Neuralink ລະດົມທຶນສຳເລັດ 600 ລ້ານໂດລາ ຫຼັງຊິບສະໝອງໄດ້ຮັບການຮັບຮອງໃຊ້ກັບມະນຸດ

ນິວຣັລລິງກ (Neuralink) ບໍລິສັດເທັກໂນໂລຍີສະໝອງທີ່ກໍ່ຕັ້ງໂດຍອີລອນ ມັສກ   ປະກາສຄວາມສຳເລັດໃນການລະດົມທຶນຮອບລ່າສຸດ ມູນຄ່າ 600 ລ້ານໂດລາສະຫະລັດ ສົ່ງຜົນໃຫ້ມູນຄ່າລວມຂອງບໍລິສັດພຸ່ງຂຶ້ນແຕະ 9,000 ລ້ານໂດລາ   ຕາມລາຍງານຂອງ Semafor ນັບເປັນການເຕີບໂຕຢ່າງກ້າວກະໂດດຈາກມູນຄ່າ 3,500 ລ້ານໂດລາເມື່ອປາຍປີ 2023   ປັດໄຈສຳຄັນທີ່ຢູ່ເບື້ອງຫຼັງຄວາມເຊື່ອໝັ້ນຂອງນັກລົງທຶນຄືຄວາມກ້າວໜ້າທາງເທັກໂນໂລຍີຂອງ Neuralink ໂດຍບໍລິສັດໄດ້ຝັງຊິບສະໝອງຈຳນວນ 3 ຊິ້ນໃນຄົນເຈັບທີ່ເປັນອຳພາດ ຫຼື ບໍ່ສາມາດສື່ສານໄດ້   ໜຶ່ງໃນນັ້ນຄືຊາຍຈາກລັດແອຣິໂຊນາ ຜູ້ປ່ວຍໂລກ ALS ທີ່ບໍ່ສາມາດເວົ້າໄດ້ ຊຶ່ງໄດ້ແຊຣວິດີໂອຜ່ານແພລັດຟອມ X ສະແດງໃຫ້ເຫັນເຖິງການສື່ສານຜ່ານຊິບດັ່ງກ່າວ   ເທັກໂນໂລຍີ Breakthrough Device   ກ່ອນໜ້ານີ້ ວັນທີ 10 ພຶດສະພາທີ່ຜ່ານມາ ບໍລິສັດ ນິວຣັລລິງກ (Neuralink) ໄດ້ຮັບການຮັບຮອງຈາກອົງການອາຫານ ແລະ ຢາແຫ່ງສະຫະລັດ (FDA)   ໃຫ້ເປັນອຸປະກອນລ້ຳຍຸກ (Breakthrough Device) […]

ວັນນາກນ້ຳໂລກ ທຸກໆວັນພຸດສຸດທ້າຍຂອງເດືອນພຶດສະພາ ຮັກ “ນາກ” ຢ່າເອົາມາລ້ຽງ

ວັນພຸດສຸດທ້າຍຂອງເດືອນພຶດສະພາຂອງທຸກປີໄດ້ຮັບການກຳນົດໃຫ້ເປັນ “ວັນນາກໂລກ” (World Otter Day)   ໂດຍອົງການ International Otter Survival Fund (IOSF) ເພື່ອໂຄສະນາໃຫ້ທົ່ວໂລກຄຳນຶງເຖິງໄພຄຸກຄາມທີ່ນາກນ້ຳກຳລັງປະເຊີນ ແລະ ສົ່ງເສີມການອະນຸລັກນາກນ້ຳໃນຖິ່ນທີ່ຢູ່ອາໄສຕາມທຳມະຊາດ ຊຶ່ງໃນປີນີ້ຕົງກັບວັນທີ່ 28 ພຶດສະພາ 2025   ນາກ (Otter) ເປັນສັດລ້ຽງລູກດ້ວຍນົມໃນວົງສ້າພັງພອນ (Mustelidae) ມີຄວາມສາມາດໂດດເດັ່ນໃນການລອຍນ້ຳ ແລະ ລ່າສັດນ້ຳ ເຊັ່ນ: ປາ ກຸ້ງ ປູ ແລະ ສັດນ້ຳຂະໜາດນ້ອຍ     ນາກເປັນສິ່ງມີຊີວິດທີ່ຊີ້ວັດຄວາມສົມບູນຂອງແຫຼ່ງນ້ຳ ເນື່ອງຈາກຕ້ອງອາໄສນ້ຳສະອາດ ແລະ ລະບົບນິເວດທີ່ສົມດູນໃນການດຳລົງຊີວິດ   ນາກນ້ຳດັງຂົນ ຖືເປັນໜຶ່ງໃນນາກທີ່ຫາຍາກ ແລະ ສ່ຽງຕໍ່ການສູນພັນຫຼາຍທີ່ສຸດໃນໂລກ   ປັດຈຸບັນມີພຽງບໍ່ເທົ່າໃດແຫ່ງໃນເອເຊຍຕາເວັນອອກສຽງໃຕ້ທີ່ສາມາດພົບເຫັນໄດ້ ຊຶ່ງນາກທັງໝົດໃນປະເທດໄທໄດ້ຮັບການຄຸ້ມຄອງຕາມກົດໝາຍ ແລະ 3 ໃນ 4 ຊະນິດ ຖືກຈັດໃຫ້ຢູ່ໃນສະຖານະເກືອບຢູ່ໃນຂ່າຍໃກ້ສູນພັນ (Near Threatened) […]

