ດວງ-Tou-Vientianepost (16)
ຮອງນາຍົກລັດຖະມົນຕີ ເຄື່ອນໄຫວເຮັດວຽກຢູ່ແຂວງບໍລິຄຳໄຊ ແລະ ຢ້ຽມຢາມສູນຟື້ນຟູຜູ້ຕິດຢາເສບຕິດ
ຮຽບຮຽງໂດຍ:Staff
ເຜີຍແຜ່: 8 September, 2023
ໝວດ: ຂ່າວ

ວັນທີ 6 ກັນຍາ 2023, ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ເຄື່ອນໄຫວພົບປະຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບໍລິຄຳໄຊ, ໂດຍມີ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ຕ້ອນຮັບ ແລະ ລາຍງານຫຍໍ້ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ ເຊິ່ງໄດ້ສຸມໃສ່ຜັນຂະຫຍາຍນະໂຍບາຍ ແລະ ວຽກງານຈຸດສຸມ ເພື່ອແກ້ໄຂຄວາມບໍ່ສະຫງົບພາຍໃນແຂວງ ເປັນຕົ້ນ ແມ່ນການແກ້ໄຂ 4 ເຖື່ອນເຊັ່ນ: ຄົນເຖື່ອນ, ລົດເຖື່ອນ, ອາວຸດເຖື່ອນ ແລະ ສິນຄ້າເຖື່ອນ ແລະ 9 ຫົວຂໍ້ສໍາມະນາວິທະຍາສາດ, ໂດຍລວມແລ້ວໃນໄລຍະຜ່ານມາ ແຂວງບໍລິຄໍາໄຊ ຍັງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

ໂອກາດນີ້, ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ  ໄດ້ນຳເອົາຄວາມເປັນຫ່ວງເປັນໃຍຈາກລັດຖະບານມາສູ່ຄະນະພັກ, ອົງການປົກຄອງແຂວງ ກໍຄື ພະນັກງານ, ທະຫານ, ຕ່ຳຫລວດ ຕະຫລອດຮອດປະຊາຊົນບັນດາເຜົ່າພາຍໃນແຂວງບໍລິຄຳໄຊ, ພ້ອມທັງໄດ້ມອບເງິນສົດ 200 ລ້ານກີບ ໃຫ້ອໍານາດການປົກຄອງແຂວງ ເພື່ອນໍາໄປປະກອບສ່ວນເຂົ້າໃນການແກ້ໄຂຜົນກະທົບໄພພິບັດ ຢູ່ແຂວງບໍລິຄຳໄຊ ຕື່ມອີກ.

ພ້ອມນີ້, ກໍໄດ້ລົງໄປຢ້ຽມຢາມ ແລະ ພົບປະການນໍາຢູ່ສູນຟື້ນຟູຜູ້ຕິດຢາເສບຕິດ ໜອງດົງ ເມືອງປາກກະດິງ ແລະ ໄດ້ຮັບຟັງການລາຍງານຈາກຫົວໜ້າຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຢູ່ຄ້າຍຄຸມຂັງ-ດັດສ້າງ ເຊິ່ງຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ເຊິ່ງໄລຍະຜ່ານມາຄ້າຍຄຸມຂັງ-ດັດສ້າງ ໄດ້ເຮັດໜ້າທີ່ສຶກສາອົບຮົມຜູ້ກະທໍາຜິດ, ເຮັດໜ້າທີ່ເບິ່ງແຍງປິ່ນປົວເວລານັກໂທດດັດສ້າງເຈັບເປັນ, ອຳນວຍຄວາມສະດວກດ້ານອາຫານການກິນ, ຊຸກຍູ້ສົ່ງເສີມໃຫ້ເຂົາເຈົ້າອອກແຮງງານການຜະລິດປູກຝັງ, ລ້ຽງສັດ, ແກະສະຫລັກໄມ້, ຖັກແສ່ວ, ສານແຫ ແລະ ອື່ນໆ ເພື່ອເປັນສິນຄ້າວາງຂາຍຕາມທ້ອງຕະຫລາດ, ທັງເປັນລາຍໄດ້ສ່ວນໜຶ່ງໃນການຊື້ອາຫານການກິນ ແລະ ຊື້ເຄື່ອງນຸ່ງຫົ່ມຂອງເຂົາເຈົ້າ.

ຂ່າວ: ແຂວງບໍລິຄຳໄຊ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 12 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,477
21,686
thailand (1)
THB
643.41
655.63
european-union
EUR
23,729
24,202
china
CNY
2,898
2,954
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site-cover (85)
ຜູ້ສະໝັກຊິງຕຳແໜ່ງປະທານາທິບໍດີເກົາຫຼີໃຕ້ ສະເໜີນະໂຍບາຍເຮັດວຽກ 4.5 ວັນ
site-cover (84)
ແຈ້ງການ ເຕືອນໄພມິດສາຊີບ ລະວັງຕົກເປັນເຫຍື່ອການຫຼອກລວງຜ່ານທາງອອນລາຍ
site-cover (83)
ພະຍາດຢ້ານການຂຶ້ນເຄື່ອງບິນ ພາວະທາງຈິດໃຈ ບໍ່ແມ່ນພຽງຄວາມຕື່ນເຕັ້ນ
site-cover (82)
ສະກີໄຟຟ້າ ໃຊ້ແທນການຍ່າງໄດ້ຈາກຝຣັ່ງເສດ ຊາກ 1 ຄັ້ງ ແລ່ນໄກ 50 ກມ. ໄວສຸດ 80 ກມ./ຊມ.
site-cover (81)
ປູຕິນ ສະເໜີຈັດເຈລະຈາຍຸຕິສົງຄາມກັບ "ຢູເຄຣນ" 15 ພຶດສະພານີ້
site-cover (80)
"ຄິມ ຈອງ-ອຶນ" ບົ່ງຊີ້ສົ່ງທະຫານເກົາຫຼີເໜືອໄປຮ່ວມຮົບກັບຣັດເຊຍ ເປັນສິ່ງທີ່ຖືກຕ້ອງ
site-cover (79)
ທຣຳປເພີ່ມເຈົ້າໜ້າທີ່ 20,000 ຄົນ ເລັ່ງການເນລະເທດຜູ້ອົບພະຍົບເຂົ້າເມືອງຜິດກົດໝາຍ
site-cover (77)
"ໂຣດຣິໂກ ດູເຕີເຕ" ອາດໄດ້ຮັບເລືອກເຈົ້າເມືອງ ເຖິງແມ່ນວ່າຍັງຖືກຄຸມຂັງຢູ່
Copy of site cover (55)
ການໂຈມຕີແບບ DDoS ແມ່ນຫຍັງ? ແລະ ເປັນຫຍັງ SMEs ຕ້ອງລະວັງ
site-cover (76)
"ຜູ້ນຳທະຫານມຽນມາ" ຫາລືກັບ "ຜູ້ນຳຈີນ" ເທື່ອທຳອິດຫຼັງຈາກການລັດຖະປະຫານ
ຢ່າລື່ມກົດຕິດຕາມ