ຄຳແນະນຳ ກ່ຽວກັບການສະຫລອງປີໃໝ່ລາວ ຄສ 2025

ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ອອກແຈ້ງການຄຳແນະນຳ ກ່ຽວກັບການສະຫລອງປີໃໝ່ລາວ ປິ 2025 ໃນຂອບເຂດທົ່ວປະເທດ. ລາຍລະອຽດມີດັ່ງລຸ່ມນີ້:
“ເຢຍລະມັນ” ກຽມຂົນຄຳແທ່ງໜັກ 1,200 ໂຕນ ທີ່ຝາກໄວ້ໃນຫ້ອງນິລະໄພໃຕ້ດິນຂອງ “ສະຫະລັດ” ກັບບ້ານ, ຫຼັງ “ທຣໍາ” ເຮັດທົ່ວໂລກປັ່ນປ່ວນ

ມີລາຍງານເບີລິນກໍາລັງຢູ່ລະຫວ່າງການພິຈາລະນາທີ່ຈະເຄື່ອນຍ້າຍທອງຄໍາແທ່ງຈໍານວນມະຫາສານທີ່ຝາກໄວ້ໃນນິວຢອກຫຼັງວິຕົກຢ່າງໜັກເຖິງນະໂຍບາຍທີ່ບໍ່ສາມາດຄາດເດົາໄດ້ຂອງຜູ້ນໍາອາເມລິກັນຄົນໃໝ່ ເດລີເທເລກຣາຟຂອງອັງກິດລາຍງານວັນສຸກ 4 ເມສາ ວ່າ ໜັງສືພິມເຢຍລະມັນບິລດ໌ (Bild) ອອກມາເປີດເຜີຍວ່າ ລະດັບສູງໃນພັກຄຣິສເຕຍນເດໂມແຄຣດຢູເນຍນ CDU ທີ່ມີກໍານົດຈະເປັນລັດຖະບານເບີລິນຊຸດທີ່ກໍາລັງຈະເຂົ້າບໍລິຫານ ມີຂ່າວຫາລືການເຄື່ອນຍ້າຍທອງຄໍາແທ່ງຈໍານວນມະຫາສານຂອງເຢຍລະມັນທີ່ຝາກໄວ້ໃນຕູ້ເຊັບໃຕ້ດິນຂອງທະນາຄານກາງສະຫະລັດອາເມລິກາ ຫຼື ເຟດທີ່ແມນແຮັດຕັນກັບມາເກັບໃນປະເທດແທນ. ເກີດຂຶ້ນຈາກຄວາມວິຕົກກັງວົນ ຕໍ່ພຶດຕິກໍາປະທານາທິບໍດີອາເມລິກັນຄົນໃໝ່ ໂດນັລດ໌ ທຣໍາ ທີ່ສ້າງຄວາມປັ່ນປ່ວນໄປທົ່ວໂລກ ແລະ ສະຫະລັດອາເມລິກາ. ພາຍໃຕ້ລັດຖະບານທຣໍາກາຍເປັນຄວາມບໍ່ແນ່ນອນພາຍໃນເຫຼົ່າຊາດພັນທະມິດທັງຫຼາຍ, ຕັ້ງແຕ່ໃຊ້ວາທະຣັດເຊຍເລັ່ນງານນາໂຕ ແລະ ບໍ່ເຊື້ອເຊີນຢູໂຣບຕາເວັນຕົກເຂົ້າຮ່ວມໃນແຜນສັນຕິພາບຢູເຄຣນ. ແຊັດພາຍໃນທີ່ເປີດເຜີຍອອກມາໂດຍນັກຂ່າວແອັດແລນຕິກຍັງສະແດງໃຫ້ເຫັນວ່າ ຮອງປະທານາທິບໍດີສະຫະລັດອາເມລິກາ ຈາກລັດໂອໄຮໂອ ເຈດີ ແວນຊ໌ ເປັນປະຕິປັກກັບຢູໂຣບ ແລະ ຫຼ້າສຸດທຣໍາຍັງຖິ້ມລະເບີດໂດຍການປະກາດຮຽກເກັບພາສີທຸກປະເທດທົ່ວໂລກ, ສະຫະພາບຢູໂຣບ EU ຖືກເກັບອັດຕາ 20% ທ່າມກາງຂ່າວຜູ້ນໍາອາເມລິກັນຄົນໃໝ່ຕິດຕໍ່ກັບປູຕິນຕະຫຼອດຫຼາຍຄັ້ງ ຂັດທໍາມະນຽມປະຕິບັດຊາດປີກໂລກເສລີທັງຫຼາຍ. ແລະ ຫຼ້າສຸດພາຍໃນອາເມລິກາເກີດຄວາມວຸ້ນວາຍ, ປະຊາຊົນອາເມລິກັນປະທ້ວງໃຫຍ່ຕາມເມືອງຕ່າງໆທົ່ວສະຫະລັດອາເມລິກາວັນເສົາ 5 ເມສາ ບໍ່ອົດທົນກັບນະໂຍບາຍທຣໍາຫຼ້າສຸດໃຊ້ມາດຕະການພາສີທີ່ຈະກະທົບຕໍ່ຊີວິດຄວາມເປັນຢູ່ປະຊາຊົນໃນອາເມລິກາ, ກ່ອນໜ້າໄຂ່ແພງທຣໍາຍັງສັ່ງຍຸບໜ່ວຍງານລັດ ເຮັດເຈົ້າໜ້າທີ່ລັດຕົກງານມະຫາສານ, ລາຄາໄຂ່ແພງຂຶ້ນ, […]
ຈີນເອົາຄືນທຣໍາ! ຂຶ້ນພາສີສິນຄ້າສະຫະລັດອາເມລິກາອີກ 34% ພ້ອມຄຸມເຂັ້ມສົ່ງອອກແຮ່ຫາຍາກ

ລັດຖະບານຈີນເດີນໜ້າຕອບໂຕ້ສະຫະລັດອາເມລິກາຢ່າງເຂັ້ມຂຸ້ນ ຫຼັງຈາກປະທານາທິບໍດີໂດນັລ ທຣໍາ ປະກາດຂຶ້ນພາສີນຳເຂົ້າສິນຄ້າຈາກຈີນລວມສູງສຸດເຖິງ 54% ໂດຍຫຼ້າສຸດຈີນກຽມໃຊ້ມາດຕະການໃໝ່ ໄດ້ແກ່ ການຂຶ້ນພາສີສິນຄ້າຈາກສະຫະລັດອາເມລິກາອີກ 34%, ການຄວບຄຸມການສົ່ງອອກແຮ່ຫາຍາກ ແລະ ການຂຶ້ນບັນຊີດຳບໍລິສັດອາເມລິກັນຫຼາຍແຫ່ງທີ່ກ່ຽວຂ້ອງກັບການຂາຍອາວຸດໃຫ້ໄຕ້ຫວັນ, ຈຸດຊະນວນໃຫ້ສົງຄາມການຄ້າລະຫວ່າງສອງຊາດເສດຖະກິດຍັກໃຫຍ່ທະວີຄວາມຮຸນແຮງຍິ່ງຂຶ້ນ. ເມື່ອວັນສຸກ (4 ເມສາ 2568) ກະຊວງການຄັງຂອງຈີນປະກາດວ່າຈະຮຽກເກັບພາສີນຳເຂົ້າສິນຄ້າຈາກສະຫະລັດອາເມລິກາເພີ່ມຂຶ້ນອີກ 34% ໂດຍມາດຕະການດັ່ງກ່າວຈະເລີ່ມບັງຄັບໃຊ້ຕັ້ງແຕ່ວັນທີ 10 ເມສານີ້ ຖືເປັນການຕອບໂຕ້ພາສີໃໝ່ຂອງລັດຖະບານສະຫະລັດອາເມລິກາທີ່ປະກາດເມື່ອຕົ້ນອາທິດ ໂດຍປະທານາທິບໍດີທຣໍາໄດ້ເພີ່ມອັດຕາພາສີຈາກ 20% ເປັນ 54%. ກ່ອນໜ້ານີ້ ຈີນເຄີຍເກັບພາສີສິນຄ້າຈາກສະຫະລັດອາເມລິກາ ເຊັ່ນ: ຖ່ານຫີນ ແລະ ກ໊າດທຳມະຊາດເຫຼວ (LNG) ໃນອັດຕາ 15% ເພື່ອຕອບໂຕ້ການເກັບພາສີ 10% ຂອງສະຫະລັດອາເມລິກາທີ່ມີຕໍ່ສິນຄ້າຈີນ. ຈີນຍັງປະກາດຄວບຄຸມການສົ່ງອອກແຮ່ຫາຍາກທີ່ຈຳເປັນຕໍ່ອຸດສາຫະກຳເທັກໂນໂລຢີ ເຊັ່ນ: ອຸປະກອນອິເລັກໂຕຣນິກ ແລະ ລະບົບອາວຸດ ໂດຍແຮ່ທີ່ຖືກຄວບຄຸມ ໄດ້ແກ່: ຊາມາເຣຍມ, ກາດອໂລເນຍມ, ເທີເບຍມ, ດິສໂພຣເຊຍມ, ລູເຕເທຍມ, […]
ປະທ້ວງຕໍ່ຕ້ານ “ທຣໍາ” ທົ່ວສະຫະລັດອາເມລິກາ ຄາດວ່າຈະມີຜູ້ເຂົ້າຮ່ວມກວ່າ 20,000 ຄົນ

ຜູ້ປະທ້ວງຫຼາຍພັນຄົນຮວມຕົວກັນໃນນະຄອນວໍຊິງຕັນ ດີ.ຊີ. ແລະ ເມືອງຕ່າງໆທົ່ວສະຫະລັດອາເມລິກາໃນວັນເສົາທີ່ຜ່ານມາ (5 ເມສາ) ໂດຍເປັນສ່ວນໜຶ່ງຂອງການປະທ້ວງກວ່າ 1,200 ຄັ້ງ ທີ່ຄາດວ່າຈະເປັນການປະທ້ວງໃນໜຶ່ງວັນທີ່ໃຫຍ່ທີ່ສຸດຕໍ່ຕ້ານປະທານາທິບໍດີໂດນັລ ທຣໍາ ແລະ ເພື່ອນຮ່ວມອຸດົມການຢ່າງ ອີລອນ ມັສກ໌ ນັບຕັ້ງແຕ່ພວກເຂົາເລີ່ມດຳເນີນການຢ່າງວ່ອງໄວເພື່ອປະຕິຮູບລັດຖະບານ ແລະ ຂະຫຍາຍອຳນາດຂອງປະທານາທິບໍດີ. ຜູ້ປະທ້ວງຈຳນວນຫຼາຍຫຼັ່ງໄຫຼມາຍັງພື້ນທີ່ຫຍ້າທີ່ລ້ອມຮອບອະນຸສາວະລີວໍຊິງຕັນພາຍໃຕ້ທ້ອງຟ້າທີ່ມືດຄຶ້ມ ແລະ ຝົນຕົກ. ຜູ້ຈັດງານກ່າວກັບສຳນັກຂ່າວຮອຍເຕີສວ່າຄາດວ່າຈະມີຜູ້ເຂົ້າຮ່ວມການຊຸມນຸມທີ່ມອນແຫ່ງຊາດຫຼາຍກວ່າ 20,000 ຄົນ ໂດຍຜູ້ຄົນຮອບໆອະນຸສາວະລີເລີ່ມຮວມຕົວກັນຫຼາຍຂຶ້ນຕະຫຼອດໝົດມື້. ບາງຄົນຖືທຸງຢູເຄຣນ, ບາງຄົນສວມຜ້າຄຸມຄາຟິຢະຫ໌ຂອງປາເລສໄຕນ໌ ແລະ ຖືປ້າຍ ‘Free Palestine’ ໃນຂະນະທີ່ສະມາຊິກພັກເດໂມແຄຣດຈາກສະພາຜູ້ແທນລາສະດອນສະຫະລັດອາເມລິກາ ວິຈານນະໂຍບາຍຂອງທຣໍາເທິງເວທີ. ກຸ່ມນັກກິດຈະກຳປະມານ 150 ກຸ່ມໄດ້ລົງທະບຽນເຂົ້າຮ່ວມການປະທ້ວງ ຕາມຂໍ້ມູນຈາກເວັບໄຊຂອງງານ. ການປະທ້ວງຈັດຂຶ້ນໃນ 50 ລັດທົ່ວສະຫະລັດອາເມລິກາ, ລວມເຖິງໃນແຄນາດາ ແລະ ເມັກຊິໂກ. ຫຼາຍຊົ່ວໂມງກ່ອນທີ່ການປະທ້ວງໃນສະຫະລັດອາເມລິກາຈະເລີ່ມຂຶ້ນ, ຊາວອາເມລິກັນທີ່ຕໍ່ຕ້ານທຣໍາຫຼາຍຮ້ອຍຄົນໃນຢູໂຣບໄດ້ຮ່ວມການປະທ້ວງເພື່ອຕໍ່ຕ້ານຜູ້ນຳສະຫະລັດອາເມລິກາ. ນອກເໜືອຈາກໃນນະຄອນປາຣີຂອງຝຣັ່ງແລ້ວ, ຍັງຈັດຂຶ້ນໃນນະຄອນເບີລິນ ແລະ […]
ພາຍຸ-ນ້ຳຖ້ວມຮຸນແຮງໃນສະຫະລັດອາເມລິກາ ເສຍຊີວິດແລ້ວ 16 ຄົນ

ພາຍຸທີ່ພັດຜ່ານພື້ນທີ່ຕັ້ງແຕ່ລັດອາກັນຊໍ ໄປຈົນເຖິງລັດໂອໄຮໂອໃນສະຫະລັດອາເມລິກາ ໄດ້ສ້າງຄວາມເສຍຫາຍໃຫ້ອາຄານຫຼາຍແຫ່ງ, ເກີດນ້ຳຖ້ວມເທິງຖະໜົນ, ແລະ ເຮັດໃຫ້ເກີດພາຍຸທໍນາໂດຫຼາຍສິບລູກ ໃນຊ່ວງບໍ່ເທົ່າໃດວັນທີ່ຜ່ານມາ. ໂດຍລັດທີ່ໄດ້ຮັບຄວາມເສຍຫາຍຫຼາຍທີ່ສຸດຄືລັດເທເນສຊີ, ຊຶ່ງເຈົ້າໜ້າທີ່ລາຍງານວ່າ ມີປະຊາຊົນເສຍຊີວິດໃນລັດເທເນສຊີ 10 ຄົນ ແລະ ມີຄົນເສຍຊີວິດອີກ 2 ຄົນ ຈາກນ້ຳຖ້ວມໃນລັດເຄນຕັກກີ. ໃນຈຳນວນນີ້ເປັນເດັກຄົນໜຶ່ງທີ່ຖືກນ້ຳຖ້ວມພັດໄຫຼໄປຕາມກະແສນ້ຳ ແລະ ຍັງມີຜູ້ເສຍຊີວິດໃນລັດອື່ນໆ ລວມແລ້ວທັງໝົດ 16 ຄົນ. ຄວາມເສຍຫາຍທີ່ເກີດຂຶ້ນໃນຫຼາຍໆລັດ ຈາກພາຍຸ ແລະ ນ້ຳຖ້ວມໄດ້ຂະຫຍາຍວົງກວ້າງ, ບໍ່ວ່າຈະເປັນເຮືອນຊານຂອງປະຊາຊົນທີ່ພັງເສຍຫາຍ, ຕົ້ນໄມ້ທີ່ຫັກໂຄ່ນລົງມາ, ເສົາໄຟຟ້າທີ່ລົ້ມລົງ, ແລະລົດຍົນທີ່ຖືກພາຍຸພັດຈົນລົດພິກຄວ່ຳ. ຊຶ່ງທາງກົມອຸຕຸນິຍົມວິທະຍາຂອງສະຫະລັດອາເມລິກາ ທີ່ດູແລພື້ນທີ່ພາກກາງຝັ່ງຕາເວັນອອກ ໄດ້ອອກຄຳເຕືອນວ່າອາດຈະເກີດນ້ຳຖ້ວມສັບພະລັນໃນຫຼາຍພື້ນທີ່, ຊຶ່ງເປັນໄພຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ. ໂດຍຂະນະນີ້, ໃນຫຼາຍພື້ນທີ່ມີນ້ຳຖ້ວມສູງທຳລາຍສະຖິຕິ. ທາງການຂໍໃຫ້ປະຊາຊົນໃນພື້ນທີ່ທີ່ເກີດນ້ຳຖ້ວມງົດການເດີນທາງໃນຊ່ວງນີ້ ແລະ ຫາກພົບຖະໜົນທີ່ມີນ້ຳຖ້ວມ, ຢ່າພະຍາຍາມຂັບລົດຝ່ານ້ຳຖ້ວມ ເພາະອາດເຮັດໃຫ້ລົດດັບ ແລະ ເປັນອັນຕະລາຍໄດ້. ພາຍຸ […]