ມຽນມາວິກິດການນ້ຳປ່າ! ລົດເມຖືກພັດໃນເຂດມັນດາເລ – ຝົນຕົກໜັກ ເຮືອນຊານເປ່ເພ ດິນເຈື່ອນຕໍ່ເນື່ອງ

ເມື່ອຊ່ວງເຊົ້າຂອງວັນທີ 26 ພຶດສະພາ ທີ່ຜ່ານມາ ເກີດເຫດລົດເມໂດຍສານຖືກນ້ຳປ່າພັດພາອອກນອກເສັ້ນທາງເທິງຖະໜົນສາຍ Myingyan-Taungtha ເຂດມັນດາເລ ປະເທດມຽນມາ (ພະມ້າ)     ຫຼັງຈາກແມ່ນ້ຳສິນເທວາເອີ່ນລົ້ນຕາຝັ່ງ ຈາກຝົນທີ່ຕົກໜັກຕໍ່ເນື່ອງ ສົ່ງຜົນໃຫ້ຜູ້ໂດຍສານກວ່າ 40 ຄົນຕ້ອງເຈີກັບຄວາມຫວາດກົວ ແຕ່ໂຊກດີທີ່ໄດ້ຮັບການຊ່ວຍເຫຼືອຈາກປະຊາຊົນໃນພື້ນທີ່ຢ່າງປອດໄພທຸກຄົນ     ສະຖານະການຝົນຕົກໜັກໃນມຽນມາຍັງຄົງສ້າງຜົນກະທົບຮຸນແຮງໃນຫຼາຍພື້ນທີ່ ໂດຍສະເພາະໃນເຂດອິຣາວດີ   ລາຍງານລະບຸວ່າມີເຫດການດິນເຈື່ອນ ແລະ ຕາຝັ່ງເພຫຼາຍຈຸດ ເຮືອນຊານປະຊາຊົນຈຳນວນຫຼາຍໄດ້ຮັບຄວາມເສຍຫາຍຢ່າງໜັກ ໂດຍສະເພາະໃນໝູ່ບ້ານແຫ່ງໜຶ່ງທີ່ມີເຮືອນທັງໝົດ 58 ຫຼັງ ຖືກນ້ຳພັດຫາຍໄປແລ້ວເຖິງ 18 ຫຼັງ ແລະ ອີກ 40 ຫຼັງຕ້ອງເລັ່ງອົບພະຍົບອອກຈາກພື້ນທີ່ສ່ຽງໄພ   ປັດຈຸບັນ ຍັງບໍ່ມີການຈັດຕັ້ງສູນບັນເທົາທຸກ ຢ່າງເປັນທາງການໃນພື້ນທີ່ປະສົບໄພ ເຮັດໃຫ້ປະຊາຊົນ ບາງສ່ວນຈຳເປັນຕ້ອງອົບພະຍົບໄປພັກອາໄສຢູ່ກັບຍາດໃນພື້ນທີ່ໃກ້ຄຽງ   ຂະນະທີ່ຫົວໜ່ວຍງານທ້ອງຖິ່ນ ແລະ ກຸ່ມອາສາສະໝັກບາງສ່ວນກຳລັງພະຍາຍາມເຂົ້າຊ່ວຍເຫຼືອ ແຕ່ຍັງຂາດແຄນຊັບພະຍາກອນ ແລະ ຄວາມພ້ອມໃນການຮັບມືກັບໄພພິບັດທີ່ເກີດຂຶ້ນ   ເຫດການໃນຄັ້ງນີ້ສະທ້ອນເຖິງຄວາມບອບບາງຂອງລະບົບຮັບມືໄພພິບັດໃນມຽນມາ ແລະ ຄວາມຈຳເປັນເລັ່ງດ່ວນໃນການຈັດຫາຄວາມຊ່ວຍເຫຼືອຢ່າງເປັນລະບົບເພື່ອບັນເທົາຄວາມເດືອດຮ້ອນຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກວິກິດການນ້ຳຖ້ວມໃນຄັ້ງນີ້.  

