ກະຊວງສາທາ ໄດ້ຮັບເຄື່ອງໃຊ້ຈຳເປັນ ເພື່ອຊ່ວຍຜູ້ລອດຊີວິດຈາກຄວາມຮຸນແຮງ

ເມື່ອບໍ່ດົນມານີ້, ສະຖານທູດອົດສະຕຣາລີ ແລະ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ມອບອຸປະກອນ ແລະ ເຄື່ອງໃຊ້ທີ່ຈຳເປັນ ເພື່ອນຳໃຊ້ເຂົ້າໃນການຊ່ວຍເຫລືອຜູ້ລອດຊີວິດ ຈາກຄວາມຮຸນແຮງ, ລວມມູນຄ່າ 1 ຕື້ກວ່າກີບ ໃຫ້ກະຊວງສາທາລະນະສຸກ ແລະ ສູນກາງສະຫະພັນແມ່ຍິງລາວ. ເຄື່ອງທີ່ນໍາມາມອບໃນຄັ້ງນີ້, ປະກອບມີ: ອຸປະກອນການແພດສະເພາະທາງເຊັ່ນ: ຕູ້ເຢັນສຳລັບການກວດນິຕິວິທະຍາ, ໂຄມໄຟສຳລັບການກວດພະຍາດຍິງ, ເຟີນິເຈີ ແລະ ອຸປະກອນ ເອເລັກໂຕຣນິກ(ICT) ເພື່ອເພີ່ມຄວາມປອດໄພ ໃຫ້ຜູ້ລອດຊີວິດທີ່ຕ້ອງການທີ່ພັກຊົ່ວຄາວທີ່ປອດໄພ ເຊິ່ງອຸປະ ກອນເຫລົ່ານີ້ ໄດ້ຖືກຈັດຊື້ພາຍໃຕ້ການສະໜອງທຶນຂອງ ກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕຣາລີ (DFAT) ຜ່ານໂຄງການ ປັບປຸງການບໍລິການສັງຄົມ ແລະ ສາທາລະນະສຸກ ເພື່ອໂຕ້ຕອບກັບຄວາມຮຸນແຮງບົນພື້ນຖານທາງເພດ ແຕ່ປີ 2021-2023, ການສະໜັບສະໜູນດັ່ງກ່າວ ແມ່ນມີຄວາມຈຳເປັນຕໍ່ການດໍາເນີນງານຂອງສູນບໍລິການປະຕູດຽວ (OSSC) ແຫ່ງທຳອິດຂອງປະເທດ ທີ່ຈະເປີດໃຫ້ບໍລິການຢູ່ໂຮງໝໍມະໂຫສົດໃນໄວໆນີ້, ລວມທັງສູນປົກປ້ອງຜູ້ລອດຊີວິດ ຈາກຄວາມຮຸນແຮງ ທີ່ຫາກໍ່ສ້າງຂຶ້ນເມື່ອບໍ່ດົນມານີ້ຢູ່ ແຂວງສະຫວັນນະເຂດ, ບໍ່ແກ້ວ ແລະ ແຂວງອັດຕະປື. […]

ລັດຖະມົນຕີ​ກະຊວງການ​ເງິນ​ ອອກຂ້ໍຕົກລົງຍົກຍ້າຍ​ ແລະ​ ແຕ່ງຕັ້ງ​ພະນັກງານ​ ຫຼາຍຕຳແໜ່ງຢູ່ຄັ້ງເງິນແຫ່ງຊາດ

