ພົບແລ້ວເດັກນ້ອຍ 4 ຄົນ ທີ່ຫລົງປ່າເປັນເວລາ 40 ວັນ ຫລັງເຫດເຮືອບິນຕົກ

ສຳນັກຂ່າວຕ່າງປະເທດລາຍງານ: ວັນທີ 9 ມິຖຸນາ 2023 ຜ່ານມາ, ປະທານາທິບໍດີ ກູສຕາໂວ ເປໂຕຣ ຂອງໂກລົມບີ ປະກາດຂ່າວດີວ່າ ພົບເດັກນ້ອຍຊົນເຜົ່າພື້ນເມືອງ 4 ຄົນ ອາຍຸ 13 ປີ, 9 ປີ, 4 ປີ ແລະ ເດັກອາຍຸ 11 ເດືອນ ທີ່ໄດ້ຫລົງປ່າຫລັງຈາກປະສົບເຫດເຮືອບິນຕົກຢູ່ໃນປ່າອາເມຊອນ ເປັນເວລາ 40 ວັນ ໃນວັນທີ 1 ພຶດສະພາ 2023 ທີ່ຜ່ານມາ, ຍັງມີຊີວິດຢູ່ ແລະ ໄດ້ຮັບການຊ່ວຍເຫລືອ ຕະຫລອດເວລາຂອງການປະຕິບັດການຄົ້ນຫາຫລາຍອາທິດ ເຈົ້າໜ້າທີ່ໄດ້ພົບພຽງເບາະແສພຽງເລັກນ້ອຍເຊັ່ນ: ຮອຍຕີນຂອງເດັກນ້ອຍ, ຜ້າອ້ອມທີ່ໃຊ້ແລ້ວ, ແລະ ຂວດນົມເດັກນ້ອຍ. ຫລ້າສຸດ ດ້ວຍການຊ່ວຍເຫຼືອຈາກຊຸມຊົນພື້ນເມືອງຢູ່ໃກ້ກັບບ່ອນເຮືອບິນຕົກ ເຮັດໃຫ້ທະຫານຊອກຫາເດັກນ້ອຍເຫັນ ແລະ ພວກເຂົາຍັງມີຊີວິດລອດຢູ່ໃນກາງປ່າ ສ້າງຄວາມຍິນດີໃຫ້ກັບຊາວໂກລົມບີທົ່ວປະເທດ ໂດຍສະເພາະແມ່ນສະມາຊິກໃນຄອບຄົວ ເມື່ອໄດ້ຮູ້ຂ່າວ.
ເມືອງຍົມມະລາດທຳລາຍສັດປ່າຄຸ້ມຄອງ ແລະ ສັດສະຫງວນທີ່ຢຶດມາໄດ້ຕາມທ້ອງຕະຫຼາດ

ໃນວັນທີ 9 ມິຖຸນາ 2023 ທີ່ຜາກະຕ່າຍ ເມືອງຍົມມະລາດ ແຂວງຄຳມ່ວນ ໄດ້ຈັດພິທີທຳລາຍສັດປ່າທີ່ຍຶດມາໄດ້ຕາມທ້ອງຕະຫຼາດ ໃຫ້ກຽດເປັນປະທານໂດຍທ່ານ ຄູນສີ ແສງດາລາ ຮອງເລຂາພັກເມືອງໆຍົມມະລາດ ເຊີ່ງມີທ່ານ ບຸນທະໄຫວ ໂດໄລສານ ຮອງເຈົ້າເມືອງໆຍົມມະລາດ, ບັນດາທ່ານຫົວໜ້າ-ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ. ເຊິ່ງໃນວັນທີ 7 ມິຖຸນາ 2023 ໜ່ວຍງານກວດກາປ່າໄມ້ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໄດ້ລົງກວດກາ ຕະຫຼາດບ້ານໂຄກສະຫວ່າງ ເມືອງຍົມມະລາດ ແຂວງຄຳມ່ວນ ຜົນການກວດກາໄດ້ພົບເຫັນການລັກລອບຊື້-ຂາຍສັດປ່າຄຸ້ມຄອງ ແລະ ສັດສະຫງວນທີ່ຜິດຕໍ່ລະບຽບກົດໝາຍສັດນ້ຳ-ສັດປ່າ ຈຳນວນ 13 ໂຕ ມີນ້ຳໜັກລວມທັງໝົດ 9,5 ກິໂລກຼາມ ແລະ ຊີ້ນສ່ວນໂຕແລນ 1,5 ກິໂລ ໃນນັ້ນມີສັດປ່າທີ່ຍັງເປັນຈຳນວນ 3 ໂຕ ນ້ຳໜັກລວມ 5,5 ກິໂລຄື: ກວດພົບ ແລນ (ຍັງເປັນ), ກະຮອກ (ຕາຍ) […]
ເຈົ້າໜ້າທີ່ພາສີປະຈຳຈຸດປະສານງານຫລັກ 15 ຢຶດລົດເກັງ Lexus ທີ່ໃສ່ປ້າຍທະບຽນປອມ

ວັນທີ 11 ມິຖຸນາ 2023 ຜ່ານມາ, ເຈົ້າໜ້າທີ່ພາສີພະແນກສືບສວນ-ສອບສວນ ແລະ ປາບປາມກາລັກລອບໜີພາສີ (ພສປ) ປະຈໍາຈຸດປະສານງານຫຼັກ 15 ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ສົມທົບກັບເຈົ້າໜ້າພາສີຂະແໜງ ກວດກາ ແລະ ສືບສວນ-ສອບສວນ (ກສສ), ໄດ້ອອກເຄື່ອນໄຫວຕິດຕາມ-ກວດກາຕາມແຫຼ່ງຂ່າວພົນລະເມືອງດີລາຍງານວ່າ: ມີລົດເກັງ 1 ຄັນ, ຍີ່ຫໍ້ Lexus, ສີປອນໝາຍເລກທະບຽນ ຈຂ 3636 ກໍາແພງນະຄອນ, ເປັນລົດສວມປ້າຍທະບຽນປອມ, ແລ່ນຕາມເສັ້ນທາງເຂດສີໄຄມຸ່ງໜ້າມາທາງສະໝາມບິນວັດໄຕ. ດັ່ງນັ້ນ, ເຈົ້າໜ້າທີ່ພາສີ, ຈຶ່ງໄດ້ເຄື່ອນໄຫວຕິດຕາມພົບເຫັນເປົ້າໝາຍ ແລະ ປະສານສົມທົບກັບເຈົ້າໜ້າຕໍາຫຼວດຈາລະຈອນ, ເພື່ອສະກັດກວດກາ-ຜ່ານການກວດກາເບື້ອງຕົ້ນເຫັນວ່າ: ເປັນລົດສວມປ້າຍທະບຽນປອມບໍ່ມີໃນກົງໂຕນຂອງລະບົບ ຍທຂ, ເຈົ້າໜ້າພາສີ, ຈຶ່ງໄດ້ນຳລົດຄັນດັ່ງກ່າວເຂົ້າມາຮັກສາໄວ້ທີ່ພະແນກສືບ-ສອບສວນ ແລະ ປາບປາມກາລັກລອບໜີພາສີ (ພສປ) ທີ່ບ້ານໜອງບອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ເພື່ອດຳເນີນການຕາມຂັ້ນຕອນຂອງກົດໝາຍ ແລະ ລະບຽບການຕໍ່ໄປ ທີ່ມາ ກະຊວງການເງິນ
ມອບ-ຮັບ ຜະລິດຕະພັນສີ້ນສ່ວນສັດປ່າ ງາຊ້າງ ທີ່ຜ່ານການດຳເນີນຄະດີສຳເລັດ

ວັນທີ່ 9 ມິຖຸນາ 2023 ທີ່ພະແນກກະສິກຳ ແລະ ປ່າໄມ້ແຂວງຫຼວງພະບາງ ໄດ້ມີພິທີມອບຮັບ ຜະລິດຕະພັນສີ້ນສ່ວນສັດປ່າ (ງາຊ້າງ) ທີ່ຜ່ານການດຳເນີນຄະດີສຳເລັດ ລະຫວ່າງ ພະແນກຄຸ້ມຄອງສັດປ່າ ແລະ ສົນທິສັນຍາສາກົນ CITES, ມີ ທ່ານ ບຸນມີ ສະຫັວດ ຮອງຫົວໜ້າພະແນກກະສິກຳ ແລະ ປ່າມ້ແຂວງ, ທ່ານ ສຸນັນທາ ຈຸນລະມະນີ ວ່າການຫົວໜ້າກົມກວດກາປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້, ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ກອງກວດກາປ່າໄມ້ ພະແນກກະສິກຳ ແລະ ປ່າມ້ແຂວງຫຼວງພະບາງ ໄດ້ລາຍງານວ່າ: ການດຳເນີນຄະດີຜະລິດຕະພັນ ຊີ້ນສ່ວນສັດປ່າ ໃນໄລຍະຜ່ານມາ ມີຄະດີປະເພດງາຊ້າງ 11 ເລື່ອງ ລວມມີ 5.761 ອັນ ນ້ຳໜັກຫລາຍກວ່າ 137 ກິໂລກຣາມ. ເຈົ້າໜ້າທີ່ໄດ້ມີວິທີແກ້ໄຂຄະດີຄື: ສຶກສາອົບຮົມ 2 ເລື່ອງ, ແກ້ໄຂດ້ານບໍລິຫານ 2 […]
ລາຍຊື່ U17 ທີມຊາດລາວ 23 ຄົນສຸດທ້າຍ ເຂົ້າຮ່ວມການແຂ່ງຂັນ AFCU17 ທີ່ປະເທດໄທ

ສະຫະພັນບາຍເຕະແຫ່ງຊາດລາວປະກາດລາຍຊື່ນັກກິລາ ທີມຊາດລາວ ອາຍຸບໍ່ເກີນ 17 ປີ 23 ຄົນສຸດທ້າຍ ເຂົ້າຮ່ວມການແຂ່ງຂັນ AFCU17 ຮອບສຸດທ້າຍທີ່ປະເທດໄທ ລະຫວ່າງວັນທີ 15 ມິຖຸນາ ຫາ 2 ກໍລະກົດ ໂດຍມີທັງຫມົດ 16 ທີມ ແບ່ງອອກເປັນ 4 ກຸ່ມ ຄື: ກຸ່ມ A : ໄທ ( ເຈົ້າພາບ ), ເຢເມນ, ມາເລເຊຍ ແລະ ລາວ , ກຸ່ມ B : ສ.ເກົາຫລີ, ອີຣານ, ອັຟການິສຖານ ແລະ ກາຕ້າ , ກຸ່ມ C : ທາຈີກິສຖານ, ອົສຕຣາລີ, ຊາອຸດິ ອາຣັບເບຍ, ສປ ຈີນ , ກຸ່ມ […]
ດວງລາຍວັນປະຈໍາວັນຈັນ ທີ 12 ມິຖຸນາ 2023

ຄົນເກີດວັນອາທິດ:ການງານຈະປະສົບຄວາມສຳເລັດດ້ານການສ້າງຜົນງານຂອງວຽກງານທີ່ຮັບຜິດຊອບ ການເງິນພົບເລື່ອງທີ່ຕ້ອງເຮັດໃຫ້ເສຍຊັບສິນກັບບໍລິວານ ຄວາມຮັກຈະໄດ້ຮັບຄວາມຊັດເຈນຈາກຄົນຮັກຫລາຍຂຶ້ນ ເຄື່ອງມຸງຄຸນ ໄຂມຸກ ສີມຸງຄຸນສີມ່ວງອ່ອນ ເລກນຳໂຊກ3 ຄົນເກີດວັນຈັນ:ການງານ ຖ້າຈະເຮັດທຸລະກິດຮ່ວມກັບຮຸ້ນສ່ວນຕ້ອງລະວັງຖືກເອົາປຽບ ການເງິນຈະພົບເລື່ອງສູນເສຍເງິນໂດຍບໍ່ທັນຕັ້ງໂຕ ເຊິ່ງເປັນສິ່ງທີ່ຈໍາເປັນ ຄວາມຮັກມີໂອກາດພົບຮັກ ສຸກສົມຫວັງ ອາດເປັນຄົນທີ່ທ່ານຮັກ ແລະ ຮູ້ສຶກດີມາກ່ອນ ເຄື່ອງມຸງຄຸນເງິນ ສີມຸງຄຸນສີດໍາ ເລກນຳໂຊກ7 ຄົນເກີດວັນອັງຄານ:ການງານຈະເຮັດທຸລະກິດປະສົບຄວາມສຳເລັດ ໄດ້ຜົນກຳໄລດີ ການເງິນ ໂຊກດີຈະໄດ້ເງິນເຂົ້າມາແບບບໍ່ທັນຕັ້ງໂຕ ຄວາມຮັກ ການສ້າງຄວາມສຳພັນກັບຄົນຮັກໃນໄລຍະນີ້ບໍ່ລົງຕົວ ເຄື່ອງມຸງຄຸນ ຄໍາຝຣັ່ງ ສີມຸງຄຸນສີຂຽວ ເລກນຳໂຊກ3 ຄົນເກີດວັນພຸດ:ການງານເຮັດທຸລະກິດຈະການຄ້າອຸປະກອນໄຟຟ້າຈະໄດ້ຜົນກຳໄລດີ ການເງິນມີໂຊກຈະໄດ້ຊັບຈາກການງານທີ່ຮັບຜິດຊອບ ຈະເຮັດໃຫ້ທ່ານໄດ້ເງິນກ້ອນເຂົ້າມາໃນໄວໆນີ້ ຄວາມຮັກຈະພົບເຫດການທີ່ເຮັດໃຫ້ຫ່າງໄກກັນຫລາຍຂຶ້ນ ເຄື່ອງມຸງຄຸນຄໍາ ສີມຸງຄຸນສີແດງ ເລກນຳໂຊກ4 ຄົນເກີດວັນພະຫັດ:ການງານການເຈລະຈາຕໍ່ລອງປະສົບຄວາມສຳເລັດໃນດ້ານການງານ ການເງິນມີໂຊກຈະໄດ້ເງິນກ້ອນໃຫຍ່ເຂົ້າມາ ແຕ່ກໍໃຫ້ລະວັງເລື່ອງລາຍຈ່າຍໃນໄລຍະນີ້ ຄວາມຮັກມີໂອກາດໄດ້ຮັບຮູ້ຂ່າວສານຂອງຄົນຮັກເກົ່າ ຊື່ງບາງຄັ້ງກໍບໍ່ຄວນຮັບຮູ້ເຫດການເກົ່າໆເດີມໆເຂົ້າມາ ເຄື່ອງມຸງຄຸນຫິນນໍາໂຊກສີແດງ ສີມຸງຄຸນສີເຫຼືອງ ເລກນຳໂຊກ1 ຄົນເກີດວັນສຸກ:ການງານໄລຍະນີ້ໝູ່ເພື່ອນສະໜິດຢາກຈະມາຮ່ວມຮຸ້ນສ່ວນໃນສິ່ງທີ່ທ່ານຕັ້ງເປົ້າໝາຍຈະເຮັດໃນໄວໆນີ້ ການເງິນຈະພົບເລື່ອງເສຍຊັບ ເພາະເປັນໄລຍະໄລຍະທີ່ໃຊ້ເງິນເກີນຕົວທີ່ທ່ານຕ້ອງການຊື້ເຂົ້າມາແບບຈໍາເປັນ ຄວາມຮັກມີໂອກາດພົບຄູ່ຄອງແບບບໍ່ທັນຕັ້ງໂຕ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີບົວ ເລກນຳໂຊກ9 ຄົນເກີດວັນເສົາ:ການງານການເຮັດທຸລະກິດດ້ານວົງການບັນເທິງປະສົບຄວາມສຳເລັດ ການເງິນຈະໄດ້ຮັບການອຸປະຖຳຈາກເພດກົງກັນຂ້າມ ຄວາມຮັກສຸກສົມຫວັງດ້ານຄວາມຮັກ ແຕ່ທ່ານຕ້ອງມີເວລາໃຫ້ຄົນຮັກຫຼາຍໆ ເຄື່ອງມຸງຄຸນຫິນນໍາໂຊກສີບົວ ສີມຸງຄຸນສີຂາວ […]
ດວງລາຍວັນປະຈໍາວັນອາທິດ ທີ 11 ມິຖຸນາ 2023

