ຍີ່ປຸ່ນ ໝາກຕົວທຳອິດຂອງສົງຄາມພາສີທຣຳ ພັນທະມິດເບີໜຶ່ງສະຫະລັດ

ຍີ່ປຸ່ນ ປະເທດທຳອິດທີ່ເປີດໂຕະເຈລະຈາການຄ້າກັບສະຫະລັດ ຍີ່ປຸ່ນກາຍເປັນປະເທດທຳອິດທີ່ໄດ້ເລີ່ມຕົ້ນເປີດໂຕະເຈລະຈາການຄ້າກັບສະຫະລັດຢ່າງເປັນທາງການ ພາຍຫຼັງປະທານາທິບໍດີໂດນັລ ທຣຳ ປະກາດມາດຕະການພາສີອາກອນຕອບໂຕ້ (Reciprocal Tariffs) ເມື່ອວັນທີ 2 ເມສາທີ່ຜ່ານມາ ການເຈລະຈາຄັ້ງນີ້ມີຄວາມສຳຄັນຢ່າງຍິ່ງ ເພາະອາດກາຍເປັນແມ່ແບບໃຫ້ປະເທດອື່ນທີ່ຕ້ອງເຂົ້າສູ່ການເຈລະຈາກັບສະຫະລັດໃນລຳດັບຖັດໄປ. ຄຳຖາມກໍຄື ຫາກຍີ່ປຸ່ນບໍ່ສາມາດຕົກລົງເງື່ອນໄຂທີ່ເອື້ອປະໂຫຍດໄດ້, ການເຈລະຈາຂອງປະເທດອື່ນຈະມີແນວໂນ້ມທີ່ຕ້ອງປະເຊີນກັບຄວາມຫຍຸ້ງຍາກຕາມໄປດ້ວຍຫຼືບໍ່ ແລ້ວເປັນຫຍັງຍີ່ປຸ່ນຈຶ່ງໄດ້ຮັບສິດເປີດການເຈລະຈາກ່ອນໃຜ ຄຳຕອບສະທ້ອນຈາກຫຼາຍປັດໄຈ ໂດຍສະເພາະສະຖານະຂອງຍີ່ປຸ່ນໃນຖານະໜຶ່ງໃນພັນທະມິດທີ່ໃກ້ຊິດທີ່ສຸດຂອງສະຫະລັດໃນອາຊີ ເຊິ່ງມີຄວາມຮ່ວມມືແໜ້ນແຟ້ນທັງດ້ານເສດຖະກິດ ແລະ ຄວາມໝັ້ນຄົງມາຢ່າງຍາວນານ ຍີ່ປຸ່ນແລະສະຫະລັດມີພັນທະມິດຄວາມໝັ້ນຄົງແໜ້ນແຟ້ນ ຍີ່ປຸ່ນ ແລະ ສະຫະລັດມີພັນທະມິດຄວາມໝັ້ນຄົງແໜ້ນແຟ້ນມາຕັ້ງແຕ່ສິ້ນສຸດສົງຄາມໂລກຄັ້ງທີສອງ ພາຍໃຕ້ຂໍ້ຕົກລົງທີ່ອະນຸຍາດໃຫ້ສະຫະລັດຕັ້ງຖານທັບໃນຍີ່ປຸ່ນເພື່ອຖ່ວງດຸນອຳນາດຝ່າຍກົງກັນຂ້າມໃນອາຊີ. ມີຖານທັບທະຫານສະຫະລັດຫຼາຍກວ່າ 80 ແຫ່ງໃນຍີ່ປຸ່ນ ແລະ ທະຫານສະຫະລັດປະຈຳການຢູ່ໃນຍີ່ປຸ່ນຫຼາຍກວ່າປະເທດອື່ນ. ແຫຼ່ງຂໍ້ມູນຈາກ Center for Strategic and International Studies (CSIS) ແລະ Council on Foreign Relations (CFR) ລະບຸວ່າ […]
ນັກປີນພູຟູຈິໄດ້ຮັບການຊ່ວຍເຫຼືອ 2 ຄັ້ງ ເພາະກັບໄປເອົາໂທລະສັບທີ່ເຮັດຫາຍ

ນັກສຶກສາອາຍຸ 27 ປີ ຊຶ່ງປີນພູເຂົາໄຟຟູຈິນອກລະດູປີນເຂົາຢ່າງເປັນທາງການ ໄດ້ຮັບການຊ່ວຍເຫຼືອ 2 ຄັ້ງພາຍໃນໄລຍະເວລາ 4 ວັນ ຫຼັງຈາກທີ່ລາວກັບມາປີນພູພື່ອຄົ້ນຫາໂທລະສັບມືຖືທີ່ເຮັດຫາຍ ນັກສຶກສາຊາວຈີນທີ່ອາໄສຢູ່ໃນຍີ່ປຸ່ນໄດ້ຮັບການຊ່ວຍເຫຼືອຄັ້ງທຳອິດດ້ວຍເຮລິຄອບເຕີເມື່ອວັນທີ 22 ເມສາ ທີ່ຜ່ານມາ ຂະນະຢູ່ເທິງເສັ້ນທາງຟູຈິໂນະມິຍະ ຊຶ່ງຢູ່ສູງຈາກລະດັບນ້ຳທະເລປະມານ 3,000 ແມັດ ໃນຝັ່ງຈັງຫວັດຊິຊຸໂອກະ. ລາວບໍ່ສາມາດລົງຈາກເສັ້ນທາງປີນເຂົາໄດ້ເນື່ອງຈາກເຮັດເກີບຕະປູສຳລັບປີນພູເຂົາຫາຍ ໂດຍເກີບດັ່ງກ່າວເປັນອຸປະກອນມີຕະປູທີ່ຕິດຢູ່ກັບພື້ນເກີບສຳລັບປີນເຂົາເພື່ອໃຫ້ຍຶດເກາະພື້ນໄດ້ດີຂຶ້ນ. ແຕ່ບໍ່ເທົ່າໃດມື້ຕໍ່ມາ, ລາວກັບມາທີ່ພູເຂົາອີກຄັ້ງເພື່ອນຳສິ່ງຂອງທີ່ລາວລືມເອົາໄວ້ ລວມເຖິງໂທລະສັບຂອງລາວ. ລາວໄດ້ຮັບການຊ່ວຍເຫຼືອອີກຄັ້ງໃນວັນທີ 26 ເມສາ ໃກ້ກັບສະຖານີທີ 8 ເສັ້ນທາງຟູຈິໂນະມິຍະ ຫຼັງຈາກມີພາວະເຈັບປ່ວຍຈາກການຂຶ້ນທີ່ສູງ ແຕ່ຕອນນີ້ພົ້ນຂີດອັນຕະລາຍແລ້ວ. ເນື່ອງຈາກສະພາບອາກາດທີ່ຮ້າຍແຮງ, ເຈົ້າໜ້າທີ່ຈຶ່ງບໍ່ແນະນຳໃຫ້ປີນພູເຂົາໄຟຟູຈິນອກລະດູປີນເຂົາຢ່າງເປັນທາງການ ຊຶ່ງເລີ່ມຕົ້ນໃນຊ່ວງຕົ້ນເດືອນກໍລະກົດ ແລະ ສິ້ນສຸດໃນຊ່ວງຕົ້ນເດືອນກັນຍາ. ຂະນະນີ້, ເສັ້ນທາງທັງໝົດທີ່ນຳໄປສູ່ຍອດເຂົາຟູຈິປິດໃຫ້ບໍລິການຕາມຄຳກ່າວຂອງກະຊວງສິ່ງແວດລ້ອມ. ຫຼັງຈາກການຊ່ວຍເຫຼືອຊາຍຄົນດັ່ງກ່າວ, ຕຳຫຼວດໃນຈັງຫວັດຊິຊູໂອກະໄດ້ຢ້ຳຄຳແນະນຳອີກຄັ້ງວ່າບໍ່ຄວນປີນເຂົາໃນຊ່ວງນອກລະດູການ ເນື່ອງຈາກສະພາບອາກາດອາດປ່ຽນແປງກະທັນຫັນ ເຮັດໃຫ້ເຈົ້າໜ້າທີ່ກູ້ໄພໃຫ້ການຊ່ວຍເຫຼືອໄດ້ຍາກ. ນອກຈາກນີ້, ສະຖານພະຍາບານຕາມເສັ້ນທາງຍັງປິດໃຫ້ບໍລິການອີກດ້ວຍ. ໂພສຂອງຜູ້ໃຊ້ງານ X […]
