ທ່ານ ນາຍົກລັດຖະມົນຕີ ເຂົ້າຮ່ວມງານ ວາງສະແດງສິນຄ້າ ອາຊຽນ-ຈີນ ຄັ້ງທີ 20

ໂດຍຕອບສະໜອງຕາມການເຊື້ອເຊີນ ຈາກລັດຖະບານແຫ່ງ ສາທາລະນະລັດ ປະຊາຊົນຈີນ, ໃນລະຫວ່າງວັນທີ 16-18 ກັນຍາ 2023, ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມງານວາງສະແດງສິນຄ້າອາຊຽນ-ຈີນ ຄັ້ງທີ 20 ແລະ ກອງປະຊຸມ ສຸດຍອດການຄ້າ-ການລົງທຶນ ອາຊຽນ-ຈີນ ຄັ້ງທີ 20 ທີ່ນະຄອນໜານໜິງ, ແຂວງກວາງຊີ, ສປ ຈີນ ພາຍໃຕ້ຄຳຂວັນ: “ຮ່ວມແຮງກັນ ເພື່ອຄວາມກົມກຽວ, ເປັນຄູ່ຮ່ວມອະນາຄົດດຽວກັນ” ແລະ “ສົ່ງເສີມການພັດທະນາທີ່ມີຄຸນນະພາບສູງ ຂອງຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງ ແລະ ຮັກສາ ຄວາມເປັນສູນກາງ ແຫ່ງການຈະເລີນເຕີບໂຕອັນໃໝ່” ເຊິ່ງໃນປີ 2023 ນີ້ ຖືເປັນປີທີ່ມີຄວາມໝາຍສໍາຄັນຫລາຍຢ່າງ ເພາະແມ່ນປີແຫ່ງການສະເຫລີມ ສະຫລອງ ງານວາງສະແດງສິນຄ້າອາຊຽນ-ຈີນ ຄົບຮອບ 20 ປີ; ເປັນປີແຫ່ງການສະເຫລີມ ສະ ຫລອງຂໍ້ລິເລີ່ມໜຶ່ງແລວ, ໜຶ່ງເສັ້ນທາງ ຄົບຮອບ 10 […]

ປະທານປະເທດ ສຳເລັດການ ເຂົ້າຮ່ວມກອງປະຊຸມສຸດຍອດປະມຸກລັດ ແລະ ຫົວໜ້າລັດຖະບານຂອງບັນດາປະເທດກຸ່ມ 77 ແລະ ຈີນ

ໃນວັນທີ 15-16 ກັນຍາ 2023 ນີ້, ທີ່ ນະຄອນຫລວງ ລາຮາວານ, ສາທາລະນະລັດ ກູບາ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນທາງການ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດບັນດາປະມຸກລັດ ແລະ ຫົວໜ້າລັດຖະບານຂອງບັນດາປະເທດ ກຸ່ມ 77 ແລະ ຈີນ, ເຊິ່ງຈັດຂຶ້ນທີ່ ຫໍປະຊຸມແຫ່ງຊາດຂອງ ສ ກູບາ ພາຍໃຕ້ຫົວຂໍ້: ບັນດາສິ່ງທ້າທາຍໃນການພັດທະນາໃນປັດຈຸບັນ: ບົດບາດຂອງວິທະຍາສາດ, ເຕັກໂນໂລຊີ ແລະ ລະນະວັດຕະກຳ (Current Development Challenges: the Role of Science, Technology and Innovation), ພາຍຫລັງຈາກສຳເລັດການຢ້ຽມຢາມລັດຖະກິດ ສ ກູບາ ຢ່າງເປັນທາງການກ່ອນໜ້ານີ້. ກອງປະຊຸມສຸດຍອດດັ່ງກ່າວ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ […]

