ດວງ-Tou-Vientianepost
ດວງລາຍວັນປະຈໍາວັນຈັນ ທີ 12 ມິຖຸນາ 2023
ຮຽບຮຽງໂດຍ:Staff
ເຜີຍແຜ່: 12 ເດືອນມີນາ, 2023

ຄົນເກີດວັນອາທິດ:ການ​ງານຈະ​ປະ​ສົບ​ຄວາມ​ສຳ​ເລັດ​ດ້ານ​ການສ້າງ​ຜົນ​ງານຂອງວຽກງານທີ່ຮັບຜິດຊອບ ການ​ເງິນພົບ​ເລື່ອງ​ທີ່​ຕ້ອງ​ເຮັດໃຫ້​ເສຍ​ຊັບສິນ​ກັບ​ບໍລິວານ ຄວາມ​ຮັກຈະ​ໄດ້ຮັບ​ຄວາມ​ຊັດເຈນ​ຈາກ​ຄົນ​ຮັກ​ຫລາຍ​ຂຶ້ນ ເຄື່ອງມຸງຄຸນ ໄຂມຸກ ສີມຸງຄຸນ​ສີມ່ວງອ່ອນ ເລກ​ນຳ​ໂຊກ​3

ຄົນເກີດວັນຈັນ:ການ​ງານ​ ຖ້າຈະ​ເຮັດ​ທຸລະກິດ​ຮ່ວມ​ກັບ​ຮຸ້ນ​ສ່ວນ​ຕ້ອງ​ລະ​ວັງ​ຖືກ​ເອົາ​ປຽບ ການ​ເງິນ​ຈະ​ພົບ​ເລື່ອງ​ສູນ​ເສຍ​ເງິນ​ໂດຍ​ບໍ່ທັນຕັ້ງໂຕ ເຊິ່ງເປັນສິ່ງທີ່ຈໍາເປັນ ຄວາມ​ຮັກ​ມີ​ໂອ​ກາດ​ພົບ​ຮັກ ສຸກ​ສົມ​ຫວັງ ອາດເປັນຄົນທີ່ທ່ານຮັກ ແລະ ຮູ້ສຶກດີມາກ່ອນ ເຄື່ອງມຸງຄຸນ​ເງິນ ສີມຸງຄຸນສີດໍາ ເລກ​ນຳ​ໂຊກ​7

ຄົນເກີດວັນອັງຄານ:ການ​ງານຈະ​ເຮັດ​ທຸລະກິດ​ປະ​ສົບ​ຄວາມ​ສຳ​ເລັດ ໄດ້​ຜົນ​ກຳ​ໄລ​ດີ ການ​ເງິນ​  ໂຊ​ກດີ​ຈະ​ໄດ້​ເງິນ​ເຂົ້າມາແບບບໍ່ທັນຕັ້ງໂຕ ຄວາມ​ຮັກ​   ການສ້າງ​ຄວາມ​ສຳພັນ​ກັບ​ຄົນ​ຮັກ​ໃນ​ໄລຍະ​ນີ້​ບໍ່​ລົງ​ຕົວ ເຄື່ອງມຸງຄຸນ​  ຄໍາຝຣັ່ງ ສີມຸງຄຸນສີ​ຂຽວ ເລກ​ນຳ​ໂຊກ​3

ຄົນເກີດວັນພຸດ:ການ​ງານ​ເຮັດ​ທຸລະ​ກິດຈະການ​ຄ້າ​ອຸປະກອນ​ໄຟ​ຟ້າ​ຈະ​ໄດ້​ຜົນ​ກຳ​ໄລດີ ການ​ເງິນມີ​ໂຊກ​ຈະ​ໄດ້​ຊັບຈາກການງານທີ່ຮັບຜິດຊອບ ຈະເຮັດໃຫ້ທ່ານໄດ້ເງິນກ້ອນເຂົ້າມາໃນໄວໆນີ້ ຄວາມ​ຮັກຈະ​ພົບ​ເຫດການ​ທີ່​ເຮັດໃຫ້​​ຫ່າງໄກ​ກັນ​ຫລາຍ​ຂຶ້ນ ເຄື່ອງມຸງຄຸນ​​ຄໍາ ສີມຸງຄຸນສີ​ແດງ ເລກ​ນຳ​ໂຊກ​4

