“ສີ ຈິ້ນຜິງ” ປະທານາທິບໍດີຈີນ ສວມບົດບາດ “ຜູ້ພິທັກອາຊີ” ຜະນຶກກຳລັງອາຊຽນຕໍ່ສູ້ພາສີທຣຳ

ຕະຫຼອດອາທິດທີ່ຜ່ານມາ ໂລກຈັບຕາການເດີນທາງຢ້ຽມຢາມ 3 ຊາດອາຊຽນຂອງປະທານາທິບໍດີສີ ຈິ້ນຜິງ ຄື: ຫວຽດນາມ, ມາເລເຊຍ ແລະ ກຳປູເຈຍ ການເດີນທາງຢ້ຽມຢາມພູມິພາກນີ້ ເກີດຂຶ້ນທ່າມກາງສົງຄາມການຄ້າລະຫວ່າງສະຫະລັດຯ ແລະ ຈີນ ທີ່ທະວີຄວາມຮຸນແຮງຂຶ້ນຕໍ່ເນື່ອງ ຈາກພາສີຕ່າງຕອບແທນຂອງໂດນັລດ໌ ທຣຳ ທີ່ບັງຄັບໃຊ້ກັບຈີນຫຼາຍເຖິງ 145% ສ່ວນຈີນກໍຕອບໂຕ້ດ້ວຍພາສີ 125% ກັບອາເມລິກາ.   ຖະແຫຼງການ ແລະ ພຶດຕິການຂອງຜູ້ນຳຈີນໃນການຢ້ຽມຢາມອາຊຽນຄັ້ງນີ້ ເນັ້ນຢ້ຳເຖິງຄວາມເປັນເອກະພາບ, ຄວາມຮ່ວມມື ແລະ ການຕໍ່ຕ້ານລັດທິກີດກັນທາງການຄ້າ ລ່າສຸດ, ໃນການຢ້ຽມຢາມມາເລເຊຍ, ທ່ານໄດ້ປະກາດວ່າ ຈີນຈະພິທັກພັດທະນາການຂອງຊາດອາຊີ ເພາະທຸກຊາດອາຊີ ຄື “ຄອບຄົວດຽວກັນ”   ປະທານາທິບໍດີຈີນ ຂຶ້ນກ່າວລະຫວ່າງງານລ້ຽງອາຫານຄ່ຳ ເມື່ອ 16 ເມສາ ມີໃຈຄວາມ ດັ່ງນີ້:   “ພວກເຮົາກຳລັງປະເຊີນແຮງສັ່ນໄຫວຕໍ່ລະບຽບໂລກແລະໂລກາພິວັດ ແຕ່ຈີນແລະມາເລເຊຍ ຈະຮ່ວມກັບນານາປະເທດອາຊີ ເພື່ອຕໍ່ສູ້ກັບແຮງກະເພື່ອມທາງພູມລັດສາດ ເພື່ອກ້າວຂ້າມກະແສຫຼັກຄິດເອກະພາບນິຍົມ ແລະ ການກີດກັນ ເພື່ອພິທັກການພັດທະນາຂອງອາຊີທີ່ພວກເຮົາມີຮ່ວມກັນ” ທ່ານກ່າວ. […]

“ທຣຳ” ເອົາແທ້ ເປີດສູດຟາດພາສີຈີນພຸ່ງ 245% ຄິດຈາກຫຍັງ?

