ດວງລາຍວັນປະຈໍາວັນສຸກ ທີ 29 ທັນວາ 2023

ຄົນເກີດວັນອາທິດ:ການ​ງານ ເໝາະ​ທີ່​ຈະ​ເຮັດ​ທຸລະກິດ​ທາງ​ດ້ານ​ເປັນ​ທີ່​ປຶກ​ສາ ຈະ​ໄດ້ຮັບ​ຄ່າ​ຕອບ​ແທນ​ຄຸ້ມ​ຄ່າ ການ​ເງິນ ອາດຈະມີພີ່ນ້ອງ ​ຫລື ​ຄົນທີ່ທ່ານ​ເຊື່ອໃຈຈະ​ນຳ​ໂຊກ​ມາ​ໃຫ້ ຄວາມ​ຮັກ ລະ​ວັງ​ເກີດ​ຄວາມ​ຂັດ​ແຍ້ງ​ກັບ​ຄົນ​ຮັກ ເຄື່ອງມຸງຄຸນ​ ແຫວນຄໍາ ສີມຸງຄຸນ​ ສີຂາວ ເລກ​ນຳ​ໂຊກ​ 2 ຄົນເກີດວັນຈັນ:ການ​ງານ ຊ່ວງ​ນີ້​ຖ້າຈະ​ເຮັດ​ທຸລະກິດ​ແບບ​ສາຍ​ດ່ຽວ​ຈຶ່ງ​ຈະ​ປະ​ສົບ​ຄວາມ​ສຳ​ເລັດ​ໄດ້​ດີ ການ​ເງິນ ມີ​ໂຊກ​ຈະ​ໄດ້​ເງິນ​ເຂົ້າ​ມາ​ຢ່າງ​ຕໍ່​ເນື່ອງ ຄວາມ​ຮັກ ລະ​ວັງ​ຄຳ​ເວົ້າ​ ແລະ ​ການ​ສື່​ສານ​ທີ່​ເຮັດໃຫ້​ເກີດ​ຄວາມ​ບໍ່​ເຂົ້າໃຈ​ກັນ ເຄື່ອງມຸງຄຸນ​ ໄຂ່ມຸກ ສີມຸງຄຸນ ສີ​ສົ້ມ ເລກ​ນຳ​ໂຊກ​ 4 ຄົນເກີດວັນອັງຄານ:ການ​ງານ ເຮັດ​ທຸລະກິດ​ເປັນ​ທີ່​ປຶກ​ສາ ກັບ​ຊາວ​ຕ່າງ​ຊາດ ຈະ​ເຮັດໃຫ້​ກ້າວ​ໜ້າ​ຫລາຍ​ໆ ການ​ເງິນ ຈະ​ນຳ​ເງິນ​ຂອງ​ຕົນເອງ​ໄປ​ຊ່ວຍ​ເຫລືອ​ຄົນ​ໃນ​ຄອບຄົວ ຄວາມ​ຮັກ ຕົນເອງ​ນັ້ນ​ມີ​ສະເໜ່​ຫລາຍ​ໆ​ຈະ​ພົບ​ໃຜ​ທີ່​ຈະ​ເຂົ້າ​ມາ​ໃຫ້​ເລືອກ​ຫລາຍກວ່າ 1 ຄົນ ເຄື່ອງມຸງຄຸນ​ ຫີນນໍາໂຊກສິແດງ ສີມຸງຄຸນ ສີ​ບົວ ເລກ​ນຳ​ໂຊກ​ 2 ຄົນເກີດວັນພຸດ:ການ​ງານ ຊ່ວງ​ນີ້​ໃຫ້​ຕຽມ​ແຜນ​ງານ​ທຸລະກິດຈະການ​ງານ​ເອົາ​ໄວ້​ກ່ອນ ຍັງ​ບໍ່​ແມ່ນ​ຈັງ​ຫວະ​ທີ່​ດີ​ທີ່​ຈະ​ໃຊ້​ເງິນ​ລົງ​ທຶນ​ເພີ່ມເຕີມ ການ​ເງິນ ຈະ​ໄດ້​ເງິນ​ຫລື​ເຄື່ອງ​ປະ​ດັບ​ຂອງ​ທີ່​ຖືກ​ໃຈ ຄວາມ​ຮັກ ມີ​ໂອ​ກາດ​ພົບ​ຮັກ​ຄົົນທີ່​ເຂົ້າ​ມາ​ໃນ​ຊ່ວງ​ນີ້ ຢູ່ໃນ​ເກນ​ຜິວ​ສອງ​ສີ ເຄື່ອງມຸງຄຸນ​​ ສາຍຄໍຄໍາ […]

