ສາວເຂົ້າຮ້ານເຮັດຜົມ ແຕ່ຊ່າງເສີມສວຍຢາກສັກຄິ້ວໃຫ້ ສຸດທ້າຍຄິ້ວຫາຍໄປເຄິ່ງໜຶ່ງ ກັບບ້ານໄປໃຫ້ຍ້ອນເຫຼືອໃຈ

ພຽງ​ແຕ່ເລົ່າກໍ່ນ້ຳຕາ​ໄຫຼ​. ສາວເຂົ້າຮ້ານເສີມສວຍເພື່ອຈະເຮັດ ເຄລາຕິນຜົມ ພົບກັບຊ່າງບັງຄັບສັກຄິ້ວແຫ່ວງໄປຂ້າງເຄິ່ງໜຶ່ງ ແຖມເວົ້າອອກມາຢ່າງງ່າຍດາຍ ວ່າພຽງແຕ່ຂຽນຄິ້ວກໍ່ຄືເກົ່າແລ້ວ ໃນວັນທີ 2 ພຶດສະພາ 2023, ຜູ້ໃຊ້ບັນຊີ TikTok@nanc6421 ບອກປະສົບການດ້ວຍນໍ້າຕາ ດ້ວຍການເຂົ້າຮ້ານເສີມສວຍ ພ້ອມຕັ້ງຄໍາຖາມວ່າ “ຮ້ານເສີມສວຍຫຼືມິດສາຊີບ” ຈາກທຳອິດຕັ້ງໃຈວ່າຈະໄປເຮັດເຄລາຕິນຜົມເທົ່ານັ້ນ ແຕ່ກັບມາເຈິຊ່າງບັງຄັບສັກຄິ້ວ ທັງທີ່ປະຕິເສດແລ້ວກໍ່ບໍ່ຟັງ ສຸດທ້າຍເຮັດຄິ້ວຂອງຕົນແຫ່ວງໄປເຄິ່ງຫນຶ່ງ ເຈົ້າຂອງຄລິບໄດ້ອະທິບາຍລະອຽດວ່າ “ໃນເບື້ອງຕົ້ນຄືທາຢາສະລົບ. ເຊິ່ງຕົນຖາມວ່າແມ່ນຫຍັງ ແລະຊ່າງກໍ່ບອກວ່າເຮັດບຶດໜຶ່ງ ແລະກໍ່ບອກກັບຊ່າງວ່າບໍ່ສະດວກຟ້າວກັບບ້ານ ທີ່ ກຸງເທບ ແລ້ວຊ່າງບອກວ່າ ປະມານສິບ​ນາ​ທີ​. ເຄລາຕິນໄວ້ມາເຮັດນຳຫຼັງ ສັກຄິ້ວກ່ອນ ເຊີ່ງຕົນເອງຮູ້ສຶກບໍ່ດີ ແລະໃຈຮ້າຍເພາະສະຫົວແລ້ວຍ່ອງຜົມເຈັບຫຼາຍ ສຸດທ້າຍເມື່ອມາເຫັນແຮງໃຈຮ້າຍ ເພາະມັນຄືການບັງຄັບຕັ້ງແຕ່ຍ່າງເຂົ້າຮ້ານແລ້ວ ແລະ ແກ້ບັນຫາແບບເຫັນແກ່ຕົວຫຼາຍ ພະຍາຍາມເອົາສໍຂຽນຄິ້ວມາຂຽນໃຫ້ ພ້ອມບອກວ່າພຽງແຕ່ຂຽນກໍ່ຄືເກົ່າແລ້ວ ລໍຖ້າສອງສາມມື້ຂົນຄິ້ວກໍ່ປົ່ງແລ້ວ ຄືງົງກັບບ່ອນ ຫຼັງ​ຈາກ​ທີ່ຄລິບ ໄດ້​ຖືກ​ເຜີຍ​ແຜ່​ອອກໄປກໍ່ກາຍ​ເປັນ​ໄວຣ​ັ​ສ​ໃນຊົ່ວຂ້າມ​ຄືນ ຫຼ້າສຸດມີຜູ້ເຂົ້າຊົມຫຼາຍກວ່າ 2.5 ລ້ານຄັ້ງ ເຮັດໃຫ້ມີຊາວເນັດເຂົ້າມາສະແດງຄວາມຄິດເຫັນ ແລະ ເປັນກຳລັງໃຈ. ພ້ອມແນະນຳວິທີຊ່ວຍໃຫ້ຂົນຄິ້ວຍາວໄວອີກດ້ວຍ ແລະຜູ້ໃຊ້ຄົນຫນຶ່ງໄດ້ແບ່ງປັນປະສົບການຂອງລາວໂດຍກົງວ່າ “ຂ້ອຍກໍ່ເຄີຍເຈິແບບດຽວກັນກັບເຈົ້າ. ພຽງແຕ່ຈະຕັດຜົມ ກັບມາຕັດຜົມໃຫ້ ແຖມບັງຄັບໃຫ້ອົບອາຍນ້ຳ […]

