ເຮັດຄວາມຜິດບໍ່ຍອມຈອດ ຂັບລົດກາຍຈຸດກວດເຈົ້າໜ້າທີ່ ພົບຢາໄອສ໌ 150 ຫໍ່ ສ່ວນຄົນຂັບລົດເອົາຕົວຫຼົບໜີ

ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ເຈົ້າໜ້າທີ່ພະແນກຕຳຫຼວດ ປກສ ເມືອງຫ້ວຍຊາຍ ໄດ້ລົງຕັ້ງຈຸດກວດກາຊົ່ວຄາວເພື່ອແນໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ພາຍໃນຕົວເມືອງຫ້ວຍຊາຍ ຮອດເວລາ 03:45 ໂມງເຊົ້າ ຂອງວັນທີ 11 ພຶດສະພາ 2023 ໄດ້ມີລົດຮຸນໄດ 1 ຄັນ, ສີປອນເງິນ , ບໍ່ໄດ້ຕິດປ້າຍທະບຽນ ແລ່ນມາດ້ວຍຄວາມໄວມາຈາກທາງຫ້ວຍຊາຍ ມຸ່ງໜ້າລົງໄປທາງບ້ານ ດ່ານ, ເຈົ້າໜ້າທີ່ພວກເຮົາຈຶ່ງໄດ້ສະແດງຕົວເພື່ອກວດກາຕາມປົກກະຕິ ໂດຍ ສົ່ງສັນຍານລົດໃຫ້ຈອດພ້ອມທັງເປົ່າໝາກຫວີດ, ແຕ່ລົດຄັນດັ່ງກ່າວບໍ່ຍອມຈອດ ແລ້ວແລ່ນກາຍຈຸດກວດກາດ້ວຍຄວາມໄວ. ດ້ວຍເຫດນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ຂີ່ລົດໄລ່ນຳລົດຄັນດັ່ງກ່າວ, ຈາກຈຸດກວດກາມາຮອດຈຸດລະເບີດຫີນ ກ້ອງ ບ້ານ ດອນ ປະມານ 02 ກິໂລແມັດ ຈິ່ງພົບເຫັນລົດຄັນດັ່ງກ່າວຫຼຸດໂຄ້ງ ຕົກຮ່ອງຂ້າງທາງເບື້ອງຊ້າຍມື ໃນສະພາບທີ່ມອດຈັກລົດ ແລະ ໄຂປະຕູເບື້ອງຄົນຂັບປະໄວ້ແຕ່ບໍ່ເຫັນຜູ້ຂັບຂີ່; ເຈົ້າໜ້າທີ່ຈິ່ງໄດ້ເຂົ້າກວດເບິ່ງ ເຫັນວ່າມີເປົາລາຍຢູ່ທາງຫຼັງກະບະລົດ ຈຳນວນ 02 ເປົາ ແລະ ຢູ່ຫ້ອງຄົນ ຂັບ ຈຳນວນ 06 ເປົາ ແລະ […]
ເກີດເຫດໄປລ່າສັດແຕ່ຍິງຖືກກັນເສຍຊີວິດ ຢູ່ເຂດບ້ານກໍເພັນ ເຂດກຸ່ມຊຽງແຂງ ເມືອງສິງ

ປກສ ເມືອງສິງ ແຂວງ ຫຼວງນ້ຳທາ ໃຫ້ຮູ້ວ່າ: ໃນຄັ້ງວັນທີ 3 ມີນາ 2023 ມີເຫດການຍິງຖືກກັນເສຍຊິວິດ ຢູ່ຟາມງົວ ຢູ່ເຂດບ້ານກໍເພັນ ເຂດກຸ່ມຊຽງແຂງ ເມືອງສິງ ພາຍຫຼັງທີ່ເຈົ້າໜ້າທີ່ໄດ້ຮັບແຈ້ງກໍລົງກວດກາສະຖານທີ່ເກີດເຫດຕົວຈິງ ຈຶ່ງພົບຜູ້ເສຍຊີວິດ 1 ຄົນ ຊື່ທ້າວ ປໍຍໍ ອາຍຸ 45 ປີ ອາຊີບ ກຳມະກອນ ພົບເຫັນມີຮ່ອງຮ່ອຍລູກໂດດ ຖືກຍິງທີ່ກະໂຫຼກຫົວທາງຫຼັງ ຈຳນວນ 3 ລູກເຂົ້າ ບ່ອນດຽວກັນ ມີຄວາມຍາວ 2,5 ຊັງຕິແມັດ ກ້ວາງ 1,2 ຊັງຕີແມັດ ມີຮ່ອງຮອຍຈຸດລູກປືນສອດອອກໜ້າຜາກ 1 ຈຸດໃຫຍ່ ມີຄວາມຍາວ 3 ຊັງຕີແມັດ ກ້ວາງ 2 ຊັງຕີແມັດ ພ້ອມທັງກັກຕົວຜູ່ກໍ່ເຫດໄດ້ 1 ຄົນ ຊື່ທ້າວ ອາກອງ ອາຍຸ 19 ປີ ອາຊີບ […]
ເດັກ 6 ປີ ລັກຂັບລົດພານ້ອງອອກໄປຊື້ຂອງຫຼິ້ນ ສຸດທ້າຍຂັບລົດຕຳເສົາໄຟຟ້າ

ໃນຊ້ວງຄ່ຳຂອງວັນອັງຄານ ທີ 10 ພຶດສະພາ 2023 ທີ່ຜ່ານມາ, ເວັບໄຊ້Sinchewເຜີຍວ່າ: ເກີດອຸບັດຕິເຫດທີ່ໜ້າຕົກໃຈຂຶ້ນພາຍໃນພຶ້ນທີ່ລັງກາວີ, ປະເທດມາເລເຊຍ ພາຍຫຼັງເຈົ້າໜ້າທີ່ກວດພົບລົດໃຫຍ່ ໜ້າສົງໃສ ຄັນໜຶ່ງ ເຊິ່ງຄາດວ່າເມົາແລ້ວຂັບ ກຳລັງຂັບຢູ່ຫົນທາງກ່ອນທີ່ຈະເສຍຫຼັກຕຳເຂົ້າກັບເສົາໄຟຂ້າງທາງ ຈົນເຮັດໃຫ້ລົດຢຸດໃນທີ່ສຸດ. ຈາກການກວດສອບຂອງເຈົ້າໜ້າທີ່ພົບວ່າ: ຜູ້ຂັບລົດໃຫຍ່ຄັນດັ່ງກ່າວບໍ່ແມ່ນຄົນເມົາ ແຕ່ເປັນເດັກນ້ອຍຜູ້ຊາຍທີ່ມີອາຍຸພຽງ 6 ປີ ແລະ ຜູ້ໂດຍສານຂອງລາວ ຄືນ້ອງຊາຍອາຍຸ 3 ປີ ຕາມການລາຍງານລະບຸວ່າ: ພວກເຂົາທັງສອງຂັບລົດມາໄກກວ່າ 2,5 ກິໂລແມັດ ກ່ອນທີ່ຈະປະສົບອຸບັດຕິເຫດ ໂດຍຄົນເປັນອ້າຍໄດ້ຮັບບາດເຈັບບໍລິເວນໃບໜ້າ ສ່ວນຜູ້ເປັນນ້ອງບໍ່ໄດ້ຮັບອັນຕະລາຍ ແລະ ເຈົ້າໜ້າທີ່ນຳຕົວທັງສອງໄປໂຮງມໍ່ລັງເກີດເຫດທັນທີ. ຈາກການສອບສວນເບື້ອງຕົ້ນພົບວ່າ: ເດັກນ້ອຍທັງສອງ ອາໃສຢູ່ກັບຄອບຄົວທີ່ບ້ານ ເຊິ່ງຫ່າງຈາກຈຸດເກີດເຫດປະມານ 2,5 ກິໂລແມັດ ໂດຍທັງຄູ່ນອນຫ້ອງດຽວກັນກັບຜູ້ເປັນແມ່ ສ່ວນພໍ່ແຍກໄປນອນອີກຫ້ອງ, ຊ່ວງກ່ອນເກີດເຫດຜູ້ເປັນແມ່ລຸກໄປເຂົ້າຫ້ອງນ້ຳ ກ່ອນກັບມາທີ່ຫ້ອງແລ້ວພົບວ່າ ລູກຊາຍທັງສອງຫາຍຕົວໄປພ້ອມກັບລົດຢູູ່ບ້ານ. ຢ່າງໃດກໍຕາມເຫດການທີ່ເກີດຂຶ້ນ ເປັນຄະດີອຸບັດຕິເຫດຈາກການຂັບຂີ່ໂດຍປະມາດ ເຮັດໃຫ້ຕົນເອງແລະ ຄົນອື່ນຕົກຢູ່ໃນອັນຕະລາຍ ເຈົ້າໜ້າທີ່ຈຶ່ງຕ້ອງມີການດຳເນີນການທາງກົດໝາຍ ລວມທັງພໍ່ແມ່ຜູ້ປົກຄອງ.