ດວງລາຍວັນປະຈໍາວັນພະຫັດ ທີ 28 ທັນວາ 2023

ຄົນເກີດວັນອາທິດ:ການ​ງານ ມີ​ໂອ​ກາດ​ຖືກ​ເອົາ​ປຽບ​ດ້ານ​ທຸລະກິດ ເພາະອາດແບ່ງສັດສ່ວນນັງບໍ່ລົງຕົວ ການ​ເງິນ ມັກ​ພົບ​ເລື່ອງ​ເສຍ​ເງິນ ແລະ ການໃຊ້ເງິນແບບບໍ່ຈໍາເປັນ ຄວາມ​ຮັກ ສຸກ​ສົມ​ຫວັງ​ດ້ານ​ຄວາມ​ຮັກ ແຕ່ຕ້ອງລະວັງຄວາມຫ່າງໄກກັນ ອາດເປັນເຫດ ເຄື່ອງມຸງຄຸນ ເງິນ ສີມຸງຄຸນ​ ສີນໍ້າຕານ ເລກ​ນຳ​ໂຊກ​ 8 ຄົນເກີດວັນຈັນ: ການ​ງານ ​ ປະ​ສົບ​ຄວາມ​ສຳ​ເລັດ​ດ້ານ​ການ​ຄ້າ​ໄດ້​ຜົນ​ກຳ​ໄລ​ດີ ການ​ເງິນ ​ໄລຍະ​ນີ້​ອາດ​ໝຸນ​ເງິນ​ບໍ່​ທັນ​ໃຊ້​ຈ່າຍ ຄວາມ​ຮັກ ທ່ານທັງສອງຄວນລະວັງຄໍາເວົ້າ ຄວນໃຫ້ກຽດກັນໃຫ້ຫຼາຍ ເຄື່ອງມຸງຄຸນ​ ຫິນນໍາໂຊກສີແດງ ສີມຸງຄຸນ ສີບົວ ເລກ​ນຳ​ໂຊກ​ 4 ຄົນເກີດວັນອັງຄານ: ການ​ງານ ການ​ເຈລະ​ຈາ​ກັບ​ຮຸ້ນ​ສ່ວນ​ປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນ​ ໂຊ​ກດີ​ຈະ​ໄດ້ຮັບ​ເງິນ​ກ້ອນ​ໃຫຍ່ເຂົ້າມາ ຄວາມ​ຮັກ ມີ​ຄວາມ​ສຸກ​ໃນ​ຊີວິດ​ຮັກແຕ່ຕອງລະວັງຄໍາເວົ້າ ​ເຄື່ອງມຸງຄຸນ​ ຄໍາຝຣັ່ງ ສີມຸງຄຸນ ສີເຫຼືອງ ເລກ​ນຳ​ໂຊກ​ 5 ຄົນເກີດວັນພຸດ: ການ​ງານ ເຮັດວຽກ​ເປັນ​ທີ່​ປຶກ​ສາ​ມີ​ໂອ​ກາດ​ກ້າວ​ໜ້າ ການ​ເງິນ ບໍລິວານ​ຈະ​ຊ່ວຍ​ເຫລືອ​ດ້ານ​ການ​ເງິນໄດ້ດີ ຄວາມ​ຮັກ ມີ​ໂອ​ກາດ​ພົບ​ຮັກ​ໃນ​ສະຖານ​ທີ່​ທ່ອງທ່ຽວ ເຄື່ອງມຸງຄຸນ​​ ເພັດສີແດງ ສີມຸງຄຸນ […]

