Tou-Vientianepost (4)
ເລີ່ມແລ້ວ ທົດລອງປ່ອຍຍຸງລາຍບ້ານທີ່ມີເຊື້ອຈຸລິນຊີໂວບັກເຄຍ ຢູ່ 2 ເມືອງ ເມືອງຈັນທະບູລີ ແລະ ເມືອງໄຊເສດຖາ
ຮຽບຮຽງໂດຍ:Staff
ເຜີຍແຜ່: 30 ເດືອນເມສາ, 2023
ໝວດ: ຂ່າວ

ພິທີເປີດນຳໃຊ້ເຊື້ອຈຸລິນຊີ ໂວບັກເຄຍ (Wolbachia) ເພື່ອຄວບຄຸມການສົ່ງຕໍ່ເຊື້ອໄຂ້ຍຸງລາຍ ຢູ່ ເມືອງ ຈັນທະບູລີ ແລະ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຖືກຈັດຂຶ້ນໃນວັນທີ 29 ເມສາ 2023 ເວລາ 7:00 ໂມງເຊົ້າ ທີ່ ສວນປະຕູໄຊ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມລະຫວ່າງ ພະນະທ່ານ ດຣ. ໄພວັນ ແກ້ວ

ປະເສີດ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ພະນະທ່ານ ພູຂົງ ບັນນາວົງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ລຸກ ເອັຟສ ຫົວໜ້າອົງການຊ່ວຍເຫຼືອເດັກສາກົນ ປະຈຳ ສ ປປ ລາວ, ທ່ານ ດຣ ບຣີອານາ ແມັກລີນ ຕາງໜ້າໜ້າໂຄງການຄວບຄຸມປະຊາກອນຍຸງໂລກ (WMP) ແລະ ພະນະທ່ານ ແດນ ເຮວດອນ ຮອງເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ສປປ ລາວ.

ຈຸດປະສົງຂອງພິທີໃນມື້ນີ້ ເພື່ອເປັນການສະເຫຼີມສະຫຼອງບາດກ້າວສຳຄັນທຳອິດ ກໍຄືການປ່ອຍຍຸງດີໂວບັກເຄຍຢ່າງເປັນທາງການ ໂດຍພິທີດັ່ງກ່າວ ຈະສາມາດເພີ່ມຄວາມເຊື່ອໝັ້ນ ແລະ ຂະຫຍາຍຄວາມຮັບຮູ້ຂອງປະຊາຊົນກ່ຽວກັບວິທີການໂວບັກເຄຍໃຫ້ເປັນວົງກວ້າງ ບໍ່ຈຳກັດພຽງແຕ່ປະຊາຊົນໃນຂອບເຂດ 32 ບ້ານເປົ້າໝາຍຂອງໂຄງການ

ກໍຄື ໃນເມືອງຈັນທະບູລີ ແລະ ເມືອງໄຊເສດຖາເທົ່ານັ້ນ ໂດຍກິດຈະກຳຫຼັກພາຍໃນງານ ລວມມີການຢາຍຈອກປ່ອຍຍຸງໃຫ້ແກ່ຄະນະການນຳທີ່ໄດ້ເຂົ້າຮ່ວມ ເພື່ອກຽມເອົາໄປວາງ/ຫ້ອຍ ຕາມຈຸດທີ່ທີມງານໂຄງການໄດ້ກຳນົດໄວ້ ເຊັ່ນຢູ່ບໍລິເວນວັດທາດຝຸ່ນ ເຊິ່ງເປັນໜຶ່ງໃນຈຸດປ່ອຍຍຸງຕົວຈິງຂອງໂຄງການ ສ່ວນກິດຈະກຳການປ່ອຍຍຸງຕົວຈິງນັ້ນ

ແມ່ນຈະໃຊ້ເວລາທັງໝົດ 20 ອາທິດ ເລີ່ມແຕ່ອາທິດສຸດທ້າຍຂອງເດືອນເມສາ ຈົນເຖິງທ້າຍເດືອນ ສິງຫາ 2023 ໂດຍຈະກວມເອົາເນື້ອທີ່ທັງໝົດປະມານ 11 ຕາຕະລາງກິໂລແມັດເຊິ່ງວ່າຈະສາມາດຊ່ວຍປ້ອງກັນປະຊາກອນຈຳນວນຫຼາຍກ່ວາ 60,000 ຄົນຈາກການຕິດເຊື້ອໄຂ້ຍຸງລາຍຢູ່ໃນ 02 ເມືອງເປົ້າໝາຍ.

ທ່ານ ລຸກ ເອັຟສ, ຫົວໜ້າ ອົງການຊ່ວຍເຫຼືອເດັກສາກົນ ປະຈໍາ ສປປ ລາວ ໃຫ້ຮູ້ວ່າ: “ອົງການຊ່ວຍເຫຼືອເດັກສາກົນ ຮູ້ສຶກພາກພູມໃຈ ທີ່ໄດ້ເຮັດວຽກຮ່ວມກັບໂຄງການຄວບຄຸມປະຊາກອນຍຸງໂລກ, ລັດຖະບານລາວ ແລະ ຊຸມຊົນທ້ອງຖີ່ນ ໄດ້ແນະນຳໂຄງການຊ່ວຍຊີວິດແບບນີ້ຢູ່ລາວ. ການນຳໃຊ້ເຊື້ອຈຸລິນຊີໂວບັກເຄຍນີ້ ໄດ້ຖືກພິສູດແລ້ວວ່າ

ມີຄວາມປອດໄພ ແລະ ມີປະສິດທິພາບຢູ່ໃນປະເທດອື່ນໆໃນພາກພື້ນ. ອີງຕາມຜົນການທົດລອງ ແລະ ການທົດສອບຕົວຈິງ ແມ່ນຊ່ວຍຫຼຸດຜ່ອນອັດຕາການເສຍຊີວິດ ແລະ ອັດຕາການເຈັບປ່ວຍຍ້ອນພະຍາດໄຂ້ຍຸງລາຍໄດ້.”