ແຂວງໄຊສົມບູນອອກແຈ້ງການເຂັ້ມງວດ ຕ້ອງຈ່າຍຄ່າໄຟເມື່ອໄດ້ຮັບບິນ ບໍ່ຈ່າຍຈະຖືກງົດໃຊ້ໄຟ

ໄຟຟ້າລາວແຂວງໄຊສົມບູນອອກແຈ້ງການເຂັ້ມງວດ ຕ້ອງຈ່າຍຄ່າໄຟເມື່ອໄດ້ຮັບບິນ ບໍ່ຈ່າຍຄ່າໄຟ ຈະຖືກງົດໃຊ້ໄຟຊົ່ວຄາວ ວັນທີ 19 ເມສາ 2023 ຜ່ານມານີ້ ລັດວິສາຫະກິດໄຟຟ້າລາວ  ສາຂາແຂວງໄຊສົມບູນອອກແຈ້ງການການປະຕິບັດ ສິດ, ພັນທະຜູ້ຊົມໃຊ້ ແລະ ມາດຕະການຕໍ່ຜູ້ມີໜີ້ຄ້າງຄ່າກະແສໄຟຟ້າ ໂດຍປະຕິບັດຕາມກົດຫມາຍໄຟຟ້າ (ສະບັບປັບປຸງ) ສະບັບເລກທີ່ 19/ສພຊ, ນະຄອນຫຼວງວຽງຈັນ, ລົງວັນທີ 9 ພຶດສະພາ 2017, ມາດຕາ 91 ວ່າດ້ວຍສິດ ແລະ ພັນທະຂອງຜູ້ຊົມໃຊ້ໄຟຟ້າ (ຂໍ້ທີ່ 1) ແລະ ມາດຕາ 92 ວ່າດ້ວຍສິດ ແລະ ພັນທະຂອງຜູ້ຊົມໃຊ້ໄຟຟ້າ (ຂໍ້ທີ່ 4 ) ວ່າດ້ວຍການປະຕິບັດລະບຽບ ຕໍ່ຜູ້ບໍ່ປະຕິບັດພັນທະ ເຊິ່ງມີລາຍລະອຽດດັ່ງນີ້:ການຊໍາລະຄ່າໄຟຟ້າເດືອນຕາມກົນໄກການດໍາເນີນທຸລະກິດ ຂອງໄຟຟ້າລາວ, ຕໍ່ຜູ້ຊົມໃຊ້ໄຟຟ້າຕ້ອງຊໍາລະຄ່າໄຟຟ້າທຸກໆ ເດືອນພາຍຫຼັງທີ່ໄດ້ຮັບໃບບິນແຈ້ງຄ່າໄຟຟ້າ. ກໍລະນີລູກຄ້າທ່ານໃດບໍ່ຊໍາລະ, ມີໜີ້ຄ້າງເກີນກໍານົດທີ່ກ່າວມາຂ້າງເທິງນີ້, ລັດວິສາຫະກິດໄຟຟ້າລາວ ສາຂາແຂວງໄຊສົມບູນຈະໄດ້ງົດກະແສໄຟຟ້າຊົ່ວຄາວຂອງຜູ້ຊົມໃຊ້ດັ່ງກ່າວຕາມລະບຽບການ ຂອງ ຟຟລ. ຫຼັງຈາກງົດໄຟແລ້ວ, ກ່ອນຈະຕໍ່ໄຟຟ້າຄືນໃຫ້ ລູກຄ້າຕ້ອງຈ່າຍໜີ້ຄ່າກະແສໄຟຟ້າທີ່ຄ້າງ […]

ເຫດລົດກະບະ ຕຳກັບຮົ້ວເຮືອນປະຊາຊົນ ຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ

ໃນຄັ້ງວັນທີ 29 ເມສາ 2023 ເວລາປະມານ 13 ຫາ 14 ໂມງ ໄດ້ມີອຸບັດຕິເຫດລົດກະບະວີໂກ້ ສີປອນທອງ ປ້າຍທະບຽນ ອອ 5659 ກຳແພງນະຄອນ (ເອກະຊົນ) ຕໍາຮົ້ວຂອງເຮືອນປະຊາຊົນ ຢູ່ບ້ານປ່າອ້ອຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ (ເຂດພະແນກຊັບພະຍາກອນ ແລະ ສິ່ງແວດລ້ອມ) ຈາກນັ້ນ ກໍໄດ້ມີເຈົ້າໜ້າທີ່ທະຫານທີ່ປະຈຳຢູ່ຄ້າຍ ປ່າໄລ່ ໄດ້ໄປກວດກາລົດຄັນດັ່ງກ່າວ ແມ່ນໄດ້ພົບເຫັນຢາເສບຕິດຢູ່ພາຍໃນລົດ ແລ້ວຈຶ່ງໄດ້ແຈ້ງໃຫ້ກອງບັນຊາການ ປກສ ແຂວງ ບໍ່ແກ້ວ. ທາງກອງບັນຊາການ ປກສ ແຂວງ ບໍ່ແກ້ວ ຈຶ່ງໄດ້ຊີ້ນຳໃຫ້ທາງຫ້ອງວິຊາສະເພາະ ກໍຄືເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ລົງໄປສົມທົບກວດກາກັບເຈົ້າໜ້າທີ່ທະຫານ ຜ່ານການກວດກາລົດຄັນດັ່ງກ່າວ ແມ່ນໄດ້ພົບເຫັນຢາເສບຕິດ ປະເພດ ຢາບ້າ ຈຳນວນ 3.553 ມັດ, ເທົ່າກັບ 7.106.000 ເມັດ, ນ້ຳໜັກ 710,6 ກິໂລກຼາມ ແລະ […]