ພາກັນແຕກຕື່ນ ເມື່ອງູເລືອລົງມາໃນອ່າງລອຍນ້ຳນຳ ນັກທ່ອງທ່ຽວພາກັນໜີຂຶ້ນເກືອບບໍ່ທັນ

ຜູ້ໃຊ້ TikTok @duiskimer ໄດ້ໂພສຄລິບຂອງນັກທ່ອງທ່ຽວທັງໄທ ແລະຕ່າງປະເທດຈຳນວນຫຼາຍ. ໄດ້ລົງໄປລອຍນ້ຳກັນຢ່າງມ່ວນຊື່ນ ຢູ່ໃນສະມໍລະກົດ ເຂດຮັກສາພັນສັດປ່າ ເຂດບ້ານແກ້ງໃຫຍ່ເໜືອ, ເມືອງຄອງໂທມເຫນືອ, ແຂວງກະບີ່, ແຕ່ປະກົດວ່າມີງູເຫຼືອມຂະໜາດໃຫຍ່ໂຕໜຶ່ງຍາວປະມານ 2 ແມັດເລືອຢູ່ແຄມສະນ້ຳ. ເມື່ອນັກທ່ອງທ່ຽວເຫັນ, ກໍ່ມີເຂົ້າໄປພະຍາຍາມໄລ່ມັນອອກໄປ, ແຕ່ງູດັ່ງກ່າວພັດລອຍລົງໄປໃນສະນ້ຳເລີຍ ແລະລອຍຢູ່ກົ້ນສະ ແລະເຮັດໃຫ້ນັກທ່ອງທ່ຽວຢູ່ໃນສະລອຍນ້ໍາ ທັງຄົນໄທ ແລະຄົນຕ່າງປະເທດເປັນຕຳນວນຫຼາຍ ຟ້າວໜີຂຶ້ນບົກກັນແລະກະແຈກກະຈາຍກັນໄປຄົນລະບ່ຶນ. ນັກຂ່າວໄດ້ຖາມໄປຫາເຈົ້າຂອງຄລິບດັ່ງກ່າວ ແລະໄດ້ບອກວ່າໄດ້ພາຄອບຄົວຈາກແຂວງສົງຂາມາທ່ຽວແຂວງກະບີ່. ປະກົດວ່າລະຫວ່າງທີ່ເຂົ້າໄປສະມໍລະກົດ ເພື່ອຈະຫຼິ້ນນຳຄາຍຮ້ອນກັນ ແຕ່ໃນຊ່ວງບ່າຍທີ່ຜ່ານມາ ມີງູໂຄດັ່ງກ່າວໄດ້ອອກມາ. ແລະກໍ່ລົງໄປໃນນ້ໍາກ່ອນທີ່ນັກທ່ອງທ່ຽວຈະຫນີກັນ ຂະນະທີ່ເຈົ້າໜ້າທີ່ປ່າສະຫງວນສັດປ່າເຂົາປະບາງຄາມ ໄດ້ເຂົ້າມາແລະພະຍາຍາມຈັບ ສ່ວນວ່າສາມາດຈັບໄດ້ບໍ່ນັ້ນຕົນເອງບໍ່ຮູ້ ເພາະວ່າຫຼັງຈາກທີ່ງູໄດ້ລົງໄປໃນສະນ້ຳຕົນກໍ່ໄດ້ຮີບພາຄອບຄົວກັບກ່ອນທີ່ຈະຈັບໄດ້ ຂະນະທີ່ນັກຂ່າວສອບຖາມ ໄປຍັງເຈົ້າໜ້າທີ່ ປ່າສະຫງວນ ສັດປ່າຂອງປະບາງຄາມ ບອກວ່າ ພະນັກງານ ຈັບງູ ໄດ້ແລ້ວ. ແລະນຳໄປປ່ອຍໃນປ່າເລິກ ເຊິ່ງເຫດການແບບນີ້ເກີດຂຶ້ນທຸກໆປີໃນລະດູຮ້ອນ ສ່ວນມື້ນີ້ ໄດ້ມີນັກທ່ອງທ່ຽວພະຍາຍາມຕ້ອມຮັບ ເຮັດໃຫ້ງູເລືອໄປໃນນ້ຳຈົນຫມົດແຮງ ເຊິ່ງແມ່ນຍ້ອນເຈດຕະນາດີທີ່ຈະຊ່ວຍຈັບງູ ແຕ່ງູໂຕນັ້ນ, ຫຼັງຈາກລົງນ້ຳແລ້ວ, ຈະຂຶ້ນມາດ້ວຍຕົວມັນເອງ.ໂດຍບໍ່ຈໍາເປັນຕ້ອງໄປຕ້ອມມັນ ແນວໃດກໍ່ຕາມ, ຫຼັງຈາກຄລິບດັ່ງກ່າວຖືກເຜີຍແຜ່, ກໍໄດ້ມີຊາວເນັດເຂົ້າໄປຄັອມເມັ້ນກັນຢ່າງມ່ວນມ່ວນວ່າງູຄົງຈະຮ້ອນ. ແລະຢາກລົງໄປຫຼິ້ນນ້ຳນຳ