ແຈ້ງການມອດໄຟ ວັນທີ 28-30 ພຶດສະພາ ແລະ ວັນທີ 1 ມິຖຸນາ 2025

ແຈ້ງການມອດໄຟເພີ່ມຕື່ມ ວັນທີ 28, 29, 30 ພຶດສະພາ ແລະ ວັນທີ 1 ມິຖຸນາ 2025   ບາງເຂດ ເມືອງໄຊທານີ, ເມືອງຫາດຊາຍຟອງ, ເມືອງປາກງື່ມ, ເມືອງສັງທອງ ລາຍລະອຽດດັ່ງລຸ່ມນີ້:                                     ທີ່ມາ: EDL LAOS ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫລວງ2

ນັກວິໄຈຈີນພັດທະນາເລເຊີຄວາມແມ່ນຍຳສູງ ສະແກນຕົວອັກສອນຈາກລະຍະໄກກວ່າ 1 ກິໂລແມັດ

ທີມນັກວິທະຍາສາດຈາກມະຫາວິທະຍາໄລວິທະຍາສາດ ແລະ ເທັກໂນໂລຍີແຫ່ງປະເທດຈີນ (USTC) ໄດ້ສາທິດເທັກໂນໂລຍີໃໝ່ທີ່ສາມາດອ່ານຂໍ້ຄວາມຂະໜາດນ້ອຍເທິງເຈ້ຍໄດ້ຈາກລະຍະໄກເຖິງ 1.36 ກິໂລແມັດ ຫຼື ປະມານ 0.85 ໄມລ໌ ຊຶ່ງຖືເປັນກ້າວກະໂດດທາງດ້ານການຖ່າຍພາບລະຍະໄກລ   ນັກວິໄຈພັດທະນາເລເຊີແນວໃດ?   ເທັກໂນໂລຍີນີ້ອາໄສຫຼັກການລົບກວນຄວາມເຂັ້ມຂອງແສງ ຫຼື Intensity interferometry ຊຶ່ງຕ່າງຈາກກ້ອງທົ່ວໄປທີ່ຕຣວດຈັບແສງໂດຍກົງ   ວິທີນີ້ຈະວັດຮູບແບບການສະທ້ອນ ແລະ ການລົບກວນຂອງແສງ ແລ້ວນຳມາສ້າງພາບຂຶ້ນໃໝ່ ເຮັດໃຫ້ສາມາດເບິ່ງເຫັນລາຍລະອຽດທີ່ນ້ອຍຫຼາຍໄດ້ ເຖິງແມ່ນຈາກລະຍະໄກລ   ການທົດລອງໃຊ້ລຳແສງເລເຊີອິນຟາເຣດຈຳນວນ 8 ລຳ ຍິງໄປຍັງເປົ້າໝາຍ ຈາກນັ້ນກ້ອງໂທລະທັດ 2 ຕົວຈະຈັບພາບຄວາມເຂັ້ມຂອງແສງສະທ້ອນກັບ   ໂດຍການປຽບທຽບຂໍ້ມູນລະຫວ່າງກ້ອງທັງສອງ ເຮັດໃຫ້ສາມາດສ້າງພາບຕົວອັກສອນຂະໜາດພຽງ 3 ມິນລິແມັດ ໄດ້ຢ່າງຊັດເຈນ ຊຶ່ງຄວາມລະອຽດນີ້ສູງກວ່າກ້ອງໂທລະທັດທົ່ວໄປເຖິງ 14 ເທົ່າ   ນັກວິໄຈສາມາດອ່ານຂໍ້ຄວາມໄດ້ໃນລະຍະເກືອບໜຶ່ງໄມລ໌ (Liu et al., Physical Review Letters , 2025)   […]

ເກົາຫຼີເໜືອວິພາກວິຈານແຜນສ້າງໂດມຂອງທຣຳ ເປັນລະບົບປ້ອງກັນຂີປະນາວຸດ ມູນຄ່າ 1.75 ແສນລ້ານດອນລາ

ເກົາຫຼີເໜືອໄດ້ອອກມາກ່າວວິພາກວິຈານ ແຜນການສ້າງໂກນເດນໂດມ ຊຶ່ງເປັນລະບົບປ້ອງກັນຂີປະນາວຸດ ມູນຄ່າ 1.75 ແສນລ້ານດອນລາ ຂອງປະທານາທິບໍດີ “ໂດນາລດ ທຣຳ” ຜູ້ນຳຂອງອາເມລິກາ     ໂດຍກ່າວວ່າ “ໂຄງການໂກນເດນໂດມ ສະແດງເຖິງຄວາມທະນົງຕົນ ເຍີຫຍິ່ງ ຍະໂສໂອຫັງ ແລະ ກະທຳຕາມອຳເພີໃຈ…” ແລະ “ໂຄງການດັ່ງກ່າວເປັນແຜນ ກໍ່ສົງຄາມນິວເຄລຍ ຕໍ່ເກົາຫຼີເໜືອ…”     ກ່ອນໜ້ານີ້ ໂຄສົກກະຊວງການຕ່າງປະເທດ “ເຫມົາ ຫນິງ” ຂອງຈີນ ເຄີຍກ່າວໄວ້ວ່າ “ອາເມລິກາລະເມີດຫຼັກການ ການໃຊ້ອະວະກາດຢ່າງສັນຕິ” ແລະ “ໂຄງການໂກນເດນໂດມຈະຈຸດຊະນວນ ໃຫ້ເກີດການແຂ່ງຂັນດ້ານອາວຸດ”     ເມື່ອບໍ່ເທົ່າໃດມື້ກ່ອນໜ້ານີ້ “ໂດນາລດ ທຣຳ” ກ່າວເອົາໄວ້ວ່າ “ຂ້ອຍໄດ້ເລືອກຮູບແບບຂອງໂກນເດນໂດມ ແລະ ແຕ່ງຕັ້ງຜູ້ບັນຊາການກອງທັບອະວະກາດ ໃຫ້ດູແລໂຄງການດັ່ງກ່າວແລ້ວ” ແລະ “ໂກນເດນໂດມຈະໃຊ້ງານໄດ້ໃນຊ່ວງໃກ້ໝົດວາລະຂອງຂ້ອຍ” ແລະ “ລະບົບດັ່ງກ່າວຈະຊ່ວຍປົກປ້ອງອາເມລິກາ ຈາກໄພຂົ່ມຂູ່ຕ່າງໆ   ຕັ້ງແຕ່ຂີປະນາວຸດ ຂີປະນາວຸດໄຮເປີໂຊນິກ ແລະ […]

ສະຖາບັນມະເຮັງຍີ່ປຸ່ນ ຈັດອັນດັບ “ມັນເທດ” ເປັນພືດຕ້ານມະເຮັງ ຕ້ອງກິນແນວໃດບໍ່ໃຫ້ເກີດໂທດ

