ມອບຮັບຂອງຂວັນເປັນເຄື່ອງບິນໂບອິງ ມູນຄ່າກວ່າ 400 ລ້ານໂດລາສະຫະລັດ ຈາກກາຕາຣ໌

ຫຼັງຈາກຕົກເປັນກະແສວິພາກວິຈານ ແລະ ສ້າງຄວາມກັງວົນດ້ານຄວາມປອດໄພກໍລະນີກາຕາຣ໌ຈະມອບຂອງຂວັນເປັນເຄື່ອງບິນໂບອິງ ມູນຄ່າກວ່າ 400 ລ້ານໂດລາສະຫະລັດ ລ່າສຸດສະຫະລັດຮັບມອບເຄື່ອງບິນລໍານີ້ແລ້ວ ກະກຽມດັດແປງນໍາເຂົ້າຮ່ວມຝູງບິນແອຣ໌ຟໍຊ໌ວັນ ວັນນີ້ (22 ພຶດສະພາ 2025) ໂຄສົກ ກະຊວງປ້ອງກັນປະເທດ ແລະ ຄວາມໝັ້ນຄົງແຫ່ງຊາດສະຫະລັດເປີດເຜີຍວ່າ ພີທ ເຮກເຊທ ລັດຖະມົນຕີກາໂຫມ ໄດ້ຮັບມອບເຄື່ອງບິນໂບອິງ 747 ຈາກກາຕາຣ໌ແລ້ວຕາມກົດລະບຽບຂອງລັດຖະບານກາງ ໂດຍເຄື່ອງບິນລໍາດັ່ງກ່າວຈະຕ້ອງໄດ້ຮັບການດັດແປງກ່ອນນໍາໄປເປັນ ເຄື່ອງບິນປະຈໍາຕໍາແໜ່ງປະທານາທິບໍດີສະຫະລັດ ຫຼື ແອຣ໌ຟໍຊ໌ວັນ ເປັນການຊົ່ວຄາວ ລະຫວ່າງລໍບໍລິສັດໂບອິງສົ່ງລໍາໃໝ່ມາໃຫ້ ເຄື່ອງບິນລໍານີ້ເປັນຂອງຂວັນຈາກລາຊວົງກາຕາຣ໌ທີ່ມອບໃຫ້ໂດນັລ ທຣໍາ ຜູ້ນໍາສະຫະລັດ ມູນຄ່າ 400 ລ້ານໂດລາສະຫະລັດ ຄາດວ່າຕ້ອງໃຊ້ເວລາໃນການດັດແປງນານຫຼາຍປີກ່ອນນໍາມາໃຊ້ງານໄດ້ຈິງ ທັງການຕິດຕັ້ງລະບົບຮັກສາຄວາມປອດໄພເພີ່ມເຕີມ ແລະ ການອັບເກຣດທີ່ຈໍາເປັນສໍາລັບການເດີນທາງຂອງຜູ້ນໍາສະຫະລັດ ຊຶ່ງລວມເຖິງຄວາມສາມາດໃນການຕ້ານທານຄື່ນແມ່ເຫຼັກໄຟຟ້າຈາກການລະເບີດນິວເຄລຍ ແລະ ການເຕີມເຊື້ອໄຟກາງອາກາດ ໂດຍມີການປະເມີນດ້ວຍວ່າຕົ້ນທຶນໃນການດໍາເນີນການດັດແປງ ອາດສູງເຖິງ 1,000 ລ້ານໂດລາສະຫະລັດ ປະເດັນການມອບເຄື່ອງບິນເປັນຂອງຂວັນນີ້ກໍ່ໃຫ້ເກີດຄວາມກັງວົນດ້ານຄວາມປອດໄພ ລວມເຖິງເກີດສຽງວິພາກວິຈານ ແລະ ຄໍາຖາມກ່ຽວກັບຈະລິຍະທໍາ ແລະ ຄວາມຖືກຕ້ອງ […]
ພົບແບັກທີເຣັຍພັນໃໝ່ເທິງສະຖານີອະວະກາດ “ທຽນກົງ” ຂອງຈີນ