ເປີດສູດ ສະຫະລັດຯ ຂຶ້ນພາສີນຳເຂົ້າຈາກຈີນສູງເຖິງ 245% ທຣຳລຸຍຕອບໂຕ້ສຶກແຮ່ຫາຍາກ ເບື້ອງຫຼັງສົງຄາມເສດຖະກິດຄັ້ງໃໝ່ທີ່ເດີມພັນດ້ວຍຄວາມໝັ້ນຄົງຂອງປະເທດ   ບໍ່ແມ່ນຕົວເລກຫຼຸດ ຫຼື ພິມຜິດຢ່າງທີ່ຫຼາຍຄົນສົງໄສ ລັດຖະບານສະຫະລັດພາຍໃຕ້ການນຳຂອງປະທານາທິບໍດີໂດນັລດ໌ ທຣຳ ຢືນຢັນຊັດເຈນແລ້ວວ່າ ພາສີນຳເຂົ້າສິນຄ້າບາງປະເພດຈາກຈີນຖືກປັບຂຶ້ນສູງສຸດເຖິງ 245% ຈິງ ແລະ ເປັນຕົວເລກທີ່ມີທີ່ມາທີ່ໄປ   ພາສີ 245% ຄິດຈາກຫຍັງ?   ຈາກຖະແຫຼງການຂອງທຳນຽບຂາວ, ສະຫະລັດຯ ບໍ່ໄດ້ຕັ້ງພາສີ 245% ໃນລາຍການດຽວ ແຕ່ເປັນການລວມຫຼາຍມາດຕະການພາສີທີ່ຊ້ອນທັບກັນ ຈົນກາຍເປັນຕົວເລກສູງ ໂດຍສະເພາະກັບສິນຄ້າຈີນບາງປະເພດ ຊຶ່ງຖືກຈັດຢູ່ໃນກຸ່ມເປົ້າໝາຍສຳຄັນ.   ທັງນີ້, ມາດຕະການທີ່ນຳມາລວມກັນມີດັ່ງນີ້:   ພາສີຖານ 10% ທີ່ໃຊ້ກັບສິນຄ້ານຳເຂົ້າທັງໝົດເປັນພື້ນຖານ   ພາສີຕອບໂຕ້ 125% ທີ່ໃຊ້ເພື່ອຕອບກັບຈີນ ຫຼັງຈາກທີ່ຈີນຕັ້ງກຳແພງພາສີຕໍ່ສິນຄ້າສະຫະລັດໃນລະດັບດຽວກັນ   ພາສີພິເສດ 20% ທີ່ເຊື່ອມໂຍງກັບບົດບາດຂອງຈີນໃນບັນຫາການລັກລອບນຳເຂົ້າເຟນທານິລ   ພາສີພາຍໃຕ້ກົດໝາຍ Trade Act ມາດຕາ 301 ຊຶ່ງກຳນົດໄວ້ລະຫວ່າງ […]

ນັກທ່ອງທ່ຽວທີ່ຈະເດີນທາງໄປໄທ ຕ້ອງກອກ TDAC ກ່ອນເຂົ້າໄທທຸກຊ່ອງທາງເລີ່ມ 1 ພຶດສະພາ 2025 ນີ້

ນັກທ່ອງທ່ຽວທີ່ຈະເດີນທາງໄປປະເທດໄທ ຕ້ອງກອກ TDAC ລ່ວງໜ້າ 3 ວັນ ກ່ອນເຂົ້າໄທທຸກຊ່ອງທາງ ເລີ່ມ 1 ພຶດສະພາ 2025 ນີ້   ສຳນັກກວດຄົນເຂົ້າເມືອງຂອງໄທປະກາດອັບເດດສຳຄັນສຳລັບນັກທ່ອງທ່ຽວທຸກຄົນທີ່ເດີນທາງເຂົ້າປະເທດ.   ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ນັກເດີນທາງທີ່ບໍ່ໄດ້ຖືສັນຊາດໄທຕ້ອງກອກແບບຟອມບັດຂາເຂົ້າດິຈິຕອລຂອງປະເທດໄທ (TDAC) ທາງອອນລາຍລ່ວງໜ້າກ່ອນເດີນທາງເຂົ້າປະເທດ.   ລະບົບໃໝ່ນີ້ຈະຊ່ວຍຫຼຸດລະຍະເວລາການກວດຄົນເຂົ້າເມືອງ, ເຮັດໃຫ້ຂັ້ນຕອນສະດວກແລະປອດໄພຍິ່ງຂຶ້ນ ໂດຍບໍ່ຕ້ອງໃຊ້ແບບຟອມເຈ້ຍອີກຕໍ່ໄປ.   ນັກເດີນທາງຕ້ອງລົງທະບຽນ TDAC ພາຍໃນ 3 ວັນກ່ອນເດີນທາງມາເຖິງ ແລະ ສາມາດສະໝັກໄດ້ທີ່ເວັບໄຊ tdac.immigration ເພື່ອຄວາມສະດວກສະບາຍ.   ທາງການໄດ້ຈັດທຳສື່ປະຊາສຳພັນໃນ 5 ພາສາ ໄດ້ແກ່: ອັງກິດ, ຈີນ, ເກົາຫຼີ, ຣັດເຊຍ ແລະ ຍີ່ປຸ່ນ ພ້ອມແຜ່ນພັບ ແລະ ຄລິບວິດີໂອແນະນຳການໃຊ້ງານ TDAC.   ນອກຈາກນີ້, ສຳນັກງານກວດຄົນເຂົ້າເມືອງຍັງໄດ້ບູລະນາການເຮັດວຽກຮ່ວມກັບໜ່ວຍງານທີ່ກ່ຽວຂ້ອງ […]

