ເຫດລົດ 10 ລໍ້ເສຍຫລັກປີ້ນລົງໂຄ້ງ ຢູ່ເຂດເມືອງນອງ ເສຍຊີວິດຄາທີ່ 1 ຄົນ

ເກີດເຫດລົດໃຫຍ່ 10 ລໍ້ປິ້ນ ຢູ່ເສັ້ນທາງໂຮ່ຈີ່ມິນ ໂຄ້ງພູຫ້ວຍພໍ່ ບ້ານນາລົງໃໝ່ ເມືອງນອງ ແຂວງສະຫວັນນະເຂດ ເຮັດໃຫ້ມີຜູ້ເສຍຊີວິດຄາທີ່ 1 ຄົນ.ທ່ານ ຮ້ອຍເອກ ລຳພອນ ສຸດລະຄົມ ຮອງພະແນກຕຳຫລວດ ຊີ້ນຳວຽກງານ ຈາລະຈອນແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ວັນທີ 5 ກໍລະກົດ 2023 ເວລາ 6: 30 ໂມງ, ໄດ້ຮັບແຈ້ງການຈາກພົນລະເມືອງດີ ພົບເຫັນມີລົດກາມັດ 10 ລໍ້ , ບັນທຸກເຄື່ອງ ໝາຍເລກທະບຽນ (ບກ 0638 ສະຫວັນນະເຂດ) ເກີດບັດຕິເຫດທີ່ເສັ້ນທາງໂຮຈີມິນ, ໂຄ້ງພູຫ້ວຍພໍ່ ລົງຄ້ອຍ ບ້ານນາລົງໃໝ່ ເມືອງນອງ ແຂວງສະຫວັນະເຂດ. ຜູ້ກ່ຽວບັນທຸກເຄື່ອງຈະເດີນທາງໄປເມືອງນອງ ພໍມາຮອດຈຸດດັ່ງກ່າວ ເປັນທາງໂຄ້ງຍາວ ແລະຄ້ອຍຊັນ ບໍ່ສາມາດຄວບຄຸມລົດໄດ້ ຈຶ່ງພາໃຫ້ລົດແລ່ນອອກຈາກທາງປີ້ນລົງໂຄ້ງຂ້າງທາງ ຢູ່ໃນລົດບັນທຸກມີຜູ້ຂັບ 1 ຄົນ, ເຊິ່ງ ເສຍຊີວິດຄາທີ່. ຈາກການຄົ້ນພົບ […]

ເຈົ້າໜ້າທີ່ແຂວງສາລະວັນ ກວດຈັບຢາເສບຕິດທີ່ຝາກມານຳລົດເມ

ເຈົ້າໜ້າທີ່ ຈະລາຈອນ ປກສ ແຂວງສາລະວັນ ປະຈຳປ້ອມຖ້ຳພວງ ສາມາດກວດຈັບຢາເສບຕິດທີ່ຝາກມານຳລົດເມ ລົງແຂວງພາກໃຕ້ ໄດ້ເຖິງ 3 ລາຍ ໃນເດືອນ ມິຖຸນາ 2023. ໃນຄັ້ງວັນທີ 8 ມິຖຸນາ 2023 ຈະລາຈອນ ປກສ ແຂວງສາລະວັນ ໄດ້ກັກໂຕ ທ້າວ ອຳນວຍ ອາຍຸ 48 ປີ, ບ້ານງິ້ວ, ເມືອງຊະນະສົມບູນ, ແຂວງຈໍາປາສັກ ຢາບ້າ 5 ມັດພ້ອມລົດຈັກ 1 ຄັນ, ເຊີ່ງຜູ້ກ່ຽວແມ່ນເອົາລົດຈັກໃສ່ລົດເມ ມາແຕ່ເມືອງຄໍາເກີດ ( ຫຼັກ20 ) ແລະ ໃນເວລາດຽວກັນ ຍັງໄດ້ກວດລົດຈັກທີ່ໄດ້ເຊື່ອງໄວ້ຢູ່ພາຍໃນລົດເມ ພົບເຫັນຢາບ້າ ອີກຈຳນວນ 7 ແພັກ ຕິດມາໃນລົດເມຄັນດຽວກັນ ຈາກນັ້ນໄດ້ສອບສວນຜູ້ຂັບລົດເມຈຶ່ງໄດ້ຮູ້ວ່າຢາບ້າຈໍານວນດັ່ງກ່າວເປັນຂອງທ້າວແດງ ອາຍຸ 20 ປີ,ບ້ານກອງຄຳ, ເມືອງປາກກະດິງ ແຂວງບໍລິຄຳໄຊ . ຕໍ່ມາ […]

