ek
ດວງລາຍວັນປະຈໍາວັນພະຫັດ ທີ 26 ຕຸລາ 2023
ຮຽບຮຽງໂດຍ:Staff
ເຜີຍແຜ່: 26 ເດືອນຕຸລາ, 2023

ຄົນເກີດວັນອາທິດ:ການ​ງານ   ການ​ເຈລະ​ຈາ​ຕໍ່​ລອງ​ການ​ແບ່ງ​ຜົນ​ປະໂຫຍດ​ຈະ​ເກີດ​ຂໍ້​ຕົກລົງ​ທີ່​ດີ​ຮ່ວມ​ກັບ​ຫຸ້ນ​ສ່ວນ ການ​ເງິນ ປະ​ສົບ​ຄວາມ​ສຳ​ເລັດ​ທາງ​ດ້ານ​ການ​ເງິນ​ດີ​ຂຶ້ນ​ຫລາຍ​ໆ   ຄວາມ​ຮັກ   ສຸກ​ສົມ​ຫວັງ​ລົງ​ຕົວ​ໃນ​ເລື່ອງ​ຂອງ​ຄວາມ​ຮັກ ມີ​ໂອ​ກາດ​ພົບ​ຄົນ​ສະຫລຽວ​ສະຫລາດ ຊ່າງ​ເວົ້າ ມີ​ເກນ​ອາ​ຍຸ​ນ້ອຍ​ກວ່າ ເຄື່ອງມຸງຄຸນ ເພັດສີແດງ ສີມຸງຄຸນ​ ສີຂາວ ເລກ​ນຳ​ໂຊກ​  7

ຄົນເກີດວັນຈັນ:ການ​ງານ  ເຮັດວຽກ​ທີ່​ໃຊ້​ຈິນ​ຕ​ະນາ​ການ ເປັນ​ນັກ​ປະພັນ ຫລື​ເປີດ​ບໍລິສັດ​ໂຄສະ​ນາ ຈະ​ເຮັດໃຫ້​ຕົນເອງ​ນັ້ນ​ຈະເລີນ​ຮຸ່ງ​ເຮືອງ​ ແລະ​ລ້ຳລວຍ ການ​ເງິນ​​ ຈະ​ໂຊກດີ​ເພາະ​ພີ່ນ້ອງ ຫລື ​ໃຜ​ບາງ​ຄົນ ຈະ​ມາ​ໃຫ້ການ​​ຊ່ວຍ​ເຫລືອ​ແລະ​ ອຸບປະຖຳ​ດ້ານ​ການ​ເງິນ ຄວາມ​ຮັກ  ຈະ​ພົບ​ຄົົນທີ່​ມີ​ອາ​ຍຸ​ຫລາຍກວ່າ ທ່ານ​ເປັນ​ຄົົນທີ່​ເກັ່ງ ​ແລະ ​ມີ​ຄວາມ​ສາມາດ ຢູ່ໃນ​ເກນ​ຜິວ​ຄໍ້າ ເຄື່ອງມຸງຄຸນ​ ຄໍາ ສີມຸງຄຸນ ສີມ້ວງ ເລກ​ນຳ​ໂຊກ​  6

ຄົນເກີດວັນອັງຄານ:ການ​ງານ​   ​ມີ​ໂອ​ກາດ​ໄດ້​ເລື່ອນ​ຂັ້ນເລື່ອນຕໍາແໜ່ງ ຫລື​ຊ່ວງ​ນີ້​ມີ​ໂອ​ກາດ​ໄດ້ຮັບ​ຫນ້າທີ່​ໃໝ່​ທີ່​ຈະ​ນຳ​ພາ​ຕົນເອງ​ໄປ​ສູ່​ຄວາມ​ມີ​ຊື່​ສຽງ​ ແລະ ​ຄວາມ​ສຳ​ເລັດ ການ​ເງິນ ໂຊ​ກດີ​ຈະ​ໄດ້​ເງິນ​ເຂົ້າ​ມາ​ຕໍ່​ເນື່ອງ​ໃນ​ມື້​ນີ້ ຄວາມ​ຮັກ  ມີ​ໂອ​ກາດ​ພົບ​ຄູ່​ຄອງ​ຄູ່​ອຸບປະຖຳ​ໃນ​ຊ່ວງ​ນີ້ ມີ​ຄວາມ​ສຸກ ເຄື່ອງມຸງຄຸນ​  ແຫວນຄໍາ ສີມຸງຄຸນ ສີບົວ ເລກ​ນຳ​ໂຊກ​   9

ຄົນເກີດວັນພຸດ:ການ​ງານ ​ ປັບ​ປ່ຽນ​ວິທີ​ການ​ດຳ​ເນີນ​ທຸລະກິດ​ຈະ​ເຮັດໃຫ້​ໄດ້ຮັບ​ຜົນ​ກຳ​ໄລ​ທີ່​ດີ ການ​ເງິນ  ທ່ານເປັນຄົນເກັບເງິນເກັ່ງ ແລະຈະໄດ້​ປົດ​ພາລະ​ໜີ້​ສິນ​ເກົ່າ​ໆ​ອອກ​ໄປ ຄວາມ​ຮັກ   ທ່ານອາດຈະໄດ້ເດີນທາງ​ໄກລ​ແລ້ວ​ຈະ​ພົບ​​ຄົົນທີ່​ມີ​ສະເໜ່ ເຄື່ອງມຸງຄຸນ​​ ເງິນ ສີມຸງຄຸນ ສີຟ້າ
ເລກ​ນຳ​ໂຊກ​   4

