ດວງ-Tou-Vientianepost
ດວງລາຍວັນປະຈໍາວັນຈັນ ທີ 22 ພຶດສະພາ 2023 ຕາມແຕ່ລະວັນເກີດ
ຮຽບຮຽງໂດຍ:Staff
ເຜີຍແຜ່: 22 ເດືອນພຶດສະພາ, 2023

ຄົນເກີດວັນອາທິດ:ການ​ງານຈະ​ເຮັດ​ວຽກງານ​ຫຍັງ​ໃນ​ໄລຍະນີ້​ກໍ​ຈະ​ເປັນ​ເງິນ​ເປັນຄຳໄປ​ທຸກ​ຢ່າງ​ ເພາະ​ມີ​ຄວາມ​ສາມາດ​ ໃຊ້​ຄວາມ​ສາມາດ​ເພື່ອ​ໃຫ້​ເກີດ​ປະໂຫຍດ​ແກ່​ຕົນເອງ​ຫຼາຍ​ທີ່ສຸດ​ ການ​ເງິນໄດ້​ເຂົ້າ​ມາ​​ກໍ​ຈ່າຍ​ອອກ​ໄປ​ຫຼາຍ​ໃນ​ໄລຍະນີ້​ ເປັນ​ການ​ຊື້​ເຄື່ອງ​ທີ່​ທ່ານ​ຢາກ​ໄດ້​ມາ​ດົນ​ກໍ​ເປັນ​ໄປ​ໄດ້​ ຄວາມ​ຮັກຍັງ​ບໍ່​ໂດດ​ເດັ່ນ​ໃນ​ເລື່ອງ​ຄວາມ​ຮັກ​ ເພາະ​ມຸ່ງ​ໝັ້ນ​ໃນ​ເລື່ອງວຽກ​ງານ​ຫຼາຍກວ່າ​ ເຄື່ອງມຸງຄຸນເງິນ ສີມຸງຄຸນ​   ສິຂາວ ເລກ​ນຳ​ໂຊກ​ 0

ຄົນເກີດວັນຈັນ:ການ​ງານເຮັດ​ສິ່ງ​ໃດ​​ເຮັດ​ດ້ວຍ​ຄວາມໝັ້ນ​ໃຈ​ ແລະ ​ຢ່າ​ລັງ​ເລ​ ຖ້າ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດ​ແນວໃດ​ ຄວນ​ມີ​ທີ່ປຶກ​ສາ​ທີ່​ດີ​ ທີ່​ມີ​ປະສົບການ​ຊ່ວຍ​ຕັດ​ສິນ​ໃຈ​ກໍ​ຈະ​ກໍ່​ໃຫ້​ເກີດ​ໂຊກ​ ການ​ເງິນມີ​ໂຊກ​ຈະ​ໄດ້​ເງິນ​ເຂົ້າ​ມາ​ໃນ​ໄລຍະນີ້​ ເປັນ​ມື້​ໂຊກດີ​ຂອງ​ທ່ານ​ທີ່​ຈະ​ມີ​ການ​ປ່ຽນ​ແປງ​ທາງ​ດ້ານ​ຖານະ​ດີ​ ຄວາມ​ຮັກ​ຍັງ​ບໍ່​ມີ​ເວລາ​ປານໃດ​ ເພາະ​ຍັງມີ​ວຽກ​ ຫຼື​ ຕ້ອງ​ເດີນທາງ​ຕະຫຼອດ​ເລີຍ​ບໍ່​ມີ​ເວລາ​ໃຫ້​ເລື່ອງ​ຄວາມ​ຮັກ​ນັ້ນ​ເອງ​ ເຄື່ອງມຸງຄຸນ​ເພັດສີສົ້ມ ສີມຸງຄຸນສີ​ບົວ ເລກ​ນຳ​ໂຊກ​6

ຄົນເກີດວັນອັງຄານ:ການ​ງານໄລຍະນີ້​ຈະ​ມີ​ຄວາມ​ສຳ​ເລັດ​ຢ່າງ​ທີ່​ຄາດ​ຫວັງ​ ແຕ່​ກໍ​ຕ້ອງ​ສຶກ​ສາ​ຄວາມ​ຮູ້​ໃໝ່​ໆ​ ຫຼື​ທຸລະກິດ​ຕ່າງ​ໆ​ ທີ່​ຈະ​ ສາມາດ​ອົດທົນ​ໄປ​ໄດ້​ ການ​ເງິນໄລຍະນີ້​ລະ​ວັງ​ຄົົນທີ່​ຈະ​ເຂົ້າ​ມາ​ເພື່ອ​ຢິບ​ຢືມ​ເງິນ​ທ່ານ​ ເພາະ​ຈະ​ໄດ້​ຄືນ​ຊ້າ​ ໄດ້​ບໍ່​ເຕັມ​ຈຳນວນ​ ຫຼື​ບໍ່​ໄດ້​ຄືນ​ເລີຍ​ກໍ​ເປັນ​ໄປ​ໄດ້​ ຄວາມ​ຮັກຖ້າ​​ຄົບ​ຫາ​ໃຜ​ບາງ​ຄົນ​ຢູ່​ ໃນ​ເລື່ອງ​ຄຳ​ເວົ້າ​ຕ້ອງ​ເບິ່ງ​ນ້ຳ​ໃຈ​ກັນ​ ໃຊ້​ເຫດຜົນ​ ແລະ​ຄວາມ​ເຂົ້າໃຈ​ກັນ​ ຈະ​ສົ່ງ​ຜົນ​ດີຕໍ່​ຄວາມ​ສຳພັນ​ ເຄື່ອງມຸງຄຸນ​​ ຄໍາ ສີມຸງຄຸນສີ​ສົ້ມ ເລກ​ນຳ​ໂຊກ​3

