ເດັກນ້ອຍຈີນຢິບນ້ຳບໍ່ເຖິງ ປີນຂຶ້ນຕູ້ຈົນຕູ້ທັບໝົດທັງໂຕ. ເຈົ້າຂອງຮ້ານຮີບຟ້າວມາຊ່ວຍຍົກອອກ. ຄວາມລອດຕາຍປະຕິຫານ ບໍ່ມີຮອດຮອຍແປ້ວ
ພາບຈາກກ້ອງວົງຈອນປິດບັນທຶກສຸດເປັນຕາຢ້ານ ເຫດການດັ່ງກ່າວເກີດຂຶ້ນໃນຮ້ານສະດວກຊື້ແຫ່ງໜຶ່ງໃນເມືອງ Huizhou, ແຂວງກວາງຕຸ້ງ, ປະເທດຈີນ, ເຮັດໃຫ້ຫົວໃຈຂອງຫຼາຍຄົນຢຸດເຕັ້ນ. ໂດຍເດັກນ້ອຍກຸ່ມໜຶ່ງຢືນຢູ່ອ້ອມຕູ້ເຢັນຂະໜາດໃຫຍ່ທີ່ເຕັມໄປດ້ວຍເຄື່ອງດື່ມ. ເດັກຊາຍຄົນໜຶ່ງເປີດຕູ້ເຢັນແລະຢາກຊື້ນ້ຳ. ແຕ່ເນື່ອງຈາກຂະຫນາດຂອງຕູ້ແມ່ນໃຫ່ຍ, ແລະບໍ່ສາມາດຢື້ໄປຫານ້ຳຢູ່ຊັ້ນເທິງໄດ້ ສະນັ້ນລາວຈຶ່ງປີນຂຶ້ນໄປຕູ້ເຢັນເພື່ອເອົານໍ້າຂວດທີ່ລາວຕ້ອງການ.
ທັນໃດນັ້ນ, ຕູ້ເຢັນຂະໜາດໃຫຍ່ໄດ້ລົ້ມລົງມາທັບເອົາໂຕເດັກນ້ອຍຈົນບໍ່ເຫັນໂຕຂອງລາວແລະ ໃນຂະນະທີ່ຂວດນ້ໍາກໍ່ຕົກກະຈາຍໄປທົ່ວພື້ນ. ເຈົ້າຂອງຮ້ານຮູ້ເຫດການຈຶ່ງຟ້າວໄປຊ່ວຍຍົກຕູ້ເຢັນອອກຈາກຮ່າງກາຍຂອງເດັກ ໂດຍໃຊ້ກໍາລັງທັງຫມົດທີມາເພື່ອຊ່ວຍບໍ່ໃຫ້ເດັກຖືກທັບດ້ວຍນ້ໍາຫນັກຂອງຕູ້ເຢັນ. ຫຼັງຈາກນັ້ນ, ເຈົ້າຂອງຮ້ານກໍ່ໄດ້ນຳຕູ້ເຢັນດັ່ງກ່າວກັບສູ່ຕໍາແຫນ່ງເດີມ. ສ່ວນເດັກຊາຍໂຊກດີທີ່ລອດຊີວິດຢ່າງປະຕິຫານ. ໂດຍບໍ່ມີບາດແຜໃດໆ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,455 | 21,731 |
![]() THB | 648.35 | 660.67 |
![]() EUR | 23,023 | 23,484 |
![]() CNY | 2,898 | 2,956 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |