ດວງ-Tou-Vientianepost (6)
ລາວ ຕ້ອງປັບຂຶ້ນອາກອນຢາສູບໃຫ້ແພງຂຶ້ນ ເພື່ອຫລຸດປະລິມານການເລີ່ມສູບຢາໃໝ່ ແລະ ຜູ້ສູບທີ່ມີລາຍຮັບຕໍ່າ
ຮຽບຮຽງໂດຍ:Staff
ເຜີຍແຜ່: 21 May, 2023

ທ່ານ ດຣ. ສະໜອງ ທອງຊະນະ ກ່າວໃນກອງປະຊຸມສໍາມະນາກ່ຽວກັບຜົນຮ້າຍຂອງຢາສູບໄຟຟ້າ ແລະ ວັນງົດຢາສູບໂລກ ໃນວັນທີ 19 ພຶດສະພາ 2023 ຜ່ານມານີ້ວ່າ: ຢາສູບແມ່ນຜະລິດຕະພັນພິເສດ ເປັນສິນຄ້າເສບຕິດຊະນິດດຽວທີ່ຍັງຖືກກົດໝາຍ ແຕ່ເຮັດໃຫ້ຜູ້ບໍລິໂພກເປັນພະຍາດຮ້າຍແຮງ, ພິການ ແລະ ເສຍຊີວິດກ່ອນໄວອັນຄວນ ວຽກງານຄວບຄຸມຢາສູບ ແມ່ນວຽກງານໜຶ່ງທີ່ມີຄວາມທ້າທາຍສົມຄວນ ແລະ ເປັນວຽກທີ່ຫຼາຍຂະແໜງການຕ້ອງໄດ້ຈັດຕັ້ງປະຕິບັດ ແລະ ຮັບຜິດຊອບຮ່ວມກັນ.

ເຖິງຢ່າງໃດກໍຕາມ ບໍລິສັດຢາສູບຍັງໄດ້ນຳໃຊ້ກົນອຸບາຍຕ່າງໆ ເພື່ອເບື່ອເມົາເຍົາວະຊົນ-ຊາວໜຸ່ມ ໂດຍການຫັນເອົາເທັກໂນໂລຊີທີ່ທັນສະໄໝ ມາຕິດພັນກັບຜະລິດຕະພັນຢາສູບຮູບແບບໃໝ່ ຢາສູບໄຟຟ້າ ໄດ້ກາຍເປັນທີ່ນິຍົມຂອງເຍົາວະຊົນ-ຊາວໜຸ່ມໃນປັດຈຸບັນ.

ລາຄາຢາສູບໃນ ສປປ ລາວ ກໍຄືອາກອນຢາສູບຍັງຕໍ່າຫຼາຍ ເມື່ອທຽບໃສ່ບັນດາປະເທດອາຊຽນ ສົນທິສັນຍາສາກົນວ່າດ້ວຍ ການຄວບຄຸມຢາສູບໄດ້ແນະນຳໄວ້ວ່າ ຕ້ອງເຮັດໃຫ້ລາຄາຢາສູບແພງຂຶ້ນ ເພື່ອປົກປ້ອງຜູ້ລິເລີ່ມສູບຢາໃໝ່ ແລະ ຜູ້ສູບຢາທີ່ມີລາຍຮັບຕໍ່າ ໂດຍເພີ່ມອາກອນຢາສູບໃຫ້ສູງເທົ່າທີ່ຄວນ ຈຶ່ງຈະສາມາດຫຼຸດຜ່ອນການບໍລິໂພກຢາສູບ ລວມທັງປົກປ້ອງຜູ້ສູບຢາໜ້າໃໝ່ ແຕ່ເນື່ອງ

ຈາກສັນຍາການລົງທຶນໃນກິດຈະການຢາສູບ (ILA) ເປັນເວລາ 25 ປີ ເຮັດໃຫ້ບໍ່ສາມາດຈັດເກັບອາກອນຕາມທີ່ກົດໝາຍກຳນົດ ເຊິ່ງເປັນສິ່ງທ້າທາຍສຳລັບລັດຖະບານເຮົາ ເພາະສັນຍາສະບັບດັ່ງກ່າວ ຈະສິ້ນສຸດລົງໃນປີ 2026 ແລະ ອີກ 24 ເດືອນກ່ອນທີ່ສັນຍາຈະສິ້ນສຸດ ລັດຖະບານຈະຕ້ອງໄດ້ແຈ້ງໄປຍັງບໍລິສັດຢາສູບ ພ້ອມດ້ວຍເງື່ອນໄຂໃນການໃຫ້ຕໍ່ ຫຼື ບໍ່ໃຫ້ຕໍ່ສັນຍາສະບັບດັ່ງກ່າວ ບໍ່ດັ່ງນັ້ນ

