ທຣັມປ໌ເປີດຕົວແຜນຕິດຕັ້ງ “ໂດມຄຳ” ປ້ອງກັນຂີປະນາວຸດທາງບົກ, ທະເລ, ແລະ ອາວະກາດ ພ້ອມທຸ່ມງົບ 1750 ລ້ານໂດລາ

ໂດນັລ ທຣັມປ໌ ປະທານາທິບໍດີສະຫະລັດ ເປີດຕົວແຜນຕິດຕັ້ງ “ໂດມຄຳ” ລະບົບປ້ອງກັນຂີປະນາວຸດແບບໃໝ່ ມູນຄ່າປະມານ 1750 ລ້ານໂດລາ ຄ້າຍຄືກັບໄອຣອນ ໂດມຂອງອິສຣາເອນ ເພື່ອປົກປ້ອງດິນແດນສະຫະລັດ ຈາກການໂຈມຕີດ້ວຍຂີປະນາວຸດ ທັງທາງບົກ, ທະເລ ແລະ ອາວະກາດ   ວັນທີ 20 ພຶດສະພາ 2025 ທ່ານໂດນັລ ທຣັມປ໌ ປະທານາທິບໍດີສະຫະລັດ ປະກາດເປີດຕົວໂຄງການ “ໂກລເດນ ໂດມ” (Golden Dome) ລະບົບປ້ອງກັນຂີປະນາວຸດແຫ່ງອະນາຄົດ ໂດຍລະບຸວ່າ ໂຄງການນີ້ໄດ້ຮັບແຮງບັນດານໃຈຈາກລະບົບ “ໂດມເຫຼັກ” (Iron Dome) ຂອງອິສຣາເອນ   ແຕ່ຈະມີຂະໜາດໃຫຍ່ກວ່າ ແລະ ສາມາດປ້ອງກັນໄພຂົ່ມຂູ່ທາງອາກາດໄດ້ຮອບດ້ານ ທັງຂີປະນາວຸດແບບຄວາມໄວເໜືອສຽງ, ຂີປະນາວຸດພິໄສໄກ ຕະຫຼອດຈົນລະບົບໂຈມຕີຈາກວົງໂຄຈອນອາວະກາດ (Fractional Orbital Bombardment Systems)   ຜູ້ນຳສະຫະລັດລະບຸວ່າໄດ້ມອບໝາຍໃຫ້ ພົນເອກໄມເຄິລ ເກັດໄລນ໌ ຮອງຜູ້ບັນຊາການກອງທັບອາວະກາດເປັນຜູ້ດູແລໂຄງການ ຫຼັງຈາກກອງທັບເຫັນດີກັບໂຄງການນີ້   […]

ສະຫະລັດ ພົບອຸປະກອນສື່ສານຕ້ອງສົງໄສໃນໂຊລາເຊວຈາກຈີນກັງວົນເລື່ອງຄວາມໝັ້ນຄົງເຄືອຂ່າຍໄຟຟ້າ