ຈີນພົບແບັກທີເຣຍສາຍພັນທຸ໌ໃໝ່ທີ່ບໍ່ເຄີຍພົບເທິງໂລກມາກ່ອນ ຢູ່ໃນສະຖານີອະວະກາດທຽນກົງ ແລະເບິ່ງຄືວ່າມັນຈະສາມາດປັບຕົວກັບສະຖານະການຢູ່ນັ້ນໄດ້ດີ ສໍານັກຂ່າວ ຊີຊີທີວີ ສື່ໂທລະພາບແຫ່ງຊາດຂອງຈີນລາຍງານໃນວັນທີ່ 21ພຶດສະພາ 2025 ວ່າ ນັກບີນອະວະກາດຈີນພົບແບັກທີເຣຍທີ່ມີລັກສະນະເປັນທ່ອນຂະໜາດນ້ອຍ ຊຶ່ງບໍ່ເຄີຍເຈີທີ່ໃດເທິງໂລກມາກ່ອນ ຢູ່ພາຍໃນຫ້ອງຄວບຄຸມຂອງສະຖານີອະວະກາດທຽນກົງ ແລະ ມັນອາໄສຢູ່ໃນສະພາວະໄຮ້ນ້ຳໜັກ ໂດຍເຈົ້າໜ້າທີ່ຕັ້ງຊື່ໃຫ້ມັນວ່າ “ນີອັລລີຍາ ທຽນກົງເຈນຊິສ” (Niallia tiangongensis) ນັກບີນອະວະກາດເກັບຕົວຢ່າງແບັກທີເຣຍດັ່ງກ່າວຈາກສະຖານີອະວະກາດທຽນກົງເມື່ອເດືອນພຶດສະພາ 2023 ແລ້ວສົ່ງມັນກັບໂລກໃນສະພາບຖືກແຊ່ແຂງເພື່ອສຶກສາ ໂດຍມີເປົ້າໝາຍເພື່ອສຶກສາພຶດຕິກໍາຂອງສິ່ງມີຊີວິດຂະໜາດນ້ອຍຊະນິດນີ້ ຊຶ່ງຖືກພົບໃນສະພາບແວດລ້ອມແບບປິດຢ່າງສິ້ນເຊີງ ຜົນການສຶກສາຊຶ່ງເຜີຍແຜ່ໃນວາລະສານ Systematic and Evolutionary Microbiology ບັນຍາຍວ່າ ການວິເຄາະຕົວຢ່າງດັ່ງກ່າວສະແດງໃຫ້ເຫັນວ່າ ແບັກທີເຣຍຕົວນີ້ເປັນສາຍພັນທຸ໌ໃໝ່ຂອງແບັກທີເຣຍໃນຕະກູນ (genus) “ນີອັລລີຍາ” ແລະ ຜົນການກວດສອບລໍາດັບຍີນພົບວ່າຍາດທີ່ໃກ້ຊິດທີ່ສຸດຂອງມັນແມ່ນແບັກທີເຣຍ “ນີອັລລີຍາ ເຊີຄູລັນສ໌” ຊຶ່ງມີຢູ່ເທິງໂລກ ຢ່າງໃດກໍ່ຕາມ ສາຍພັນທຸ໌ທຽນກົງມີຍີນຕ່າງກັນຫຼາຍ ນີອັລລີຍາທຽນກົງເຈນຊິສ ມີຄວາມແຕກຕ່າງທາງໂຄງສ້າງ ແລະ ການເຮັດວຽກ ໝາຍຄວາມວ່າມັນປັບຕົວຢ່າງດີເພື່ອອາໄສຢູ່ໃນສະຖານີອະວະກາດ ມັນມີຄວາມສາມາດໃນການຍ່ອຍສະລາຍເຈລາຕິນໃນຮູບແບບທີ່ບໍ່ເໝືອນໃຜ ເຮັດໃຫ້ມັນສາມາດກິນໂປຣທີນຊະນິດນີ້ເພື່ອເອົາຊີວິດລອດໃນສະພາບແວດລ້ອມທີ່ຂາດສານອາຫານຢ່າງເທິງສະຖານີອະວະກາດໄດ້ ນອກຈາກນັ້ນ […]
ຜົນກະທົບຈາກສິນຄ້າຈີນ “ພານາໂຊນິກ” ກຳໄລຫຼຸດລົງ ຍອດຂາຍຕົກ ປົດອອກພະນັກງານ 10,000 ຕຳແໜ່ງ