ບໍ່ຢາກເປັນ “ພະຍາດອັລໄຊເມີ” ມີວິທີປ້ອງກັນ ແລະ ການກວດເຊັກຄວາມສ່ຽງ

ອັລໄຊເມີ ເປັນພະຍາດທີ່ບໍ່ສາມາດປິ່ນປົວໃຫ້ຫາຍຂາດໄດ້ ແຕ່ຫາກຄົນໃນຄອບຄົວຄອຍສັງເກດຄວາມຜິດປົກກະຕິຂອງຜູ້ສູງອາຍຸໄດ້ໄວ ລວມເຖິງການດູແລເອົາໃຈໃສ່ຈະຊ່ວຍຄວບຄຸມພະຍາດອັລໄຊເມີໃນໄລຍະເລີ່ມຕົ້ນ ຊະລໍໃຫ້ເກີດພະຍາດຊ້າລົງ ຫຼືອາດບໍ່ເກີດພະຍາດເລີຍໄດ້. ຜົນການສຶກສາພົບວ່າການມີວິຖີຊີວິດທີ່ມີສຸຂະພາບດີ ໄດ້ແກ່ ອອກກຳລັງກາຍ ອາຫານ ອາລົມ ແລະ ການນອນຫຼັບທີ່ດີ ຊ່ວຍປົກປ້ອງສະໝອງຈາກຄວາມເສື່ອມ ຫຼື ຊະລໍການເກີດພະຍາດອັລໄຊເມີໄດ້ເຖິງ 40%. ການກວດພະຍາດອັລໄຊເມີສາມາດເຮັດໄດ້ຫຼາຍປີກ່ອນທີ່ຜູ້ປ່ວຍຈະເລີ່ມສະແດງອາການ ຊ່ວຍກວດຄົ້ນຫາກ່ອນທີ່ຈະເກີດພາວະສະໝອງເສື່ອມໃນອະນາຄົດ ແລະ ຊະລໍການດຳເນີນພະຍາດຂອງພາວະສະໝອງເສື່ອມທີ່ເກີດຂຶ້ນແລ້ວໃຫ້ຊ້າລົງໄດ້. ແມ້ອາຍຸທີ່ຫຼາຍຂຶ້ນຈະເປັນໜຶ່ງໃນປັດໄຈສ່ຽງພະຍາດອັລໄຊເມີ ເນື່ອງຈາກຄວາມເສື່ອມຂອງທຸກອະໄວຍະວະໃນຮ່າງກາຍ ລວມເຖິງສະໝອງ ແຕ່ບໍ່ໄດ້ໝາຍຄວາມວ່າຜູ້ສູງອາຍຸທຸກຄົນຈະຕ້ອງເປັນ “ອັລໄຊເມີ“. ອັລໄຊເມີ ເປັນພະຍາດທີ່ບໍ່ສາມາດປິ່ນປົວໃຫ້ຫາຍຂາດໄດ້ ແຕ່ຫາກຄົນໃນຄອບຄົວຄອຍສັງເກດຄວາມຜິດປົກກະຕິຂອງຜູ້ສູງອາຍຸໃນເຮືອນໄດ້ໄວ ກວດພົບຕັ້ງແຕ່ເນິ່ນໆ ລວມເຖິງການດູແລເອົາໃຈໃສ່ຈາກລູກຫຼານ ຈະຊ່ວຍຄວບຄຸມພະຍາດໃນໄລຍະເລີ່ມຕົ້ນ ຊະລໍໃຫ້ເກີດພະຍາດຊ້າລົງ ຫຼື ອາດບໍ່ເກີດພະຍາດເລີຍກໍໄດ້. ສັນຍານເຕືອນອັລໄຊເມີ ອາການເລີ່ມຕົ້ນຂອງຜູ້ປ່ວຍອັລໄຊເມີຄືການສູນເສຍຄວາມຈຳລະຍະສັ້ນ ຊຶ່ງເປັນອາການໃກ້ຄຽງກັບອາການຂີ້ຫຼົງຂີ້ລືມຕາມທຳມະຊາດໃນຜູ້ສູງອາຍຸ ແຕ່ເມື່ອເວລາຜ່ານໄປຜູ້ປ່ວຍ 80-90% ຈະມີອາການທາງພຶດຕິກຳຫຼືທາງຈິດຮ່ວມດ້ວຍ. ອາການຂອງ ພະຍາດອັລໄຊເມີ ຈະດຳເນີນໄປເລື້ອຍໆ ກິນເວລາຫຼາຍປີ ໂດຍຈະສະແດງອາການຕາມລະຍະເສື່ອມຂອງສະໝອງ 3 […]
