝໍ່າສະເໝີຈາກ Microsoft ທັງໃນເລື່ອງຂອງການປັບປຸງລະບົບປະຕິບັດການ (Feature Update) ແລະ ການແກ້ໄຂບັນຫາຊ່ອງໂຫວ່ດ້ານຄວາມປອດໄພ (Security Patch) ຫຼຸດຄວາມສ່ຽງຈາກໄວຣັສ, ມັລແວຣ໌, ແລະ ການໂຈມຕີທາງໄຊເບີ ເພາະການອັບເດດຊ່ວຍປິດຊ່ອງໂຫວ່ທີ່ອາດຖືກແຮັກເກີໃຊ້ໃນການໂຈມຕີ ມີການປ້ອງກັນໃນຕົວ ເຊັ່ນ Windows Defender ເຊິ່ງໄດ້ຮັບການພັດທະນາໃຫ້ສາມາດກວດຈັບໄພຄຸກຄາມໄດ້ຢ່າງມີປະສິດທິພາບ Windows ຂອງປອມ ບໍ່ຮອງຮັບການອັບເດດຈາກ Microsoft ໄດ້ ເຮັດໃຫ້ລະບົບຂາດການປ້ອງກັນຊ່ອງໂຫວ່ທີ່ເກີດຂຶ້ນ ສ່ຽງຕໍ່ການໂຈມຕີຈາກມັລແວຣ໌, ໄວຣັສ, ຫຼື ແຣນຊັມແວຣ໌ ເຊິ່ງອາດນໍາໄປສູ່ການສູນເສຍຂໍ້ມູນສໍາຄັນ ມັກມາພ້ອມກັບຊອຟແວຣ໌ແປກປອມທີ່ອາດເປັນໄພຕໍ່ລະບົບ ເຊັ່ນ Keylogger ຫຼື ໂປຣແກຣມດັກຂໍ້ມູນ ຕົວຢ່າງການສະໜັບສະໜູນຈາກ Microsoft […]

ສະກີໄຟຟ້າ ໃຊ້ແທນການຍ່າງໄດ້ຈາກຝຣັ່ງເສດ ຊາກ 1 ຄັ້ງ ແລ່ນໄກ 50 ກມ. ໄວສຸດ 80 ກມ./ຊມ.

ສະກາຍວີລ (Skwheel) ສະຕາດອັບຈາກຝຣັ່ງເສດ ເປີດຈຳໜ່າຍ ສະກາຍວີລ ວັນ (Skwheel One) ສະກີພະລັງງານໄຟຟ້າຊຶ່ງເຄລມວ່າສາມາດໃຊ້ເຄື່ອນຕົວຜ່ານທຸກພື້ນຜິວເທິງບົກ ເຊັ່ນ: ຄອນກຣີດ, ຢາງມະຕອຍ, ດິນຂະຫຍຸກຂະ ເຮັດຄວາມໄວສູງສຸດ 80 ກິໂລແມັດຕໍ່ຊົ່ວໂມງ ໄລຍະໄກສຸດ 50 ກິໂລແມັດ ໃນລາຄາ 94,600 ບາດ   ຂໍ້ມູນສະກີພະລັງງານໄຟຟ້າໃຊ້ແທນການຍ່າງ   ສະກາຍວີລ ວັນ (Skwheel One) ເປັນຊຸດສະກີໄຟຟ້າທີ່ປະກອບໄປດ້ວຍສ່ວນລໍ້ສະກີທີ່ແຜ່ນວາງຕີນຈຳນວນ 2 ຂ້າງ ແຕ່ລະຂ້າງຂັບເຄື່ອນດ້ວຍ 2 ລໍ້ ສ່ວນໜ້າຂອງສະກີໄຟຟ້າຈະມີໄຟໜ້າແບບແອລອີດີ (LED) ສ່ວນຫຼັງຂອງສະກີໄຟຟ້າມີໂຄງສ້າງຫຸ້ມດ້ານຫຼັງຂໍ້ຕີນ ແລະ ເປັນທີ່ຢູ່ຂອງໄຟສັນຍານເບຣກແບບ LED ເຊັ່ນກັນ ໂດຍແຜ່ນວາງຕີນຮອງຮັບຕີນຂະໜາດເບີ 38 – 50 ຕາມມາດຕະຖານຢູໂຣບ (EU Size) ແລະ ຍຶດກັບຕີນດ້ວຍສາຍຮັດ     ອີກສ່ວນເປັນຣີໂມດສຳລັບຄວບຄຸມການເຮັດວຽກແບບໄຮ້ສາຍໃນລັກສະນະເປັນທີ່ຈັບແບບສອດມືເພື່ອກຳໄວ້ລະຫວ່າງການເດີນທາງດ້ວຍ Skwheel […]