“ພານາໂຊນິກ” ປັບໂຄງສ້າງອົງກອນ – ປົດຄົນຄັ້ງໃຫຍ່ ສື່ຂອງຍີ່ປຸ່ນລາຍງານວ່າ “ພານາໂຊນິກ ໂຮລດິງສ໌” ບໍລິສັດຍັກໃຫຍ່ດ້ານເອເລັກໂທຣນິກຂອງຍີ່ປຸ່ນ ວາງແຜນທີ່ຈະເລີກຈ້າງພະນັກງານປະມານ 10,000 ຄົນ ຫຼືປະມານ 5% ຂອງພະນັກງານທົ່ວໂລກ ເປັນຄວາມຕ້ອງການປັບໂຄງສ້າງຄັ້ງໃຫຍ່ ໂດຍເນັ້ນໄປທີ່ການຕັດທຸລະກິດທີ່ບໍ່ມີກໍາໄລ ຂໍ້ມູນລະບຸວ່າຈະມີການເອົາຄົນອອກ ຫຼື ເລີກຈ້າງພະນັກງານ ແບ່ງເປັນໃນຍີ່ປຸ່ນ 5,000 ຕໍາແໜ່ງ ແລະທົ່ວໂລກອີກ 5,000 ຕໍາແໜ່ງ ຊຶ່ງຂະບວນການຫຼຸດພະນັກງານນີ້ ສ່ວນໃຫຍ່ຈະເກີດຂຶ້ນພາຍໃນປີງົບປະມານ ທີ່ຈະສີ້ນສຸດໃນເດືອນມີນາຄົມ 2026 ຜ່ານມາດຕະການຕ່າງໆ ເຊັ່ນ: ໂຄງການກະສຽນອາຍຸກ່ອນກໍານົດ ໂດຍສ່ວນໃຫຍ່ຈະເປັນຝ່າຍຂາຍແລະຝ່າຍບໍລິຫານ ໂດຍພານາໂຊນິກຕັ້ງເປົ້າທີ່ຈະທຸ່ມທຸນທຸບຫຼາຍຂຶ້ນໃນການບໍລິການທີ່ໃຊ້ AI ສໍາລັບລູກຄ້າຂອງບໍລິສັດ ພ້ອມກັນນັ້ນ ບໍລິສັດກໍາລັງພິຈາລະນາຂາຍທຸລະກິດໂທລະພາບ ແລະ ແຍກຫົວໜ່ວຍງານທີ່ຊ່ຽວຊານດ້ານເຄື່ອງໃຊ້ໃນບ້ານ ເຄື່ອງປັບອາກາດ ແລະລະບົບໄຟ ທ່ານ ຄູຊູມິ ຍູກິ ປະທານກໍາມະການບໍລິຫານ ຫຼື CEO ຂອງພານາໂຊນິກ ກ່າວເມື່ອວັນສຸກທີ່ 9 […]
ກ້າວແລກສູ່ສັງວຽນ ຈີນຈັດແຂ່ງຫຸ່ນຍົນຊົກມວຍນັດແລກຂອງໂລກ

ຈີນຈັດການແຂ່ງຂັນຊົກມວຍນັດປະຫວັດສາດ ດ້ວຍການນຳຫຸ່ນຍົນຮິວແມນນອຍດ໌ມາຊົກກັນ ເປັນຄັ້ງແລກຂອງໂລກ ຊຶ່ງການຊົກຈະຈັດຂຶ້ນທີ່ເມືອງຫາງໂຈວ ໃນແຂວງເຈີ້ຈຽງ ໂດຍຫຸ່ນຍົນທີ່ຈະຂຶ້ນຊົກເປັນຫຸ່ນຍົນຈາກບໍລິສັດ Unitree Robotics ໃນເມືອງຫາງໂຈວ ທີມອ້າຍລ້ຽງກໍກຳລັງທົດສອບລະບົບ ລວມທັງອອກແບບທ່າຊົກຂອງຫຸ່ນຍົນທັງສອງຕົວ ໃຫ້ຊົກຄູ່ຕໍ່ສູ້ໄດ້ຢ່າງແມ່ນຢຳ ມີທັງຫມັດແຢັບ, ຫມັດຮຸກ ເໝືອນນັກຊົກທີ່ເປັນຄົນຈິງໆ ນອກຈາກນີ້, ຕົວຮ່າງກາຍດີ້ຂອງຫຸ່ນຍົນກໍຕ້ອງອອກແບບມາໃຫ້ມີຄວາມທົນທານ ເພາະເວລາຖືກຫມັດໜັກໆ ຂອງຄູ່ຊົກ ຫຸ່ນຍົນຈະໄດ້ບໍ່ເພ ແລະ ສາມາດຊົກຕໍ່ໄດ້ ແລະ ຖ້າຫຸ່ນຍົນໂດນຊົກຈົນລົ້ມລົງໄປ ກໍສາມາດລຸກຂຶ້ນມາຊົກໃໝ່ໄດ້ດ້ວຍ ຫຸ່ນຍົນຊົກມວຍຍັງໄດ້ຮັບການປ້ອນໂປຣແກຣມໃຫ້ຮຽນຮູ້ເຕັກນິກຊົກມວຍຂອງນັກຊົກດັງໆ ຈາກທົ່ວໂລກ ຊຶ່ງການພັດທະນາເຫຼົ່ານີ້ ຈະຊ່ວຍພັດທະນາເຕັກໂນໂລຢີການສ້າງຫຸ່ນຍົນທັງໝົດໃຫ້ກ້າວໜ້າໄປອີກຂັ້ນ ການຊົກມວຍຫຸ່ນຍົນນັດນີ້ຈະຊົກກັນວັນອາທິດທີ 25 ພຶດສະພານີ້ ຊຶ່ງໄດ້ຮັບການສະໜັບສະໜູນຈາກຫຼາຍພາກສ່ວນໃນປະເທດຈີນ ຕອນນີ້ນັກມວຍກໍກຳລັງຝຶກຊ້ອມກັນຢ່າງໜັກ ກ່ອນການຊົກທີ່ຈະມາເຖິງໃນວັນອາທິດນີ້
ເກີດເຫດ ‘ລະເບີດພຼີຊີບ’ ລົດເມນັກຮຽນໃນປາກີສຖານ ຕາຍ 4 ບາດເຈັບກວ່າ 30 ຄົນ

ເອເອຟພີລາຍງານວ່າ ເກີດເຫດລະເບີດພຼີຊີບໃນປາກີສຖານໃນວັນພຸດ (21 ພຶດສະພາ) ມຸ່ງເປົ້າໄປທີ່ລົດເມຮັບສົ່ງນັກຮຽນຂອງໂຮງຮຽນສັງກັດໜ່ວຍງານທະຫານທາງຕາເວັນຕົກສ່ຽງໃຕ້ຂອງປາກີສຖານ ເຮັດໃຫ້ມີເດັກເສຍຊີວິດຢ່າງໜ້ອຍ 4 ຄົນ ແລະ ມີຄົນບາດເຈັບອີກກວ່າ 30 ຄົນ ຢາຊີ ອິກບັນ ດາສຕິ ເຈົ້າໜ້າທີ່ລັດທ້ອງຖິ່ນລະດັບອາວຸໂສໃນເຂດຄຸສດາ ແຂວງບາລູຈິສຖານ ເປີດເຜີຍວ່າ ລົດເມຮັບສົ່ງນັກຮຽນຂອງໂຮງຮຽນທະຫານ (Army Public School) ຕົກເປັນເປົ້າໝາຍ ແລະ ສາເຫດຂອງເຫດການລະເບີດກຳລັງຢູ່ລະຫວ່າງການສືບສວນ ຊຶ່ງເບື້ອງຕົ້ນບົ່ງຊີ້ວ່າເປັນລະເບີດພຼີຊີບ ເຈົ້າໜ້າທີ່ຕຳຫຼວດລະດັບອາວຸໂສຢືນຢັນຍອດຜູ້ເສຍຊີວິດກັບເອເອຟພີ ແຕ່ບໍ່ເປີດເຜີຍຊື່ຜູ້ເສຍຊີວິດ ແລະ ຄາດວ່າຍອດຜູ້ເສຍຊີວິດອາດເພີ່ມຂຶ້ນອີກ ທັງນີ້, ປົກກະຕິແລ້ວລົດໂຮງຮຽນຈະຮັບສົ່ງລູກຫຼານທະຫານ ແລະ ພົນລະເຮືອນທີ່ອາໄສຢູ່ໃນພື້ນທີ່ ໃນປີ 2014, ລົດໂຮງຮຽນທະຫານໃນເຂດເປຊາວາ ໃນແຂວງໄຄເບີ ປັກຕຸນຄວາທາງຕາເວັນຕົກສ່ຽງເໜືອຂອງປາກີສຖານ ຖືກມືປືນກວາດຍິງ ສັງຫານຜູ້ຄົນໄປກວ່າ 150 ຄົນ ແລະ ສ່ວນໃຫຍ່ເປັນນັກຮຽນ ການໂຈມຕີຢ່າງໂຫດຮ້າຍນັ້ນ ກະຕຸ້ນໃຫ້ທາງການປາກີສຖານຕ້ອງປາບປາມກຸ່ມກໍ່ການຮ້າຍທີ່ເພີ່ມຂຶ້ນມາຫຼາຍປີໃນເຂດຊາຍແດນ ດ້ານໂມຊິນ […]