ຄົນເກີດວັນອາທິດ:ການງານພົບອຸປະສັກທາງດ້ານການງານແຕ່ກໍສາມາດແກ້ໄຂບັນຫາໄດ້ວ່ອງໄວ ການເງິນມີໂຊກຈະໄດ້ເງິນເຂົ້າມາແບບງ່າຍດາຍ ຄວາມຮັກມີໂອກາດທີ່ຄົນຮັກເກົ່າຢາກກັບມາຂໍຄືນດີ ເຄື່ອງມຸງຄຸນຫີນນໍາໂຊກສີແດງ ສີມຸງຄຸນສີສົ້ມ ເລກນຳໂຊກ6 ຄົນເກີດວັນຈັນ:ການງານເຮັດທຸລະກິດດ້ານວົງການບັນເທິງຈະປະສົບຜົນດີີ ການເງິນມີໂອກາດໄດ້ຮັບໂຊກທາງດ້ານຊັບສິນ ຄວາມຮັກບໍ່ລົງຕົວໃນເລື່ອງຄວາມສຳພັນ ຂອງຄວາມຮັກ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີເຫຼືອງ ເລກນຳໂຊກ2 ຄົນເກີດວັນອັງຄານ: ການງານຈະພົບອຸປະສັກແຕ່ໂຊກດີທີ່ມີບໍລິວານຄອຍຖ້າຊ່ວຍເຫລືອ ການເງິນໃນມື້ນີ້ມີໂຊກຈະໄດ້ເງິນ ແຕ່ໃຫ້ລະວັງດ້ານລາຍຈ່າຍ ຄວາມຮັກຄວາມສຳພັນມີໂອກາດໄດ້ເລິກລາກັນໄປ ອາດເປັນຍ້ອນນິໄສແຕກຕ່າງກັນເກີນໄປ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນສີນໍ້າຕານ ເລກນຳໂຊກ3 ຄົນເກີດວັນພຸດ:ການງານຈະພົບອຸປະສັກດ້ານການງານ ວຽກຈະຫຼາຍກວ່າປົກກະຕິ ເພາະຢູ່ໃນຊ່ວງທົນລອງວຽກ ການເງິນຈະມີຄົນເຂົ້າມາລົບກວນຢືມເງິນ ແຕ່ກໍຄວນເບິ່ງສະຖານະການໃຫ້ດີ ຄວາມຮັກລະວັງຄວາມໃຈຮ້ອນເຮັດໃຫ້ເກີດຄວາມຂັດແຍ້ງ ເຄື່ອງມຸງຄຸນຄໍາ ສີມຸງຄຸນສີດໍາ ເລກນຳໂຊກ2 ຄົນເກີດວັນພະຫັດ:ການງານເຮັດທຸລະກິດດ້ານການຂາຍອາຫານເພື່ອສຸກຂະພາບຊ່ວງນີ້ຈະໄດ້ຜົນກຳໄລດີ ການເງິນຈະໄດ້ໂຊກຈາກຄົນຮັກ ເພາະຊ່ວງນີ້ຢູ່ໃນເກນຄົນຮັກຕາມໃຈ ຄວາມຮັກເກີດຄວາມສຸກ ຄວາມພຶງພໍໃຈ ເພາະທ່ານທັງສອງຢູ່ໃນຊ່ວງເປີດໃຈລົມກັນທຸກເລື່ອງ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນສີແດງ ເລກນຳໂຊກ1 ຄົນເກີດວັນສຸກ:ການງານຊ່ວງນີ້ຈະເມື່ອຍຫລາຍເປັນພິເສດໃນການທີ່ຈະແກ້ໄຂບັນຫາສະເພາະໜ້າ ການເງິນຈະພົບເລື່ອງເສຍເງິນແບບບໍ່ຄາດຝັນ ຄວາມຮັກມີໂອກາດພົບຮັກ ເກີດຄວາມສຸກສະບາຍໃຈ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີເທົາ ເລກນຳໂຊກ2 ຄົນເກີດວັນເສົາ:ການງານ ເຮັດທຸລະກິດປະສົບຜົນສຳເລັດ ແຕ່ທ່ານກໍຕ້ອງໝັ່ນໃຈກັບສິ່ງທີ່ກໍາລັງເຮັດຢູ່ ການເງິນຈະຕັດສິນໃຈໃນການໃຊ້ເງິນຕົກແຕ່ງທີ່ຢູ່ອາໄສ ຄວາມຮັກປະຕິເສດເລື່ອງຂອງຄວາມຮັກ ຊ່ວງນີ້ບໍ່ມີເວລາໃຫ້ຄົນຮັກເລີຍ […]