ວັນທີ 31 ກໍລະກົດ 2023 ກະຊວງການເງິນ, ໄດ້ຈັດກອງປະຊຸມປະກາດການຈັດຕັ້ງຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຮັບໜ້າທີ່ໃໝ່ ຢູ່ຄັງເງິນແຫ່ງຊາດ ກະຊວງການເງິນ; ໂດຍການເປັນປະທານຂອງທ່ານ ນາງ ວັນພອນ ພົມມະສອນ ຫົວໜ້າຄັງເງິນແຫ່ງຊາດ ກະຊວງການເງິນ, ມີຮອງຫົວໜ້າຄັງເງິນແຫ່ງຊາດ, ມີຫົວໜ້າ-ຮອງຫົວໜ້າພະແນກ, ພະນັກງານວິຊາການຂອງຄັງເງິນແຫ່ງຊາດເຂົ້າຮ່ວມ. ໃນພິທີ, ທ່ານ ນາງ ຍອດ ແພງສົມບັດ ຮອງຫົວໜ້າຄັງເງິນແຫ່ງຊາດ ກະຊວງການເງິນ, ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີກະຊວງການເງິນ ສະບັບເລກທີ 2102/ກງ, ລົງວັນທີ 13 ກໍລະກົດ 2023 ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຮັບໜ້າທີ່ໃໝ່ຢູ່ຄັງເງິນແຫ່ງຊາດ; ໂດຍອີງຕາມກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບເລກທີ 74/ສພຊ, ລົງວັນທີ 18 ທັນວາ 2015, ອີງຕາມດໍາລັດຂອງນາຍົກລັດຖະມົນຕີວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງກະຊວງການເງິນ ສະບັບເລກທີ 600/ນຍ, ລົງວັນທີ 14 ຕຸລາ 2021; ອີງຕາມການຕົກລົງເຫັນດີເປັນເອກະພາບຂອງກອງປະຊຸມຄະນະປະຈໍາພັກກະຊວງການເງິນ. ລັດຖະມົນຕີກະຊວງການເງິນໄດ້ຕົກລົງ: […]

ເຍົາວະຊົນລາວທີມ ມັດສະດ້າ ລາວ ຈີບີ ເອັຟຊີ ຄອງແຊ້ມເຕະບານ U-10 ໜອງຫານ ອາຣີນາຄັບ 2023 ທີ່ປະເທດໄທ

ນັກກິລາເຕະບານເຍົາວະຊົນລາວ ຮຸ່ນອາຍຸບໍ່ເກີນ 9 ປີ ຈາກສະໂມສອນ ມັດສະດາ ລາວ ຈີບີ ເອັຟຊີ (Mazda Lao GB FC) ສືບຕໍ່ສ້າງຜົນງານເດັ່ນຕໍ່ເນື່ອງເໝືອນກັບລຸ້ນອ້າຍຊຸດຜ່ານໆມາ ຫລ້າສຸດສາມາດຄອງແຊ້ມການແຂ່ງຂັນເຕະບານ 7 ຄົນ (ເຕະ 6 ຮັບ 1) ຮຸ່ນອາຍຸເກີນ 10 ປີ (U-10) ລາຍການ ໜອງຫານ ອາຣີນາ ຄັບ 2023 ທີ່ແຂວງອຸດອນທານີ ຣາຊະອານາຈັກໄທໃນວັນທີ 30 ກໍລະກົດ 2023 ຊຶ່ງລາຍການດັ່ງກ່າວ ເປັນການທົດສອບຄວາມພ້ອມຂອງຂອງບັນດາຫຼານນ້ອຍ ມັດສະດາ ລາວ ຈີບີ ເອັຟຊີ ກຽມຮ່ວມປ້ອງກັນແຊ້ມ ລາຍການແຊ້ມຊົນແຊ້ມ ທີ່ຈະຈັດຂຶ້ນໃນກາງເດືອນສິງຫານີ້ ຢູ່ປະເທດໄທ. ສຳລັບ ລາຍການ ໜອງຫານ ອາຣີນາ ຄັບ 2023 ມີຊີງໄຊທັງໝົດ 2 ຮຸ່ນອາຍຸຄື: ຮຸ່ນອາຍຸ […]