ດວງລາຍວັນປະຈໍາວັນພຸດ ທີ 03 ພຶດສະພາ 2023 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ:ການ​ງານການ​ເຈລະ​ຈາ​ຕໍ່​ລອງ​ ຫຼື ​ທຸລະກິດ​ປະ​ສົບ​ຄວາມ​ສຳ​ເລັດ​ ດວງຊາຕາຢູ່ໃນ​ເກນ​ທີ່​ດີ​ ຈະ​ເຮັດວຽກງານ​ຫຍັງ​ກໍ​ເປັນ​ເງິນ​ເປັນ​ຄຳໄປ​ທຸກ​ຢ່າງ​ ການ​ເງິນມີ​ໂຊກ​ຈະ​ໄດ້​ເງິນ​ເຂົ້າ​ມາ​ຢ່າງ​ຫຼາຍກວ່າ​ໜຶ່ງ​ເທື່ອ​ ດວງ​​ດີ​ຫຼາຍ​ຢ່າງ​ເຫັນ​ໄດ້​ແຈ້ງ​ ຄວາມ​ຮັກມີ​ໂອ​ກາດ​ພົບ​ຄູ່​ ພົບ​ຄົນທີ່​ຖືກ​ໃຈ​ໃນໄລຍະ​ນີ້​ ແຕ່​ກໍ​ຂຶ້ນ​ຢູ່​ກັບ​ລາວວ່າ​ຈະ​ເລືອກ​ທ່ານ​ ຫຼື​ ບໍ່​ ເຄື່ອງມຸງຄຸນເພັດ ສີມຸງຄຸນ​ສີຟ້າອ່ອນ ເລກ​ນຳ​ໂຊກ​1 ຄົນເກີດວັນຈັນ:ການ​ງານ​ພົບ​ອຸປະສັກ​​ ແຕ່​ກໍ​ມີ​ຄວາມ​ສຳ​ເລັດ​ທີ່​ວາງ​ແຜນ​ ແລະ​ ​ພະຍາຍາມ​ທີ່​ມີ​ມາ​ດົນ​ ໄລຍະ​ນີ້​ເຮັດໜ້າທີ່​ໃຫ້​ດີ​ທີ່ສຸດ​ກໍ​ຈະ​ເປັນ​ໂຊກ​ດີ​ ການ​ເງິນ​ມີ​ໂຊກ​ຈະ​ໄດ້​ເງິນ​ ແຕ່​ຕ້ອງ​ລະ​ວັງ​ໃຜ​ບາງ​ຄົນທີ່​ຈະ​ເຂົ້າ​ມາ​ຢິບ​ຢືມ​ເງິນ​ຂອງ​ທ່ານໃນໄລຍະ​ນີ້​ແລ້ວ​ຈະ​ບໍ່​ໄດ້​ຄືນ​ ຄວາມ​ຮັກ​ຍັງ​ຢູ່ໃນ​ເກນ​ຊົງ​ຕົວ​ຫຼາຍກວ່າ​ ບໍ່​ມີ​ເລື່ອງ​ກັງ​ວົນ​ໃດ​ໆ​ ຄວາມ​ສຳພັນ​ເປັນ​ໄປ​ແບບ​ຢ່າງ​ທີ່​ເຄີຍ​ເປັນ​ຄື​ວັນທີ​ຜ່ານມາ​ ເຄື່ອງມຸງຄຸນ​ເງິນ​ ສີມຸງຄຸນສີເຫຼືອງ ເລກ​ນຳ​ໂຊກ​4 ຄົນເກີດວັນອັງຄານ:ການ​ງານຈະ​ເຮັດ​ສິ່ງ​ໃດ​ໃນໄລຍະ​ນີ້​ກໍ​ຈະ​ປະ​ສົບ​ຄວາມ​ສຳ​ເລັດ​ໄດ້​ດີ​ຖ້າ​​ໄດ້​ເຮັດ​ໃນ​ສິ່ງ​ທີ່ຖະ​ໜັດ​ ຫຼື​ໃນ​ສິ່ງ​ທີ່ມັກ ກໍຂະເຮັດໃຫ້ວຽກງານດີຂື້ນເລື້ອຍໆ ການ​ເງິນ​ບໍລິຫານ​ຈັດການ​ໄດ້​ຢ່າງ​ດີ​ ແມ່ນ​ຈະ​ບໍ່​ໂດດ​ເດັ່ນ​ ແຕ່​ກໍ​ບໍ່​ໄດ້​ເດືອດ​ຮ້ອນ​ຫຼວງ​ຫຼາຍ​​ ຄວາມ​ຮັກ​ຜູ້​ຊາຍ​ຜິວ​ຂາວ​ ມີ​ສະເໜ່ຈະ​ເຂົ້າ​ມາ​ໃນ​ຊີວິດ​ຂອງ​ທ່ານ​ໃນໄລຍະ​ນີ້​ ແຕ່​ລະ​ວັງ​ຄວາມ​ໃຈ​ຮ້ອນ​ຈະ​ສົ່ງ​ຜົນ​ຕໍ່​ຄວາມ​ສຳພັນ​ ເຄື່ອງມຸງຄຸນ​  ​ເງິນ ສີມຸງຄຸນສີ​ມ້ວງ ເລກ​ນຳ​ໂຊກ​2 ຄົນເກີດວັນພຸດ:ການ​ງານ​ລະ​ວັງ​ຄຳ​ເວົ້າ​ທີ່​ກົງ​ເກີນ​ໄປ​ ແລະ​ ຄວາມ​ໃຈ​ຮ້ອນ​ເຮັດໃຫ້​ເສຍວຽກງານ​ ການ​ເພີ່ມ​ທັກ​ສະ​ໃນ​ການ​ເຮັດ​ວຽກງານ​ຈະ​ເຮັດໃຫ້​ການ​ງານ​ສຳ​ເລັດ​ໄປ​ໄດ້​ດີ​ ການ​ເງິນມີ​ເງິນ​ໃຊ້​ຈ່າຍ​ຕະຫຼອດ​ໃນໄລຍະ​ນີ້​ ດ້ວຍ​ຄວາມ​ສະຫຼຽວ​ສະຫຼາດ​ຂອງ​ທ່ານຈະ​ສາມາດ​ຫາ​ເຂົ້າ​ມາ​ໄດ້​ເພີ່ມເຕີມ​ ຄວາມ​ຮັກດ້ວຍ​ບຸນເກົ່າ​ຈະ​ນຳ​ໃຫ້​ໄດ້​ພົບ​​ກັນ​ ຊຶ່ງ​ທ່ານ​ເປັນ​ຄົນ​ເກັ່ງ​ ມີ​ຄວາມ​ສາມາດ​ ມີ​ຖານະ​ ໄດ້​ພົບ​ຮັກ​ແທ້​ທີ່​ຈະ​ເຮັດໃຫ້​ຄວາມ​ສຳພັນ​ຢັ່ງ​ຢືນ​ ເຄື່ອງມຸງຄຸນ​​ຄໍາ ສີມຸງຄຸນສີ​ແດງ ເລກ​ນຳ​ໂຊກ​7 ຄົນເກີດວັນພະຫັດ:ການ​ງານ​ພົບ​ອຸປະສັກ​ […]

ເຈົ້າສາວລົ້ມລົງຕໍ່ໜ້າເວທີ ແຕ່ເຈົ້າບ່າວກັບຢືນເສີຍ ແລະ ຫົວຂັວນ ເຮັດໃຫ້ແຂກຕົກໃຈໃນງານທັງໝົດຮູ້ເລີຍວ່າອະນາຄົດຈະເປັນແບບໃດ