ການໂຈມຕີແບບ DDoS ແມ່ນຫຍັງ? ແລະ ເປັນຫຍັງ SMEs ຕ້ອງລະວັງ

ໃນໂລກທຸລະກິດຍຸກດິຈິຕອນທີ່ທຸກລະບົບຕ່າງເຊື່ອມໂຍງກັນຜ່ານອິນເຕີເນັດ, ຄວາມຕໍ່ເນື່ອງໃນການໃຫ້ບໍລິການທາງອອນລາຍຖືເປັນເລື່ອງທີ່ມີຄວາມສຳຄັນຫຼາຍ. ການຢຸດຊະງັກຂອງລະບົບພຽງແຕ່ຊົ່ວຄູ່, ອາດໝາຍເຖິງໂອກາດທີ່ສູນເສຍໄປທັງດ້ານລາຍໄດ້, ຄວາມໜ້າເຊື່ອຖື, ແລະ ຄວາມພໍໃຈຂອງລູກຄ້າ. ໜຶ່ງໃນໄພງຽບທີ່ສາມາດເຮັດໃຫ້ລະບົບລົ່ມໂດຍບໍ່ຕ້ອງມີການແຮັກຂໍ້ມູນຫຼືເຈາະລະບົບໃດໆ ຄືການໂຈມຕີແບບ DDoS (Distributed Denial of Service). DDoS ຫຼື Distributed Denial of Service ແມ່ນຫຍັງ? DDoS ເປັນການໂຈມຕີທີ່ອາໄສການສົ່ງຄຳຂໍເຂົ້າໄປຍັງເວັບໄຊຫຼືເຊີເວີຈຳນວນຫຼາຍໃນເວລາດຽວກັນ, ໂດຍໃຊ້ເຄື່ອງຄອມພິວເຕີຈຳນວນຫຼາຍທີ່ຖືກຄວບຄຸມຈາກລະຍະໄກ, ຫຼື ທີ່ເອີ້ນວ່າ “Botnet”. ຈຸດມຸ່ງໝາຍຂອງການໂຈມຕີນີ້ບໍ່ແມ່ນເພື່ອການຂະໂມຍຂໍ້ມູນ, ແຕ່ເພື່ອເຮັດໃຫ້ລະບົບບໍ່ສາມາດໃຫ້ບໍລິການໄດ້ຕາມປົກກະຕິ, ໂດຍທີ່ຜູ້ໃຊ້ງານຈິງຈະບໍ່ສາມາດເຂົ້າເຖິງເວັບໄຊຫຼືແອັບພລິເຄຊັນໄດ້, ເນື່ອງຈາກລະບົບຕ້ອງຮັບພາລະໜັກເກີນກວ່າທີ່ຈະຮອງຮັບໄດ້. “Botnet” (ມາຈາກຄຳວ່າ robot + network) ໝາຍເຖິງກຸ່ມອຸປະກອນທີ່ຖືກຄວບຄຸມຈາກລະຍະໄກແລະເຮັດໃຫ້ຕິດມັນແວ, ເຊິ່ງອຸປະກອນສາມາດເປັນຫຍັງກໍໄດ້ທີ່ເຊື່ອມຕໍ່ກັບອິນເຕີເນັດໄດ້, ເຊັ່ນ: ຄອມພິວເຕີ, ເວັບແຄມ, ເຣົາເຕີ, ຫຼື ອຸປະກອນ IoT ອື່ນໆ. **Zombies ຄື Botnet ຫຼື ກຸ່ມອຸປະກອນທີ່ຖືກຄວບຄຸມຈາກລະຍະໄກແລະຖືກເຮັດໃຫ້ຕິດມັນແວ. ຈຸດປະສົງຂອງການໂຈມຕີດ້ວຍ DDoS ຜູ້ບໍ່ຫວັງດີເລືອກໃຊ້ການໂຈມຕີແບບ DDoS […]