ຈີນຍົກແຮ່ຫາຍາກເປັນອາວຸດລັບ ໃນສົງຄາມການຄ້າເດືອດ

🔴 ສົງຄາມການຄ້າຈີນ-ສະຫະລັດ ເດືອດ   ກ່ອນໜ້ານີ້, ໃນປີ 2019 ລະຫວ່າງສົງຄາມການຄ້າຄັ້ງທຳອິດຂອງອະດີດປະທານາທິບໍດີໂດນັລດ໌ ທຣຳ ກັບຈີນທີ່ຍັງບໍ່ຄົບຮອບໜຶ່ງປີ, ປະທານາທິບໍດີສີ ຈິ້ນຜິງ ຂອງຈີນ ເດີນທາງຢ້ຽມຢາມໂຮງງານແຫ່ງໜຶ່ງໃນເມືອງການໂຈວທາງຕາເວັນອອກສຽງໃຕ້ຂອງປະເທດ ພ້ອມປະກາດຢ່າງຊັດເຈນວ່າ “ແຮ່ຫາຍາກຄືຊັບພະຍາກອນຍຸດທະສາດທີ່ສຳຄັນ”   ແຕ່ໃຜຈະຄິດວ່າອີກເກືອບຫົກປີຕໍ່ມາ ຄຳກ່າວນັ້ນກາຍເປັນຈິງຢ່າງຊັດເຈນ.   ແຮ່ຫາຍາກກາຍເປັນໜຶ່ງໃນເຄື່ອງມືທີ່ມີອຳນາດທີ່ສຸດຂອງຈີນໃນສົງຄາມການຄ້າຮອບໃໝ່ກັບສະຫະລັດ ໂດຍແຮ່ເຫຼົ່ານີ້ຈຳເປັນຕໍ່ເຕັກໂນໂລຊີລ້ຳສະໄໝຕັ້ງແຕ່ສະມາດໂຟນ, ລົດຍົນໄຟຟ້າ, ໄປຈົນເຖິງອາວຸດຍຸດໂທປະກອນລະດັບສູງ ຊຶ່ງທຣຳບໍ່ສາມາດຕອບໂຕ້ໄດ້ງ່າຍເໝືອນກໍລະນີພາສີ-ອາກອນ.   🔴 ແຮ່ຫາຍາກແມ່ນຫຍັງ?   ແຮ່ຫາຍາກ (Rare Earths) ເປັນທາດ 17 ຊະນິດທີ່ພົບໄດ້ທົ່ວໂລກ, ລວມເຖິງໃນສະຫະລັດເອງ, ແຕ່ຂະບວນການສະກັດ ແລະ ແປຮູບນັ້ນຫຍຸ້ງຍາກ, ມີຕົ້ນທຶນສູງ ແລະ ສົ່ງຜົນກະທົບຕໍ່ສິ່ງແວດລ້ອມຢ່າງຮຸນແຮງ.   ກະຊວງການຄ້າຈີນປະກາດຈຳກັດການສົ່ງອອກແຮ່ຫາຍາກ 7 ຊະນິດ ຊຶ່ງເປັນວັດສະດຸສຳຄັນໃນອຸດສາຫະກຳເຕັກໂນໂລຊີຂັ້ນສູງ ເຊັ່ນ: ລົດຍົນໄຟຟ້າ ໄປຈົນເຖິງອາວຸດຍຸດໂທປະກອນ ໂດຍເປັນການຕອບໂຕ້ຕໍ່ມາດຕະການພາສີນຳເຂົ້າແບບຕອບໂຕ້ຂອງປະທານາທິບໍດີໂດນັລດ໌ ທຣຳ.   ໂດຍກະຊວງລະບຸເມື່ອວັນທີ 4 […]

ສີຈິ້ນຜິງ ເປີດແຜນຍຸດທະສາດ ເສີມສ້າງປະຊາຄົມຈີນ-ມາເລເຊຍທີ່ມີອະນາຄົດຮ່ວມກັນ

ປະທານາທິບໍດີ ສີ ຈິ້ນຜິງຂອງຈີນ ແລະ ນາຍົກລັດຖະມົນຕີອັນວາຣ໌ ອິບຣາຮິມຂອງມາເລເຊຍ ອອກແຖລງການຮ່ວມຍຸດທະສາດຄວາມຮ່ວມມືເພື່ອເສີມສ້າງປະຊາຄົມຈີນ-ມາເລເຊຍລະດັບສູງທີ່ມີອະນາຄົດຮ່ວມກັນ     ຫຼັງຈາກສຳເລັດການປຶກສາ-ຫາລືເມື່ອວານນີ້ ທີ່ຕຶກບ້ານພັກຢ່າງເປັນທາງການຂອງນາຍົກລັດຖະມົນຕີອັນວາຣ໌ໃນນະຄອນປຸຕຣາຈາຍາ ເນື່ອງໃນໂອກາດປະທານາທິບໍດີສີຢ້ຽມຢາມມາເລເຊຍ, ປະທານາທິບໍດີສີ ຈິ້ນຜິງຂອງຈີນ ແລະ ນາຍົກລັດຖະມົນຕີອັນວາຣ໌ ອິບຣາຮິມຂອງມາເລເຊຍ ໄດ້ອອກແຖລງການຮ່ວມຍຸດທະສາດຄວາມຮ່ວມມື.   ໃນການພົບປະຫາລືກັບນາຍົກລັດຖະມົນຕີອັນວາຣ໌, ປະທານາທິບໍດີສີໄດ້ກະຕຸ້ນການຈັບມືລະຫວ່າງຈີນກັບມາເລເຊຍເພື່ອຕໍ່ຕ້ານສິ່ງເຫຼົ່ານີ້ ຄື: ຄວາມພະຍາຍາມແຍກຫ່ວງໂສ້ອຸປະທານ (decoupling), ການທຳລາຍຫ່ວງໂສ້ອຸປະທານ, “ສະໜາມນ້ອຍແຕ່ຮົ້ວສູງ” (small yard with high fences) ແລະ ການເກັບພາສີ-ອາກອນຕາມອຳເພີໃຈ.   ໂອກາດນີ້, ປະທານາທິບໍດີໄດ້ຜັກດັນຂໍ້ສະເໜີຍຸດທະສາດດ້ານຄວາມຮ່ວມມື ເພື່ອເສີມສ້າງປະຊາຄົມຈີນ-ມາເລເຊຍໃນລະດັບສູງທີ່ມີອະນາຄົດຮ່ວມກັນ 3 ຂໍ້ ດັ່ງນີ້:   ຂໍ້ໜຶ່ງ   ຈີນແລະມາເລເຊຍຄວນປະສານມືກັນຕໍ່ໄປ ເພື່ອເດີນໜ້າພັດທະນາໄປໃນເສັ້ນທາງທີ່ເໝາະສົມກັບເງື່ອນໄຂຂອງຈີນ ແລະ  ມາເລເຊຍເອງ ແລະ ຮັກສາອະນາຄົດຂອງພວກເຮົາໃຫ້ຢູ່ໃນມືຂອງພວກເຮົາ.   ປະທານາທິບໍດີສີຂໍໃຫ້ 2 ປະເທດຈັດຕັ້ງກົນໄກການຫາລືແບບ “2+2” (“2+2” […]

ພິທີອະຣາດທະນາພຣະບາງພຸທທະລາວັນຕ໌ ລົງຈາກຫໍ ໃນວັນທີ 17 ເມສາ 2025 ເພື່ອເປັນສິຣິມຸງຄຸລ

