pp4
ລັດຖະບານຍີ່ປຸ່ນ ສືບຕໍ່ຊ່ວຍເຫລືອ ແກ້ໄຂບັນຫາລະເບີດບໍ່ທັນແຕກຢູ່ 3 ແຂວງພາກໃຕ້ຂອງ ສປປ ລາວ
ຮຽບຮຽງໂດຍ:Staff
ເຜີຍແຜ່: 27 April, 2023

ທີ່ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມເອກະສານແລກປ່ຽນ ຮັບເອົາການຊ່ວຍເຫລືອຈາກລັດຖະບານຍີ່ປຸ່ນ ສໍາລັບໂຄງການພັດທະນາທ້ອງຖິ່ນ ຜ່ານການເລັ່ງລັດ ວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ຢູ່ເຂດພາກໃຕ້ຂອງ ສປປ ລາວ ມູນຄ່າ 800 ລ້ານເຢນ, ຕາງໜ້າລັດຖະບານ ສປປ ລາວ ລົງນາມໂດຍ ທ່ານ ໂພໄຊ ໄຂຄໍາພິ

ທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າລັດຖະບານ ຍີ່ປຸ່ນ ແມ່ນ ທ່ານ ໂຄບະຢະຊິ ເຄນອິຈິ (Mr. KOBAYASHI Kenichi) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ, ມີຜູ້ຕາງໜ້າຈາກກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິ ຍານ.

ໂຄງການຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນ ຄັ້ງນີ້, ຊ່ວຍເພີ່ມທະວີຄວາມສາມາດໃນການຈັດ ຕັ້ງປະຕິບັດການເກັບກູ້ລະເບີດບໍ່ທັນແຕກ ຢູ່ 3 ແຂວງພາກໃຕ້ຂອງ ສປປ ລາວ ຄື: ແຂວງເຊກອງ, ສາລະວັນ ແລະ ແຂວງຈໍາປາສັກ ເພື່ອການພັດໝາຍໝັ້ນຢ່າງຕັ້ງໜ້າຂອງລັດຖະບານຍີ່ປຸ່ນ ໃນການຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງ

ປະຊາຊົນລາວ ໃຫ້ມີຄວາມປອດໄພຈາກລະເບີດຕົກຄ້າງບໍ່ທັນແຕກ ໃນຕໍ່ໜ້າ ໂດຍສະເພາະແມ່ນເປັນການສືບຕໍ່ປະກອບສ່ວນ ສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 (2021-2025) ຂອງ ສປປ ລາວ

ນັບແຕ່ປີ 1996 ເປັນຕົ້ນມາ, ປະເທດຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫລືອ ສປປ ລາວ ໃນການຊຸກຍູ້ວຽກງານເກັບກູ້ລະເບີດບໍ່ທັນແຕກຢ່າງຕໍ່ເນື່ອງ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ. ໃນນັ້ນ,ປະ ກອບມີການຊ່ວຍເຫລືອວຽກງານດ້ານເຕັກນິກ, ການສະໜອງອຸປະກອນເຄື່ອງມື ແລະ ການພັດທະນາບຸກຄະລາກອນ ກໍຄື ການສ້າງຂີດຄວາມສາມາດໃຫ້ແກ່ພະນັກງານໃນຂົງເຂດວຽກງານເກັບກູ້ລະເບີດບໍ່ທັນແຕກ.

ໂອກາດດັ່ງກ່າວ, ທ່ານ ໂພໄຊ ໄຂຄໍາພິທູນ ໄດ້ຍົກໃຫ້ເຫັນເຖິງຜົນກະທົບໃນຫລາຍດ້ານ ຈາກລະເບີດຕົກຄ້າງບໍ່ທັນແຕກ ເປັນຕົ້ນ ພື້ນທີ່ທໍາການຜະລິດ ເພື່ອການທໍາມາຫາກິນ, ການສ້າງບ່ອນຢູ່ອາ ໄສຂອງປະຊາຊົນ ທີ່ມີຄວາມສ່ຽງ ແລະ ຫຍຸ້ງຍາກ, ກ້າວໄປເຖິງການໄດ້ຮັບບາດເຈັບ ຫລື ເສຍຊີວິດຂອງປະຊາຊົນ. ນັບແຕ່ສະໄໝສົງຄາມ