ລົດ 6 ລໍ້ ແລະ ລົດຈັກຕຳກັນ ເຮັດໃຫ້ຜູ້ຂັບຂີ່ລົດຈັກເສຍຊີວິດຄາທີ່

ເວລາປະມານ 11:40 ນາທີ ຂອງວັນທີ 20 ມິຖຸນາຜ່ານມາ, ໄດ້ເກີດອຸບັດຕິເຫດລົດ 6 ລໍ້ ຢຽບຜູ້ຂັບຂີ່ລົດຈັກ ຢູ່ເສັ້ນທາງເລກທີ 13 ເໜືອ ເຂດບ້ານສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ. ພັຕ ວຽງສະຫວັນ ກິດຕິສັກ ຮອງຫົວໜ້າກອງຮ້ອຍຕໍາຫຼວດຈະລາຈອນ ເມືອງນາຊາຍທອງ ໃຫ້ວ່າ: ກ່ອນເກີດເຫດ ລົດບັນທຸກ 6 ລໍ້, ປ້າຍທະບຽນ ນຄ 2407 ກໍາແພງນະຄອນ, ຂັບຂີ່ໂດຍທ້າວ ຄໍາຫຼ້າ, ອາຍຸ 29 ປີ, ອາຊີບຂັບລົດ, ຢູ່ບ້ານສີພູໄຊ ເມືອງແປກ ແຂວງຊຽງຂວາງ ໄດ້ຂັບຂີ່ລົດບັນທຸກມາຕາມເສັ້ນທາງ ເລກທີ 13 ເໜືອ ພໍຂັບຂີ່ມາຮອດ ເຂດບ້ານສີເກີດ ເມືອງນາຊາຍທອງ ຜູ້ ກ່ຽວໄດ້ລ້ຽວລົດ ທາງກໍາຂວາມືຂອງຕົນເອງ ຈະເຂົ້າອູ່ສ້ອມແປງລົດ ເພື່ອເຊັກສະພາບເຕັກນິກລົດ, ໃນຂະນະນັ້ນ ໄດ້ມີລົດຈັກ ຮອນດ້າ ເວບ […]

