ພະຍາດຕັບອັກເສບ ສາຍເຫດເຮັດໃຫ້ຕັບແຂງ ແລະ ນຳໄປສູ່ການເສຍຊີວິດ ໄດ້

ພະຍາດຕັບອັກເສບ ແມ່ນການອັກເສບຂອງຕັບ ຊຶ່ງການອັກເສບດັ່ງກ່າວ ສາມາດພາໃຫ້ເກີດເປັນກະດັນຕັບ ຫຼື ຕັບແຂງ, ມະເຮັງຕັບ ແລະ ສາມາດນຳໄປສູ່ການເສຍຊີວິດ ໄດ້. ອີງຕາມສູນຂ່າວສານການແພດສຸຂະສຶກສາ: ພະຍາດຕັບອັກເສບ ແມ່ນເກີດຈາກການຕິດເຊື້ອໄວຣັສຕັບອັກເສບ ເຊິ່ງມີຫຼາຍຊະນິດ, ແຕ່ໄວຣັສຕັບອັກເສບ B ແລະ C ເປັນຊະນິດທີ່ຮ້າຍແຮງກວ່າໝູ່ ແລະ ເປັນສາເຫດໃຫ້ມີຄົນເສຍຊີວິດເຖິງ 1.34 ລ້ານຄົນຕໍ່ປີ ໃນທົ່ວໂລກ, ພ້ອມນັ້ນ ການແຜ່ເຊື້ອໄວຣັສຕັບອັກເສບ ແມ່ນມິດງຽບ, ສາມາດເກີດຂຶ້ນໄດ້ກັບທຸກຄົນ ແລະ ເກີດຂຶ້ນໄດ້ທຸກເວລາ ແບບບໍ່ມີສັນຍານເຕືອນ. ຄົນຕິດເຊື້ອໄວຣັສຕັບອັກເສບ ‘ບໍ່ຮູ້ຕົວ’ ວ່າຕົນເອງຕິດເຊື້ອ,ທ່ານສາມາດປົກປ້ອງຕົນເອງ ແລະ ຄົນທີ່ທ່ານຮັກໄດ້ ໂດຍການເຂົ້າຮັບການກວດຫາເຊື້ອຢູ່ໂຮງໝໍໃກ້ບ້ານທ່ານ, ໂດຍສະເພາະ ແມ່ຍິງຖືພາ, ເນື່ອງຈາກວ່າ ໄວຣັສຕັບອັກເສບ B ສາມາດຕິດຕໍ່ຈາກແມ່ສູ່ລູກໄດ້ງ່າຍໃນເວລາເກີດ, ສັກວັກຊີນປ້ອງກັນໄວຣັສຕັບອັກເສບ B ສໍາລັບທ່ານເອງ ແລະ ລູກນ້ອຍຂອງທ່ານ ຕາມຕາຕະລາງການສັກວັກຊີນແຫ່ງຊາດ ຢູ່ໂຮງໝໍໃກ້ບ້ານທ່ານ,ປຶກສາແພດ ແລະ ເຂົ້າຮັບການປິ່ນປົວ ຖ້າທ່ານກວດພົບວ່າຕົນເອງຕິດເຊື້ອ ເພາະວ່າ ພວກເຮົາມີຕັບພຽງອັນດຽວ […]
ແຂວງສະຫວັນນະເຂດ ສະເຫຼີມສະຫຼອງວັນຖົງຢາງອະນາໄມສາກົນ

ພະແນກສາທາລະນະສຸກແຂວງສະຫວັນນະເຂດ ໄດ້ຈັດພິທີສະເຫຼີມສະຫຼອງວັນຖົງຢາງອະນາໄມສາກົນ ເມື່ອມໍ່ໆມານີ້ ທີ່ຫໍວັດທະນະທຳໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໃຕ້ຄຳຂວັນ ‘’ຮູ້ຈັກປ້ອງກັນຕົວເອງແມ່ນຄົນທີ່ມີສະເໜ່’’. ທ່ານ ດຣ ສຸລິວັນ ເພັງໄຊ ຜູ້ຈັດການ ແລະ ບໍລິຫານຄຸ້ມຄອງມູນນິທິດູແລປິ່ນປົວພະຍາດເອດ ປະຈຳ ສປປ ລາວ ໄດ້ກ່າວມີພິທີວ່າ: ວັນທີ 13 ກຸມພາ ຂອງທຸກປີ ເເມ່ນວັນຖົງຢາງອະນາໄມສາກົນ ຈຸດປະສົງຂອງການຈັດງານຄັ້ງນີ້ແມ່ນເພື່ອສົ່ງເສີມຄວາມ ຮູ້ກ່ຽວກັບຄວາມສຳຄັນຂອງການນໍາໃຊ້ຖົງຢາງອະນາໄມ ເພື່ອຍົກໃຫ້ເຫັນວ່າ ຖົງຢາງອະນາໄມເປັນວິທີທີ່ດີທີ່ ສຸດ ໃນການປ້ອງກັນໂຕທ່ານເອງ ແລະ ຄອບຄົວຈາກການຕິດເຊື້ອເຮສໄອວີ, ພະຍາດຕິດຕໍ່ທາງເພດສຳພັນ ແລະ ການຖືພາໂດຍບໍ່ຕັ້ງໃຈ. ການນໍາໃຊ້ຖົງຢາງອະນາໄມແມ່ນໄດ້ຮັບຜົນດີທີ່ສຸດ ຕໍ່ການປ້ອງກັນການຕິດເຊື້ອເຮສໄອວີ/ເອດໃນທົ່ວໂລກ, ເຮັດໃຫ້ສາມາດປ້ອງກັນບໍ່ໃຫ້ມີການຕິດເຊື່ອເຮສໄອວີໃໝ່ເພີ່ມຂຶ້ນ, ອີງຕາມຂໍ້ມູນຂອງອົງການອະນາໄມໂລກ (WHO), ແມ່ນມີຫຼາຍກວ່າ 1 ລ້ານຄົນ ທີ່ຕິດເຊື້ອພະຍາດຕິດຕໍ່ທາງເພດສຳພັນແຕ່ລະມື້ ແລະ ນັບແຕ່ ປີ 1990 ເປັນຕົ້ນມາ ມີຜູ້ຕິດເຊື້ອໃຫມ່ພຽງແຕ່ 117 ລ້ານຄົນໃນທົ່ວໂລກ ຍ້ອນການນໍາໃຊ້ຖົງຢາງອະນາໄມ ເຖິງເເນວໃດກໍ່ຕາມຍັງມີຄົນຫຼາຍລ້ານຄົນໃນທົ່ວໂລກ ທີ່ຍັງບໍ່ສາມາດເຂົ້າເຖິງການຊົມໃຊ້ຖົງຢາງອະນາໄມໂດຍບໍ່ […]
ເຂດຮ່ວມມືເສດຖະກິດບໍ່ເຕນ-ບໍ່ຫານ ຈະສູມໃສ່ໃນ 5 ໜ້າວຽກທີ່ສໍາຄັນ

ທ່ານ ເລຢີ້ຮຸຍ, ກຳມະການຄະນະພັກ, ຮອງຫົວໜ້າຄະນະກຳມະການຄຸ້ມຄອງເຂດຮ່ວມມືເສດຖະກິດບໍ່ເຕນ-ບໍ່ຫານ ລາວ-ຈີນ ໄດ້ໃຫ້ສຳພາດ ເມື່ອມໍ່ໆມານີ້ ໃນຫົວຂໍ້ “ການເປັນເຫຼົ່າທັບນຳໜ້າໃນການພັດທະນາເສດຖະກິດ- ສັງ ຄົມຂອງແຂວງ ທີ່ດີ” ວ່າ: ປີ 2024, ເຂດຮ່ວມມືເສດຖະກິດບໍ່ເຕນ-ບໍ່ຫານ ຈະສູມໃສ່ໃນ 5 ໜ້າວຽກທີ່ສໍາຄັນ ຄື: ການກໍ່ສ້າງໂຄງການ, ລະດົມການລົງທຶນໃຫ້ເກີດຜົນເປັນຈິງ, ຊີວິດການເປັນຢູ່ ແລະ ສະຫວັດດີການທີ່ດີຂອງປະຊາຊົນ, ເປີດປະຕູສູ່ພາຍ ນອກ ແລະ ການພັດທະນາຂອງພາກພື້ນ,ໃນເບື່ອງຕົ້ນ ໄດ້ວາງ ແຜນ 134 ໂຄງການທີ່ສຳຄັນຢູ່ຕົວເມືອງດ່ານສາກົນບໍ່ຫານ ດ້ວຍມູນຄ່າການລົງທຶນທັງໝົດແມ່ນ 67.846 ຕື້ຢວນ ແລະ ແຜນການລົງທຶນປະຈຳປີແມ່ນ 6 ຕື້ 500 ລ້ານຢວນ. ທ່ານ ເລຢີ້ຮຸຍໄດ້ກ່າວຕື່ມວ່າ: ນອກຈາກນີ້, ເຂດການຮ່ວມມືບໍ່ເຕ່ນ-ບໍ່ຫານ ຍັງຈະເໜັ້ນໜັກ 4 ວຽກງານສຳຄັນຄື: ເລັ່ງລັດການດຶງດູດການລົງທຶນ, ຊຸກຍູ້ບັນດາໂຄງການ, ປັບປຸງສະພາບແວດລ້ອມ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ, ໂດຍນຳໃຊ້ບົດບາດຂອງ […]
ກຳປູເຈຍ ພົບລູກປາໂລມາ ນ້ຳຈືດໂຕທໍາອິດ ໃນປີ 2024

ກະຊວງກະສິກໍາ, ປ່າໄມ້ ແລະ ການປະມົງ ປະເທດກຳປູເຈຍ ໄດ້ລາຍງານໃຫ້ຮູ້ວ່າ: ທີມງານ ກະຊວງກະສິກໍາ, ປ່າໄມ້ ແລະ ການປະມົງ ໄດ້ພົບເຫັນລູກປາໂລມາ ນ້ຳຈືດ ຫຼື ປາຂ່າ ເກີດໃໝ່ເປັນຄັ້ງທຳອິດໃນປີ 2024 ເມື່ອວັນທີ 11 ກຸມພາ 2024 ທີ່ຜ່ານມາຢູ່ ແມ່ນໍ້າຂອງ ເຂດອະນຸລັກປາໂລມາ ເມືອງ Anlong Kampi ແຂວງ Kratie ທີ່ປະເທດກຳປູເຈຍ ຊຶ່ງລູກປາໂລມາໂຕນີ້ ຄາດວ່າມີອາຍຸພຽງ 2 ວັນ, ຖືກພົບເຫັນກຳລັງລອຍນ້ຳຢູ່ກັບຝຸງໂຕໃຫຍ່ອີກ 6 ໂຕ. ໃນປີ 2023 ທີ່ຜ່ານມານີ້, ກະຊວງ ກະຊວງກະສິກໍາ, ປ່າໄມ້ ແລະ ການປະມົງ ປະເທດກຳປູເຈຍໄດ້ບັນທຶກສະຖິຕິການເກີດຂອງປາໂລມາໃໝ່ 8 ໂຕ, ພ້ອມກັບການເສຍຊີວິດ 5 ໂຕ. ແຫ່ງດຽວໃນ ສປປ ລາວ ທີ່ພວກເຮົາສາມາດພົບເຫັນປາຂ່າໄດ້ […]
ຈັບຊາຍສັນຊາດຈີນ ພ້ອມຂອງກາງຢາເສບຕິດຫຼາຍລາຍການ

ເຈົ້າໜ້າທີ່ ປກສ ເມືອງ ຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ກັກຕົວ ທ້າວ ຈ້າວຢຸ່ນຊ່ານ ອາຍຸ 36 ປີ, ເຊື້ອຊາດຈີນ, ສັນຊາດຈີນ ຊຶ່ງປະຈຸບັນ ຢູ່ບ້ານ ຫ່າງປ້າງ ເມືອງ ມົງໂປຊຽນ ແຂວງ ເມິງໂປ ປະເທດມຽນມາ ພ້ອມຂອງກາງຢາເສບຕິດຫຼາຍລາຍການ ເຊັ່ນ: ຢາບ້າຈຳນວນ 103 ເມັດ, ຢາເຄຕາມິນຈຳນວນ 1 ຖົງໃຫຍ່ ແລະ 1 ຖົງນ້ອຍ, ຢາອີ ຈຳນວນ 52 ເມັດ, ຂາຄູ່ຈຳນວນ 94 ຖົງໃຫຍ່ ແລະ 298 ຖົງນ້ອຍ, ແປ້ງຝຸ່ນ ຈຳນວນ 6 ຖົງນ້ອຍ, ຄໍລາເຈັນ ຈຳນວນ 29 ຊອງ, ຢາເມັດສີສົ້ມ ຈໍານວນ 23 ເມັດ ແລະ […]