4 ບົດຮຽນວາງແຜນການເງິນ ສະບັບຄົນອາເມລິກາ “Gen Z” ທີ່ຄົນໃກ້ບຳນານ “ຮຽນຮູ້” ໄດ້ ເລີ່ມຕົ້ນດີ ມີໄຊ

ທ່າມກາງເສດຖະກິດໂລກທີ່ບໍ່ແນ່ນອນ ເຕັກໂນໂລຢີທີ່ປ່ຽນແປງຢ່າງວ່ອງໄວ ນຳພາມາຊຶ່ງທັງໂອກາດ ແລະ ຄວາມສ່ຽງ Gen Z ຖືເປັນຄົນກຸ່ມທີ່ສະຫຼາດໃນການປັບຕົວ ແລະ ໃຊ້ປະໂຫຍດຈາກເຕັກໂນໂລຢີເຂົ້າມາຊ່ວຍໃນການວາງແຜນທາງການເງິນ ເຮັດໃຫ້ຄົນລຸ້ນໃໝ່ມີໂອກາດບັນລຸເປົ້າໝາຍບຳນານຫຼາຍກວ່າຄົນລຸ້ນກ່ອນ. ຈາກລາຍງານ Mind, Body, and Wallet ປະຈຳປີ 2024 ຂອງ Guardian ພົບວ່າ ຄວາມກັງວົນກ່ຽວກັບການກະສຽນອາຍຸເປັນສາເຫດຫຼັກຂອງຄວາມຄຽດສຳລັບຄົນອາເມລິກາ. ຫຼາຍຄົນກັງວົນວ່າຈະບໍ່ມີເງິນພຽງພໍທີ່ຈະໃຊ້ຊີວິດຫຼັງບຳນານຢ່າງສຸກສະບາຍ. ຄົນລຸ້ນ Gen X ກຳລັງຮູ້ສຶກເຖິງຄວາມຄຽດຈາກການກະສຽນອາຍຸຢ່າງໜັກ. ລາຍງານພົບວ່າເປັນຄັ້ງທຳອິດໃນຮອບຫຼາຍປີທີ່ຄົນລຸ້ນ Gen X ລາຍງານວ່າສຸຂະພາບທາງການເງິນແຍ່ກວ່າຄົນລຸ້ນ Gen Z ເລັກນ້ອຍ (27% ທຽບກັບ 31%). ເຖິງວ່າຄົນລຸ້ນ Gen Z ຈະມີຄວາມກັງວົນເລື່ອງການກະສຽນອາຍຸໜ້ອຍກວ່າ ເນື່ອງຈາກຍັງເຫຼືອກຽມຕົວບຳນານອີກຫຼາຍ ແຕ່ພວກເຂົາກໍມີວິທີວາງແຜນການເງິນຢ່າງຊາບສະຫຼາດເພື່ອກຽມຕົວໃຫ້ພ້ອມສຳລັບການບຳນານຊຶ່ງຄົນ Gen X ສາມາດຮຽນຮູ້ ແລະ ນຳມາປັບໃຊ້ກັບແຜນບຳນານໄດ້. GOBankingRates […]
ຜູ້ໃຊ້ງານ ChatGPT ທະລຸ 160 ລ້ານຄົນຕໍ່ມື້ ຫຼາຍກວ່າ Gemini 4 ເທົ່າ ແຕ່ Google ຫວັງເລັ່ງເຄື່ອງໄລ່ນຳໃຫ້ທັນ