ສັນຍາຈະຖືກຕໍ່ຢ່າງອັດຕະໂນມັດອີກ ເປັນເວລາ 25 ປີ ສັນຍາສະບັບດັ່ງກ່າວ ໄດ້ສ້າງຜົນເສຍຫາຍທາງດ້ານສຸຂະພາບ ແລະ ເສດຖະກິດ ທີ່ເກີດຈາກສັນຍາການລົງທຶນໃນກິດຈະການຢາສູບຂອງລັດ ແລະ ລັດຈະໄດ້ຫຍັງຖ້າຕໍ່ສັນຍານີ້ ໂດຍບໍ່ມີການປັບປຸງຊ່ອງວ່າງ ເຊິ່ງລັດຕ້ອງຕັດສິນໃຈ ແລະ ແຈ້ງຕໍ່ບໍລິສັດກ່ອນ 31 ທັນວາ 2024.

ທີ່ມາ ໜັງສືພິມວຽງຈັນທາຍ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 12 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,477
21,686
thailand (1)
THB
643.41
655.63
european-union
EUR
23,729
24,202
china
CNY
2,898
2,954
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site-cover (86)
ຊາອຸດີອາຣາເບຍຕົກລົງຊື້ອາວຸດ-ລົງທຶນກັບສະຫະລັດອາເມຣິກາ 600,000 ລ້ານໂດລາ
site-cover (85)
ຜູ້ສະໝັກຊິງຕຳແໜ່ງປະທານາທິບໍດີເກົາຫຼີໃຕ້ ສະເໜີນະໂຍບາຍເຮັດວຽກ 4.5 ວັນ
site-cover (84)
ແຈ້ງການ ເຕືອນໄພມິດສາຊີບ ລະວັງຕົກເປັນເຫຍື່ອການຫຼອກລວງຜ່ານທາງອອນລາຍ
site-cover (83)
ພະຍາດຢ້ານການຂຶ້ນເຄື່ອງບິນ ພາວະທາງຈິດໃຈ ບໍ່ແມ່ນພຽງຄວາມຕື່ນເຕັ້ນ
site-cover (82)
ສະກີໄຟຟ້າ ໃຊ້ແທນການຍ່າງໄດ້ຈາກຝຣັ່ງເສດ ຊາກ 1 ຄັ້ງ ແລ່ນໄກ 50 ກມ. ໄວສຸດ 80 ກມ./ຊມ.
site-cover (81)
ປູຕິນ ສະເໜີຈັດເຈລະຈາຍຸຕິສົງຄາມກັບ "ຢູເຄຣນ" 15 ພຶດສະພານີ້
site-cover (80)
"ຄິມ ຈອງ-ອຶນ" ບົ່ງຊີ້ສົ່ງທະຫານເກົາຫຼີເໜືອໄປຮ່ວມຮົບກັບຣັດເຊຍ ເປັນສິ່ງທີ່ຖືກຕ້ອງ
site-cover (79)
ທຣຳປເພີ່ມເຈົ້າໜ້າທີ່ 20,000 ຄົນ ເລັ່ງການເນລະເທດຜູ້ອົບພະຍົບເຂົ້າເມືອງຜິດກົດໝາຍ
site-cover (77)
"ໂຣດຣິໂກ ດູເຕີເຕ" ອາດໄດ້ຮັບເລືອກເຈົ້າເມືອງ ເຖິງແມ່ນວ່າຍັງຖືກຄຸມຂັງຢູ່
Copy of site cover (55)
ການໂຈມຕີແບບ DDoS ແມ່ນຫຍັງ? ແລະ ເປັນຫຍັງ SMEs ຕ້ອງລະວັງ
ຢ່າລື່ມກົດຕິດຕາມ