ດວງ-Tou-Vientianepost (29)
ເມືອງດາກຈຶງ ເອົາໃຈໃສ່ກວດກາລາຄາສິນຄ້າ ແລະ ສິນຄ້າໝົດອາຍຸ
ຮຽບຮຽງໂດຍ:Staff
ເຜີຍແຜ່: 13 ເດືອນກັນຍາ, 2023
ໝວດ: ຂ່າວ

ໃນລະຫວ່າງວັນທີ 6-8 ກັນຍາ 2023 ຜ່ານມາ, ເຈົ້າໜ້າທີ່ກວດກາການຄ້າ ພະແນກອຸດສາຫະກຳ ແລະ ການຄ້າແຂວງ ຮ່ວມກັບ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ໄດ້ລົງກວດກາລາຄາ ແລະ ສິນຄ້າຢູ່ທີ່ຕະຫຼາດເທສະບານເມືອງດາກຈຶງ, ນຳໂດຍ ທ່ານ ເຮືອງເພັດ ໄຊພອນເຮືອງ ຮອງຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງດາກຈຶງ ແຂວງເຊກອງ.

ໃນການລົງເຄື່ອນໄຫວກວດກາຂອງເຈົ້າໜ້າທີ່ໃນຄັ້ງນີ້ ກໍເພື່ອເຮັດໃຫ້ວຽກງານຄຸ້ມຄອງ ແລະ ນໍາເຂົ້າສິນຄ້າຈາກຕ່າງປະເທດໃຫ້ຢູ່ໃນລະບຽບກົດໝາຍທີ່ໄດ້ກຳນົດໄວ້, ເຊິ່ງການລົງກວດກາຂອງເຈົ້າໜ້າທີ່ ໄດ້ກວດພົບປະເພດສິນຄ້າໝົດອາຍຸ ແລະ ເຊື່ອມຄຸນນະພາບ, ສິນຄ້ານອກລະບົບ ໃນເທສະບານເມືອງດາກຈຶງ ມີທັງໝົດ 11 ຮ້ານ, ພົບເຫັນສິນຄ້າໝົດອາຍຸ ແລະ ເຊື່ອມຄຸນນະພາບມີ 7 ລາຍການເປັນຕົ້ນ: ຢາສູບ, ເຂົ້າໝົມ, ໝີ່, ນໍ້າປາຫວຽດ, ຊ໋ອດຫມາກ, ຄະນໍປຸງລົດ ແລະ ປາແດກ ລວມມູນຄ່າທັງໝົດ 3.194.000 ກີບ.

ນອກຈາກນີ້ ຍັງໄດ້ຕິດຕາມ ກວດກາ ລາຄາສິນຄ້າໃນທ້ອງຕະຫຼາດສົດ ເຫັນວ່າການຂາຍປະເພດສິນຄ້າໃນບັນຊີຄວບຄຸມບັນຊີ(ກ)ຄື: ຊີ້ນງົວ, ຄວາຍປະເພດ1 ຂາຍລາຄາ 110.000ກີບ/ກິໂລ; ຊີ້ນງົວ, ຄວາຍປະເພດ2 ລາຄາ 100.000ກີບ/ກິໂລ; ຊີ້ນໝູປະເພດ1 ລາຄາ 75.000ກີບ/ກິໂລ; ຊີ້ນໝູປະເພດ2 ລາຄາ 70.000ກີບ/ກິໂລ; ເຂົ້າໜຽວປະເພດ2 ລາຄາສິນຄ້າໝົ້ 16.000ກີບ/ກິໂລ; ເຂົ້າຈ້າວປະເພດ2 ລາຄາ 18.000ກີບ/ກີໂລ; ປາດຸກພັນ ລາຄາ 43.000ກີບ/ກິໂລ, ເຊິ່ງເຫັນວ່າເປັນໄປຕາມກົນໄກຕະຫຼາດ; ມີຫົວໜ່ວຍທຸລະກິດປໍ້ານໍ້າມັນເຊື້ອໄຟ 2 ຫົວໜ່ວຍ ໄດ້ນຳນໍ້າມັນເຊື້ອໄຟມາຈາກບໍລິສັດເປໂຕດິແມັກຫວຽດນາມ ສາຂາແຂວງ ເຊກອງ ແລະ ແຂວງຈຳປາສັກ 16,000ລິດ/ອາທິດ ແລະ ຂາຍໃນໂຄງສ້າງລາຄາທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ແຈ້ງການອອກມາໃນແຕ່ລະໄລຍະ.