ດວງລາຍວັນປະຈໍາວັນພຸດ ທີ 27 ທັນວາ 2023

ຄົນເກີດວັນອາທິດ:ການ​ງານ ເຮັດວຽກ​ດ້ວຍ​ຄວາມໝັ້ນ​ໃຈ​ເຮັດໃຫ້​ປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນ ເຖິງ​ແມ່ນ​ຈະ​ໄດ້​ເຂົ້າ​ມາ​ເພີ່ມ​ຂຶ້ນ​ໄລຍະ​ນີ້​ຕ້ອງ​ວາງ​ແຜນ​ໃຊ້​ຄວາມ​ປະ​ຢັດ​ຮ່ວມ​ດ້ວຍ​ຈຶ່ງ​ຈະ​ມີ​ເງິນ​ເຫຼືອ​ເກັບ ຄວາມ​ຮັກ ເປັນ​ມື້​ໂຊ​ກດີ​ເພາະ​ຈະ​ໄດ້​ພົບ​ຄູ່​ຄອງ ຄູ່​ຮັກ​ຄົນ​ໃໝ່ ເຄື່ອງມຸງຄຸນ​ ແຫວນຄໍາ ສີມຸງຄຸນ​ ສີແດງ ເລກ​ນຳ​ໂຊກ​ 3 ຄົນເກີດວັນຈັນ:ການ​ງານ​ ​ ຈະ​ເຮັດ​ທຸລະກິດ​ໃດ​ໆ ປະ​ສົບ​ຄວາມ​ສຳ​ເລັດ ​ແລະ ​ໄດ້​ພົບ​​ຄອນ​ເນັກ​ຊັ່ນ​ໃໝ່​ໆ ການ​ເງິນ ໂຊ​ກດີ​ຈະ​ມີ​ເງິນ​ເຂົ້າ​ມາ​ຢ່າງ​ຕໍ່​ເນື່ອງດວງດີ​ຫຼາຍ​ໆ ຄວາມ​ຮັກ ​ຈະ​ພົບ​ຄົນທີ່​ມ ສະເໜ່ໂດຍ​​ບໍ່​ທັນ​ຕັ້ງ​ຕົວ ເຮັດໃຫ້​ຮູ້ສຶກ​ດີ​ໃຈ ເຄື່ອງມຸງຄຸນ​ ໄຂ່ມຸກ ສີມຸງຄຸນ ສີສົ້ມ ເລກ​ນຳ​ໂຊກ​ 6 ຄົນເກີດວັນອັງຄານ: ການ​ງານ​ ​ເຮັດ​ທຸລະກິດ​ໃນ​ການ​ໃຫ້ເປັນ​ທີ່​ປຶກ​ສາ​ຈະ​ໄດ້ຮັບ​ຄວາມ​ໜ້າ​ເຊື່ອ​ຖື​ ແລະ ​ປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນ​ ມີ​ໂຊກ​ຈະ​ໄດ້​ຂອງ​ມີ​ຄ່າ​ຫຼື​ເຄື່ອງ​ປະ​ດັບ​ໃໝ່ ຄວາມ​ຮັກ​ ຈະ​ພົບ​ຮັກ ພົບ​ຄູ່​ຄອງ ເພາະ​ບຸນ​ເກົ່າ​ນຳ​ພາ​ມາ​ໃຫ້​ພົບກັນ ເຄື່ອງມຸງຄຸນ​ ​ ເງິນ ສີມຸງຄຸນ ສີບົວ ເລກ​ນຳ​ໂຊກ​ 8 ຄົນເກີດວັນພຸດ:ການ​ງານ​ ຈະ​ເຮັດ​ຫຍັງ​ກໍ​ກ້າວ​ໜ້າ ປະ​ສົບ​ຄວາມ​ສຳ​ເລັດ ເພາະ​ຕົນເອງ​ນັ້ນ​ມີ​ຄວາມ​ສ້າງສັນ​ມີ​ຄວາມ​ເປັນ​ຜູ້​ນຳ ການ​ເງິນ ຈະ​ໄດ້​ເງິນ​ເຂົ້າ​ມາ​ຢ່າງ​ຕໍ່​ເນື່ອງ […]