ສອງນາຍົກລັດຖະມົນຕີ ລາວ-ຈີນ ພົບປະ ຢ່າງເປັນທາງການຢູ່ທີ່ ນະຄອນໜານໜິງ

ໃນໂອກາດເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 20 ຢູ່ທີ່ນະຄອນໜານໜິງ, ສປ ຈີນ, ຕອນແລງວັນທີ 16 ກັນຍາ 2023 ຢູ່ທີ່ ສູນປະຊຸມສາກົນໂຮງແຮມລີ້ຢວນ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ແຫ່ງ ສປປ ລາວ ໄດ້ພົບປະຢ່າງເປັນທາງການ ກັບສະຫາຍ ຫລີ ສຽງ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ແຫ່ງ ສປ ຈີນ, ເຊິ່ງການພົບປະຢ່າງເປັນທາງການຂອງສອງສະຫາຍຄັ້ງນີ້ ຖືວ່າເປັນຄັ້ງທໍາອິດ ພາຍຫລັງໄດ້ຮັບການເເຕ່ງຕັ້ງເປັນນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ເເລະ ແຫ່ງ ສປ ຈີນ ເພື່ອສືບຕໍ່ຮັດເເໜ້ນການພົວພັນການຮ່ວມມືສອງຝ່າຍ ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ. ໃນໂອກາດພົບປະ, ສະຫາຍນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ສະຫາຍນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ແຫ່ງ ສປປ ລາວ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ […]

ບໍລິສັດຍອດງື່ມ ພາວເວີ້ ເລີ່ມຈຳໜ່າຍນໍ້າມັນແອັດຊັງທຳມະດາ ທີ່ປຸງແຕ່ງເອງ ລາຄາຖືກກວ່ານໍ້າມັນແອັດຊັງທີ່ນຳເຂົ້າເຖິງ 930 ກີບ

ບໍລິສັດ ຍອດງື່ມພາວເວີ ມະຫາຊົນ ໄດ້ເລີ່ມຈຳໜ່າຍນໍ້າມັນແອັດຊັງທຳມະດາ ທີ່ປຸງແຕ່ງ ແລະ ຜະລິດຈາກໂຮງງານປຸງແຕ່ງນໍ້າມັນຍອດງື່ມພາວເວີຂອງບໍລິສັດຍອດງື່ມພາວເວີມະຫາຊົນ ເປັນຄັ້ງທຳອິດ ເຊິ່ງມີລາຄາທີ່ຖືກກວ່ານໍ້າມັນແອັດຊັງທີ່ນຳເຂົ້າເຖິງ 930 ກີບ. ທ່ານ ສົມຫວັງ ຄຸຣຸລັດ ຜູ້ອຳນວຍການໃຫຍ່ບໍລິສັດຍອດງື່ມພາວເວີມະຫາຊົນ ກ່າວຕໍ່ສື່ມວນຊົນຂອງແຂວງຊຽງຂວາງ ໃນວັນທີ 12 ກັນຍາ 2023 ວ່າ: ເລີ່ມແຕ່ວັນທີ 12 ກັນຍາ 2023 ເປັນຕົ້ນໄປ ບໍລິສັດຍອດງື່ມພາວເວີ ໄດ້ຫຼຸດລາຄານໍ້າມັນແອັດຊັງທຳມະດາທີ່ຜະລິດຈາກໂຮງງານປຸງແຕ່ງນໍ້າມັນຍອດງື່ມພາວເວີຂອງບໍລິສັດຍອດງື່ມພາວເວີມະຫາຊົນລົງ 930 ກີບຕໍ່ລິດ ເຊິ່ງການຫຼຸດລາຄາດັ່ງກ່າວ ໄດ້ເລີ່ມປະຕິບັດຢູ່ບັນດາປໍ້າຕົວແທນຂອງນໍ້າມັນເຊື້ອໄຟລາວພາຍໃນແຂວງຊຽງຂວາງ ແລະ ສືບຕໍ່ໄປຍັງແຂວງຫົວພັນ ແລະ ແຂວງໄຊສົມບູນ ຕື່ມອີກ. ປັດຈຸບັນໂຮງງານປຸງແຕ່ງນໍ້າມັນເຊື້ອໄຟ ຍອດງື່ມພາວເວີ ຂອງບໍລິສັດຍອດງື່ມພາວເວີມະຫາຊົນແມ່ນໄດ້ທຳການຜະລິດ ສາມາດປຸງແຕ່ງນໍ້າມັນແອັດ ຊັງທຳມະດາ ໄດ້ 10 ລ້ານລິດຕໍ່ເດືອນ ເຊິ່ງຄາດວ່າຈະເພີ່ມກຳລັງການຜະລິດຕື່ມອີກ ຈາກ 10 ລ້ານລິດ/ເດືອນມາເປັນ 30 ລ້ານລິດ/ເດືອນ ໃນປີ 2024, ຈະສາມາດສົ່ງອອກຈໍາໜ່າຍພາຍໃນແຂວງຊຽງຂວາງ, ຫົວພັນ, […]