ສຳນັກຂ່າວຣອຍເຕີ ລາຍງານວ່າ ເຈົ້າໜ້າທີ່ດ້ານພະລັງງານຂອງສະຫະລັດ ກຳລັງກວດສອບຄວາມສ່ຽງຈາກອຸປະກອນໂຊລາເຊວທີ່ຜະລິດໃນຈີນ ຫຼັງພົບຊິ້ນສ່ວນສື່ສານທີ່ບໍ່ຢູ່ໃນເອກະສານທາງເທັກນິກເຊື່ອງຢູ່ໃນອິນເວີເຕີພະລັງງານແສງຕາເວັນ ແລະ ແບັດເຕີຣີຂອງຈີນ ຊຶ່ງອາດໃຊ້ຫຼີກລ່ຽງລະບົບໄຟຣ໌ວອລ ແລະ ເຂົ້າເຖິງລະບົບໄຟຟ້າຂອງປະເທດຈາກໄລຍະໄກ   ອຸປະກອນອິນເວີເຕີຕ້ອງສົງໄສ   ອິນເວີເຕີເປັນອຸປະກອນສຳຄັນທີ່ເຮັດໜ້າທີ່ເຊື່ອມຕໍ່ແຜງໂຊລາເຊວ ແລະ ກັງຫັນລົມເຂົ້າກັບໂຄງຂ່າຍໄຟຟ້າ ໂດຍເຮັດໜ້າທີ່ແປງກະແສໄຟຟ້າຈາກກະແສຕົງ (DC) ເປັນກະແສສະຫຼັບ (AC) ເພື່ອນຳໄປໃຊ້ງານໃນລະບົບໄຟຟ້າ ອິນເວີເຕີສ່ວນໃຫຍ່ມັກຜະລິດໃນປະເທດຈີນ ແລະ ໃຊ້ງານຢ່າງແພ່ຫຼາຍທົ່ວໂລກ   ເຖິງຢ່າງໃດກໍ່ຕາມ ຜູ້ຊ່ຽວຊານດ້ານຄວາມປອດໄພພົບວ່າ ອິນເວີເຕີບາງລຸ້ນມີຊິ້ນສ່ວນສື່ສານ ເຊັ່ນ: ວິທະຍຸເຊລລູລາ ທີ່ບໍ່ໄດ້ລະບຸໄວ້ໃນເອກະສານທາງເທັກນິກຂອງຜະລິດຕະພັນ ອຸປະກອນເຫຼົ່ານີ້ອາດຖືກໃຊ້ເພື່ອເຂົ້າຄວບຄຸມຫຼືປິດລະບົບອິນເວີເຕີຈາກໄລຍະໄກ ຊຶ່ງສ່ຽງຕໍ່ການເຮັດໃຫ້ໂຄງຂ່າຍໄຟຟ້າເກີດຄວາມບໍ່ສະຖຽນ ຫຼື ອາດນຳໄປສູ່ໄຟດັບໃນວົງກວ້າງ   ໂດຍທົ່ວໄປ ອິນເວີເຕີຖືກອອກແບບໃຫ້ສາມາດອັບເດດຊອຟແວ ແລະ ປັບປ່ຽນການຕັ້ງຄ່າຈາກໄລຍະໄກໄດ້ເພື່ອຄວາມສະດວກໃນການບຳລຸງຮັກສາ ແຕ່ລະບົບສາທາລະນຸປະໂພກມັກຕິດຕັ້ງໄຟຣ໌ວອລ ຫຼື ມາດຕະການຄວາມປອດໄພອື່ນໆ   ເພື່ອປ້ອງກັນການເຂົ້າເຖິງຈາກບຸກຄົນພາຍນອກ ເຖິງຢ່າງໃດກໍ່ຕາມ ການມີອຸປະກອນສື່ສານທີ່ບໍ່ໄດ້ຮັບອະນຸຍາດຕິດຕັ້ງຢູ່ພາຍໃນອິນເວີເຕີ ອາດເຮັດໃຫ້ມາດຕະການເຫຼົ່ານັ້ນບໍ່ສາມາດປ້ອງກັນການເຂົ້າເຖິງຈາກໄລຍະໄກໄດ້ຢ່າງມີປະສິດທິພາບ   ໄມຄ໌ ໂຣເຈີສ໌ (Mike Rogers) ອະດີດຜູ້ອຳນວຍການສຳນັກງານຄວາມໝັ້ນຄົງແຫ່ງຊາດສະຫະລັດ ລະບຸວ່າ […]