ຈາກນັ້ນ ເຈົ້າໜ້າທີ່ກວດກາການຄ້າ ກໍ່ໄດ້ສ້າງບົດບັນທຶກແນະນໍາຜູ້ດໍາເນີນທຸລະກິດການຄ້າຂາຍຄົນຕ່າງປະເທດທີ່ມາເຄື່ອນໄຫວບໍ່ຖືກຕ້ອງ, ບໍ່ສອດຄ່ອງຕາມລະບຽບກົດໝາຍ ໃຫ້ໄປອອກໃບດຳເນີນກິດຈະການການຄ້າພາຍໃນ ແລະ ໃບຕິດຕາມການຄ້າຂາຍຂອງຄົນຕ່າງປະເທດ ຢູ່ພະແນກ ອຸດສາຫະກໍາ ແລະ ການຄ້າແຂວງ ໃຫ້ຖືກຕ້ອງກ່ອນ ຈຶ່ງສາມາດດຳເນີນກິດຈະການຄ້າຂາຍໄດ້; ສຳລັບສິນຄ້າໝົດອາຍຸທາງເຈົ້າໜ້າທີ່ໄດ້ແຈ້ງໃຫ້ເຈົ້າຂອງຮ້ານຄ້າຮັບຊາບພ້ອມທັງສ້າງບົດບັນທຶກ ແລະ ນຳສິນຄ້າໝົດອາຍຸດັ່ງກ່າວເຂົ້າມາເກັບມ້ຽນໃນສາງຂອງຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງດາກຈຶງ, ລໍຖ້າການຈັດພິທີທຳລາຍຕໍ່ໄປ.

ທີ່ມາ: MediaLAOS

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
1
ຍັງຄົ້ນພົບພຣະພຸດທະຮູບ ຫຼາຍຮູບ ຢູ່ແຂວງບໍ່ແກ້ວ
2
ຈີນ​ພັດ​ທະ​ນາ​​ແຫຼ່ງ​ພະ​ລັງ​ງານ​ສະ​ອາດ ແລະ ພະ​ລັງ​ງານ​ທົດ​ແທນ​ໃນ​ລາວ ພ້ອມ​ທັງສົ່ງ​ໄປຕ່າງ​ປະ​ເທດ​ຢ່າງ​​ຫຼາກຫຼາຍ​​ 
2
ມຊ ຄອງເຈົ້າຫຼຽນຄຳ ກິລາກະຕໍ້ ງານມະຫະກຳກິລາມະຫາວິທະຍາໄລລາວ ເກມ ຄັ້ງທີ 2
2
ກົມທີ່ດິນ ບໍ່ອະນຸຍາດອອກໃບຕາດິນໃໝ່ໃຫ້ຜູ້ຊື້ສິດນຳໃຊ້ທີ່ດິນຈາກການຈັດສັນທີ່ດິນແບ່ງຂາຍເປັນຕອນ
2
ກະຊວງ ອຸດສາຫະກຳ ແລະ ການຄ້າ ແຈ້ງປັບຂຶ້ນລາຄານ້ຳມັນເຊື້ອໄຟທຸກປະເພດ ເລີ່ມປະຕິບັດ 06:00 ໂມງຂອງມື້ນີ້
2
ປີນີ້ແຂວງວຽງຈັນຈະແກ້ໄຂຄອບຄົວທຸກຍາກ ໃຫ້ໄດ້ 1.600 ຄອບຄົວ
2
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມ ກອງປະຊຸມ ເວທີປຶກສາຫາລືອະນາຄົດ ອາຊຽນ
2
ປະທານປະເທດ ແຫ່ງ ສປປ ລາວ ພົບປະກັບ ປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກຳປູເຈຍ
2
ໄທ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19ເພີ່ມຂຶ້ນຢ່າງຫລວງຫລາຍຫລັງບຸນສົງການ
2
ສະຫລົດ! ມີຜູ້ເສຍຊີວິດ 33 ຄົນຈາກອຸບັດເຫດ ໃນໄລຍະບຸນປີໃໝ່ລາວ
ຢ່າລື່ມກົດຕິດຕາມ