ໃນສົງຄາມການຕໍ່ສູ້ດ້ານເອໄອ ລະຫວ່າງກູເກິລ ແລະ ໂອເພນເອໄອ ໃນດ້ານໜຶ່ງສາມາດເບິ່ງໄດ້ວ່າໂອເພນເອໄອເປັນຜູ້ນຳໃນຕະຫຼາດນີ້ ແຕ່ການທີ່ກູເກິລມີຊ່ອງທາງການນຳສະເໜີໃນຫຼາກຫຼາຍຊ່ອງທາງ ເຮັດໃຫ້ມີໂອກາດສ້າງຂໍ້ໄດ້ປຽບໃນການເພີ່ມໂອກາດການເຂົ້າເຖິງ ແຕ່ກູເກິລຍັງພົບຄວາມທ້າທາຍໃນດ້ານກົດລະບຽບຊຶ່ງອາດສົ່ງຜົນຕໍ່ຜະລິດຕະພັນຂອງກູເກິລໃນພາບລວມ. ຂໍ້ມູນຫຼ້າສຸດໃນເດືອນມີນາ 2025 ຊຶ່ງເປັນຕົວເລກທີ່ກູເກິລເປີດເຜີຍໃນຊ່ວງລະຫວ່າງການພິຈາລະນາຄະດີກັບກະຊວງຍຸຕິທຳສະຫະລັດຯ ລະບຸວ່າ Gemini ມີຜູ້ໃຊ້ງານລາຍວັນ (DAU) ປະມານ 35 ລ້ານຄົນ. ໃນທາງກົງກັນຂ້າມ, ນັກວິເຄາະຈາກບາເຄລສ໌ ປະເມີນວ່າ ChatGPT ມີ DAU ປະມານ 160 ລ້ານຄົນ ຊຶ່ງຫຼາຍກວ່າ Gemini ເຖິງ 4ເທົ່າ. ຕົວເລກດັ່ງກ່າວອາດຕ່ຳກວ່າຄວາມເປັນຈິງ ເນື່ອງຈາກແຊມ ອັລທ໌ແມນ ຊີອີໂອ ແລະ ຜູ້ຮ່ວມກໍ່ຕັ້ງໂອເພນເອໄອ ເປີດເຜີຍເມື່ອເດືອນເມສາວ່າ ChatGPT ມີຜູ້ໃຊ້ງານລາຍອາທິດ (WAU) ເຖິງ 500 ລ້ານຄົນ ເຖິງຈະເປັນຫົວໜ່ວຍວັດທີ່ກວ້າງກວ່າ DAU ແຕ່ກໍຊີ້ໃຫ້ເຫັນເຖິງຖານຜູ້ໃຊ້ທີ່ໃຫຍ່ກວ່າຫຼາຍ. ປັດໄຈທີ່ເຮັດໃຫ້ Gemini […]
ລະເບີດດັງສະເທືອນທ່າເຮືອອີຣ່ານ ເສຍຊີວິດແລ້ວ 40 ບາດເຈັບກວ່າ 1,200 ຄົນ

ຄວາມຄືບໜ້າສະຖານະການລະເບີດ ແລະ ໄຟໄໝ້ຂະໜາດໃຫຍ່ ທີ່ທ່າເຮືອຊາຮິດ ຣາຈາອີ ທ່າເຮືອການຄ້າຂະໜາດໃຫຍ່ທີ່ສຸດຂອງອີຣ່ານ ຕັ້ງຢູ່ໃນເມືອງບັນດາອັບບາສ ເມືອງແຖບຊາຍຝັ່ງທາງໃຕ້ ແລະ ໃກ້ຊ່ອງແຄບຍຸດທະສາດຮໍມຸຊ. ສື່ລັດຖະບານອີຣ່ານລາຍງານວ່າ ເຈົ້າໜ້າທີ່ໜ່ວຍກາຊາດ, ສະມາຄົມຂີ້ນວົງເດືອນແດງຂອງອີຣ່ານ ຊ່ວຍກັນໂຮຍສານເຄມີຫນ່ວງໄຟ ຜ່ານທາງອາກາດຍານເພື່ອພະຍາຍາມສະກັດແນວໄຟທີ່ຍັງລຸກໄໝ້ ແລະ ສົ່ງກຸ່ມຄວັນດຳລອຍຂຶ້ນຝັ່ງຢ່າງຕໍ່ເນື່ອງ. ບໍລິເວນທີ່ເກີດເຫດເຕັມໄປດ້ວຍເສດຊາກຄວາມເສຍຫາຍ. ສ່ວນຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນຢ່າງໜ້ອຍ 40 ຄົນ, ຜູ້ບາດເຈັບເພີ່ມຂຶ້ນເປັນຫຼາຍກວ່າ 1,200 ຄົນ. ຜູ້ອຳນວຍການໜ່ວຍກາຊາດຂອງອີຣ່ານ ເປີດເຜີຍວ່າ ທີມດັບເພີງສາມາດຄວບຄຸມເພີງໄດ້ແລ້ວ 90% ກິດຈະກຳຕ່າງໆ ຂອງທ່າເຮືອໄດ້ເລີ່ມດຳເນີນການໄດ້ແລ້ວໃນບາງສ່ວນທີ່ບໍ່ໄດ້ຮັບຜົນກະທົບຈາກເຫດລະເບີດແລະໄຟໄໝ້. ທັງນີ້, ຍັງມີຜົນກະທົບທີ່ເກີດຈາກກຸ່ມຄວັນພິດ ເຈົ້າໜ້າທີ່ອີຣ່ານຈຶ່ງແຈ້ງເຕືອນປະຊາຊົນທີ່ຢູ່ໃກ້ທ່າເຮືອ ໃຫ້ຢູ່ແຕ່ໃນເຮືອນຈົນກວ່າຈະມີປະກາດປ່ຽນແປງ ແລະ ໃຫ້ສວມຊຸດປ້ອງກັນທີ່ຮັດກຸມຫຼາຍຂຶ້ນ. ສ່ວນທີ່ເມືອງບັນດາອັບບາສ ພື້ນທີ່ເກີດເຫດ ເຈົ້າໜ້າທີ່ສັ່ງປິດໂຮງຮຽນ ແລະ ສຳນັກງານໃນວັນອາທິດທີ່ຜ່ານມາ ເພື່ອເປີດທາງໃຫ້ເຈົ້າໜ້າທີ່ໄດ້ທຸ່ມກຳລັງໃຫ້ກັບພາລະກິດສຸກເສີນຢ່າງເຕັມທີ່. ທາງການອີຣ່ານ ປະກາດໄວ້ອາໄລທົ່ວປະເທດເປັນເວລາ 1 ວັນ ຄືວັນນີ້ (28 ເມສາ) […]
ກ້ອນກຳລັງສວນສະໜາມຂອງກອງທັບປະຊາຊົນລາວເຝິກຊ້ອມ ເພື່ອກະກຽມເຂົ້າຮ່ວມພິທີສວນສະໜາມ ຢູ່ນະຄອນຫຼວງມົດສະກູ ສ.ຣັດເຊຍ.

ໃນວັນທີ 26 ເມສາ 2025, ສະຫາຍ ພັນໂທ ສັນຕິ ຈັນທະລັງສອນ ຮອງຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ຫົວໜ້າຄະນະຊີ້ນຳກ້ອນກຳລັງສວນສະໜາມກອງທັບປະຊາຊົນລາວ ພ້ອມຄະນະ ໄດ້ນຳພາກ້ອນກໍາລັງສວນສະໜາມກອງທັບປະຊາຊົນລາວ ເຝີກຊ້ອມການເດີນສວນສະໜາມ ຢູ່ສະຖານທີ່ພັກເຊົາ ສ.ຣັດເຊຍ ເພື່ອເຮັດໃຫ້ກ້ອນກຳລັງສວນສະໜາມກອງທັບປະຊາຊົນລາວ ມີຄວາມເຂັ້ມແຂງທາງດ້ານຈັງຫວະເຕັກນິກເດີນສວນສະໜາມ ທັງເປັນການເຝິກກຳລັງແຮງກາຍ, ແຮງໃຈ, ເຮັດໃຫ້ກ້ອນກຳລັງກອງທັບປະຊາຊົນລາວ ຮັບປະກັນຄວາມພ້ອມໃນການເຂົ້າຮ່ວມສວນສະໜາມ ເນື່ອງໃນວັນໄຊຊະນະສົງຄາມປ້ອງກັນປິຕຸພູມ ເຊິ່ງຈະໄດ້ຈັດຂື້ນໃນວັນທີ 9 ພຶດສະພາ 2025 ທີ່ນະຄອນຫຼວງມົດສະກູ ສ.ຣັດເຊຍ ໃຫ້ມີຄຸນນະພາບ ແລະ ໄດ້ຮັບໝາກຜົນສູງ. ໃນວັນທີ 27 ເມສາ 2025 ກ້ອນກຳລັງສວນສະໜາມຂອງກອງທັບປະຊາຊົນລາວ ໄດ້ເຂົ້າຮ່ວມຫັດແອບປະສານກັບກ້ອນກຳລັງຂອງບັນດາປະເທດທີ່ເຂົ້າຮ່ວມ ເປັນຄັ້ງທຳອິດ ຢູ່ທີ່ສະໜາມຫັດແອບ”ອາລາບິນໂນ” ເພື່ອກະກຽມ ແລະ ຮັບປະກັນ ໃຫ້ການເຂົ້າຮ່ວມພິທີສວນສະໜາມດັ່ງກ່າວ
