ວັນທີ 10 ກັນຍາ 2023 ນີ້, ໄດ້ເປີດນຳໃຊ້ເຄື່ອງຜະລິດອົກຊີແຊນທາງການແພດ ເຄື່ອງທີ 2 ທີ່ໂຮງໝໍແຂວງສະຫວັນນະເຂດ, ເຄື່ອງຜະລິດອົກຊີແຊນດັ່ງກ່າວ ເປັນສ່ວນໜຶ່ງຂອງການຊ່ວຍເຫລືອຈາກ ອົງການອະນາໄມໂລກ ມູນຄ່າ 26,5 ຕື້ກີບ ເຊິ່ງຈະເຮັດໃຫ້ໂຮງໝໍສາມາດຜະລິດອົກຊີແຊນໄດ້ 75.000 ບັ້ງຕໍ່ປີ, ສາມາດສະໜອງອົກຊີແຊນອັນຈໍາເປັນໃຫ້ແກ່ຄົນເຈັບໄດ້ຫລາຍພັນຄົນ.
ອົກຊີແຊນດັ່ງກ່າວ, ຈະສາມາດຊ່ວຍເຫລືອຄົນເຈັບຫລາຍພັນຄົນ ໃນລະບົບສາທາລະນະສຸກ ທັງຄົນເຈັບທີ່ເຂົ້າຮັບການຜ່າຕັດ, ແມ່ ແລະ ເດັກເກີດໃໝ່, ຄົນເຈັບທີ່ເປັນພະຍາດຫົວໃຈວາຍ, ພະຍາດຫອບຫືດ ຫລື ອັກເສບປອດ.
ທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ຄຳເຫັນວ່າ: ສິ່ງເຫລົ່ານີ້ ບໍ່ພຽງແຕ່ຈະເປັນການຊ່ວຍເຫລືອຊີວິດສໍາລັບຄົນເຈັບ ໃນປັດຈຸບັນເທົ່ານັ້ນ, ແຕ່ຍັງເປັນການຮັບປະກັນໃຫ້ລະບົບສາທາລະນະສຸກຂອງພວກເຮົ າມີຄວາມກຽມພ້ອມທີ່ດີຂຶ້ນ ໃນການຮັບມືກັບເຫດການສຸກເສີນດ້ານສາທາລະນະສຸກໃນອະນາຄົດ ທີ່ອາດມີຄວາມຕ້ອງການອົກຊີແຊນຫລາຍຂຶ້ນ.
ເຄື່ອງຜະລິດອົກຊີແຊນທາງການແພດເຄື່ອງນີ້ ແລະ ອີກສອງເຄື່ອງທີ່ກໍາລັງຕິດຕັ້ງຢູ່ໂຮງໝໍແຂວງອຸດົມໄຊ ແລະ ໂຮງໝໍແຂວງຫລວງພະບາງ ຈະເຮັດໃຫ້ ສປປ ລາວ ສາມາດສ້າງລະບົບສາ ທາລະນະສຸກທີ່ມີທົນທານ ສາມາດຊ່ວຍເຫລືອຄົນເຈັບ ແລະ ຄອບຄົວຄົນເຈັບໄດ້ຫລາຍ ແລະ ດີຂຶ້ນ.
ຂໍ້ມູນ-ພາບ: ສູນຂ່າວສານການແພດສຸຂະສຶກສາ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,504 | 21,714 |
![]() THB | 633.72 | 645.76 |
![]() EUR | 22,934 | 23,391 |
![]() CNY | 2,900 | 2,956 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 27,680 |
![]() | 22,130 |
![]() | 18,440 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 31,170,000 | 31,700,000 |
![]() | 30,900,000 | 31,809,000 |