ໄທຈັບແກ້ງຄ້າຢາ ທີ່ໜີຂ້າມມາຈາກຝັ່ງລາວ

ເຈົ້າໜ້າທີ່ຝັ່ງລາວປະສານກັບຝັ່ງໄທເພື່ອຈັບກຸມແກ້ງຄ້າຢາເສບຕິດທີ່ຍິງກັນເຈັບ ກ່ອນທີ່ຈະນັ່ງເຮືອໜີຂ້າມນ້ຳຂອງເຂົ້າມາໂຮງໝໍຢູ່ຊຽງລາຍ ປະເທດໄທ ພ້ອມກຽມສົ່ງໂຕຜູ້ຖືກຫາໃຫ້ແກ່ເຈົ້າໜ້າທີ່ຝັ່ງລາວຢູ່ແຂວງບໍ່ແກ້ວ. ເຈົ້າໜ້າທີ່ຊາຍແດນລາວ-ໄທ ທາງດ້ານ ແຂວງຊຽງລາຍ ປະເທດໄທ ໄດ້ລາຍງານວ່າ: ພາຍຫຼັງເກີດເຫດຕໍ່ສູ້ກັນຂອງກຸ່ມໃດໜຶ່ງໃນເຂດເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກົງກັນຂ້າມກັບ ເມືອງຊຽງແສນ ແຂວງຊຽງລາຍ ປະເທດໄທ ໃນຊ່ວງອາທິດກ່ອນນີ້ ໄດ້ມີຊາຍ 1 ຄົນ ເຊິ່ງຖືກຍິງຈົນໄດ້ຮັບບາດເຈັບສາຫັດ ແລ້ວນັ່ງເຮືອໜີຂ້າມນ້ຳຂອງມາຮັກສາຢູ່ໂຮງໝໍຊຽງແສນ ແລະ ຫຼ້າສຸດຖືກສົ່ງຕົວໄປຮັກສາຢູ່ໂຮງໝໍຊຽງລາຍ. ທັ້ງນີ້ ຜູ້ບາດເຈັບຊື່ ທາ້ວ ໄຊ ແຊ່ຫວ່າງ ອາຍຸ 28 ປີ ທີ່ຢູ່ເມືອງຕົ້ນເຜິ້ງ ຖືກຍິງເຂົ້າລຳຄໍ ເຊິ່ງໝໍໄດ້ຮັກສາຕາມຫຼັກສິດທິມະນຸດ ຂະນະທີ່ທ້າວ ໄຊ ແຈ້ງກັບເຈົ້າໜ້າທີ່ເບື້ອງຕົ້ນວ່າ ຫຼັງຈາກທີ່ໄປດື່ມເຫຼົ້າມາແລ້ວ ຂະນະກັບບ້ານກໍຖືກຄົນລັດຍິງ ແລະ ຫຼັງຈາກເກີດເຫດ ໄດ້ມີໝູ່ 2 ຄົນ ພານັ່ງເຮືອຂ້າມມາຮັກສາຢູ່ຝັ່ງໄທຢ່າງຮີບດ່ວນ. ຢ່າງໃດກໍຕາມ ຕໍ່ມາ ເຈົ້າໜ້າທີ່ແຂວງບໍ່ແກ້ວ ໄດ້ມີໜັງສືເຖິງສ່ວນງານປະຈຳເຂດຊາຍແດນລາວ-ໄທ ຢູ່ພາກເໜືອຂອງໄທ ເພື່ອຂໍໃຫ້ຕິດຕາມເປົ້າໝາຍຢາເສບຕິດ ຄື ທາ້ວ ໄຊ ແຊ່ຫວ່າງ, […]

ຄ້າຍຄຸມຂັງບັງລຽງພາກໃຕ້ ສຶກສາອົບຮົມນັກໂທດ ປະຈຳໄຕມາດ II

ວັນທີ 6 ມິຖຸນາ 2023, ຄ້າຍຄຸມຂັງບັງລຽງພາກໃຕ້ ແຂວງຈໍາປາສັກ ໄດ້ສຶກສາອົບ ຮົມນັກໂທດ ປະຈຳໄຕມາດ II ປະຈຳປີ 2023 ໃນຫົວຂໍ້: ບາບ, ບຸນ, ຄຸນ, ໂທດ, ເຂົ້າ ຮ່ວມ ແລະ ສຶກສາອົບຮົມ ໂດຍພຣະອາຈານ ຄຳພຸດ ແກ້ວວົງຈັນ ຮອງຫົວໜ້າກຳ ມະທິການເຜີຍແຜ່ສິນ ລະທຳນະຄອນປາກເຊ ເຈົ້າອະທິການ ວັດນາແຫກ ນະຄອນປາກເຊ ແຂວງຈຳປາສັກ, ມີ ພັທ ເພັດສະໝອນ ລາດລອງເມືອງ ຮອງຫົວໜ້າຄ້າຍຄຸມຂັງບັງລຽງພາກໃຕ້, ມີກຳລັງວິຊາສະເພາະ ພ້ອມດ້ວຍນັກໂທດພາຍໃນຄ້າຍຂຸມຂັງບັງລຽງພາກໃຕ້ ເຂົ້າຮ່ວມ. ການສຶກສາອົບຮົມໃນຄັ້ງນີ້, ພຣະ ອາຈານ ຄຳພຸດ ແກ້ວວົງຈັນ ໄດ້ເຜີຍແຜ່ສິນລະທຳໃຫ້ນັກໂທດໄດ້ຮັບຮູ້ເຖິງ ບາບ, ບຸນ, ຄຸນ, ໂທດ ແລະ ທຳມະຫຼາຍຢ່າງຈຸດປະສົງ ເພື່ອເຮັດໃຫ້ນັກໂທດພາຍໃນຄ້າຍຄຸມຂັງບັງລຽງພາກໃຕ້ ຮັບຮູ້ ແລະ ເຂົ້າໃຈເຖິງຄວາມໝາຍຄວາມສຳຄັນຂອງການດຳລົງຊີວິດຢູ່ໃນສັງຄົມຮັບຮູ້ເຖິງລະບຽບການຕ່າງໆຂອງບ້ານ […]