ລະວັງ! ອາກາດຮ້ອນຈັດຂັ້ນສຸດ ຕາກແດດ 1 ຊົ່ວໂມງ ອາດເສຍຊີວິດໄດ້

ອາກາດຮ້ອນຈັດ ສິ່ງທີ່ຕ້ອງກັງວົນກໍຄືການເກີດອາການ “ຮີດສະໂຕຣກ” (Heat Stroke) ເຊິ່ງພວກເຮົາສາມາດຄວບຄຸມອຸນຫະພູມຮ່າງກາຍໄດ້ ເຊັ່ນ: ການດື່ມນ້ຳ, ຢູ່ບ່ອນຮົ່ມ ແຕ່ສຳລັບຄົນທີ່ຕ້ອງເຮັດວຽກກາງແຈ້ງ ນັ້ນຄວບຄຸມອຸນຫະພູມຮ່າງກາຍໄດ້ຍາກກວ່າ ຍິ່ງໄປກວ່ານັ້ນຍັງອາດຕ້ອງຖືກແດດໝົດມື້ ເຊິ່ງອາດເປັນອັນຕະລາຍໄດ້ ເນື່ອງຈາກມີງານຄົ້ນຄວ້າເປີດເຜີຍວ່າ ການຖືກແດດ 1 ຊົ່ວໂມງ ຊ່ວງອາກາດຮ້ອນຈັດ ອາດເຮັດໃຫ້ເສຍຊີວິດໄດ້ ສູ່ວິທີຮັບມືເພື່ອປ້ອງກັນອັນຕະລາຍທີ່ເກີດຂຶ້ນ ຈາກງານສຶກສາຄົ້ນຄວ້າຂອງ Dr Fiona Rennie, Family Medicine at Valiant Clinic ເຊິ່ງໄດ້ສຶກສາຄວາມສຳພັນລະຫວ່າງຄວາມຮ້ອນໃນບັນຍາກາດກັບອາການເຈັບປ່ວຍຂອງຜູ້ສຳຜັດ ຫຼື Heat related illnesses (HRI) ທີ່ສຶກສາໃນເມືອງດູໄບ ປະເທດສະຫະລັດອາຣັບເອມິເຣດ (UAE) ລະບຸວ່າປະຊາຊົນທີ່ຢູ່ທັງໃນສະຖານທີ່ຮົ່ມ ຫຼື ກາງແຈ້ງເມື່ອໄດ້ສຳຜັດອາກາດຮ້ອນທີ່ອຸນຫະພູມຕ່າງໆ ກັນປະມານ 1 ຊົ່ວໂມງ ໂດຍມີຄວາມຊຸ່ມສຳພັດໃນອາກາດປະມານ 50-55% ຈະເຮັດໃຫ້ຄົນສ່ວນໃຫຍ່ມີອາການ ດັ່ງນີ້: ອຸນຫະພູມໃນບັນຍາກາດຢູ່ລະຫວ່າງ 39 – 40 […]
ສຳນັກງານຕຳຫຼວດແຫ່ງຊາດໄທ ຖະແຫຼງເຄື່ອງບິນຕຳຫຼວດຕົກຂະນະທົດສອບການບິນຝຶກໂດດຈ້ອງ ເສຍຊີວິດທັງ 6 ນາຍ