ເຫດການທັງໝົດເຮັດໃຫ້ພາກັນຕົກໃຈໝົດງານ ຢູ່ດີໆເຈົ້າສາວສະດຸດກະໂປ່ງລົ້ມຢ່າງກະທັນຫັນ ຕໍ່ໜ້າແຂກຈຳນວນຫຼາຍ. ແຕ່ປະຕິກິລິຍາຂອງເຈົ້າບ່າວແມ່ນການຢືນຫົວເສີຍ. ໂດຍບໍ່ມີການຊ່ວຍເຫຼືອໃດໆ ​ເວັບ​ໄຊ docbao ຂອງ​ຫວຽດນາມ​ລາຍ​ງານ​ກໍລະນີ​ອຸປະຕິ​ເຫດ​ເລັກ​ໜ້ອຍ​ທີ່​ເກີດ​ຂຶ້ນ​ໃນ​ງານ​ແຕ່ງດອງ​ຂອງ​ຄູ່ຮັກຄູ່ໜຶ່ງ​. ເມືື່ອເຈົ້າສາວ, ທີ່ນຸ່ງຊຸດແຕ່ງງານທີ່ຂ້ອນຂ້າງໃຫຍ່, ແລະກຳລັງຍ່າງໄປຈະຂຶ້ນເວທີ ເກີບຂອງນາງໄດ້ໄປຂ້ອງກັບກະໂປງຂອງນາງໂດຍບໍ່ໄດ້ຄັ້ງໃຈ. ​ເຮັດ​ໃຫ້​ນາງ​ລົ້ມ​ລົງໄປກອງຢູ່ກັບ​ພື້ນ ແນວໃດກໍ່ຕາມ, ແທນທີ່ເຈົ້າບ່າວຈະຟ້າວໄປຊ່ວຍເຈົ້າສາວ.ແຕ່ເຂົາກັບຢືນຢູ່. ແລະໃນມືຂອງລາວກໍ່ຍັງຖືດອກໄມ້ໄຟຫຼິ້ນ. ແລະເບິ່ງເຈົ້າສາວລົ້ມຢູ່ທີ່ພື້ນພ້ອມຫົວຂວັນ ເພາະເບິ່ງຄືເຈົ້າບ່າວຄືບໍ່ສົນໃຈ ແລະ ເບິ່ງຄືວ່າບໍ່ແມ່ນເລື້ອງຂອງຕົນເອງລົ້ມເອງກໍ່ລຸກເອງ ເຊິ່ງປະຕິກິລິຍາຂອງເຈົ້າບ່າວເຮັດໃຫ້ແຂກທີ່ມາຮ່ວມງານສັບສົນກັບການກະທຳຂອງເຈົ້າບ່າວ. ທັນທີທີ່ຮູບພາບເຫຼົ່ານີ້ໄດ້ຖືກແຊຣອອກໄປໃນໂຊຊ້ຽວ ຊາວເນັດກໍ່ເຂົ້າມາສະແດງຄວາມຄິດເຫັນເປັນຈຳນວນຫຼາຍ. ວ່າການກະທຳຂອງເຈົ້າບ່າວເຮັດໃຫ້ຫຼາຍຄົນຄາດຄະເນກ່ຽວກັບຊີວິດການແຕ່ງງານທີ່ບໍ່ມີຄວາມສຸກຂອງທັງສອງ. ໂດຍສະເພາະເຫດຜົນເບິ່ງຄືວ່າມາຈາກນິໄສຂອງເຈົ້າບ່າວເອງ. “ພຽງ​ແຕ່​ໄດ້ເຫັນວ່າເຈົ້າບ່າວບໍ່ຊ່ວຍເຈົ້າສາວ ນີ້​ກໍ​ສາມາດ​ຄາດ​ຄະ​ເນ​ອະນາຄົດ​ຫຼັງ​ການ​ແຕ່ງງານ​ໄດ້ແລ້ວ. ວ່າເຈົ້າສາວຕ້ອງຮັກຕົວເອງໃຫ້ຫຼາຍໆ