ກົມມໍລະດົກ ຢັ້ງຢືນຫຼວງພະບາງ ຍັງຂຶ້ນບັນຊີເປັນເມືອງມໍລະດົກໂລກ

ກົມມໍລະດົກຢັ້ງຢືນນະຄອນຫຼວງພະບາງ ຍັງຂຶ້ນບັນຊີເປັນມໍລະດົກໂລກ ເຊິ່ງສື່ສັງຄົມອອນລາຍທີ່ບໍ່ເປັນທາງການຂອງປະເທດເພື່ອນບ້ານ ເຜີຍແຜ່ຂ່າວວ່າ ອົງການອຸຍແນັສໂກ ຈະຖອນຫຼວງພະບາງ ອອກຈາກບັນຊີມໍລະດົກໂລກນັ້ນ ແມ່ນບໍ່ມີມູນຄວາມຈິງ. ຕາມຂ່າວຈາກ ຂປລ ໃຫ້ຮູ້ວ່າ: ທ່ານ ພະຂັນໄຊ ສີຂັນໄຊ ຫົວໜ້າກົມມໍລະດົກ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 22 ທັນວາ 2023 ວ່າ: ສື່ສັງຄົມອອນລາຍທີ່ບໍ່ເປັນທາງການຂອງປະເທດເພື່ອນບ້ານ ເຜີຍແຜ່ຂ່າວທີ່ມີເນື້ອໃນວ່າ ອົງການອຸຍແນັສໂກ ຈະຖອນຫຼວງພະບາງ ອອກຈາກບັນຊີມໍລະດົກໂລກນັ້ນແມ່ນບໍ່ມີມູນຄວາມຈິງ ເປັນຂ່າວປອມ. ພ້ອມທັງຢືນຢັນວ່າ ປັດຈຸບັນ ສປປ ລາວ ຍັງບໍ່ທັນໄດ້ຮັບຂໍ້ມູນ ຫຼື ເອກະສານທາງການໃດໆຈາກອົງການອຸຍແນັສໂກ ວ່າຈະຖອນຫຼວງພະບາງ ອອກຈາກບັນຊີມໍລະດົກໂລກ. ທ່ານ ພະຂັນໄຊ ສີຂັນໄຊ ກ່າວຕື່ມວ່າ: ໃນຄວາມເປັນຈິງແລ້ວອົງການອຸຍແນັສໂກ ໄດ້ຍົກຍ້ອງວ່າເມືອງມໍລະດົກໂລກຫຼວງພະບາງ ເປັນຕົວແບບທີ່ດີຂອງການປົກປັກຮັກສາແຫຼ່ງມໍລະດົກໂລກ ທີ່ມີການປະກອບສ່ວນຂອງຫຼາຍພາກສ່ວນ, ມີການກໍານົດຂອບເຂດອະນຸຮັກທີ່ລະອຽດ ແລະ ມີນິຕິຮອງຮັບໃຫ້ແກ່ວຽກງານອະນຸຮັກ, ປົກປັກຮັກສາເມືອງມໍລະດົກໂລກຫຼວງພະບາງທີ່ຮັດກຸມ ໂດຍສະເພາະກົດລະບຽບແຜນຜັງປົກປັກຮັກສາ ແລະ ເຮັດໃຫ້ມີຄຸນຄ່າ ( […]