ກັກຕົວເປົ້າໝາຍຄ້າຂາຍຢາເສບຕິດ ພ້ອມຂອງກາງ 4.866 ເມັດ ແລະ ເຮໂລອິນ ຈຳນວນໜຶ່ງ

ກອງບັນຊາການ ປກສ ເມືອງຊຽງຄໍ້ ແຂວງຫົວພັນ ກັກຕົວເປົ້າໝາຍຄ້າຂາຍຢາເສບຕິດ. ວັນທີ່ 7 ມີຖຸນາ 2023 ເຈົ້າໜ້າທີ່ກອງບັນຊາການ ປກສເມືອງຊຽງຄໍ້ ແຂວງຫົວພັນ ໄດ້ນຳກຳລັງເຂົ້າຈັບຕົວຄູ່ຜົວ-ເມຍຊື່ ທ້າວ ເລົາຢາງ ແລະ ນ. ວາງລີ ບ້ານກົກໄຊ ເມືອງຊຽງຄໍ້ ແຂວງຫົວພັນ ພົບເຫັນຂອງກາງຢາເສບຕິດປະເພດຢາບ້າ ຈຳນວນທັງໝົດ 4.866 ເມັດ ພ້ອມກັບເຮໂລອີນ 1 ແທງ ໃຫ່ຍ ກັບ 1 ແທ່ງນ້ອຍ, ຝຸ່ນສີຂາວ ແລະ ກ້ອນນ້ອຍ ຈຳນວນໜຶ່ງ, ປືນເເກັບຍິງລູກອັດລົມ 1 ກະບອກ, ເງີນກີບ 7.134.000 ກີບ, ເຈົ້າໜ້າທີ່ ປກສ ເມືອງຊຽງຄໍ້ ຈຶ່ງໄດ້ນຳຕົວຄູ່ຜົວ-ເມຍ ພ້ອມດ້ວຍ ຂອງກາງຈຳນວນດັ່ງກ່າວ ມາສອບສວນ ຂະຫຍາຍຜົນຫາທີ່ໄປທີ່ມາຂອງຢາເສບຕິດຈຳນວນດັ່ງກ່າວ ເພື່ອດຳເນີນຄະດີຕາມລະບຽບກົດໝາຍ.