ຫົວໜ້າຄູຝືກ​ບານເຕະ​ຍິງ​ ຖະແຫຼງວ່າ ທີມຊາດລາວ​ເຮົາບໍ່ມີຫຍັງຕ້ອງກົດດັນ​ ໃນນັດທຳອິດ

ຫົວໜ້າຄູຝືກ​ບານເຕະ​ຍິງ​ ຖະແຫຼງວ່າ ທີມຊາດລາວ​ ເຮົາບໍ່ມີຫຍັງຕ້ອງກົດດັນ​ ໃນນັດທຳອິດ ຖະແຫຼງຂ່າວຕອນບ່າຍຂອງວັນທີ 2 ພຶດສະພາ 2023 ໄດ້ມີພິທີຖະແຫຼງຂ່າວ ກ່ອນການແຂ່ງຂັນ ບານເຕະຍິງ ໃນງານມະຫະກຳກິລາຊີເກມຄັ້ງທີ 32 ຢູ່ທີ່ປະເທດ ກຳປູເຈຍ, ທີມຊາດລາວ ຢູ່ຮ່ວມກຸ່ມບີ ປະກອບມີ: ກຳປູເຈຍ, ໄທ, ສິງກະໂປ. ໂດຍ ທ່ານ Mohammad Herman B Zailani ຫົວໜ້າຄູຝຶກທີມຊາດລາວໄດ້ຖະແຫຼງຕໍ່ສືມວນຊົນວ່າ: ເຮົາໄດ້ກຽມທີມ 5 ອາທິດ ໃນນັ້ນໄດ້ໄປເກັບຕົວຝຶກຊ້ອມຢູ່ທີ່ປະເທດ ໄທ 6 ມື້, ທີມຊາດລາວ ເຮົາບໍ່ມີຫຍັງຕ້ອງກົດດັນ ໃນນັດທຳອິດຄິດວ່າເປັນທີມເຈົ້າພາບທີ່ຕ້ອງກົດດັນຫຼາຍກວ່າ ເພາະວ່າທີມຊາດກຳປູເຈຍເກັບຕົວຝຶກຊ້ອມ ຢູ່ ສປ ຈີນ 6 ເດືອນ ແລະ ເປັນເຈົ້າພາບ ຖ້າຫາກວ່າກຳປູເຈຍບໍ່ຊະນະລາວຈະເປັນບັນຫາໃຫຍ່ຕໍ່ກັບເຂົາເຈົ້າເອງ ທີມລາວຈະເຮັດໃຫ້ເຕັມທີ່.ຕາຕະລາງ ການແຂ່ງຂັນ ບານເຕະຍິງ ຊີເກມ ຄັ້ງທີ 32 03/05/2023 […]

ທ່ານ ເກຍ ອູ໊ສິດທິເດດ ເຈົ້າຂອງໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນໂລມາຄຳ ໃຫ້ຄວາມສຳຄັນຕໍ່ຜູ້ອອກແຮງງານ

ຂປລ. ໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນ ໂລມາຄຳ ໄດ້ໃຫ້ຄວາມສຳຄັນຕໍ່ຜູ້ອອກແຮງງານ ໂດຍການເປີດໂອກາດ ແລະ ໃຫ້ການສະໜັບສະໜູນຜູ້ທີ່ມີຄວາມດຸໝັ່ນ, ຫ້າວຫັນ ພັດທະນາຕົນເອງ, ພ້ອມທັງສົ່ງເສີມພັດທະນາສີມືແຮງງານໃຫ້ມີຄວາມສຳນານງານ. ທ່ານ ເກຍ ອູ໊ສິດທິເດດ ເຈົ້າຂອງໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນໂລມາຄຳ, ວິລະຊົນແຮງງານ ຄົນທຳອິດຂອງ ສປປ ລາວ ໄດ້ໃຫ້ສຳພາດເມື່ອບໍ່ດົນນີ້ວ່າ: ໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນໂລມາຄຳ ຕັ້ງ ຢູ່ບ້ານລັດຕະນະລັງສີໃຕ້ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ສ້າງຕັ້ງຂຶ້ນປີ 1989 ເບື້ອງຕົ້ນ ມີແຮງງານ 27 ຄົນ, ມາຮອດປັດຈຸບັນມີແຮງງານທັງໝົດ 220 ຄົນ, ຍິງກວມ 70%. ໂຮງງານຂອງພວກເຮົາໄດ້ ສ້າງສິ່ງແວດລ້ອມທີ່ດີ, ການບໍລິຫານແຮງງານແບບຄອບຄົວ ໃຫ້ຄວາມສຳຄັນຕໍ່ກຳມະກອນຜູ້ອອກແຮງງານ ໂດຍໃຫ້ໂອກາດໃນການຝຶກອົບຮົມຍົກລະດັບພັດທະນາສິມືແຮງງານ ໃຫ້ມີຄວາມສຳນານໃນແຕ່ລະໜ້າວຽກ, ຊຸກຍູ້ ສົ່ງເສີມບຸກຄົນທີ່ມີຄວາມດຸໝັ່ນ, ອົດທົນ, ຫ້າວຫັນໃນພັດທະນາຕົນເອງ ດ້ວຍການເລື່ອນຂັ້ນ ແລະ ແບ່ງ […]