ເປັນຫຍັງຄົນຈຶ່ງຕິດການພະນັນ ເຖິງແມ່ນວ່າເສຍເງິນເປັນຮ້ອຍລ້ານກໍ່ຢຸດຫຼິ້ນບໍ່ໄດ້

ຄົນທົ່ວໄປອາດຈະຄິດວ່າຄົນທີ່ຫຼິ້ນການພະນັນສ່ວນໃຫຍ່ ມີສາເຫດຫຼັກໆ ຄືຕ້ອງການເງິນ ເພາະເຊື່ອວ່າຕົວເອງມີໂຊກ ມີເທັກນິກການຫຼິ້ນທີ່ສາມາດເອົາຊະນະບ່ອນພະນັນ ຫຼື ເອົາຊະນະເຈົ້າມືໄດ້   ມອງວ່າການພະນັນຄືໂອກາດທີ່ຈະສາມາດສ້າງເງິນແສນ ເງິນລ້ານໄດ້ງ່າຍໆ ໂດຍບໍ່ຕ້ອງລົງມືເຮັດວຽກຫຍັງ   ແຕ່ໃນຄວາມເປັນຈິງຄົນທີ່ຫຼິ້ນການພະນັນກໍ່ບໍ່ໄດ້ມີສາເຫດ ພຽງເພາະຢາກໄດ້ເງິນພຽງຢ່າງດຽວ ເຮົາຈະເຫັນໄດ້ວ່າມີຄົນທີ່ຕິດການພະນັນຈຳນວນຫຼາຍ ເປັນຄົນທີ່ຮັ່ງມີ ເປັນມະຫາເສດຖີຢູ່ແລ້ວ   ແຕ່ກໍ່ຍັງຕິດການພະນັນ ທັງທີ່ຫຼິ້ນໄປກໍ່ມີແຕ່ເສຍກັບເສຍ ແລະ ເຖິງບໍ່ຫຼິ້ນພວກເຂົາກໍ່ມີເງິນເຫຼືອໃຊ້ຫຼາຍຢູ່ແລ້ວ ແລ້ວພວກເຂົາຈະຫຼິ້ນການພະນັນໄປເພື່ອຫຍັງ ໃຫ້ເສຍເງິນໄປລ້າໆ   Kindbridge ຊຶ່ງເປັນເວັບໄຊທີ່ໃຫ້ຄຳປຶກສາບັນຫາຕິດການພະນັນ ລະບຸວ່າສາເຫດຫຼັກທີ່ເຮັດໃຫ້ຄົນຮັ່ງມີຫຼິ້ນການພະນັນ ເພາະໂດຍທົ່ວໄປແລ້ວ ຄົນລວຍມີນິໄສມັກຄວາມສ່ຽງ   ເຮັດໃຫ້ພວກເຂົາຊື່ນມັກກິດຈະກຳທີ່ມີຄວາມສ່ຽງ ບໍ່ວ່າຈະເປັນການຂັບລົດແຂ່ງ, ການກະໂດດຮົ່ມ, ການປີນເຂົາ, ລວມທັງການພະນັນ ແມ່ນຈະມີຄວາມສ່ຽງ   ແຕ່ຄົນຮັ່ງມີຈະຮູ້ສຶກວ່າຕົວເອງມີການຈັດການທີ່ດີພໍທີ່ຈະສາມາດປ້ອງກັນຄວາມສ່ຽງທີ່ອາດຈະເກີດຂຶ້ນໄດ້ ສຳລັບການພະນັນ ຄົນຮັ່ງມີເຊື່ອໝັ້ນວ່າຕົວເອງມີສະຕິ ມີຄວາມຮູ້ ມີປະສົບການຫຼາຍພໍທີ່ຈະຄວບຄຸມຕົວເອງໄດ້ ແລະ ເມື່ອຫຼິ້ນເສຍ ການທີ່ພວກເຂົາມີເງິນເຫຼືອກິນເຫຼືອໃຊ້ຢູ່ແລ້ວ ເຮັດໃຫ້ພວກເຂົາຫຼິ້ນການພະນັນໄດ້ນານຂຶ້ນ ເສຍເງິນໄດ້ນານຂຶ້ນ ຍິ່ງເຮັດໃຫ້ຄົນລວຍຫຼິ້ນການພະນັນເສຍໜັກໄດ້ຫຼາຍກວ່າຄົນທົ່ວໄປຫຼາຍສິບເທົ່າ     ສຳລັບຄົນລວຍທີ່ໄດ້ເງິນມາງ່າຍໆ ເຊັ່ນ: ຮັ່ງມີຈາກການເຮັດທຸລະກິດທີ່ຜິດກົດໝາຍ ຫຼື […]

ຈີນເປີດຕົວ “ໂຮງໝໍ AI” ແຫ່ງທຳອິດຂອງໂລກ!