ຄົນເກີດວັນພຸດ:ການ​ງານຄວາມ​ມຸ່ງໝັ້ນ​ໃນ​ການ​ໃຊ້​ເທັກ​ນິກ​ເພື່ອ​ແກ້​ບັນຫາ​ການ​ງານ​ຕ່າງ​ໆ​ ຈະ​ສາມາດ​ສ້າງ​ຜົນ​ງານ​ໄດ້​ຢ່າງ​ຕໍ່​ເນື່ອງ​ ການ​ເງິນມີ​ຄວາມ​ກັງ​ວົນ​ໃຈ​ໃນ​ການ​ໃຊ້​ຈ່າຍ​ເງິນ​ ຄວນ​ທີ່​ຈະ​ເຮັດ​ບັນ​ຊີ​ລາຍ​ຮັບ​ ລາຍ​ຈ່າຍ​ເພື່ອ​ໃຫ້​ເຫັນ​ຕົວ​ເລກ​ທີ່​ແທ້ຈິງ​ ຄວາມ​ຮັກ​​ຕ້ອງ​ລະ​ວັງ​ຄວາມ​ໃຈ​ຮ້ອນ​ ການ​ບໍ່​ໃຊ້​ອາລົມ​ ແລະ​ການ​ໃຊ້​ເຫດ​ຕໍ່​ກັນ​ໃຫ້​ຫຼາຍ​ ເວົ້າ​​ກັນ​ຢ່າງ​ເປັນ​ເຫດ​ເປັນ​ຜົນ​ ແລະ​ ປັບ​ຕົວ​ເຂົ້າ​ຫາ​ກັນ​ກໍ​ຈະ​ເຮັດໃຫ້​ຄວາມ​ສຳພັນ​ດີ​ຂຶ້ນ​ ເຄື່ອງມຸງຄຸນ​​ຫິນນໍາໂຊກສີຄຳ ສີມຸງຄຸນສີ​ເຫຼືອງ ເລກ​ນຳ​ໂຊກ​0

ຄົນເກີດວັນພະຫັດ:ການ​ງານຄວາມ​ມຸ້ງ​ໜັ່ນ​ ຄວາມ​ສ້າງສັນ​ ແລະ​ຄວາມ​ພະຍາຍາມ​ ໃນ​ການ​ຕິດ​ຕໍ່​ເຈລະຈາ​ຈະ​ສົ່ງ​ຜົນ​ດີ ເຮັດໃຫ້​ເກີດ​ຄວາມ​ສຳ​ເລັດ​ເກີນ​ຄວາມ​ຄາດ​ຫວັງ​ ການ​ເງິນໄດ້​ເງິນ​ເຂົ້າ​ມາ​ຢ່າງ​ຕໍ່​ເນື່ອງ​ໃນ​ໄລຍະນີ້​ຕາມ​ທີ່​ຄາດ​ຫວັງ​ ແຕ່​ຕ້ອງພົບຄວາມ​ກົດ​ດັນ​ ແລ້ວ​ຈຶ່ງ​ຈະ​ໄດ້​ເງິນ​ເຂົ້າ​ມາ​ເພິ່ມເຕິມ​ ຄວາມ​ຮັກຖ້າຈະ​ພົບ​​ໃຜ​ໃນ​ໄລຍະນີ້​ທີ່​ຈະ​ມີ​ເຂົ້າ​ມາ​ ຢູ່ໃນ​ເກນ​ຜິວ​ສອງ​ສີ​ ຮູບ​ຮ່າງ​ທ້ວມ​ໆ​ ການ​ງານ​ເຮັດໃຫ້​ໄດ້​ພົບ​​ກັນ​ ເຄື່ອງມຸງຄຸນ​ໄຂ່ມຸກ ສີມຸງຄຸນສີດໍາ ເລກ​ນຳ​ໂຊກ​1