ດວງລາຍວັນປະຈໍາວັນຈັນ ທີ 18 ທັນວາ 2023

ຄົນເກີດວັນອາທິດ:ການ​ງານ ບໍ່​ສາມາດ​ສ້າງສັນ​ຜົນ​ງານ​ທີ່​ມີ​ຄຸນນະພາບ​ໄດ້ເພາະຢູ່ໃນໄລຍະທົດປັບປຸງໜ້າວຽກ ການ​ເງິນ ຈະ​ໄດ້ຮັບ​ຊັບ​ເງິນ​ກ້ອນ​ໃຫຍ່ ຄວາມ​ຮັກ ເກີດ​ຄວາມ​ສຳພັນ​ທີ່​ຂັດ​ແຍ້ງ ລະວັງເລື່ອງມີປາກສຽງກັນ ເຄື່ອງມຸງຄຸນ​ ໄຂ່ມຸກ ສີມຸງຄຸນ​ ສີດໍາ ເລກ​ນຳ​ໂຊກ​ 2 ຄົນເກີດວັນຈັນ:ການ​ງານ ນຳ​ໂປຣ​ເຈັກ​ວຽກງານ​ເກົ່າ​ມາ​ເລີ່ມ​ຕົ້ນ​ເຮັດ​ໃໝ່ ການ​ເງິນ ມີ​ເລື່ອງ​ຮັບ​ ແລະ ​ເລື່ອງ​ຈ່າຍ​ໃນ​ໄລຍະ​ເວລາ​ທີ່ມາພ້ອມກັນ ຄວາມ​ຮັກ ເກີດ​ຄວາມ​ສຳພັນ​ທີ່​ຫ່າງ​ເຫີນລະຫວ່າງທ່ານ ແລະ ຄົນຮັກ ເຄື່ອງມຸງຄຸນ​ ຄໍາຝຣັ່ງ ສີມຸງຄຸນ ສີຂຽວ ເລກ​ນຳ​ໂຊກ​ 6 ຄົນເກີດວັນອັງຄານ:ການ​ງານ ເລີ່ມ​ຕົ້ນ​ທຸລະກິດ​ເກີດ​ຄວາມ​ຈະເລີນ​ຮຸ່ງ​ເຮືອງ​ໄດ້​ຜົນ​ກຳ​ໄລ​ດີ ການ​ເງິນ ບໍລິວານ​ຈະ​ນຳ​ໂຊກ​ມາສູ່​ທ່ານໃນໄວໆນີ້ ຄວາມ​ຮັກ ເດີນທາງ​ໄກແລ້ວ​ໄດ້​ພົບ​ຮັກແບບບໍ່ທັນຕັ້ງໂຕ ເຄື່ອງມຸງຄຸນ​ ເງິນ ສີມຸງຄຸນ ສີ​ຂາວ ເລກ​ນຳ​ໂຊກ​ 7 ຄົນເກີດວັນພຸດ:ການ​ງານ ເຮັດ​ທຸລະ​ກິດຈະການ​ຄ້າ​ຈະເລີນ​ຮຸ່ງ​ເຮືອງ​ກ້າວ​ໜ້າ ການ​ເງິນ ມີ​ໂຊກ​ຈາກ​ການ​ຂໍ​ພອນ​ຈາກສິ່ງ​ສັກສິດ ຄວາມ​ຮັກ ມີ​ໂອ​ກາດ​ໄດ້​ພົບ​ຄູ່​ບຸນ ທີ່ມີຈິດໃຈເນື້ອດຽວກັນ ເຄື່ອງມຸງຄຸນ​​ ແຫວນຄໍາ ສີມຸງຄຸນ ສີດໍາ ເລກ​ນຳ​ໂຊກ​ 9 ຄົນເກີດວັນພະຫັດ:ການ​ງານ […]

ເມົາແລ້ວຂັບ ເກີດເຫດລົດໃຫຍ່ຕຳຮ້ານຂາຍເຄື່ອງ ແລະ ລົດຈັກຈອດຢູ່ແຄມທາງ ເສັ້ນທາງດອນກອຍ

ເວລາປະມານ 9:00 ໂມງ ວັນທີ 10 ທັນວາ 2023, ໄດ້ເກີດອຸບັດຕິເຫດລົດໃຫຍ່ຕຳຮ້ານຂາຍເຄື່ອງ ແລະ ລົດຈັກຈອດຢູ່ແຄມທາງ ເສັ້ນທາງດອນກອຍ (ເຂດໜ້າໂຮງໝໍເຊດຖາທິຣາດ) ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ. ຜູ້ເຫັນເຫດການເລົ່າວ່າ: ລົດໃຫຍ່ທີ່ເກີດເຫດ ຍີ່ຫໍ້ແລນກຸຍເຊີ, ຜູ້ຂັບຂີ່ເປັນເພດຊາຍ ແລ່ນມາແຕ່ທິດທາງໜອງໄຮ ພໍມາຮອດຈຸດດັ່ງກ່າວລົດໄດ້ເຈືອກມາຕຳເອົາຮ້ານຂາຍເຄື່ອງ ແລະ ລົດຈັກທີ່ຈົດຢູ່ ເຮັດໃຫ້ໄດ້ຮັບຄວາມເສຍຫາຍຫລາຍສົມຄວນ ແຕ່ບໍ່ມີຄົນໄດ້ຮັບບາດເຈັບ, ສ່ວນຜູ້ຂັບລົດໃຫຍ່ໄດ້ຮັບບາດເຈັບບໍລິເວນຫົວມີເລືອດອອກ. ພາຍຫລັງເກີດເຫດຜູ້ຂັບຂີ່ລົດໃຫຍ່ແມ່ນພະຍາຍາມເອົາຕົວຫລົບໜີໄປ ແຕ່ບໍ່ສາມາດໜີໄດ້ຍ້ອນຕີນ ແລະ ແມັກລົດແຕກ, ເຊິ່ງສັງເກດເຫັນວ່າຜູ້ກ່ຽວມີອາການມຶນເມົາ. ປັດຈຸບັນເຈົ້າໜ້າທີ່ກ່ຽວຂ້ອງໄດ້ເຂົ້າເກັບກຳຂໍ້ມູນ ແລະ ດຳເນີນການສືບສວນສອບສວນ ກ່ຽວກັບສາເຫດທີ່ແທ້ຈິງຕື່ມອີກ.