ຫວຽດນາມຈັບມືສະຫະລັດ ພັດທະນາ ‘ໂຮງໄຟຟ້ານິວເຄລຍ’ ຮ່ວມລົງທຶນ-ຖ່າຍທອດເຕັກໂນໂລຢີ

“ເວສຕິ້ງເຮົາສ໌” (Westinghouse) ບໍລິສັດສ້າງໂຮງໄຟຟ້ານິວເຄລຍໃນສະຫະລັດ ໄດ້ລົງນາມໃນບັນທຶກຄວາມເຂົ້າໃຈຮ່ວມກັບ “ເປໂຕຣຫວຽດນາມ” (PetroVietnam) ບໍລິສັດພະລັງງານລາຍໃຫຍ່ທີ່ສຸດຂອງຫວຽດນາມ ເພື່ອພັດທະນາ “ໂຮງໄຟຟ້ານິວເຄລຍ” ຕາມລາຍງານຂອງທາງການຮ່າໂນ້ຍເມື່ອວັນອັງຄານ (20 ພຶດສະພາ) ຂະນະທີ່ຫວຽດນາມພະຍາຍາມຫຼີກລ່ຽງການຖືກເກັບພາສີໃນອັດຕາສູງຈາກລັດຖະບານທຣັມປ໌ ຂໍ້ຕົກລົງດັ່ງກ່າວມຸ່ງເນັ້ນທີ່ຮູບແບບການລົງທຶນໃນໂຄງສ້າງພື້ນຖານດ້ານພະລັງງານ, ການຖ່າຍທອດເຕັກໂນໂລຢີ ແລະ ການຝຶກອົບຮົມຊັບພະຍາກອນມະນຸດ ຕາມທີ່ລະບຸໄວ້ໃນຂໍ້ຕົກລົງ ທັງນີ້, ຮ່າໂນ້ຍ ແລະ ວໍຊິງຕັນກຳລັງຢູ່ໃນ “ຊ່ວງເຈລະຈາການຄ້າຮອບທີສອງ” ຫຼັງຈາກປະທານາທິບໍດີໂດນັລ ທຣັມປ໌ ຂອງສະຫະລັດຂູ່ຈະຮຽກເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມໃນອັດຕາ 46% ຫວຽດນາມມີດຸນການຄ້າເກີນດຸນກັບສະຫະລັດ ຫຼາຍເປັນ “ອັນດັບສາມ” ຂອງໂລກ ຮອງຈາກຈີນ ແລະ ເມັກຊິໂກ ແລະ ກຳລັງເລັ່ງຫາທາງແກ້ໄຂຄວາມບໍ່ສົມດຸນທາງການຄ້າ ເພື່ອຫຼີກລ່ຽງການຖືກເກັບພາສີຕາມທີ່ຖືກຂູ່ ເໜືອງ ຮ່ອງ ດຽນ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຂອງຫວຽດນາມກ່າວລະຫວ່າງການປະຊຸມກັບຜູ້ບໍລິຫານຂອງເວສຕິ້ງເຮົາສ໌ວ່າ ຄວາມຮ່ວມມືດ້ານການພັດທະນາພະລັງງານຈະເປັນພະລັງຂັບເຄື່ອນທີ່ສຳຄັນ ຊຶ່ງມີສ່ວນຊ່ວຍ ‘ປັບສົມດຸນການຄ້າ’ ລະຫວ່າງຫວຽດນາມ ແລະ ສະຫະລັດ” […]
ເອກະສານຮົ່ວໄຫຼ ‘ສະຫະລັດ’ ກຽມເຮັດສົງຄາມ ‘ຈີນ’ ໄລຍະຍາວ ສ່ຽງໂຈມຕີຖານທັບ