ຄົນເກີດວັນສຸກ:ການ​ງານຍັງ​ບໍ່​ແນ່​ໃຈ​ຕໍ່​ຫຼັກ​ປະຕິບັດ​ ຫຼື​ ແນວ​ທາງ​ບາງຢ່າງ​ກ່ຽວກັບ​ເລື່ອງ​ຂອງວຽກ​ງານ​ ແຕ່​ກໍ​ຄວນ​ໃຊ້​ຄວາມ​ອົດ​ທົນ​ເພື່ອ​ໃຫ້​ຜ່ານ​ໄປ​ໄດ້​ຢ່າງ​ເປັນ​ໂຊກ​ ການ​ເງິນໄລຍະນີ້​ຢູ່ໃນ​ເກນ​ຊົງ​ຕົວ​ ບໍ່​ມີ​ເລື່ອງ​ເດືອດ​ຮ້ອນ​ ຫຼື​ ເລື່ອງ​ກັງ​ວົນ​ໃດ​ໆ​ ເຮັດໃຫ້​ທຸກ​ໃຈ​ນັ້ນ​ເອງ​ ຄວາມ​ຮັກໂດດ​ເດັ່ນ​ໃນ​ຄວາມ​ສຳພັນ​ກັບ​ຄົນ​ຜິວ​ສອງ​ສີ​ ໄລຍະທໍາອິດ ຈະ​ໄດ້​ພົບ​​ກັນ​ ແຕ່​ຫຼັງ​ໆ​ຈະ​ໄດ້​ພົບ​​ກັນ​ນ້ອຍ​ລົງ​ ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນສີແດງ ເລກ​ນຳ​ໂຊກ​7

ຄົນເກີດວັນເສົາ:ການ​ງານ​ພະຍາຍາມ​ເຮັດວຽກ​ໃຫ້​ໄດ້​ຕາມ​ມາດຕະຖານ​ ພະຍາຍາມ​ເຮັດໃຫ້​ດີ​ທີ່ສຸດ​ເທົ່າ​ທີ່​ເຮັດ​ໄດ້​ໃນ​ໄລຍະນີ້​ ແຕ່​ກໍ​ບໍ່​ຄວນ​ທີ່​ຈະ​ ເຮັດ​ເກີນ​ເວລາ​ພັກ​ຜ່ອນ​ຂອງ​ຕົນເອງ​ ການ​ເງິນວາງ​ແຜນ​ການ​ໃຊ້​ຈ່າຍ​ໃຫ້​ມີ​ຄວາມ​ປະ​ຫຢັດ​ ຊຶ່ງ​ຈະ​ເປັນ​ຜົນ​ດີກັບ​ຕົນເອງ​ໃນ​ໄລຍະ​ນີ້​ ຄວາມ​ຮັກ​ບໍ່​ມີ​ເວລາ​ໃຫ້​ເລື່ອງ​ຄວາມ​ຮັກ​ ແລະ​ຍັງ​ບໍ່​ຕັດ​ສິນ​ໃຈ​ກັບ​ຄວາມ​ສຳພັນ​ໃ​ນຕອນ​ນີ້​ ເຄື່ອງມຸງຄຸນ​  ຄໍາ ສີມຸງຄຸນສີມ່ວງ
ເລກ​ນຳ​ໂຊກ​3

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
2
ປີນີ້ແຂວງວຽງຈັນຈະແກ້ໄຂຄອບຄົວທຸກຍາກ ໃຫ້ໄດ້ 1.600 ຄອບຄົວ
2
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມ ກອງປະຊຸມ ເວທີປຶກສາຫາລືອະນາຄົດ ອາຊຽນ
2
ປະທານປະເທດ ແຫ່ງ ສປປ ລາວ ພົບປະກັບ ປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກຳປູເຈຍ
2
ໄທ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19ເພີ່ມຂຶ້ນຢ່າງຫລວງຫລາຍຫລັງບຸນສົງການ
2
ສະຫລົດ! ມີຜູ້ເສຍຊີວິດ 33 ຄົນຈາກອຸບັດເຫດ ໃນໄລຍະບຸນປີໃໝ່ລາວ
2
ນາຍົກ ຈະເຂົ້າຮ່ວມກອງປະຊຸມ ເວທີປຶກສາຫາລື ອະນາຄົດອາຊຽນ
2
ປະທານປະເທດ ແຫ່ງ ສປປ ລາວ ຈະເດີນທາງຢ້ຽມຢາມ ກຳປູເຈຍ ເພື່ອເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບ
2
ກຳປູເຈຍ ສົ່ງອອກລົດຖີບ ຫລຸດລົງ 43%
2
ສປຈີນ ຈັດສັນງົບປະມານ ຊຸກຍູ້ການລົງທຶນ ຫລາຍກວ່າ 2 ແສນລ້ານຢວນ
2
ສປຊ ຮຽກຮ້ອງໃຫ້ຄວາມຊ່ວຍເຫຼືອເຂດກາຊາ ຈຳນວນ ເງິນ 2,8 ຕື້ໂດລາ
ຢ່າລື່ມກົດຕິດຕາມ