ເບິ່ງດວງລາຍອາທິດສຳລັບ ວັນທີ 7-13 ເມສາ 2025

ຄົນເກີດວັນອາທິດ ການງານ: ເຈົ້າອາດຈະໄດ້ຮັບໂອກາດໃໝ່ໆໃນການງານ ຫຼື ໄດ້ຮັບຄວາມສົນໃຈຈາກຜູ້ໃຫຍ່. ລະມັດລະວັງການສື່ສານທີ່ອາດເຮັດໃຫ້ເກີດຄວາມເຂົ້າໃຈຜິດ. ການເງິນ: ການເງິນຢູ່ໃນຊ່ວງຄ່ອນຂ້າງດີ, ມີໂອກາດໄດ້ຜົນຕອບແທນຈາກການລົງທຶນ ແຕ່ຕ້ອງລະວັງເລື່ອງຄ່າໃຊ້ຈ່າຍທີ່ບໍ່ຄາດຄິດ. ຄວາມຮັກ: ຄົນຮັກຫຼືຄູ່ຄອງຈະຊ່ວຍສະໜັບສະໜູນເຈົ້າໃນຫຼາຍໆດ້ານ, ສ່ວນຄົນໂສດມີໂອກາດພົບຄົນທີ່ເຂົ້າມາສົນໃຈ. ຄົນເກີດວັນຈັນ ການງານ: ລະມັດລະວັງການເຮັດວຽກຮ່ວມກັບຜູ້ອື່ນໃນສັບປະດານີ້, ມີໂອກາດເກີດຄວາມເຂົ້າໃຈຜິດໄດ້ງ່າຍ. ການເງິນ: ອາດຕ້ອງມີການໃຊ້ຈ່າຍທີ່ຈຳເປັນໃນຊ່ວງນີ້ ເຊັ່ນ: ຊ່ອມແຊມເຮືອນ ຫຼື ການລົງທຶນບາງຢ່າງ. ຄວາມຮັກ: ຄວາມຮັກຈະມີການປ່ຽນແປງບາງຢ່າງ ຊຶ່ງອາດເຮັດໃຫ້ເຈົ້າຮູ້ສຶກເຖິງຄວາມທ້າທາຍໃນຄວາມສຳພັນ. ຄົນເກີດວັນອັງຄານ ການງານ: ມີໂອກາດໄດ້ຮັບຂ່າວດີກ່ຽວກັບການງານ, ອາດຈະໄດ້ຮັບການໂປຣໂມທຫຼືປ່ຽນແປງໃນທິດທາງທີ່ດີ. ການເງິນ: ການເງິນດີຂຶ້ນ, ມີໂອກາດເຮັດກຳໄລຈາກການລົງທຶນຫຼືທຸລະກິດທີ່ກຳລັງດຳເນີນຢູ່. ຄວາມຮັກ: ຄວາມສຳພັນໃນຊ່ວງນີ້ອາດຈະງຽບສະຫງົບ ແຕ່ກໍເປັນຊ່ວງທີ່ມີການເຂົ້າໃຈຊຶ່ງກັນແລະກັນຫຼາຍຂຶ້ນ. ຄົນເກີດວັນພຸດ ການງານ: ການເຮັດວຽກຮ່ວມກັບຄົນອື່ນຈະນຳມາຊຶ່ງຄວາມສຳເລັດ ຫາກເຈົ້າເຮັດວຽກເປັນທີມ. ການເງິນ: ລະວັງເລື່ອງການໃຊ້ຈ່າຍທີ່ເກີນຄວາມຈຳເປັນ, ອາດເກີດບັນຫາການເງິນໄດ້ຫາກບໍ່ລະມັດລະວັງ. ຄວາມຮັກ: ຄົນຮັກອາດຈະມີຄວາມກັງວົນໃນເລື່ອງຕ່າງໆ ແລະຕ້ອງໃຊ້ຄວາມພະຍາຍາມໃນການຮັກສາຄວາມສຳພັນໃຫ້ດີ. ຄົນເກີດວັນພະຫັດ […]