ຊົມເຊີຍ ໂຮງໝໍ 103 ສຳເລັດການຜ່າຕັດປ່ຽນຖ່າຍໄຂ່ຫຼັງ 2 ກໍລະນີ

ໃນລະຫວ່າງວັນທີ 26-27 ກໍລະກົດ 2023 ຜ່ານມາ, ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ຮ່ວມມືກັບ ໂຮງໝໍ 103 ກອງທັບປະຊາຊົນຫວຽດນາມ ສຳເລັດການຜ່າຕັດປ່ຽນຖ່າຍໄຂ່ຫຼັງ 2 ກໍລະນີ (ກໍລະນີທີ 5 ແລະ ທີ 6). ທັງ 2 ກໍລະນີຄົນເຈັບນີ້ ມີເພດຊາຍ 1, ເພດຍິງ 1 ເປັນພະຍາດໃຂ່ຫຼັງຊຸດໂຊມມາຫຼາຍປີ ແລະ ຟອກເລືອດມາເປັນປະຈໍາ. ພິເສດຄົນເຈັບເພດຍິງ ເຄີຍໄດ້ປ່ຽນຖ່າຍໄຂ່ຫຼັງມາກ່ອນແຕ່ປີ 2014, ແຕ່ຍ້ອນສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງຮ້າຍແຮງໃນທົ່ວໂລກ ຈຶ່ງບໍ່ສະມາດເຂົ້າຮັບການປິ່ນປົວໄດ້ຕໍ່ເນື່ອງ ເຮັດໃຫ້ໄຂ່ຫຼັງທີ່ໄດ້ປ່ຽນຖ່າຍເສຍໜ້າທີ່ການ. ການຜ່າຕັດທັງ 2 ກໍລະນີ ໃຊ້ເວລາຜ່າຕັດຄົນລະປະມານ 3 ຊົ່ວໂມງຈິ່ງສໍາເລັດ. ພາຍຫຼັງການຜ່າຕັດໄດ້ຕິດຕາມຢ່າງໃກ້ຊິດໄລຍະນຶ່ງ, ປະຈຸບັນສະພາບຮ່າງກາຍຄົນເຈັບທັງ 2 ກໍລະນີດີຂຶ້ນຮູ້ສຶກມີເຫື່ອແຮງຫຼາຍຂື້ນ, ອາການອິດເມື່ອຍຫຼຸດລົງຈະແຈ້ງ, ກິນອາຫານແຊບ ແລະ ໄດ້ຫຼາຍຂຶ້ນ, ຖ່າຍເບົາໄດ້ນໍ້າປັດສະວະຈໍານວນຫຼາຍ, ບັນດາຜົນກວດຕີລາຄາສະພາບຮ່າງກາຍລວມ ແລະ ສະພາບໜ້າທີ່ການໄຂ່ຫຼັງ […]