ອິນດູຈີນ ໃນປີ 1964-1973, ປະເທດລາວ ເປັນປະເທດທີ່ຖືກຖິ້ມລະເບີດຢ່າງໜັກໜ່ວງທີ່ສຸດໃນໂລກ, ເຊິ່ງມີລະເບີດຫລາຍກວ່າ 2 ລ້ານໂຕນ ຫລື ຫລາຍກວ່າ 270 ລ້ານໜ່ວຍ ຖືກຖິ້ມລົງໃນດິນແດນຂອງ ສປປ ລາວ. ໃນນັ້ນ, ມີ 80 ລ້ານໜ່ວຍ ຍັງບໍ່ທັນແຕກພາຍຫລັງຖືກຖິ້ມລົງ ແລະ ຍັງຕົກຄ້າງຝັງຢູ່ໃນຫລາຍພື້ນທີ່ກວມເຖິງ 18

ແຂວງທົ່ວປະເທດ, ຜ່ານມາມີຜູ້ໄດ້ຮັບຜົນກະທົບແລ້ວຫລາຍກວ່າ 22.000 ຄົນ. ມາຮອດປັດຈຸບັນ, ການເກັບກູ້ລະເບີດບໍ່ທັນແຕກຢູ່ ສປປ ລາວ ສາມາດປະຕິບັດໄດ້ ຍັງບໍ່ເຖິງ 10% ຂອງພື້ນທີ່ ທີ່ມີລະເບີດຕົກຄ້າງທັງໝົດ.

ທີ່ມາ: ຂປລ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 30 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,455
21,731
thailand (1)
THB
648.35
660.67
european-union
EUR
23,023
23,484
china
CNY
2,898
2,956
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele (14)
ພົບເຫັນ "ເປັດຄັບແຄ" ຄັ້ງທຳອິດໃນແກ່ງກະຈານ ສະທ້ອນປ່າມໍລະດົກອຸດົມສົມບູນ
Copy of site cover (42)
Microsoft ວາງແຜນສ້າງໃຫ້ Windows ສາມາດອັບເດດທັງລະບົບໄດ້ເອງຢ່າງຄົບຖ້ວນແບບລວມສູນ
_cover (45)
ໄຟໄໝ້ໃຫຍ່ຢູ່ຊົງຊິ່ງ ລົດຈັກໄຟຟ້າຖືກເຜົາຫຼາຍສິບຄັນ
_cover (44)
"ອີລອນ ມັສກ໌" ໂພສຮູ້ສຶກຜິດຕໍ່ "ທຣຳ" ຍອມຮັບຕົວເອງໂພສໂຈມຕີແຮງເກີນໄປ
_cover (43)
ແຈ້ງເຕືອນ ຝົນຕົກໜັກ, ດິນເຈື່ອນ ແລະ ນ້ຳຖ້ວມຊຸ ໃນໄລຍະວັນທີ 12 ຫາ 13 ມິຖຸນາ 2025
_cover (42)
ຈັບໄດ້​ໄລ່​ທັນ​ ໂຈນລັກລົດຈັກ Zoomerx ຢູ່ບ້ານຫົວນາ ເມືອງໄຊທານີ ນະຄອນຫລວງ​ວຽງຈັນ
_cover (41)
ສະຫະລັດ ບຸກຈັບຜູ້ອົບພະຍົບຫຼາຍກວ່າ 70 ຄົນໃນໂຮງງານເມືອງໂອມາຮາ
Copy of site cover (41)
NVIDIA ກຽມສ້າງ AI Cloud ສຳລັບຂະແໜງອຸດສາຫະກຳໃນເຢຍລະມັນ
_cover (40)
ປກສ ແຂວງອຸດົມໄຊ ກວດກາສຶກສາອົບຮົມຮ້ານຄ້າຂາຍປະເວນີ ແລະ ສາວບໍລິການ 39 ຄົນ
_cover (39)
ເກົາຫຼີໃຕ້ປິດເຄື່ອງຂະຫຍາຍສຽງໂຄສະນາຊວນເຊື່ອຮອດເກົາຫຼີເໜືອເພື່ອລົດຄວາມເຄັ່ງຄຽດ
ຢ່າລື່ມກົດຕິດຕາມ