ພິທີອະຣາດທະນາພຣະບາງພຸທທະລາວັນຕ໌ ລົງຈາກຫໍ ເພື່ອຂຶ້ນຣາຊຣົຖແຫ່ອອກຈາກຫໍພຣະບາງ ໄປສູ່ ວັດໃໝ່ ສຸວັນນະພູມາຣາມ ນະຄອນຫລວງພຣະບາງ;   ໃນວັນພະຫັດ ວັນທີ 17 ເມສາ 2025 ເພື່ອເປັນສິຣິມຸງຄຸລແກ່ຜູ້ຄົນບ້ານເມືອງແລະປະເທດຊາດ ໃນວາຣະດິຖີຖະເຫລີງສົກບຸນປີໃຫມ່ລາວ ຈຸລະສັງກາດ 1387 ( ຄສ 2025 ) ພິທີຫົດສົງພຣະບາງພຸທທະລາວັນຕ໌     ຕອນເຊົ້າ ວັນທີ່ 17 ເມສານີ້, ປະຊາຊົນລາວບັນດາເຜົ່າ ໂດຍສະເພາະ ຊາວນະຄອນ ຫຼວງພະບາງ ເມືອງມໍຣະດົກໂລກ ແຂວງຫຼວງພະບາງ ໄດ້ຈັດຕັ້ງພິທີ ອາຣາດຖະນາອົງພະບາງພຸດທະຣາວັນ, ອົງພະທີ່ສັກສິດ ອັນເປັນທີ່ເຄົາລົບນົບໄຫ້ວ ຂອງປວງຊົນລາວທັງຊາດລົງຈາກຫໍພະບາງ ລົງປະດິດສະຖານຢູ່ວັດໃໝ່ສຸວັນນະພູມມາຣາມ ເພື່ອໃຫ້ຊາວພຸດທະສາຊະນິກະຊົນ ໄດ້ຫົດສົງ ໂອກາດບຸນຕຸດສົງການປີໃໝ່. ພິທີອາຣາດຖະນາ ເລີ້ມຕົ້ນດ້ວຍການທໍາພິທີທາງສາສະໜາ ໂດຍພະເຖລານຸເຖຣະ ໄດ້ນຳພາຊາວພຸດທະສາຊະນິກະຊົນ ກ່າວຄຳອາລາດຖະນາອົງພະບາງ ເຄື່ອນຍ້າຍຈາກຫໍພະບາງ ໄປປະດິດສະຖານຢູ່ຫໍສົງ ທີ່ວັດໃໝ່ສຸວັນນະພູມມາລາມ ເພື່ອໃຫ້ປະຊາຊົນ, ແຂກພາຍໃນ ແລະ ຕ່າງປະເທດ […]

ເທັກນິກ “ຫຼຸດນ້ຳໜັກຕາມກຸ່ມເລືອດ” ອາຫານ-ວິທີອອກກຳລັງກາຍ ແຕ່ລະກຸ່ມບໍ່ຄືກັນ

ນັກໂພຊະນາການ “ເກົາ ໝິ່ນໝິ່ນ” (Gao Minmin) ໄດ້ໂພສລົງ Instagram ແນະນຳແຜນການຫຼຸດນ້ຳໜັກທີ່ອອກແບບຕາມກຸ່ມເລືອດ ໂດຍອ້າງອີງຈາກງານຄົ້ນຄວ້າຂອງແພດທຳມະຊາດບຳບັດຊາວອາເມລິກາ Peter J. D’Adamo ເຊິ່ງລະບຸວ່າ ການປັບອາຫານແລະການອອກກຳລັງກາຍໃຫ້ເໝາະກັບກຸ່ມເລືອດແຕ່ລະແບບ ຈະຊ່ວຍຫຼຸດໄຂມັນໄດ້ຢ່າງມີປະສິດທິພາບຫຼາຍຂຶ້ນ ສຳລັບຜູ້ທີ່ມີກຸ່ມເລືອດ A   ແນະນຳໃຫ້ເນັ້ນກິນຜັກ, ໝາກໄມ້ ແລະ ໂປຣຕີນຈາກພືດ ເນື່ອງຈາກຄົນກຸ່ມນີ້ມີລະດັບຮໍໂມນຄອຣ໌ຕິຊອລ (ຮໍໂມນຄວາມກົດດັນ) ສູງ ເຮັດໃຫ້ສະສົມຄວາມກົດດັນໄດ້ງ່າຍ ຈຶ່ງຄວນອອກກຳລັງກາຍແບບຜ່ອນຄາຍ ເຊັ່ນ: ໂຍຄະ ຫຼື ຍືດກ້າມເນື້ອ ເພື່ອຊ່ວຍຜ່ອນຄາຍຈິດໃຈ   ສຳລັບກຸ່ມເລືອດ B   ຄົນກຸ່ມນີ້ມີພູມຄຸ້ມກັນ ແລະ ລະບົບຍ່ອຍອາຫານທີ່ດີ ສາມາດຍ່ອຍຊີ້ນສັດ ແລະ ໂປຣຕີນໄດ້ດີ ແຕ່ຖ້າກິນແປ້ງ ຫຼື ສາລີຫຼາຍເກີນໄປຈະເຮັດໃຫ້ລະບົບເຜົາຜານຕ່ຳລົງ ແລະ ສະສົມໄຂມັນງ່າຍ ຈຶ່ງຄວນເນັ້ນການອອກກຳລັງກາຍແບບຄາຣ໌ດິໂອ ເພື່ອເພີ່ມການເຜົາຜານ   ສຳລັບກຸ່ມເລືອດ AB   ແນະນຳໃຫ້ເລືອກອາຫານແບບປະສົມລະຫວ່າງກຸ່ມ A […]