ດວງລາຍວັນປະຈໍາວັນອັງຄານ ທີ 01 ສິງຫາ 2023

ຄົນເກີດວັນອາທິດ:ການ​ງານການ​ເຈລະ​ຈາທາງ​ດ້ານ​ທຸລະກິດ​ປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນໂຊກດີ​ເພາະ​ຄົນ​ສະນິດ​ຈະ​ອຸປະຖຳ​ທາງ​ດ້ານ​ການ​ເງິນ ຄວາມ​ຮັກມີ​ໂອ​ກາດ​ພົບ​ຮັກ​ແທ້​ກັບ​ຄົນ​ໃກຕົວ ອາດເປັນຄົນທີ່ທ່ານຮູ້ສຶກຮັກ ເຄື່ອງມຸງຄຸນເງິນ ສີມຸງຄຸນ​ສີຟ້າ ເລກ​ນຳ​ໂຊກ​8 ຄົນເກີດວັນຈັນ:ການ​ງານຖ້າປ່ຽນວຽກ​ງານ​ໃໝ່​ຈະ​ໄດ້​ພົບ​ຄວາມ​ກ້າວ​ໜ້າໃນໜ້າທີ່ການງານ ການ​ເງິນ​ມື້​ນີ້​ໂຊ​ກດີ​ຈະ​ໄດ້ຮັບ​ຊັບ ແລະ ເງິນເຂົ້າມາຫາທ່ານ ຄວາມ​ຮັກສຸກ​ສົມ​ຫວັງ​ດ້ານ​ຄວາມ​ຮັກ ແຕ່ໃຫ້ລະວັງການຫ່າງໃກ້ຈາກຄົນຮັກ ເຄື່ອງມຸງຄຸນ​ເງິນ ສີມຸງຄຸນສີສົ້ມ ເລກ​ນຳ​ໂຊກ​6 ຄົນເກີດວັນອັງຄານ:ການ​ງານ​ສາມາດ​ໃຊ້​ຈິນ​ຕ​ະນາ​ການ​ສ້າງສັນ​ສ້າງ​ຜົນ​ງານ​ໄດ້​ດີ ການ​ເງິນສາມາດ​ຫາ​ເງິນ​ເຂົ້າ​ມາ​ໄດ້​ເພີ່ມ​ຫລາຍ​ຂຶ້ນ ຄວາມ​ຮັກມີ​ການ​ພັດທະນາ​ຄວາມ​ສຳພັນ​ຄວາມ​ຮັກ​ລະຫວ່າງ​ກັນ​ດີ​ຂຶ້ນ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີ​ດໍາ ເລກ​ນຳ​ໂຊກ​8 ຄົນເກີດວັນພຸດ:ການ​ງານໃຊ້​ສັນ​ຊາດ​ຕະຍານ​ການ​ຕັດ​ສິນ​ໃຈ​ເຮັດ​ທຸລະກິດຈະ​ປະ​ສົບ​ຜົນ​ສຳ​ເລັດ ການ​ເງິນໄລຍະ​ນີ້​ຈະ​ພົບ​ເລື່ອງ​ເສຍ​ເງິນ ອາດຈະໝົດໄປກັບການຊໍາລະໜີ້ສິນ ຄວາມ​ຮັກມີ​ໂອ​ກາດ​ໄດ້​ຮູ້​ຈັກ​ຄົນ​ຜິວ​ຂາວ​ແຕ່ອາດບໍ່ແມ່ເນື້ອຄູ່ຂອງທ່ານ ເຄື່ອງມຸງຄຸນ​​ຫິນນໍາໂຊກສີແດງ ສີມຸງຄຸນສີສົ້ມ ເລກ​ນຳ​ໂຊກ​6 ຄົນເກີດວັນພະຫັດ:ການ​ງານ​ເຮັດ​ທຸລະກິດທາງດ້ານກະສິກຳ ປູກຝັງ ລ້ຽງສັດ ​ຈະ​ເຮັດໃຫ້​ໄດ້​ກຳ​ໄລດີ ການ​ເງິນໂຊ​ກດີ​ຈະ​ໄດ້​ເຄື່ອງ​ປະ​ດັບ​ໃໝ່ອາດໄດ້ຈາກຄົນພິເສດ ຄວາມ​ຮັກຖ້າເດີນທາງ​ໄກ​ມີ​ໂອ​ກາດ​ພົບ​ຮັກ​ກັບ​ຄົນ​ຜິວ​ຂາວ ເພາະທ່ານອາດເປັນເນື້ອຄູ່ ເຄື່ອງມຸງຄຸນ  ຫິນນໍາໂຊກສີສົ້ມ ສີມຸງຄຸນສີຟ້າ ເລກ​ນຳ​ໂຊກ​0 ຄົນເກີດວັນສຸກ:ການ​ງານ​ອາ​ຊີບ​ນັກ​ຂາຍ ນັກ​ສ້າງ​ຜົນ​ງານ​ສິລະ​ປະ ຈະ​ເຮັດໃຫ້​ມີ​ຊື່​ສຽງ ການ​ເງິນໂຊ​ກດີ​ຫລາຍ​ເພາະ​ຈະ​ໄດ້ຮັບ​ການ​ອຸປະຖຳ​ທາງ​ດ້ານ​ການ​ເງິນ ຄວາມ​ຮັກພົບ​ຄົົນທີ່​ມີ​​ດີ ສະຫລຽວ​ສະຫລາດ ເວົ້າ​ໄດ້​ຫລາຍກວ່າ 1 ພາສາ ເຄື່ອງມຸງຄຸນ​​ສາຍຄໍຄໍາ ສີມຸງຄຸນສີບົວ ເລກ​ນຳ​ໂຊກ​6 ຄົນເກີດວັນເສົາ:ການ​ງານຈະ​ມີ​ບໍລິວານ​ດີ​ຄອຍ​ຖ້າ​ຊ່ວຍ​ເຫລືອ​ຮ່ວມ​ກັນ​ສ້າງ​ຜົນ​ງານ​ໄດ້​ໂດດ​ເດັ່ນ ການ​ເງິນມີ​ໂຊກ​ເຂົ້າ​ມາ​ເຮັດໃຫ້​ຮູ້ສຶກ​ມີ​ຄວາມ​ສຸກ ຄວາມ​ຮັກໄລຍະນີ້​ຈະ​ໃຊ້​ຊີວິດ​ແບບ​ສັນ​ໂດດ​ເກີດ​ຄວາມ​ສຸກ​ໃຈ […]

ປະດັບຫລຽນໄຊມິດຕະພາບ ໃຫ້ແກ່ ທູດຈີນ

ໃນວັນທີ 31 ກໍລະກົດ 2023 ນິ້, ສະຫາຍ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ສະຫາຍ ຈຽງ ຈ້າຍຕຸ່ງ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ, ໃນໂອກາດທີ່ໄດ້ສໍາເລັດການປະຕິບັດໜ້າທີ່ການທູດ ຕະຫລອດໄລຍະ 4 ປີກວ່າ ຢູ່ ສປປ ລາວ. ພ້ອມນີ້, ສະຫາຍ ສະເຫລີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ປະດັບຫລຽນໄຊມິດຕະພາບ ໃຫ້ແກ່ ສະຫາຍ ເອກອັກຄະລັດຖະທູດ ຈຽງ ຈ້າຍຕຸ່ງ ເພື່ອເປັນການຍ້ອງຍໍຊົມເຊີຍ, ສັນສະເສີນ ແລະ ຈາລຶກຄຸນງາມຄວາມດີ ຕໍ່ຜົນງານໃນການປະກອບສ່ວນເສີມ ຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການພົວພັນຮ່ວມມືແບບຄູ່ຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ […]

ນັກຮຽນລາວເກັ່ງ ໄດ້ຫລຽນຄໍາ ໃນການແຂ່ງຂັນຄະນິດສາດ ທີ່ສິງກະໂປ

ຊົມເຊີຍ! ນັກຮຽນລາວ ຈາກໂຮງຮຽນ​ນານາ​ຊາດ​ອົດສະຕາລີ ໄດ້ເຂົ້າຮ່ວມການແຂ່ງຂັນຄະນິດສາດ ທີ່ປະເທດສິງກະໂປ ໃນລະຫວ່າງວັນທີ 23-24 ກໍລະກົດ 2023 ຜ່ານມາ ສາມາດຍາດໄດ້ 1 ຫລຽນຄຳ, 4 ຫລຽນເງິນ, 3 ຫລຽນທອງ, ລາງວັນຊົມເຊີຍ 1 ຫລຽນ ແລະ ໃບຍ້ອງຍໍ 11 ໃບ ເຊິ່ງການແຂ່ງຂັນດັ່ງກ່າວ, ມີຜູ້ເຂົ້າຮ່ວມ ທັງໝົດ 1.500 ກວ່າຄົນ ຈາກ 32 ປະເທດ. ການແຂ່ງຂັນຄະນິດສາດ ປະກອບມີ 3 ຮອບ ຄື: ຮອບທີ 1 ຕອບຄຳຖາມໂຈດເລກ, ຮອບທີ 2 ຫລິ້ນເກມພັດທະນາທັກສະເລກ (ປະກອບມີ 1 ທີມ, ທີມລະ 3 ຄົນ) ສ່ວນຮອບທີ 3 ແກ້ໂຈດຄະນິດຄິດໄວ ເຊິ່ງຜ່ານການແຂ່ງຂັນ ທ້າວ ສຸຣິຍະເດດ […]