ຫຼ້າສຸດ ໃນລາຍການ “ສຸຂະພາບ ແລະ ຊີວິດ” ຂອງໄຕ້ຫວັນ ແພດຫລິວ ປໍ້ເຫລິນ ຜູ້ຊ່ຽວຊານດ້ານແພດສາດຊະລໍໄວ ແລະ ໂພຊະນາການຊາວໄຕ້ຫວັນ   ເປີດເຜີຍວ່າ ສະຖາບັນວິໄຈປ້ອງກັນໂລກມະເຮັງແຫ່ງຊາດຂອງຍີ່ປຸ່ນເຄີຍຈັດອັນດັບປະສິດທິພາບໃນການຕ້ານມະເຮັງຂອງຜັກ ແລະ ທັນຍະພືດທົ່ວໄປ 18 ຊະນິດ   ໂດຍ 10 ອັນດັບທຳອິດ ທີ່ຕ້ານມະເຮັງໄດ້ດີ ໄດ້ແກ່: ມັນເທດຕົ້ມ, ມັນເທດສົດ, ຫນໍ່ໄມ້ຝຣັ່ງ, ບຣັອກໂຄລີ, ກະຫລຳປີ, ກະຫລຳດອກ, ຜັກເຊີນາລີ້, ເປືອກຫມາກເຂືອຈີນ, ພິກຫວານ ແລະ ແຄລອດ   ແພດຫລິວຍັງເປີດເຜີຍວ່າ ມັນເທດມີວິຕາມິນເອ ເບຕາແຄໂຣທີນ ແລະ ສານພິເສດທີ່ຊື່ວ່າ DHEA (dehydroepiandrosterone)   ຊຶ່ງໃນຜູ້ຊາຍຈະປ່ຽນເປັນຮໍໂມນເພດຊາຍ ສ່ວນໃນຜູ້ຍິງຈະປ່ຽນເປັນເອສໂຕເຈນ ໂດຍໃນປະລິມານນ້ອຍ DHEA ເຄີຍຖືກທົດລອງວ່າອາດຊ່ວຍຍັບຍັ້ງເຊລມະເຮັງເຕົ້ານົມ ແລະ ມະເຮັງລຳໄສ້ໃຫຍ່ໄດ້   ລາວຍັງກ່າວອີກວ່າ ໃນມັນເທດມີສານ ແກງກິໂລໄຊດ […]

ຮ່ອງກົງເປີດຮັບນັກສຶກສາທຸກຄົນທີ່ໄດ້ຮັບຜົນກະທົບຈາກ “ຮາວາດ” ໃຫ້ເຂົ້າມາຮຽນໃນມະຫາວິທະຍາໄລຂອງຮ່ອງກົງ

“ຈອນ ລີ” ຜູ້ບໍລິຫານສູງສຸດຂອງເຂດປົກຄອງພິເສດຮ່ອງກົງ ປະກາດເຊີນຊວນນັກສຶກສາຕ່າງຊາດຈາກມະຫາວິທະຍາໄລຮາວາດຂອງສະຫະລັດຯ ໃຫ້ເຂົ້າມາສຶກສາຕໍ່ທີ່ເຂດປົກຄອງພິເສດຮ່ອງກົງ   ຫຼັງຈາກສະຫະລັດຯ ຊຶ່ງນຳໂດຍປະທານາທິບໍດີໂດໂນລ ທຣຳ ສັ່ງການໄປຍັງມະຫາວິທະຍາໄລຮາວາດໃຫ້ຈຳກັດການລົງທະບຽນເຂົ້າສຶກສາຂອງນັກສຶກສາຕ່າງຊາດ ສຳລັບໃນປີການສຶກສາ 2025-2026 ຈົນກາຍເປັນປະເດັນຮ້ອນແຮງທີ່ເກີດການຖົກຖຽງກັນຢ່າງກວ້າງຂວາງໃນຊ່ວງບໍ່ເທົ່າໃດມື້ທີ່ຜ່ານມາ   ຈອນ ລີ ກ່າວຄຳປະກາດຂອງລາວໃນວັນນີ້ (27 ພຶດສະພາ) ລະຫວ່າງການຖະແຫຼງຂ່າວປະຈຳອາທິດວ່າ ຮ່ອງກົງຍິນດີທີ່ຈະຮັບນັກສຶກສາທຸກຄົນທີ່ກຳລັງ “ຖືກແບ່ງແຍກ” ໂດຍນະໂຍບາຍຂອງສະຫະລັດຯ   ຫຼື ກຳລັງປະເຊີນໜ້າກັບຄວາມຍາກລຳບາກໃນການສຶກສາ ແລະ ການປະຕິບັດຢ່າງບໍ່ເປັນທຳຈາກມະຫາວິທະຍາໄລຂອງສະຫະລັດຯ   ໂດຍທີ່ຮ່ອງກົງເປີດປະຕູສຳລັບນັກສຶກສາທຸກຄົນພວກເຂົາສາມາດມາຮຽນໃນມະຫາວິທະຍາໄລຂອງຮ່ອງກົງທີ່ພ້ອມດ້ວຍສິ່ງອຳນວຍຄວາມສະດວກຕ່າງໆ ໄດ້   ຂະນະທີ່ກະຊວງສຶກສາທິການຂອງເຂດປົກຄອງພິເສດຮ່ອງກົງໄດ້ຮຽກຮ້ອງໄປເຖິງມະຫາວິທະຍາໄລໃນປະເທດຈີນແຜ່ນດິນໃຫຍ່ໃຫ້ປົກປ້ອງຜົນປະໂຫຍດຂອງນັກສຶກສາ ແລະ ຫາວິທີດຶງດູດໃຈນັກສຶກສາຊັ້ນນຳທີ່ມີຄວາມສາມາດຈາກນານາຊາດໃຫ້ເຂົ້າມາສຶກສາຕໍ່ໃນຈີນເພື່ອຕອບກັບນະໂຍບາຍຂອງທຣຳທີ່ມີຕໍ່ຮາວາດ