ສະຫຼຸບ 7 ວັນອັນຕະລາຍ! ລວມຍອດອຸປະຕິເຫດເທດສະການປີໃໝ່ລາວ ທົ່ວປະເທດ

ລວມຍອດອຸປະຕິເຫດ ເທດສະການປີໃໝ່ລາວ ທົ່ວປະເທດ ປະຈໍາວັນທີ 15 ເມສາ 2025 ເສຍຊີວິດ 5 ຄົນ, ບາດເຈັບສາຫັດ 12 ຄົນ ຈາກອຸບັດເຫດ ທີ່ເກີດຂຶ້ນທັງໝົດ 63 ຄັ້ງ.    

ຢ່າໄປແຊ່ເຂົ້າສານ! ນ້ຳເຂົ້າໂທລະສັບມືຖື ເຮົາຄວນເຮັດແນວໃດດີ? (iPhone ແລະ Android)

ຢ່າໄປແຊ່ເຂົ້າສານ! ນ້ຳເຂົ້າໂທລະສັບມືຖືໃນຊ່ວງປີໃຫມ່ລາວ ເອົານ້ຳອອກແນວໃດດີ (iPhone ແລະ Android)   ໃນຊ່ວມື້ປີໃຫມ່ລາວ ສິ່ງໜຶ່ງທີ່ພວກເຮົາຕ້ອງລະວັງເວລາອອກໄປນອກບ້ານ ນັ້ນກໍຄືນ້ຳ. ສຳລັບຜູ້ທີ່ຕັ້ງໃຈໄປຫຼິ້ນນ້ຳ ກໍຄົງຈະຊອກຫາວິທີປ້ອງກັນເຄື່ອງໄວ້ກ່ອນແລ້ວ ເຊັ່ນ: ຖົງກັນນ້ຳ.   ແຕ່ສຳລັບຄົນທີ່ບໍ່ຢາກຫຼິ້ນ ກໍອາດຈະສ່ຽງຖືກນ້ຳໄດ້ງ່າຍໆຢູ່ດີ. ດັ່ງນັ້ນ, ການກຽມຕົວຮັບມືກັບເຫດການທີ່ບໍ່ຄາດຄິດໃນຊ່ວງປີໃຫມ່ເຊັ່ນໂທລະສັບຖືກນ້ຳ ກໍເປັນເລື່ອງຈຳເປັນເຊັ່ນກັນ.   ປັດຈຸບັນ ສະມາດໂຟນສ່ວນຫຼາຍເກືອບຈະປ້ອງກັນນ້ຳໄດ້ໝົດແລ້ວ, ເບິ່ງໄດ້ຈາກມາດຕະຖານການປ້ອງກັນນ້ຳ ເຊັ່ນ: IP69 ເປັນຕົ້ນ.   ແຕ່ກໍບໍ່ເຖິງ 100% ເພາະເຄີຍມີເຫດການສະມາດໂຟນທີ່ມີມາດຕະຖານປ້ອງກັນນ້ຳແລ້ວນ້ຳເຂົ້າເຊັ່ນກັນ.   ແລ ະຖ້າສະມາດໂຟນຂອງທ່ານຖືກນ້ຳ, ທ່ານສາມາດເລືອກໃຊ້ 3 ວິທີຂ້າງລຸ່ມນີ້ໃນການເອົານ້ຳອອກຈາກເຄື່ອງໄດ້.   Apple ແລະ Samsung ແນະນຳດັ່ງນີ້   Apple     ສຳລັບຜະລິດຕະພັນ Apple ເມື່ອມີຂອງແຫຼວເຂົ້າໄປໃນຊ່ອງສາກ USB-C, ຈະມີການແຈ້ງເຕືອນທີ່ໜ້າຈໍວ່າມີຂອງແຫຼວຢູ່ໃນຊ່ອງສາກ.   ຖ້າທ່ານເຫັນການແຈ້ງເຕືອນລັກສະນະນີ້, Apple ແນະນຳໃຫ້ປະຕິບັດຕາມຂັ້ນຕອນຕໍ່ໄປນີ້: […]