ສາວສັນຊາດລາວ ເກີດລູກຊາຍໃນລົດກະບະ ທີ່ປະເທດໄທ

ເວລາ 02:00 ໂມງ ຂອງວັນທີ 10 ພຶດສະພາ 2023, ອາສາສະໝັກ ມູນນິທິ ປໍເຕັກຕຶ້ງ ໄດ້ຮັບແຈ້ງເຫດວ່າ ມີແມ່ຍິງເກີດລູກ ຢູ່ໃນລົດກະບະ ຢູ່ເສັ້ນທາງ ທິວວານົນ. ຢູ່ໃກ້ໆແຍກສານໄພສານ, ເມືອງປາກເກັດ ແຂວງນົນທະບູລີ ຟ້າວໄປຊ່ວຍເຫຼືອທັນທີ ຈຸດເກີດເຫດພົບເຫັນລົດກະບະ ຍີ່ຫໍ້ ໂຕໂຢຕ້າ. Hilux Revo ສີດໍາ ໝາຍເລກທະບຽນ 8 ກ6764 ກຸງເທບ, ຢູ່ບໍລິເວນບ່ອນນັ່ງເບື້ອງຫລັງ ພົບເຫັນຜູ້ຍີງ 1 ຄົນ ຊື່ວ່າ ນາງ XEM ສັນຊາດລາວ ທີ່ເກີດລູກອອກມາເປັນເພດຊາຍ.ໂດຍມີຜູ້ເປັນຜົວ, ທ້າວ ພາກພູມ ອາຍຸ 22 ປີ ອາຊີບຮັບເໝົາທົ່ວໄປ, ຢູ່ໃນອາການດີໃຈ ແລະ ຕົກໃຈທີ່ເມຍເກີດລູກຢູ່ໃນລົດ. ພະນັກງານມູນນິທິ ອາສາສະມັກປໍເປັກຕຶ່ງ ຮີບຟ້າວນຳສົ່ງຄົບໄປໂຮງໝໍ ກົມຊົນລະປະທານ ປາກເກັດ. ທ້າວ ພາກພູມ ບອກວ່າ: […]
ເກີດເຫດແຜ່ນດິນໄຫວ ຢູ່ແຂວງຫຼວງພະບາງ ແລະ ແຂວງອຸດົມໄຊ

Breaking news, ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານສະພາບການເກີດແຜ່ນດິນໄຫວ ໃນຄັ້ງວັນທີ 9 ພຶດສະພາ 2023, ເວລາ 21:04 ໂມງ. ຈາກສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໃນຂອບເຂດທົ່ວປະເທດເຊິ່ງໄດ້ພົບ ສັນຍານການເກີດແຜ່ນດິນໄຫວພາຍ ໃນປະເທດລາວ ຈໍານວນ 1 ຄັ້ງ, ໃນບໍລິເວນ ແຂວງ ຫລວງພະບາງ ລາຍລະອຽດຂອງການເກີດແຜ່ນດິນໄຫວ ມີຄືດັ່ງລຸ່ມນີ້: ໃນເວລາ 21:04:00 ຂອງໂມງທ້ອງຖິ່ນໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານທີ 19.904°N ແລະ ເສັ້ນ ແວງທີ່ 102.134 E ຄວາມແຮງສັ່ນສະເທືອນວັດແທກໄດ້ 2.8 ຣິກເຕີ, ເຊິ່ງມີຄວາມເລີກຈາກເທິງໜ້າດິນປະມານ 10 Km ຈຸດສູນກາງເກີດແຜ່ນດິນໄຫວຢູ່ ບໍລິເວນ ບ້ານ ວັດທະນະທຳ ຊຽງແມນ ເມືອງ ຈອມເພັດ ແຂວງ ຫລວງພະບາງ, ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນ ຫ່າງຈາກເທສະບານ ເມືອງ ຈອມເພັດ ປະມານ […]
ເຫດໂຈນສວຍໂອກາດບຸກຂຶ້ນເຮືອນປະຊາຊົນ ທີ່ເມືອງລະມາມ ແຂວງເຊກອງ

ອີງຕາມການລາຍງານຂອງເຈົ້າຂອງເຟສບຸກຊື່ວ່າ Koy Chanthida ໄດ້ໂພສແຈ້ງເຕືອນໄພ ເນື່ອງຈາກໃນຕອນເຊົ້າເວລາ 8 ໂມງ ຂອງວັນທີ 9 ພຶດສະພາ 2023 ທີ່ເມືອງລະມາມ ແຂວງເຊກອງ ມີໂຈນສວຍໂອກາດບຸກເຂົ້າເຮືອນຂອງຕົນ ໂດຍຕອນນັ້ນມີພຽງລູກຊາຍປະມານ 7-10 ປີ ທີ່ເອົານ້ອງນ້ອຍອາຍຸປະມານ 8 ເດືອນ ຫາ ປີປາຍ ຢູ່ເຮືອນຕາມລຳພັງ ເຊິ່ງພໍ່ແມ່ບໍ່ຢູ່ ເນື່ອງຈາກທຸກຄົນອອກໄປວຽກ ສ່ວນຜູ້ເປັນແມ່ ແລ່ນອອກໄປສົ່ງຫຼານຢູ່ຮງຮຽນກະວ່າບຶດດຽວກັບ. ຂະນະເວລາທີ່ອອກໄປໂຈນໄດ້ບຸກເຂົ້າເຮືອນ ແລະ ບຸກຂຶ້ນໄປຊັ້ນ 2 ເພື່ອງັດຫ້ອງ ແຕ່ໂຊກດີທີ່ໂຈນບໍ່ໄດ້ຊັບສິນຫຍັງ ລະກະບໍ່ມີໃຜເປັນຫຍັງ. ສ່ວນຜູ້ເປັນລູກກໍໄດ້ຕັ້ງສະຕິ ຈຶ່ງອຸ້ມນ້ອງຂື້ນລົດຖີບໄຟຟ້າໄປຫາແມ່ເຖົ້າຢູ່ຕະຫລາດ.ຖ້າ ໃຜໃຫ້ເບາະແສຮູ້ແມ່ນໃຜໃຫ້ເລີຍ 5.000.000ກີບ. ຄລິບ ທີ່ມາ Koy Chanthida
ເກີດອຸບັດຕິເຫດລົດພວງ ຢຽບຜູ້ຂັບຂີ່ລົດຈັກ ເສຍຊີວິດຄາທີ

ໃນວັນທີ 9 ພຶດສະພາ 2023, ເວລາປະມານ 12:30 ໂມງ ໄດ້ເກີດອຸບັດຕິເຫດລົດພວງ ຢຽບຜູ້ຂັບຂີ່ລົດຈັກ ເສຍຊີວິດຄາທີ່ຢຸ່ເສັ້ນທາງ 5 ແຍກດົງຈອງ ບ້ານແສງສະ ຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ເຈົ້າໜ້າທີ່ກູ້ໄພ ໃຫ້ຂໍ້ມູນເບື້ອງຕົ້ນໃຫ້ຮູ້ວ່າ ຜູ້ເສຍຊີວິດເປັນເພດຍິງ ຢູ່ບ້ານສາລາຄຳ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ສ່ວນລາຍລະອຽດຈະລາຍງານເພີ່ມເຕີມຈະລາຍງານໃຫ້ທ່ານຊາຍອີກ. ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ເສຍຊີວິດດ້ວຍ. ຂໍ້ມູນ: ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ.