ທີມນັກວິໄຈຈາກມະຫາວິທະຍາໄລຊິງຫວາ ພັດທະນາໂຮງໝໍລະບົບປັນຍາປະດິດ ປິ່ນປົວຄົນເຈັບກວ່າ 10,000 ຄົນພາຍໃນບໍ່ເທົ່າໃດມື້     ໂຮງໝໍທີ່ປິ່ນປົວດ້ວຍລະບົບປັນຍາປະດິດແຫ່ງນີ້ ພັດທະນາໂດຍທີມນັກວິໄຈຈາກມະຫາວິທະຍາໄລຊິງຫວາຂອງປະເທດຈີນ ໂດຍແພດ ແລະ ພະຍາບານເອໄອຈະຂັບເຄື່ອນໂດຍ LLM (Large Language Model)   ຊຶ່ງເປັນເອໄອທີ່ຊ່ວຍເກັບຂໍ້ມູນເຊິງເລິກຈຳນວນຫຼາຍ ເຮັດໃຫ້ກຸ່ມແພດເອໄອສາມາດນຳຂໍ້ມູນໄປຮຽນຮູ້ ແລະ ນຳໄປໃຊ້ກັບຄົນເຈັບໄດ້ ໂດຍມີລາຍງານຈາກ MedQA dataset ວ່າມີອັດຕາຄວາມແມ່ນຢຳໃນການປິ່ນປົວເຖິງ 93.06%   ໂດຍກວດສອບທັງລະບົບການປິ່ນປົວ ຕັ້ງແຕ່ການວິນິດໄສໄປຈົນເຖິງການຕິດຕາມອາການຫຼັງຈາກປິ່ນປົວຫາຍແລ້ວ   ແຕ່ໂຮງໝໍເອໄອແຫ່ງນີ້ກໍ່ຍັງມີບັນຫາໃນການປັບໃຫ້ເຂົ້າກັບລະບຽບປະຕິບັດທາງການແພດຂອງປະເທດ ແລະ ບັນຫາທີ່ຫຼາຍຄົນອາດຈະເບິ່ງວ່າເອໄອຈະມາຍາດວຽກມະນຸດຫຼືບໍ່   ໂດຍ ດຣ.ຕົງຈຽຫົງ ແຫ່ງມະຫາວິທະຍາໄລຊິງຫວາ ກ່າວວ່າ ເຖິງແມ່ນວ່າ ເອໄອຈະຊ່ວຍເພີ່ມປະສິດທິພາບການປິ່ນປົວພະຍາດ ແລະ ດູແລສຸຂະພາບໄດ້ຢ່າງທ່ຽງຕົງ ແຕ່ລະບົບເອໄອກໍ່ຍັງບໍ່ສາມາດແທນທີ່ບຸກຄະລາກອນທາງການແພດທີ່ເປັນມະນຸດ ຊຶ່ງມີຄວາມໃສ່ໃຈ ແລະ ເຫັນອົກເຫັນໃຈຄົນເຈັບໄດ້    

Volonaut Airbike ລົດຈັກໄຟຟ້າບິນໄດ້ ສາມາດບິນຂຶ້ນ-ລົງ ຄ້າຍເຮລິຄອບເຕີ ແລະ ສາມາດລອຍຕົວຢູ່ກາງອາກາດໄດ້ຢ່າງສະຖຽນ