ກໍ່ຄາດຕະກຳເມຍ ເອົາຕົວຫຼົບໜີໄດ້ 5 ປີ ຖືກຈັບດໍາເນີນຄະດີ

ເຫດການຄະດີຜົວຄາດຕະກໍາເມຍໃນປີ 2018 ເກີດຂຶ້ນເມື່ອວັນທີ 20 ກໍລະກົດ 2018, ຢູ່ແຂວງໄຊຍະບູລີ ພາຍຫຼັງຄາດຕະກໍາເມຍແລ້ວຫຼົບໜີໄປລີ້ຊ້ອນຢູ່ແຂວງຈໍາປາສັກ ເປັນເວລາ 5 ປີ ສາເຫດຍ້ອນບໍ່ເຂົ້າໃຈກັນ. ໂດຍເຈົ້າໜ້າທີ່ໄດ້ຮັບແຈ້ງ ຄວາມຈາກພົນລະເມືອງດີ ວ່າ: ພົບເຫັນຮ່າງຄົນເສຍຊີວິດໄຫຼມາຄ້າງຢູ່ແຄມແມ່ນໍ້າເຂດ ບ້ານນາຍາວ ເມືອງໄຊຍະບູລີ ແຂວງໄຊຍະບູລີ; ຈາກນັ້ນ, ເຈົ້າໜ້າທີ່ພະແນກຕໍາຫຼວດສືບສວນ-ສອບສວນ ສົມທົບເຈົ້າໜ້າທີ່ ປກສ ເມືອງໄຊຍະບູລີ ຊັນນະສູດສະຖານທີ່ເກີດເຫດ, ຜູ້ເສຍຊີວິດ ຊື່ ນາງ ມິນຕາ ອາຍຸ 20 ປີ ປະຊາຊົນ ບ້ານສີບຸນເຮືອງ ເມືອງຫົງສາ ແຂວງໄຊຍະບູລີ. ສາເຫດຂອງການເສຍຊີວິດແມ່ນຍ້ອນຖືກ ຄາຕະກຳ ແລະ ຜູ້ກະທໍາຜິດຊື່ ທ້າວ ທອງສໍາລິດ ຫຼື ແອໃຫຍ່ ແກ້ວປະເສີດ ອາຍຸ 39 ປີ ປະຊາຊົນ ບ້ານໜອງແຕ່ງເໜືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ຫຼົບໜີຢູ່ແຂວງຈຳປາສັກເປັນເວລາ 5 ປີ […]