ເຮລິຄອບເຕີຕົກໃນນິວຢອກ ນັກທ່ອງທ່ຽວເສຍຊີວິດໝົດຄອບຄົວ

ເຫດການເຮລິຄອບເຕີຕົກລົງໄປໃນແມ່ນໍ້າຮັດສັນ ໃນເມືອງນິວຢອກ ໄດ້ຮັບການຢືນຢັນຈາກ ເອຣິກ ອາດໍາສ໌ ນາຍົກເທດສະບານຂອງເມືອງນິວຢອກແລ້ວວ່າມີຜູ້ເສຍຊີວິດທັງໝົດ 6 ຄົນ ເຊິ່ງເປັນຄອບຄົວນັກທ່ອງທ່ຽວຊາວສະເປນ ປະກອບດ້ວຍ ພໍ່, ແມ່, ແລະ ລູກອີກສາມຄົນ.   ສ່ວນຜູ້ເສຍຊີວິດອີກໜຶ່ງຄົນແມ່ນນັກບິນ ເຊິ່ງທາງເຈົ້າໜ້າທີ່ຍັງບໍ່ເປີດເຜີຍຊື່ຂອງຜູ້ເສຍຊີວິດຈົນກວ່າຈະໄດ້ແຈ້ງໃຫ້ທາງຄອບຄົວຂອງຜູ້ເສຍຊີວິດຮັບຮູ້ກ່ອນ   ພາບຈາກກ້ອງວິດີໂອທີ່ຖືກຖ່າຍໄວ້ໄດ້ຂະນະເຮລິຄອບເຕີຕົກ ສະແດງໃຫ້ເຫັນພາບເຮລິຄອບເຕີທີ່ບິນພິກດ້ານ ຮ່ວງລົງມາຈາກທ້ອງຟ້າລົງສູ່ແມ່ນໍ້າ ແລະ ມີຊິ້ນສ່ວນຂອງເຮລິຄອບເຕີກະຈາຍໄປທົ່ວ. ທາງເຈົ້າໜ້າທີ່ລະບຸວ່າເຮລິຄອບເຕີລໍາດັ່ງກ່າວໄດ້ສູນເສຍການຄວບຄຸມຫຼັງຈາກບິນຜ່ານຂົວ ຈອດ ວໍຊິງຕັນ ແລະ ກໍາລັງບິນໄປຕາມເສັ້ນທາງຮິມແມ່ນໍ້າ     ທີມກູ້ໄພໄດ້ໄປຮອດຈຸດທີ່ເຮລິຄອບເຕີພາຍໃນເວລາບໍ່ເທົ່າໃດນາທີ ແລະ ພະຍາຍາມເຮັດທຸກວິທີທີ່ຈະຊ່ວຍເຫຼືອຜູ້ທີ່ຢູ່ທາງໃນເຮລິຄອບເຕີ ແຕ່ກໍ່ບໍ່ປະສົບຜົນສໍາເລັດ.   ມີຜູ້ເສຍຊີວິດທັນທີ 4 ຄົນໃນທີ່ເກີດເຫດ ສ່ວນອີກ 2 ຄົນເສຍຊີວິດທີ່ໂຮງໝໍ   ຈຸດທີ່ເຮລິຄອບເຕີຕົກລົງມາ ຢູ່ໃກ້ກັບແມນແຮັດຕັນຝັ່ງຕາເວັນຕົກ ເຊິ່ງເປັນຍ່ານທີ່ເຕັມໄປດ້ວຍຮ້ານຄ້າແລະຮ້ານອາຫານ ແລະ ຢູ່ບໍ່ໄກຈາກມະຫາວິທະຍາໄລນິວຢອກ ຈຶ່ງມີຄົນເຫັນເຫດການຂະນະເຮລິຄອບເຕີຕົກລົງມາຈໍານວນຫຼາຍ.   ອົງການບໍລິຫານການບິນແຫ່ງຊາດຂອງສະຫະລັດອາເມລິກາ ຫຼື FAA ກໍາລັງເຮັດການສືບສວນຫາສາເຫດທີ່ເຮັດໃຫ້ເຮລິຄອບເຕີຕົກ. ເຮລິຄອບເຕີທີ່ຕົກແມ່ນເຮລິຄອບເຕີລຸ້ນ Bell […]