ພົບເພີ່ມ ອະດີດພຣະຄົມ ຝັງຄຳ ແລະ ເງິນລວມກວ່າ 180 ລ້ານບາດ ຢູ່ເທິງພູ

ພົບເພີ່ມ ອະດີດພຣະຄົມ ຝັງຄຳ ແລະ ເງິນລວມກວ່າ 100 ລ້ານບາດ ຢູ່ເທິງພູ ຕຳຫຼວດເລັ່ງສອບສວນເສັ້ນທາງຂອງເງິນ ເພື່ອຂະຫຍາຍຜົນເພີ່ມຕື່ມ ມື້ນີ້ (8 ພຶດສະພາ 2023) , ພົນໂທ ຈິລະພອນ ພູລິດເດດ ຜູ້ບັນຊາການກອງບັນຊາການສອບສວນກາງ ກ່າວເຖິງການຈັບກຸມ ອະດີດພະສົງທີ່ມີຊື່ສຽງຮ່ວມກັບພວກ ສໍ້ໂກງເງິນຂອງວັດຫຼາຍກວ່າ 180 ລ້ານບາດ ຊຶ່ງຫຼັກຖານຊັດເຈນວ່າ ອະດີດພຣະຄົມນັ້ນ ເຮັດຜິດຈິງ ຄືກວດສອບພົບວ່າມີການນຳເອົາເງິນເຮັດບຸນ ເງິນບໍລິຈາກເຂື່ອງໄວ້ໃນບັນຊີຂອງນ້ອງສາວຈຳນວນ 70 ລ້ານກວ່າບາດ, ແລະເງິນສົດອີກ 51 ລ້ານບາດ ຢູ່ພາຍໃນຫ້ອງພັກ ທີ່ມີການຫຸ້ມຫໍ່ໄວ້ເປັນຢ່າງດີໃນກະເປົ໋າທີ່ກຽມເຄື່ອນຍ້າຍ. ນອກຈາກນັ້ນ, ອະດີດພຣະຄົມ ຮັບສາລະພາບວ່າໄດ້ກະທໍາຜິດແທ້ ເຊິ່ງມື້ວານນີ້ ພະນັກງານໄດ້ຂະຫຍາຍຜົນຕື່ມອີກ ຈົນພົບຄຳແທ່ງມູນຄ່າປະມານ 19 ລ້ານບາດ ພ້ອມດ້ວຍເງິນສົດ 80 ລ້ານບາດ ຊຸກເຊື່ອງໄວ້ໃນດິນເທິງພູ. ເຊິ່ງການຂະຫຍາຍຜົນຄັ້ງນີ້ ມາຈາກການສືບສວນ-ສອບສວນຂອງຜູ້ຖືກຫາ ສ່ວນການຍັກຍອບເອົາເງິນໃນຄັ້ງນີ້ ໄດ້ເຮັດມາແລ້ວປະມານ 3 ປີ ຕັ້ງແຕ່ປີ […]
ເຈົ້າໜ້າທີ່ ມອບ-ຮັບ ຜູ້ຖືກຫາກັບຄືນປະເທດໄທ

ໃນວັນທີ 5 ພຶດສະພາ 2023 ນີ້ ທີ່ດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ເຈົ້າໜ້າທີ່ກົມຕຳຫຼວດສືບສວນ – ສອບສວນ ກົມໃຫຍ່ຕຳຫຼວດ, ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ມອບຜູ້ຖືກຫາ 2 ຄົນຄື: ທ້າວ ທົງໄຊ ພະນິນທອນ ອາຍຸ 42 ປີ, ສັນຊາດ ໄທ ແລະ ທ້າວ ສະກາດ ພັນທຸລີ, ອາຍຸ 31 ປີ, ສັນຊາດ ໄທ ໃຫ້ແກ່ເຈົ້າຫນ້າທີ່ຕຳຫຼວດ ລາດຊະອານາຈັກ ໄທ ໂດຍເຊິ່ງຝ່າຍລາວນຳໂດຍ ພັທ ສິງແກ້ວ ວົງພະຈັນ ຮອງຫົວໜ້າກົມຕຳຫຼວດສືບສວນ-ສອບສວນ ຝ່າຍລາດຊະອານາຈັກໄທ ນຳໂດຍ ພັນຕຳຫຼວດເອກ ກິດມົງຄົນ ບູລະນະພັກດີ ຜູ້ກຳກັບການຕຳຫຼວດກວດຄົນເຂົ້າ-ອອກ ເມືອງຈັງຫວັດໜອງຄາຍ ລາດຊະອານາຈັກໄທ ພ້ອມດ້ວຍຄະນະທັງ 2 ຝ່າຍເຂົ້າຮ່ວມ […]