2
ປະທານປະເທດ ແຫ່ງ ສປປ ລາວ ພົບປະກັບ ປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກຳປູເຈຍ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 24 ເດືອນເມສາ, 2024
ໝວດ: ຂ່າວ

ຕອນບ່າຍວັນທີ 23 ເມສາ 2024, ທີ່ ນະຄອນຫລວງພະນົມເປັນ ຣາຊະອານາຈັກກໍາປູເຈຍ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສົມເດັດ ມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ ປະທານສະພາ​ແຫ່ງ​ຊາດ ແຫ່ງຣາຊະ​ອານາຈັກ​ກຳ​ປູ​ເຈຍ ໃນໂອກາດເດີນທາງຢ້ຽມຢາມ ທາງລັດຖະກິດ ຣາຊະອານາຈັກ ກໍາປູເຈຍ.

ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ນໍາເອົາຄວາມຢ້ຽມຢາມຖາມຂ່າວຂອງ ທ່ານປະທານສະພາແຫ່ງ ຊາດ ແລະ ການນໍາລັດຖະບານ ແຫ່ງ ສປປ ລາວ ມາຍັງ ສົມເດັດ ມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ ແລະ ບັນດາການນໍາຂອງສະພາແຫ່ງຊາດກໍາປູເຈຍ ທີ່ເປັນເພື່ອນມິດທີ່ສະໜິດສະໜົມ ຂອງປະຊາຊົນລາວບັນດາ ເຜົ່າ, ພ້ອມທັງສະແດງຄວາມຊົມເຊີຍ ທີ່ພັກປະຊາຊົນກໍາປູເຈຍ ໄດ້ຮັບໄຊຊະນະຢ່າງໃຫຍ່ຫລວງ ໃນການເລືອກຕັ້ງ ສະພາສູງສະໄໝທີ 5 ໃນວັນທີ 25 ກຸມພາ 2024 ທີ່ຜ່ານມາ, ຊຶ່ງພັກປະຊາຊົນກໍາປູເຈຍ ຍາດໄດ້ 55 ບ່ອນນັ່ງໃນ ຈໍານວນ 58 ບ່ອນນັ່ງຢູ່ສະພາສູງ,  ອັນນີ້ສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນ ແລະ ຄວາມສັດທາຂອງປະຊາຊົນ ກໍາປູເຈຍ ທີ່ມີຕໍ່ພັກປະຊາຊົນ ຕະຫລອດໄລຍະທີ່ຜ່ານມາ. ໃນຂະນະດຽວກັນ, ສົມເດັດ ມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ ກໍສະແດງຄວາມຂອບໃຈຕໍ່ຄໍາເວົ້າອັນຈົບງາມດັ່ງກ່າວ, ພ້ອມທັງສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ທ່ານ ທອງລຸນ ສີສຸລິດ ທີ່ໄດ້ນໍາພາຄະນະຜູ້ນໍາຂັ້ນສູງ ຂອງ ສປປ ລາວ ເດີນທາງມາ ຢ້ຽມຢາມລັດ ຖະກິດ ທີ່ ຣາຊະອານາຈັກ ກໍາປູເຈຍ ໃນຄັ້ງນີ້.

ພ້ອມນີ້, ສອງຝ່າຍໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມືລະຫວ່າງ ສອງປະເທດ ລາວ ແລະ ກໍາປູເຈຍ  ໂດຍສະເພາະການພົວພັນຮ່ວມມື ລະຫວ່າງ ອົງການນິຕິບັນຍັດ ຂອງສອງປະເທດ ທີ່ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງໜັກແໜ້ນ ແລະ ເຂັ້ມແຂງ ສະແດງອອກຄື: ອົງການນິຕິບັນຍັດທັງສອງ ໄດ້ມີການແລກປ່ຽນການ ຢ້ຽມຢາມ ແລະ ໄປມາຫາສູ່ ເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິ, ຊຶ່ງໃນທ້າຍປີ 2023, ສົມເດັດ ມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ ປະທານສະພາແຫ່ງຊາດ ກໍາປູເຈຍ ກໍໄດ້ເດີນທາງໄປຢ້ຽມຢາມທາງການ ສປປ ລາວ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດລັດຖະສະພາ ກໍາປູເຈຍ, ລາວ ແລະ ຫວຽດນາມ ຄັ້ງທີ 1, ຊຶ່ງເປັນ ກອງປະຊຸມທີ່ມີຄວາມໝາຍສໍາຄັນຄັ້ງປະຫວັດສາດ ສໍາລັບສະພາແຫ່ງຊາດ ຂອງສາມປະເທດ ກໍາປູເຈຍ, ລາວ ແລະ ຫວຽດນາມ ເພື່ອຊຸກຍູ້ສົ່ງເສີມການຮ່ວມມື ໃນເຂດສາມຫລ່ຽມພັດທະນາ (CLV) ແລະ ເປັນການສົ່ງເສີມ ການຮ່ວມມືຮອບດ້ານ ລະຫວ່າງ ກໍາປູເຈຍ-ລາວ-ຫວຽດນາມ, ພ້ອມທັງເປັນ ການຍົກສູງບົດບາດ ແລະ ການຮ່ວມ ມື ລະຫວ່າງ ອົງການນິຕິບັນຍັດຂອງສາມປະເທດ ກໍາປູເຈຍ-ລາວ-ຫວຽດນາມ (CLV) ໃຫ້ສົມຄູ່ກັບກົນໄກ ຮ່ວມມືເບື້ອງລັດຖະບານ.

ຂ່າວ: ກົມການຂ່າວ, ກະຊວງການຕ່າງປະເທດ.

ພາບ: ເກດສະໜາ

KPL

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
2
ລາວ ຈະສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນປີ 2025
2
ການລ່າສັດປ່າບໍ່ຖືກຕ້ອງຕາມກົດ ໝາຍຈະຖືກລົງໂທດຕັດອິດສະລະພາບ 2 ຫາ 5 ປີ ແລະ ຈະຖືກປັບໃໝ
2
ກຳປູເຈຍ ຈະເກັບພາສີ ພະລັງງານໄຟຟ້າ ຈາກ ຜູ້ໃຊ້ໂຊລາເຊລ ຢູ່ຫລັງຄາ
2
ຫາລືຄວາມປອດໄພຂອງເຂື່ອນ ໃນການບໍລິຫານຈັດການນໍ້າ ແລະ ການຮັບມືສຸກເສີນ
2
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບ ທູດເວເນຊູເອລາ ຄົນໃໝ່
2
ສປປ ລາວຈະເປັນປະທານອາຊຽນໃນປີ 2024 ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”
2
ສປປ ລາວ ເລີ່ມປະຕິບັດນະໂຍບາຍ ຍົກເວັ້ນ-ຂະຫຍາຍເວລາ VISA ໃຫ້ກັບຫຼາຍປະເທດ ດຶງດູດນັກທ່ອງທ່ຽວ
2
ບໍລິສັດ ເທີນ-ຫີນບູນ ມອບເງິນ 1 ຕື້ກີບ ສະໜັບສະໜູນການເປັນປະທານອາຊຽນ ຂອງ ສປປ ລາວ
2
ຄຸນຄ່າຄວາມເປັນເອກະລັກ ທີ່ໂດດເດັ່ນລະດັບໂລກ ຂອງອຸທິຍານແຫ່ງຊາດຫີນໜາມໜໍ່
2
ອັດຕະປືມີບໍລິການລົດໂດຍສານສີຂຽວພາຍໃນແຂວງແລ້ວ
ຢ່າລື່ມກົດຕິດຕາມ