ເມືອງດາກຈຶງ ເອົາໃຈໃສ່ກວດກາລາຄາສິນຄ້າ ແລະ ສິນຄ້າໝົດອາຍຸ

ໃນລະຫວ່າງວັນທີ 6-8 ກັນຍາ 2023 ຜ່ານມາ, ເຈົ້າໜ້າທີ່ກວດກາການຄ້າ ພະແນກອຸດສາຫະກຳ ແລະ ການຄ້າແຂວງ ຮ່ວມກັບ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ໄດ້ລົງກວດກາລາຄາ ແລະ ສິນຄ້າຢູ່ທີ່ຕະຫຼາດເທສະບານເມືອງດາກຈຶງ, ນຳໂດຍ ທ່ານ ເຮືອງເພັດ ໄຊພອນເຮືອງ ຮອງຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງດາກຈຶງ ແຂວງເຊກອງ. ໃນການລົງເຄື່ອນໄຫວກວດກາຂອງເຈົ້າໜ້າທີ່ໃນຄັ້ງນີ້ ກໍເພື່ອເຮັດໃຫ້ວຽກງານຄຸ້ມຄອງ ແລະ ນໍາເຂົ້າສິນຄ້າຈາກຕ່າງປະເທດໃຫ້ຢູ່ໃນລະບຽບກົດໝາຍທີ່ໄດ້ກຳນົດໄວ້, ເຊິ່ງການລົງກວດກາຂອງເຈົ້າໜ້າທີ່ ໄດ້ກວດພົບປະເພດສິນຄ້າໝົດອາຍຸ ແລະ ເຊື່ອມຄຸນນະພາບ, ສິນຄ້ານອກລະບົບ ໃນເທສະບານເມືອງດາກຈຶງ ມີທັງໝົດ 11 ຮ້ານ, ພົບເຫັນສິນຄ້າໝົດອາຍຸ ແລະ ເຊື່ອມຄຸນນະພາບມີ 7 ລາຍການເປັນຕົ້ນ: ຢາສູບ, ເຂົ້າໝົມ, ໝີ່, ນໍ້າປາຫວຽດ, ຊ໋ອດຫມາກ, ຄະນໍປຸງລົດ ແລະ ປາແດກ ລວມມູນຄ່າທັງໝົດ 3.194.000 ກີບ. ນອກຈາກນີ້ […]

ອົງການກາແດງ ມອບເຄື່ອງຊ່ວຍເຫລືອ ຜູ້ປະສົບໄພນໍ້າຖ້ວມ ຢູ່ເມືອງປາກກະດິງ

ເມື່ອບໍ່ດົນມານີ້, ທ່ານ ກາວິພອນ ສຸດທິ ຫົວໜ້າຫ້ອງການ ອົງການກາແດງແຫ່ງຊາດລາວ ພ້ອມຄະນະ, ຫົວໜ້າອົງການກາແດງແຂວງບໍລິຄຳໃຊ ໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ທີ່ໄດ້ຮັບການສະນັບສະໜູນຈາກ ສະຖານທູດໄທ ປະຈຳ ສປປ ລາວ ແລະ ຄະນະປ້ອງກັນ ແລະ ປາບປາມຢາເສບຕິດປະເທດໄທ ໄປຊ່ວຍເຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ 6 ບ້ານ, 302 ຄອບຄົວ, 707 ຄົນ ຢູ່ເມືອງປາກກະດິງ ແຂວງບໍລິຄຳໄຊ ເຊິ່ງເຄື່ອງທີ່ນຳມາຊ່ວຍເຫລືອໃນຄັ້ງນີ້, ປະກອບມີ: ເຂົ້າສານຈ້າວ 1.218 ກິໂລ, ນໍ້າດື່ມ 906 ແພັກ, ປ່ອງປາ 2.114 ປ່ອງ, ໝີ່ກ່ອງ 604 ກ່ອງ, ໝີ່ສຳເລັດຮູບ 906 ຫໍ່ ແລະ ເຄື່ອງນຸ່ງຫົ່ມ 1.200 ຜືນ ລວມມູນຄ່າທັງໝົເ 100 ລ້ານກວ່າກີບ. ໂອກາດດັ່ງກ່າວ, ຕາງໜ້າໃຫ້ແກ່ອຳນາດການປົກຄອງບ້ານ ແລະ […]