ດວງລາຍວັນປະຈໍາວັນຈັນ ທີ 31 ກໍລະກົດ 2023

ຄົນເກີດວັນອາທິດ:ການ​ງານອອກ​ງານ​ສັງຄົມ​ຫຼາຍ​ຂຶ້ນ ເປັນ​ທີ່​ຮູ້​ຈັກ ມີ​ຄອນ​ເນັກ​ຊັ່ນ​ເພີ່ມ​ຂຶ້ນ ສົ່ງ​ຜົນ​ຕໍ່​ຄວາມ​ສຳ​ເລັດ ການ​ເງິນລະ​ວັງ​ຈະ​ເສຍ​ເງິນ​ແບບ​ບໍ່ທັນຕັ້ງໂຕ ແຕ່​ກໍ​ຈະ​ສາມາດ​ຫາ​ເຂົ້າ​ມາ​ໄດ້​ຢ່າງ​ວ່ອງໄວດ້ວຍ​ເຊັ່ນ​ກັນ ຄວາມ​ຮັກພາລະ​ກິດວຸ່ນຫຼາຍ ຈຶ່ງ​ຍັງ​ບໍ່​ໄດ້​ໃຫ້​ຄວາມ​ສຳຄັນ​ດ້ານ​ຄວາມ​ຮັກ​ໃນ​ໄລຍະ​ນີ້ ເຄື່ອງມຸງຄຸນຄໍາ ສີມຸງຄຸນ​ສີບົວ ເລກ​ນຳ​ໂຊກ​3 ຄົນເກີດວັນຈັນ:ການ​ງານການ​ປັບ​ປ່ຽນ​ກົນ​ລະຍຸດໃນ​ການເຮັດ​ທຸລະກິດ​ກໍ່​ໃຫ້​ເກີດ​ຄວາມ​ສຳ​ເລັດ​ໄດ້ ການ​ເງິນ​ມີ​ຄວາມ​ກັງ​ວົນ​ກ່ຽວກັບ​ເລື່ອງ​ຂອງ​ການ​ເງິນ​ ແຕ່ກໍຈະ​ສາມາດ​ຫາ​ເງິນ​ເຂົ້າ​ມາ​ໄດ້ທຸກຄັ້ງ ຄວາມ​ຮັກ​ຈະ​ພົບ​ໃຜ​ບາງ​ຄົນ​ແບບ​ບໍ່ທັນຕັ້ງໂຕໃນ​ໄລຍະ​ນີ້ ເກີດ​ຄວາມ​ຮັກ ຄວາມ​ສຳພັນ​ທີ່​ມີ​ຄວາມ​ສຸກ​ໃຈ ເຄື່ອງມຸງຄຸນ​ເງິນ ສີມຸງຄຸນສີດໍາ ເລກ​ນຳ​ໂຊກ​8 ຄົນເກີດວັນອັງຄານ:ການ​ງານ​ຄິດ​ຄົ້ນ​ວິທີ​ການ​ຫຼື​ແນວ​ທາງ​ການເຮັດ​ທຸລະກິດ​ທີ່​ນຳ​ພາ​ໄປ​ສູ່​ຄວາມ​ສຳ​ເລັດ​ໄດ້​ງ່າຍ​ຂຶ້ນ ການ​ເງິນ​ມີ​ຄວາມຫມັ້ນຄົງ​ດີ​ທາງ​ດ້ານ​ການ​ເງິນ ໃນ​ໄລຍະ​ນີ້​ບໍ່​ມີ​ເລື່ອງ​ກັງ​ວົນ​ໃດ​ໆ ຄວາມ​ຮັກຍັງປາດຖະຫນາ​ທີ່​ຈະ​ມີ​ຄວາມ​ສົມ​ຫວັງ​ດ້ານ​ຄວາມ​ຮັກ​ໃນ​ໄລຍະ​ນີ້ ແຕ່​ສະຖານະການ​ໂດຍລວມກໍ​ຍັງ​ບໍ່​ເປັນ​ເຊັ່ນ​ນັ້ນ ເຄື່ອງມຸງຄຸນ​ເພັດສີແດງ ສີມຸງຄຸນສີ​ດໍາ ເລກ​ນຳ​ໂຊກ​2 ຄົນເກີດວັນພຸດ:ການ​ງານເລັ່ງ​​ໃນ​ເລື່ອງ​ຂອງ​ການ​ຕິດ​ຕໍ່​ສື່​ສານ ແລະ ​ເກີດ​ການ​ປ່ຽນ​ແປງ​ທາງ​ດ້ານ​ການ​ງານ ການ​ເງິນມີ​ຄວາມ​ກັງ​ວົນ​ໃນ​ເລື່ອງ​ຂອງ​ການ​ໃຊ້​ຈ່າຍ ແຕ່​ກໍ​ສາມາດ​ຫາ​ເຂົ້າ​ມາ​ໄດ້​ຢ່າງ​ວ່ອງໄວ ມີ​ໂຊກ​ເລັກນ້ອຍ​ ເຂົ້າ​ມາ​ເຮັດໃຫ້​ຮູ້ສຶກ​ດີ​ໃຈ ຄວາມ​ຮັກລົງ​ຕົວ​ດີ​ໃນ​ເລື່ອງ​ຂອງ​ຄວາມ​ສຳພັນ​ດ້ານ​ຄວາມ​ຮັກ​ໃນ​ເທື່ອ​ນີ້ ມີ​ໂອ​ກາດ​ພົບ​ຮັກ​ແບບ​​ດ່ວນ​ກໍ​ເປັນ​ໄປ​ໄດ້ ເຄື່ອງມຸງຄຸນ​​ຕຸ້ມຫູຄໍາ ສີມຸງຄຸນສີຂຽວ ເລກ​ນຳ​ໂຊກ​6 ຄົນເກີດວັນພະຫັດ:ການ​ງານຈະ​ພົບ​ການ​ປ່ຽນ​ແປງ​ກ່ຽວກັບ​ເລື່ອງ​ການ​ງານ ການ​ປັບ​ປ່ຽນ​ວຽກ​ໃໝ່ ຈະ​ມີ​ໂຊກ​ທາງ​ດ້ານ​ການ​ງານ ແຕ່​ຕ້ອງ​ພົບ​​ຄວາມ​ກົດ​ດັນ​​ກ່ອນ ຈຶ່ງ​ເກີດ​ການ​ປ່ຽນ​ແປງ​ທີ່​ດີ ການ​ເງິນມີ​ໂຊກ​ຈະ​ໄດ້​ເງິນ​ເຂົ້າ​ມາ ຈະ​ຊື້​​​ຊັບສິນ ທີ່​ຢູ່​ອາໄສ​ໃໝ່ ຫຼື​ຜູ້ໃຫຍ່​ຈະ​ອຸປະຖຳ​ທາງ​ດ້ານ​ການ​ເງິນ ຄວາມ​ຮັກບໍ່​ລົງ​ຕົວ​ໃນ​ເລື່ອງ​ຄວາມ​ສຳພັນ​ດ້ານ​ຄວາມ​ຮັກ ອາດ​ເປັນ​ເພາະ​ອຸປະສັກ​ເລື່ອງ​ໄລຍະທາງ​ ແລະ ​ເວລາ ຄວາມ​ສຳພັນ​ຈຶ່ງ​ບໍ່​ຖືກ​ພັດທະນາ ເຄື່ອງມຸງຄຸນ​ເພັດສີຂາວ […]

ລາວ-ອິນເດຍ ລົງນາມບົດບັນທຶກຄວາມເຂົ້າໃຈ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ 5 ໂຄງການ

ວັນທີ 27 ກໍລະກົດ 2023,  ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ຊົວຣາບ ກຸມາ (Saurabh Kumar), ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອິນເດຍ ພ້ອມດ້ວຍຄະນະ, ໃນໂອກາດທີ່ເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ແຕ່ວັນທີ 26-29 ກໍລະກົດ 2023 ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ລະຫວ່າງ ສອງກະຊວງການຕ່າງປະເທດ ສປປ ລາວ-ສ ອິນເດຍ ຄັ້ງທີ 3. ສອງຝ່າຍ ໄດ້ສະແດງຄວາມຍິນດີຕໍ່ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ທີ່ຢູ່ໃນທ່ວງທ່າທີ່ດີ ເຊິ່ງໃນໄລຍະ 6 ເດືອນຕົ້ນປີ 2023 ມູນຄ່າການຄ້າສອງຝ່າຍ ບັນລຸໄດ້ປະມານ 54 ລ້ານໂດລາສະຫະລັດ. ໃນນັ້ນ, ສປປ ລາວ ສົ່ງອອກແມ່ນປະມານ […]