ນີ້ຄືພາບເຫດການແທ້ ຄົນສະແດງແທ້ ບໍ່ແມ່ນ AI   ກັບການທົດສອບ Volonaut Airbike ລົດຈັກໄຟຟ້າບິນໄດ້ຈາກສະຕາດອັບສັນຊາດໂປແລນ ກັບຄວາມພິເສດຄືຕົວເຄື່ອງມີຂະໜາດກະທັດຮັດ ບໍ່ມີໃບພັດ ແລະ ບໍ່ຈຳເປັນຕ້ອງໃຊ້ລັນເວເພື່ອບິນຂຶ້ນ ຂັບເຄື່ອນດ້ວຍແຮງຂັບໄອພົ່ນ ສາມາດບິນຂຶ້ນ-ລົງໃນແນວຕັ້ງ (VTOL) ຄ້າຍເຮລິຄອບເຕີ ແລະ ສາມາດລອຍຕົວຢູ່ກາງອາກາດໄດ້ຢ່າງສະຖຽນ.   ຈຸດເດັ່ນຂອງ Volonaut Airbike ສາມາດທຳຄວາມໄວໄດ້ເຖິງ 200 ກມ./ຊມ. ອອກແບບສຳລັບຂັບຂີ່ຄົນດຽວ   ຕົວດີໄຊທີ່ໄດ້ແຮງບັນດານໃຈມາຈາກ Speeder Bike ໃນພາບຍົນເລື່ອງ Star Wars ໂດຍຈາກການທົດສອບຜູ້ສ້າງໄດ້ອອກມາຢືນຢັນວ່າພາບທີ່ເຫັນເປັນເຫດການແທ້ຄົນແທ້ໆ ຊຶ່ງໄດ້ມີການທົດສອບບິນໃນສະພາບແວດລ້ອມຕ່າງໆ ເຊັ່ນ: ທະເລຊາຍ ແລະ ປ່າໄມ້.   ສຳລັບສິ່ງນີ້ຍັງເປັນພຽງມາໂຊວ໌ນະວັດຕະກຳ ຍັງບໍ່ໄດ້ຮັບຮອງເລື່ອງການນຳມາໃຊ້ງານຈິງເຊີງການຄ້າ ແລະ ເຖິງແມ່ນວ່ານີ້ຈະບໍ່ແມ່ນຄັ້ງທຳອິດຂອງລົດຈັກໄຟຟ້າບິນໄດ້ ແຕ່ກໍ່ຖືວ່າເປັນດີໄຊທີ່ເບິ່ງລ້ຳຍຸກ ຢ່າງບໍ່ໜ້າເຊື່ອວ່າຈະໄດ້ເຫັນໃນຍຸກສະໄໝນີ້        

ປກສ ແຂວງບໍ່ແກ້ວ ພົບເຫັນ ຢາບ້າ ຈຳນວນເທົ່າກັບ 19.500.000 ເມັດ

ອີງຕາມ: ບົດລາຍງານ ຂອງຫ້ອງຕໍາຫຼວດ ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍ່ແກ້ວ ເລກທີ 2011/ຫຕຫຼ ລົງວັນທີ 19 ພຶດສະພາ 2025 ໃຫ້ຮູ້ວ່າ: ໃນຄັ້ງວັນທີ 17/05/2025 ທາງເຈົ້າໜ້າທີ່ຕໍາຫຼວດປະຈໍາຈຸດກວດການໍ້າເກິ່ງ ແມ່ນໄດ້ປະຕິບັດໜ້າທີ່ກວດກາພາຫະນະປົກກະຕິ,   ຮອດເວລາປະມານ 11 ໂມງ 10 ນາທີ ໄດ້ກວດກາລົດບັນທຸກ 22 ລໍ້ (ຫົວລາກ) ທີ່ຂັບຂີ່ມາແຕ່ເມືອງຕົ້ນເຜິ້ງ ຈະລົງໄປເມືອງຫ້ວຍຊາຍ ປ້າຍທະບຽນຫົວລາກ ບກ 4489 ອຸດົມໄຊ ທະບຽນຫາງລາກ ບກ 4753   ຜູ້ຂັບຂີ່ 01 ຄົນຄື: ທ້າວ ແປ ຫວ່າງ, ອາຍຸ 29 ປີ, ອາຊີບ ຂັບລົດ, ສັນຊາດລາວ, ຊົນເຜົ່າມົ້ງ ຢູ່ບ້ານໂພນສະຫວ່າງ, ເມືອງນໍ້າບາກ, ແຂວງຫຼວງພະບາງ, […]

ແຈ້ງການ ການປິດນ້ຳປະປາຊົ່ວຄາວ ໃນວັນທີ 21 ພຶດສະພາ 2025

ແຈ້ງການ ເລື່ອງ:ການປິດນ້ຳປະປາຊົ່ວຄາວ ເພື່ອດຳເນີນການຕັດທໍ່ຂະໜາດ DIP DN 150 mm ສຳໃສ່ທໍ່ນ້ຳຂະໜາດ uPVC DN 100 mm. ສະຖານທີ່: ບ້ານ ຄຳຮຸ່ງ ຮ່ອມ 2/1 ເມືອງໄຊທານີ ນະຄອນຫຼວງວຽງຈັນ ລັດວິສາຫະກິດນ້ຳປະປານະຄອນຫຼວງວຽງຈັນ ຂໍຖືເປັນກຽດຢ່າງສູງແຈ້ງມາຍັງ ບັນດາລູກຄ້າຜູ້ຊົມໃຊ້ນ້ຳປະປາ ໃນເຂດເມືອງ ໄຊທານີ ນະຄອນຫຼວງວຽງຈັນ ຊາບວ່າ:   ໃນວັນທີ 21 ພຶດສະພາ 2025 ກົງກັບ ວັນພຸດ ເລີ່ມແຕ່ເວລາ: 9:00ໂມງ ຫາ 16:00 ໂມງ ຈະໄດ້ປິດນ້ຳຊົ່ວຄາວ ເພື່ອດຳເນີນການຕັດທໍ່ຂະໜາດ DIP DN 150 mm ສຳໃສ່ທໍ່ນ້ຳ ຂະໜາດ uPVC DN 100 mm ເພື່ອແກ້ໄຂລະບົບນ້ຳ,   ສະຖານທີ່: ບ້ານຄຳຮຸ່ງ ຮ່ອມ […]

ລວມ 7 ໝາກໄມ້ທຳມະດາ ປະໂຫຍດຫຼາຍ ກິນໄດ້ 3 ແບບ ທັງໃຊ້ເປັນຢາໄດ້ອີກດ້ວຍ

ລາຍການໝາກໄມ້ພື້ນເມືອງທີ່ບໍ່ໄດ້ມີດີພຽງແຕ່ລົດຊາດ ແຕ່ຍັງເຊື່ອງພະລັງລັບຂອງສະໝຸນໄພຢ່າງຫຼວງຫຼາຍ  ເຕັມໄປດ້ວຍຄັງຢາ ຊັ້ນຍອດທີ່ທຳມະຊາດຈັດໃຫ້ແບບ 3-in-1 ກັບ 7 ໝາກໄມ້ທຳມະດາ ປະໂຫຍດຫຼາຍ ກິນໄດ້ 3 ແບບ ອີກທັງໃຊ້ເປັນຢາໄດ້ອີກດ້ວຍ   ຮູ້ບໍ່ວ່າ…ໝາກໄມ້ທຳມະດາທີ່ພວກເຮົາເຫັນກັນເລື້ອຍໆ ມີປະໂຫຍດຫຼາຍກວ່າທີ່ຄິດ ບໍ່ພຽງແຕ່ກິນໄດ້ 3 ແບບ ແຕ່ບາງຕົ້ນຍັງໃຊ້ເປັນຢາອີກດ້ວຍ   ໝາກມ່ວງຫາວໝາກນາວໂຫ່   ກິນ ດິບ → ຝາດເລັກນ້ອຍ ໃຊ້ເຮັດເຄື່ອງດື່ມສະໝຸນໄພ   ກິນ ສຸກ → ຫວານອົມສົ້ມ ກິນສົດ ໃຊ້   ທັງຕົ້ນ → ໃບ/ເປືອກ ໃຊ້ບຳລຸງເລືອດ ແກ້ພູມແພ້   ໝາກຕູມ   ກິນ ດິບ → ຕາກແຫ້ງ ຕົ້ມຊາແກ້ທ້ອງອືດ   ກິນ ສຸກ → ຫວານເຢັນ ກິນສົດ […]

ຈີນຮູ້ທັນທຣຳ ເທຂາຍພັນທະບັດສະຫະລັດ ກ່ອນສຶກຂູດຮີດພາສີ ເຫຼືອຖືຄອງເປັນອັນດັບ 3

ຈີນຫຼຸດການຖືຄອງພັນທະບັດລັດຖະບານສະຫະລັດລົງໃນເດືອນມີນາ ຕັ້ງແຕ່ກ່ອນໜ້າສົງຄາມຂູດຮີດພາສີຂອງປະທານາທິບໍດີໂດນັລ ທຣຳ ສົ່ງຜົນໃຫ້ສະຫະລາດຊະອານາຈັກກ້າວຂຶ້ນມາແທນທີ່ໃນອັນດັບ 2 ຂອງຕ່າງຊາດທີ່ຖືຄອງພັນທະບັດລັດຖະບານສະຫະລັດຫຼາຍທີ່ສຸດ   ໃນເດືອນດັ່ງກ່າວ ຊຶ່ງເປັນເດືອນກ່ອນໜ້າທຣຳເປີດສາກສຶກຮີດພາສີທີ່ກໍ່ຄວາມປັ່ນປ່ວນແກ່ຕະຫຼາດພັນທະບັດລັດຖະບານສະຫະລັດໃນເດືອນເມສາ ພົບວ່າບັນດາຕ່າງຊາດເຂົ້າຊື້ພັນທະບັດລັດຖະບານສະຫະລັດເພີ່ມຂຶ້ນຢ່າງຫຼາຍເປັນເດືອນທີ 2 ຕິດຕໍ່ກັນ   ແຕະລະດັບສູງສຸດເປັນປະຫວັດການ ໂດຍລວມແລ້ວຕ່າງຊາດຖືຄອງພັນທະບັດລັດຖະບານສະຫະລັດເພີ່ມຂຶ້ນ 233,100 ລ້ານໂດລາ ໃນເດືອນມີນາ ສູ່ລະດັບ 9.05 ລ້ານລ້ານໂດລາ ອ້າງອີງຈາກຕົວເລກຂອງກະຊວງການຄັງອາເມລິກາທີ່ເຜີຍແຜ່ເມື່ອວັນສຸກ(16ພຶດສະພາ) ຜິດກັບຈີນທີ່ຫຼຸດການຖືຄອງລົງ   ທີ່ຜ່ານມາ ຈີນ ຄືຜູ້ຖືຄອງພັນທະບັດລັດຖະບານສະຫະລັດລາຍໃຫຍ່ທີ່ສຸດ ກ່ອນຖືກຍີ່ປຸ່ນແຊງໜ້າໃນປີ 2019 ແລະ ຂໍ້ມູນຫຼ້າສຸດນີ້ພົບວ່າສະຫະລາດຊະອານາຈັກ ໄດ້ແຊງໜ້າ ຈີນ ເປັນຄັ້ງທຳອິດໃນຮອບກວ່າ 2 ທົດສະວັດ ໃນອັນດັບ 2 ຊາດທີ່ຖືຄອງພັນທະບັດລັດຖະບານສະຫະລັດຫຼາຍທີ່ສຸດໃນໂລກ   ໃນພາບລວມຂອງຂໍ້ມູນທີ່ເຜີຍແຜ່ໃນວັນສຸກ(16 ພຶດສະພາ) ບົ່ງຊີ້ວ່າຈົນເຖິງເດືອນມີນາ ຍັງບໍ່ມີການເອົາໃຈອອກຫ່າງຈາກພັນທະບັດລັດຖະບານສະຫະລັດ ຈົນກະທັ່ງ ທຣຳ ເປີດສາກມາດຕະການຮີດພາສີກຳນົດເຫຼັ້ນງານສິນຄ້ານຳເຂົ້າຈາກນານາຊາດໃນຊ່ວງຕົ້ນເດືອນເມສາ   ອຸປະສົງຂອງຕ່າງຊາດກາຍມາເປັນປະເດັນຖົກຖຽງກັນໃນຕະຫຼາດພັນທະບັດ ນັບຕັ້ງແຕ່ ທຣຳ ຍົກລະດັບຍຸດທະການຂຶ້ນພາສີເຊີງຮຸກ ແລະ ກ່າວຫາບັນດາຄູ່ຫູທາງການຄ້າຂອງສະຫະລັດຊ້ຳໆວ່າກຳລັງສີກປະເທດຂອງເຂົາເປັນຊິ້ນໆ   […]