ຍີ່ປຸ່ນ ຊ່ວຍເຫຼືອທຶນກໍ່ສ້າງຂົວຈົມ 3 ແຫ່ງຢູ່ເມືອງປາກອູ, ໂພນໄຊ ແລະ ປາກແຊງ ແຂວງຫຼວງພະບາງ

ລັດຖະບານຍີ່ປຸ່ນຊ່ວຍເຫຼືອທຶນກໍ່ສ້າງຂົວຈົມ 3 ແຫ່ງຢູ່ເມືອງປາກອູ, ໂພນໄຊ ແລະ ປາກແຊງ ແຂວງຫຼວງພະບາງເປັນມູນຄ່າປະມານ 64O.000 ໂດລາ ເພື່ອປັບປຸງລະດັບໂຄງລ່າງພື້ນຖານ ໃນແຂວງຫຼວງພະບາງ ພາຍໃຕ້ໂຄງການຊ່ວຍເຫຼືອຜ່ານອົງການ NGO ຍີ່ປຸ່ນ. ພິທີເຊັນສັນຍາກ່ຽວກັບໂຄງການດັ່ງກ່າວ ໄດ້ຈັດຂຶ້ນເມື່ອມໍ່ໆມານີ້ລະຫວ່າງ ທ່ານ ໂຄບະຢະຊິ ເຄັນອິຈິ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ທ່ານ ນະກະໂອະ ທະດະຮິໂກະ ປະທານອົງການ ຄູ່ຮ່ວມພັດທະນາໂຄງລ່າງພື້ນຖານສາກົນ (Japan Infrastructure Partners). ທ່ານ ໂຄບະຢະຊິ ເຄັນອິຈິ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ໄດ້ກ່າວໃນພິທີວ່າ: “ແຂວງຫຼວງພະບາງເປັນເມືອງມໍລະດົກໂລກ ທີ່ດຶງດູດນັກທ່ອງທ່ຽວຈາກທັງພາຍໃນ ແລະ ຕ່າງປະເທດ ຊຶ່ງການເປີດນຳໃຊ້ທາງລົດໄຟລາວ-ຈີນໃນ 2-3 ປີມານີ້ ໄດ້ກາຍເປັນການຍົກລະດັບໂຄງລ່າງພື້ນຖານຂອງແຂວງຢ່າງກ້າວກະໂດດ. ແຕ່ເນື່ອງຈາກວ່າ ແຂວງຫຼວງພະບາງມີເນື້ອທີ່ສ່ວນໃຫຍ່ເປັນເຂດພູດອຍ ແລະ ແມ່ນ້ຳລຳເຊໄຫຼຜ່ານຫຼາຍ ເຮັດໃຫ້ຍັງມີຫຼາຍບ່ອນທີ່ລົດບໍ່ສາມາດຜ່ານໄປໄດ້ ຍ້ອນລະດັບນ້ຳທີ່ເພີ່ມຂຶ້ນໃນລະດູຝົນ. ຕໍ່ສະພາບການດັ່ງກ່າວ […]
ເມືອງປາກງື່ມກວດພົບສາວບໍລິການ ອາຍຸຕ່ຳກວ່າ 18 ປີ 4 ຄົນ

ເມື່ອມໍ່ໆມານີ້, ເຈົ້າໜ້າທີ່ ປກສ ກຸ່ມບ້ານ ແລະ ອຳນາດການປົກຄອງບ້ານ ຢູ່ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໄດ້ກວດພົບຮ້ານກິນດີ່ມ-ບັນເທີງ, ຮ້ານຄາຣາໂອເກະ ແລະ ຮ້ານເກມອອນລາຍ ທົ່ວເມືອງປາກງື່ມມີຮ້ານກິນດີ່ມ-ບັນເທີງ 9 ຮ້ານ, ຮ້ານຄາຣາໂອເກະ 1 ຮ້ານ ທີ່ໄດ້ເປີດໃຫ້ບໍລິການລະເມີດຕໍ່ລະບຽບກົດໝາຍ, ເປີດກາຍໂມງກາຍເວລາ, ເປີດສຽງດັງເນືອງນັນ ແລະ ມີການແອບແຝງຄ້າມະນຸດ-ຄ້າປະເວນີຂອງບຸກຄົນອື່ນ. ນອກນັ້ນຍັງໄດ້ພົບສາວບໍລິການທີ່ມີອາຍຸຕໍ່າກວ່າ 18 ປີ 4 ຄົນ ຈາກທີ່ມີສາວບໍລິການ 47 ຄົນ. ສະເພາະ ຮ້ານເກມອອນລາຍ (ເກມເຊີ) ໄດ້ລົງກວດກາທັງໝົດ 7 ຮ້ານ, ຜ່ານການກວດກາຕົວຈິງແລ້ວ ເຫັນວ່າຮ້ານດັ່ງກ່າວມີການເປີດໃຫ້ບໍລິການກາຍໂມງທີ່ໄດ້ກຳນົດ, ມີການມົ້ວສຸມເສບຢາເສບຕິດ ແລະ ເປີດໃຫ້ບໍລິການຫຼິ້ນການພະນັນອອນລາຍ. ທີ່ມາ VientianeTimes
ລາວ ແລະ ແຂວງເຮີຍຫຼົງຈ່ຽງ ເພິ່ມທະວີການຮ່ວມມືເພື່ອຊຸກຍູ້ສົ່ງເສີມການຄ້າ ການລົງທຶນ

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ແລະ ສະພາສົ່ງເສີມການຄ້າສາກົນ ສປ ຈີນ (CCPIT) ສາຂາ ແຂວງ ເຮີຍຫຼົງຈ່ຽງ, ເພິ່ມທະວີການຮ່ວມມືເພື່ອຊຸກຍູ້ສົ່ງເສີມການຄ້າ ການລົງທຶນ. ອີງຕາມການລາຍງານຂອງ ສຄອຊ ເມື່ອບໍ່ດົນມານີ້ ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ) ໄດ້ຕ້ອນຮັບ ຄະນະ ສະພາສົ່ງເສີມການຄ້າສາກົນ ສປ ຈີນ (CCPIT) ສາຂາ ແຂວງ ເຮີຍຫຼົງຈ່ຽງ ນໍາໂດຍ ທ່ານ ຫຼີ ຊວນ ເຊິງ ຮອງເລຂາທິການ ທີ່ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ທີ່ ສປປ ລາວ. ຈຸດປະສົງຕົ້ນຕໍໃນການມາຢ້ຽມຢາມຂອງຄະນະດັ່ງກ່າວ ແມ່ນເພື່ອຮັດແໜ້ນຄວາມສາມັກຄີ ລະຫວ່າງ ສຄອຊ ແລະ […]
ຮ່ວມມືຈັດຕັ້ງ ປະຕິບັດລະບົບເພື່ອຄຸ້ມຄອງ ຕິດຕາມກະແສເງິນຕາ ຈາກຕ່າງປະເທດ

ກະຊວງການເງິນ, ທະນາຄານແຫ່ງ ສປປ ລາວ ແລະ ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມືຈັດຕັ້ງປະຕິບັດລະບົບບໍລິການກະແສເງິນຕາຕ່າງປະເທດ(CMS) ຊ່ວຍພາກລັດ, ຜູ້ປະກອບການ ແລະ ທະນາຄານໃຫ້ສາມາດຄຸ້ມຄອງຕິດຕາມກະແສການເງິນຈາກຕ່າງປະເທດທັງໃນເວລາທີ່ສົ່ງອອກ-ນຳເຂົ້າ ຫຼືວ່າຈະເປັນການລົງທຶນຈາກຕ່າງປະເທດໃຫ້ມີຄວາມສະດວກສະບາຍງ່າຍ ແລະ ແບບ Real-time. ໂດຍພິທີດັ່ງກ່າວ ມີຂຶ້ນໃນໂອກາດ ທະນາຄານແຫ່ງ ສປປ ລາວ (ທຫລ)ຈັດກອງປະຊຸມເປີດກວ້າງວຽກງານທະນາຄານ ປະຈຳປີ 2023 ທີ່ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ. ຮ່ວມລົງນາມໃນຄັ້ງນີ້ ຕາງໜ້າກະຊວງການເງິນໂດຍທ່ານ ສົມຈິດ ຄຳມຸງຄຸນວ່າການຫົວໜ້າຫ້ອງການກະຊວງການເງິນ, ທ່ານ ພານຸສັກ ແກ່ນວົງພະຈັນ ຫົວໜ້າຫ້ອງການທະນາຄານແຫ່ງ ສປປ ລາວ ແລະ ທ່ານ ບົວວັນ ວິລະວົງຫົວໜ້າຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ ໂດຍມີທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ. ການເຊັນບົດບັນທຶກຄວາມເຂົ້າໃຈ(MOU) ໃນຄັ້ງນີ້ ເພື່ອເປັນບ່ອນອີງໃນການແລກປ່ຽນຂໍ້ມູນທີ່ຕິດພັນກັບການຕິດຕາມກະແສເງິນຕາຕ່າງປະເທດລະຫວ່າງ 3 ກະຊວງດັ່ງກ່າວ […]
ສປປລາວ ໄດ້ປະກາດລົບລ້າງການປູກຝິ່ນແລ້ວ ແຕ່ຍັງມີການລັກລອບປູກຢູ່

ປະເທດລາວໄດ້ປະກາດລົບລ້າງການປູກຝິ່ນມາໄດ້ຫຼາຍປີແລ້ວ ແຕ່ຍັງພົບການລັກລອບການປູກຝິ່ນໃນທຸກໆປີ ໂດຍສະເພາະຢູ່ບາງແຂວງພາກເໜືອ ຊຶ່ງຫຼ້າສຸດນີ້ ເຈົ້າໜ້າທີ່ໄດ້ກວດພົບການລັກລອບການປູກຝິ່ນຢູ່ແຂວງຊຽງຂວາງ. ເຈົ້າໜ້າທີ່ ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງຊຽງຂວາງ ຮ່ວມກັບ ປກສ ເມືອງພູກູດ ແຂວງຊຽງຂວາງ ໄດ້ທໍາລາຍສວນຝິ່ນທີ່ປະຊາຊົນລັກລອບປູກ ໃນເນື້ອທີ່ເກືອບ 11.000 ຕາແມັດ ເມື່ອມໍ່ໆມານີ້ຢູ່ເຂດພູແຊວ ເມືອງພູກູດ ແຂວງຊຽງຂວາງ ຊຶ່ງຝິ່ນດັ່ງກ່າວປູກຢູ່ດິນສວນຈໍານວນ 4 ຕອນ, ນອກຈາກທໍາລາຍສວນຝິ່ນແລ້ວ ເຈົ້າໜ້າທີ່ ໄດ້ນຳເອົາຜູ້ລັກລອບປູກຝິ່ນມາສຶກສາອົບຮົມກ່າວເຕືອນ ແລະ ໃຫ້ຄວາມຮູ້ກ່ຽວກັບຜົນຮ້າຍໄພອັນຕະລາຍຂອງຢາຝິ່ນໃຫ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ. ແຫຼ່ງຂໍ້ມູນ: ປກສ ແຂວງຊຽງຂວາງ