ດວງລາຍວັນປະຈໍາວັນເສົາ ທີ 10 ມິຖຸນາ 2023

ຄົນເກີດວັນອາທິດ:ການງານດຸໝັ່ນໃນການເຮັດວຽກງານ ທ່ານໃສ່ໃຈໃນວຽກງານທີ່ທ່ານໄດ້ເຮັດຢູ່ສະເໝີ ການເງິນມີລາຍຈ່າຍຕະຫຼອດໃນໄລຍະນີ້ ລະວັງເຂົ້າສູ່ພາວະຕິດລົບທາງດ້ານການເງິນ ຄວາມຮັກຖ້າຈະພົບໃຜໃນໄລຍະນີ້ ອາດຈະມີເຂົ້າມາຫຼາຍກວ່າ 1 ຄົນໃຫ້ທ່ານໄດ້ເລືອກ ເຄື່ອງມຸງຄຸນຄໍາ ສີມຸງຄຸນສີມ່ວງ ເລກນຳໂຊກ2 ຄົນເກີດວັນຈັນ:ການງານຂະຫຍັນ ແລະ ເຮັດວຽກຢ່າງລະອຽດຮອບຄອບຫຼາຍໆ ໃນໄລຍະນີ້ ມີໂອກາດທີ່ຈະຫາງານພິເສດ ເພື່ອທີ່ຈະເຮັດໃຫ້ມີລາຍໄດ້ເພີ່ມຂຶ້ນ ການເງິນ ມີໂຊກດີ ຫາເງິນເຂົ້າມາໄດ້ຢ່າງຕໍ່ເນື່ອງໃນໄລຍະນີ້ກໍເປັນໄປໄດ້ ຄວາມຮັກຍັງພິຈາລະນາເລືອກຫົນທາງທີ່ຈະນຳພາຕົນເອງໄປສູ່ຄວາມກ້າວໜ້າ ຫຼາຍກວ່າທີ່ຈະມຸ່ງເນັ້ນດ້ານຄວາມຮັກໂດຍກົງໃນໄລຍະນີ້ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີຂຽວ ເລກນຳໂຊກ6 ຄົນເກີດວັນອັງຄານ:ການງານ ຈະເຮັດທຸລະກິດການງານໃດໆ ຈະເລີນຮຸ່ງເຮືອງດີຂຶ້ນໄປທຸກຢ່າງ ການເງິນມີໂຊກທີ່ຈະໄດ້ເງິນເຂົ້າມາເລື້ອຍໆ ໃນໄລຍະນີ້ ເປັນໂຊກນ້ອຍໆ ທີ່ເຮັດໃຫ້ທ່ານຮູ້ສຶກດີໃຈ ຄວາມຮັກມີໂອກາດລອງເວົ້າ ສຶກສາເບິ່ງໃຈກັບຄົນຜິວຂາວທີ່ໄດ້ພົບໃນໄລຍະນີ້ ເຄື່ອງມຸງຄຸນ ເງິນ ສີມຸງຄຸນສີບົວ ເລກນຳໂຊກ2 ຄົນເກີດວັນພຸດ:ການງານຕ້ອງແກ້ໄຂບັນຫາຕ່າງໆ ຄ່ອນຂ້າງເມື່ອຍໃນໄລຍະນີ້ ອາດຕ້ອງໃຊ້ຄວາມສະຫຼາດໃນເລື່ອງການຕໍ່ລອງເຈລະຈາເພື່ອແກ້ບັນຫາທີ່ເກີດຂຶ້ນ ການເງິນມີໂຊກຈະໄດ້ເງິນເຂົ້າມາເລື້ອຍໆ ໃນໄລຍະນີ້ ບໍລິວານຫຼືໃຜບາງຄົນທີ່ຄອຍຖ້າອຸປະຖຳ ຊ່ວຍເຫຼືອທ່ານຢູ່ ຄວາມຮັກມີໂອກາດພົບຮັກແບບບໍ່ທັນຕັ້ງຕົວ ທ່ານເປັນຄົນເກັ່ງ ມີຄວາມສາມາດຫຼາຍໆ ມີຊື່ສຽງ ແລະ ເປັນຄົນຖືຮັກສາຄຳໝັ້ນສັນຍາ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີນໍ້າຕານ ເລກນຳໂຊກ8 ຄົນເກີດວັນພະຫັດ:ການງານຈະເຮັດທຸລະກິດການງານໃດໆ ຈະໂຊກດີ […]