ເກີດເຫດຟ້າຜ່າຄົນເສຍຊີວິດ ຢູ່ບ້ານ ບ້ານກອນແກ່ນ ເມືອງໄຊ ແຂວງອຸດົມໄຊ

ອີງຕາມການລາຍງານ ຂອງ ໜ່ວຍກູ້ໄພສຸກເສີນ ອົງການກາແດງ ແຂວງອຸດົມໄຊ ລາຍງານ ໃຫ້ຮູ້ວ່າ ໃນວັນທີ 7 ມິຖຸນາ ປີ 2023 ເວລາ16:35ນາທີ ໄດ້ຮັບແຈ້ງວ່າມີຜູ້ບາດເຈັບຈາກເຫດຟ້າຜ່າ 02ຄົນ ຄັ້ງແລ້ວນີ້ ໃນເວລາຕໍ່ມາແມ່ນໄດ້ຮັບແຈ້ງເພີ່ມຕື່ມວ່າມີຜູ້ເສຍຊີວິດ 01 ຄົນ ຈາກເຫດການດັ່ງກ່າວ. ຈຸດເກີດເຫດ ແມ່ນຢູ່ບ້ານ ບ້ານກອນແກ່ນ ເມືອງໄຊ ແຂວງອຸດົມໄຊ, ຂໍ້ມູນຜູ້ເສຍຊີວິດ ແມ່ນເພດ ຍິງ ອາຍຸ 38 ປີ. ຈາກການບອກເລົ່າ ຂອງຜູ້ເປັນຜົວ ຂອງຜູ້ເສຍຊີວິດເລົ່າວ່າ: ໃນຕອນແລງປະມານ15:00 ນາທີ ຂອງວັນທີ 7 ມິຖຸນາ 2023 ນີ້ທັງ3ຄົນແມ່ນໄດ້ໄປໄຮ່ຕາມປົກກະຕິ ແລ້ວເກີດມີຝົນຕົກຈຶ່ງໄດ້ພາກັນເຂົ້າໄປລົບຝົນຢູ່ທີ່ຖຽງໄຮ່ດັ່ງກ່າວ ເວລາຕໍ່ມາຈຶ່ງເກີດມີຟ້າຜ່າລົງກາງຖຽງ ເຮັດໃຫ້ຜູ້ເປັນເມຍເສຍຊີວິດລົງ.

ພົບສົບຊາຍເສຍຊີວິດ ໃນປ່າເຂດບ້ານມ່ວງໄຂ່ ເມືອງໜອງບົກ ແຂວງຄຳມ່ວນ

ຕາມການລາຍງານ ມູນນິທິຊ່ວຍເຫຼືອຜູ້ປະສົບໄພ ແຂວງຄຳມ່ວນ ໃນວັນທີ 06 ມິຖຸນາ 2023 ເວລາ 15:10 ນາທີ ເຈົ້າໜ້າທີ່ກູ້ໄພໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ ວ່າມີຄົນພົບສົບຊາຍປິດສະໜາເສຍຊີວິດ ໃນປ່າແຫ່ງ 1 ຢູ່ທາງເຂົ້າບ້ານ ມ່ວງໄຂ່ ເມືອງ ໜອງບົກ ແຂວງ ຄຳມ່ວນ. ຈາກນັ້ນເຈົ້າໜ້າທີ່ທີມກູ້ຊີບ-ກູ້ໄພແຂວງຄຳມ່ວນ ໄດ້ອອກກວດສອບເຫດພົບຜູ້ເສຍຊີວິດ 01 ຄົນ ເພດຊາຍ ອາຍຸປະມານ 40ປາຍປີສະພາບສົບມີການເນົ່າເປື່ອຍ ປະມານ 3-4 ວັນ ສົບທີ່ເສຍຊີວິດຢູ່ໃນຂັ້ນຕອນຂອງເຈົ້າໜ້າທີ່ເພື່ອສືບສວນ-ສອບສວນ ຂອງການເສຍຊີວິດ ແລະ ສົບໄດ້ເກັບຮັກສາໄວ້ທີ່ໂຮງເຢັນ “ ໂຮງໝໍແຂວງຄຳມ່ວນ “ CR: ມູນນິທິຊ່ວຍເຫຼືອຜູ້ປະສົບໄພ ແຂວງຄຳມ່ວນ