ຈັດພິທີເຊັນສັນຍາ ການຈັດຊື້ນໍ້າມັນເຊື້ອໄຟຮັບໃຊ້ກອງທັບ ປະຈໍາປີ 2023

ຂປລ. ເມື່ອບໍ່ດົນມນີ້, ກົມໃຫຍ່ພະລາທິການກອງທັບ ຈັດພິທີເຊັນສັນຍາການຈັດຊື້, ຈັດຈ້າງນໍ້າມັນເຊື້ອໄຟກອງທັບ ລະຫວ່າງ ກົມນໍ້າມັນເຊື້ອໄຟກົມໃຫຍ່ພະລາທິການກອງທັບ ກັບ ບໍລິສັດລັດ ວິສະຫະກິດນໍ້າເຊື້ອໄຟວຽງຈັນ ໂດຍອີງຕາມ ຂໍ້ຕົກລົງຂອງລັດຖະມົນກະຊວງປ້ອງກັນປະເທດ ສະບັບເລກທີ 2343/ກປທ, ລົງວັນທີ 10 ເມສາ 2023 ວ່າດ້ວຍການມອບສິດໃຫ້ ບໍລິສັດລັດວິສາຫະກິດ ນໍ້າມັນເຊື້ອໄຟວຽງຈັນ, ຈັດຊື້ນໍ້າມັນເຊື້ອໄຟໃຫ້ກອງທັບປະຈໍາປີ 2023, ເພື່ອປະຕິບັດຕາມໜ້າທີ່, ພາລະບົດບາດຂອງຄະນະຈັດຊື້, ຈັດຈ້າງ ແລະ ຄວາມສໍາເລັດໃນໜ້າທີ່ການເມືອງໃນໄລຍະໃໝ່ ຈຸດປະສົງຂອງສັນຍາ, ຊະນິດນໍ້າມັນ ຈໍານວນ, ລາຄາ ແລະ ມູນຄ່າ, ຝ່າຍຂາຍ ແລະ ຝ່າຍຊື້ ໄດ້ຕົກລົງເຫັນດີ, ຊື້ນໍ້າມັນເຊື້ອໄຟ ເພື່ອຮັບໃຊ້ວຽກງານປ້ອງກັນຊາດ, ເຊິ່ງການເຊັນສັນຍາຮ່ວມກັນ ລະຫວ່າງ ກົມນໍ້າມັນເຊື້ອໄຟກົມໃຫຍ່ພະລາທິການກອງທັບ ກັບ ບໍລິສັດລັດວິສາຫະກິດນໍ້າມັນເຊື້ອໄຟວຽງຈັນໃນຄັ້ງນີ້ ໂດຍປະຕິບັດຕາມແຜນແບ່ງປັນງົບປະມານຈັດຊື້, ຈັດຈ້າງປະຈຳປີ 2023 ແລະ ລາຍລະອຽດຂອງສັນຍາທັງສອງຝ່າຍໄດ້ພ້ອມກັນສ້າງຂຶ້ນດ້ວຍຄວາມເປັນເອກະພາບກັນຊື້-ຂາຍນໍ້າມັນເຊື້ອໄຟຮ່ວມກັນ ພາຍໃຕ້ບັນດາຂໍ້ກໍານົດ ແລະ ເງື່ອນໄຂຕ່າງໆ, ບົນພື້ນຖານຕ່າງຝ່າຍຕ່າງມີຜົນ ປະໂຫຍດ […]