ພົບແບັກທີເຣຍດື້ຢາ-ກໍ່ໂລກຮ້າຍ ໃນທະເລແດງ-ທະເລເມດິເຕີເຣນຽນ

ມະຫາວິທະຍາໄລເທລອາວີຟ ລະບຸໃນຄຳຖະແຫຼງການວ່າ ຄະນະນັກວິໄຈຂອງອິສຣາເອນ ໄດ້ຄົ້ນພົບແບັກທີເຣຍວີບຣິໂອ (Vibrio)   ທີ່ເປັນອັນຕະລາຍ ແລະ ດື້ຢາປົຕິຊີວະນະ ໃນທະເລເມດິເຕີເຣນຽນ ແລະ ທະເລແດງ ສົ່ງຜົນໃຫ້ເກີດຄວາມກັງວົນດ້ານສາທາລະນະສຸກ ເນື່ອງຈາກແບັກທີເຣຍເຫຼົ່ານີ້ສາມາດກໍ່ໃຫ້ເກີດໂລກຮ້າຍແຮງໃນມະນຸດ ຊຶ່ງລວມເຖິງບັນຫາໃນຊ່ອງທ້ອງ ການຕິດເຊື້ອທີ່ບາດແຜ ແລະ ການຕິດເຊື້ອທາງຫູ ອີກທັງເປັນອັນຕະລາຍຕໍ່ສັດທະເລຢ່າງປະກາລັງ ແລະ ຫອຍ   ແບັກທີເຣຍວີບຣິໂອ ສາມາດແບ່ງປັນຍີນໃຫ້ກັນໄດ້ ຊຶ່ງຫມາຍຄວາມວ່າເມື່ອມີແບັກທີເຣຍຕົວໜຶ່ງກາຍເປັນອັນຕະລາຍ ຈະສາມາດຖ່າຍທອດຄຸນສົມບັດດັ່ງກ່າວໄປຍັງແບັກທີເຣຍຕົວອື່ນໃຫ້ກາຍເປັນໄພຂົ່ມຂູ່ໄດ້ເຊັ່ນກັນ ແລະ ອຸນຫະພູມມະຫາສະຫມຸດທີ່ສູງຂຶ້ນ ຈາກການປ່ຽນແປງສະພາບອາກາດຍັງຊ່ວຍໃຫ້ແບັກທີເຣຍເຫຼົ່ານີ້ແຜ່ກະຈາຍໄປຍັງພື້ນທີ່ໃໝ່ ແລະ ຕິດເຊື້ອໃນຄົນໄດ້ຫຼາຍຂຶ້ນອີກດ້ວຍ   ການສຶກສາດັ່ງກ່າວ ຊຶ່ງເຜີຍແຜ່ໃນວາລະສານເອັມສະເຟຍ (mSphere) ລະບຸວ່າຄະນະນັກວິທະຍາສາດຈາກມະຫາວິທະຍາໄລເທລອາວີຟ ໄດ້ວິເຄາະຈີໂນມຂອງຕົວຢ່າງແບັກທີເຣຍວີບຣິໂອຈຳນວນ 23 ຕົວຢ່າງ ຊຶ່ງເກັບຈາກນ່ານນ້ຳຊາຍຝັ່ງຂອງເມືອງເທລອາວີຟ ແລະ ເອລັດ   ຜົນການວິໄຈຂອງພວກເຂົາເຜີຍໃຫ້ເຫັນສານພິດ ລະບົບການຫຼັ່ງ ແລະ ອົງປະກອບທາງພັນທຸກຳເຄື່ອນທີ່ໄດ້ຫຼາກຫຼາຍຊະນິດ   ຊຶ່ງຊ່ວຍໃຫ້ແບັກທີເຣຍແຜ່ກະຈາຍຄຸນສົມບັດຕ່າງໆ ທີ່ສົ່ງເສີມການຢູ່ລອດ ແລະ ຄວາມສາມາດໃນການກໍ່ໂລກ   ນອກຈາກນີ້ ຍັງພົບແບັກທີເຣຍຢ່າງໜ້ອຍ […]