ແຜນຈັດຂະບວນແຫ່ພຣະບາງ ລົງຫົດສົງ ແລະ ຂຶ້ນປະດິດສະຖານຫໍພຣະບາງ

ແຜນຈັດຂະບວນແຫ່ພຣະບາງ ລົງຫົດສົງ ແລະ ຂຶ້ນປະດິດສະຖານຫໍພຣະບາງ ແມ່ນມີອອກມາແລ້ວ ເຊິ່ງພິທີອັນເຊີນພຣະບາງຫົດສົງຈາກຫໍພຣະບາງ ສູ່ວັດໃຫມ່ສຸວັນນະພູມາຣາມ ຫລວງພຣະບາງ ແມ່ນຈະມີຂຶ້ນ ໃນວັນທີ 17 ເມສາ 2025 ເຊິ່ງຂະບວນພິທີດັ່ງກ່າວປະກອບມີ : ເຈົ້າໜ້າທີ ເປີດທາງ. ຊາວໜຸ່ມຖືທຸງຊາດ ແລະ ທຸງສາສະໜາ. ເສບພື້ນເມືອງລາວເດີມ. ພຣາມມະນາຈາຣຍ໌ທັງ 8 ຕົນ ຖືຂັນດອກໄມ້ ແລະນ້ຳສົງ. ຂະບວນເປົ່າຫອຍສັງ , ເປົ່າແຄນ-ເປົ້າຂຸ່ຍ ຕີຣະຄັງ. ພຣະເຖຣະ 9 ອົງ ແລະພຣະສົງ+ສາມະເນນ. ຫໍຜາສາດ(ບຸດສະບົກ)ພຣະບາງ. ການນຳນຸ່ງຜາເນັບຕ່ຽວ. ການນຳແລະຜູ້ຊົງຄຸນນະວຸດ. ນັກທຸລະກິດແລະຊາວຄ້າຂາຍ. ອຳນາດການປົກຄອງບ້ານ ປະຊາຊົນບັນດາເຜົ່າ ຂະບວນມ່ວນຊື່ນ. ເລິ່ມເຕົ້າໂຮມທີ່ຫໍພຣະບາງ ຕັ້ງແຕ່ເວລາ 07:30 ໂມງ, ເວລາ 08:00 ເລິ່ມພິທີທາງສາສະໜາ , ເວລາ 08:30 ເລິ່ມເຄື່ອນຂະບວນແຫ່ຈາກຫໍພຣະບາງໄປສູ່ວັດໃໝ່ສຸວັນນະພູມມາຣາມ ໃນວັນທີ […]
ສານລັດຖະທຳມະນູນເກົາຫຼີໃຕ້ ຕັດສິນປົດ “ຢຸນ ຊັອກຢອລ” ຈາກປະທານາທິບໍດີເກົາຫຼີໃຕ້

ສານລັດຖະທຳມະນູນເກົາຫຼີໃຕ້ ຕັດສິນວ່າ ຖອດຖອນ ຢຸນ ຊັອກຢອລ ຈາກປະທານາທິບໍດີເກົາຫຼີໃຕ້ ກໍລະນີການປະກາດກົດໄອຍະການເສິກເມື່ອປາຍປີ 2024 ຈົນເຮັດໃຫ້ເກົາຫຼີໃຕ້ຈົມດິ່ງສູ່ວິກິດການທາງການເມືອງ ຢຸນ ຊອກ-ຢອລ ອະດີດປະທານາທິບໍດີເກົາຫຼີໃຕ້ ຄຳພິຈາລະນາໂດຍສັງເຂບຂອງສານຯ ມີດັ່ງນີ້: ຢຸນ ບໍ່ໄດ້ດຳເນີນຕາມຂະບວນການທີ່ຖືກຕ້ອງ ຢຸນ ໃຊ້ອຳນາດປະກາດພາວະສຸກເສີນລະດັບປະເທດໂດຍບໍ່ຖືກຕ້ອງ ຢຸນ ສັ່ງໃຫ້ກອງທັບດຳເນີນການປະເຊີນໜ້າກັບຜູ້ທີ່ຕົນເອງມີໜ້າທີ່ຕ້ອງພິທັກຮັກສາ ຖືວ່າເປັນການເຮັດໜ້າທີ່ໂດຍບໍ່ຖືກຕ້ອງ ກົດໄອຍະການເສິກຂອງຢຸນ ທຳລາຍສິດທາງການເມືອງຂອງປະຊາຊົນ ແລະ ລະເມີດກົດໝາຍແລະປະຊາທິປະໄຕ ຜົນຈາກສານລັດຖະທຳມະນູນມີມະຕິເອກະສັນຖອດຖອນ “ຢຸນ ຊັອກ ຢອລ” ຈາກປະທານາທິບໍດີ ປະກາດກົດໄອຍະການເສິກ ເຮັດໃຫ້ລາວພົ້ນອຳນາດທັນທີ ແລະ ເກົາຫຼີໃຕ້ຕ້ອງຈັດເລືອກຕັ້ງໃໝ່ໃນ 60 ວັນ ການຖອດຖອນຢຸນ ເຮັດໃຫ້ລາວຖືເປັນປະທານາທິບໍດີຄົນທີ 2 ທີ່ຖືກຖອດຖອນ ຫຼັງຈາກປາຣ໌ກ ກຶນຮເຢ ໃນປີ 2016 ຄຳຕັດສິນນີ້ຖືກຈັບຕາຈາກປະຊາຊົນເກົາຫຼີໃຕ້ທັງປະເທດ ມີຜູ້ສະໜັບສະໜູນ ແລະ ຕໍ່ຕ້ານ ຢຸນ […]
ຄາດວ່າລາຄາໄອໂຟນສູງກວ່າເກົ່າເກືອບເທົ່າຕົວ ຈາກການຂຶ້ນພາສີເຮັດສິນຄ້າໃນສະຫະລັດແພງຂຶ້ນ

ມາດຕະການຂຶ້ນພາສີຂອງປະທານາທິບໍດີໂດນັລ ທຣຳ ແຫ່ງສະຫະລັດ ບໍ່ໄດ້ສົ່ງຜົນກະທົບກັບປະເທດຕ່າງໆທົ່ວໂລກເທົ່ານັ້ນ ໂດຍຊາວອາເມລິກາກໍອາດຕ້ອງເຈີແຮງກະແທກບໍ່ຕ່າງກັນ ທ່າມກາງຄວາມຄາດໝາຍວ່າສິນຄ້າທັງຫຼາຍນັ້ນຈະແພງຂຶ້ນຫຼາຍເທົ່າຕົວ ໂດຍສະເພາະໄອໂຟນ ຕາມລາຍງານຂອງລອຍເຕີໃນວັນພະຫັດ 3ເມສາ ປະທານາທິບໍດີໂດນັລ ທຣຳ ກຳນົດມາດຕະການຮີດພາສີຢ່າງກວ້າງຂວາງຫຼິ້ນງານປະເທດຕ່າງໆທົ່ວໂລກ ທີ່ອາດປ່ຽນພູມິທັດຂອງການຄ້າໂລກຢ່າງໜ້າຕົກຕະລຶງ ແລະ ບັນດາສິນຄ້າອຸປະໂພກບໍລິໂພກຕ່າງໆຢ່າງໄອໂຟນ ອາດໄດ້ຮັບຜົນກະທົບໜັກໜ່ວງທີ່ສຸດ ຈາກຄວາມເຫັນຂອງນັກວິເຄາະໃນວັນພະຫັດ 3ເມສາ ໂດຍມີສິດທີ່ລາຄາຈະຖືກປັບຂຶ້ນ 30% ເຖິງ 40% ຫາກວ່າບໍລິສັດແຫ່ງນີ້ເລືອກທີ່ຈະສົ່ງຕໍ່ຕົ້ນທຶນໄປຍັງຜູ້ບໍລິໂພກ ໄອໂຟນສ່ວນໃຫຍ່ຍັງຄົງຜະລິດໃນຈີນ ເຊິ່ງຖືກຂຶ້ນພາສີ 2 ຮອບ ລວມແລ້ວ 54% ຖ້າມາດຕະການຂຶ້ນພາສີນີ້ຄົງຢູ່ເປັນເວລານານ ທາງແອັບເປີ້ນ ອາດຕັດສິນໃຈຢ່າງຍາກລຳບາກ ໃນການເລືອກດູດຊັບຕົ້ນທຶນທີ່ເພີ່ມຂຶ້ນໄວ້ເອງ ຫຼື ສົ່ງຕໍ່ມັນໄປຍັງລູກຄ້າ ທັງນີ້ຮຸ້ນຂອງບໍລິສັດປິດ ລົບ 9.3% ໃນວັນພະຫັດ 3ເມສາ ຖືເປັນມື້ຮ້າຍແຮງ ທີ່ສຸດນັບຕັ້ງແຕ່ເດືອນມີນາ 2020 ແອັບເປີ້ນ ມີຍອດຂາຍໄອໂຟນຫຼາຍກວ່າ 220 ລ້ານເຄື່ອງໃນແຕ່ລະປີ ໂດຍຕະຫຼາດໃຫຍ່ຂອງພວກເຂົາ ປະກອບດ້ວຍສະຫະລັດ ຈີນ ແລະ ຢູໂຣບ […]