ວາງແຜນລັກຄຳຄົນບ້ານດຽວກັນ ສຸດທ້າຍຖືກເຈົ້າໜ້າທີ່ນຳຈັບໄດ້

ວັນທີ 18 ພຶດສະພາ 2023 ຜ່ານມາ ປກສ ເມືອງໂພນໂຮງ ກັກຕົວທ້າວ ແອນ້ອຍ ອາຍຸ 40 ປີ ປະຊາຊົນ ບ້ານນໍ້າແຈ້ງ ເມືອງ ໂພນໂຮງ ແຂວງວຽງຈັນ ໃນຂໍ້ກ່າວຫາລັກຊັບພົນລະເມືອງ ມາທຳການສຶບສວນ-ສອບສວນ. ຜ່ານການສືບສວນ – ສອບສອນຂອງເຈົ້າໜ້າທີ່ ທ້າວ ແອນ້ອຍ ໄດ້ໃຫ້ການຮັບສາລະພາບວ່າ: ວັນທີ 3 ພຶດສະພາ 2023 ຜູ້ກ່ຽວແມ່ນໄດ້ປິນເຂົ້າປ່ອງຢ້ຽມເຮືອນເພື່ອນແລ້ວເຂົ້າໄປລັກເອົາເງິນ ແລະ ວັດຖຸຄ້າຍຄືຄໍາ ຢູ່ທີ່ບ້ານນໍ້າແຈ້ງ ເມືອງໂພນໂຮງ, ສ່ວນວິທີການ ແລະ ແຮງຈູງໃຈໃນການກໍ່ເຫດໃນຄັ້ງນີ້ຍ້ອນວ່າ: ໄລຍະເດືອນຜ່ານມາຜູ້ກ່ຽວແມ່ນໄດ້ສັງເກດເຫັນຜູ້ເສຍຫາຍໃສ່ເຄື່ອງປະດັບ (ປະເພດສາຍຄໍາເສັ້ນໃຫຍ່) ແລ້ວຈື່ງມີແນວຄິດຢາກໄດ້ ຫຼັງຈາກນັ້ນຜູ້ກ່ຽວຈຶ່ງໄດ້ວາງແຜນ, ຕິດຕາມ, ຫາໂອກາດໄດ້ປະມານ 5 ມື້, ໃນມື້ລົງມືລັກຊັບ ມີເງິນ 6.000.000 ກີບ, ວັດຖຸຄ້າຍຄືຄໍາ  2 ເສັ້ນພ້ອມກີ້ພຣະ 1 ອັນ ແລະ […]

ປະກາດຫາຍາດຜູ້ເສຍຊີວິດ ໃນເຫດການລົດໄຟຕໍາຄົນຍ່າງແຄມລາງລົດໄຟ

ວັນທີ 2 ມິຖຸນາ 2023 ນີ້ ກອງບັນຊາການ ປກສ ແຂວງວຽງຈັນ ອອກແຈ້ງການປະກາດຫາຍາດຜູ້ເສຍຊີວິດ ໃນເຫດການລົດໄຟຕໍາຄົນຍ່າງແຄມລາງລົດໄຟເສຍຊີວິດ ປັດຈຸບັນ ສົບຜູ້ເສຍຊີວິດແມ່ນເກັບຮັກສາໄວ້ ມູນລະນິທິຈີນນະຄອນຫຼວງວຽງຈັນ ເຫດການລົດໄຟຕຳຄົນເສຍຊີວິດ ເກີດຂຶ້ນໃນ ວັນທີ 25 ພຶດສະພາ 2023 ເວລາ 10 ໂມງ 06 ນາທີ ຢູ່ຂອບ ເຂດບ້ານປ່ອງຊອງ ເມືອງຫີນເຫີບ ແຂວງວຽງຈັນ ເສົາໄຟຟ້າທີ 144, ກໂລແມັດ ທີ່ 88+550, ເຮັດໃຫ້ມີຜູ້ເສຍຊີວິດ 01 ຄົນ(ເພດຊາຍ). ຜ່ານການກວດກາ, ຊັນນະສູດຂອງພະແນກວິຊາສະເພາະໃຫ້ຮູ້ວ່າ: ຜູ້ເສຍຊີວິດ (ເປັນເພດຊາຍ), ລວງສູງ 150 ຊັງຕີແມັດ, ຜົມດໍາຍາວ 05 ຊັງຕີແມັດ, ໃບໜ້າສ້ວຍ, ຫູ 03 ລ່ຽມ, ດັງໂຄ້ງ, ຄິ້ວບາງ, ແຂ້ວ ປົກກະຕິ, ນຸ່ງເສື້ອຢືດຄໍມົນ, […]