ພູເຂົາໄຟຮາວາຍປະທຸແຮງ ລາວາແດງ ພຸ່ງສູງກວ່າ 300 ແມັດ

ພູເຂົາໄຟຄິລາເວອາ ເທິງເກາະຮາວາຍປະທຸຮຸນແຮງອີກຮອບ ພົ່ນລາວາສີແດງສົ້ມສົດພຸ່ງສູງກວ່າ 300 ແມັດ ທຽບເທົ່າຄວາມສູງຫໍໄອເຟລ ດ້ານນັກທໍລະນີວິທະຍາເຝົ້າລະວັງ ຫຼັງການປະທຸຊ່ວງກ່ອນໜ້າມີລັກສະນະບໍ່ແນ່ນອນ   ວັນທີ່ 28 ພຶດສະພາ 2025 ສຳນັກສຳຫຼວດທາງທໍລະນີວິທະຍາສະຫະລັດຯ ຫຼື USGS ລາຍງານວ່າ ພູເຂົາໄຟຄິລາເວອາ (Kilauea) ຊຶ່ງຕັ້ງຢູ່ເທິງເກາະໃຫຍ່ຂອງລັດຮາວາຍ ສະຫະລັດ   ໄດ້ເກີດການປະທຸຂຶ້ນອີກຄັ້ງ ໂດຍບາງຊ່ວງຂອງການປະທຸພົບວ່າລາວາສີແດງສົ້ມສົດພຸ່ງຂຶ້ນສູ່ທ້ອງຟ້າສູງເຖິງກວ່າ 300 ແມັດ ຊຶ່ງທຽບຄຽງເປັນລະດັບຄວາມສູງໃກ້ຄຽງກັບຄວາມສູງຂອງຫໍໄອເຟນ ໃນກຸງປາຣີ ຂອງຝຣັ່ງ   ຜູ້ຊ່ຽວຊານດ້ານທໍລະນີວິທະຍາເປີດເຜີຍວ່າ ການປະທຸຄັ້ງຫຼ້າສຸດຂອງພູເຂົາໄຟຄິລາເວອາ ເກີດຂຶ້ນຫຼັງຈາກຊ່ວງເວລາການລະເບີດແບບເປັນຊ່ວງໆ ທີ່ເລີ່ມຕັ້ງແຕ່ວັນທີ່ 23 ທັນວາ ປີທີ່ຜ່ານມາ   ໂດຍແຕ່ລະຄັ້ງມີໄລຍະເວລາ ຕັ້ງແຕ່ບໍ່ເຖິງເຄິ່ງມື້ ໄປຈົນເຖິງເກືອບ 1 ອາທິດ   ຂະນະທີ່ຄລິບວິດີໂອຖ່າຍທອດສົດຈາກກ້ອງຂອງ USGS ເຜີຍໃຫ້ເຫັນລາວາໄຫຼປະທຸຈາກປ່ອງພູເຂົາໄຟຢ່າງຊັດເຈນ ສ້າງຄວາມຕື່ນຕາຕື່ນໃຈໃຫ້ແກ່ຜູ້ຊົມທົ່ວໂລກ   ຂະນະດຽວກັນເຈົ້າໜ້າທີ່ກໍຍັງຄົງເຝົ້າລະວັງ ແລະ ຕິດຕາມສະຖານະການຢ່າງໃກ້ຊິດ ເພື່ອປະເມີນຜົນກະທົບຕໍ່ຊຸມຊົນ ແລະ ສິ່ງແວດລ້ອມໃນພື້ນທີ່ຕໍ່ໄປ […]