ສຸດທ້າຍຖືກຈັບໄດ້ ສອງສ່ຽວ ລົງມືລັກລົດຈັກມາແລ້ວ 5 ຄັ້ງ

ວັນທີ 7 ມິຖຸນາ 2023 ຜ່ານມາ, ພະແນກສືບສວນສວອບສວນ ກອງບັນຊາການ ປກສ ແຂວງບໍ່ແກ້ວ ໄດ້ນຳຕົວຄົນຮ້າຍຈຳນວນ 2 ຄົນ ຊື່ ທ້າວ ສົມຫວັງ ອາຍຸ 17 ປີ ແລະ ທ້າວ ມາລາສິດ ອາຍຸ 18 ປີ ອາໄສຢູ່ ບ້ານ ແລ້ງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ມາສືບສວນສອບສວນ ຂໍ້ຫາລັກຊັບພົນລະເມືອງ ປະເພດລົດຈັກ. ຜ່ານການສືບສວນສອບສວນ ຜູ້ກ່ຽວຍອມຮັບສາລະພາບວ່າ: ໄລຍະຜ່ານມາ ເຄື່ອນໄຫວລັກຊັບມາແລ້ວ 5 ຄັ້ງ ລົດທີ່ລັກມາໄດ້ແມ່ນເອົາໄປຂາຍ ແລ້ວນຳເງິນມາໃຊ້ຈ່າຍກິນຟູມເຟືອຍຈົນໝົດ, ຕົກມາຮອດວັນທີ 4 ມິຖຸນາ 2023 ຈຶ່ງໄດ້ຖືກເຈົ້າໜ້າທີ່ກັກຕົວພ້ອມລົດຈັກປະເພດຮອນດາ ເວັບໄອສີເທົາ 1 ຄັນ, ກະແຈລົດ 3 ດອກ, ແລະ ສະວິກໄຟທີ່ໃຊ້ກໍ່ເຫດ 2 ອັນ. […]
ອົງການ USAID ໃຫ້ການຊ່ວຍເຫຼືອລາວ ຮັບມືກັບໂຄວິດ-19 ເເລະ ບັນຫາສາທາລະນະສຸກອື່ນໆ

ອົງການ USAID, ໂດຍການສະໜັບສະໜູນຈາກ ອົງການຢູນິເຊັບ, ໄດ້ສະໜອງອຸປະກອນລະບົບຄວາມເຢັນເພື່ອເກັບຮັກສາວັກຊີນ ແລະ ອຸປະກອນໄອທີ ໃຫ້ກັບ ກະຊວງ ສາທາລະນະສຸກ ຊື່ງເປັນປະກອບສ່ວນລ່າສຸດເຂົ້າຕໍ່ການຮັບມືກັບພະຍາດ ໂຄວິດ-19 ໃນ ສປປ ລາວ ເເລະ ວຽກງານສັກວັກຊີນ. ນະຄອບຫຼວງວຽງຈັນ, ວັນທີ 7 ມິຖຸນາ 2023 – ໃນມື້ນີ້, ສະຫະລັດອາເມລິກາ ໂດຍຜ່ານ ອົງການ USAID ໄດ້ມອບອຸປະກອນລະບົບຄວາມເຢັນເພື່ອເກັບຮັກສາວັກຊີນ (cold chain) ແລະ ອຸປະກອນໄອທີ ໃຫ້ແກ່ ກະຊວງ ສາທາລະນະສຸກ ແຫ່ງ ສປປ ລາວ, ຊື່ງເປັນຂິດໝາຍອັນສຳຄັນໃນການຮ່ວມມື ລະຫວ່າງ ທັງສອງປະເທດ ໃນວຽກງານສັກວັກຊີນກັນພະຍາດ ໂຄວິດ-19 ແລະ ດ້ານ ສາທາລະນະສຸກ. ເຖິງວ່າ ກໍລະນີຜູ້ຕິດເຊື້ອ ໂຄວິດ-19 ໃນ ສປປ ລາວ ໄດ້ຫຼຸດລົງກໍ່ຕາມ, ພະຍາດດັ່ງກ່າວ […]