ເມື່ອຕົ້ນເດືອນພຶດສະພານີ້, ພົນອາກາດຕີດັກ ວິກເຄີດ ໄດ້ເອີ້ນຜູ້ນຳພົນເຮືອນໃນພື້ນທີ່ຢູ່ໃກ້ ມາພົບກັນທີ່ຖານທັບອາກາດເອັດເວີດສ໌ ໃນລັດແຄລິຟໍເນຍ ປະເທດ ສະຫະລັດ ເພື່ອເຕືອນພວກເຂົາວ່າ ຫາກ ຈີນໂຈມຕີໄຕ້ຫວັນ ໃນອີກບໍ່ເທົ່າໃດປີຂ້າງໜ້າ ຄວນເລີ່ມຕົ້ນກຽມພ້ອມຮັບມືກັບຄວາມວຸ້ນວາຍທີ່ອາດເກີດໃນເຂດໃກ້ຄຽງ ລາຍງານອັນໜ້າຕື່ນຕາຕື່ນໃຈຂອງ ກອງທັບສະຫະລັດ ໄດ້ຮົ່ວໄຫຼໄປໃນໂລກໂຊຊຽ ຊຶ່ງເປັນຄຳເຕືອນຈາກວິກເຄີດ ໜຶ່ງໃນນັກບິນທີ່ມີປະສົບການຫຼາຍທີ່ສຸດຄົນໜຶ່ງຂອງສະຫະລັດ ຊຶ່ງປັດຈຸບັນເປັນຜູ້ບັງຄັບບັນຊາການກອງບິນທົດສອບທີ 412 ໄດ້ບັນລະຍາຍສະຫຼຸບເຖິງ ສະຖານະການ ກອງທັບຈີນ ທີ່ຄ່ອຍໆ ຂະຫຍາຍເຕີບໂຕຢ່າງວ່ອງໄວ ແລະ ສະຫະລັດໄດ້ກຽມພ້ອມຮົບໃນສົງຄາມຄັ້ງໃຫຍ່ ເຄື່ອງບິນລ້ຳສະໄໝຂອງສະຫະລັດທີ່ຜະລິດໃນ “ແອໂຣສເປສວັລເລ” ຊຶ່ງຕັ້ງຢູ່ໃກ້ກັບລັດແຄລິຟໍເນຍ ໂດຍສະເພາະເຄື່ອງບິນ B-21 ເປັນເຄື່ອງບິນຈູ່ໂຈມ ຊຶ່ງປັດຈຸບັນມາແທນທີ່ເຄື່ອງບິນຖິ້ມລະເບີດ ສະເຕລທ໌ B-2 ສ້າງຂຶ້ນໃນປີທົດສະວັດ 1990 ຖືເປັນເຄື່ອງມືຕໍ່ກອນທີ່ສຳຄັນ ເຮັດໃຫ້ປັກກິ່ງບໍ່ກ້າໂຈມຕີ ເຖິງຢ່າງໃດກໍຕາມ ຫາກການຢັບຢັ້ງບໍ່ເປັນຜົນສຳເລັດ ນັ້ນໝາຍຄວາມວ່າ ມີແນວໂນ້ມທີ່ຈີນຈະໂຈມຕີສະຫະລັດດ້ວຍ ລວມເຖິງໂຮງງານນອດລູມ ກຣູມແມນ ທີ່ຕັ້ງຢູ່ໃກ້ຄຽງ ຊຶ່ງເປັນແຫຼ່ງຖານການຜະລິດເຄື່ອງບິນຮົບເຫຼົ່ານີ້ “ຫາກສົງຄາມຄັ້ງນີ້ເກີດຂຶ້ນ […]
ທຣັມປ໌ເປີດຕົວແຜນຕິດຕັ້ງ “ໂດມຄຳ” ປ້ອງກັນຂີປະນາວຸດທາງບົກ, ທະເລ, ແລະ ອາວະກາດ ພ້ອມທຸ່ມງົບ 1750 ລ້ານໂດລາ

ໂດນັລ ທຣັມປ໌ ປະທານາທິບໍດີສະຫະລັດ ເປີດຕົວແຜນຕິດຕັ້ງ “ໂດມຄຳ” ລະບົບປ້ອງກັນຂີປະນາວຸດແບບໃໝ່ ມູນຄ່າປະມານ 1750 ລ້ານໂດລາ ຄ້າຍຄືກັບໄອຣອນ ໂດມຂອງອິສຣາເອນ ເພື່ອປົກປ້ອງດິນແດນສະຫະລັດ ຈາກການໂຈມຕີດ້ວຍຂີປະນາວຸດ ທັງທາງບົກ, ທະເລ ແລະ ອາວະກາດ ວັນທີ 20 ພຶດສະພາ 2025 ທ່ານໂດນັລ ທຣັມປ໌ ປະທານາທິບໍດີສະຫະລັດ ປະກາດເປີດຕົວໂຄງການ “ໂກລເດນ ໂດມ” (Golden Dome) ລະບົບປ້ອງກັນຂີປະນາວຸດແຫ່ງອະນາຄົດ ໂດຍລະບຸວ່າ ໂຄງການນີ້ໄດ້ຮັບແຮງບັນດານໃຈຈາກລະບົບ “ໂດມເຫຼັກ” (Iron Dome) ຂອງອິສຣາເອນ ແຕ່ຈະມີຂະໜາດໃຫຍ່ກວ່າ ແລະ ສາມາດປ້ອງກັນໄພຂົ່ມຂູ່ທາງອາກາດໄດ້ຮອບດ້ານ ທັງຂີປະນາວຸດແບບຄວາມໄວເໜືອສຽງ, ຂີປະນາວຸດພິໄສໄກ ຕະຫຼອດຈົນລະບົບໂຈມຕີຈາກວົງໂຄຈອນອາວະກາດ (Fractional Orbital Bombardment Systems) ຜູ້ນຳສະຫະລັດລະບຸວ່າໄດ້ມອບໝາຍໃຫ້ ພົນເອກໄມເຄິລ ເກັດໄລນ໌ ຮອງຜູ້ບັນຊາການກອງທັບອາວະກາດເປັນຜູ້ດູແລໂຄງການ ຫຼັງຈາກກອງທັບເຫັນດີກັບໂຄງການນີ້ […]
ສະຫະລັດ ພົບອຸປະກອນສື່ສານຕ້ອງສົງໄສໃນໂຊລາເຊວຈາກຈີນກັງວົນເລື່ອງຄວາມໝັ້ນຄົງເຄືອຂ່າຍໄຟຟ້າ

ສຳນັກຂ່າວຣອຍເຕີ ລາຍງານວ່າ ເຈົ້າໜ້າທີ່ດ້ານພະລັງງານຂອງສະຫະລັດ ກຳລັງກວດສອບຄວາມສ່ຽງຈາກອຸປະກອນໂຊລາເຊວທີ່ຜະລິດໃນຈີນ ຫຼັງພົບຊິ້ນສ່ວນສື່ສານທີ່ບໍ່ຢູ່ໃນເອກະສານທາງເທັກນິກເຊື່ອງຢູ່ໃນອິນເວີເຕີພະລັງງານແສງຕາເວັນ ແລະ ແບັດເຕີຣີຂອງຈີນ ຊຶ່ງອາດໃຊ້ຫຼີກລ່ຽງລະບົບໄຟຣ໌ວອລ ແລະ ເຂົ້າເຖິງລະບົບໄຟຟ້າຂອງປະເທດຈາກໄລຍະໄກ ອຸປະກອນອິນເວີເຕີຕ້ອງສົງໄສ ອິນເວີເຕີເປັນອຸປະກອນສຳຄັນທີ່ເຮັດໜ້າທີ່ເຊື່ອມຕໍ່ແຜງໂຊລາເຊວ ແລະ ກັງຫັນລົມເຂົ້າກັບໂຄງຂ່າຍໄຟຟ້າ ໂດຍເຮັດໜ້າທີ່ແປງກະແສໄຟຟ້າຈາກກະແສຕົງ (DC) ເປັນກະແສສະຫຼັບ (AC) ເພື່ອນຳໄປໃຊ້ງານໃນລະບົບໄຟຟ້າ ອິນເວີເຕີສ່ວນໃຫຍ່ມັກຜະລິດໃນປະເທດຈີນ ແລະ ໃຊ້ງານຢ່າງແພ່ຫຼາຍທົ່ວໂລກ ເຖິງຢ່າງໃດກໍ່ຕາມ ຜູ້ຊ່ຽວຊານດ້ານຄວາມປອດໄພພົບວ່າ ອິນເວີເຕີບາງລຸ້ນມີຊິ້ນສ່ວນສື່ສານ ເຊັ່ນ: ວິທະຍຸເຊລລູລາ ທີ່ບໍ່ໄດ້ລະບຸໄວ້ໃນເອກະສານທາງເທັກນິກຂອງຜະລິດຕະພັນ ອຸປະກອນເຫຼົ່ານີ້ອາດຖືກໃຊ້ເພື່ອເຂົ້າຄວບຄຸມຫຼືປິດລະບົບອິນເວີເຕີຈາກໄລຍະໄກ ຊຶ່ງສ່ຽງຕໍ່ການເຮັດໃຫ້ໂຄງຂ່າຍໄຟຟ້າເກີດຄວາມບໍ່ສະຖຽນ ຫຼື ອາດນຳໄປສູ່ໄຟດັບໃນວົງກວ້າງ ໂດຍທົ່ວໄປ ອິນເວີເຕີຖືກອອກແບບໃຫ້ສາມາດອັບເດດຊອຟແວ ແລະ ປັບປ່ຽນການຕັ້ງຄ່າຈາກໄລຍະໄກໄດ້ເພື່ອຄວາມສະດວກໃນການບຳລຸງຮັກສາ ແຕ່ລະບົບສາທາລະນຸປະໂພກມັກຕິດຕັ້ງໄຟຣ໌ວອລ ຫຼື ມາດຕະການຄວາມປອດໄພອື່ນໆ ເພື່ອປ້ອງກັນການເຂົ້າເຖິງຈາກບຸກຄົນພາຍນອກ ເຖິງຢ່າງໃດກໍ່ຕາມ ການມີອຸປະກອນສື່ສານທີ່ບໍ່ໄດ້ຮັບອະນຸຍາດຕິດຕັ້ງຢູ່ພາຍໃນອິນເວີເຕີ ອາດເຮັດໃຫ້ມາດຕະການເຫຼົ່ານັ້ນບໍ່ສາມາດປ້ອງກັນການເຂົ້າເຖິງຈາກໄລຍະໄກໄດ້ຢ່າງມີປະສິດທິພາບ ໄມຄ໌ ໂຣເຈີສ໌ (Mike Rogers) ອະດີດຜູ້ອຳນວຍການສຳນັກງານຄວາມໝັ້ນຄົງແຫ່ງຊາດສະຫະລັດ ລະບຸວ່າ […]
ຈີນເປີດຕົວ “ໂຮງໝໍ AI” ແຫ່ງທຳອິດຂອງໂລກ!

ທີມນັກວິໄຈຈາກມະຫາວິທະຍາໄລຊິງຫວາ ພັດທະນາໂຮງໝໍລະບົບປັນຍາປະດິດ ປິ່ນປົວຄົນເຈັບກວ່າ 10,000 ຄົນພາຍໃນບໍ່ເທົ່າໃດມື້ ໂຮງໝໍທີ່ປິ່ນປົວດ້ວຍລະບົບປັນຍາປະດິດແຫ່ງນີ້ ພັດທະນາໂດຍທີມນັກວິໄຈຈາກມະຫາວິທະຍາໄລຊິງຫວາຂອງປະເທດຈີນ ໂດຍແພດ ແລະ ພະຍາບານເອໄອຈະຂັບເຄື່ອນໂດຍ LLM (Large Language Model) ຊຶ່ງເປັນເອໄອທີ່ຊ່ວຍເກັບຂໍ້ມູນເຊິງເລິກຈຳນວນຫຼາຍ ເຮັດໃຫ້ກຸ່ມແພດເອໄອສາມາດນຳຂໍ້ມູນໄປຮຽນຮູ້ ແລະ ນຳໄປໃຊ້ກັບຄົນເຈັບໄດ້ ໂດຍມີລາຍງານຈາກ MedQA dataset ວ່າມີອັດຕາຄວາມແມ່ນຢຳໃນການປິ່ນປົວເຖິງ 93.06% ໂດຍກວດສອບທັງລະບົບການປິ່ນປົວ ຕັ້ງແຕ່ການວິນິດໄສໄປຈົນເຖິງການຕິດຕາມອາການຫຼັງຈາກປິ່ນປົວຫາຍແລ້ວ ແຕ່ໂຮງໝໍເອໄອແຫ່ງນີ້ກໍ່ຍັງມີບັນຫາໃນການປັບໃຫ້ເຂົ້າກັບລະບຽບປະຕິບັດທາງການແພດຂອງປະເທດ ແລະ ບັນຫາທີ່ຫຼາຍຄົນອາດຈະເບິ່ງວ່າເອໄອຈະມາຍາດວຽກມະນຸດຫຼືບໍ່ ໂດຍ ດຣ.ຕົງຈຽຫົງ ແຫ່ງມະຫາວິທະຍາໄລຊິງຫວາ ກ່າວວ່າ ເຖິງແມ່ນວ່າ ເອໄອຈະຊ່ວຍເພີ່ມປະສິດທິພາບການປິ່ນປົວພະຍາດ ແລະ ດູແລສຸຂະພາບໄດ້ຢ່າງທ່ຽງຕົງ ແຕ່ລະບົບເອໄອກໍ່ຍັງບໍ່ສາມາດແທນທີ່ບຸກຄະລາກອນທາງການແພດທີ່ເປັນມະນຸດ ຊຶ່ງມີຄວາມໃສ່ໃຈ ແລະ ເຫັນອົກເຫັນໃຈຄົນເຈັບໄດ້