ໂຄງການທົດລອງຈັດຕັ້ງປະຕິບັດວິທີການນໍາໃຊ້ຍຸງລາຍບ້ານທີ່ມີເຊື້ອຈຸລິນຊີໂວບັກເຄຍ ໄດ້ຮັບການສະໜັບສະໜູນທຶນຈາກ ໂຄງການຄວບຄຸມປະຊາກອນຍຸງໂລກ World Mosquito Program ປະເທດອົດສະຕຣາລີ, ໂດຍແມ່ນກະຊວງສາທາລະນະສຸກ ເປັນຜູ້ຊີ້ນໍາລວມ, ກົມຄວບຄຸມພະຍາດຕິດຕໍ່ ແລະ ອົງການຊ່ວຍເຫຼືອເດັກສາກົນ ເປັນຜູ້ຈັດຕັ້ງປະຕິບັດ.

ພວກເຮົາຂໍຂອບໃຈທຸກໆທ່ານທີ່ໄດ້ໃຫ້ການຕ້ອນຮັບ ແລະ ຮ່ວມມືກັນໃນການຈັດຕັ້ງປະຕິບັດການນຳໃຊ້ວິທີການໂວບັກເຄຍ ຂໍຂອບໃຈທີ່ເຮັດໃຫ້ງານດັ່ງກ່າວນີ້ໄດ້ຖືກຈັດຂຶ້ນຢ່າງສຳເລັດຈົບງາມ ແລະ ເປັນນິມິດໝາຍອັນດີ. ທ່ານສາມາດຕິດຕາມຄວາມຄືບໜ້າ ແລະ ຮຽນຮູ້ເພີ່ມເຕີມກ່ຽວກັບໂຄງການນີ້ໄດ້ທີ່ World Mosquito Program Laos

ທີ່ມາ Save the Children in Laos

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
ດວງ-Tou-Vientianepost (65)
ແມ່ຕົກໃຈ ປ່ອຍລູກສາວໄປຫຼິ້ນຢູ່ທາງນອກ ລູກກັບມາພ້ອມຂອງຫຼິ້ນອັນໃໝ່ ແມ່ເຫັນເກືອບເປັນລົມ
ດວງ-Tou-Vientianepost (63)
ອັນຕະລາຍ ໝໍແລັບເຕືອນອາກາດຮ້ອນ ຢ່າວາງນ້ຳອັດລົມໄວ້ໃນລົດ ເຮັດໃຫ້ລະເບີດແຮງກະຈົກແຕກ
ດວງ-Tou-Vientianepost (61)
ເຫດຍິງໄວກາງຄົນເສຍຊີວິດ ປິດສະໜາຄາຂຸມທີ່ຂຸດເອົາມັນປ່າ
ດວງ-Tou-Vientianepost (59)
ລາວ ແລະ ມາເລເຊຍ ຮ່ວມລົງນາມຊື້-ຂາຍພະລັງງານໄຟຟ້າ
ດວງ-Tou-Vientianepost (57)
ເອກອັກຄະລັດຖະທູດແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງ ຈໍເຈຍ Gorgia
ດວງ-Tou-Vientianepost
ດວງລາຍວັນປະຈໍາວັນສຸກ ທີ 26 ພຶດສະພາ 2023 ຕາມແຕ່ລະວັນເກີດ
ດວງ-Tou-Vientianepost (54)
ເຈົ້າສາວແປກໃຈວ່າເຈົ້າບ່າວໜີງານແຕ່ງ ສຸດທ້າຍນຳຈົນເຈິ ລາກເຈົ້າບ່າວກັບຄືນສູ່ພິທີ ພ້ອມນັ່ງຄໍຕົກ ແລະ ເລົ່າຄຳສາບານ
ດວງ-Tou-Vientianepost (52)
ສາວຈັບໄດ້ແຟນນອກໃຈ ບໍ່ໂວຍວາຍ ແຖມໄປເຄຍກັບກິກໃຫ້ ເຜີຍເຫດພ້ອມຮັບໄດ້ຮັກກັນ 3 ຄົນ
ດວງ-Tou-Vientianepost (50)
ເມຍຕົກໃຈ! ເປີດປະຕູມາເຈິຂອງຂວັນວັນເກີດອັນໃຫຍ່ຈາກຜົວແລະລູກ ມີເງິນເປັນພັນລ້ານກໍ່ບໍ່ສາມາດຊື້ມັນໄດ້
ດວງ-Tou-Vientianepost (48)
ເຈົ້າແຂວງຄຳມ່ວນມອບພາຫະນະຮັບໃຊ້ໃຫ້ ປກສ ແຂວງ
ຢ່າລື່ມກົດຕິດຕາມ