ເປີດນຳໃຊ້ເຄື່ອງຜະລິດອົກຊີແຊນ ການແພດ ຢູ່ໂຮງໝໍແຂວງສະຫວັນນະເຂດ

ວັນທີ 10 ກັນຍາ 2023 ນີ້, ໄດ້ເປີດນຳໃຊ້ເຄື່ອງຜະລິດອົກຊີແຊນທາງການແພດ ເຄື່ອງທີ 2 ທີ່ໂຮງໝໍແຂວງສະຫວັນນະເຂດ, ເຄື່ອງຜະລິດອົກຊີແຊນດັ່ງກ່າວ ເປັນສ່ວນໜຶ່ງຂອງການຊ່ວຍເຫລືອຈາກ ອົງການອະນາໄມໂລກ ມູນຄ່າ 26,5 ຕື້ກີບ ເຊິ່ງຈະເຮັດໃຫ້ໂຮງໝໍສາມາດຜະລິດອົກຊີແຊນໄດ້ 75.000 ບັ້ງຕໍ່ປີ, ສາມາດສະໜອງອົກຊີແຊນອັນຈໍາເປັນໃຫ້ແກ່ຄົນເຈັບໄດ້ຫລາຍພັນຄົນ. ອົກຊີແຊນດັ່ງກ່າວ, ຈະສາມາດຊ່ວຍເຫລືອຄົນເຈັບຫລາຍພັນຄົນ ໃນລະບົບສາທາລະນະສຸກ ທັງຄົນເຈັບທີ່ເຂົ້າຮັບການຜ່າຕັດ, ແມ່ ແລະ ເດັກເກີດໃໝ່, ຄົນເຈັບທີ່ເປັນພະຍາດຫົວໃຈວາຍ, ພະຍາດຫອບຫືດ ຫລື ອັກເສບປອດ. ທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ຄຳເຫັນວ່າ: ສິ່ງເຫລົ່ານີ້ ບໍ່ພຽງແຕ່ຈະເປັນການຊ່ວຍເຫລືອຊີວິດສໍາລັບຄົນເຈັບ ໃນປັດຈຸບັນເທົ່ານັ້ນ, ແຕ່ຍັງເປັນການຮັບປະກັນໃຫ້ລະບົບສາທາລະນະສຸກຂອງພວກເຮົ າມີຄວາມກຽມພ້ອມທີ່ດີຂຶ້ນ ໃນການຮັບມືກັບເຫດການສຸກເສີນດ້ານສາທາລະນະສຸກໃນອະນາຄົດ ທີ່ອາດມີຄວາມຕ້ອງການອົກຊີແຊນຫລາຍຂຶ້ນ. ເຄື່ອງຜະລິດອົກຊີແຊນທາງການແພດເຄື່ອງນີ້ ແລະ ອີກສອງເຄື່ອງທີ່ກໍາລັງຕິດຕັ້ງຢູ່ໂຮງໝໍແຂວງອຸດົມໄຊ ແລະ ໂຮງໝໍແຂວງຫລວງພະບາງ ຈະເຮັດໃຫ້ ສປປ ລາວ ສາມາດສ້າງລະບົບສາ ທາລະນະສຸກທີ່ມີທົນທານ ສາມາດຊ່ວຍເຫລືອຄົນເຈັບ ແລະ […]

ລັດຖະບານຍີ່ປຸ່ນ ໃຫ້​ທຶນຊ່ວຍເຫລືອ ກໍ່​ສ້າງ​ໂຮງ​ຮຽນ​ປະ​ຖົມ​ບ້ານ​ຜາຫຼວງ ມູນຄ່າ72.873 ໂດລາ

