Tou-Vientianepost (8)
ໜຸ່ມນຳຕື້ ແຕ່ຜູ້ສາວບໍ່ຫຼິ້ນນຳ ​ບຸກຍິງຜູ້ສາວດັບ​ ໜຸ່ມປິດຊີບຕາມ ​ເສຍ​ຊີ​ວິດ​ຂ້າງ​ກັນ​
ຮຽບຮຽງໂດຍ:Staff
ເຜີຍແຜ່: 30 ເດືອນເມສາ, 2023

ແມ່ມາເຮືອນຕົກໃຈ. ພົບສົບຂອງລູກສາວທີ່ເສຍຊີວິດຢູ່ຂ້າງແຟນ ເປີດເຜີຍວ່າຊາຍຄົນນີ້ໄດ້ນຳຈີບລູກສາວແຕ່ລູກສາວບໍ່ຫຼິ້ນນຳ

ເວລາ 19:00 ໂມງ (ວັນທີ 29 ເມສາ 2023), ພັທ ອານຸພົງ ດອກໄມ້ຮອງ ຮອງເຈົ້າໜ້າທີ(ສືບສວນ) ສະຖານີ ຕຳຫຼວດເມືອງສະເມັດ. ແລະ ພັທ ຊະນະໄຊ ເກດມະວົງ, ຫົວໜ້າ ປກສ ສະຖານີ ຕຳຫຼວດ ເມືອງສະເມັດ ໄດ້ຮັບແຈ້ງເຫດວ່າ ມີຜູ້ເສຍຊີວິດ 2 ຄົນ ດ້ວຍອາວຸດປືນຍິງປືນ ຍິງຜູ້ເສຍຊີວິດທັງສອງຄົນ ຢູ່ຮ້ານຂາຍຄົກຫີນ ເມືອງສະເມັດ ແຂວງຊົນນະບູລີ ພ້ອມດ້ວຍຫຼັກຖານ ພິສູດຫຼັກຖານພາກສອງ

ພົບເຫັນ ທ້າວ ຈິລະວັດ ອາຍຸ 33 ປີ ສະພາບສົບ ນອນກອດຂ້ວມ, ເສຍຊີວິດຢູ່ຂ້າງໆກັນ, ພົບສົບ ນາງ ສຸຈິລາ ອາຍຸ 32 ປີ ສະພາບສົບນອນເສຍຊີວິດຢູ່ພາຍໃນຮ້ານ. ທັງສອງຄົນມີຮອຍຖືກຍິງທີ່ຫົວ, ໃກ້ກັນພົບເຫັນປືນສັ້ນເຄິ່ງອັດຕະໂນມັດຂະໜາດ .45 acp ແລະປອກລູກກະສຸນຕົກຢູ່

ຈາກການສອບຖາມ, ນາງ ເກວາລິນ ອາຍຸ 54 ປີ ໃຫ້ຮູ້ວ່າ: ຜູ້ກະທຳຜິດແມ່ນເປັນໝູ່ກັບລູກສາວຂອງຕົນ, ເຊິ່ງຕົນເອງກໍ່ບໍ່ວ່າຜູ້ກ່ຽວເປັນໃຜ ຮູ້ແຕ່ວ່າພວກເຂົາເປັນພຽງຫມູ່ກັນເທົ່ານັ້ນ. ເຊິ່ງຜູ້ຊາຍຄົນນີ້ພະຍາຍາມມາຈີບກັບລູກສາວຂອງຕົນ, ແຕ່ລູກສາວບໍ່ໄດ້ມັກແລະບໍ່ຢາກຫຍຸ້ງນຳ ສະນັ້ນຊາຍຄົນດັ່ງກ່າວຈຶ່ງໄດ້​​ບຸກ​ເຂົ້າ​ໄປ​ມາກໍ່ເຫດແລະ​ໃຊ້​ປືນ​ຍິງ ເພາະວ່າຕອນ​ເກີດ​ເຫດ, ຕົນ​ບໍ່​ຢູ່​ຍ້ອນ​ໄປ​ເຮັດ​ວຽກ. ​ແຕ່​ວ່າ​ຂ້າງບ້ານກໍ່ບອກວ່າຕອນນັ້ນຝົນຕົກ​ໜັກ​ໃນ​ເວລາ​ນັ້ນບໍ່ໄດ້ຍິນສຽງຫຍັງເລີຍ ຈົນຕົນເອງເລີກວຽກ ມາແລ້ວ ແລະເມື່ອມາເຈິກໍ່ເປັນແບບນີ້ແລ້ວ ທາງດ້ານເຈົ້າໜ້າທີ່ຕຳຫຼວດຈະໄດ້ສືບສວນຜູ້ທີ່ກ່ຽວຂ້ອງທັງແມ່ຂອງຝ່າຍຍິງ ແລະ ຝ່າຍຊາຍຜູ້ທີ່ກໍາເຫດຢ່າງລະອຽດອີກຄັ້ງເພື່ອຈະໄດ້ດຳເນີນຄະດີຕາມກົດໝາຍຕໍ່ໄປ.

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
ດວງ-Tou-Vientianepost - 2023-07-31T112850.794
ດວງລາຍວັນປະຈໍາວັນຈັນ ທີ 02 ຕຸລາ 2023
ດວງ-Tou-Vientianepost (34)
ຈຳປາສັກ ແຈ້ງຫ້າມເກັບກູ້ ແລະ ຊື້ຂາຍ ປະເພດ ຂີ້ກະເດືອນ ແລະ ນົກ ທຳມະຊາດ
ດວງ-Tou-Vientianepost - 2023-07-31T112850.794
ດວງລາຍວັນປະຈໍາວັນອາທິດ ທີ 01 ຕຸລາ 2023
ek
ດວງລາຍວັນປະຈໍາວັນສຸກ ທີ 29 ກັນຍາ 2023
ດວງ-Tou-Vientianepost (30)
ມອບຊີ້ນໝູສົດທີ່ຍຶດໄດ້ໃຫ້ໂຮງຮຽນ ມ.ສ ສາມັນກີນນອນຊົນເຜົ່າແຂວງບໍ່ແກ້ວ
ດວງ-Tou-Vientianepost (28)
ທີມຊາດລາວ ຊຸດໃຫຍ່ ກະກຽມຄວາມພ້ອມເຂົ້າຮ່ວມ ບານໂລກ 2026 ຮອບຄັດເລືອກ ຮອບທີ 1 ທະວີບອາຊີ
ດວງ-Tou-Vientianepost (26)
ແຈ້ງການປິດການສັນຈອນຊົ່ວຄາວ ຂົວຫຼັກນ້ຳຄານ 1 ວັນ
ek
ດວງລາຍວັນປະຈໍາວັນພຸດ ທີ 27 ກັນຍາ 2023
ດວງ-Tou-Vientianepost - 2023-07-31T112850.794
ດວງລາຍວັນປະຈໍາວັນອັງຄານ ທີ 26 ກັນຍາ 2023
ດວງ-Tou-Vientianepost (22)
ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນພາຍຸດີເປຊັ່ນ ໄລຍະວັນທີ 25-27 ກັນຍາ 2023
ຢ່າລື່ມກົດຕິດຕາມ