ປກສ ແຂວງຈຳປາສັກ ມ້າງຄະດີຄ້າຂາຍຢາເສບຕິດ ແລະ ມົ້ວສຸມເສບຢາເສບຕິດ

ເຈົ້າໜ້າທີ່ຕຳຫຼວດ ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນຄັ້ງວັນທີ 5 ທັນວາ 2023 ເວລາ 10:00 ໂມງ, ເຈົ້າ ໜ້າທີ່ວິຊາສະເພາະ ໄດ້ລົງມ້າງຄະດີຢາເສບຕິດຢູ່ເຂດບ້ານພັດທະນາ ຫຼັກ 7 ນະຄອນປາກເຊ ແຂວງຈໍາປາສັກ ສາມາດກັກຕົວເປົ້າໝາຍ ໄດ້ 8 ຄົນ ຍິງ 1 ຄົນ ພ້ອມເຄື່ອງຂອງກາງຢາບ້າຈໍານວນ 130 ເມັດ. ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ໄດ້ເຂົ້າກັກຕົວຜູ້ຖືກຫາດັ່ງລຸ່ມນີ້: 1. ທ້າວ ໜູກອນ (ໂຕ) ອາຍຸ 42 ປີ ສັນຊາດລາວ ອາ ຊີບກຳມະກອນ ຢູ່ບ້ານພັດທະ ນາ ຫຼັກ 7 ນະຄອນປາກເຊ ແຂວງຈຳປາສັກ ມີຢາບ້າ 129 ເມັດ, ລົດຈັກ 1 […]

ຈັບຕົວຊາຍທີ່ຄາດຕະກໍາຍິງສາວ ແລ້ວເອົາສົບໄປເຊື່ອງໄວ້ສວນມັນຕົ້ນ

ວັນທີ 27 ພະຈິກ 2023, ເຈົ້າໜ້າທີ່ຕໍາຫຼວດ ພະແນກຕໍາຫຼວດສືບສວນ-ສອບສວນ ປກສ ເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ຈັບຕົວ ທ້າວ ເຢັ່ງກູ້ ອາຍຸ 42 ຢູ່ບ້ານຜາເມືອງ ເມືອງບໍລິຄັນ ແຂວງ ບໍລິຄຳໄຊ ທີ່ກໍ່ເຫດຄາດຕະກໍານາງ ປາຢົ່ງ ອາຍຸ 28 ປີ, ປະຊາຊົນ ຢູ່ບ້ານໂນນໄຮ ເມືອງ ໝື່ນ ແຂວງວຽງຈັນ (ພັກອາໄສຊົ່ວຄາວຢູ່ທີ່ເມືອງບໍລິຄັນ, ແຂວງບໍລິຄໄຊ). ເຈົ້າໜ້າທີ່ພະແນກຕໍາຫຼວດສືບສວນ-ສອບສວນ ປກສ ເມືອງບໍລິຄັນ ໄດ້ຮັບການລາຍງານ ຈາກການຈັດຕັ້ງ ບ້ານ ຜາເມືອງ ໃນວັນທີ 23 ພະຈິກວ່າ: ໄດ້ມີປະຊາຊົນພົບເຫັນຄົນເສຍຊີວິດ ຢູ່ສວນມັນຕົ້ນເຂດຫົວພູຈຸຈີ່, ຈາກນັ້ນ, ໜ່ວຍງານວິຊາສະເພາະ ຈຶ່ງໄດ້ລົງສົມທົບກັບ ປກສ ກຸ່ມ ຜາເມືອງ ເມືອງບໍລິຄັນ, ພາກສ່ວນທີ່ກ່ຽວຂ້ອງລົງສະ ຖານທີ່ເກີດເຫດ ຈຶ່ງໄດ້ຮູ້ວ່າ ຜູ້ເສຍຊີວິດແມ່ນນາງ ປາຢົ່ງ, ພາຍຫຼັງລົງເກັບກຳຂໍ້ມູນຫຼັກຖານ, […]

ບໍລິຄຳໄຊເປີດໂຮງງານປຸງແຕ່ງຜະລິດຕະພັນກະສິກຳ ທອງມີໄຊ

ເປັນຂ່າວດີຂອງແຂວງບໍລິຄຳໄຊ ທີ່ີມີໂຮງງານປຸງແຕ່ງຜະລິດຕະພັນກະສິກຳພາຍໃນແຂວງແລ້ວໂດຍການລົງທຶນຂອງບໍລິສັດພັດທະນາເຂດພູດອຍ ຈໍາກັດຜູ້ດຽວ – ໂກເອໂກ ໄດ້ຈັດຂຶ້ນໃນວັນທີ 7 ທັນວາ 2023 ນີ້ ຢູ່ບ້ານທອງມີໄຊ ເມືອງວຽງທອງ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ, ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ແລະ ທ່ານ ຟ້າມຮຸ່ງຖັງ ປະທານກຸ່ມບໍລິສັດຮ່ວມມືເສດຖະກິດໂກເອໂກ ມີການນໍາຂອງແຂວງ, ເມືອງ ແລະ ບ້ານ ຂອງແຂວງບໍລິຄໍາໄຊ ແລະ ແຂວງຊຽງແຂວງ ຕະຫຼອດຮອດຄະນະອຳນວຍການ, ພະນັກງານ ໂຮງງານປຸງແຕ່ງຜະລິດຕະພັນກະສິກໍາທອງມີໄຊ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ຖາຍຫງອກເຖະ ອຳນວຍການບໍລິສັດພັດທະນາເຂດພູດອຍ ໄດ້ລາຍງານຫຍໍ້ວ່າ: ໂຮງງານປຸງແຕ່ງຜະລິດຕະພັນກະສິກໍາທອງມີໄຊ ມີເນື້ອທີ 1,26 ເຮັກຕາ ເຊິ່ງເນື້ອທີ່ດັ່ງກ່າວໄດ້ຮັບອະນຸຍາດເຊົ່າ ແລະ ສຳປະທານດິນລັດ ຂອງເມືອງວຽງທອງ, ໄດ້ຈັດພິທີວາງສີລາລືກ ແລະ ລົງມືກໍ່ສ້າງໃນກາງເດືອນທັນວາ 2022 ໂດຍໄດ້ປະກອບລະບົບເຄື່ອງຈັກຜະລິດທາດແປ້ງມັນສາຄູ ດ້ວຍເຕັກໂນໂລຢີ່ທີ່ທັນສະໄໝ […]

ແມ່ຄ້າສອງຄົນຖືກສານຕັດສິນປະຫານຊີວິດ ໃນຄະດີຂົນສົ່ງຢາເສບຕິດ

ໃນວັນທີ 30 ພະຈິກ 2023 ຜ່ານມານີ້, ສານປະຊາຊົນແຂວງ ວຽງຈັນ ໄດ້ພິຈາລະນາຕັດສິນລົງໂທດປະຫານຊີວິດຈໍາເລີຍຄະດີຢາເສບຕິດຈໍານວນ 02 ຄົນ ມີຄວາມຜິດໃນສະຖານ ການຂົນສົ່ງຢາເສບຕິດປະເພດຢາບ້າ ແລະ ຢາໄອ໌ ຄື: ນາງ ກັນຕິສາ ອາຍຸ 46 ປີ, ອາຊີບຄ້າຂາຍ ຢູ່ບ້ານວັດໄຕນ້ອຍທົ່ງ ເມືອງສີໂຄດຕະບອງ, ນະຄອນຫຼວງວຽຈັນ ແລະ ນາງ ບຸດສະດີ ອາຍຸ 49 ປີ, ອາຊີບຄ້າຂາຍ ຢູ່ບ້ານທ້າວແກ່ນ , ເມືອງ ແກ່ນທ້າວ, ແຂວງໄຊຍະບູລີ ຖືກເຈົ້າໜ້າທີ່ກັກຕົວໃນຄັ້ງວັນທີ 3 ມີນາ 2022, ພ້ອມຂອງກາງຢາບ້າຈຳນວນ 3.398.000 ເມັດ ແລະ ຢາໄອ໌ ນໍ້າຫນັກ 25 ກິໂລກຣາມ. ຜ່ານການສັງລວມຂໍ້ມູນຫຼັກຖານຢ່າງລະອຽດຄົບຖ້ວນ ແລະ ພາວະວິໄສບວກກັບຄຳສາລະພາບຂອງຈຳເລີຍທັງສອງຄົນເຫັນວ່າ ນາງ ກັນຕີສາ ແລະ ນາງ […]