ວັນທີ 25 ສິງຫາ 2023 ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫລືອ ໃນການສະໜັບສະໜູນໂຄງການດ້ານການສຶກສາເພື່ອປັບປຸງສະພາບການຮ່ຳຮຽນ-ສິດສອນຂອງນັກຮຽນ ແລະ ຄູ-ອາຈານໃນແຂວງວຽງຈັນ ເຊິ່ງຕາງໜ້າເຊັນສັນຍາ ລະຫວ່າງ ທ່ານ ໂຄບະຢະຊິ ເຄັນອິຈິ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ຜູ້ກ່ຽວຂ້ອງຈາກແຂວງເປົ້າໝາຍ ໂດຍມີ ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ເປັນສັກຂີພິຍານ ພາຍໃຕ້​ໂຄງ​ການ​ເສີມ​ສ້າງ​ຄວາມ​ໝັ້ນ​ຄົງ​ຂອງ​ມະ​ນຸດ​ຂັ້ນ​ຮາກ​ຖານ (GGP).ໂຄງການຈະໃຫ້ການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນ ແລະ ຫ້ອງນ້ຳ​ໃໝ່, ພ້ອມທັງສະໜອງອຸປະກອນເຄື່ອງໃຊ້ໃຫ້ແກ່ໂຮງຮຽນປະຖົມສົມບູນ ບ້ານຜາຫຼວງ ເມືອງເຟືອງ, ແຂວງວຽງຈັນ ເປັນມູນຄ່າ 72.873 ໂດລາ ເພື່ອປະກອບສ່ວນເຂົ້າໃນການປັບປຸງສະພາບແວດລ້ອມການສຶກສາ ແລະ ສະພາບສຸຂະອານະໄມຂອງໂຮງຮຽນດັ່ງກ່າວ. ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ກ່າວວ່າ: ຕະຫລອດໄລຍະຫລາຍປີຜ່ານມາ ປະເທດຍີ່ປຸ່ນໄດ້ປະກອບສ່ວນເຂົ້າໃນວຽກງານພັດທະນາເສດຖະກິດ-ສັງຄົມຂອງແຂວງໃນຫລາຍດ້ານເຊັ່ນ: ດ້ານກະສິກຳ, ການສຶກສາ, ສາທາລະນະສຸກ ລວມເຖິງການປົກປັກຮັກສາສິ່ງແວດລ້ອມ ແລະ ການຊ່ວຍເຫລືອອັນລ້ຳຄ່າໃນຄັ້ງນີ້ ມີຄວາມສຳຄັນຢ່າງຍິ່ງທີ່ຈະຊ່ວຍໃຫ້ແຂວງວຽງຈັນ ສາມາດສ້າງສະພາບແວດລ້ອມທີ່ມີຄວາມປອດໄພ ແລະ […]

ນັກສຶກສາລາວ ໄດ້ຮັບທຶນການສຶກສາ ຢູ່ ສປ ຈີນ 350 ທຶນ

ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ຕາງໜ້າມອບທຶນການສຶກສາຂອງລັດຖະບານ ສປ ຈີນ ຈຳນວນ 350 ທຶນ ໃຫ້ນັກສຶກສາ ແລະ ພະນັກງານ-ລັດຖະກອນຂອງ ສປປ ລາວ ໄປສຶກສາຕໍ່ທີ່ ສປ ຈີນ ໃນລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ ສົກຮຽນປີ 2023-2025 ໂດຍໄດ້ມີງານລ້ຽງສົ່ງນັກສຶກສາດັ່ງກ່າວ ໃນວັນທີ 24 ສິງຫາ 2023 ໂດຍ ມີທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ Want Chang ອຸປະທູດ ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ພ້ອມດ້ວຍນັກສຶກສາ ເຂົ້າຮ່ວມ. ທ່ານ Want Chang ໄດ້ສະແດງຄວາມຍິນດີ […]

ອົງການກາແດງລາວ ສືບຕໍ່ຮັບເຄື່ອງ ຊ່ວຍເຫລືອ ແກ້ໄຂໄພນ້ຳຖ້ວມ ຢູ່ລາວ

ໃນວັນທີ 24 ສິງຫາ 2023 ນີ້, ທ່ານນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໄດ້ຕາງໜ້າໃຫ້ລັດຖະບານໄທ ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ທີ່ໄດ້ຮັບຈາກການປະກອບສ່ວນຂອງ ພາກສ່ວນຕ່າງໆ ກໍຄື ປະຊາ ຊົນໄທ ມາມອບໃຫ້ອົງການກາແດງລາວ ເພື່ອນຳໄປຊ່ວຍເຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຢູ່ ສປປ ລາວ ໃນປີ 2023 ຕາງໜ້າຮັບໂດຍທ່ານ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ. ເຄື່ອງທີ່ນຳມາມອບໃນຄັ້ງນີ້, ປະກອບມີ: ເຄື່ອງນຸ່ງຫົ່ມ, ນໍ້າດື່ມ, ປາກະປ໋ອງ, ເຂົ້າສານ 2,25 ໂຕນ, ນົມຖົ່ວເຫລືອງ, ເຄື່ອງໃຊ້ ແລະ ຢາປະຈຳບ້ານຈຳນວນໜຶ່ງ. ໂອກາດດັ່ງກ່າວ, ທ່ານ ພູທອນ ເມືອງປາກ ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານນາງ ມໍຣະກົດ ສີສະຫວັດ ທີ່ໄດ້ຕາງໜ້າໃຫ້ປະຊາຊົນໄທ ນຳເອົາເຄື່ອງຊ່ວຍເຫລືອມາມອບໃຫ້ […]