ຈີນຮຽກຮ້ອງສະຫະລັດ ‘ຍົກເລີກ’ ຄຳສັ່ງການຂຶ້ນພາສີທັນທີ ແລະ ຢືນຢັນພ້ອມ ‘ຕອບໂຕ້’ ເພື່ອປົກປ້ອງຜົນປະໂຫຍດ

ລັດຖະບານຈີນອອກມາຮຽກຮ້ອງມື້ນີ້ 3 ເມສາ ໃຫ້ສະຫະລັດ “ຍົກເລີກ” ຄຳສັ່ງຮີດພາສີສຸນລະກາກອນລ່າສຸດໃນທັນທີ ພ້ອມເຕືອນວ່າຈີນຈະກຳນົດມາດຕະການຕອບໂຕ້ເພື່ອປົກປ້ອງຜົນປະໂຫຍດຂອງຕົນເອງ ຫຼັງຈາກທີ່ປະທານາທິບໍດີ ໂດນັລ ທຣຳ ແຫ່ງສະຫະລັດ ປະກາດຂຶ້ນພາສີຕອບໂຕ້ປະເທດຄູ່ຄ້າທົ່ວໂລກ ບໍ່ເວັ້ນແມ່ນແຕ່ຊາດພັນທະມິດ ກະຊວງການຄ້າຈີນລະບຸວ່າ ຄວາມເຄື່ອນໄຫວຂອງສະຫະລັດ ບໍ່ຄຳນຶງເຖິງຜົນປະໂຫຍດທີ່ໄດ້ຮັບຈາກການເຈລະຈາການຄ້າພະຫຸພາຄີຕະຫຼອດຊ່ວງຫຼາຍປີທີ່ຜ່ານມາ ລວມໄປເຖິງຂໍ້ເທັດຈິງທີ່ວ່າສະຫະລັດເອງກໍໄດ້ປະໂຫຍດມະຫາສານຈາກການຄ້າລະຫວ່າງປະເທດ “ຈີນຂໍຄັດຄ້ານເລື່ອງນີ້ຢ່າງຈິງຈັງ ແລະ ຈະມີມາດຕະການຕອບໂຕ້ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງພວກເຮົາເອງ” ກະຊວງການຄ້າຈີນແຖລງ ທຣຳ ປະກາດອັດຕາພາສີຕອບໂຕ້ຈີນ 34% ໃນວັນພຸດ 2 ເມສາ ເພີ່ມເຕີມຈາກທີ່ເກັບແລ້ວ 20% ເມື່ອຕົ້ນປີນີ້ ເຮັດໃຫ້ອັດຕາພາສີ-ອາກອນສຳລັບສິນຄ້າຈີນທີ່ນຳເຂົ້າສະຫະລັດ ພຸ່ງຂຶ້ນໄປຢູ່ທີ່ 54% ໃກ້ຄຽງກັບຕົວເລກ 60% ທີ່ ທຣຳ ເຄີຍຂູ່ເອົາໄວ້ໃນຊ່ວງຫາສຽງເລືອກຕັ້ງ ຜູ້ສົ່ງອອກຈີນລວມໄປເຖິງຜູ້ສົ່ງອອກຈາກປະເທດອື່ນໆ ຈະເລີ່ມຖືກສະຫະລັດ ເກັບພາສີຂັ້ນຕ່ຳສຸດ 10% ຕັ້ງແຕ່ວັນເສົານີ້ 5 ເມສາ ກ່ອນທີ່ອັດຕາພາສີຕອບໂຕ້ສູງສຸດທີ່ ທຣຳ ປະກາດຈະເລີ່ມມີຜົນບັງຄັບໃຊ້ໃນວັນທີ 9 […]