ຂ່າວ-Tou-Vientianepost (8)
ທ່ານ ເກຍ ອູ໊ສິດທິເດດ ເຈົ້າຂອງໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນໂລມາຄຳ ໃຫ້ຄວາມສຳຄັນຕໍ່ຜູ້ອອກແຮງງານ
ຮຽບຮຽງໂດຍ:Staff
ເຜີຍແຜ່: 2 ເດືອນພຶດສະພາ, 2023

ຂປລ. ໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນ ໂລມາຄຳ ໄດ້ໃຫ້ຄວາມສຳຄັນຕໍ່ຜູ້ອອກແຮງງານ ໂດຍການເປີດໂອກາດ ແລະ ໃຫ້ການສະໜັບສະໜູນຜູ້ທີ່ມີຄວາມດຸໝັ່ນ, ຫ້າວຫັນ ພັດທະນາຕົນເອງ, ພ້ອມທັງສົ່ງເສີມພັດທະນາສີມືແຮງງານໃຫ້ມີຄວາມສຳນານງານ.

ທ່ານ ເກຍ ອູ໊ສິດທິເດດ ເຈົ້າຂອງໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນໂລມາຄຳ, ວິລະຊົນແຮງງານ ຄົນທຳອິດຂອງ ສປປ ລາວ ໄດ້ໃຫ້ສຳພາດເມື່ອບໍ່ດົນນີ້ວ່າ: ໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນໂລມາຄຳ ຕັ້ງ ຢູ່ບ້ານລັດຕະນະລັງສີໃຕ້ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ສ້າງຕັ້ງຂຶ້ນປີ 1989 ເບື້ອງຕົ້ນ ມີແຮງງານ 27 ຄົນ, ມາຮອດປັດຈຸບັນມີແຮງງານທັງໝົດ

220 ຄົນ, ຍິງກວມ 70%. ໂຮງງານຂອງພວກເຮົາໄດ້ ສ້າງສິ່ງແວດລ້ອມທີ່ດີ, ການບໍລິຫານແຮງງານແບບຄອບຄົວ ໃຫ້ຄວາມສຳຄັນຕໍ່ກຳມະກອນຜູ້ອອກແຮງງານ ໂດຍໃຫ້ໂອກາດໃນການຝຶກອົບຮົມຍົກລະດັບພັດທະນາສິມືແຮງງານ ໃຫ້ມີຄວາມສຳນານໃນແຕ່ລະໜ້າວຽກ, ຊຸກຍູ້ ສົ່ງເສີມບຸກຄົນທີ່ມີຄວາມດຸໝັ່ນ, ອົດທົນ, ຫ້າວຫັນໃນພັດທະນາຕົນເອງ ດ້ວຍການເລື່ອນຂັ້ນ ແລະ ແບ່ງ ວຽກ ຕາມຄວາມສາມາດ.

ໃນໂຮງງານ, ນອກຈາກ ໄດ້ປະຕິບັດນະໂຍບາຍຕາມພາກລັດວາງອອກແລ້ວ ໂຮງງານຂອງພວກເຮົາຍັງມີ ນະໂຍບາຍ, ກົດລະບຽບໃນການສ້າງເງື່ອນໄຂທີ່ເໝາະສົມໃຫ້ແກ່ຜູ້ອອກແຮງງານ, ສ້າງແຮງຈູງໃຈ, ສ້າງສິ່ງແວດ ລ້ອມທີ່ດີ, ຊຸກຍູ້ຜູ້ອອກແຮງງານມີຄວາມຫ້າວຫັນ, ຊື່ສັດສຸດຈະລິດ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່.

ເນື່ອງໃນໂອກາດ ວັນທີ 1 ພຶດສະພາ ກໍຄື ວັນກຳມະກອນສາກົນ ຄົບຮອບ 137 ປີ ເຊິ່ງເປັນວັນທີ່ ມີຄວາມໝາຍຕໍ່ຜູ້ອອກແຮງງານ, ທ່ານ ເກຍ ອູ໊ສິດທິເດດ ໄດ້ສະແດງຄວາມຂອບໃຈ ແລະ ສົ່ງຄຳອວຍພອນມາຍັງການນຳ ພັກ-ລັດ ກໍຄື ອົງການຈັດຕັ້ງ ຈົ່ງມີສຸຂະພາບແຂງແຮງ, ຂອບໃຈຕໍ່ສັງຄົມທີ່ເລືອກໃຊ້ຜະລິດຕະພັນ ນ້ຳດື່ມໂລມາຄຳ ແລະ ຂອບໃຈຜູ້ໃຊ້ແຮງງານທົ່ວປະເທດ ກໍຄື ອ້າຍນ້ອງກຳມະກອນ ໄດ້ໃຫ້ການສະໜັບສະໜູນ ຈົ່ງມີສຸຂະພາບສົມບູນ ຢູ່ດີກິນດີ.

ຂ່າວ-ພາບ: ເກດສະໜາ

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
Tou-Vientianepost (8)
ດວງລາຍວັນປະຈໍາວັນອາທິດ ທີ 11 ມິຖຸນາ 2023
Tou-Vientianepost (8)
ດວງລາຍວັນປະຈໍາວັນເສົາ ທີ 10 ມິຖຸນາ 2023
ດວງ-Tou-Vientianepost (47)
ສຸດທ້າຍຖືກຈັບໄດ້ ສອງສ່ຽວ ລົງມືລັກລົດຈັກມາແລ້ວ 5 ຄັ້ງ
ດວງ-Tou-Vientianepost (45)
ອົງການ USAID ໃຫ້ການຊ່ວຍເຫຼືອລາວ ຮັບມືກັບໂຄວິດ-19 ເເລະ ບັນຫາສາທາລະນະສຸກອື່ນໆ
ດວງ-Tou-Vientianepost (43)
ຄ້າຍຄຸມຂັງບັງລຽງພາກໃຕ້ ສຶກສາອົບຮົມນັກໂທດ ປະຈຳໄຕມາດ II
ດວງ-Tou-Vientianepost (41)
ກັກຕົວເປົ້າໝາຍຄ້າຂາຍຢາເສບຕິດ ພ້ອມຂອງກາງ 4.866 ເມັດ ແລະ ເຮໂລອິນ ຈຳນວນໜຶ່ງ
Tou-Vientianepost (8)
ດວງລາຍວັນປະຈໍາວັນສຸກ ທີ 09 ມິຖຸນາ 2023
ດວງ-Tou-Vientianepost (38)
ຢຶດຊິ້ນສ່ວນສັດທີ່ຫ້າມນຳເຂົ້າ  15 ກິໂລກຣາມ ພ້ອມເຮັດບົດບັນທຶກກ່າວເຕືອນ
ດວງ-Tou-Vientianepost (36)
ແຈ້ງການ ໃຫ້ຢຸດຕິການບໍລິການຊົ່ວຄາວ ຮ້ານບັນເທີງ, ຮ້ານກິນດື່ມ, ຮ້ານຄາລາໂອເກະ, ຮ້ານເກມ ແລະ ໂຕະສະນຸກເກີ ທົ່ວເມືອງປາກຊັນ
ດວງ-Tou-Vientianepost (34)
ເກີດເຫດຟ້າຜ່າຄົນເສຍຊີວິດ ຢູ່ບ້ານ ບ້ານກອນແກ່ນ ເມືອງໄຊ ແຂວງອຸດົມໄຊ
ຢ່າລື່ມກົດຕິດຕາມ