ຄົນເກີດວັນພະຫັດ:ການ​ງານການ​ເຈລະຈາ​ຕໍ່​ລອງ​ປະ​ສົບ​ຄວາມ​ສຳ​ເລັດໃນດ້ານການງານ ການ​ເງິນ​ມີ​ໂຊກ​ຈະ​ໄດ້​ເງິນ​ກ້ອນ​ໃຫຍ່ເຂົ້າມາ ແຕ່ກໍໃຫ້ລະວັງເລື່ອງລາຍຈ່າຍໃນໄລຍະນີ້ ຄວາມ​ຮັກມີ​ໂອ​ກາດ​ໄດ້ຮັບ​ຮູ້​ຂ່າວ​ສານ​ຂອງ​ຄົນ​ຮັກ​ເກົ່າ ຊື່ງບາງຄັ້ງກໍບໍ່ຄວນຮັບຮູ້ເຫດການເກົ່າໆເດີມໆເຂົ້າມາ ເຄື່ອງມຸງຄຸນ​ຫິນນໍາໂຊກສີແດງ ສີມຸງຄຸນສີ​ເຫຼືອງ ເລກ​ນຳ​ໂຊກ​1

ຄົນເກີດວັນສຸກ:ການ​ງານ​ໄລຍະ​ນີ້​ໝູ່ເພື່ອນ​ສະໜິດ​ຢາກ​ຈະ​ມາ​ຮ່ວມ​ຮຸ້ນ​ສ່ວນ​ໃນສິ່ງທີ່ທ່ານຕັ້ງເປົ້າໝາຍຈະເຮັດໃນໄວໆນີ້ ການ​ເງິນ​ຈະ​ພົບ​ເລື່ອງ​ເສຍ​ຊັບ ເພາະເປັນໄລຍະໄລຍະທີ່ໃຊ້ເງິນເກີນຕົວທີ່ທ່ານຕ້ອງການຊື້ເຂົ້າມາແບບຈໍາເປັນ ຄວາມ​ຮັກ​ມີ​ໂອ​ກາດ​ພົບ​ຄູ່​ຄອງ​ແບບບໍ່ທັນຕັ້ງໂຕ ເຄື່ອງມຸງຄຸນ​​ໄຂ່ມຸກ ສີມຸງຄຸນສີບົວ ເລກ​ນຳ​ໂຊກ​9

ຄົນເກີດວັນເສົາ:ການ​ງານການເຮັດ​ທຸລະກິດ​ດ້ານ​ວົງ​ການ​ບັນ​ເທິງ​ປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນ​ຈະ​ໄດ້ຮັບ​ການ​ອຸປະຖຳ​ຈາກ​ເພດ​ກົງກັນຂ້າມ ຄວາມ​ຮັກ​ສຸກ​ສົມ​ຫວັງ​ດ້ານ​ຄວາມ​ຮັກ ແຕ່ທ່ານຕ້ອງມີເວລາໃຫ້ຄົນຮັກຫຼາຍໆ ເຄື່ອງມຸງຄຸນ​ຫິນນໍາໂຊກສີບົວ ສີມຸງຄຸນສີຂາວ ເລກ​ນຳ​ໂຊກ​6

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
ດວງ-Tou-Vientianepost - 2023-07-31T112850.794
ດວງລາຍວັນປະຈໍາວັນຈັນ ທີ 02 ຕຸລາ 2023
ດວງ-Tou-Vientianepost (34)
ຈຳປາສັກ ແຈ້ງຫ້າມເກັບກູ້ ແລະ ຊື້ຂາຍ ປະເພດ ຂີ້ກະເດືອນ ແລະ ນົກ ທຳມະຊາດ
ດວງ-Tou-Vientianepost - 2023-07-31T112850.794
ດວງລາຍວັນປະຈໍາວັນອາທິດ ທີ 01 ຕຸລາ 2023
ek
ດວງລາຍວັນປະຈໍາວັນສຸກ ທີ 29 ກັນຍາ 2023
ດວງ-Tou-Vientianepost (30)
ມອບຊີ້ນໝູສົດທີ່ຍຶດໄດ້ໃຫ້ໂຮງຮຽນ ມ.ສ ສາມັນກີນນອນຊົນເຜົ່າແຂວງບໍ່ແກ້ວ
ດວງ-Tou-Vientianepost (28)
ທີມຊາດລາວ ຊຸດໃຫຍ່ ກະກຽມຄວາມພ້ອມເຂົ້າຮ່ວມ ບານໂລກ 2026 ຮອບຄັດເລືອກ ຮອບທີ 1 ທະວີບອາຊີ
ດວງ-Tou-Vientianepost (26)
ແຈ້ງການປິດການສັນຈອນຊົ່ວຄາວ ຂົວຫຼັກນ້ຳຄານ 1 ວັນ
ek
ດວງລາຍວັນປະຈໍາວັນພຸດ ທີ 27 ກັນຍາ 2023
ດວງ-Tou-Vientianepost - 2023-07-31T112850.794
ດວງລາຍວັນປະຈໍາວັນອັງຄານ ທີ 26 ກັນຍາ 2023
ດວງ-Tou-Vientianepost (22)
ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນພາຍຸດີເປຊັ່ນ ໄລຍະວັນທີ 25-27 ກັນຍາ 2023
ຢ່າລື່ມກົດຕິດຕາມ