ເປັນຕາແພງ ເດັກຊາຍ ປ 1 ເກັບເງິນໃສ່ຕູ້ເຊັບນ້ອຍເພື່ອມາຊື້ແຫວນຄຳໃຫ້ແມ່

ໂຕນ້ອຍແຕ່ຫົວໃຈໃຫຍ່, ເດັກຊາຍຊັ້ນປໍ 1 ໄດ້ຫອບເອົາເງິນຫຼຽນໄປຊື້ແຫວນຄຳໃຫ້ແມ່ຂອງລາວ. ຕັ້ງໃຈທ້ອນເງິນຈົນລົ້ນຕູ້ເຊບນ້ອຍ ຜູ້ໃຊ້ TikTok zumo4422 ໄດ້ໂພສວິດີໂອທີ່ໜ້າປະທັບໃຈຂອງເດັກຊາຍຄົນໜຶ່ງທີ່ຫອບເອົາຫຼຽນມາຊື້ແຫວນຄຳໃຫ້ແມ່ຂອງລາວ. ມັນ​ເປັນ​ຫຼຽນ​ທັງ​ໝົດ​ທີ່​ໜຸ່ມ​ນ້ອຍຄົນນີ້ເກັບ​ໄວ້​ເອງ. ແລ້ວມາຮ້ານຄຳຊື່ ພຸດທະສິນຊ່າງທອງ ຢູ່ໃນຫ້າງ ເມືອງ​ມະຫາ​ສາລະ​ຄາມ ແຂວງ​ມະຫາ​ສາລະ​ຄາມ ຜູ້ໂພສລະບຸວ່າ “ນ້ອງປໍ 1 ເກັບເງິນໃນຕູ້ນິເຊບນ້ອຍໆເພື່ອມາຊື້ຄຳໃຫ້ແມ່ ບອກວ່າເຫັນໃນ TikTok ຮ້ານນີ້ຮັບເງິນຫຼຽນ. ສະນັ້ນ ຂ້ອຍ​ຈຶ່ງ​ເຊີນ​ແມ່​ມາ. ເກັ່ງຫຼາຍເດີ້ #ຮ້ານຄຳ ພຸດທະສິນຊ່າງທອງ ເສີມໄທຄັອມເພັກ” ໃນຄລິບເຜີຍໃຫ້ເຫັນເດັກຊາຍເປີດຕູ້ເຊບນ້ອຍອອກມາ. ໂດຍພາຍໃນຕູ້ເຊບແມ່ນລົ້ນໄປດ້ວຍເງິນຫຼຽນທີ່ມັດໄວ້ໃສ່ຖົງເປັນທີ່ຮຽບຮ້ອຍ. ເພື່ອນຳມາຊື້ແຫວນຄໍາໃຫ້ແມ່ ໂດຍເຈົ້າໂຕບອກໃຫ້​ແມ່​​ເລືອກ​ເອົາ​ດ້ວຍ​ຕົນ​ເອງ​ ກ່ອນທີ່ຈະໃສ່ແຫວນຄໍາໃຫ້ແມ່ ຫຼັງ​ຈາກ clip ດັ່ງກ່າວໄດ້​ຖືກ​ເຜີຍ​ແຜ່​ອອກ ກໍ່ມີຊາວເນັດຫຼາຍຄົນເຂົ້າມາສະແດງຄວາມຄິດເຫັນຊື່ນຊົມ ແລະລະບຸວ່າ ເດັກຊາຍຄວນໄດ້ຮັບການຍ້ອງຍໍເພື່ອເປັນແບບຢ່າງທີ່ດີ. ເພາະ​ວ່າ​ລາວ​ຍັງ​ນ້ອຍ​ແຕ່​ມີ​ຄວາມ​ກະຕັນຍູ​ສູງ ແລະຮູ້ຄຸນຄ່າຂອງເງິນ ຮູ້ວິທີການປະຫຍັດແລະອົດອອມອີກດ້ວຍ

ເກີດແຜ່ນດິນໄຫວ ຂະໜາດ 2.4 ຣິກເຕີ ຢູ່ເມືອງຊຽງຮ່ອນ ແຂວງໄຊຍະບູລີ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານສະພາບການເກີດແຜ່ນດິນໄຫວ ໃນຄັ້ງວັນທີ 1 ພຶດສະພາ 2023, ເວລາ 12:43ໂມງ. ຈາກສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໃນຂອບເຂດທົ່ວປະເທດເຊິ່ງໄດ້ພົບ ສັນຍານການເກີດແຜ່ນດິນໄຫວພາຍ ໃນປະເທດລາວ ຈໍານວນ 1 ຄັ້ງ, ໃນບໍລິເວນ ແຂວງ ໄຊຍະບູລີ ລາຍລະອຽດຂອງການເກີດແຜ່ນດິນໄຫວ ມີຄືດັ່ງລຸ່ມນີ້: ໃນເວລາ 12:49:21 ຂອງໂມງທ້ອງຖິ່ນໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະຫນານທີ່ 19.695°N ແລະ ເສັ້ນ ແວງທີ່ 101.001 E ຄວາມແຮງສັ່ນສະເທືອນວັດແທກໄດ້ 2.4 ຣິກເຕີ, ເຊິ່ງມີຄວາມເລີກຈາກເທິງໜ້າດິນປະມານ 4 Km ຈຸດສູນກາງເກີດແຜ່ນດິນໄຫວຢູ່ທີ່ ບໍລິເວນ ບ້ານ ດົງ ເມືອງ ຊຽງຮ່ອນ ແຂວງ ໄຊຍະບູລີ, ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນ ຫ່າງຈາກເທສະບານ ເມືອງ ຊຽງຮ່ອນ ປະມານ 21 ໝາຍເຫດ: ເຫດການແຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.