ສຳນັກງານຕຳຫຼວດແຫ່ງຊາດ ກອງສານນິເທດ ສຳນັກງານຕຳຫຼວດແຫ່ງຊາດ ເຜີຍແຜ່ຂ່າວໂດຍ ກອງສານນິເທດ ສຳນັກງານຕຳຫຼວດແຫ່ງຊາດ ເຄື່ອງບິນຕຳຫຼວດຕົກ ຂະນະປະຕິບັດພາລະກິດທົດສອບການບິນ ຝຶກໂດດຈ້ອງ ອຳເພີ ຫົວຫິນ ຈັງຫວັດ ປະຈວບຄີລີຂັນ ເສຍຊີວິດທັງ 6 ນາຍ ມື້ນີ້ (25 ເມສາ) ພົນ.ຕ.ທ.ອາຊຽນ ໄກທອງ ໂຄສົກສຳນັກງານຕຳຫຼວດແຫ່ງຊາດເປີດເຜີຍວ່າ ເກີດເຫດເຄື່ອງບິນຂອງສຳນັກງານຕຳຫຼວດແຫ່ງຊາດຕົກລະຫວ່າງການປະຕິບັດພາລະກິດທົດສອບການບິນ ເພື່ອກຽມຄວາມພ້ອມສຳລັບການຝຶກໂດດຈ້ອງ ຢູ່ພື້ນທີ່ ອຳເພີ ຫົວຫິນ ຈັງຫວັດ ປະຈວບຄີລີຂັນ ໂດຍມີເຈົ້າໜ້າທີ່ຕຳຫຼວດຢູ່ໃນເຄື່ອງບິນຈຳນວນ 6 ນາຍ ຄື: ພ.ຕ.ອ.ປະທານ ຂຽວຂຳ ນັກບິນ ເສຍຊີວິດ ພ.ຕ.ທ.ປານເທບ ມະນິວິຊິຮາງກູນ ນັກບິນ ເສຍຊີວິດ ຮ.ຕ.ອ.ຈະຕຸຣົງ ວັດທະນະໄພສານ ນັກບິນ ໄດ້ຮັບບາດເຈັບ ນຳສົ່ງໂຮງໝໍຫົວຫິນ ເສຍຊີວິດທີ່ໂຮງໝໍໃນເວລາຕໍ່ມາ ຮ.ຕ.ທ.ທະນະວັດ ເມກປະເສີດສຸກ ວິສະວະກອນ ເສຍຊີວິດ ຈ.ສ.ຕ.ປະຫວັດ […]
ຈີນເປີດຕົວ “ຕູ້ ATM ຄຳ” ທີ່ຈະຫຼອມຄຳຂອງທ່ານແລ້ວປ່ຽນເປັນເງິນສົດໃຫ້ທ່ານທັນທີ

ຕູ້ ATM ສຸດໄຮເທັກນີ້ພຽງແຕ່ຖືກຕິດຕັ້ງຕູ້ທຳອິດໃນເມືອງຊຽງໄຮ້ ແລະ ກຳລັງໄດ້ຮັບຄວາມສົນໃຈໄປທົ່ວໂລກ ດ້ວຍລະບົບທີ່ເບິ່ງທັນສະໄໝຄ້າຍກັບຫຼຸດມາຈາກຮູບເງົາໄຊໄຟ ວິທີການເຮັດວຽກກໍ່ງ່າຍແສນງ່າຍ ພຽງແຕ່ທ່ານນຳເຄື່ອງປະດັບຄຳ ຫຼຽນຄຳ ຫຼື ຄຳແທ່ງໃສ່ລົງໄປໃນເຄື່ອງ ຈາກນັ້ນຕູ້ ATM ກໍ່ຈະເຮັດການກວດສອບຄວາມບໍລິສຸດ ຊັ່ງນ້ຳໜັກຄຳ ຄຳນວນມູນຄ່າຕະຫຼາດ ແລະ ໂອນເງິນເຂົ້າບັນຊີຂອງທ່ານພາຍໃນເວລາບໍ່ເກີນ 30 ນາທີ ໂດຍມີຄ່າທຳນຽມ 18 ຢວນຕໍ່ກຣາມ. ໂຊກຮ້າຍຖ້າເກີດທ່ານປ່ຽນໃຈຢາກໄດ້ຄຳຂອງທ່ານຄືນ ເພາະຕູ້ ATM ນີ້ມີລະບົບການຣີໄຊເຄິນຄຳດ້ວຍການຫຼອມທີ່ອຸນຫະພູມກວ່າ 1,200 ອົງສາ ນອກຈາກນັ້ນ ຄຳທີ່ນຳມາເຂົ້າຕູ້ນີ້ຈະຕ້ອງມີນ້ຳໜັກຫຼາຍກວ່າ 3 ກຣາມ ແລະ ມີຄວາມບໍລິສຸດຢ່າງໜ້ອຍ 50%