ຄົນເກີດວັນພະຫັດ:ການ​ງານ  ເຮັດ​ທຸລະກິດ​ໃນ​ວົງ​ການ​ບັນ​ເທີງ ທຸລະກິດ​ເປີດ​ຮ້ານ​ເສີມຄວາມ​ງາມ ເປີດ​ຣ້ານ​ສະ​ປາ​ເພື່ອ​ສຸຂະພາບ ຈະ​ເຮັດໃຫ້​ໄດ້ຮັບ​ຜົນ​ກຳ​ໄລ ການ​ເງິນ ຊ່ວງ​ນີ້​ລາຍ​ຈ່າຍ​ມີ​ຫລາຍ​ເປັນ​ພິເສດ ຕ້ອງ​ໃຊ້​ຄວາມ​ປະ​ຢັດ​ຮ່ວມ​ຈຶ່ງ​ຈະ​ດີ ຄວາມ​ຮັກ   ໂອ​ກາດ​ພົບ​ເຈີ​ຄູ່​ຄອງ​ຈາກ​ເລື່ອງ​ງານ​ທີ່​ຕ້ອງ​ເຮັດ​ຮ່ວມ​ກັນ ເຄື່ອງມຸງຄຸນ​ ໄຂ່ມຸກ ສີມຸງຄຸນ   ສີດໍາ ເລກ​ນຳ​ໂຊກ​  2

ຄົນເກີດວັນສຸກ:ການ​ງານ​ ມີ​ໂອ​ກາດ​ພົບ​​ຫຸ້ນ​ສ່ວນ​ທີ່​ດີ​ຮ່ວມ​ກັນ​ເຮັດ​ທຸລະກິດ​ເກີດ​ຄວາມ​ຈະເລີນ​ຮຸ່ງ​ເຮືອງ ການ​ເງິນ   ຈະ​ໄດ້​ເງິນ​ເຂົ້າ​ມາ​ຢ່າງ​ຕໍ່​ເນື່ອງ​ໃນ​ຊ່ວງ​ນີ້ ຄວາມ​ຮັກ   ພົບ​ຮັກ​ກັບ​ຄົົນທີ່​ເກັ່ງ ມີ​ຄວາມ​ສາມາດ ມີ​ທັດສະນະຄະຕິ​ທີ່​ຄືກັນ ເຄື່ອງມຸງຄຸນ​​ ເງິນ ສີມຸງຄຸນ ສີນໍ້າຕານ ເລກ​ນຳ​ໂຊກ​   8

ຄົນເກີດວັນເສົາ:ການ​ງານ  ທ່ານຄວນໃຊ້ພອນ​ສະຫວັນ​ ແລະ​ ຄວາມ​ສາມາດ​ຂອງ​ຕົນເອງ​ອອກ​ມາ​ໃຊ້​ໄດ້​ຢ່າງ​ເຕັມ​ທີ່​ຈະ​ເຮັດໃຫ້​ປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນ  ພົບ​ໂຊກດີ​ເພາະ​ມີ​ຄົນ​ເຂົ້າ​ມາ​ອຸບປະຖຳ​ທາງ​ດ້ານ​ການ​ເງິນ ຄວາມ​ຮັກ ​ຢູ່ໃນ​ເກນ​ທີ່​ດີ​ໃນ​ເລື່ອງ​ຂອງ​ຄວາມ​ຮັກ ເພາະ​ຄົນ​ຮັກ​ຈະ​ມີ​ສ່ວນ​ຊ່ວຍ​ເຫລືອ​ເກື້ອ​ກູນ​ກັນ ເຄື່ອງມຸງຄຸນ​  ຫີນນໍາໂຊກສີບົວ ສີມຸງຄຸນ ສີເຫຼືອງ ເລກ​ນຳ​ໂຊກ​   5

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
2
ລາວ ຈະສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນປີ 2025
2
ການລ່າສັດປ່າບໍ່ຖືກຕ້ອງຕາມກົດ ໝາຍຈະຖືກລົງໂທດຕັດອິດສະລະພາບ 2 ຫາ 5 ປີ ແລະ ຈະຖືກປັບໃໝ
2
ກຳປູເຈຍ ຈະເກັບພາສີ ພະລັງງານໄຟຟ້າ ຈາກ ຜູ້ໃຊ້ໂຊລາເຊລ ຢູ່ຫລັງຄາ
2
ຫາລືຄວາມປອດໄພຂອງເຂື່ອນ ໃນການບໍລິຫານຈັດການນໍ້າ ແລະ ການຮັບມືສຸກເສີນ
2
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບ ທູດເວເນຊູເອລາ ຄົນໃໝ່
2
ສປປ ລາວຈະເປັນປະທານອາຊຽນໃນປີ 2024 ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”
2
ສປປ ລາວ ເລີ່ມປະຕິບັດນະໂຍບາຍ ຍົກເວັ້ນ-ຂະຫຍາຍເວລາ VISA ໃຫ້ກັບຫຼາຍປະເທດ ດຶງດູດນັກທ່ອງທ່ຽວ
2
ບໍລິສັດ ເທີນ-ຫີນບູນ ມອບເງິນ 1 ຕື້ກີບ ສະໜັບສະໜູນການເປັນປະທານອາຊຽນ ຂອງ ສປປ ລາວ
2
ຄຸນຄ່າຄວາມເປັນເອກະລັກ ທີ່ໂດດເດັ່ນລະດັບໂລກ ຂອງອຸທິຍານແຫ່ງຊາດຫີນໜາມໜໍ່
2
ອັດຕະປືມີບໍລິການລົດໂດຍສານສີຂຽວພາຍໃນແຂວງແລ້ວ
ຢ່າລື່ມກົດຕິດຕາມ